ຂ່າວເມືອງໝື່ນ

ຂ່າວເມືອງໝື່ນ ຂ່າວເມືອງໝື່ນ ແມ່ນກະບອກສຽງຂອງ

ແຈ້ງກ່ຽວກັບວັນພັກຊົດເຊີຍວັນບຸນປີໃໝ່ລາວ
12/04/2023

ແຈ້ງກ່ຽວກັບວັນພັກຊົດເຊີຍວັນບຸນປີໃໝ່ລາວ

ນັກຮຽນຊັ້ນມໍຕົ້ນ ແລະ ມໍປາຍຂອງເມືອງໝື່ນໄດ້ຮັບຟັງການເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ.----------------------------...
07/04/2023

ນັກຮຽນຊັ້ນມໍຕົ້ນ ແລະ ມໍປາຍຂອງເມືອງໝື່ນໄດ້ຮັບຟັງການເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ.
------------------------------------------------
ເພື່ອເປັນການປູກຈິດສຳນຶກໃຫ້ບັນດານັກຮຽນຊັ້ນມໍຕົ້ນ ແລະ ມໍປາຍທົ່ວເມືອງໝື່ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊຶ່ງສະນັ້ນພະແນກຕຳຫຼວດຈະລາຈອນແຂວງວຽງຈັນໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ຢູ່ບັນດາໂຮງຮຽນຢູ່ເມືອງໝື່ນໂດຍເລີ່ມແຕ່ວັນທີ 5 ເມສາ ຫາວັນທີ່ 6 ເມສາ 2023 ເຊິ່ງໄດ້ນຳພາໂດຍທ່ານ ພັທ ກົງຈັນ ສີວິໄລວົງ ຮອງພະແນກຕຳຫຼວດຈະລາຈອນກອງບັນຊາການ ປກສ ແຂວງ, ມີ ທ່ານ ອານົງ ອິນທະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທີການ ແລະ ຂົນສົ່ງແຂວງ, ມີຄະນະທີມງານໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ, ມີອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຮັບຟັງປະມານ 500 ກ່ວາຄົນ.
ທ່ານ ພັຕ ທອງວັນ ປັນຍາດີ ຫົວໜ້າກອງຈະລາຈອນ ກອງບັນຊາການ ປກສ ແຂວງໄດ້ຂື້ນເຜີຍແຜ່ກ່ຽວກັບກົດລະບຽບຈະລາຈອນ, ການລະເມີດ ແລະ ການຂັບຂີ່ປອດໄພເຊຶ່ງການໂຄສະນາດັ່ງກ່າວກໍ່ເພື່ອເປັນການປູກຈິດສຳນືກໃຫ້ບັນດາຄູອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ເຂົ້າໃຈກົດລະບຽບໃນການຂັບຂີ່, ຮູ້ກ່ຽວຜົນຂອງການລະເມີດກໍ່ໃຫ້ເກີດອຸປະຕິເຫດ ແລະ ຮູ້ເຖິງຜົນຮ້າຍຂອງການລະເມີດກົດຈະລາຈອນ, ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນ ແລະ ມີສະຕິໃນການຂັບຂີ່ຍານພາຫະນະ, ຫຼີກລ້ຽງຈາກການເກີດອຸປະຕິເຫດທີ່ຈະເກີດຂື້ນ, ຫຼັງຈາກນັ້ນ ທ່ານ ສຳລີ ໄຊຍະລາດ ວິຊາການພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນໄດ້ຂື້ນໂຄສະນາເຜີຍແຜ່ກ່ຽວກັບບັນດາປ້າຍຕ່າງໆບົນເສັ້ນທາງຂອງປະເທດລາວເຮົາໂດຍທ່ານໄດ້ອະທິບາຍຢ່າງລະອຽດກ່ຽວກັບຄວາມໝາຍ, ວິທີການປະຕິບັດຕາມບັນດາປ້າຍຕ່າງໆໃຫ້ຖືກຕ້ອງຕາມຄວາມເປັນຈີງຂອງການສັນຈອນໄປມາຕາມທ້ອງຖະໜົນ.
ຕອນທ້າຍຍັງໄດ້ຈັດກິດຈະກຳຖາມ-ຕອບ ເພື່ອທົບທວນ ຄວາມຮູ້ ແລະ ຄວາມເຂົ້າໃຈຂອງນັກຮຽນພ້ອມທັງມອບໂພສ໌ເຕີ່ໃຫ້ຄູອາຈານ ແລະ ມອບຂອງຂັວນໃຫ້ແກ່ນ້ອງນັກຮຽນຜູ້ທີ່ຕອບຄຳຖາມຖືກຕ້ອງຕື່ມອິກ. ຂະບວນການເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ໄດ້ລົງເຄື່ອນໄຫວຢູ່ 3 ໂຮງຮຽນຄື: ວັນທີ່ 5 ເມສາ 2023 ເຄື່ອນໄຫວຢູ່ໂຮງຮຽນ ມໍຕົ້ນແສງສະຫວ່າງ ແລະ ຢູ່ ໂຮງຮຽນ ມສ ເມືອງໝື່ນ ແລະ ວັນທີ່ 6 ເມສາ ເຄື່ອນໄຫວຢູ່ໂຮງຮຽນ ມສ ນ້ຳຮອນ.
ຂ່າວ,ພາບ: ຄຳເພັດ. 55263061

ປະກາດຮັບຮອງ 4 ບ້ານ ຂອງເມືອງໝື່ນ ເປັນບ້ານປ້ອງກັນຊາດເຂັ້ມແຂງ-----------------------------------------------------------   ...
06/04/2023

ປະກາດຮັບຮອງ 4 ບ້ານ ຂອງເມືອງໝື່ນ ເປັນບ້ານປ້ອງກັນຊາດເຂັ້ມແຂງ
-----------------------------------------------------------
ຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ເມືອງໝື່ນໄດ້ເປີດພີທີປະກາດຮັບຮອງ ບ້ານປາກຈັນ, ບ້ານກ້ອນຄຳ, ບ້ານນ້ຳເລົ້າ ແລະ ບ້ານໂນນຕ້ອງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 8,9,10,11 ຂອງເມືອງໝື່ນ, ແຫ່ງທີ 22 ຂອງແຂວງວຽງຈັນ ຂື້ນຢ່າງເປັນທາງການຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນເທີດ ສຸຫັວດດີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງໝື່ນ, ມີທ່ານ ພົນຈັກຕະວາ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ຮອງປະທານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຫົວໜ້າກອງບັນຊາການ ທະຫານ ແຂວງວຽງຈັນ, ມີ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ ແລະ ອົງການຈັດຕັ້ງບ້ານ 4 ບ້ານ ພ້ອມທັງພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຊຽງທຳ ນຽວແກ້ວ ເລຂາພັກບ້ານນາຍບ້ານ - ບ້ານກ້ອນຄຳໄດ້ໃຫ້ກຽດຕ່າງໜ້າ 04 ບ້ານຂື້ນຜ່ານບົດສະຫຼຸບຂອງ ບ້ານ ຄື: ບ້ານ ປາກຈັນ, ບ້ານ ກ້ອນຄຳ, ບ້ານ ນ້ຳເລົ້າ ແລະ ບ້ານ ໂນນຕ້ອງເປັນບ້ານທີ່ຂື້ນກັບເມືອງໝື່ນ ປະກອບມີ ອົງການຈັດຕັ້ງບ້ານຄົບຊຸດ, ປະຊາຊົນມີຄວາມດຸໝັ່ນຂະຫຍັ່ນພຽນໃນການທຳມາຫາກິນເພື່ອລ້ຽງຊີບ, ເປັນເຂດທີມີດີນນ້ຳຊຸມ ສະດວກໃນການປູກຝັງລ້ຽງສັດປະຊາຊົນຕັ້ງບ້ານຢູ່ລຽບຕາມເສັ້ນທາງຫຼວງທີ11 ເສັ້ນທາງເລກທີ 4501 ມີເນື້ອທີ່ທັງໝົດ 62.505.720 ເຮັກຕາ, ມີພົນລະເມືອງທັງໝົດ 6648 ຄົນ, ຍີງ 3255 ຄົນ, ມີ 1126 ຫຼັງຄາເຮືອນ, ມີ 1047 ຄອບຄົວ, ມີ 65 ໜ່ວຍສາມັກຄີ ທັງ 04 ບ້ານໄດ້ຜ່ານ 17 ມາດຖານຂອງການສ້າງບ້ານວັດທະນະທຳມາແລ້ວ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບດີ, ມີທ່າແຮງບົ່ມຊ້ອນຫຼາຍດ້ານ ທີ່ເປັນເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບ້ານຢ່າງຕໍ່ເນື່ອງ, ປະຊາຊົນ ມີມນເຊື່ອດຸໝັ່ນຂະຫຍັ່ນພຽນໃນການອອກແຮງງານ, ຄ້າຂາຍລ້ຽງຊີບກຸ່ມຢູ່ກຸ່ມກີນ, ມີແນວຄິດການເມືອງໝັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ , ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຮັກບ້ານເກີດເມືອງນອນຂອງຕົນ, ມີຄວາມສາມັກຄີຊ່ວຍເຫຼື່ອເຊີ່ງກັນ ແລະ ກັນ, ຕັ້ງໜ້າກັນປະກອບ ສ່ວນເຂົ້າໃນພາລະກິດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂກາດກາດດຽວກັນນັ້ນ ທ່ານ ພັທ ສົມພອນຈ້າງ ພະນາບັນລື ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊນການທະຫານ ເມືອງໃດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ປະທານຄະນະກຳມະການ ປກຊ-ປກສ ເມືອງ ວ່າດ້ວຍການຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ສະບັບເລກທີ 111/ ຈມ.ມໝ, /ລົງວັນທີ 5 ເມສາ 2023 ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍການຮັບຮອງເອົາບ້ານປ້ອງກັນຊາດເຂັ້ມແຂງສະບັບເລກທີ 91/ຈຂ.ວຈ, ລົງວັນທີ 20 ທັນວາ 2022 ຈາກນັ້ນ ທ່ານ ພົວ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫົວໜ້າກອງບັນຊາການ ທະຫານ ແຂວງວຽງຈັນ ກໍ່ໄດ້ກຽດກ່າວມອບໃບຢັ້ງຢືນໃຫ້ແກ່ 4 ບ້ານພ້ອມທັງໄດ້ໂອ້ລົມຕໍ່ກອງປະຊມ ເຊີ່ງທ່ານໃດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີຍາດມາໄດ້ ພ້ອມທັງເໝັ້ນໝັກບາງບັນຫາທີສຳຄັນເປັນຕົ້ນ ການຂີ້ລັກງັດແງະ ແລະ ບັນຫາຢາເສບຕິດໃຫ້ແຕ່ລະບ້ານເອົາໃຈໃສ່ສືກສາອົບຮົມແນວຄິດການເມືອງຕໍ່ກັບພໍ່ແມ່ປະຊາຊົນ ໃຫ້ມີການປົກປັກຮັກສາມູນເຊື້ອອັນດີງາມ, ຮັບຜິດຊອບວຽກງານປ້ອງກັນຊາດເຂັ້ມແຂງ ເພື່ອນຳມາປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພ້ອມນັ້ນທ່ານກໍ່ໃຫ້ກຽດກ່າວເປີດປ້າຍບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການຕື່ມອີກ.
ພາບ, ຂ່າວ: ນາງ ວັນນາ

ເມືອງໝື່ນສຳເລັດການຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບທົ່ວເມືອງ. -----------------------------------------...
06/04/2023

ເມືອງໝື່ນສຳເລັດການຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບທົ່ວເມືອງ.
---------------------------------------------------------
ພິທີຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບທົ່ວເມືອງໝື່ນໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ່ 04 ເມສາ 2023 ແລະ ອັດລົງໃນຕອນບ່າຍຂອງວັນທີ່ 5 ເມສາ 2023 ໂດຍໃຫ້ກຽດເປັນປະທານຂອງທ່ານ ບົວແກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ມີທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີທ່ານ ໄທທ່າວ ເຈີຈິງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ນັກຝືກອົບຮົມເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ນຳເອົາເອກະສານທີ່ສຳຄັນ ແລະ ຈຳເປັນຈຳນວນໜຶ່ງເຂົ້າມາສືກສາ, ຄົ້ນຄ້ວາເຊື່ອມຊືມເຊັ່ນ:ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ, ວິທີເກັບກຳ ແລະ ນຳໃຊ້ຫາງສຽງສັງຄົມ, ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄ້ວາສັງລວມ. ຜ່ານການຝືກອົບຮົມໃນຊຸດນີ້ເຖິງວ່າຈະໃຊ້ເວລາສັ້ນ ແຕ່ກໍ່ສາມາດປັບປຸງທັກສະນະ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ນັກຝືກອົບຮົມຂື້ນໄປອິກບາດກ້າວໜຶ່ງເຊື່ງນັກຝືກອົບຮົມສາມາດກຳແໜັ້ນທາງດ້ານທິດສະດີ, ແນວທາງນະໂຍບາຍຂອງພັກ, ດ້ານການເກັບກໍາສະພາບແນວຄິດ - ຫາງສຽງຂອງສັງຄົມ ໃຫ້ມີທັດສະນະຫຼັກໝັ້ນ ແນ່ນອນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມສາມາດໃນການຄົ້ນຄວ້າ, ກໍາແໜ້ນ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂົງເຂດວຽກງານທີ່ຕົນຮັບຜິດຊອບ, ໃນໂອກາດປິດບັ້ນຝຶກອົບຮົມໃນຄັ້ງດັ່ງກ່າວ, ຍັງໄດ້ມີການມອບ-ຮັບ ໃບຢັ້ງຢືນໃຫ້ແກ່ບັນດານັກຝຶກອົບຮົມໂດຍການເປັນກຽດຂຶ້ນມອບໃບຢັ້ງຢືນດັ່ງກ່າວ ໂດຍທ່ານ ບົວແກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງໝື່ນ.
ທ່ານ ສຸລະພົນ ພົດມີໄຊ ຮອງຄະນະໂຄສະນາ-ອົບຮົມແຂວງວຽງຈັນ ຍັງໄດ້ເນັ້ນກ່ຽວກັບບາງບັນຫາເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນໃນຕໍ່ໜ້າ ພ້ອມທັງຮຽກຮ້ອງມາຍັງບັນດານັກຝຶກອົບຮົມ ຈົ່ງນໍາເອົາບົດຮຽນໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດຢູ່ໃນແຕ່ລະຂົງເຂດວຽກງານຂອງຕົນ, ໃຫ້ສາມາດສັງລວມໃຫ້ໄດ້ບັນຫາຫາງສຽງຕ່າງໆ ເພື່ອການຕໍາໜິສົ່ງຂ່າວ ແລະ ການກໍ່ສ້າງ, ເພື່ອເຮັດໃຫ້ການປັບປຸງກໍ່ສ້າງພັກແຕ່ລະຂັ້ນໄດ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ຮັບປະກັນການເຄື່ອນໄຫວວຽກງານຂອງແຕ່ລະແໜງການໄດ້ປະກອບສ່ວນຮັບໃຊ້ສັງຄົມຢ່າງຕັ້ງໜ້າ.
ຂ່າວ,ພາບ: ຄຳເພັດ 55263061

ແຈ້ງເຖິງຊາວເມືອງໝື່ນຜູ້ໃຊ້ໄຟຟ້າທຸກທ່ານຮັບຊາບວ່າ: ວັນສຸກ ວັນທີ່ 7 ເມສາ 2023 ນີ້ຈະມີການດັບໄຟເພື່ອຍ້າຍເສົາໄຟຟ້າ 12 ແມັດ ຢູ່...
06/04/2023

ແຈ້ງເຖິງຊາວເມືອງໝື່ນຜູ້ໃຊ້ໄຟຟ້າທຸກທ່ານຮັບຊາບວ່າ: ວັນສຸກ ວັນທີ່ 7 ເມສາ 2023 ນີ້ຈະມີການດັບໄຟເພື່ອຍ້າຍເສົາໄຟຟ້າ 12 ແມັດ ຢູ່ບ້ານໂນນໄຮ ໃນເວລາ 11:30 ຫາ 13:30 ໂມງ ສະນັ້ນຈະດັບໄຟທົ່ວກຸ່ມໂນນໄຮເຊັ່ນ ບ້ານໂນນໄຮ, ບ້ານໂພນສີວິໄລ, ບ້ານ ນ້ຳຮອນ, ບ້ານໂພນງາມ, ບ້ານນາປ່າໄຜ່ ແລະ ບໍລິສັດເພັດທອງຄຳ ຈະບໍ່ມີໄຟໃນເວລາດັ່ງກ່າວ.

ເມືອງໝືື່ນປາຖະກະຖາ ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ------------------------------------------------------...
05/04/2023

ເມືອງໝືື່ນປາຖະກະຖາ ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ
------------------------------------------------------------
ຕອນເຊົ້າ ຂອງວັນທີ 4 ເມສາ 2023 ນີ້ ເມືອງໝືື່ນປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ( 5 ເມສາ 1961 - ເມສາ 5 2023 ) ຂື້ນຢູ່ທີ່ສະໂມສອນ ກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງໝື່ນ,ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານຫຼັກແຫຼງເຂົ້າຮ່ວມ.
ໃນພິທີ ທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງໝື່ນ ໃຫ້ກຽດຂື້ນເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 62 ປີ ເຊີ່ງທ່ານໃດ້ຍົກໃຫ້ເຫັນການກຳເນີດເຕີບໃຫ່ຍຂະຫຍາຍຕົວຂອງຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ,ເດັດດຽວຕໍ່ສັດຕູ້,ມີນ້ຳໃຈເສຍສະຫຼະ,ມີຄວາມຊື່ສັດບໍລິສຸດ,ມີຄວາມສາມັກຄີ ພ້ອມທັງເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງຊາດ, ມີຄວາມຈົ່ງຮັກພັກດີຕໍ່ພັກ,ຕໍ່ປະເທດຊາດ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງພ້ອມທັງປະຕິບັດຄຳສັ່ງຢ່າງເຂັ້ມງວດ, ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ, ມີມູນເຊື້ອສາມັກຄີກັບປະຊາຊົນບັນດາເຜົ່າຢ່າງ ແໜ້ນແຟ້ນ, ກຳລັງປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງຮອບດ້ານສາມາດເຮັດສຳເລັດໜ້າທີ່ປົກປັກຮັກສາຄວາມສະຫງົບໄດ້ຢ່າງໜ້າແໜ້ນ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ທ້າຍພິທີບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງກໍ່ໄດ້ນຳເອົາກະຕ່າຍຂອງຂັວນເຂົ້າມາມອບເພື່ອເປັນການອວຍພອນໃຫ້ແກ່ຄະນະກອງບັນຊາການ ປກສ ເມືອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຕື່ມອີກ.
ພາບ: ຄຳເພັດ, ຂ່າວ: ນ.ວັນນາ

ບໍລິສັດບົວລະພາ ກະສິກຳ ແລະ ປ່າໄມ້ ຈຳກັດໄດ້ຈັດກອງປະຊຸມຜ່ານຜົນການຕັດແລວ ແລະ ກຳນົດພື້ນທີ່ປູກໄມ້ທີ່ຕົວຈິ່ງຢູ່ຂອບເຂດບ້ານນ້ຳເພີ...
04/04/2023

ບໍລິສັດບົວລະພາ ກະສິກຳ ແລະ ປ່າໄມ້ ຈຳກັດໄດ້ຈັດກອງປະຊຸມຜ່ານຜົນການຕັດແລວ ແລະ ກຳນົດພື້ນທີ່ປູກໄມ້ທີ່ຕົວຈິ່ງຢູ່ຂອບເຂດບ້ານນ້ຳເພີນ
--------------------------------------------------------
ຕອນເຊົ້າ ວັນທີ 04 ເມສາ 2023 ບໍລິສັດບົວລະພາ ກະສິກຳ ແລະ ປ່າໄມ້ ຈຳກັດໄດ້ຈັດກອງປະຊຸມຜ່ານຜົນການຕັດແລວ ແລະ ກຳນົດພື້ນທີ່ປູກໄມ້ທີ່ຕົວຈິ່ງ ຂອງບໍລິສັດ ຂື້ນຢູ່ທີ່ຫ້ອງການປົກຄອງບ້ານນ້ຳເພີນ ໂດຍເຂົ້າຮ່ວມ ເປັນປະທານຂອງທ່ານ ມິດສາຄອນ ອິນທະປັດຖາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງສາດເມືອງໝື່ນ, ມີທ່ານ ອຸບົນ ບົວເງິນ ເລຂາພັກບ້ານ ນາຍບ້ານ-ບ້ານນ້ຳເພີນ, ມີບັນດາ ຫົວໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ, ມີພະນັກງານທີມງານສຳຫຼວດ, ມີເຖົ້າແກ່ແນວໂຮມ ຫົວໜ້າສິງຊາວ ແລະ ພໍ່ແມ່ປະຊາຊົນຜູ້ນຳໃຊ້ທີ່ດີນດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ເກດສະໜາ ສີສຸພັນທອງ ຫົວໜ້າທີມງານສຳຫຼວດ ໄດ້ຂື້ນລາຍງານ ຜົນການຕັດແລວ ແລະ ກຳນົດພື້ນທີ່ປູກໄມ້ຕົວຈິ່ງ ເຊິ່ງໄດ້ອິງຕາມບົດບັນທືກຄັ້ງວັນທີ່ 23 ມີນາ 2023 ໂດຍເປັນເອກະພາຍກັບອົງການປົກຄອງບ້ານ ວ່າເຂດທີ່ເໝາະສົມແກ່ການປູກໄມ້ມີທັງໝົດ 986,58 ເຮັກຕາໃນນັ້ນມີທັງປ່າເຫຼົ່າ ແລະ ໄຮ່ ,ແຕ່ຜ່ານການສໍາຫຼວດປັກຫຼັກໝາຍຕົວຈິ່ງແລ້ວເຫັນວ່າ ເນື້ອທີ່ໆ ສາມາດປູກໄມ້ໄດ້ຕົວຈິງມີພຽງ 951,09 ເຮັກຕາ ໃນນັ້ນເປັນປ່າເຫຼົ່າ 890,32 ເຮັກຕາ ແລະ ເປັນໄຮ 60,76 ເຮັກຕາ ແລະ ເນື້ອທີ່ໆ ບໍ່ສາມາດປູກໄມ້ໄດ້ມີ 35,49 ເຮັກຕາ ໃນນັ້ນ ມີດີນກະສິກຳຄົງທີ 27,16 ເຮັກຕາ, ເປັນຄັງລ້ຽງສັດ 5,71 ເຮັກຕາ, ເປັນເຂດກັນຊົນນາ 0,45 ເຮັກຕາ, ເປັນສວນຢາງພາລາ 2,13 ເຮັກຕາ ແລະ ເປັນເຂດກັນຊົນແຫຼງນ້ຳ 0,04 ເຮັກຕາ. ຫຼັງຈາກນັ້ນທ່ານ ຄຳຜີວ ພັນສະຫວັນ ຮອງຫົວໜ້າຫ້ອງວ່າການເມືອງໝື່ນໄດ້ຂື້ນລາຍງານຜົນການຂອງການເກັບກຳຂໍ້ມູນເສດຖະກິດສັງຄົມຕື່ມອິກ.
ທ້າຍພິທີ ທ່ານ ມິດສາຄອນ ອິນທະປັດຖາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງສາດ ເມືອງໝື່ນໄດ້ຂື້ນໃຫ້ຄຳຄິດຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານຍົກໃຫ້ເຫັນເຖິງຈຸດດີ ແລະ ຜົນໄດ້ຮັບ ຈາກການມີສ່ວນຮ່ວມກັບບໍລິສັດບົວລະພາ ພ້ອມທັງບອກເຖິງນະໂຍບາຍຂອງ ບໍລິສັດບົວລະພາ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ເປັນຕົ້ນແມ່ນ ຊາວກະສິກອນຍັງຈະໄດ້ລາຍຮັບຈາກການເຮັດວຽກຮ່ວມກັນກັບບໍລິສັດ ແລະ ອົງການປົກຄອງບ້ານຍັງຈະໄດ້ຮັບກອງທືນພັດທະນາບ້ານຈາກບໍລິສັດຕື່ມອິກ. ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມກອງປະຊຸມ ຕ່າງກໍ່ໄດ້ປະກອບຄໍາເຫັນ ສະເໜີແລກປ່ຽນ ເພື່ອເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດຕໍ່ໜ້າ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ມີຄຳເຫັນຕໍ່ຄຳສະເໜີ ແລະ ສ້າງຄວາມເປັນເອກະພາບກັນ.
ຂ່າວ,ພາບ: ຄຳເພັດ (55263061)

ຄະນະກວດກາແຂວງວຽງຈັນຊຸກຍູ້ວຽກງານກວດກາຢູ່ເມືອງໝື່ນ.-------------------------------------------------------------- ຕອນເຊົ້າ...
30/03/2023

ຄະນະກວດກາແຂວງວຽງຈັນຊຸກຍູ້ວຽກງານກວດກາຢູ່ເມືອງໝື່ນ.
--------------------------------------------------------------
ຕອນເຊົ້າຂອງວັນທີ່ 30 ມີນາ 2023 ຄະນະກວດກາແຂວງວຽງຈັນໄດ້ຈັດພິທີຊຸກຍູ້ວຽກງານກວດກາ ຂື້ນຢູ່ສະໂມສອນໃຫຍ່ຫ້ອງວ່າການເມືອງໝື່ນໂດຍເປັນປະທານຂອງ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງວຽງຈັນ ປະທານຄະນະກວດກາພັກ-ລັດແຂວງວຽງຈັນ, ມີຄະນະປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ,ມີຄະນະກວດກາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເຂົ້້າຮ່ວມ.
ໃນພິທີສະຫາຍ ບົວແກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງໝື່ນຂື້ນລາຍງານໂດຍຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີຕໍ່ໜ້າເຊີ່ງທ່ານໄດ້ຮູ້ວ່າໃນໄລຍະ 1 ປີຜ່ານມາຄະນະກວດກາເມືອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງພັກ, ສະມາຊິກພັກທົ່ວເມືອງໝື່ນຢ່າງຕໍ່ເນີ່ອງໃນນັ້ນມີ 07 ຄະນະພັກຮາກຖານ, ມີ 70 ໜ່ວຍພັກ, ມີສະມາຊິກພັກທັງໝົດ 890 ສະຫາຍ, ຍິງ 184 ສະຫາຍ , ສະມາຊິກພັກທີ່ມີການລະເມີດລະບຽບຂອງພັກຖືກປະຕິບັດວິໄນ 01 ສະຫາຍ, ໂຈະຮ່ວມຊິວິກພັກ 6 ເດືອນມີ 6 ສະຫາຍ, ພ້ອມນັ້ນ ທ່ານ ກອງແພງ ແກ້ວພູທອງ ຮອງປະທານ ຄະນະກວດກາແຂວງວຽງຈັນໄດ້ຂື້ນເລົ່າມູນເຊື້ອປາຖະຖະຖາ ເພື່ອລະນືກເຖິງວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວຄົບຮອບ 41 ປີ(ວັນທີ 16 ກຸມພາ 1982 - 16 ກຸມພາ 2023 ) ໂດຍທ່ານໄດ້ຍົກໃຫ້ເຫັນສະພາບການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດເຊິ່ງທ່ານໄດ້ໃຫ້ຮູ້ວ່າກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ II ປີ 1980 ໄດ້ກໍານົດວ່າ ຕ້ອງຈັດຕັ້ງຄະນະກວດກາຂຶ້ນເພື່ອຊ່ວຍສູນກາງພັກ, ລັດຖະບານ ແລະ ສະພາປະຊາຊົນສູງສຸດໃນການກວດກາປະຕິບັດມະຕິຂອງພັກ, ກົດໝາຍ ແລະ ຂໍ້ກຳນົດຕ່າງໆຂອງລັດ ແລະ ສະພາລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດ ກຳນົດໃຫ້ສ້າງຕັ້ງຄະນະກຳມະການກວດກາພັກ-ລັດ ຂຶ້ນຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ ໂດຍອີງໃສ່ດຳລັດນີ້, ໃນປີ 2012 ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງຮັບຮອງເອົາວັນທີ 16 ກຸມພາ 1982 ເປັນວັນສ້າງຕັ້ງອົງການກວດກາ ພັກ-ລັດ, ແຫ່ງ ສປປ ລາວ, ເຊິ່ງຜ່ານມາອົງການກວດກາ ພັກ-ລັດ, ຄະນະກຳມະການກວດກາໄດ້ມີການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງກົງຈັກການຈັດຕັ້ງ ພັກ-ລັດ ແລະເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ຫຼັງຈາກນັ້ນກອງປະຊຸມກໍ່ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ສົມດີ ແກ້ວດາລາວີນ ຄະນະປະຈຳພັກແຂວງ ປະທານຄະນະກວດກາແຂວງວຽງຈັນເພື່ອເປັນເຂັມຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດຕື່ມອິກ.

ຂ່າວ,ພາບ:ຄຳເພັດ 55263061

ປະກາດ! ອົງການກູດເນເບີສ໌ປະຈຳລາວເຊີນເຂົ້າຮ່ວມການປະມູນໂຄງການກໍ່ສ້າງສູນICT ຢູ່ເມືອງໝື່ນລາຍລະອຽດດັ່ງລຸ່ມນີ້
30/03/2023

ປະກາດ! ອົງການກູດເນເບີສ໌ປະຈຳລາວເຊີນເຂົ້າຮ່ວມການປະມູນໂຄງການກໍ່ສ້າງສູນICT ຢູ່ເມືອງໝື່ນລາຍລະອຽດດັ່ງລຸ່ມນີ້

ເຜີຍແຜ່​ວຽກ​ງານ​ອະໄພ​ຍະ​ໂທດ​ຢູ່​ເມືອງ​ໝື່ນ ແຂວງ​ວຽງ​ຈັນ       ຄະນະ​ກຳມະການ​ອະໄພ​ຍະ​ໂທດ​ແຂວງ​ວຽງ​ຈັນ​ໄດ້​ເຜີຍແຜ່​ວຽກ​ງານ​...
30/03/2023

ເຜີຍແຜ່​ວຽກ​ງານ​ອະໄພ​ຍະ​ໂທດ​ຢູ່​ເມືອງ​ໝື່ນ ແຂວງ​ວຽງ​ຈັນ

ຄະນະ​ກຳມະການ​ອະໄພ​ຍະ​ໂທດ​ແຂວງ​ວຽງ​ຈັນ​ໄດ້​ເຜີຍແຜ່​ວຽກ​ງານ​ຂອງ​ຕົນ​ຢູ່​ເມືອງ​ໝື່ນ ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ມີນາ 2023 ນີ້ ທີ່​ສະໂມສອນ​ເມືອງ​ໝື່ນ ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ບຸນ​ຄ້ຳ ທຳ​ມະ​ວົງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ​ວຽງ​ຈັນ ຮອງ​ປະທານ​ຄະນະ​ກຳມະການ​ອະໄພ​ຍະ​ໂທດ​ແຂວງ​ວຽງ​ຈັນ, ທ່ານ ບົວ​ແກ້ວ ພອນ​ໄຊ​ສະ​ຫວັດ ຮອງ​ເລຂາ​ພັກ​ເມືອງ ປະທານ​ຄະນະ​ກວດກາ​ພັກ​-​ລັດ​ເມືອງ, ມີ​ບັນດາ​ຄະນະ​ກຳມະການ​ອະໄພ​ຍະ​ໂທດ​ແຂວງ​ວຽງ​ຈັນ, ຂະແໜງການ​ກ່ຽວຂ້ອງ​ຂັ້ນ​ເມືອງ, ນາຍບ້ານ​ອ້ອມ​ຂ້າງ​ເມືອງ​ໝື່ນ​ເຂົ້າ​ຮ່ວມ.
ເອກະສານ​ທີ່​ນຳ​ມາ​ເຜີຍແຜ່​ໃນ​ເທື່ອ​ນີ້ ປະກອບ​ມີ ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະເທດ​ສະບັບ​ເລກ​ທີ 001/​ປປທ, ລົງ​ວັນ​ທີ 20 ມີນາ 2018 ວ່າ​ດ້ວຍ​ການ​ໃຫ້​ອະໄພ​ຍະ​ໂທດ; ຄຳ​ແນະນຳ​ຂອງ​ປະທານ​ຄະນະ​ກຳມະການ​ອະໄພ​ຍະ​ໂທດ​ລະດັບ​ຊາດ​ສະບັບ​ເລກ​ທີ 016/​ຄອຊ ລົງ​ວັນ​ທີ 24 ເມສາ 2018 ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະເທດ ວ່າ​ດ້ວຍ​ການ​ໃຫ້​ອະໄພ​ຍະ​ໂທດ; ຄຳ​ແນະນຳ​ຮ່ວມ​ລະຫວ່າງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ສະບັບ​ເລກ​ທີ 003/​ອອປສ, ​ສປສສ, ​ປກສ ລົງ​ວັນ​ທີ 13 ມີນາ 2015 ວ່າ​ດ້ວຍ​ການ​ປ່ອຍ​ຕົວ​ນັກໂທດ​ກ່ອນ​ກຳນົດ ໂດຍ​ມີ​ເງື່ອນໄຂ; ​ຄໍຳ​ແນະ​ນໍາຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 015/ອອປສ, ກຍ, ປກສ ລົງວັນທີ 09 ກັນຍາ 2019 ວ່າດ້ວຍການຫັນເອົາພະນັກງານ ອົງການໄອຍະການປະຊາຊົນ ແລະ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານປະຈຳຢູ່ຄ້າຍຄຸມຂັງ ແລະ ຄ້າຍກັກຂັງຊົ່ວຄາວ.
ໂອກາດດຽວກັນຄະນະກຳມະການອະໄພຍະໂທດແຂວງວຽງຈັນຍັງໄດ້ມອບປຶ້ມ ລັດຖະບັນຍັດປະທານປະເທດ ສະບັບ​ເລກ​ທີ 001/​ປປທ, ລົງ​ວັນ​ທີ 20 ມີນາ 2018 ວ່າ​ດ້ວຍ​ການ​ໃຫ້​ອະໄພ​ຍະ​ໂທດ ຈຳນວນໜຶ່ງໃຫ້ແກ່ເມືອງໝື່ນ ເຊິ່ງມອບໂດຍ ທ່ານ ບຸນ​ຄ້ຳ ທຳ​ມະ​ວົງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ​ວຽງ​ຈັນໃນນາມຮອງປະທານຄະນະກຳມະການອະໄພຍະໂທດແຂວງວຽງຈັນ ແລະ ຮັບໂດຍທ່ານ ບົວແກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງໝື່ນ.
ການເຜີຍເຜີຍແຜ່ວຽກງານອະໄພຍະໂທດໃນເທື່ອນີ້ ກໍ່ເພື່ອເປັນການສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານນີ້ ໃຫ້ແກ່ອົງການປປົກຄອງເມືອງໝື່ນ, ກໍ່ຄືຂະແໜງການກ່ຽວຂ້ອງ ຂອງເມືອງ ແລະ ອົງການຈັດຕັ້ງບ້ານຈຳນວນໜຶ່ງ ທັງນີ້ ການໃຫ້ອະໄພຍະໂທດແມ່ນການປະຕິບັດຕາມນະໂຍບາຍມະນຸດສະທຳ ດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໂດຍປະທານປະເທດໃນວັນສຳຄັນຂອງຊາດ ເປັນຕົ້ນແມ່ນວັນຊາດທີ 2 ທັນວາ.

ພາບ, ຂ່າວ: ແໜງໜໍ່ຄຳ

29/03/2023

ປະກາດ! ນີ້ແມ່ນງົວໃຜໃຫ້ໄປພົວພັນເອົາຢູ່ຫ້ອງວ່າການເມືອງໝື່ນເດີ

ບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດລາຍງານຜົນສຳເລັດການສຳຫຼວດ ເນື້ອທີ່ດິນປ່າພະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນ້ຳເພີນ...
24/03/2023

ບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດລາຍງານຜົນສຳເລັດການສຳຫຼວດ ເນື້ອທີ່ດິນປ່າພະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນ້ຳເພີນ.
--------------------------------------------------------
ຕອນເຊົ້າ ວັນທີ 23 ມີນາ 2023ນີ້ ບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດລາຍງານຜົນສຳເລັດການສຳຫຼວດ ເນື້ອທີ່ດິນປ່າພະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນ້ຳເພີນ ຂື້ນຢູ່ທີ່ ຫ້ອງການປົກຄອງບ້ານ ນ້ໍາເພີນ ໂດຍເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ຄຳຜຸແກ້ວດວງສີ ກຳມະການພັກເມືອງ ຮອງເຈົ້າເມືອງ ເມືອງໝື່ນ, ມີທ່ານ ນາງ ສຸໄພວັນ ເທບວັນໄຊ ຮອງປະທານບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດ, ມີ ທ່ານ ສົມບັດ ປັນຍາສິດ ຫົວໜ້າກອງສຳຫຼວດປ່າໄມ້ ,ມີ ບັນດາ ຫົວໜ້າຫ້ອງການ, ຮອງຫ້ອງການກ່ຽວຂ້ອງຂັ້ນເມືອງ, ມີເລຂາພັກບ້ານ ນາຍບ້ານ-ບ້ານນ້້າເພີນ, ມີເຖົ້າແກ່ແນວໂຮມ ຫົວໜ້າສິງຊາວ ແລະ ມີປະຊາຊົນຜູ້ເຄີຍຊົມໃຊ້ປ່າພະລິດແຫ່ງຊາດພູເຍີຍເຂົ້າຮ່ວມ.
ກອງປະຊຸມທ່ານ ເກດສະໜາ ສີສຸພັນທອງ ຫົວໜ້າທີມງານສໍາຫຼວດ ໄດ້ຂື້ນລາຍງານ ຜົນສໍາເລັດການສໍາຫຼວດ ເນື້ອທີ່ດິນປ່າພະລິດ ແຫ່ງຊາດ ພູເຍີຍທີ່ຊຸດໂຊມ ຢູ່ບ້ານນ້ຳເພີນ ເຊິ່ງທ່່ານໄດ້ໃຫ້ຮູ້ວ່າ: ການສຳຫຼວດໃນຄັ້ງນີ້ມີເນື້ອທີ່ທັງໝົດ 1.681,69 ເຮັກຕາ; ໃນນັ້ນມີປ່າປະສົມ 208,45 ເຮັກຕາ, ປ່າເຫຼົ່າ 917,96 ເຮັກຕາ, ສວນຢາງພາລາ 55,80 ເຮັກຕາ, ສວນໝາກກ້ຽງ 0,80 ເຮັກຕາ, ດິນກະສິກຳຄົງທີ່ 120,23 ເຮຫກຕາ, ຄັງສັດ 101,87 ເຮັກຕາ, ນາ 29,95 ເຮັກຕາ, ກັນຊົນນາ 28,74 ເຮັກຕາ, ເຂດຄ້ອຍຊັນສູງ 2,44 ເຮັກຕາ, ເຂດກັນຊົນແຫຼ່ງນ້ຳ 141,78 ເຮັກຕາ, ໄຮ່ 68,62 ເຮັກຕາ, ດານຫີນ 1,09 ເຮັກຕາ, ແລະ ເບືອມນ້ຳ 3,95 ເຮັກຕາ ແລ້ວຜ່ານການວິເຄາະຂໍ້ມູນຂອງທີມງານເຫັນວ່າເນື້ອທີເໝາະສົມແກ່ການປູກໄມ້ເບື້ອງຕົ້ນມີ 986,58 ເຮັກຕາ, ໃນນັ້ນມີ ປ່າເຫຼົ່າ 917,96 ເຮັກຕາ, ໄຮ່ 68,62 ເຮັກຕາໃນນັ້ນມີປະຊາຊົນເຂົ້າໄປນຳໃຊ້ 135 ຄອບຄົວໃນນີ້ມີບ້ານ ນ້ຳຮອນ 77 ຄອບຄົວ, ບ້ານໂພນສີວິໄລ 16 ຄອບຄົວ, ບ້ານ ນ້ຳເພີນ 15 ຄອບຄົວ, ບ້ານ ນາປ່າໄຜ່ 14 ຄອບຄົວ, ມີບ້ານນານາວ 3 ຫົວໜ່ວຍ, ບ້ານໂນນໄຮ 1 ຄອບຄົວ ແລະ ບ້ານນາບົວມີ 1 ຄອຍຄົວ.
ພ້ອມນີ້ທ່ານ ນາງ ສົມຈິດ ພັດສູດາ ຕາງໜ້າບໍລິສັດ ບົວລະພາ ໄດ້ຂື້ນລາຍງານນະໂຍບາຍຂອງບໍລິສັດ ເຊິ່ງໄດ້ໃຫ້ຮູ້ວ່າ ປະຊາຊົນສາມາດມີສ່ວນຮ່ວມກັບທາງໂຄງການປູກໄມ້ວິກໂດຍສະໝັກເປັນຜູ້ບົວລະບັດສວນປູກໄມ້ວິກໃຫ້ແກ່ບໍລິສັດແລ້ວ ທາງບໍລິສັດຈະມີຄ່າຕອບແທນໃນປີທຳອິດປະມານ 4,500,000 ກວ່າກີບຕໍ່1ປີຕໍ່1ເຮັກຕ່າ, ໄດ້ຮັບຄ່າຕອບແທນໃນປີທີ 2 - ປີທີ 7 ປະມານ 3,200,000 ກີບຕໍ່ 1 ເຮັກຕ່າຕໍ່ປີ, 1 ຄອບຄົວສາມາດຮັບໄດ້ 3-5 ເຮັກຕ່າ, ນອກນັ້ນ ປະຊາຊົນຍັງສາມາດປູກພືດກະສິກຳໃສ່ສວນປູກໄມ້ໃນປີທີ 1 , ທີ 2 ໄດ້, ປີທີ່ 3 ຫາປີທີ່ 7 ແມ່ນປະຊາຊົນສາມາດປູກຫຍ້າ ລ້ຽງສັດ ຢູ່ໃນສວນປູກໄດ້, ສະແດງໃນໄລຍະປີທີ່ 1-2 ແມ່ນປະຊາຊົນສາມາດປູກພືດກະສິກຳທີ່ສາມາດເກັບຜົນຜະລິດໄດ້ປີຕໍ່ປີເຊັ່ນ: ເຂົ້າ, ສາລີ, ໝາກເດືອຍ ແລະ ອື່ນໆ, ຜົນຜະລິດທັັງໝົດ ແມ່ນ ປະຊາຊົນໄດ້ຮັບ 100% , ປີທີ່ 3 ຫາປີທີ່ 7 ສາມາດລ້ຽງສັດໃນສວນປູກໄມ້ ໄດ້ລາຍຮັບຜົນ ທັງໝົດ, ນອກຈາກນັ້ນຍັງໄດ້ຮັບຄ່າຕອບແທນຈາກບໍລິສັດຕື່ມອິກ ແລະ ທາງບໍລິສັດຍັງຈະມີການຊ່ວຍເຫຼືອບາງຢ່າງໃນການບົວລະບັດຮັກສາສວນປູກ ພ້ອມນັ້ນຍັງໄດ້ຮັບຟັງການລາຍງານຕົວຈິງຈາກປະຊາຊົນຜູ້ລົງມືເຂົ້າຮ່ວມປູກໄມ້ວິກກັບບໍລິສັດວ່າຫຼັງຈາກທີ່ໄດ້ມີສ່ວນຮ່ວມກັບບໍລິສັດແລ້ວເຮັດໃຫ້ມີຊິວິດການເປັນຢູ່ທີ່ດີຂື້ນ.
ຂ່າວ,ພາບ: ຄໍາເພັດ 55263061

ເມືອງໝື່ນເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນການກາງຄັ້ງທີ 5 ສະໄໝທີ XIແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັ...
23/03/2023

ເມືອງໝື່ນເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນການກາງຄັ້ງທີ 5 ສະໄໝທີ XI
ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 8 ສະໄໝທີ VI
-----------------‐--------------------------------------
ໃນວັນທີ 23 ມີນາ 2023ນີ້ ເມືອງໝື່ນໄດ້ຈັດກອງປະຊຸມ ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນການກາງຄັ້ງທີ 5 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 8 ສະໄໝທີ VI ແລະ ປາຖະກະຖາ 2 ວັນປະຫັວດສາດຂື້ນຢູ່ທີ່ສະໂມສອນຫ້ອງວ່າການເມືອງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໝື່ນ,ມີຄະນະບໍລິຫານງານພັກເມືອງ, ເລຂາໜ່ວຍພັກຫ້ອງການ,ກົມກອງ, ອົງການອ້ອມຂ້າງເມືອງ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໝື່ນ ໃຫ້ກຽດຂື້ນຜ່ານເຊື່ອມຊືມເອກະສານເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນການພັກຄັ້ງທີ 5ສະໄໝທີ XI ເຊີ່ງມີເນື້ອໃນບາງຕອນຄື: ການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເນື້ອໃນມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ,ມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ແລະ ອົງຄະນະພັກ ເປັນຂະບວນການລວມແມ່ນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນພ້ອມທັງສະມາຊິກພັກທຸກສະຫາຍ ເພື່ອນຳພາມະຫາຊົນພະນັກງານຕ່າງໆລວມທັງພໍ່ແມ່ປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດມະຕິຄຳສັ່ງຂອງພັກວາງອອກ ເພື່ອສືບຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຈາກນັ້ນສະຫາຍກໍ່ໄດ້ເຜີຍແຜ່ເຊື່່່່່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 8 ສະໄໝທີ VI ທັ້ງນີ້ກໍ່ເພື່ອໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈເຊື່ອມຊຶມແລະ ກຳແໜ້ນວຽກງານການເມືອງ-ແນວຄິດ, ນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະ, ສ້າງຄວາມສາມັກຄີ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫັນເອົາເນື້ອໃນຂອງກອງປະຊຸມແຕ່ລະຂັ້ນຂອງພັກໃຫ້ເປັນນິຕິກຳລະອຽດແນ່ໃສ່ແຜນການເຄື່ອນໄຫວຕົວຈີ່ງພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ໃຫ້ດີຂື້ນ.
ທ້າຍກອງປະຊຸມ ຍັງໃດ້ຮັບຟັງການເລົ່າມູນເຊື່ອປາຖະກາຖາ 2 ວັນສຳຄັນຂອງພັກ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ- ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອຊາດຄົບຮອບ 77 ປີ ( 21 ມີນາ 1946- 21 ມີນາ 2023)ເຊີ່ງກໍເພື່ອ ຫວນຄື່ນມູນເຊື້ອການຊີ້ນຳ -ນຳພາ ຂອງພັກປະຊາຊົນປະຕິວັດລາວພ້ອມຫວນຄື່ນມູນເຊື້ອການປະຕິວັດຂອງນັກຮົບບັນດາເຜົ່າທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອພື້ນແຜນດີນກໍ່ຄືປະເທດຊາດຕ້ານພວກລ່າເມືອງຂື້ນ, ສືບຕໍ່ເສີມຂະຫຍາຍມູນເຊື່ອຮັກຊາດ, ມູນເຊື້ອສາມັກຄີ,ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງປວງຊົນລາວບັນດາເຜົ່າ, ຮັກລະບອບປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນຳພາຂອງພັກ.
ຂ່າວ, ພາບ: ນາງວັນນາ

ແຈ້ງການ ກ່ຽວໃບແຈ້ງທີ່ດີນປູກສ້າງອອກຊື່ ທ້າວ ພັນ ແລະ ນາງ ວັນ, ດີນກະສິກຳ ອອກຊື່ ທ້າວ ມາກ ແລະ ນາງ ມຸຍ ຕາມໃບແຈ້ງເກົ່າຢູ່ບ້ານວ...
23/03/2023

ແຈ້ງການ ກ່ຽວໃບແຈ້ງທີ່ດີນປູກສ້າງອອກຊື່ ທ້າວ ພັນ ແລະ ນາງ ວັນ, ດີນກະສິກຳ ອອກຊື່ ທ້າວ ມາກ ແລະ ນາງ ມຸຍ ຕາມໃບແຈ້ງເກົ່າຢູ່ບ້ານວັງ ເສຍຫາຍ ຖ້າຫາກຜູ້ໃດຖືໃບແຈ້ງດັ່ງກ່າວແມ່ນໃຫ້ມາແຈ້ງທາງຫ້ອງການ ຊສ ເມືອງດ່ວນ ບໍ່ດັ່ງນັ້ນທາງຫ້ອງການ ຊສ ຈະລົບລ້າງເອກະສານເກົ່່າແລ້ວອອກໃບໃໝ່ໃຫ້ຜູ້ກ່ຽວແລ້ວ.

ແຈ້ງການ ກ່ຽວກັບການແຂ່ງຂັນປະກວດອາຫານປະຈຳທ້ອງຖິ່ນ, ປະກວດນາງສາວປະຈຳເຜົ່າ, ປະກວດຮ້ອງເພັງ,  ຂັບລຳທ້ອງຖິ່ນ ຢູ່ທີ່ ບ້ານໂພສີ ເມື...
23/03/2023

ແຈ້ງການ ກ່ຽວກັບການແຂ່ງຂັນປະກວດອາຫານປະຈຳທ້ອງຖິ່ນ, ປະກວດນາງສາວປະຈຳເຜົ່າ, ປະກວດຮ້ອງເພັງ, ຂັບລຳທ້ອງຖິ່ນ ຢູ່ທີ່ ບ້ານໂພສີ ເມືອງເຟືອງ ແຂວງວຽງຈັນ

ແຈ້ງການກ່ຽວກັບການເປີດຮັບສະໝັກຊຸດຝືກອົບຮົມການຕັດຫຍິບທົ່ວແຂວງວຽງຈັນ ຖ້າທ່ານສົນໃຈໃຫ້ຕິດຕໍ່ຜົວພັນທີ່ ຫ້ອງການ ສຶກສາທິການ ແລະ ...
17/03/2023

ແຈ້ງການກ່ຽວກັບການເປີດຮັບສະໝັກຊຸດຝືກອົບຮົມການຕັດຫຍິບທົ່ວແຂວງວຽງຈັນ ຖ້າທ່ານສົນໃຈໃຫ້ຕິດຕໍ່ຜົວພັນທີ່ ຫ້ອງການ ສຶກສາທິການ ແລະ ກີິລາເມືອງໝື່ນ
ລາຍລະອຽດໂທ 020 96 069 444 ທ່ານ ອ.ຈ ເດຍຈ້າງ

ເມືອງໝື່ນສະເຫຼີມສະຫຼອງວັນສ້າງຕັ້ງເມືອງຄົບຮອບ 15 ປີ( 07/ 03/ 2008 – 07/ 03/ 2023) ---------------------------------------...
15/03/2023

ເມືອງໝື່ນສະເຫຼີມສະຫຼອງວັນສ້າງຕັ້ງເມືອງຄົບຮອບ 15 ປີ( 07/ 03/ 2008 – 07/ 03/ 2023)
---------------------------------------------------------------
ໃນຕອນເຊົ້າຂອງວັນທີ 10 ມີນາ 2023ຜ່ານມານີ້ ເມືອງໝື່ນສະເຫຼີມສະຫຼອງວັນສ້າງຕັ້ງເມືອງຄົບຮອບ 15 ປີ( 07/ 03/ 2008 – 07/ 03/ 2023)ຂື້ນຢູ່ທີ່ ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໃຫ້ກຽດເປັນປະທານເຂົ້າຮ່ວມໂດຍ ທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລາຂາພັກເມືອງ ເຈົ້າເມືອງ-ເມືອງໝື່ນ, ມີທ່ານ ພັອ ສົມພັນ ເຮືອງພະຈັນ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງວຽງຈັນ , ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ່ ທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ ເລາຂາພັກເມືອງ ເຈົ້າເມືອງ-ເມືອງໝື່ນ ໃຫ້ກຽດຂື້ນຜ່ານປະຫວັດຄວາມເປັນມາຂອງວັນສ້າງຕັ້ງເມືອງໝື່ນ, ເມືອງໝື່ນ ສ້າງຕັ້ງຂື້ນ ວັນທີ 07/ 03/ 2008 ເປັນເມືອງທີ11 ຂອງແຂວງວຽຈັນ ທີ່ຕັ້ງຢູ່ເຂດພູພຽງ ທາງທິດຕາວັນຕົກຂອງແຂວງ ຫ່າງຈາກເທດສະບານແຂວງ140 ກ່ວາກິໂລແມັດ, ມີເນື້ອທີ່ ທັງໝົດ 1.096.21 ກິໂລຕາແມັດ, ມີເຂດດີນຕິດຈອດກັບ4 ຕົວເມືອງ ແລະ 1 ປະເທດເພືອນບ້ານຄື: ທິດຕາເວັນອອກຕິດກັບເມືອງສັງທອງ( ນະຄອນຫຼວງວຽງຈັນ) ທິດຕາເວັນຕົກຕິດກັບເມືອງຊະນະຄາມ-ເມືອງແມດ, ທິດເໜືອຕິດກັບເມືອງເຟືອງ ແລະ ທິດໃຕ້ຕິດກັບອຳເພີປາກຊົມ(ປະເທດໄທ) ມີຊາຍແດນຮ່ວມ 44 ກ່ວາກິໂລແມັດ, ມີ 9 ດອນ, ມີເສັ້ນທາງ 4501 ຜ່ານ 15 ບ້ານ ແລະ ເສັ້ນທາງທີ 11 ຜ່ານ 7 ບ້ານ,ຈາກນັ້ນທ່ານ ພັທ ສົມພອນຈ້າງ ຄະນະປະຈຳພັກເມືອງ ຫົວໜ້າການເມືອງກອງບັນຊາການທະຫານເມືອງກໍ່ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20 ມັງກອນ 1949 - 20 ມັງກອນ 2023 ) ໃນນັ້ນ ກອງປະຊຸມກອງໄດ້ຮັບຟັງການເລົ່າປະຫວັດມູນເຊື້ອຄວາມເປັນມາຂອງວັນແມ່ຍິງສາກົນ ເຊີດຊູຄວາມເປັນແບບຢ່າງນຳໜ້າຄຽງຄູ່ກັບເພດຊາຍ,ເປັນແບບຢ່າງທີ່ດີໃຫ້ແກ່ແມ່ຍິງໜຸ່ມນ້ອຍ, ຮ່ຳຮຽນເອົາແບບຢ່າງທີດີ ມູນເຊື້ອ ແລະ ບົດຮຽນອັນປະເສີດຂອງແມ່ຍິງລາວໃນແຕ່ລະໄລຍະປະກອບສ່ວນເຂົ້າໃນວຽກງານທີພັກ-ລັດມອບໝາຍໃຫ້, ປັບປຸງແບບແຜນການນຳພາໃຫ້ສອດຄ່ອງຂື້ນພ້ອມທັງເຕົ້າໂຮມຄວາມສາມັກຄີ.
ທ້າຍກອງປະຊຸມທ່ານ ບຸນເຕັງ ສໍວິໄລວົງ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງກໍ່ໃດ້ຂື້ນຜ່ານຂໍ້ຕົກລົງ ສະບັບເລກທີ່ 36/ ຄປພ,ມໝ, ລົງວັນທີ 09 /03/ 2023 ວ່າດ້ວຍການຖອນພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ປະຈຳກຸ່ມບ້ານຈຳນວນໜື່ງກັບຄື່ນກົມກອງ ແລະ ສັບຊ້ອນພະນັກງານຫຼັກແຫຼ່ງລົງປ່ຽນແທນ ພ້ອມທັງປະກາດພະນັກງານອາວຸໂສເຂົ້າຮັບການອຸດໜູນບຳນານຕື່ມອີກ.
ຂ່າວ: ວັນນາ; ພາບ: ຄຳເພັດ.

ສູນບໍລິການໄຟຟ້າເມືອງໝື່ນອອກໜັງສືຂອບໃຈມາຍັງ ສຳນັກງານ, ຫ້ອງການ, ໂຮງຮຽນໂ, ໂຮງໝໍ, ພະນັກງານ, ທະຫານ, ຕຳຫຼວດ, ຫົວໜ່ວຍທຸລະກິດ, ບ...
15/03/2023

ສູນບໍລິການໄຟຟ້າເມືອງໝື່ນອອກໜັງສືຂອບໃຈມາຍັງ ສຳນັກງານ, ຫ້ອງການ, ໂຮງຮຽນໂ, ໂຮງໝໍ, ພະນັກງານ, ທະຫານ, ຕຳຫຼວດ, ຫົວໜ່ວຍທຸລະກິດ, ບໍ່ຄຳລາວລີ່ຕູ່ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ຊົມໃຊ້ໄຟຟ້າທົ່ວເມືອງໝື່ນ ທີ່ໃຫ້ຄວາມຮ່ວມມື ໃນໄລຍະ ວັນທີ່ 09 ຫາ 13 ມີນາ 2023 ທີ່ທາງສູນໄຟຟ້າໄດ້ມອດໄຟເຮັດໃຫ້ເກີດຄວາມບໍສະດວກໃຫ້ຜູ້ຊົມໃຊ້.

ຂໍແຈ້ງເຖີງ ບັນດາຫົວຫນ້າຫ້ອງການ,ຫົວຫນ້າກຸ່ມບ້ານ ແລະ ນາຍບ້ານທົ່ວເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນທີ່ມາລົງທະບຽນສອບເສັງໃບຂັບຂີ່ປະ...
13/03/2023

ຂໍແຈ້ງເຖີງ ບັນດາຫົວຫນ້າຫ້ອງການ,ຫົວຫນ້າກຸ່ມບ້ານ ແລະ ນາຍບ້ານທົ່ວເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນທີ່ມາລົງທະບຽນສອບເສັງໃບຂັບຂີ່ປະເພດ ( A,B,AB )ນຳຫ້ອງການ ຍທຂ ເມືອງ. ຖ້າຫາກທ່ານໃດທີ່ໃດ້ຊື້ຟອມຄຳຮ້ອງແມ່ນໃຫ້ມາລົງທະບຽນເສຍຄ່າທຳນຽມໃຫ້ສຳເລັດໃນວັນທີ21/03/2023 ຢູ່ທີ່ຫ້ອງການ ຍທຂ ເມືອງ ລາຍລະອຽດໃຫ້ທ່ານອ່ານຕາມເອກະສານດັ່ງລຸ່ມນີ້:

ເມືອງໝື່ນເຊື່ອມຊືມກົດໝາຍວ່າດ້ວຍເອກະສານ ແລະ ກົດໝາຍວ່າດ້ວຍພະນັກງານ - ລັດຖະກອນ.--------------------------------------------...
07/03/2023

ເມືອງໝື່ນເຊື່ອມຊືມກົດໝາຍວ່າດ້ວຍເອກະສານ ແລະ ກົດໝາຍວ່າດ້ວຍພະນັກງານ - ລັດຖະກອນ.
---------------------------------------------------------------------
ຕອນເຊົ້າຂອງວັນທີ່ 07 ມີນາ 2023 ເມືອງໝື່ນໄດ້ເປີດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍເອກະສານ ແລະ ກົດໝາຍວ່າດ້ວຍພະນັກງານ - ລັດຖະກອນ ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງໝື່ນແຂວງວຽງຈັນໂດຍໃຫ້ກຽດເປັນປະທານຂອງທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງໝື່ນ, ມີທ່ານ ບຸນເພັງ ເຮີບົວລົງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ, ມີກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ໃນພິທີ ທ່ານ ຄຳຜີວ ພັນສະຫວັນ ຮອງຫົວໜ້າຫ້ອງວ່າການເມືອງຂື້ນ ອະທິບາຍ, ແນະນຳທາງດ້ານເຕັກນິກໃນການແຕ່ງເອກະສານ, ການຄຸ້ມຄອງ ແລະ ການສຳນົດເອກະສານໂດຍແນໃສ່ເພື່ອໃຫ້ພະນັກງານລັດຖະກອນ ໄດຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບກັນຕາມລະບຽບ, ກົດໝາຍໄດ້ກຳນົດໄວ້. ຫຼັງຈາກນັ້ນ ທ່ານ ຮົວຊົ່ງ ລາຈືຕູ້ກີ ຫົວໜ້າຫ້ອງການ ພາຍໃນເມືອງຂື້ນຜ່ານ ດຳລັດຂອງລັດຖະບານ ສະບັບເລກທີ 184/ລບ ລົງວັນທີ 26 ມີຖຸນາ 2019 ວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ເຊີ່ງມີ 4 ໝວດ, 15 ມາດຕາ, ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງ-ເມືອງໝື່ນສະບັບເລກທີ 75/ຈມ.ມໝ ລົງວັນທີ່ 6 ມີນາ 2023 ວ່າດ້ວຍການລາພັກ ແລະ ການພັກທາງລັດຖະການ ໂດຍໄດ້ຕົກລົງການລາພັກແຕ່ 15 ວັນລົງມາແມ່ນໃຫ້ເຊັນຢັ້ງຢືນຢູ່ຂັ້ນຫ້ອງການ, ອົງການຂອງຕົນ ແລະ ຖ້າຫາກລາພັກກາຍ 15 ວັນຂື້ນໄປແມ່ນຈະໄດ້ເຊັນຢັ້ງຢືນຈາກຫ້ອງການພາຍໃນເມືອງພ້ອມດ້ວຍເຫັນດີຈາກເຈົ້າເມືອງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໃຫ້ຄຳປືກສາໃຫ້ແກ່ຄູ່ແຕ່ງງານໃໝ່.
ທ້າຍພິທີ ທ່ານ ບຸນເພັງ ເຮີບົວລົ່ງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານໄດ້ຂື້ນຜ່ານກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນເຊິ່ງທ່ານໄດ້ໃຫ້ຮູ້ເຖິງມາດຖານເງື່ຶອນໄຂຂອງຜູ້ທີ່ບັນຈຸເຂົ້າໃນພະນັກງານລັດຖະກອນໃໝ່, ໃຫ້ຮູ້ກ່ຽວກັບວັນພັກທາງລັດຖະການ, ເງືອນໄຂໃນຮັບເງິນອຸດໜຸນບັນເນັດ, ອຸດໜຸນບຳບານ, ຮັບໜ້າທີ່ຕຳແໜ່ງ, ຂໍ້ຫ້າມຂອງພະນັກງານລັດຖະກອນ ແລະ ໃຫ້ຮູ້ກຽວກັບລະບຽບຂອງພະນັກງານລັດຖະກອນເພື່ມຕື່ມ ພ້ອມດຽວກັນນັ້ນທ່ານຍັງໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມຕື່ມອິກ.
ຂ່າວ,ພາບ: ຄຳເພັດ 55263061

ເມືອງໝື່ນສຳເລັດກອງປະຊຸມຄົບຄະນະສະຫະພັນແມ່ຍິງເມືອງຄັ້ງທີ 4 ສະໄໝທີ III ແລະ ຮັບຮອງເມືອງສະຫະພັນແມ່ຍິງ 3 ດີ ໄລຍະ 2 ສະໄໝທີ VIII...
03/03/2023

ເມືອງໝື່ນສຳເລັດກອງປະຊຸມຄົບຄະນະສະຫະພັນແມ່ຍິງເມືອງຄັ້ງທີ 4 ສະໄໝທີ III ແລະ ຮັບຮອງເມືອງສະຫະພັນແມ່ຍິງ 3 ດີ ໄລຍະ 2 ສະໄໝທີ VIII
----------------------------------------------------------------------
ກອງປະຊຸມຄົບຄະນະສະຫະພັນແມ່ຍິງເມືອງໝື່ນຄັ້ງທີ 4 ສະໄໝທີ III ແລະ ຮັບຮອງເມືອງສະຫະພັນແມ່ຍິງ 3 ດີ ໄລຍະ 2 ສະໄໝທີ VIII ໄດ້ໄຂຂື້ນ ແລະ ອັດລົງໃນຕອນເຊົ້າຂອງວັນທີ 2 ມີນາ 2023 ພາຍໄຕ້ການເປັນປະທານຂອງທ່ານ ນາງ ວອນ ປາໄຊ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ, ປະທານສະຫະພັນແມ່ຍິງເມືອງໝື່ນ, ມີທ່ານ ມິດສາຄອນ ອິນທະປັດຖາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີທ່ານ ນາງ ສົມພອນ ສຸທຳມະວົງ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ສະຫະພັນແມ່ຍິງໜ່ວຍ, ສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ແລະ ນ້ອງນັກຮຽນແມ່ຍິງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ວອນ ປາໄຊ ປະທານສະຫະພັນແມ່ຍິງເມືອງໝື່ນ ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກຂອງສະຫະພັນແມ່ຍິງເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງທ່ານໃຫ້ຮູ້ວ່າ: ທົ່ວເມືອງໝື່ນມີໜ່ວຍສະຫະພັນແມ່ຍິງອ້ອມຂ້າງສຳນັກເມືອງ 29 ໜ່ວຍ, ຂັ້ນຮາກຖານບ້ານມີ 22 ບ້ານ, ມີສະມາຊິກທັງໝົດ 2,107 ຄົນ, ໃນໄລຍະ 1 ປີຜ່ານມາ ໄດ້ປັບປຸງໜ່ວຍແມ່ຍິງ 21 ໜ່ວຍ, 3 ບ້ານ, ມີມະຫາຊົນເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ 175 ສະຫາຍ, ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນພັດທະນາແມ່ຍິງຂອງເມືອງໄດ້ 6 ແຜນງານ 18 ໂຄງການ, ຈາກນັ້ນກໍ່ໄດ້ຜ່ານ ບົດສະຫຼຸບແຜນພັດທະນາແມ່ຍິງເມືອງປະຈຳປີ 2022 ແລະ ແຜນການປີ 2023, ຜ່ານການປະເມີນວຽກງານ 3 ດີ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ພ້ອມນັ້ນກໍ່ໄດ້ມອບໃບຢັ້ງຢືນແມ່ຍິງ 3 ດີຈຳນວນ 51 ໃບໃຫ້ແກ່ໜ່ວຍແມ່ຍິງສຳນັກເມືອງ ແລະ ຮາກຖານບ້ານ; ໃຫ້ກຽດຂື້ນມອບໂດຍທ່ານນາງ ວອນ ປາໄຊ ປະທານສະຫະພັນແມ່ຍິງເມືອງໝື່ນ, ພ້ອມດຽວກັນນັ້ນ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນຂື້ນໄດ້ມອບໃບຢັ້ງຢືນເມືອງ 3 ດີໃຫ້ແກ່ ຄະນະບໍລິຫານງານສະຫະພັນແມ່ຍິງ ເມືອງໝື່ນ.
ທ້າຍພິທີ ທ່ານນາງ ສົມພອນ ສຸທຳມະວົງໄດ້ໃຫ້ກຽດຂື້ນມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ໜ່ວຍ ແລະ ການຈັດຕັ້ງປະຕິບັດຂອງສະມາຊິກທຸກສະຫາຍ ສາມາດຍາດຜົນສຳເລັດຫຼາຍດ້ານ ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນເມືອງ, ຂັ້ນບ້ານຈົ່ງພ້ອມກັນເອົາໃຈໃສ່ສືກສາອົບຮົມວຽກງານການເມືອງ-ແນວຄິດ, ແກ້ໄຂບັນຫາດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະທີ່ຜ່ານມາ ພ້ອມທາງເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສ້າງສາພັດທະນາເມືອງໝື່ນໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍຢຸດຢັ້ງ.
ຂ່າວ,ພາບ: ຄຳເພັດ. 55263061

02/03/2023

ປະກາດ........!
ທ່ານໃດພົບເຫັນກະແຈລົດໃຫຍ່ ( ຟໍຈູນເນີ ) ຕົກເຮ່ຍຢູ່ຂອບເຂດໜ້າທະນະຄານສົ່ງເສີມກະສິກຳ ສາຂາເມືອງໝື່ນ ໄລຍະວັນທີ່ 26 ກຸມພາ ( 02 ) 2023 ກະລຸນາແຈ້ງເບີໂທ : 020 5414 3434 ຫຼືສາມາດມາສົ່ງທີ່ຮ້ານຂາຍເຄື່ອງຍ່ອຍ ນາງວັນ ບ້ານໂພນສີວິໄລ ເມືອງໝື່ນແຂວງວຽງຈັນ. ທ່ານໃດເກັບໄດ້ນຳມາສົ່ງຄືນແມ່ນເຈົ້າຂອງຈະສົມມະນາຄຸນ ຈຳນວນ 1,000,000 ກີບ ( ໜິ່ງລ້ານກີບ ).

ສສຊ ແລະ ສສຂ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງ ສສຊ ແລະ ສສຂ ຢູ່ເມືອງໝື່ນແຂວງວຽງຈັນ--------------------...
02/03/2023

ສສຊ ແລະ ສສຂ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງ ສສຊ ແລະ ສສຂ ຢູ່ເມືອງໝື່ນແຂວງວຽງຈັນ
---------------------------------------------------
ຕອນບ່າຍຂອງວັນທີ່ 28 ກຸມພາ 2023 ນີ້ ສສຊ ແລະ ສສຂ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງ ສສຊ ແລະ ສສຂ ຢູ່ເມືອງໝື່ນແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ລຳໄມ ກູດລະວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງວຽງຈັນ, ທັງເປັນສະມາຊິກສາພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ມີທ່ານ ພອນເທີດ ສຸຫວັດດີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງໝື່ນ, ມີສະມາຊິກສະພາປະຊາຊົນແຂວງວຽງຈັນປະຈຳເຂດເລືອກຕັ້ງເມືອງໝື່ນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານນັກຮົບ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.
ທ່ານ ພອນເທີດ ສຸຫວັດດີ ເລຂາພັກເມືອງ, ເຈົ້າເມືອງ-ເມືອງໝື່ນ ໄດ້ຂື້ນລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໝື່ນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດຂອງວຽກງານແຕ່ລະຂະແໜງການໃນໄລຍະ 1 ປີທີ່ຜ່ານມາພ້ອມທັງສະເໜີທິດທາງແຜນການຂອງການຈັດຕັ້ງປະຕິບັດໃນປີ 2023, ຫຼັງຈາກນັ້ນ ທ່ານ ລຳໄມ ກູດລະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 10 ແຂວງວຽງຈັນ ທັງເປັນ ຮອງປະທານ ສສຂ ວຽງຈັນໄດ້ຂື້ນເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງທີ 4 ຂອງສະພາແຫ່ຊາດ ຊຸດທີ IX ໂດຍທ່ານໃຫ້ຮູ້ວ່າ ກອງປະຊຸມໄດ້ໄຂຂື້ນແຕ່ວັນທີ 05 ຫາ 30 ທັນວາ 2022 ຢູ່ທີ ຫໍປະຊົມແຫ່ງຊາດ ກອງປະຊຸມໄດ້ຮັບຮອງຜົນການກວດສອບການຈັດຕັ້ງປະຕິບັດ ແລະ ທິດທາງແຜນການຂອງລັດຖະບານໃນສົກປີ 2022 – 2023, ເປັນຕົ້ນແມ່ນພິຈາລະນາ ແລະ ຮັບເອົາການສ້າງ ແລະ ປັບປຸງກົດໝາຍຈຳນວນ 12 ສະບັບ; ໃນນັ້ນສ້າງໃໝ່ມີ 3 ສະບັບ ແລະ ປັບປຸງມີ 9 ສະບັບ, ນອກນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາບາງບັນຫາທີ່ຍັງບໍ່ສອດຄ່ອງທີ່ອົງການກວດສອບແຫ່ງລັດໄດ້ລາຍງານຕໍ່ສະພາເພື່ອຄົ້ນຄ້ວາຊຸກຍູ້ອົງການທີ່ກ່ຽວຂ້ອງໃຫ້ມີການແກ້ໄຂຢ່າງຮິບດ່ວນ.
ທ່ານ ບົວແກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງໝື່ນທັງເປັນ ສະມາຊິກສາພາປະຊາຊົນແຂວງວຽງຈັນ ປະຈຳເຂດເລືອກຕັ້ງເມືອງໝື່ນໄດ້ຂື້ນເຜີຍແຜ່ກ່ຽວກັບຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງວຽງຈັນຊຸດທີ II ຕື່ມອິກ, ນອກນີ້ ສສຊ ແລະ ສສຂ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງກໍ່ຍັງໄດ້ລົງພົບປະພໍ່ແມ່ປະຊາຊົນ ແລະ ສຳນັກງານອົງການທົ່ວເມືອງເປັນເວລາ 3 ວັນເລີ່ມແຕ່ ວັນທີ 27 ກຸມພາ - ວັນທີ 1 ມີນາ 2023 ຈຳນວນ 05 ຈຸດ; ໃນນັ້ນຢູ່ສຳນັກງານຫ້ອງວ່າການເມືອງ, ໂຮງຮຽນ ມສ ນ້ຳຮອນ ແລະ ຢູ່ບ້ານຈຳນວນ 3ບ້ານ ແລະ ສສຂ ຍັງຈະໄດ້ສິບຕໍ່ເຜີຍແຜ່ຕື່ມອິກຈົນຮອດວັນທີ່ 9 ມີນາ 2023 ຈຳນວນ 5 ບ້ານ, ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມ 2 ຂັ້ນດັ່ງກ່າວພ້ອມດ້ວຍຮັບຟັງຄຳສະເໜີຂອງພໍ່ແມ່ປະຊາຊົນເພື່ອແກ້ຂໍ້ຄ່ອງໃຈ ແລະ ນຳເອົາໄປສະເໜີຕໍ່ຂັ້ນເທິງ.
ຂ່າວ: ຄຳເພັດ 55263061

Address

ເມືອງໝື່ນ ແຂວງວຽງຈັນ
Vientiane

Telephone

+8562099692631

Website

Alerts

Be the first to know and let us send you an email when ຂ່າວເມືອງໝື່ນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຂ່າວເມືອງໝື່ນ:

Videos

Share



You may also like