Winni TVHD ວິນນີ່ທີວີ HD ທີວີຂອງທ່ານ ຂ່າວສານ ແລະຄວາມບັນເທີງ

13/04/2024
ພົບຄົນຖືກຍິງເສຍຊີວິດ 1 ຄົນ ຢູ່ທ່າບັກບ້ານທ່າດອກຄຳ ເມືອງໄຊທານີ ນະຄອນຫລວງວຽຈັນອີງຕາມຂ່າວໜັງສືພິມຄວາມສະຫງົບ ລາຍງານ ວ່າ: ວັນທ...
27/03/2024

ພົບຄົນຖືກຍິງເສຍຊີວິດ 1 ຄົນ ຢູ່ທ່າບັກບ້ານທ່າດອກຄຳ ເມືອງໄຊທານີ ນະຄອນຫລວງວຽຈັນ

ອີງຕາມຂ່າວໜັງສືພິມຄວາມສະຫງົບ ລາຍງານ ວ່າ: ວັນທີ 26 ມີນາ 2024 ນີ້ ເຈົ້າໜ້າທີ່ໜ່ວຍງານສອບສວນ ລົງກວດກາສະຖານທີ່ເກີດເຫດຍິງກັນ ພົບສົບຜູ້ເສຍຊີວິດ 1 ຄົນ ຢູ່ທາງລົງທ່າບັກລະຫວ່າງບ້ານທ່າດອກຄໍາ ໄປຫາບ້ານນາແຖ.

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດ ເປັນເພດຊາຍ ອາຍຸ 37 ປີ ປະຊາຊົນ ຢູ່ບ້ານ ທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກຍິງດ້ວຍອາວຸດປືນບໍ່ຊາບຊະນິດເຂົ້າຕາມລະຕົວ 7 ນັດ.

ສ່ວນແຮງຈູງໃຈ ແລະ ຄົນຮ້າຍທີ່ລົງມືກໍ່ເຫດ ຍັງຢູ່ໃນລະຫວ່າງການສືບສວນ-ສອບສວນຂອງເຈົ້າໜ້າທີ່.

Winni TVHD

26/03/2024

ຜູ້ເຂົ້າປະກວດ MissUniverselaos2024
ຫມາຍເລກ MUL26 ປານິນ ພຸດສະໄຫມ ແກ້ວສັກສິດ
ຊ່ວຍເປັນກຳລັງໃຈເຊຍນ້ອງແດ່.ນ້ອງຍັງບໍທັນມີປະສົບການ(ນ້ອງມີແວວຈະໄປເຖິ່ງຈັກກະວານ)

06/03/2024

ເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຈີນ ໄດ້ນໍາສະເຫນີ ແລະ ສາທິດບິນຢູ່ນະຄອນຫລວງວຽງຈັນ
ຕອນເຊົ້າວັນທີ 4 ມີນານີ້, ເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຈີນ ໄດ້ນໍາສະເໜີ ແລະ ສາທິດບິນຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນຢ່າງເປັນທາງການ ແລະ ສາທິດບິນແຕ່ນະຄອນຫຼວງວຽງຈັນໄປຫາຫຼວງພະບາງ.
ເຮືອບິນໂດຍສານ C919 ແລະ ARJ21 ທີ່ຈີນຜະລິດເອງດ້ວຍເຕັກນິກທີ່ທັນສະໄໝຂອງຈີນ, C919 ເຮືອບິນໂດຍສານຂະໜາດໃຫຍ່ສາມາດບັນຈຸຜູ້ໂດຍສານໄດ້ 158 ຫາ 192 ຄົນ, ບິນໃນລະດັບສູງເຖິງ 4,075 ຫາ 5,555 ແມັດ ແລະ ARJ21 ບັນຈຸຜູ້ໂດຍສານໄດ້ 78-97 ຄົນ, ບິນໃນລະດັບສູງເຖິງ 2.225-3.700 ແມັດ, ເຮືອບິນທັງສອງລໍາຮັບຮອງເອົາການອອກແບບລະບົບການຂັບເຄື່ອນ ແລະ ວັດສະດຸທາງອາກາດທີ່ກ້າວໜ້າ ຮັກສາສິ່ງແວດລ້ອມ. ການອອກແບບຫ້ອງຜູ້ໂດຍສານມີສະພາບແວດລ້ອມໃນການຂັບຂີ່ທີ່ສະດວກສະບາຍ. ພາຍໃນ C919 ແລະ ARJ21 ປະກອບມີບ່ອນນັ່ງຜູ້ໂດຍສານຊັ້ນທຸລະກິດ ແລະ ຊັ້ນທໍາມະດາ, ບ່ອນມ້ຽນກະເປົາ, ເຄື່ອງປັບອາກາດ, ບ່ອນນັ່ງຜູ້ໂດຍສານດ້ວຍລະບົບສໍາພັດມື, ຫ້ອງນໍ້າ, ປະຕູສຸກເສີນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ຜູ້ໂດຍສານເດີນທາງດ້ວຍຄວາມສະດວກແລະປອດໄພ.
ພາຍຫຼັງເປີດຢ້ຽມຊົມ, ທັງສອງຝ່າຍລາວ-ຈີນ ຍັງໄດ້ທົດລອງນັ່ງເຮືອບິນ ARJ21 ເພື່ອບິນໄປ-ກັບ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງທີ່ເປັນເມືອງທ່ອງທ່ຽວຂອງລາວ.

ເກີດເຫດໂຈນງັດຕູ້ກົດເງິນ!!ໃນຄືນຂອງວັນທີ 5 ມີນາ 2024 ເວລາປະມານ 01:00 ໂມງ, ເກີດເຫດມີຄົນຮ້າຍງັດຕູ້ ATM ຂອງທະນາຄານ ຢູ່ຕໍ່ໜ້າສ...
05/03/2024

ເກີດເຫດໂຈນງັດຕູ້ກົດເງິນ!!
ໃນຄືນຂອງວັນທີ 5 ມີນາ 2024 ເວລາປະມານ 01:00 ໂມງ, ເກີດເຫດມີຄົນຮ້າຍງັດຕູ້ ATM ຂອງທະນາຄານ ຢູ່ຕໍ່ໜ້າສຳນັກງານປົກຄອງນະຄອນປາກເຊ.

ຕໍ່ເຫດການດັ່ງກ່າວ, ຄົນຮ້າຍບໍ່ສາມາດນຳເອົາເງິນໃນຕູ້ ATM ໄປໄດ້ ແລະ ຄວາມເສຍຫາຍຍັງຢູ່ໃນຂະບວນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ນະຄອນປາກເຊ.

ຂໍໃຫ້ເຈົ້າໜ້າທີ່ນຳໂຕຄົນງັດມາໄດ້ໄວໆເດີ້.
-----
Cr.ຫ້ອງການ ຖວທ ນະຄອນປາກເຊ
#ງັດຕູ້ATM #ຕູ້ກົດເງິນ

03/03/2024

ຫ້າງແຕກທີ່ລາວ.ແຟນຄັບ4eve ..4EVE at 🪩PEPSI into the New Era 💙🖤
📍PARKSON LAOS
📆 2 March 2024

4EVE X PEPSI LAOS
#เป๊ปซี่ฟาฟีฟไปม่วนซื่นที่เวียงจันทน์
#ປະເທດລາວມີ4EVEແລ້ວ




ດີໃຈນຳນ້ອງແຮນນ້າ

4EVE at 🪩PEPSI into the New Era 💙🖤 📍PARKSON LAOS📆 2 March 20244EVE X PEPSI LAOS #เป๊ปซี่ฟาฟีฟไปม่วนซื่นที่เวียงจันทน์  #...
02/03/2024

4EVE at 🪩PEPSI into the New Era 💙🖤
📍PARKSON LAOS
📆 2 March 2024

4EVE X PEPSI LAOS
#เป๊ปซี่ฟาฟีฟไปม่วนซื่นที่เวียงจันทน์
#ປະເທດລາວມີ4EVEແລ້ວ



ໃນເວລາ 22:10ນາທີ ຂອງວັນທີ່ 2/3/2024 ໄດ້ມີເຫດລົດໃຫ່ຍຕຳກັບລົດໃຫ່ຍແລ້ວມາຕຳໃສ່ລົດຈັກ ເຫດເກີດທີ່ບ້ານໂພນປ່າເປົ້າ ຫນ້າຮ້ານອາຫານ...
02/03/2024

ໃນເວລາ 22:10ນາທີ ຂອງວັນທີ່ 2/3/2024 ໄດ້ມີເຫດລົດໃຫ່ຍຕຳກັບລົດໃຫ່ຍແລ້ວມາຕຳໃສ່ລົດຈັກ ເຫດເກີດທີ່ບ້ານໂພນປ່າເປົ້າ ຫນ້າຮ້ານອາຫານແສງເດືອນ..ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຕອນນີ້ຫນ່ວຍກູ້ໄພກຳລັງເຂົ້າມາໃນທີ່ເກີດເຫດ.ຕອນນີ້ຍັງບໍ່ທັນຮູ້ວ່າມີຜູ້ບາດເຈັບຫລືເສຍຊີວິດຫລືບໍ..ຈະລາຍງານພາຍຫລັງ..(ມີຄລີບໃຕ້ຄອມເມັ້ນ)
tv hd
ຂໍຂອບໃຈພາບຂ່າວຈາກ Bob Be OG

‼️ເຕືອນໄພ ! ລະວັງຕົກເປັນເຫຍື່ອຂອງມິດສາຊີບ ‼️❌ຫ້າມກົດ ຫຼື ເຂົ້າໄປຕື່ມຂໍ້ມູນລິ້ງດັ່ງກ່າວນີ້ເດັດຂາດ❌⚠️ ທະນາຄານການຄ້າຕ່າງປະເ...
19/02/2024

‼️ເຕືອນໄພ ! ລະວັງຕົກເປັນເຫຍື່ອຂອງມິດສາຊີບ ‼️
❌ຫ້າມກົດ ຫຼື ເຂົ້າໄປຕື່ມຂໍ້ມູນລິ້ງດັ່ງກ່າວນີ້ເດັດຂາດ❌

⚠️ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງໃຫ້ຊາບວ່າ ປັດຈຸບັນ ໄດ້ມີບຸກຄົນບໍ່ຫວັງດີແອບອ້າງສ້າງລິ້ງປອມລໍ້ລ່ວງແຈກເງິນລາງວັນ ແລະ ສ້າງລິ້ງປອມແອບອ້າງເປັນແອັບ BCEL One ເພື່ອໃຫ້ຄົນເຂົ້າໄປ ຕື່ມຂໍ້ມູນ. ພວກເຮົາຂໍຢືນຢັນວ່າ ທາງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ບໍ່ໄດ້ຈັດ ຫຼື ມີສ່ວນກ່ຽວຂ້ອງໃດໆກັບກິດຈະກຳດັ່ງກ່າວນີ້ ແລະ ຂໍໃຫ້ພວກທ່ານ ຢ່າຫຼົງເຊື່ອເດັດຂາດ.

⚠️ ຮູບແບບການລໍ້ລວງແມ່ນທ່ານອາດຈະໄດ້ຮັບລິ້ງຜ່ານ WhatsApp, Messenger ຫຼື LINE, ເຊິ່ງທ່ານຕ້ອງແຊຣ໌ລົງກຸ່ມ ຫຼື ໃຫ້ໝູ່ ພ້ອມຕອບຄຳຖາມເພື່ອຮັບລາງວັນເງິນສົດ. ຖ້າໃນກໍລະນີ ທ່ານ ພົບເຫັນ ຫຼື ໄດ້ຮັບຂໍ້ຄວາມຮູບແບບນີ້, ກະລຸນາບໍ່ກົດເຂົ້າ, ແຊຣ໌ ຫລື ສົ່ງຕໍ່ ເພາະລິ້ງເວັບໄຊ້ ດັ່ງກ່າວເປັນລິ້ງ "SCAM" ເຊິ່ງອາດລໍ້ລວງເອົາຂໍ້ມູນສ່ວນໂຕຂອງທ່ານ ເພື່ອນຳໄປໃຊ້ໃນທາງເສຍຫາຍໄດ້.

👉 ເມື່ອທ່ານພົບເຫັນການໂຄສະນາທີ່ໜ້າສົງໄສ ທ່ານສາມາດສອບຖາມຂໍ້ມູນຕ່າງໆໄດ້ຜ່ານຊ່ອງທາງ ທີ່ເປັນທາງການຂອງ ທຄຕລ ດັ່ງລາຍລະອຽດລຸ່ມນີ້:
1. ຕິດຕໍ່ສອບຖາມ ແລະ ແກ້ໄຂບັນຫາ ຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ແມ່ນໂທສາຍດ່ວນ 1555 ຫຼື ໂທອອນລາຍ, ສົ່ງຂໍ້ຄວາມຫາທີມງານ OneCare Support ຜ່ານແອັບ BCEL One ໄດ້ຕະຫລອດ 24/7.

2. ການຕິດຕາມຂໍ້ມູນຂ່າວສານຂອງ ທຄຕລ ແມ່ນຜ່ານຊ່ອງທາງ Website: www.bcel.com.la, Facebook Fan Page: BCEL Bank, BCEL Promotion, OneHeart.la, BCEL Property for Sales, IG: bcelbank, YouTube: BCEL Channel ແລະ TikTok: BCEL Bank.

📌ໝາຍເຫດ: ທຄຕລ ຈະບໍ່ໃຊ້ຊ່ອງທາງ App ຫຼື Social ອື່ນ ນອກເໜືອທີ່ບຸໄວ້ໃນຂໍ້ 1 ໃນການຕິດຕໍ່ຫາລູກຄ້າ ໂດຍສະເພາະແມ່ນທາງ Facebook, Instagram, Messenger, Website, WhatsApp… ຫາກພົບເຫັນກໍລະນີລັກສະນະນີ້ ແມ່ນໃຫ້ມີສະຕິເພາະອາດຈະເປັນການຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ຫວັງດີ.

ຍິນດີນຳພໍ່ຕູ້ເສດຖີ່ຄົນໃຫມ່ຜູ້ໂຊກດີຖືກລາງວັນຫວຍພັດທະນາລາວ ອອກຄັ້ງວັນທີ່ 5/2/2024...ເຊິ່ງເລກທີ່ອອກໄດ້ແກ່ 202263ເຊີ່ງພໍ່ຕູ້...
06/02/2024

ຍິນດີນຳພໍ່ຕູ້ເສດຖີ່ຄົນໃຫມ່ຜູ້ໂຊກດີຖືກລາງວັນຫວຍພັດທະນາລາວ ອອກຄັ້ງວັນທີ່ 5/2/2024...ເຊິ່ງເລກທີ່ອອກໄດ້ແກ່ 202263
ເຊີ່ງພໍ່ຕູ້ຖືກເລກ6ໂຕແລະເລກ5ໂຕ
👉🏻ຖືກເລກ6ໂຕ 4000ກີບ ລວມມູນຄ່າ 1.600.000.000ກີບ
👉🏻ຖືກເລກ5ໂຕ 6000ກີບ ລວມມູນຄ່າ 240.000.000ກີບ
ລວມມູນຄ່າຖືກທັງຫມົດ 1.840.000.000ກີບ (ຫນື່ງຕື້ແປດຮ້ອຍສີ່ສິບລ້ານກີບ)
#ຫວຍພັດທະນາລາວ

ເດີນທາງທາງໃດກະໃຫ້ມີສະຕິລະມັດລະວັງກັນແນ່ເດີ້ລົດຕົກແພຢູ່ດ່ານບືງການ-ປາກຊັນ ຄົນໃນລົດປອດໄພເດີ້ບຸນຄ້ຳບຸນຈ່ອງ #ລົດຄົນໄທ01/02/20...
01/02/2024

ເດີນທາງທາງໃດກະໃຫ້ມີສະຕິລະມັດລະວັງກັນແນ່ເດີ້
ລົດຕົກແພຢູ່ດ່ານບືງການ-ປາກຊັນ
ຄົນໃນລົດປອດໄພເດີ້ບຸນຄ້ຳບຸນຈ່ອງ
#ລົດຄົນໄທ
01/02/2024ເວລາ15:50ໂມງ

01/02/2024

ເດີນທາງທາງໃດກະໃຫ້ມີສະຕິລະມັດລະວັງກັນແນ່ເດີ້
ລົດຕົກແພຢູ່ດ່ານບືງການ-ປາກຊັນ
ຄົນໃນລົດປອດໄພເດີ້ບຸນຄ້ຳບຸນຈ່ອງ
#ລົດຄົນໄທ
01/02/2024ເວລາ15:50ໂມງ

📌 ເກີດອຸປະຕິເຫດ ລົດຂົນເບຍ ປີ້ນ !!!! ໃນໄລຍະການເດີນທາງ 👇👇👇👉 ໃນວັນທີ 28 ມັງກອນ 2024 ນີ້ , ຈຸດເກີດເຫດ ຢູ່ທາງຕັດໃຫມ່ຄ້ອຍ ບ້ານ...
28/01/2024

📌 ເກີດອຸປະຕິເຫດ ລົດຂົນເບຍ ປີ້ນ !!!! ໃນໄລຍະການເດີນທາງ 👇👇👇

👉 ໃນວັນທີ 28 ມັງກອນ 2024 ນີ້ , ຈຸດເກີດເຫດ ຢູ່ທາງຕັດໃຫມ່ຄ້ອຍ ບ້ານໂນນສະຫວັນ , ເມືອງໝື່ນ ຫາ ເມືອງຊະນະຄາມ ແຂວງວຽງຈັນ!!!

23/01/2024

📌 ໃນວັນທີ 23 /01/2024, ເວລາ 15:00 ໂມງ , ໄດ້ເກີດເຫດໄຟໃໝ້ສາງເຄື່ອງເກັບສິນຄ້າ ຫຼື ສວນສະໜຸກເກົ່າ, ເຂດບ້ານຮ່ອງຄ້າ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ .
#ຂໍໃຫ້ທຸກຄົນປອດໄພ !!!

 #ເຫດລົດ6ລໍ້ເສຍຫລັກລົງຄ້ອຍປີ້ນ(ເສຍຊີວິດ 3 ລາຍ) ຕິດພາຍໃນລົດ-----------------------------------ວັນທີ22/01/2024 ເວລາ 16:20 ...
22/01/2024

#ເຫດລົດ6ລໍ້ເສຍຫລັກລົງຄ້ອຍປີ້ນ(ເສຍຊີວິດ 3 ລາຍ) ຕິດພາຍໃນລົດ
-----------------------------------
ວັນທີ22/01/2024 ເວລາ 16:20 ໂມງ.

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດ6ລໍ້ເສຍຫລັກຫລົງຄ້ອຍປີ້ນ

+ຈຸດເກີດເຫດແມ່ນເສັ້ນທາງຊະນະຄາມ-ປາກລາຍ

ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ 3 ຄົນ. ຕິດພາຍໃນລົດ. ທິມງານອາສາພ້ອມອຸປະກອນໄດ້ຕັດງັດເອົາຜູ້ເສຍຊີວິດອອກມາ

-ຜູ້ທີ1ເປັນເພດຊາຍ ອາຍຸ45ປີ ບ້ານດົງໂພນເລົາ ເມືອງຫາດຊາຍຟອງ
-ຜູ້ທີ2ເປັນເພດຊາຍ ອາຍຸ27ປີ ບ້ານດົງຄຳຊ້າງ ເມືອງຫາດຊາຊາຍຟອງ
-ຜູ້ທີ3ເປັນເພດຊາຍ ອາຍຸ27ປີ ບ້ານນາໄຫ ເມືອງຫາດຊາຍຟອງ

ຜູ້ເສຍຊີວິດແມ່ນທາງຫນ່ວຍກູ້ໄພນຳສົ່ງກັບວັດປ່າເພື່ອໃຫ້ຍາດຕິພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ທາງຫນ່ວຍກູ້ໄພມູນນິທິຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງດ້ວຍຄອບຄົວໃນເຫດການຄັ້ງນີ້.

-----------------------------------
ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ:
092-12-00-01026649-001 LAK.
092-12-01-01026649-001 USD.
092-12-02-01026649-001 THB.

-----------------------------------
#ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.

20/01/2024

ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 75ປີ ຢ່າງສຸດໃຈ 20ມັງກອນ 1949-20ມັງກອນ 2024

19/01/2024

ເກີດເຫດ ນັກທ່ອງທ່ຽວຕ່າງປະເທດ ຂີ່ຫລັງຄາລົດຕຳຄານກັ້ນຄວາມສູງ​ ໄດ້ບາດເຈັບ 8 ຄົນ

ໜ່ວຍກູ້ໄພ 1623 ລາຍງານວ່າ: ຕອນແລງຂອງວັນທີ 19 ມັງກອນ​ 2024 ນີ້​ ມີອຸບັດເຫດເກີດຂຶ້ນຢູ່ເສັ້ນທາງໄປຂົວນໍ້າຊ​ອງ ເມືອງວັງວຽງ ແຂວງ​ວຽງ​ຈັນ​ ໄດ້ຮັບບາດເຈັບ​ 8​ ຄົນ​ ເປັນນັກທ່ອງທ່ຽວຊາວຕ່າງປະເທດ.​

ຜູ້ເຫັນ​ເຫດການ​ເລົ່າ​ວ່າ​ ນັກທ່ອງທ່ຽວຈຳນວນດັ່ງກ່າວ ໄດ້ຂຶ້ນຂີ່ເທິງຫລັງຄາລົດສອງແຖວ​ ເມື່ອຮອດຈຸດທີ່ມີຄານກັ້ນຄວາມສູງຂອງລົດແບບປະຕູໂຂງ ປ້ອງກັນບໍ່ໃຫ້ລົດທີ່ມີຄວາມສູງ​ແລ່ນຜ່ານ ເຮັດໃຫ້ນັກທ່ອງທ່ຽວທີ່ຂີ່ຢູ່ເທິງຫລັງຄາຕຳເອົາຄານດັ່ງກ່າວຈົນຕົກຈາກຫລັງຄາລົດ​ລົງສູ່ພື້ນດິນໄດ້ຮັບບາດເຈັບ.​

ກູ້ໄພ​ 1623​ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ​ ສົ່ງຕໍ່ໄປປິ່ນປົວຢູ່ໂຮງໝໍ.​

ເຫດການນີ້ເປັນອຸທາຫອນ ຝາກເຕືອນເຖິງຜູ້ໃຫ້ບໍລິການຮັບສົ່ງໂດຍສານ ເຕືອນ​ຜູ້ໂດຍສານ​ ແລະ​ ນັກທ່ອງທ່ຽວໃຫ້ປະຕິບັດບຽບຈະລາຈອນ ບໍ່ຄວນຂີ່ເທິງຫລັງຄາໂດຍເດັດຂາດ​ ແລະ ຜູ້ບໍລິການເອງກໍຄວນເຂັ້ມງວດແລະຄຳນຶງເຖິງຄວາມປອດໄພຂອງນັກທ່ອງທ່ຽວເປັນຫລັກ ອັນໃດເຫັນວ່າມີຄວາມສຽງຄວນຫລີກລ່ຽງ ເພື່ອປ້ອງອຸບັດເຫດທີ່ອາດເກີດຂຶ້ນ.​

ຂໍໃຫ້ທຸກຄົນປອດໄພ🙏🙏🙏

ສ່ວນລາຍລະອຽດເຈົ້າໜ້າທີ່ພວມເກັບກຳຂໍ້ມູນ ຫາກມີຄວາມຄືບໜ້າທີມຂ່າວຈະລາຍງານໃຫ້ຊາບຕື່ມ.​

#ຂ່າວຮູບພາບລາວພັດທະນາ

ເກີດເຫດ ນັກທ່ອງທ່ຽວຕ່າງປະເທດ ຂີ່ຫລັງຄາລົດຕຳຄານກັ້ນຄວາມສູງ​ ໄດ້ບາດເຈັບ 8 ຄົນໜ່ວຍກູ້ໄພ 1623 ລາຍງານວ່າ: ຕອນແລງຂອງວັນທີ 19 ມ...
19/01/2024

ເກີດເຫດ ນັກທ່ອງທ່ຽວຕ່າງປະເທດ ຂີ່ຫລັງຄາລົດຕຳຄານກັ້ນຄວາມສູງ​ ໄດ້ບາດເຈັບ 8 ຄົນ

ໜ່ວຍກູ້ໄພ 1623 ລາຍງານວ່າ: ຕອນແລງຂອງວັນທີ 19 ມັງກອນ​ 2024 ນີ້​ ມີອຸບັດເຫດເກີດຂຶ້ນຢູ່ເສັ້ນທາງໄປຂົວນໍ້າຊ​ອງ ເມືອງວັງວຽງ ແຂວງ​ວຽງ​ຈັນ​ ໄດ້ຮັບບາດເຈັບ​ 8​ ຄົນ​ ເປັນນັກທ່ອງທ່ຽວຊາວຕ່າງປະເທດ.​

ຜູ້ເຫັນ​ເຫດການ​ເລົ່າ​ວ່າ​ ນັກທ່ອງທ່ຽວຈຳນວນດັ່ງກ່າວ ໄດ້ຂຶ້ນຂີ່ເທິງຫລັງຄາລົດສອງແຖວ​ ເມື່ອຮອດຈຸດທີ່ມີຄານກັ້ນຄວາມສູງຂອງລົດແບບປະຕູໂຂງ ປ້ອງກັນບໍ່ໃຫ້ລົດທີ່ມີຄວາມສູງ​ແລ່ນຜ່ານ ເຮັດໃຫ້ນັກທ່ອງທ່ຽວທີ່ຂີ່ຢູ່ເທິງຫລັງຄາຕຳເອົາຄານດັ່ງກ່າວຈົນຕົກຈາກຫລັງຄາລົດ​ລົງສູ່ພື້ນດິນໄດ້ຮັບບາດເຈັບ.​

ກູ້ໄພ​ 1623​ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ​ ສົ່ງຕໍ່ໄປປິ່ນປົວຢູ່ໂຮງໝໍ.​

ເຫດການນີ້ເປັນອຸທາຫອນ ຝາກເຕືອນເຖິງຜູ້ໃຫ້ບໍລິການຮັບສົ່ງໂດຍສານ ເຕືອນ​ຜູ້ໂດຍສານ​ ແລະ​ ນັກທ່ອງທ່ຽວໃຫ້ປະຕິບັດບຽບຈະລາຈອນ ບໍ່ຄວນຂີ່ເທິງຫລັງຄາໂດຍເດັດຂາດ​ ແລະ ຜູ້ບໍລິການເອງກໍຄວນເຂັ້ມງວດແລະຄຳນຶງເຖິງຄວາມປອດໄພຂອງນັກທ່ອງທ່ຽວເປັນຫລັກ ອັນໃດເຫັນວ່າມີຄວາມສຽງຄວນຫລີກລ່ຽງ ເພື່ອປ້ອງອຸບັດເຫດທີ່ອາດເກີດຂຶ້ນ.​

ຂໍໃຫ້ທຸກຄົນປອດໄພ🙏🙏🙏

ສ່ວນລາຍລະອຽດເຈົ້າໜ້າທີ່ພວມເກັບກຳຂໍ້ມູນ ຫາກມີຄວາມຄືບໜ້າທີມຂ່າວຈະລາຍງານໃຫ້ຊາບຕື່ມ.​

tv HD

🗣🗣Miss Global 2023 Final Competition😍😍ຮ່ວມສົ່ງກຳລັງແຮງເຊຍ ນ້ອງ Budseng Vongchanthum ກັບຮອບຕັດສິນ ໃນຄ່ຳຄືນນີ້ ເວລາ 20:00ໂ...
18/01/2024

🗣🗣Miss Global 2023 Final Competition😍😍
ຮ່ວມສົ່ງກຳລັງແຮງເຊຍ ນ້ອງ Budseng Vongchanthum ກັບຮອບຕັດສິນ ໃນຄ່ຳຄືນນີ້ ເວລາ 20:00ໂມງ ທີ່ປະເທດກຳປູເຈຍ, ສາຍສະພາຍລາວຕ້ອງໂດດເດັ່ນ ເທິງເວທີລະດັບໂລກ

Photo: Ji Love U Stu
Dress: Olivia Dress Studio
Jewelry: Anda Collection
Makeup: Max Makeup
Artwork: Do Lasavong

17/01/2024

👉ເຫດການ ມີໂຈນມາງັດຫ້ອງແຖວ ເຫດການນີ້ເກີດຢູ່ຫ້ອງແຖວບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.ກ້ອງວົງຈອນໄດ້ຈັບພາບມີໂຈນ2ຄົນຂີ່ລົດຈັກມາຈອດຂ້າງຫ້ອງແລ້ວມີ1ຄົນເຂົ້າມາງັດຫ້ອງ.ດີທີ່ມີຄົນຢູ່ຫ້ອງຂ້າງໄດ້ຍິນເລີຍອອກມາເຫັນກ່ອນ.ໂຈນເລີຍບໍທັນໄດ້ລັກຫຍັງໄປໄດ້
👉ຝາກເຕືອນສະຕິທຸກຄົນທີ່ເຊົ່າຫ້ອງແຖວໃຫ້ເບີ່ງແຍງຫ້ອງໃຫ້ດີ.ໃສກະແຈທີ່ໄດ້ມາດຕະຖານ
TVHD

📌ວັນທີ 18 ມັງກອນ 2024 ນີ້ ຊາວນະຄອນຫຼວງວຽງຈັນ ກຽມພົບກັບການບິນສະແດງໂຊທີ່ ບຶງທາດຫຼວງ, ຈາກກອງທັບອາກາດປະຊາຊົນລາວ ແລະ ກອງທັບອາ...
16/01/2024

📌ວັນທີ 18 ມັງກອນ 2024 ນີ້ ຊາວນະຄອນຫຼວງວຽງຈັນ ກຽມພົບກັບການບິນສະແດງໂຊທີ່ ບຶງທາດຫຼວງ, ຈາກກອງທັບອາກາດປະຊາຊົນລາວ ແລະ ກອງທັບອາກາດປະຊາຊົນຈີນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ເຊິ່ງຈະນໍາໃຊ້ເຮືອບິນອາຍພົນ Hongdu JL-8 ຈໍານວນ 9 ລຳ ແລະ ອີກຫຼາຍລຳຈາກກອງທັບລາວ ເວລາບິນໃນຊ່ວງເຊົ້າ 8 ໂມງເປັນຕົ້ນໄປ 🛩🛩🛩🛩

14/01/2024

ໃນວັນທີ່ 12/1/2024
ກົງສຳເດັດພະເທບ ສະເດັດມາຢ້ຽມຍາມ ສປປ ລາວ ຕາມຄຳເຊີນຂອງ ທ່ານນາງ ປານີ ຍາທໍ່ຕູ້ ປະທານສະພາແຫ່ງຊາດ

11/01/2024

ພົບກັບຄວາມຍິ່ງໃຫຍ່
ປີນີ້ຈັດຍິ່ງໃຫຍ່ ອະລັງການຫຼາຍ
ງານເທດສະການດອກງິ້ວບານ 2024
#ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
#ເທດສະການດອກງິ້ວບານ
#ນາງສາວທ່ອງທ່ຽວລາວ

10/01/2024

📌 ລົດບັນທຸກສິນຄ້າ ລາວ- ຈີນ , ຢຽບເດັກນ້ອຍແລ່ນຢູ່ແຄມທາງ ເຮັດໃຫ້ເສຍຊີວິດຄາທີ່ 1 ຄົນ !
-------------------------------------------------------------------------------
ໃນວັນທີ 10 ມັງກອນ 2024 ນີ້ , ເວລາ 10:00 ໂມງເຊົ້າ ໄດ້ ເກີດເຫດ ລົດໃຫຍ່ຢຽບເດັກນ້ອຍ ແລ່ນຕາມແຄມທາງເສຍຊີວິດຄາທີ່ 1 ຄົນ , ຢູ່ບ້ານນາໝໍ້ ແຂວງ ອຸດົມໄຊ !!

#ຂໍສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ
#ຢ່າໃຫ້ລູກຫຼານທ່ານຍ່າງອອກມາຫຼິ້ນແຄມທາງໃຫຍ່
#ຝາກເຖິງຜູ້ຂັບຂີ່ບໍ່ຄວນແລ່ນລົດໄວແລະປະໝາດ

TVHD

ຫົວສັກກະທຽມ ລົງຂ້າງປ່າ      ເກີດເຫດ ລົດໃຫຍ່ຕຳເສຍຫລັກປີ້ນໃນປ່າ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ (ຂອບເຂດທາງເຂົ້າຕາດມູນ)ເວລາປ...
07/01/2024

ຫົວສັກກະທຽມ ລົງຂ້າງປ່າ
ເກີດເຫດ ລົດໃຫຍ່ຕຳເສຍຫລັກປີ້ນໃນປ່າ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ (ຂອບເຂດທາງເຂົ້າຕາດມູນ)
ເວລາປະມານ 15:00 ໂມງ ຂອງວັນທີ 7 ມັງກອນ 2024 ນີ້, ເບື້ອງຕົ້ນມີຄົນໄດ້ຮັບບາດເຈັບ 2 ຄົນ.

Cr: Mouk Davan

📌  ເກີດອຸປະຕິເຫດນັກທ່ອງທ່ຽວຂັບລົດ “ບັ໋ກກີ່” ເສຍຫລັກແລ້ວປີ້ນລົງຂ້າງທາງ ເສຍຊີວິດຄາທີ່ !!!📌 ໃນເວລາປະມານ 12:00 ໂມງ ຂອງວັນທີ ...
03/01/2024

📌 ເກີດອຸປະຕິເຫດນັກທ່ອງທ່ຽວຂັບລົດ “ບັ໋ກກີ່” ເສຍຫລັກແລ້ວປີ້ນລົງຂ້າງທາງ ເສຍຊີວິດຄາທີ່ !!!

📌 ໃນເວລາປະມານ 12:00 ໂມງ ຂອງວັນທີ 3 ມັງກອນ 2024 ນີ້, ໄດ້ເກີດອຸປະຕິເຫດລົດ ບັ໋ກກີ່ (Buggy) ຂັບຂີ່ໂດຍນັກທ່ອງທ່ຽວສັນຊາດເກົາຫລີ ເສຍຫລັກປີ້ນລົງຂ້າງທາງ ຢູ່ບ້ານນາລ້ອງກວາງ ເມືອງວັງວຽງ ແຂວງວຽງຈັນ. ເຮັດໃຫ້ຜູ້ຂັບຂີ່ລົດເສຍຊີວິດຄາທີ່.
ສະແດງຄວາມເສຍໃຈກັບຜູ້ເສຍຊີວິດດ້ວຍ

ພາບ: ສຸລິນ ຄຳວົງສະຫວັດ
ຂໍຂອບໃຈຂໍ້ມູນຂ່າວຈາກ: 6ສະຖານີຂ່າວສານບັນເທີງ ຂອງທຸກຄົນ

HD ທີວີຂອງທ່ານຂ່າວສານແລະຄວາມບັນເທີງ

31/12/2023

ສະບາຍດີປີໃຫມ່ ຄ.ສ 2024 ພ.ສ 2567
Happy New year 2024

Happy New Year 2024
31/12/2023

Happy New Year 2024

ນ້ຳໃຈວັນຊາດ ທີ່2 ທັນວາຫມັ້ນຍືນ
02/12/2023

ນ້ຳໃຈວັນຊາດ ທີ່2 ທັນວາຫມັ້ນຍືນ

🇱🇦🇱🇦🇱🇦ອອກເດີນທາງແລ້ວ! ໂອເລ້ ສີໂຄດ Miss Fabulous Laos 2023 ເພື່ອຮ່ວມເກັບຕົວ ແລະ ປະກວດ  Miss Fabulous International 2023 ທ...
26/11/2023

🇱🇦🇱🇦🇱🇦ອອກເດີນທາງແລ້ວ! ໂອເລ້ ສີໂຄດ Miss Fabulous Laos 2023 ເພື່ອຮ່ວມເກັບຕົວ ແລະ ປະກວດ Miss Fabulous International 2023 ທີ່ປະເທດໄທ

ເຊີ່ງການປະກວດຮອບຕັດສິນ ຈະໄດ້ຈັດຂື້ນໃນວັນທີ 3 ທັນວາ 2023 ນີ້

Address

23
Vientiane
8425

Telephone

+8562091084125

Website

Alerts

Be the first to know and let us send you an email when Winni TVHD posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Winni TVHD:

Videos

Share


Other Media/News Companies in Vientiane

Show All