ຂ່າວດັງ - Hot news

ຂ່າວດັງ - Hot news ຂ່າວທົ່ວໄປ
(4)

07/05/2024

'Qantas' ສາຍການບິນແຫ່ງຊາດຂອງອົດສະຕາລີ ຈ່າຍຄ່າເສຍຫາຍ ແລະ ປັບໃໝເກືອບ 3 ຕື້.

ເມື່ອວັນທີ 6/5/2024 ສາຍການບິນ Qantas ສາຍການບິນປະຈຳຊາດຂອງອົດສະຕາລີ ຕົກລົງທີ່ຈະແກ້ໄຂກໍລະນີໂດຍຈະຈ່າຍຊົດເຊີຍຄ່າເສຍຫາຍ ແລະ ຄ່າປັບລວມູນຄ່າ 120ລ້ານໂດລາອົດສະຕາລີ ຫຼື ປະມານ 2.9ຕື້ບາດ, ຫຼັງສາຍການບິນຂາຍປີ້ໂດຍສານໃນທ່ຽວບິນທີ່ຖືກຍົກເລີກແລ້ວຫຼາຍພັນທ່ຽວແກ່ລູກຄ້າທີ່ໄດ້ຮັບຜົນກະທົບກວ່າ 86,000 ຄົນ ເຖິງແມ່ນວ່າໃນປັດຈຸບັນ, ສານສູນກາງຍັງບໍ່ໄດ້ຮັບການແກ້ໄຂຂອງກໍລະນີ.

#ຂ່າວຕ່າງປະເທດ

07/05/2024
30/04/2024

ຟິລິບປິນ ສັ່ງປິດໂຮງຮຽນທົ່ວປະເທດ ຫຼັງອຸນຫະພູມສູງ 50 ອົງສາ.

ຮ້ອນສຸດຂີດ ຟິລິບປິນ ສັ່ງປິດໂຮງຮຽນທົ່ວປະເທດ ຫຼັງອຸນຫະພູມສູງເຖິງ 50 ອົງສາເຊ - ເປັນອັນຕະລາຍຕໍ່ສຸຂະພາບ.

ເວັບໄຊ້ຕ່າງປະເທດລາຍງານເຖິງສະພາບອາກາດຮ້ອນຈັດໃນ ປະເທດຟິລິບປິນ ສົ່ງຜົນໃຫ້ ໂຮງຮຽນຫຼາຍແຫ່ງໃນເມືອງມະນິລາ ລວມໄປເຖິງສູນລ້ຽງເດັກອີກຫຼາຍແຫ່ງໃນເມືອງເກຊອນ ປະເທດຟິລິປິນສັ່ງຢຸດການຮຽນການສອນ.

ທີ່ມາ: ສຳນັກຂ່າວຕ່າງປະເທດ

29/04/2024

ເກີດເຫດຄາດຕະກຳ!! ເສຍຊີວິດ 1 ຄົນ.

ໃນວັນທີ 29/04/2024 ເວລາ 10:25 ນາທີ, ທາງເຈົ້າໜ້າທີ່ກູ້ໄພໄດ້ລາຍງານວ່າ: ມີເຫດຄາດຕະກຳປາດຄໍ ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 64 ປີ. ທີ່ບ້ານຄອນໄຫຼ (ຄຸ້ມໜອງຫູລີງ) ແຂວງຈຳປາສັກ.

Cr ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈຳປາສັກ.

29/04/2024

ບັງກະລາເທດສັ່ງປິດໂຮງຮຽນ ຫຼັງອຸນຫະພູມຮ້ອນສູງກວ່າ 42 ອົງສາ ສົ່ງຜົນກະທົບຕໍ່ຄູ ແລະ ນັກຮຽນ.

ບັງກະລາເທດສັ່ງປິດໂຮງຽນ - ເມື່ອວັນທີ່ 26 ເມສາ ທີ່ຜ່ານມາ ລາຍງານວ່າ ນັກຮຽນບັງກະລາເທດ ປະມານ 33 ລ້ານຄົນຕ້ອງພັກຢູ່ເຮືອນຫຼັງທາງການສັ່ງປິດໂຮງຮຽນທົ່ວປະເທດຊົ່ວຄາວພາຍຫຼັງສະພາບອາກາດຮ້ອນຫຼາຍ ຫຼາຍພື້ນທີ່ມີອຸນຫະພູມສູງກວ່າ 42 ອົງສາເຊ.

#ຂ່າວຕ່າງປະເທດ

Address

Vientiane

Website

Alerts

Be the first to know and let us send you an email when ຂ່າວດັງ - Hot news posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Share

ຂ່າວດັງ - HOT NEWS

ຂ່າວສານເພື່ອສັງຄົມ ສາມາດແຈ້ງຂ່າວໄດ້ທາງ inbox


Other Media/News Companies in Vientiane

Show All