ແຂວງວຽງຈັນອອນລາຍ - Vientiane News

ແຂວງວຽງຈັນອອນລາຍ - Vientiane News ຂໍ້ມູນ, ຂ່າວຄາວການເຄື່ອນໄຫວ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ກ່ຽວກັບແຂວງວຽງຈັນ ລວມໄວ້ທີ່ນີ້!

Address

Vientiane

Alerts

Be the first to know and let us send you an email when ແຂວງວຽງຈັນອອນລາຍ - Vientiane News posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ແຂວງວຽງຈັນອອນລາຍ - Vientiane News:

Videos

Share

ກ່ຽວກັບພວກເຮົາ “ ແຂວງ ວຽງຈັນ ອອນລາຍ “

ປັດຈຸບັນນີ້ ການປ່ຽນແປງຂອງໂລກໃນດ້ານການພັດທະນາເຄື່ອງມືສື່ສານ ແລະ ເຕັກໂນໂລຊີ່ທັນສະໄໝ ສົ່ງຜົນໃຫ້ສື່ມວນຊົນມີໜ້າທີ່ ແລະ ບົດບາດທີ່ສຳຄັນທາງດ້ານການໃຫ້ຂໍ້ມູນຂ່າວສານ ເວົ້າໄດ້ວ່າຍຸກນີ້ຄືຍຸກແຫ່ງຂໍ້ມູນຂ່າວສານ ທີ່ຂໍ້ມູນຂ່າວສານຕ່າງໆເຫຼົ່ານັ້ນ ຈະຖືກຖ່າຍທອດໄປສູ່ກຸ່ມຄົນ ທຸກກຸ່ມໄດ້ຢ່າງໄວວາ ໂດຍຜ່ານສື່ຕ່າງໆເຊັ່ນ : ສັງຄົມອອນລາຍ, ວິທະຍຸໂທລະພາບ, ໜັງສືພີມ, ວາລະສານ ແລະ ສື່ອື່ນໆ.

ສະເພາະພາຍໃນປະເທດລາວ ກໍຄືຊາວແຂວງວຽງຈັນ ການຊົມໃຊ້ສື່ອອນລາຍ ຫຼື ອິນເຕີເນັດເທິງມືຖື ແລະ ຄອມພີວເຕີນັບມື້ນັບຫຼາຍຂື້ນ ສະນັ້ນ, ຍິ່ງມີຄວາມຈຳເປັນທີ່ຕ້ອງໄດ້ພັດທະນາສື່ອອນລາຍໃຫ້ເໝາະສົມ ໃນດ້ານການນໍາສະເໜີຂໍ້ມູນຂ່າວສານ ເພື່ອໃຫ້ມວນຊົນ ແລະ ສາທາລະນະໄດ້ຮັບຮູ້ ກໍຄືຊາວແຂວງວຽງຈັນ ຜູ້ຊົມໃຊ້ສື່ອອນລາຍ ໄດ້ມີສື່ກາງ ໃນການຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ ຕອບໂຕ້ຂໍ້ມູນຂ່າວສານ ທີ່ສົ່ງຜົນກະທົບ ຫຼື ທີ່ບິດເບືອນຄວາມຈິງ ( ຈາກກຸ່ມຄົນບໍ່ດີ ) ອັນກໍ່ໃຫ້ເກີດຜົນເສຍຫາຍຕ່າງໆຕາມມາ ຈົນເຮັດໃຫ້ສ້າງພາບລັກອັນບໍ່ດີໃຫ້ແກ່ແຂວງ ວຽງຈັນ ພວກເຮົາ.

ແຂວງ ວຽງຈັນ ອອນລາຍ ເປັນສື່ໃໝ່ ໃນການນໍາສະເໜີຂໍ້ມູນຂ່າວສານ ທີ່ໄດ້ຮັບອະນຸຍາດຈາກລັດ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ - ວັດທະນະທໍາ ແລະ ທ່ອງທ່ຽວ ໃນການສະໜອງຂໍ້ມູນຂ່າວສານຂອງການເຄື່ອນໄຫວວຽກງານຕ່າງໆພາຍໃນແຂວງທີ່ມີຊັດເຈນ, ວ່ອງໄວ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງໃນສັງຄົມ ເຮັດໃຫ້ຜູ້ຊົມໃຊ້ສື່ອອນລາຍພາຍໃນປະເທດ ແລະ ທົ່ວໂລກໄດ້ຮັບຮູ້ເຖິງວຽກງານຕ່າງໆພາຍໃນແຂວງ ( ຂໍ້ມູນທີ່ສາມາດເປີດເຜີຍໄດ້) ອອກສູ່ສາທາລະນະຊົນ.

ສະນັ້ນ, ສື່ແຂວງວຽງຈັນອອນລາຍ ເປັນອີກສື່ສະໄໝໃໝ່ ທີ່ໄດ້ຮັບການອະນຸຍາດຕາມລະບຽບກົດໝາຍຂອງລັດ ແລະ ດຳເນີນໄປຕາມຈັນຍາບັນຂອງກົດໝາຍວ່າດ້ວຍສື່ມວນຊົນ ທີ່ພ້ອມຈະນຳສະເໜີຂໍ້ມູນຂ່າວສານ ແທດເໝາະກັບສະພາບຄວາມເປັນຈິງຂອງສັງຄົມ ແຂວງ ວຽງຈັນ ກໍຄືການພັດທະນາໃນທຸກຂົງເຂດວຽກງານ.


Other News & Media Websites in Vientiane

Show All