Econews Laos

Econews Laos The Earth’s reflection: Lao Youth Environmental News Platform, EcoNews Laos. The EcoNews Laos is a young news platform in Laos on the topic of the environment.

We believe that knowledge is the best weapon to fight against the environmental crisis. Our aim is to raise awareness and provide knowledge among the citizens about environmental issues and solutions in Laos and from around the globe by young and dynamic journalists.

🗓️ໃນຊ່ວງ 3 ເດືອນຕົ້ນປີ 2025 ໄດ້ເກີດມີປາກົດການແຜ່ນດິນໄຫວທີ່ໄດ້ສ້າງຄວາມເສຍຫາຍໃນຫຼາຍຂົງເຂດ ໂດຍຄັ້ງລ່າສຸດປາກົດການດັ່ງກ່າວ ສາ...
07/05/2025

🗓️ໃນຊ່ວງ 3 ເດືອນຕົ້ນປີ 2025 ໄດ້ເກີດມີປາກົດການແຜ່ນດິນໄຫວທີ່ໄດ້ສ້າງຄວາມເສຍຫາຍໃນຫຼາຍຂົງເຂດ ໂດຍຄັ້ງລ່າສຸດປາກົດການດັ່ງກ່າວ ສາມາດວັດຄວາມຮຸນແຮງໄດ້ສູງທີ 7 ແມັກນິກຈູດ ໃນເຂດອາຊີຕາເວັນອອກສ່ຽງໃຕ້.

📢ເລີ່ມຕົ້ນປີ 2025 ດ້ວຍເຫດການແຜ່ນດິນໄຫວທີ່ເຂດຕິເບດ ໃນຕອນເຊົ້າຂອງວັນທີ 7 ເດືອນມັງກອນ ເຊິ່ງວັດລະດັບຄວາມສັ່ນສະເທືອນຂອງເຫດການໄດ້ທີ່ 6.8 ແມັກນິຈູດ ແລະ ແຮງສັ່ນໃນລະດັບນີ້ສາມາດຮັບຮູ້ໄດ້ເຖິງ ເຂດປະເທດເນປານ, ພູຖານ ແລະ ເຂດພາກເໜືອຂອງອິນເດຍ. ຈາກເຫດການແຜ່ນດິນໄຫວດັ່ງກ່າວ, ທາງການຈີນໄດ້ມີ ການລາຍງານຈຳນວນຜູ້ເສຍຊິວິດ ທີ່ມີສູງເຖິງ 126 ຊີວິດ ແລະ ຜູ້ໄດ້ຮັບບາດເຈັບຫຼາຍກວ່າ 200 ຊີວິດ. ທັງນີ້, ການຊ່ວຍເຫຼືອໃນເຂດຕິເບດແມ່ນມີຄວາມທ້າທ້າຍເນື່ອງຈາກ ສະພາບພູມສັນຖານທີ່ເປັນພູສູງ ປະກອບກັບສະພາບ ອາກາດໜາວເຢັນ ເຊິ່ງອຸນຫະພູມໃນຂະນະນັ້ນຄາດວ່າໄດ້ຫຼຸດລົງຕໍ່າເຖິງ - 17 ອົງສາເຊ.

🇳🇿ເຊັ່ນດຽວກັນກັບທາງຕອນໃຕ້ຂອງ ປະເທດນູແວນເຊລັງ (New Zealand) ກໍໄດ້ເກີດແຜ່ນດິນໄຫວຂະໜາດ 6.7 ແມັກນິຈູດ ໃນເມື່ອວັນທີ 25 ມີນາ 2025 ທີ່ຜ່ານມາ ຊ່ວງເວລາປະມານ 14 ໂມງ 23 ນາທີ ຕາມເວລາທ້ອງຖິ່ນ. ຕໍ່ກັບສະຖານະ ການດັ່ງກ່າວ, ຜູ້ຄົນຫຼາຍກວ່າ 4700 ຊິວິດສາມາດຮັບຮູ້ເຖິງແຮງສັ່ນສະເທືອນ ແລະ ເຄື່ອງຂອງພາຍໃນອາຄານຕົກຫຼົ່ນ ແລະ ອາຄານເກີດການສັ່ນໄຫວ.

🇲🇲ຍິ່ງໄປກວ່ານັ້ນ, ທາງສະຫະພາບມຽນມາໄດ້ຜະເຊີນກັບແຜ່ນດິນໄຫວຮຸນແຮງລະດັບ 7.7 ແມັກນິກຈູດ ທີ່ມີສູນກາງຢູ່ໃກ້ ກັບເມືອງມັນດາເລ ເຊິ່ງເຫດການນີ້ໄດ້ສົ່ງຜົນກະທົບຕໍ່ກັບບັນດາປະເທດອ້ອມຂ້າງໂດຍສະເພາະແມ່ນປະເທດໄທ ແລະ ປະເທດລາວເອງກໍສາມາດຮັບຮູ້ເຖິງແຮງສັ່ນສະເທືອນດັ່ງກ່າວ. ສະຖານະການແຜ່ນດິນໄຫວນີ້ໄດ້ເກີດຂຶ້ນໃນຊ່ວງບ່າຍຂອງວັນທີ 28 ເດືອນມີນາ ທີ່ຜ່ານມາ.​ ບ້ານເຮືອນປະຊາຊົນ, ສະຖານທີ່ສຳຄັນຕ່າງໆໄດ້ພັງຖະຫຼົ່ມ ແລະ ມີປະຊາຊົນຫຼາຍກວ່າ 3,600 ຄົນເສຍຊີວິດ, 4,800 ກວ່າຄົນໄດ້ຮັບບາດເຈັບ ແລະ 141 ກວ່າຄົນຍັງບໍ່ທັນພົບເຫັນ. ມຽນມາຕັ້ງຢູ່ໃນເຂດທີ່ 4 ແຜ່ນເປືອກໂລກມີການເຄື່ອນເໜັງຢູ່ເປັນປະຈຳ. ຍິ່ງໄປກວ່ານັ້ນ, ພູມສັນຖານຂອງມຽນມາກໍມີຮອຍເລື່ອນສຳຄັນທີ່ຕັດຜ່ານ ໃຈກາງຂອງປະເທດ ເຊິ່ງເອີ້ນວ່າ ຮອຍເລື່ອນສະກາຍນ໌ (Sagaing fault) ໂດຍຜົນຂອງການເຄື່ອນຕົວຂອງ ຮອຍເລື່ອນນີ້ກໍ່ໃຫ້ເກີດແຜ່ນດິນໄຫວໃນບໍລິເວນໃກ້ຄຽງ. ເຊັ່ນດຽວກັນກັບເຫດການໃນຄັ້ງນີ້, ທີ່ແຜ່ນເປືອກໂລກອິນເດຍໄດ້ມີ ການເຄື່ອນໄຫວທັບຊ້ອນກັບແຜ່ນເປືອກໂລກຢູຣາຊຽນ ເຮັດໃຫ້ເກີດມີແຮງຮຸກຖູສະສົມ ໃນບໍລິເວນຮອຍເລື່ອນ ແລະ ເກີດມີການປ່ອຍພະລັງງານໃນເວລາຕໍ່ມາ ເຊິ່ງເປັນຜົນໃຫ້ແຮງສັ່ນໄຫວກະຈາຍຄື້ນອອກສູ່ວົງກວ້າງ.​ ດ້ວຍເຫດຜົນນີ້, ຄື້ນຈາກແຮງສັ່ນດັ່ງກ່າວຈຶ່ງສາມາດແຜ່ມາ ເຖິງບໍລິເວນອ້ອມ ຂ້າງເຊັ່ນວ່າ ນະຄອນຫຼວງ ບາງກອກ, ປະເທດໄທ ແລະ ເກີດມີການຖະຫຼົ່ມຂອງຕຶກສູງ ເຊິ່ງມີການລາຍງານ ຈາກທາງການໄທຕໍ່ກັບຈຳນວນ ຜູ້ເສຍຊິວິດລ່າສຸດມີສູງເຖິງ 44 ຄົນ, ມີຜູ້ໄດ້ຮັບບາດເຈັບ 9 ຄົນ ແລະ ຍັງສູນຫາຍອີກ 50 ຊີວິດ.

ແຜ່ນດິນໄຫວເປັນໄພງຽບທີ່ສ້າງຜົນເສຍຫາຍເປັນວົງກວ້າງ ໂດຍສະເພາະແມ່ນຊີວິດ, ຊັບສິນ ແລະ ສະພາບແວດລ້ອມ. ພາຍຫຼັງເຫດການດັ່ງກ່າວ, ກໍຈະມີບັນດາເຫດການສຳຄັນອື່ນໆຕາມມາເຊັ່ນວ່າ ການເກີດຄື້ນສຶນາມິ (Tsunami), ການເກີດແຜ່ນດິນໄຫວຂະໜາດນ້ອຍ (Aftershock) ແລະ ອື່ນໆ ໂດຍບັນດາປາກົດການເຫຼົ່ານີ້ ຕ້ອງໄດ້ເອົາໃຈໃສ່ຕໍ່ການເຝົ້າລະວັງ ແລະ ຮັບຟັງການແຈ້ງເຕືອນ ຢ່າງໃກ້ຊິດ ເພື່ອຮັບປະກັນຄວາມປອດໄພ.

💨ປະກົດການໝອກຄວັນກະຈາຍເຕັມທ້ອງຟ້າ, ການໄຫຼຂອງຫີນມັກມາ ແລະ ລາວາສູ່ພື້ນດິນ, ການລະເບີດຂອງຫີນແຕກອອກ ເປັນຊິ້ນສ່ວນນ້ອຍໆຖືເປັນເຫດ...
02/05/2025

💨ປະກົດການໝອກຄວັນກະຈາຍເຕັມທ້ອງຟ້າ, ການໄຫຼຂອງຫີນມັກມາ ແລະ ລາວາສູ່ພື້ນດິນ, ການລະເບີດຂອງຫີນແຕກອອກ ເປັນຊິ້ນສ່ວນນ້ອຍໆຖືເປັນເຫດການສຳຄັນຂອງການປ່ຽນແປງ ດ້ານສະພາບແວດລ້ອມໂລກ ເຊິ່ງປາກົດການດັ່ງກ່າວຖືກຮຽກວ່າ “ການປະທຸຂອງພູເຂົາໄຟ”

🌋ເມື່ອວັນທີ 1 ເມສາ ທີ່ຜ່ານມາໄດ້ເກີດການປະທຸຂອງພູເຂົາໄຟໃກ້ກັບເຂດເມືອງກຣິນດາວິກ (Grindavík) ຂອງປະເທດອິດສະລັງ (Iceland). ຕໍ່ກັບເຫດການດັ່ງກ່າວ ໄດ້ກໍ່ໃຫ້ເກີດມີລາວາທີ່ສ້າງ ຮອຍແຕກເທິງພື້ນ ທີ່ດິນຍາວເຖິງ 1.2 ກິໂລແມັດ ແລະ ຍັງມີເຫດການແຜ່ນດິນໄຫວຫຼາຍຄັ້ງຄຽງຄູ່ກັບການປະທຸຂອງພູເຂົາໄຟດັ່ງກ່າວ. ການປະທຸຂອງພູເຂົາໄຟໃນເມືອງກຣິນດາວິກໄດ້ເລີ່ມຂຶ້ນໃນຊ່ວງເຊົ້າເວລາ 09 ໂມງ 45 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງທາງການຂອງອິດສະລັງໄດ້ມີການອົບພະຍົບປະຊາຊົນທີ່ຢູ່ໃນບໍລິເວນໃກ້ຄຽງຫຼາຍກວ່າ 40 ຄົວເຮືອນອອກຈາກເຂດ ດັ່ງກ່າວເພື່ອຄວາມປອດໄພ. ແນວໃດກໍຕາມ, ການປະທຸນີ້ໄດ້ສະຫງົບລົງໃນຊ່ວງຕອນບ່າຍຂອງມື້ດຽວກັນ.

🌋ຕິດຕາມມາດ້ວຍການປະທຸຂອງພູເຂົາໄຟຊາກຸລະຈິມາທາງຕອນໃຕ້ຂອງປະເທດຍີ່ປຸ່ນໃນເມື່ອວັນທີ 5 ເມສາ ທີ່ຜ່ານມາ. ໂດຍເຫດການດັ່ງກ່າວໄດ້ເກີດຂຶ້ນໃນຊ່ວງເວລາປະມານ 15 ໂມງ 24 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງການປະທຸຄັ້ງນີ້ໄດ້ກໍ່ໃຫ້ເກີດໝອກຄວັນສູງເຖິງ 2,600 ແມັດ ແລະ ທາງການຂອງຍີ່ປຸ່ນໄດ້ມີການແຈ້ງເຕືອນ ໄພໃນລະດັບ 3. ພ້ອມນັ້ນ, ກໍມີການຈຳກັດການເຂົ້າເຖິງພື້ນທີ່ບໍລິເວນໃກ້ຄຽງເພື່ອເຝົ້າລະວັງ ຜົນກະທົບທີ່ຕາມ ມາພາຍຫຼັງ.

🌋ແລະ ລ່າສຸດເມື່ອວັນທີ 8 ເມສານີ້, ທາງຟິລິບປິນກຳລັງຜະເຊີນກັບການປະທຸຂອງພູເຂົາໄຟ ການລາອອນ (Kanlaon) ເຊິ່ງຕັ້ງຢູ່ເຂດໃຈກາງຂອງປະເທດ ທີ່ກວມເອົາແຂວງ ເນໂກຣສ ອອກຊິເດັນໂທ (Negros Occidental) ແລະ ເນໂກຣສ ອໍເຣນໂທ (Negros Oriental) ໂດຍພູເຂົາໄຟນີ້ໄດ້ປ່ອຍຄວັນເຖົ່າທີ່ສູງເຖິງ 4,000 ແມັດ ໃນຊ່ວງຕອນເຊົ້າຂອງມື້ດັ່ງກ່າວ ແລະ ທາງໜ່ວຍງານຂອງຟິລິບປິນໄດ້ປະກາດລະດັບການເຕືອນໄພໃນລະດັບ 3 ທີ່ຄາດການວ່າມີຄວາມສ່ຽງ ຈະເກີດການໄຫຼຂອງລາວາ ແລະ ການປະທຸທີ່ຮຸນແຮງພາຍໃນອາທິດນີ້.

🌋ພູເຂົາໄຟເປັນຜົນມາຈາກການເຄື່ອນໄຫວທັບຊ້ອນກັນຢ່າງຕໍ່ເນື່ອງ ເຊິ່ງນຳໄປສູ່ການປະທະກັນຂອງແຜ່ນເປືອກໂລກ ທີ່ເຮັດໃຫ້ແຜ່ນໃດໜຶ່ງຖືກຈົມລົງສູ່ດ້ານໃຕ້ຂອງອີກແຜ່ນ. ເມື່ອແຮງດັນ ແລະ ອຸນຫະພູມທີ່ຢູ່ໃຕ້ພື້ນ ໂລກມີເພີ່ມສູງຂຶ້ນ, ປັດໄຈທັງສອງນີ້ຈະກະຕຸ້ນໃຫ້ຫີນມີການປ່ອຍນໍ້າອອກມາ ແລະ ເກີດມີການລະລາຍກາຍເປັນລາວາປະທຸສູ່ເທິງໜ້າດິນ. ການປະທຸຂອງພູເຂົາໄຟຍັງມີແນວໂນ້ມທີ່ຈະເກີດຂຶ້ນ ໂດຍສະເພາະແມ່ນ ໃນເຂດວົງໄຟປາຊີຟິກທີ່ 75 ສ່ວນຮ້ອຍຂອງພູເຂົາໄຟໃນທົ່ວໂລກຕັ້ງຢູ່ໃນເຂດດັ່ງກ່າວ ແລະ ເຂດນີ້ ກໍຍັງມີພູເຂົາໄຟທີ່ຍັງເຄື່ອນໄຫວປົກກະຕິຫຼາຍພັນລູກ.

☁️ທ້ອງຟ້າຂອງອີຣັກໄດ້ກາຍເປັນສີສົ້ມຈາກອິດທິພົນຂອງພາຍຸຊາຍທີ່ພັດເຂົ້າສູ່ທາງຕອນກາງ ແລະ ຕອນໃຕ້ຂອງປະເທດ ເຊິ່ງໄດ້ສົ່ງຜົນກະທົບຕໍ່...
30/04/2025

☁️ທ້ອງຟ້າຂອງອີຣັກໄດ້ກາຍເປັນສີສົ້ມຈາກອິດທິພົນຂອງພາຍຸຊາຍທີ່ພັດເຂົ້າສູ່ທາງຕອນກາງ ແລະ ຕອນໃຕ້ຂອງປະເທດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຫາຍໃຈຂອງປະຊາຊົນ.​ ໃນນີ້,​ ຜູ້ຄົນຫຼາຍກວ່າພັນຄົນໄດ້ເຂົ້າຮັບການປິ່ນປົວທີ່ໂຮງໝໍ. ຍິ່ງໄປກວ່ານັ້ນ, ສະໜາມບິນຫຼາຍແຫ່ງໄດ້ມີການຍົກເລິກຖ້ຽວບິນ ແລະ ມີການປິດການສັນຈອນເນື່ອງຈາກວິໄສທັດ ໃນການເບິ່ງເຫັນມີລະດັບທີ່ຕໍ່າ ເຊິ່ງມີຄວາມສ່ຽງຕໍ່ການເກີດອັນຕະລາຍ.

🇮🇶ໃນຊ່ວງວັນທີ 14 ເດືອນເມສາທີ່ຜ່ານມາ, ທາງປະເທດອີຣັກໄດ້ຜະເຊີນກັບພາຍຸຊາຍ ເຊິ່ງປະຊາຊົນ, ເຈົ້າໜ້າທີ່ ແລະ ຜູ້ຄົນທີ່ຍ່າງ ຕາມທ້ອງຖະໜົນ ຕ້ອງໄດ້ມີການໃສ່ໜ້າກາກອະນາໄມ ເພື່ອຫຼີກລ່ຽງຄວາມອັນຕະລາຍ ຕໍ່ລະບົບທາງເດີນຫາຍໃຈ. ແນວໃດກໍຕາມ, ມີການລາຍງານຈາກແພດທີ່ແຂວງມູທັນນາ (Muthanna) ວ່າມີຫຼາຍກວ່າ 700 ກໍລະນີທີ່ຜະເຊີນກັບ ອາການຫາຍໃຈບໍ່ສະດວກ. ນອກຈາກນີ້, ຫຼາຍກວ່າ 250 ຄົນໄດ້ຖືກສົ່ງໄປປິ່ນປົວທີ່ໂຮງໝໍໃນແຂວງນາຈາຟ (Najaf) ແລະ ມີການລາຍງານເພີ່ມຕື່ມວ່າ ປະຊາຊົນອີກຈຳນວນ 530 ຄົນຜະເຊີນກັບອາການປ່ວຍທາງການຫາຍໃຈທີ່ ແຂວງ ດິກາ (Dhi Qar) ແລະ ບາຊຣາ (Basra).

✈️ການພັດຂອງຝຸ່ນໃນຄັ້ງນີ້ສົ່ງຜົນໃຫ້ວິໄສທັດໃນການເບິ່ງເຫັນມີໄລຍະທີ່ຕໍ່າກວ່າ 1 ກິໂລແມັດ,​ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງ ໄດ້ມີການປິດການສັນຈອນ ໂດຍສະເພາະແມ່ນຖ້ຽວບິນຈາກສະໜາມບິນໃນແຂວງນາຈາຟ (Najaf)​ ແລະ ບາຊຣາ (Basra). ຫຼາຍກວ່ານັ້ນ, ຍັງພົບອີກວ່າໃນບາງເຂດມີໄຟຟ້າດັບ.

🌪️ຕໍ່ກັບເຫດການດັ່ງກ່າວ, ທາງກົມອຸຕຸນິຍົມຂອງທາງອີຣັກໄດ້ລາຍງານວ່າ ປາກົດການນີ້ເປັນຜົນມາຈາກຄື້ນຝຸ່ນທີ່ຮຸນ ແຮງໄດ້ພັດເຂົ້າມາສູ່ປະເທດເຊິ່ງເຄື່ອນຕົວມາຈາກທາງພາກຕາເວັນອອກ ຂອງປະເທດ ອາຣັບບີ ຊາອຸດິດ ທີ່ເປັນເຂດທະເລຊາຍທີ່ໃຫຍ່ ສົມທົບກັບພັດເອົາຝຸ່ນຈາກທາງດ້ານໃຕ້ຂອງອີຣັກທີ່ເປັນພື້ນທີ່ແຫ້ງແລ້ງ ຈຶ່ງໄດ້ກໍ່ຕົວເປັນພາຍຸຊາຍຂຶ້ນ. ແນວໃດກໍຕາມ, ໃນຊ່ວງວັນທີ 15 ເດືອນເມສາ ພາຍຸດັ່ງກ່າວມີການອ່ອນກຳລັງລົງ.

🌵ອີຣັກເປັນໜຶ່ງໃນປະເທດທີ່ມີຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດເຊິ່ງມັກຜະເຊີນກັບພາຍຸຊາຍ, ອຸນຫະພູມທີ່ເພີ່ມສູງຂຶ້ນ,​ ແລະ ສ່ຽງຕໍ່ການຂາດແຄນນໍ້າ. ໃນສ່ວນຂອງພາຍຸຊາຍ, ອີຣັກເຄີຍຜະເຊີນກັບເຫດການທີ່ຮຸນແຮງໃນປີ 2022 ສົ່ງຜົນໃຫ້ມີຜູ້ເສຍຊິວິດ 1 ຄົນ ແລະ ຫຼາຍກວ່າ 5,000 ຊີວິດໄດ້ຮັບການປິ່ນປົວອາການປ່ວຍທາງການຫາຍໃຈ.

🌳ພື້ນທີ່ 2,000 ກວ່າເຮັກຕາທາງດ້ານຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນຜະເຊີນກັບໄຟໄໝ້ປ່າທີ່ເຮັດໃຫ້ຜູ້ຄົນຕ້ອງໄດ້ ອົບພະຍົບອອກຈາກພື້ນທີ...
29/04/2025

🌳ພື້ນທີ່ 2,000 ກວ່າເຮັກຕາທາງດ້ານຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນຜະເຊີນກັບໄຟໄໝ້ປ່າທີ່ເຮັດໃຫ້ຜູ້ຄົນຕ້ອງໄດ້ ອົບພະຍົບອອກຈາກພື້ນທີ່ດັ່ງກ່າວຫຼາຍເຖິງ ພັນກວ່າຄົນ ເຊັ່ນດຽວກັນກັບທາງພາກຕາເວັນຕົກ ຂອງຍີ່ປຸ່ນກໍ ໄດ້ຮັບມືກັບເຫດກ່າວດັ່ງກ່າວໃນຊ່ວງເດືອນມີນາ. ຄຽງຄູ່ກັນນັ້ນ, ບ້ານໃກ້ເຮືອນຄຽງກັບຍີ່ປຸ່ນເຊັ່ນວ່າ “ເກົາຫຼີໃຕ້” ຜະເຊີນວິກິດໄຟປ່າທາງຕອນໃຕ້ທີ່ນອກຈາກຜູ້ຄົນໃນບໍລິເວນດັ່ງກ່າວ ຕ້ອງໄດ້ອົບພະຍົບອອກ ຈາກເຂດນັ້ນແລ້ວ, ອາຮາມວັດທີ່ມີອາຍຸຫຼາຍກວ່າ 1,300 ປີກໍພົບເປັນຊາກໄໝ້ເຊັ່ນດຽວກັນ.

🇯🇵ເມືອງໂອຟູນະໂຕ (Ofunato), ແຂວງອິວາເຕະ (Iwate) ທາງຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນໄດ້ປະກາດ ອົບພະຍົບຜູ້ຄົນຈາກເຫດການ ໄຟປ່າທີ່ແຜ່ລາມເປັນບໍລິເວນກວ້າງເຖິງ 2,900 ເຮັກຕາ ເມື່ອວັນທີ 26 ກຸມພາທີ່ຜ່ານມາ ເຊິ່ງມີບັນດາຕຶກອາຄານຫຼາຍກວ່າ 200 ຕຶກ ທີ່ໄດ້ຮັບຜົນເສຍຫາຍ. ໃນນີ້, 76 ຫຼັງຄາເຮືອນໄດ້ຖືກເຜົາໄໝ້ ຈົນໝົດກ້ຽງຈາກໄຟປ່າດັ່ງກ່າວ. ສະຖານະການໄຟປ່າໃນແຂວງອິວາເຕະນີ້ສາມາດຄວບຄຸມ ການລຸກໄໝ້ໄດ້ເມື່ອວັນທີ 9 ມີນາທີ່ຜ່ານມາ. ແນວໃດກໍຕາມ, ທີ່ພັກອາໄສແບບສ່ວນຕົວສາມາດ ຍ້າຍເຂົ້າໄປຢູ່ໄດ້ພາຍໃນຊ່ວງເດືອນເມສາ ແລະ ບ້ານເຮືອນຊົ່ວຄາວແມ່ນໃນຊ່ວງຕົ້ນຂອງເດືອນພຶດສະພາ.

🔥ຕິດຕາມມາດ້ວຍ, ທາງພາກຕາເວັນຕົກຂອງຍີ່ປຸ່ນທີ່ໄຟປ່າໄດ້ແຜ່ລາມໃນບັນດາແຂວງ ເອຮິເມະ (Ehime), ໂອຄາຢາມາ (Okayama) ແລະ ມິຢາຊາກິ (Miyazaki). ສຳລັບພື້ນທີ່ທີ່ຖືກເຜົາໄໝ້ໃນແຂວງ ເອຮິເມະ ແມ່ນກວມເອົາ 306 ເຮັກຕາ ແລະ ຜູ້ຄົນຫຼາຍກວ່າ 6,000 ຄົນໄດ້ອົບພະຍົບອອກຈາກພື້ນທີ່ດັ່ງກ່າວ. ໃນສ່ວນຂອງແຂວງໂອຄາຢາມາ ,​ ເຂດພື້ນທີ່ໄຟປ່າແມ່ນກວມເອົາ 311 ເຮັກຕາ ພ້ອມນັ້ນກໍຍັງໄດ້ຂະຫຍາຍພື້ນທີ່ໄປເຖິງເມືອງ ທາມາໂນະ (Tamano) ໂດຍໄຟປ່າຂອງສອງແຂວງກໍຄື ເອຮິເມະ ແລະ ໂອຄາຢາແມ່ນເກີດຂຶ້ນໃນມື້ດຽວກັນກໍຄືຊ່ວງວັນທີ 23 ເດືອນມີນາ. ຍິ່ງໄປກວ່ານັ້ນ, ໃນຊ່ວງວັນທີ 25 ເດືອນມີນາ, ທາງແຂວງ Miyazaki ກໍຜະເຊີນກັບໄຟປ່າເຊັ່ນດຽວກັນ ແລະ ໄດ້ມີການອົບພະຍົບຫຼາຍກວ່າ 70 ຫຼັງຄາເຮືອນອອກຈາກບໍລິເວນດັ່ງກ່າວ. ຕໍ່ກັບເຫດການນີ້, ທາງໜ່ວຍງານດັບເພີງໄດ້ໃຊ້ຄວາມພະຍາຍາມຢ່າງໜັກໃນການດັບໄຟປ່າທາງບົກ ແລະ ອາກາດເພື່ອໃຫ້ມີຄວາມ ເສຍຫາຍໜ້ອຍທີ່ສຸດ.

🇰🇷ໃນຊ່ວງວັນທີ 22 ເດືອນມີນາ,​ ທາງເກົາຫຼີໃຕ້ໄດ້ຮັບມືກັບໄຟປ່າທາງພາກຕາເວັນອອກສ່ຽງໃຕ້ທີ່ກວມເອົາພື້ນທີ່ຫຼາຍກວ່າ 17,000 ເຮັກຕາ ແລະ ມີການລາຍງານຕົວເລກບຸກຄົນທີ່ເສຍຊິວິດຢ່າງໜ້ອຍ 24 ຄົນ ແລະ ຫຼາຍກວ່າ 23,000 ຊິວິດ ທີ່ຕ້ອງໄດ້ອົບພະຍົບຈາກເຂດດັ່ງກ່າວ ເຊິ່ງສ່ວນໃຫຍ່ແມ່ນກຸ່ມຄົນສູງອາຍຸ ໂດຍໄຟປ່າໃນຄັ້ງນີ້ແມ່ນໄດ້ຮັບອິດທິພົນຈາກລົມທີ່ແຮງ ແລະ ແຫ້ງຈາກເຂດໃຫ້ຄຽງ. ຫຼາຍກວ່ານັ້ນ, ເຮືອບິນໃບພັດເຮລິຄອບເຕີທີ່ເຂົ້າໄປຊ່ວຍດັບໄຟປ່າດັ່ງກ່າວເກີດອຸບັດເຫດຕົກລະຫວ່າງການປະຕິບັດໜ້າທີ່ ເຊິ່ງເຮັດໃຫ້ນັກບິນອາຍຸ 73 ປີ ເສຍຊິວິດ. ຈາກການແຜ່ລາມຂອງໄຟປ່າໃນຄັ້ງນີ້, ທາງເກົາຫຼີໃຕ້ຖືວ່າເປັນວິກິດຂັ້ນຮຸນແຮງໃນປະຫວັດສາດຂອງປະເທດ ແລະ ທາງໜ່ວຍງານເຝົ້າລະວັງເພີງ ໄໝ້ເອງກໍໄດ້ຍົກລະດັບການຮັບມືໃນລະດັບສູງທີ່ສຸດ.

🔥ອາກາດແຫ້ງກາຍເປັນອີກປັດໄຈສຳຄັນທີ່ກະຕຸ້ນໃຫ້ບັນດາໄຟປ່າເກີດຂຶ້ນໄດ້ງ່າຍ ແລະ ແຜ່ຂະຫຍາຍໄວ ດັ່ງທີ່ອາຈານຈາກມະຫາວິທະຍາໄລກຽວໂຕຂອງປະເທດຍີ່ປຸ່ນ, ທ່ານ Yoshiya Touge ທີ່ໄດ້ຄົ້ນ ຄວ້າກ່ຽວກັບຊັບພະຍາກອນນໍ້າ ໄດ້ໃຫ້ທັດສະນະວ່າ ສະພາບອາກາດທີ່ແຫ້ງ, ລົມແຮງ, ແລະ ພື້ນທີ່ສູງຊັນ ປະກອບກັບຕົ້ນໄມ້ທີ່ສ່ວນຫຼາຍເປັນໄມ້ແປກ (Conifers) ກາຍເປັນປັດໃຈເລັ່ງທີ່ເຮັດໃຫ້ໄຟປ່າເກີດໄດ້ໄວຂຶ້ນ. ຕໍ່ກັບສະຖານະການຂອງເກົາຫຼີໃຕ້, ປ່າສ່ວນໃຫຍ່ໃນປະເທດປະກອບດ້ວຍປ່າໄມ້ແປກເປັນຈຳນວນຫຼາຍ ທີ່ມີຄວາມສ່ຽງຕໍ່ການເກີດໄຟປ່າໄດ້ງ່າຍ ເຊິ່ງທ່ານ Lee Byung-doo ຈາກສະຖາບັນວິທະຍາສາດປ່າໄມ້ແຫ່ງຊາດໃນນະຄອນຫຼວງເຊອູນກໍໄດ້ໃຫ້ຄຳເຫັນວ່າ “ຕົ້ນໄມ້ແປກປະກອບ ດ້ວຍຢາງທີ່ເຮັດ ໜ້າທີ່ຄ້າຍຄືນໍ້າມັນ ເຊິ່ງເລັ່ງໃຫ້ໄຟປ່າມີລະດັບທີ່ຮຸນແຮງ. ຢາງຈາກຕົ້ນດັ່ງກ່າວ ເປັນສາເຫດໃຫ້ໄຟປ່າຖືກເຜົາໄໝ້ໄວຂຶ້ນ, ໜັກໜ່ວງ ແລະ ຢູ່ໄດ້ດົນ.”

🫖ບ້ານຈ່ານເໜືອ, ແຂວງຫຼວງພະບາງ ແມ່ນບ້ານທີ່ຂຶ້ນຊື່ໃນເລື່ອງຝີໄມ້ລາຍມືການປັ້ນດິນເຜົາທີ່ມີຄວາມປານີດ ແລະ ສວຍງາມ ຈົນໄດ້ກາຍເປັນກາ...
18/04/2025

🫖ບ້ານຈ່ານເໜືອ, ແຂວງຫຼວງພະບາງ ແມ່ນບ້ານທີ່ຂຶ້ນຊື່ໃນເລື່ອງຝີໄມ້ລາຍມືການປັ້ນດິນເຜົາທີ່ມີຄວາມປານີດ ແລະ ສວຍງາມ ຈົນໄດ້ກາຍເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານຈົນເຖິງທຸກມື້ນີ້.

🏺ໃນຂັ້ນຕອນການປັ້ນດິນເຜົາແມ່ນມີການນຳໃຊ້ຟືນ, ດິນໜຽວ ແລະ ນ້ຳ ເຊິ່ງກໍໄດ້ມີການນຳໃຊ້ດິນໜຽວຈາກທຳມະຊາດພາຍໃນໝູ່ບ້ານເຂົ້າໃນການປັ້ນດິນເຜົາຈຶ່ງເຮັດໃຫ້ດິນເຜົາທີ່ຜ່ານການປັ້ນສຳເລັດແລ້ວມີຄວາມທົນທານ. ເຖິງຢ່າງໃດກໍຕາມ, ການປັ້ນດິນເຜົາໃນບ້ານຈ່ານເໜືອເອງແມ່ນກຳລັງຜະເຊີນກັບບັນຫາດ້ານການຂາດແຄນຄົນຮຸ່ນຕໍ່ໄປ ຫຼື ບຸກຄະລາກອນທີ່ຈະມາສືບທອດວຽກງານດັ່ງກ່າວໃນອະນາຄົດ ເນື່ອງຈາກໃນປັດຈຸບັນຊາວບ້ານເອງກໍຕ້ອງການໃຫ້ຄົນຮຸ່ນໃໝ່ໃນໝູ່ບ້ານ ຫລື ຄອບຄົວຂອງຕົນຊອກວຽກເຮັດງານທຳອື່ນທີ່ໝັ້ນຄົງ. ອີກບັນຫາໜຶ່ງກໍແມ່ນການນໍາໃຊ້ດິນໜຽວທີ່ເປັນຊັບພະຍາກອນທໍາມະຊາດເຂົ້າໃນການຜະລິດການປັ້ນດິນເຜົາ. ຈາກຈຸດນີ້ອາດເປັນຄວາມທ້າທາຍໃນການຜະລິດໃນອະນາຄົດເພາະດິນໜຽວພາຍໃນໝູ່ບ້ານກໍອາດຈະນັບມື້ນັບຫຼຸດລົງ. ດ້ວຍເຫດນີ້, ການປັ້ນດິນເຜົາໃນບ້ານຈ່ານເໜືອອາດຈະສູນຫາຍໄປໃນອະນາຄົດຈາກບັນຫາທີ່ບໍ່ມີແຮງງານລຸ້ນຕໍ່ໄປສືບທອດ ແລະ ການຂາດແຄນດິນໜຽວທີ່ເປັນວັດຖຸດິບຫຼັກໃນການຜະລິດການປັ້ນດິນເຜົາ.

🌎ເຊັ່ນດຽວກັນກັບຫລາຍໆແຫ່ງໃນໂລກ, ການປັ້ນດິນເຜົາໃນປະເທດ ອິນເດຍ ແລະ ແມັກຊິໂກ ທີ່ເປັນຫົວໃຈສຳຄັນ ແລະ ເປັນສັນຍາລັກທາງວັດທະນະທຳ ແມ່ນກຳລັງຄ່ອຍໆຈາງຫາຍໄປ ເນື່ອງຈາກການເພີ່ມຂຶ້ນຂອງຜະລິດຕະພັນອື່ນທີ່ຖືກກວ່າ ແລະ ສາມາດຜະລິດໄດ້ໃນຈຳນວນຫຼາຍ. ດັ່ງນັ້ນ, ການປັ້ນດິນເຜົາດ້ວຍມືຂອງປະເທດອິນເດຍ ແລະ ແມັກຊິໂກຈຶ່ງຖືກແທນທີ່ດ້ວຍສິນຄ້າທີ່ຜະລິດຈາກໂຮງງານ. ນອກຈາກນັ້ນ, ທັກສະການປັ້ນດິນເຜົາທີ່ສືບທອດກັນມາຈາກຮຸ່ນສູ່ຮຸ່ນກໍອາດຈະບໍ່ໄດ້ຮັບການສືບທອດອີກຕໍ່ໄປ ສາເຫດມາຈາກຄົນຮຸ່ນໃໝ່ທີ່ເລືອກຍ້າຍໄປເຮັດວຽກຢູ່ໃນເຂດຕົວເມືອງເພື່ອຫາຄວາມໝັ້ນຄົງທາງເສດຖະກິດທີ່ດີກວ່າ ເຊິ່ງການສູນເສຍແຮງງານຄັ້ງນີ້ໝາຍເຖິງການຈາງຫາຍໄປຂອງການອອກແບບລວດລາຍ ແລະ ເຕັກນິກສະເພາະທ້ອງຖິ່ນທີ່ເຄື່ອງຈັກບໍ່ສາມາດລອກລຽນແບບໄດ້.





🏠ທີ່ພັກເຊົາແບບຍືນຍົງ (Sustainable Shelter) ເປັນແນວທາງສຳຄັນທີ່ບໍ່ໄດ້ຄຳນຶງສະເພາະເລື່ອງການອຳນວຍ ຄວາມສະດວກໃນການຈັດສັນທີ່ຢູ່ອ...
17/04/2025

🏠ທີ່ພັກເຊົາແບບຍືນຍົງ (Sustainable Shelter) ເປັນແນວທາງສຳຄັນທີ່ບໍ່ໄດ້ຄຳນຶງສະເພາະເລື່ອງການອຳນວຍ ຄວາມສະດວກໃນການຈັດສັນທີ່ຢູ່ອາໄສເທົ່ານັ້ນ ແຕ່ຍັງເປັນການໃສ່ໃຈເຖິງຜົນກະທົບຕໍ່ສິ່ງແວດລ້ອມເຊັ່ນດຽວກັນ.​

♻️ການສ້າງສະຖານພັກເຊົາທີ່ມີ ຄວາມຍືນຍົງ ສາມາດພິຈາລະນາໄດ້ຈາກຫຼາກຫຼາຍປັດໄຈ. ໃນນັ້ນ, ການນຳໃຊ້ວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະແມ່ນ ວັດສະດຸທີ່ເຮັດມາຈາກທຳມະຊາດ ແລະ ມີການຜະລິດທີ່ປ່ອຍກາສກາກໂບນິກຕໍ່າ ຖືເປັນຕົວເລືອກສຳຄັນ ທີ່ຊ່ວຍໃຫ້ການພັກອາໄສສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ. ພ້ອມດຽວກັນນັ້ນ, ການຊົມໃຊ້ພະລັງງານຈາກທຳມະຊາດເປັນຕົ້ນແມ່ນ ການຕິດຕັ້ງແຜງເກັບພະລັງງານຈາກແສງອາທິດ ສາມາດທົດແທນການນຳໃຊ້ໄຟຟ້າທີ່ມີການເຜົາໄໝ້ ເຊື້ອໄຟເພື່ອຜະລິດພະລັງງານ. ສຳລັບການອອກແບບ ແລະ ຈັດສັນອົງປະກອບພາຍໃນ, ໂຄງສ້າງຂອງທີ່ພັກເຊົາຕ້ອງໄດ້ມີການວາງແຜນອົງປະກອບຕ່າງໆຢ່າງຮອບຄອບ ເພື່ອຊົມໃຊ້ປະໂຫຍດຈາກຊັບພະຍາກອນ ທຳມະຊາດຢ່າງມີປະສິດທິພາບທີ່ສຸດ ເຊັ່ນ: ການຈັດສັນປ່ອງຢ້ຽມໃຫ້ແທດເໝາະ ກັບທິດຂອງແສງຕາເວັນ ແລະ ການພັດຂອງລົມເພື່ອໃຫ້ລະບາຍອາກາດໄດ້ດີ ແລະ ເກັບກັກພະລັງງານທຳມະຊາດ ເຊິ່ງຊ່ວຍໃຫ້ຫຼຸດຜ່ອນ ການຊົມໃຊ້ພະລັງງານຈາກໄຟຟ້າ ແລະ ຊົມໃຊ້ເຄື່ອງປັບອາກາດ.

💧ໃນສ່ວນຂອງລະບົບນໍ້າ, ການມີລະບົບກັກເກັບນໍ້າຝົນຊ່ວຍຫຼຸດຜ່ອນການເພີງພາການນຳໃຊ້ແຫຼ່ງນໍ້າຈືດ ເຂົ້່າໃນວຽກງານບຳບັດ, ລະບາຍນໍ້າ ຫຼື ຊົນລະປະທານ ເຊິ່ງລະບົບດັ່ງກ່າວບໍ່ພຽງແຕ່ປະກອບສ່ວນໃຫ້ສະຖານພັກເຊົາມີຄວາມຍືນຍົງ, ແຕ່ຍັງສ້າງຄວາມຕະໜັກຮູ້ກ່ຽວກັບການປະຫຍັດນໍ້າຜ່ານການໝູນໃຊ້ຄືນໃໝ່ໃນພື້ນທີ່ ແລະ ຂົງເຂດອື່ນໄດ້.

🌊 ໄພພິບັດເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ ແລະ ການຄາດຄະເນເຖິງຜົນກະທົບຍັງເປັນສິ່ງທ້າທ້າຍ. ດ້ວຍເຫດນີ້,ການກະກຽມ ຄວາມພ້ອມຕໍ່ການຮັບມືຈຶ່ງເປັນສິ່ງຈຳເປັນ ໂດຍສະເພາະ ການສະໜອງປັດໄຈພື້ນຖານເຊັ່ນ: ການໃຫ້ທີ່ພັກເຊົາຊົ່ວຄາວ, ບັນດາສະບຽງອາຫານ, ຢາປົວພະຍາດ ແລະ ເຄື່ອງນຸ່ງຫົ່ມຕ່າງໆ ເພື່ອຮັບປະກັນການບັນເທົາທຸກ ຈາກຜົນກະທົບຂອງໄພພິບັດ. ທັງນີ້, ການສະໜອງທີ່ພັກອາໄສຊົ່ວຄາວຖືເປັນບູລິມະສິດທີ່ຕ້ອງໄດ້ເອົາໃຈໃສ່ ເນື່ອງຈາກໄພພິບັດຕ່າງໆນຳມາເຊິ່ງຄວາມ ເສຍຫາຍຕໍ່ຖິ່ນທີ່ຢູ່ອາໄສ.

💡ໃນປະຈຸບັນ, ແນວຄິດສະຖານພັກເຊົາທີ່ເປັນມິດກັບສິ່ງແວດລ້ອມ,​ ສາມາດຮັບມືກັບການປ່ຽນແປງ ແລະ ຍັງສົ່ງເສີມການມີ ສ່ວນຮ່ວມຂອງຊຸມຊົນ ກໍາລັງກາຍເປັນທີ່ນິຍົມສຳລັບສິ່ງປຸກສ້າງທີ່ທັນສະໄໝ ແລະ ເມື່ອບໍ່ດົນມານີ້,​ ທາງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ຫຼື UNDP Lao PDR ໄດ້ເປີດຮັບສະໝັກ ບັນດາແນວຄິດການອອກແບບ ສູນພັກເຊົາຊົ່ວຄາວແບບຮອບດ້ານ (Multi-purpose Evacuation Shelter) ພາຍໃຕ້ໂຄງການ “ການແຂ່ງຂັນ ອອກແບບສະຖາປັດຕະຍາກຳ” ທີ່ໄດ້ເປີດໂອກາດໃຫ້ນັກສຶກສາ ແລະ ອາຈານຈາກປະເທດ ລາວ ແລະ ຍີ່ປຸ່ນຮ່ວມສົ່ງຜົນງານ ຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 27 ເດືອນ ເມສາ 2025.​ ສຳລັບຜູ້ທີ່ສົນໃຈປະກອບສ່ວນໃນກິດຈະກຳດັ່ງກ່າວ ສາມາດຕິດຕາມລາຍລະອຽດການເຂົ້າຮ່ວມ,​ ເງື່ອນໄຂ ແລະ ຂໍ້ມູນອື່ນໆເພີ່ມຕື່ມໄດ້ທີ່ເພສຂອງ UNDP Laos ໄດ້.

🌎ຂໍເຊີນຊວນນັກທ່ອງທ່ຽວ, ຊາວຫຼວງພະບາງເຂົ້າຮ່ວມເກັບຂີ້ເຫຍື້ອໃນຂະບວນຮັກສາສິ່ງແວດລ້ອມຮ່ວມກັບພະແນກຊັບພະຍາກອນທໍາມະຊາດນະຄອນຫຼວງພ...
11/04/2025

🌎ຂໍເຊີນຊວນນັກທ່ອງທ່ຽວ, ຊາວຫຼວງພະບາງເຂົ້າຮ່ວມເກັບຂີ້ເຫຍື້ອໃນຂະບວນຮັກສາສິ່ງແວດລ້ອມຮ່ວມກັບພະແນກຊັບພະຍາກອນທໍາມະຊາດນະຄອນຫຼວງພະບາງ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງພະບາງ, ແລະ ນ້ອງນັກຮຽນໃນພິທີແຫ່ນາງສັງຂານທີ່ນະຄອນຫຼວງພະບາງ.

✨ສໍາລັບວັນທີ 15 ເມສາ 2025 ເຕົ້າໂຮມຢູ່ທີ່ນໍ້າພຸ ເວລາປະມານ 13:30 - 14:00 ໃນຂະບວນສຸດທ້າຍ.

✨ສໍາລັບວັນທີ 16 ເມສາ 2025 ແມ່ນເຕົ້າໂຮມຢູ່ແຖວວັດຊຽງທອງ ໃນຂະບວນສຸດທ້າຍເຊັ່ນດຽວກັນ.

📨ຜູ້ໃດທີ່ສົນໃຈເຂົ້າຮ່ວມ ແລະ ຕ້ອງການຂໍ້ມູນເພີ່ມເຕີມແມ່ນຕິດຕໍ່ຫາເພຈ Green Luangprabang.

🥤ທໍ່ດູດໄດ້ກາຍເປັນສິ່ງຂອງທີ່ອຳນວຍຄວາມສະດວກຕໍ່ການດື່ມການບໍລິໂພກ ເຊິ່ງໃນປະຈຸບັນ ທໍ່ດູດປລາສຕິກໄດ້ຮັບຄວາມນິຍົມ ແລະ ຊົມໃຊ້ທົ່ວ...
10/04/2025

🥤ທໍ່ດູດໄດ້ກາຍເປັນສິ່ງຂອງທີ່ອຳນວຍຄວາມສະດວກຕໍ່ການດື່ມການບໍລິໂພກ ເຊິ່ງໃນປະຈຸບັນ ທໍ່ດູດປລາສຕິກໄດ້ຮັບຄວາມນິຍົມ ແລະ ຊົມໃຊ້ທົ່ວໄປເນື່ອງຈາກຕົ້ນທຶນຂອງ ການຜະລິດທໍ່ດູດດັ່ງກ່າວມີລາຄາຖືກ ປະກອບກັບຄວາມທົນທານ ຂອງທໍ່ດູດປລາສຕິກທີ່ມີຫຼາຍກວ່າທໍ່ດູດປະເພດເຈ້ຍ ຫຼື ທໍ່ດູດຍ່ອຍສະຫຼາຍໄດ້ປະເພດອື່ນໆ. ແນວໃດກໍຕາມ, ຜົນກະທົບຕໍ່ກັບສິ່ງແວດລ້ອມຂອງທໍ່ດູດທັ້ງສອງປະເພດນີ້ລ້ວນແຕ່ມີລະດັບທີ່ແຕກຕ່າງກັນ.

🥤ທໍ່ດູດປລາສຕິກແມ່ນໜຶ່ງໃນສິ່ງເສດເຫຼືອທີ່ໃຊ້ແລ້ວຖິ້ມໃນຄັ້ງດຽວເຊິ່ງໄດ້ສ້າງຜົນກະທົບໃນວົງກວ້າງຕໍ່ກັບສິ່ງແວດລ້ອມ ໂດຍສະເພາະຜູ້ຄົນ ແລະ ສິ່ງທີ່ມີຊິວິດໃນແມ່ນໍ້າ, ລຳເຊ ຕະຫຼອດເຖິງທະເລຕ່າງໆ. ມັນໃຊ້ເວລາ ໃນການຍ່ອຍສະຫຼາຍ ດົນເຖິງ 200 ປີ ຕາມການລາຍງານຂອງ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ອົດສະຕຣາລີ (WWF Australia). ເຖິງແມ່ນວ່າທໍ່ດູດປລາສຕິກຜະລິດມາຈາກ ໂພລິໂພຣພິລິນ (Polypropylene) ທີ່ມີຄວາມສາມາດໃນການ ນຳກັບມາຜະລິດຄືນໃໝ່ໄດ້ (Recycling) ແຕ່ເນື່ອງຈາກມັນມີຂະໜາດທີ່ນ້ອຍ ແລະ ນໍ້າໜັກທີ່ເບົາ ຈຶ່ງກາຍເປັນຄວາມທ້າທ້າຍຕໍ່ກັບເຄື່ອງຈັກໃນການແປຮູບ ເພາະຊິ້ນສ່ວນຂອງທໍ່ດູດອາດຈະຕິດໃນເຄື່ອງຈັກ ຫຼື ຕົກຫຼົ່ນ. ພ້ອມນັ້ນ, ກໍຍັງ ເຮັດໃຫ້ເກີດມີການອຸດຕັນໃນບັນດາຮ່ອງລະບາຍນໍ້າຕ່າງໆ ແລະ ມີການປົນເປື້ອນ, ກະແຈກກະຈາຍຕາມແມ່ນໍ້າ, ຖະໜົນຫົນທາງ, ສວນສາທາລະນະ, ທະເລ ແລະ ມະຫາສະໝຸດ ເຊິ່ງເປັນສາເຫດທີ່ເຮັດໃຫ້ທໍ່ດູດປລາສ ຕິກເປັນໜຶ່ງໃນສິບສິ່ງເສດເຫຼືອທີ່ພົບເຫັນໃນທະເລຫຼາຍທີ່ສຸດ.

💨ການກຳຈັດປລາສຕິກ ໂດຍສະເພາະທໍ່ດູດປລາສຕິກໃນສະໜາມຂີ້ເຫຍື້ອ ມີແນວໂນ້ມທີ່ຈະເຮັດໃຫ້ສິ່ງເສດເຫຼືອ ດັ່ງກ່າວໝົດໄປໄດ້. ແຕ່ກົງກັນຂ້າມ, ປລາສຕິກເຫຼົ່ານັ້ນພຽງແຕ່ມີການຫຼຸດຂະໜາດນ້ອຍລົງ ເປັນປລາສຕິກ ຂະໜາດນ້ອຍ ຫຼື ຮູ້ຈັກກັນ ໃນນາມໄມໂຄຣປລາສຕິກ (Microplastic) ເຊິ່ງເປັນການເພີ່ມທະວີຄວາມສ່ຽງໃນການຮັບເອົາສານເຄມີເຂົ້າສູ່ຮ່າງກາຍ ເນື່ອງຈາກປລາສຕິກຂະໜາດນ້ອຍ ສາມາດປົນເປື້ອນໃນດິນ,​ ນໍ້າ ແລະ ອາຫານການກິນ. ໃນປະຈຸບັນ, ມີການວິໄຈຕ່າງໆໄດ້ບົ່ງຊີ້ເຖິງ ຄວາມອັນຕະລາຍຂອງໄມໂຄຣປລາສຕິກ ໂດຍສະເພາະການປົນເປື້ອນ ໃນສະໝອງຂອງມະນຸດ ຕະຫຼອດເຖິງ ເປັນສາເຫດທີ່ເຮັດໃຫ້ມີຄວາມສ່ຽງຕໍ່ການລຸລູກ.

🌿ເມື່ອຄຳນຶງເຖິງຜົນກະທົບດັ່ງກ່າວ, ໃນຊ່ວງຫຼາຍປີທີ່ຜ່ານມາທໍ່ດູດຍ່ອຍສະຫຼາຍໄດ້ຈຶ່ງກາຍ ເປັນອີກທາງເລືອກໜື່ງ ທີ່ໄດ້ນຳມາໃຊ້ທົດແທນເນື່ອງຈາກສ່ວນປະກອບຂອງທໍ່ດູດດັ່ງກ່າວມີຄວາມສາມາດ ໃນການຍ່ອຍສະຫຼາຍ ຕາມທຳມະຊາດໄດ້ ແລະ ສົ່ງຜົນກະທົບຕໍ່ກັບສິ່ງແວດລ້ອມໜ້ອຍທີ່ສຸດ. ການຊົມໃຊ້ທໍ່ ດູດຍ່ອຍສະຫຼາຍ ໄດ້ສາມາດຫຼຸດຜ່ອນການ ເພີ່ມຂຶ້ນຂອງຈຳນວນຂີ້ເຫຍື້ອ, ຫຼຸດຜ່ອນການ ເຜົາໄໝ້ເພື່ອ ກຳຈັດສິ່ງເສດເຫຼືອ ດັ່ງກ່າວທີ່ກໍ່ໃຫ້ເກີດເປັນມົນລະພິດ ແລະ ຍັງເປັນການຫຼີກລ່ຽງ ການສ້າງໄມໂຄຣປລາສຕິກ. ທໍ່ດູດຍ່ອຍສະຫຼາຍໄດ້ມີ ສ່ວນປະກອບມາຈາກວັດສະດຸຕ່າງໆທີ່ແຕກຕ່າງກັນ ໂດຍປະກອບ ມີທໍ່ດູດທີ່ເຮັດມາຈາກພຶດຕ່າງໆ (Plant-based) ເຊັ່ນວ່າ: ໄມ້ໄຜ່,​ ຫຍ້າ (grass), ອ້ອຍ (Sugarcane) ​​​​ແລະ ທໍ່ດູດທີ່ເຮັດມາຈາກເຈ້ຍ.

♻️ໃນປະຈຸບັນ, ທໍ່ດູດແບບຮັກໂລກໄດ້ຖືກນຳໃຊ້ໃນຫ້າງຮ້ານ, ທຸລະກິດຕ່າງໆເພື່ອທົດແທນທໍ່ດູດແບບປລາສຕິກ ໂດຍລ່າສຸດແມ່ນ ທາງຮ້ານກາເຟ Starbucks ທີ່ຍີ່ປຸ່ນ ໄດ້ມີການໃຫ້ບໍລິການທໍ່ດູດຍ່ອຍສະຫຼາຍໄດ້ທີ່ເຮັດມາຈາກນໍ້າມັນຂອງພືດ (a plant-based biodegradable biopolymer) ເຊິ່ງທໍ່ດູດດັ່ງກ່າວມີການນຳໃຊ້ໃນ 32 ສາຂາທົ່ວແຂວງໂອກິນາວາ ແລະ ຈະເລີ່ມຕົ້ນນຳໃຊ້ໃນທຸກສາຂາທົ່ວປະເທດຍີ່ປຸ່ນ ຊ່ວງເດືອນມີນາ ເປັນຕົ້ນໄປ. ສຳລັບ ສປປ ລາວ, ກໍມີການນຳໃຊ້ “ທໍ່ດູດໃບຕອງ” ທີ່ປ່ຽນແທນການນໍາໃຊ້ທໍ່ດູດປລາສຕິກທີ່ນໍາໃຊ້ຄັ້ງດຽວ ໂດຍແນວຄິດດັ່ງກ່າວໄດ້ມີການລິເລີ່ມ ແລະ ໃຫ້ບໍລິການທີ່ໂຮງແຮມໂຮມສຸວັນນະພູມ ຫຼື Homm Souvannaphoum, ນະຄອນຫຼວງພະບາງ.

📃ທັງນີ້ທັງນັ້ນ,​ ເມື່ອຊ່ວງຕົ້ນປີ 2025 ທາງສະຫະລັດອາເມຣິກາກໍໄດ້ມີຄຳສັ່ງໃນການຫັນກັບມາຊົມໃຊ້ທໍ່ດູດປລາສຕິກ (Back To Plastic) ເນື່ອງຈາກທໍ່ດູດທີ່ເຮັດມາຈາກເຈ້ຍບໍ່ມີຄວາມທົນທານ ໂດຍສະເພາະເມື່ອເວລາຢູ່ໃນສະພາບທີ່ເປັນນໍ້າຮ້ອນ. ການອອກຄຳສັ່ງດັ່ງກ່າວຖືເປັນການປ່ຽນແທນນະໂຍບາຍຂອງລັດຖະບານຊຸດ ກ່ອນໜ້ານີ້ທີ່ພະຍາຍາມຫຼຸດ ຜ່ອນການຈັດຊື້ ບັນດາປລາສຕິກ ທີ່ໃຊ້ແລ້ວຖິ້ມຄັ້ງດຽວ ທີ່ລວມມີ ທໍ່ດູດ ທີ່ນຳໃຊ້ໃນຂົງເຂດການບໍລິການດ້ານອາຫານ, ການຈັດງານ ແລະ ອື່ນໆ.

🗑️ຂີ້ເຫຍື້ອໃນປະຈຸບັນຖືວ່າມີອັດຕາການເພີ່ມຂຶ້ນຢ່າງໄວວາ ໂດຍສະເພາະແມ່ນຂີ້ເຫຍື້ອປະເພດປລາສຕິກ ທີ່ໃນແຕ່ລະປີມີການ ຜະລິດຫຼາຍກວ່າ 400 ລ້ານໂຕນ ຈາກການລາຍງານຂອງອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP) ແລະ ບັນດາສິ່ງເສດເຫຼືອເຫຼົ່ານີ້ມີການກະແຈກກະຈາຍຢູ່ຕາມເຂດຕ່າງໆ ໂດຍສະເພາະແມ່ນແມ່ນໍ້າລຳເຊ, ທະເລ ແລະ ມະຫາສະໝຸດທີ່ສົ່ງຜົນກະທົບຕໍ່ກັບສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງມະນຸດ.

🔥ການຈູດເຜົາເພື່ອຈັດການສິ່ງເສດເຫຼືອ, ການເຜົາໄໝ້ສິ່ງເສດເຫຼືອຈາກຜົນລະປູກ ແລະ ກະກຽມພື້ນທີ່ກະສິກຳ, ການເຜົາໄໝ້ຈາກໂຮງງານອຸດສາຫະ...
07/04/2025

🔥ການຈູດເຜົາເພື່ອຈັດການສິ່ງເສດເຫຼືອ, ການເຜົາໄໝ້ສິ່ງເສດເຫຼືອຈາກຜົນລະປູກ ແລະ ກະກຽມພື້ນທີ່ກະສິກຳ, ການເຜົາໄໝ້ຈາກໂຮງງານອຸດສາຫະກຳຕ່າງໆ ຕະຫຼອດເຖິງການສັນຈອນໃນທ້ອງຖະໜົນ ແມ່ນສາເຫດສຳຄັນທີ່ ພາໃຫ້ມົນລະພິດມີການກໍ່ຕົວ ແລະ ສະສົມເປັນໝອກໜາ ສົ່ງຜົນກະທົບຕໍ່ກັບສຸຂະພາບ ພ້ອມນັ້ນຍັງເຮັດໃຫ້ທັດສະນະວິໄສຕໍ່ການເບິ່ງເຫັນມີລະດັບຕໍ່າມີຄວາມສ່ຽງຕໍ່ການເກີດອຸບັດເຫດ.

🌏ໃນຊ່ວງຕົ້ນປີ 2025 ທີ່ຜ່ານມາ, ບັນດາປະເທດໃນພາກພື້ນຕ່າງໆ ໂດຍສະເພາະໃນພື້ນທີ່ເຂດລຸ່ມແມ່ນໍ້າຂອງ ໄດ້ຜະເຊີນກັບວິກິດມົນລະພິດທາງອາກາດ ເຊິ່ງສົ່ງຜົນໃຫ້ບັນດາໂຮງຮຽນ ແລະ ສຳນັກງານຫ້ອງການຕ່າງໆຕ້ອງໄດ້ມີການ ຢຸດຕິການເຮັດວຽກ ແລະ ການຮຽນການສອນໃນໂຮງຮຽນ. ພ້ອມນັ້ນ, ກິດຈະກຳກາງແຈ້ງຕ່າງໆຍັງໄດ້ມີການງົດ, ເລື່ອນອອກໄປກ່ອນ ແລະ ຕ້ອງໄດ້ມີການປ້ອງກັນເຊັ່ນການໃສ່ໜ້າກາກອະນາໄມ ໃນກໍລະນີຈຳເປັນຕ້ອງອອກໄປດ້ານນອກ.

💨ເພື່ອແກ້ໄຂຕໍ່ບັນຫາມົນລະພິດດັ່ງກ່າວ, ຕົວເມືອງໃຫຍ່ໆໄດ້ມີການອອກນະໂຍບາຍເພື່ອຫຼຸດຜ່ອນ ກິດຈະກຳທີ່ສົ່ງຜົນໃຫ້ມີການເພີ່ມຂຶ້ນຂອງຄ່າຝຸ່ນລະອອງ PM 2.5 ໂດຍໃນຊ່ວງວັນທີ 25 ຫາ 31 ມັງກອນ 2025 ທີ່ຜ່ານມາ, ທາງການໄທໄດ້ອອກມາດຕະການຮັບມືກັບມົນລະພິດຢ່າງຮີບດ່ວນຜ່ານການ ຍົກເວັ້ນຄ່າໂດຍສານໃນການນຳໃຊ້ຂົນສົ່ງສາທາລະນະ ເປັນເວລາ 7 ມື້ ໂດຍບໍ່ເສຍຄ່າໃຊ້ຈ່າຍທີ່ນະຄອນຫຼວງບາງກອກ.​ ທັງນີ້,​ ກໍເພື່ອເປັນການຊຸກຍູ້ ການນຳໃຊ້ການບໍລິການ ຂົນສົ່ງສາທາລະນະເຊັ່ນວ່າ ລົດໄຟ ແລະ ລົດເມ ແທນການນໍາໃຊ້ພາຫະນະສ່ວນຕົວທີ່ຄາດວ່າຈະເປັນການເພີ່ມອັດຕາການປ່ອຍມົນລະພິດໃນຈຳນວນທີ່ສູງ ເນື່ອງຈາກການວັດລະດັບມົນລະພິດຈາກຝຸ່ນລະອອງ PM2.5 ສະເລ່ຍໃນທົ່ວເມືອງຢູ່ທີ່ 38.7 ໄມໂຄກຣາມຕໍ່ແມັດກ້ອນ (µg/m³) ພາຍໃນໄລຍະເວລາສາມຊົ່ວໂມງ, ເຊິ່ງສູງກວ່າມາດຕະຖານຂອງປະເທດທີ່ກຳນົດໄວ້ແຕ່ 37.5 µg/m³

🇻🇳ໃນຂະນະດຽວກັນ, ຫວຽດນາມ, ໂດຍສະເພາະແມ່ນນະຄອນຫຼວງຮ່າໂນ້ຍໄດ້ມີການຄົ້ນຄວ້າບັນດາ​ນະ​ໂຍບາຍທີ່ສົ່ງເສີມ ການ​ຊົມໃຊ້ພາຫະນະທີ່ເປັນພະລັງງານ​ສະອາດ ແລະ ທັນສະໄໝໂດຍສະເພາະແມ່ນ ຂົນສົ່ງສາທາລະນະ ທີ່ນຳໃຊ້ພະລັງງານໄຟຟ້າ ເຊັ່ນລົດໄຟຟ້າ, ລົດເມ, ລົດ​ໄຟ​, ​ແລະ ພາຫະນະ​ອື່ນໆ. ທັງນີ້, ກໍເນື່ອງມາຈາກການ​ຂົນ ​ສົ່ງ​ເປັນແຫຼ່ງປ່ອຍ​ມົນລະພິດ​ ຂະໜາດ​ໃຫຍ່​ທີ່​ສຸດເຊິ່ງກວມ​ເອົາ 50-70 ສ່ວນຮ້ອຍ ຂອງ​ການ​ປ່ອຍ​ອາຍພິດ PM 2.5 ໂດຍໜື່ງໃນສາເຫດຂອງມົນລະພິດຈາກການ ຂົນສົ່ງແມ່ນມາຈາກການຊົມໃຊ້ພາຫະນະເກົ່າ ທີ່ບໍ່ໄດ້ມາດຕະຖານ ເຊິ່ງສົ່ງຜົນໃຫ້ການປ່ອຍອາຍພິດມີຈຳນວນເພີ່ມທະວີສູງຂຶ້ນ. ມາ​ຮອດ​ປະຈຸ​ບັນ, ນະຄອນຮ່າ​ໂນ້ຍ ​ໄດ້​ວາງ​ເປົ້າ​ໝາຍ​ໃຫ້​ລົດ​ເມທີ່ນຳໃຊ້ພະລັງງານໄຟຟ້າ ​ຢ່າງ​ໜ້ອຍ 50 ສ່ວນຮ້ອຍ ​ແລະ ລົດ​ແທັກ​ຊີໄຟຟ້າ 100 ສ່ວນຮ້ອຍ ​​ໃນ​ປີ 2030. ​ໂດຍໃນຕົ້ນປີ 2025, ຮ່າໂນ້ຍວັດຄ່າມົນລະພິດຈາກຝຸ່ນລະອອງ PM2.5 ໄດ້ທີ່ 266 ໄມ​ໂຄ​ກຣາມ​ ຕໍ່​ແມັດ​ກ້ອນເຊິ່ງເປັນສະຖິຕິທີ່ສູງຈາກຄ່າມາດຕະຖານທີ່ກຳນົດ.

🇰🇭ເຊັ່ນດຽວກັນກັບທາງກໍາປູເຈຍທີ່ມີແຜນໃນການຫຼຸດຜ່ອນການກໍ່ມົນລະພິດທາງອາກາດຈາກການຄົມມະນາຄົມຂົນສົ່ງ ຜ່ານການຫັນປ່ຽນສູ່ການຊົມໃຊ້ເຊື້ອໄຟມາດຕະຖານເອີໂຣ 5​ (Euro 5) ທີ່ເປັນເຊື້ອໄຟສະອາດເນື່ອງຈາກມີ ສ່ວນປະກອບຂອງທາດເຄມີທີ່ກໍ່ອາຍພິດໃນປະລິມານທີ່ໜ້ອຍກວ່າເຊື້ອໄຟປົກກະຕິ ເຊິ່ງຊ່ວຍຫຼຸດຜ່ອນການ ປ່ອຍມົນລະພິດປະເພດ ຊັລເຟີໄດອັອກໄຊດ໌ (sulfur dioxide, SO2), ຝຸ່ນລະອອງ (PM), ໄນໂຕຣເຈນອັອກໄຊດ໌ (NOx), ແລະ ຄາຣ໌ບອນໂມນັອກໄຊດ໌ (CO) ທີ່ໄດ້ເຮັດໃຫ້ສະພາບອາກາດຢູ່ໃນລະດັບອັນຕະລາຍຕໍ່ການຫາຍໃຈ. ກຳປູເຈຍແມ່ນໜື່ງໃນບັນດາປະເທດທີ່ມີການນຳໃຊ້ພາຫະນະຈຳນວນຫຼາຍ ໂດຍໃນປີ 2023 ມີຈໍານວນລົດຈັກຫຼາຍເຖິງ 5,8 ລ້ານຄັນ ເຊິ່ງການເພີ່ມຂຶ້ນຢ່າງຫຼວງຫຼາຍນີ້ໄດ້ເປັນການເພີ່ມອັດຕາການປ່ອຍອາຍພິດສົ່ງຜົນໃຫ້ຄຸນະພາບອາກາດ ຫຼຸດລົງ ໂດຍສະເພາະແມ່ນການຊົມໃຊ້ພາຫະນະເກົ່າ ຫຼື ມືສອງ ທີ່ມີຂາຍຕໍ່ໆກັນມາ ໃນລາຄາທີ່ຈັບຕ້ອງໄດ້ ແຕ່ປະສິດທິພາບໃນການນຳໃຊ້ອາດຈະບໍ່ສອດຄ່ອງຕາມມາດຖານການຄວບຄຸມການປ່ອຍມົນລະພິດ ເຊິ່ງກໍ່ໃຫ້ມີການສະສົມອາຍພິດໃນລະດັບສູງ.

🇱🇦ສຳລັບ ສປປ ລາວ ໄດ້ມີການຕິດຕັ້ງອຸປະກອນວັດແທກຄຸນະພາບອາກາດໃນໂຮງຮຽນ ທົ່ວປະເທດ 150 ເຄື່ອງ ພາຍໃຕ້ການຮ່ວມມືກັບບັນດາໜ່ວຍງານ ແລະ ອົງການຈັດຕັ້ງສາກົນຕ່າງໆຕໍ່ກັບການຈັດຕັ້ງປະຕິບັດດັ່ງກ່າວ. ການຕິດຕັ້ງອຸປະກອນນີ້ຖືເປັນບາດກ້າວທີ່ສຳຄັນຕໍ່ກັບການຕິດຕາມກວດກາສະພາບມົນລະພິດທາງອາກາດໃຫ້ມີຄວາມທັນການເຊິ່ງການລາຍງານຜົນຈາກເຄື່ອງວັດແທກດັ່ງກ່າວຊ່ວຍໃຫ້ທາງໂຮງຮຽນ, ຄູອາຈານ ແລະ ການປົກຄອງ ທ້ອງຖິ່ນສາມາດຮັບຮູ້ສະຖານະການມົນລະພິດ ແລະ ນຳໃຊ້ມາດຕະການປ້ອງກັນ ຢ່າງຮີບດ່ວນເປັນຕົ້ນແມ່ນ ການໂຈະການຮຽນ ຖ້າຫາກກໍລະນີທີ່ມົນລະພິດຢູ່ໃນລະດັບທີ່ອັນຕະລາຍ.

🌏ເນື່ອງດ້ວຍຊາຍແດນທີ່ຕິດຈອດກັນຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ມົນລະພິດຂ້າມແດນຈຶ່ງ ເປັນອີກໜື່ງຄວາມສ່ຽງ ແລະ ຄວາມທ້າທ້າຍຕໍ່ການຮັບມື. ເພື່ອເປັນການປ້ອງກັນຕໍ່ມົນລະພິດດັ່ງກ່າວ, ປະເທດໄທ ພ້ອມດ້ວຍ ລາວ, ກຳປູເຈຍ ແລະ ມຽນມາໄດ້ມີການພົບປະເພື່ອເຈລະຈາໂອ້ລົມກ່ຽວກັບການຈຳກັດການນຳເຂົ້າ ສາລີທີ່ໃຊ້ເປັນອາຫານຂອງສັດຈາກ ສວນປູກທີ່ຈູດເຜົາຊິ້ນສ່ວນເສດເຫຼືອ ເພື່ອປ້ອງກັນການເກີດມົນລະພິດຂ້າມແດນ ໂດຍການໂອ້ລົມຕໍ່ກັບມາດຕະການ ດັ່ງກ່າວແມ່ນໄດ້ດຳເນີນ ໃນຊ່ວງຕົ້ນເດືອນກຸມພາທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ກົມການຄ້າລະຫວ່າງປະເທດ ຂອງປະເທດໄທ.

❌ຕໍ່ກັບການເກືອດຫ້າມດັ່ງກ່າວ,ທາງກົມໄດ້ເນັ້ນໜັກເຖິງບັນດາຜະລິດຕະພັນກະສິກໍາທີ່ນໍາເຂົ້າຈາກທຸກປະເທດທີ່ກໍ່ໃຫ້ເກີດບັນຫາມົນລະພິດ ເຊິ່ງຈະເລີ່ມຕົ້ນຈາກການເກືອດຫ້າມສາລີທີ່ຊົມໃຊ້ສໍາລັບອາຫານສັດ ໂດຍຜູ້ສົ່ງອອກ ຕ້ອງໄດ້ກະກຽມບັນດາເອກະສານ ເພື່ອໃຫ້ສອດຄ່ອງຕາມມາດຕະການການນຳເຂົ້າຂອງປະເທດໄທ ເຊິ່ງລວມມີໃບຢັ້ງຢືນຈາກເຈົ້າໜ້າທີ່ ທີ່ຢັ້ງຢືນວ່າຜະລິດຕະພັນມາຈາກເຂດປູກຝັງທີ່ບໍ່ມີການເຜົາໄໝ້, ພ້ອມທັງແຜນທີ່ສະແດງຈຸດທີ່ດຳເນີນການປູກຝັງ.

😷ມົນລະພິດທາງອາກາດໄດ້ກາຍເປັນໄພຄຸກຄາມທີ່ສຳຄັນຕໍ່ກັບສຸຂະພາບ ແລະ ຄວາມເປັນຢູ່ຂອງປະຊາຊົນ ເນື່ອງຈາກການຫາຍໃຈເອົາບັນດາມົນລະພິດແມ່ນໄດ້ເຂົ້າໄປທຳລາຍລະບົບຫາຍໃຈ ກໍ່ໃຫ້ເກີດພະຍາດປອດ ແລະ ມະເຮັງທີ່ກ່ຽວຂ້ອງ ເຊິ່ງການສູດດົມຝຸ່ນພິດດັ່ງກ່າວມີຜົນກະທົບຮ້າຍແຮງທຽບເທົ່າກັບການສູບຢາສູບໜື່ງແພັກຕໍ່ມື້ ຕາມການລາຍງານຂອງ World Economic Forum.

💨ມົນ​ລະ​ພິດຈາກຝຸ່ນລະອອງ PM2.5 ກາຍເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສຸ​ຂະ​ພາບ​ຫຼາຍທີ່ສຸດ ເນື່ອງຈາກຂະໜາດທີ່ນ້ອຍເຮັດ ໃຫ້ອະນຸພາກຂອງຝຸ່ນ PM2.5 ສາມາດຄົງຕົວຢູ່ໃນອາກາດໄດ້ເປັນເວລາດົນ ແລະ ສາມາດດູດຊຶມເຂົ້າໄປ ໃນກະແສເລືອດໄດ້ເມື່ອຫາຍໃຈເຂົ້າ. ສຳລັບຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ PM 2.5 ຕາມມາດຕະຖານຂອງອົງການອະນາໄມໂລກ (WHO) ແມ່ນໄດ້ກຳນົດຄ່າທີ່ 15 ໄມໂຄຣກຣາມຕໍ່ແມັດກ້ອນ (µg/m3). ແຕ່ໃນຊ່ວງຕົ້ນປີ 2025 ທີ່ຜ່ານມາມີຫຼາຍຕົວເມືອງໃນປະເທດລຸ່ມແມ່ນໍ້າຂອງ ກາຍເປັນທະເລໝອກຄວັນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ ໂດຍ​ ນະຄອນ​ໂຮ່ຈິ​ມິນ, ຫວຽດນາມຈັດຢູ່ໃນ​ອັນ​ດັບ​ທີ 2, ຮອງ​ລົງ​ມາ​ແມ່ນ​ນະຄອນຫຼວງພະນົມ​ເປັນທີ່ຈັດຢູ່ໃນອັນດັບທີ 4 ​ແລະ ບາງກອກ​ເປັນ​ອັນ​ດັບ​ທີ 5 ຈາກການລາຍງານຂອງ​ອົງການ​ຕິດຕາມ​ກວດກາ​ອາກາດ (IQAir).

.

🐘ໃນວັນທີ 03 ເມສາ 2025, ຕາມທີ່ພວກເຮົາໄດ້ລາຍງານໄປກ່ຽວກັບຊ້າງປ່າໄດ້ຕົກຢູ່ໃນຂຸມ ແລະ ຕ້ອງການຄວາມຊ່ວຍເຫຼືອຈາກທ່ານໃນການເຄື່ອນຍ້...
04/04/2025

🐘ໃນວັນທີ 03 ເມສາ 2025, ຕາມທີ່ພວກເຮົາໄດ້ລາຍງານໄປກ່ຽວກັບຊ້າງປ່າໄດ້ຕົກຢູ່ໃນຂຸມ ແລະ ຕ້ອງການຄວາມຊ່ວຍເຫຼືອຈາກທ່ານໃນການເຄື່ອນຍ້າຍຊ້າງປ່າໄປປິ່ນປົວຢູ່ໂຮງໝໍຊ້າງໃນສູນອະນຸລັກຊ້າງ. ໃນຕອນນີ້, ຕາມຂໍ້ມູນຂອງສູນອະນຸລັກຊ້າງ (Elephant Conservation Center ຫຼື ECC) ໄດ້ໃຫ້ຮູ້ວ່າຊ້າງປ່າແມ່ນໄດ້ເສຍຊີວິດແລ້ວ ເນື່ອງຈາກການເສຍເລືອດຜ່ານງວງ ແລະ ປອດຂອງຊ້າງໄດ້ຮັບຄວາມເສຍຫາຍຈາກການນອນໃນຂຸມເປັນເວລາດົນນານ.

✨ເຖິງຢ່າງໃດກໍຕາມ ທ່ານກໍຍັງສາມາດຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານອະນຸລັກຊ້າງໄດ້ທີ່: https://www.elephantconservationcenter.com/expert_vetcare/

#ຊ່ວຍຊ້າງປ່າ #ສູນອະນຸລັກຊ້າງ

🐘ຊ້າງປ່າໄດ້ຕິດຢູ່ໃນຂຸມ, ບໍ່ສາມາດຢືນໄດ້ ແລະ ຂາດນໍ້າຢ່າງຮຸນແຮງຢູ່ແຂວງຜົ້ງສາລີ. ທີມງານເຄື່ອນທີ່ເພື່ອຊ່ວຍເຫຼືອສັດປ່າທີ່ຢູ່ໃນ...
03/04/2025

🐘ຊ້າງປ່າໄດ້ຕິດຢູ່ໃນຂຸມ, ບໍ່ສາມາດຢືນໄດ້ ແລະ ຂາດນໍ້າຢ່າງຮຸນແຮງຢູ່ແຂວງຜົ້ງສາລີ. ທີມງານເຄື່ອນທີ່ເພື່ອຊ່ວຍເຫຼືອສັດປ່າທີ່ຢູ່ໃນພາວະວິກິດ (WILDMED) ຂອງສູນອະນຸລັກຊ້າງ (Elephant Conservation Center ຫຼື ECC) ໄດ້ລົງພື້ນທີ່ຮ່ວມກັບຊາວບ້ານເພື່ອຊ່ວຍຊີວິດຂອງຊ້າງປ່າທີ່ມີອາການສາຫັດ. ໃນຕອນນີ້, ຊ້າງ​ແມ່ນເລີ່ມ​ກິນ​ອາຫານໄດ້, ແຕ່​ສະ​ພາບ​ຮ່າງກາຍຂອງ​ລາວ​ຍັງ​ອ່ອນ​ເພຍ.

🏥ໃນປັດຈຸບັນທາງສູນອະນຸລັກຊ້າງກໍາລັງຜະເຊີນກັບສິ່ງທ້າທາຍເພາະການທີ່ຈະຍ້າຍຊ້າງປ່າມາປິ່ນປົວດ່ວນຢູ່ທີ່ໂຮງໝໍຊ້າງຂອງສູນອະນຸລັກຊ້າງແຂວງໄຊຍະບູລີແມ່ນໃຊ້ໄລຍະທາງ 290 ກິໂລແມັດ, ຕ້ອງໃຊ້ລົດເຄນເພື່ອຍົກຊ້າງອອກຈາກປ່າ ແລະ ໜ່ວຍງານຂົນສົ່ງສະເພາະເພື່ອເອົາຊ້າງໄປໂຮງໝໍຢ່າງປອດໄພ.

🩺ເພື່ອທີ່ຈະເຄື່ອນຍ້າຍຊ້າງປ່າໄປປິ່ນປົວຢ່າງປອດໄພ, ທີມງານຂອງສູນອະນຸລັກຊ້າງແມ່ນຕ້ອງການຊ່ວຍເຫຼືອຈາກທຸກຄົນ ເຊິ່ງສາມາດຊ່ວຍເຫຼືອໄດ້ທີ່: https://www.elephantconservationcenter.com/expert_vetcare/

#ຊ່ວຍຊ້າງປ່າ #ສູນອະນຸລັກຊ້າງ

🏙️ເມືອງໃນເຂດແຄມຊາຍຝັ່ງຖືວ່າມີຄວາມສ່ຽງຕໍ່ການຈົມລົງສູ່ໃຕ້ທ້ອງທະເລໄວຂຶ້ນ ເຊິ່ງເປັນຜົນເນື່ອງມາຈາກກິດຈະກຳ ຂອງມະນຸດ ເປັນຕົ້ນແມ...
02/04/2025

🏙️ເມືອງໃນເຂດແຄມຊາຍຝັ່ງຖືວ່າມີຄວາມສ່ຽງຕໍ່ການຈົມລົງສູ່ໃຕ້ທ້ອງທະເລໄວຂຶ້ນ ເຊິ່ງເປັນຜົນເນື່ອງມາຈາກກິດຈະກຳ ຂອງມະນຸດ ເປັນຕົ້ນແມ່ນການຂະຫຍາຍຕົວເມືອງ ແລະ ສະພາບດິນຟ້າອາກາດທີ່ມີການປ່ຽນແປງນັບມື້ນັບຮຸນແຮງ. ສິ່ງເຫລົ່ານີ້ໄດ້ກາຍເປັນຕົວເລັ່ງສຳຄັນໃຫ້ເມືອງຕ່າງໆຕ້ອງໄດ້ກະກຽມແຜນຮັບມືກັບຄວາມທ້າທ້າຍ. ໂດຍສະເພາະແມ່ນອາຊີຕາເວັນອອກສ່ຽງໃຕ້ທີ່ບັນດາເມືອງສຳຄັນແມ່ນຢູ່ໃນພາວະສ່ຽງຕໍ່ການຈົມຢູ່ໃຕ້ທ້ອງທະເລ.

🇹🇭ນະຄອນຫຼວງບາງກອກ, ປະເທດໄທ ໜຶ່ງໃນຕົວເມືອງທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນຕົວເມືອງທີ່ມີຄວາມສ່ຽງຕໍ່ ກັບການຈົມຂອງເນື້ອທີ່ດິນ ເນື່ອງຈາກທີ່ຕັ້ງພູມສັນຖານຂອງບາງກອກທີ່ມີຄວາມສູງຫ່າງຈາກນໍ້າທະເລ 1.5 ແມັດ ແລະ ອັດຕາການຈົມຂອງບາງກອກແມ່ນຢູ່ທີ່ 1-2 ຊັງຕິແມັດຕໍ່ປີ. ​ອີງຕາມການລາຍງານຂອງອົງການກຣີນພີສ (greenpeace) ເພິ່ນໄດ້ຄາດຄະເນວ່າ ຫຼາຍກວ່າ 96% ຂອງເນື້ອທີ່ດິນຂອງບາງກອກອາດຈະມີນໍ້າຖ້ວມຂັງ ໃນປີ 2030.

🇻🇳ຄຽງຄູ່ກັນນັ້ນ,​ ນະຄອນໂຮ່ຈິມິນ,​ ປະເທດຫວຽດນາມ ທີ່ຕັ້ງຢູ່ໃນບໍລິເວນເຂດລຸ່ມປາກແມ່ນໍ້າຂອງ (Mekong Delta) ທີ່ຖືກອ້ອມຮອບດ້ວຍແມ່ນໍ້າໄຊງ່ອນ ແລະ ດົ່ງນາຍ. ເມື່ອເກີດຝົນຕົກໜັກ,ມີກະແສນ້ຳແຮງ ແລະ ສູງຂຶ້ນສົ່ງຜົນໃຫ້ເກີດນ້ຳລົ້ນ ແລະ ເຮັດໃຫ້ພື້ນທີ່ດິນບາງສ່ວນ ຂອງນະຄອນໂຮ່ຈິມິນຖືກພັດຖ້ວມ ແລະ ຈົມລົງສູ່ແມ່ນໍ້າ ປະກອບກັບ ເມືອງດັ່ງກ່າວມີການສູບນໍ້າຈາກໃຕ້ດິນຂຶ້ນມາຊົມໃຊ້ໃນປະລິມານທີ່ຫຼາຍ ຈຶ່ງມີຄວາມສ່ຽງ ຕໍ່ການຊຸດຕົວຂອງດິນ. ນະຄອນໂຮ່ຈິມິນມີລະດັບຄວາມສູງຫ່າງຈາກນໍ້າທະເລສະເລ່ຍ 5 ແມັດໃນເຂດໃຈກາງເມືອງ. ໃນສ່ວນຂອງຊານເມືອງແມ່ນສູງ 16 ແມັດຈາກລະດັບນໍ້າທະເລ ເຊິ່ງທາງທີມນັກວິທະຍາສາດສາກົນຈາກ NTU ພົບວ່າອັດຕາການຊຸດຕົວຂອງດິນໃນນະຄອນໂຮ່ຈີມິນມີສູງເຖິງ 16.2 ມິລີແມັດຕໍ່ປີ ແລະ ຄາດການວ່າໃນປີ 2030 ຈະມີເນື້ອທີ່ຖືກຈົມ ແລະ ມີນໍ້າຖ້ວມເພີ່ມອີກ 20 ຕາລາງກິໂລແມັດ ຖ້າຫາກອັດຕາການຊຸດຕົວຍັງສືບຕໍ່.

🇵🇭ນະຄອນຫຼວງມະນີລາ, ປະເທດຟິລິບປິນ ເປັນອີກໜື່ງເມືອງທີ່ຜະເຊີນກັບໄພທຳມະຊາດເປັນປະຈຳ ໂດຍສະເພາະ ແມ່ນພາຍຸຕ່າງໆ ທີ່ນຳມາເຊິ່ງການເກີດໄພນໍ້າຖ້ວມ ແລະ ການເພີ່ມຂຶ້ນຂອງລະດັບນໍ້າທະເລ. ນະຄອນຫຼວງມະນີລາເປັນໜື່ງຕົວເມືອງແຄມຝັ່ງທະເລ ທີ່ອັດຕາການຈົມຕັ້ງແຕ່ຊ່ວງປີ 2014 ເຖິງ 2020 ມີສູງ 10.6 ຊັງຕິແມັດຕໍ່ປີ ເຊິ່ງການສູບນໍ້າໃຕ້ດິນຂຶ້ນມາຊົມໃຊ້ໃນປະລິມານຫຼາຍ ຖືເປັນອີກສາເຫດສຳຄັນທີ່ພາໃຫ້ພື້ນທີ່ດິນຊຸດ ຕົວລົງ.

🇮🇩ນະຄອນຫຼວງຈາກາຕາ, ອິນໂດເນເຊຍ ໜຶ່ງໃນເມືອງຫຼວງທີ່ສຳຄັນ ແລະ ເປັນທີ່ຕັ້ງຂອງສຳນັກງານຫ້ອງການ, ທຸລະກິດຫ້າງຮ້ານ ຕະຫຼອດເຖິງເປັນບ້ານຂອງປະຊາກອນຫຼາຍກວ່າ 10 ລ້ານຄົນ ກຳລັງຮັບມືກັບການຊຸດຕົວຂອງດິນ ທີ່ເຮັດໃຫ້ມີຄວາມສ່ຽງຕໍ່ກັບການຈົມລົງສູ່ໃຕ້ທະເລ ໂດຍອັດຕາການຈົມຂອງເມືອງດັ່ງກ່າວສະເລ່ຍໄດ້ 0.4 ຫາ 5.9 ນິ້ວ ຫຼື ປະມານ 1- 15 ຊັງຕິແມັດ ຕໍ່ປີ. ໜຶ່ງໃນສາເຫດທີ່ສຳຄັນແມ່ນມາ ຈາກການນຳໃຊ້ນໍ້າ ຈາກໃຕ້ດິນທີ່ຫຼາຍຈົນເກີນໄປ ເນື່ອງຈາກນໍ້າປະປາທີ່ສະໜອງຕໍ່ການອຸປະໂພກບໍ່ພຽງພໍ ເຮັດໃຫ້ມີການລັກລອບ ເຈາະນໍ້າບາດານທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຊຸດຕົວຂອງພື້ນດິນຄືຜົນທີ່ຕາມມາ. ໃນຂະນະດຽວກັນ,​ ທີ່ຕັ້ງພູມສັນຖານຂອງຈາກາຕາອ້ອມຮອບດ້ວຍທະເລ ແລະ ແມ່ນໍ້າເຊິ່ງການເກີດປາກົດການນໍ້າຖ້ວມຈຶ່ງ ເປັນອີກສາເຫດທີ່ເຮັດໃຫ້ການຊຸດຕົວຂອງດິນມີເພີ່ມຂຶ້ນ.

💧ການຊຸດຕົວຂອງດິນຈາກການນຳໃຊ້ນໍ້າໃຕ້ດິນ ປະກອບກັບການເພີ່ມລະດັບຂອງນໍ້າທະເລທີ່ມາຈາກການ ລະລາຍຂອງທານນໍ້າກ້ອນ ທີ່ໄດ້ຮັບການກະຕຸ້ນຈາກການ ເພີ່ມຂຶ້ນຂອງອຸນຫະພູມໂລກເຊິ່ງເປັນ ຜົນຈາກປ່ຽນແປງດິນຟ້າອາກາດ ກາຍເປັນສາເຫດສຳຄັນໃຫ້ເມືອງຕ່າງໆ ໂດຍສະເພາະເຂດແຄມຝັ່ງທະເລ ໃນອາຊີຕາເວັນອອກສ່ຽງໃຕ້ຜະເຊີນຄວາມສ່ຽງຕໍ່ການຈົມລົງສູ່ໃຕ້ທະເລ. ຍິ່ງໄປກວ່ານັ້ນ, ການເກີດໄພພິບັດທາງທຳມະຊາດກໍເປັນອີກປັດໄຈກະຕຸ້ນໃຫ້ດິນມີຄວາມຊຸດໂຊມ ແລະ ຖືກກັດເຊາະຫຼາຍຂຶ້ນ ແລະ ສົ່ງຜົນກະທົບຕໍ່ກັບຊິວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນການສູນເສຍທີ່ຢູ່ອາໄສ.

. . .

Address

Vientiane

Alerts

Be the first to know and let us send you an email when Econews Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Econews Laos:

Share