15/07/2025
ປະເທດດ້ອຍພັດທະນາ ເປັນປະເທດແບບໃດ?
ທ່ານຮູ້ກ່ຽວກັບປະຫວັດ ຄວາມເປັນມາຂອງປະເທດດ້ອຍພັດທະນາ ຫຼື ບໍ່? ແລະ ຖ້າປະເທດໃດໜຶ່ງອອກຈາກສະຖານະພາບດ້ອຍພັດທະນາ, ປະເທດນັ້ນຈະຢູ່ໃນສະຖານະພາບໃດ? ບົດຄວາມນີ້ມີຄໍາຕອບ !!!
ນັບແຕ່ປີ 1971 ເປັນຕົ້ນມາ, ອົງການ ສະຫະປະຊາຊາດ (ຫຼື ສປຊ) ໄດ້ກໍານົດສະຖານະພາບ ປະເທດດ້ອຍພັດທະນາ (Least Developed Countries ຫຼື LDCs) ຢ່າງເປັນທາງການ ໂດຍອີງຕາມຍັດຕິ ຂອງສະມັດຊາໃຫຍ່ ອົງການ ສປຊ ສະບັບເລກທີ A/RES/2768, ລົງວັນທີ 18 ພະຈິກ 1971, ເຊິ່ງໄດ້ກໍານົດເອົາບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ປະເຊີນກັບອຸປະສັກທາງດ້ານໂຄງສ້າງຢ່າງໜັກໜ່ວງຕໍ່ການພັດທະນາ ເຂົ້າໃນບັນຊີປະເທດດ້ອຍພັດທະນາ. ໃນນັ້ນ, ສປປ ລາວ ຈຶ່ງຖືກຈັດເຂົ້າໃນບັນຊີປະເທດດ້ອຍພັດທະນາ ນັບແຕ່ນັ້ນມາຈົນເຖິງປັດຈຸບັນ.
ບັນຊີປະເທດດ້ອຍພັດທະນາ ແມ່ນຖືກກໍານົດໂດຍ ຄະນະກໍາມະການດ້ານນະໂຍບາຍເພື່ອການພັດທະນາ ຂອງອົງການ ສປຊ (Committee for Development Policy ຫຼື CDP), ເຊິ່ງໄດ້ກໍານົດ 03 ເງື່ອນໄຂ ຫລື ມາດຖານ ເຊິ່ງລວມມີ: 1) ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (Gross National Incomes ຫຼື GNI) ໂດຍກໍານົດເປັນສະກຸນເງິນໂດລາສະຫະລັດ; 2) ດັດສະນີຊັບສິນມະນຸດ (Human Assets Index ຫຼື HAI) ໂດຍຄິດໄລ່ຈາກ 0-100; ແລະ 3) ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index ຫຼື EVI) ໂດຍຄິດໄລ່ຈາກ 0-100. ໃນເບື້ອງຕົ້ນ, ປະເທດທີ່ກໍານົດໃຫ້ຢູ່ໃນສະຖານະພາບດ້ອຍພັດທະນາ ແມ່ນຈະມີລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຈໍານວນ $1,088 ໂດລາສະຫະລັດ ລົງມາ; ດັດສະນີຊັບສິນມະນຸດ (HAI) ໃນຕົວເລກ 60 ຫຼື ໜ້ອຍກວ່າ; ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ໃນຕົວເລກ 36 ຫຼື ຫຼາຍກວ່າ.
ສໍາລັບເງື່ອນໄຂຂອງປະເທດທີ່ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ນັ້ນ, ປະເທດດັ່ງກ່າວຕ້ອງຜ່ານການປະເມີນ ອີງຕາມມາດຖານ ທັງສາມເງື່ອນໄຂ, ເຊິ່ງໃນປີ 2024 ໄດ້ກໍານົດໄວ້ວ່າ:
1) ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຕ້ອງມີຈໍານວນ $1,306 ຂຶ້ນໄປ;
2) ດັດສະນີຊັບພະຍາກອນມະນຸດ (HAI) ໃນຕົວເລກ 66 ຫຼື ຫຼາຍກວ່າ; ແລະ
3) ດັດສະນີຄວາມບອບບາງ (EVI) ໃນຕົວເລກ 32 ຫຼື ໜ້ອຍກວ່າ.
ປັດຈຸບັນ, ປະເທດທີ່ຢູ່ໃນບັນຊີດ້ອຍພັດທະນາ ມີທັງໝົດ 44 ປະເທດ ເຊິ່ງໃນນັ້ນ ຢູ່ທະວີບອາຟຣິກາ ມີ 32 ປະເທດ, ຢູ່ພາກພື້ນອາຊີ-ປາຊີຟິກ ມີ 10 ປະເທດ, ຢູ່ພາກພື້ນຕາເວັນອອກກາງ ມີ 01 ປະເທດ ແລະ ຂົງເຂດທະເລກາຣີບຽນ (Caribbean) 01 ປະເທດ, ເຊິ່ງມີລາຍລະອຽດຄື:
📍ໃນທະວີບອາຟຣິກາ ຈໍານວນ 32 ປະເທດ ໄດ້ແກ່: ອັງໂກລາ (Angola), ເບແນັງ (Benin), ບູກິນາຟາໂຊ (Burkina Faso), ບູຣູນດີ (Burundi), ອາຟຣິກາກາງ (Central African Republic), ຊາດ (Chad), ໂກໂມຣົສ (Comoros), ກົງໂກ Congo, ຈິບູຕີ (Djibouti), ອິຣິເທຣຍ (Eritrea); ເອທິໂອປີ (Ethiopia), ກຳເບຍ (Gambia), ກິເນ (Guinea), ກິເນ-ບິຊາວ (Guinea-Bissau), ເລໂຊໂຕ (Lesotho), ໄລບີເຣຍ (Liberia), ມາດາກາສະກາ (Madagascar), ມາລາວີ (Malawi), ມາລີ (Mali), ໂມຣິຕາເນຍ (Mauritania), ໂມຊຳບິກ (Mozambique), ນິເຊ (Niger), ຣູວັນດາ (Rwanda), ເຊເນການ (Senegal) ພວມກະກຽມອອກໃນປີ 2029, ເຊຍຣາເລໂອນ (Sierra Leone), ໂຊມາລີ (Somalia), ຊູດັງໃຕ້ (South Sudan), ຊູດັງ (Sudan), ຕັງຊານີ (Tanzania), ໂຕໂກ (Togo), ອູກັນດາ (Uganda) ແລະ ຊຳເບຍ (Zambia).
📍ພາກພື້ນອາຊີ ແລະ ປາຊີຟິກ ມີຈໍານວນ 10 ປະເທດ: ອາຟະການິດສະຖານ (Afghanistan), ບັງກລາເທດ (Bangladesh) ກຽມອອກໃນປີ 2026, ກໍາປູເຈຍ (Cambodia) ກຽມອອກໃນປີ 2029, ສປປ ລາວ 🇱🇦 (ກຽມອອກໃນປີ 2026), ກິຣີບາຕີ (Kiribati), ມຽນມາ (Myanmar), ເນປານ (Nepal) ກຽມອອກໃນປີ 2026 (ເຄີຍອອກແລ້ວ ແຕ່ກັບເຂົ້າມາຢູ່ໃນສະຖານະພາບດ້ອຍພັດທະນາຄືນ ຍ້ອນໄພພິບັດທາງທໍາມະຊາດ), ໂຊໂລມອນ ໄອແລນ (Solomon Islands) ກຽມອອກໃນປີ 2027, ຕິມໍແລັດສະເຕ (Timor-Leste) ແລະ ຕູວາລູ (Tuvalu).
📍ພາກພື້ນຕາເວັນອອກກາງ ມີ 01 ປະເທດ: ເຢເມນ (Yemen).
📍ຂົງເຂດກາຣີບຽນ (Caribbean) ມີ 01 ປະເທດ: ໄຮຕິ (Haiti).
ບັນດາປະເທດດ້ອຍພັດທະນາ ມີອັດຕາກວມເອົາຄວາມທຸກຍາກຂອງໂລກປະມານ 40% ແລະ ມີປະຊາກອນທັງໝົດກວມເອົາປະມານ 13% ຂອງປະຊາກອນໂລກ ຫຼື ປະມານ 1.16 ຕື້ຄົນ. ນັບແຕ່ປີ 1971 ມາຮອດປັດຈຸບັນ, ມີພຽງແຕ່ 08 ປະເທດເທົ່ານັ້ນ ທີ່ສາມາດຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ ຄື: ບົດສະວານາ (Botswana) ໃນປີ 1994, ກັບແວກ (Cabo Verde) ໃນປີ 2007, ມານດີບ (Maldives) ໃນປີ 2011, ຊາມົວ (Samoa) ໃນປີ 2014, ເອກວາຕໍຣິອານ ກິເນ (Equatorial Guinea) ໃນປີ 2017, ວານູອາຕູ (Vanuatu) ໃນປີ 2020, ບູຖານ (Bhutan) ໃນປີ 2023 ແລະ ຫຼັງສຸດແມ່ນ ຊາວໂຕເມ ແລະ ປຣິນຊິບ (São Tomé and Príncipe) ໃນປີ 2024.
ຫຼາຍທ່ານອາດຈະສົງໄສ ຫຼື ອາດບໍ່ແນ່ໃຈວ່າ ຫຼັງຈາກບັນດາປະເທດເຫຼົ່ານີ້ອອກຈາກສະຖານະພາບດ້ອຍພັດທະນາໄປແລ້ວ ປະເທດເຫຼົ່ານີ້ຈະຢູ່ໃນສະຖານະພາບໃດ❓ ຈະກາຍເປັນປະເທດທີ່ຈະເລີນ ຫຼື ປະເທດທີ່ພັດທະນາແລ້ວ ເລີຍບໍ່❓ ຄໍາຕອບຄື: ຫຼັງຈາກທີ່ປະເທດເຫຼົ່ານີ້ອອກຈາກສະຖານະພາບດ້ອຍພັດທະນາແລ້ວ, ປະເທດເຫຼົ່ານີ້ກໍຈະຢູ່ໃນສະຖານະພາບເປັນປະເທດ "ກໍາລັງພັດທະນາ" ຫຼື Developing Countries ຄືກັບຫຼາຍໆປະເທດ ເຊັ່ນ: ສປ ຈີນ, ສສ.ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ອຶ່ນໆ, ເຊິ່ງບໍ່ໄດ້ໝາຍຄວາມວ່າຈະກາຍເປັນປະເທດທີ່ຈະເລີນ ຫຼື ພັດທະນາແລ້ວໂດຍທັນທີທັນໃດ ແລະ ບໍ່ໄດ້ໝາຍຄວາມວ່າ ໝົດທຸກຄົນໃນປະເທດຈະພົ້ນທຸກ. ປະເທດເຫຼົ່ານີ້ກໍຍັງຈະຕ້ອງສືບຕໍ່ພັດທະນາເສດຖະກິດ-ສັງຄົມຂອງຕົນ ຕາມແນວທາງຂອງລັດຖະບານປະເທດນັ້ນໆວາງອອກໃນແຕ່ລະໄລຍະ ເພື່ອກ້າວໄປສູ່ການເປັນປະເທດທີ່ພັດທະນາແລ້ວ ຫຼື ໃນພາສາອັງກິດ ເອີ້ນວ່າ “Developed Countries” ເຊັ່ນ: ຝຣັ່ງ, ສະວິດ, ຍີ່ປຸ່ນ ແລະ ອຶ່ນໆ. ນອກນີ້, ໃຫ້ທຸກຄົນເຂົ້າໃຈນຳກັນຕື່ມອີກວ່າ ເຖິງວ່າບັນດາປະເທດທີ່ໄດ້ຮັບສະຖານະພາບວ່າເປັນປະເທດທີ່ພັດທະນາແລ້ວ ກໍບໍ່ໄດ້ໝາຍຄວາມວ່າປະເທດນັ້ນໆ ຈະບໍ່ມີຜູ້ທຸກຍາກ ແລະ ທຸກຄົນໃນປະເທດມີລາຍຮັບທີ່ສູງທັງໝົດ.
ສໍາລັບການປະເມີນຄັ້ງຫຼ້າສຸດ ຂອງຄະນະກໍາມະການນະໂຍບາຍດ້ານການພັດທະນາ (CDP) ຕໍ່ກັບເງື່ອນໄຂໃນການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ 🇱🇦 ແມ່ນສາມາດຜ່ານເງື່ອນໄຂຈໍານວນສາມຄັ້ງຕິດຕໍ່ກັນຄື ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), 2021 ແລະ 2024 (ຜ່ານທັງສາມເງື່ອນໄຂ), ເຊິ່ງໃນປີ 2024 ແມ່ນມີລາຍລະອຽດຄື:
1) ລາຍຮັບ GNI ຈໍານວນ: $2,503; ✅
2) ດັດສະນີ HAI ແມ່ນ 74.8; ✅
3) ດັດສະນີ EVI ແມ່ນ 29.8 ✅
ສະນັ້ນ, ການອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ບໍ່ໄດ້ໝາຍຄວາມວ່າ ສປປ ລາວ ເຮົາຈະກາຍເປັນປະເທດທີ່ຈະເລີນ ຫຼື ພັດທະນາແລ້ວ ໂດຍທັນທີທັນໃດ, ແຕ່ຈະເປັນບາດກ້າວທໍາອິດທີ່ຈະນໍາພາປະເທດກ້າວເຂົ້າສູ່ສະຖານະພາບ “ປະເທດກໍາລັງພັດທະນາ” (Developing Country) ແລະ ເລີ່ມຕົ້ນເສັ້ນທາງທີ່ຈະນໍາພາປະເທດໄປສູ່ຈຸດມຸ່ງໝາຍອັນສູງສຸດ ກໍຄືການກາຍເປັນ “ປະເທດທີ່ພັດທະນາແລ້ວ” (Developed Country) ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ແລະ ແຜນພັດທະນາອື່ນໆ ທີ່ພັກ-ລັດຖະບານ ໄດ້ວາງອອກໃນແຕ່ໄລຍະ.
ອີງຕາມຜົນການປະເມີນຂອງອົງການ ສປຊ ໃນປັດຈຸບັນ, ສປປ ລາວ ແມ່ນສາມາດຖືກສະເຫນີ ຫລື ແນະນໍາ (Recommended) ໃຫ້ອອກຈາກສະຖານະພາບດັ່ງກ່າວໄດ້ພາຍໃນປີ 2026 ພ້ອມກັບ ບັງກລາເທດ ແລະ ເນປານ ໂດຍປະຕິບັດຕາມຂັ້ນຕອນການຮັບຮອງຢ່າງເປັນທາງການໂດຍ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ແລະ ສະມັດຊາໃຫຍ່ ອົງການ ສປຊ (UN General Assembly).
ສະຫລຸບແລ້ວ, ການທີ່ປະເທດໃດຫນຶ່ງຈະຖືກບັນຈຸເຂົ້າ ຫລື ໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາ ແມ່ນການຕັດສິນໂດຍຜ່ານກົນໄກຂອງສາກົນ ກໍຄືອົງການ ສປຊ 🇺🇳 ເຊິ່ງບໍ່ແມ່ນລັດຖະບານປະເທດໃດຫນຶ່ງ ຈະສາມາດກໍານົດໄດ້ດ້ວຍຕົນເອງ.
ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ, ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ມາເປັນ “ກໍາລັງພັດທະນາ”, ກະລຸນາຕິດຕາມໄດ້ ໃນບົດຄວາມສະບັບຕໍ່ໄປ.
ຂຽນໂດຍ: ລົດສະດາ ຄຸນນະວົງສາ, ພະແນກເສດຖະກິດ-ສັງຄົມ ສປຊ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ.
cr Lao Youth Radio FM 90.0 Mhz