ຂ່າວສານລາວ

  • Home
  • ຂ່າວສານລາວ

ຂ່າວສານລາວ ເຜີຍແຜ່ຂ່າວສານ ສູ່ສັງຄົມ...

ປກສ ແຂວງຈຳປາສັກ ຈັບເປົ້າໝາຍຢາໄດ້ ພ້ອມຂອງກາງ120.000 ເມັດ                     --------------- +++ ---------------    ວັນທີ...
23/01/2025

ປກສ ແຂວງຈຳປາສັກ ຈັບເປົ້າໝາຍຢາໄດ້ ພ້ອມຂອງກາງ
120.000 ເມັດ
--------------- +++ ---------------
ວັນທີ 10 ມັງກອນ 2025 ນີ້, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ລົງແກ້ໄຂເປົ້າໝາຍຢາເສບຕິດ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ,ສາມາດຈັບເປົ້າໝາຍໄດ້ ຊື່ ທ້າວ ສໍ ອາຍຸ 27 ປີ ຢູ່ບ້ານຫ້ວຍກອງ, ພ້ອມຢາບ້າ 60 ມັດ ເທົ່າກັບ 120.000 ເມັດ ແລະ ເຄື່ອງຂອງກາງທີ່ພົວພັນກັບການເຄື່ອນໄຫວຊື້ຂາຍຢາເສບຕິດໃນຄັ້ງນີ້ ອີກຈຳນວນໜຶ່ງ.
ປັດຈຸບັນຄະດີຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນການດຳເນີນສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນກົດ ໝາຍ.

ຂ່າວ: ປກສ ແຂວງຈຳປາສັກ

ຈະລາຈອນ ອອກຂໍ້ຫ້າມ ສຳລັບຜູ້ຂັບຂີ່ພາຫະນະ ໃນໄລ ຍະສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ                  ----------------...
28/12/2024

ຈະລາຈອນ ອອກຂໍ້ຫ້າມ ສຳລັບຜູ້ຂັບຂີ່ພາຫະນະ ໃນໄລ ຍະສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ
---------------- +++ ---------------
ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜູ້ເຮັດໜ້າທີ່ຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ທັນວາ 2024 ວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ປາສະຈາກໄດ້ຜົນເສຍ ຫາຍທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ທີ່ເກີດຈາກອຸບັດຕິເຫດຈະລາຈອນຕາມທ້ອງຖະໜົນ.
ກົມຕຳຫຼວດຈະລາຈອນ ໄດ້ອອກຄຳແນະນຳເຖິງພະ ແນກຕຳຫຼວດຈະລາຈອນ ປກສ ແຂວງ, ນະຄອນຫຼວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ເອົາໃຈໃສ່ຊີ້ນຳກຳລັງຂອງຕົນ ປະຕິບັດໜ້າທີ່ອຳນວຍຄວາມສະ ດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ການກວດກາບັງຄັບໃຊ້ກົດໝາຍຕໍ່ຜູ້ທີ່ລະເມີດກົດຈະລາຈອນ ເພືີ່ອເປັນການປ້ອງກັນສະກັດກັ້ນບໍ່ໃຫ້ການເກີດອຸບັດຕິເຫດໃນໄລຍະການສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໝ່ ປີ 2025 ຢ່າງເຂັ້ມງວດ ດັ່ງນີ້:
1. ຜູ້ຂັບຂີ່ພາຫະນະ ຕ້ອງກຽມຄວາມພ້ອມດ້ານສຸຂະ ພາບຮ່າງກາຍ, ເອກະສານຂອງຜູ້ຂັບຂີ່ ແລະ ພາຫະນະ ໃຫ້ຄົບຊຸດຕາມລະບຽບການ ເຊັ່ນ: ໃບຂັບຂີ່,ໃບທະບຽນ, ໃບກວດກາເຕັກນິກ, ໃບຢັ້ງຢືນເສຍຄ່າຄຳນຽມທາງ, ປະ ກັນໄພ, ແລະ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບລົດຂົນສົ່ງສີນຄ້າ ແລະ ລົດໂດຍສານ.
2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ເພື່ອຄວາມປອດໄພຂອງທ່ານ.
3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.
4. ກ່ອນຈະນຳໃຊ້ພາຫະນະຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະໃຫ້ມີຄວາມຮັບປະກັນເປັນຢ່າງດີ.
5. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງໃນເວລາເດີນທາງ.
6. ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ.
7. ຜູ້ຂັບຂີ່ພາຫະນະ ຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ, ກໍລະນີລະເມີດ ທາງເຈົ້າໜ້າທີ່ຈະນຳໃຊ້ມາດຕະການສຶກສາອົບຮົມ, ລະ ເມີດຫຼາຍມາດຕາ ແມ່ນຈະຂຽນໃບສັ່ງກັກເອກະສານທີ່ກ່ຽວຂ້ອງໄວ້ ( ຖ້າຫາກລະເມີດຮ້າຍແຮງ ມີຄວາມສ່ຽງທີ່ຈະພາໃຫ້ເກີດອຸບັດຕິເຫດ ເຈົ້າໜ້າທີ່ຈະໄດ້ກັກພາຫະນະໄວ້ຊົ່ວຄາວ ).
ສໍາລັບຂໍ້ຫ້າມສໍາລັບຜູ້ຂັບຂີ່ພາຫະນະ ຄື:
1. ຫ້າມຜູ້ຂັບຂີ່ພາຫະນະ ນໍາໃຊ້ໂທລະສັບ ໃນເວລາຂັບຂີ່ ຢ່າງເດັດຂາດ.
2. ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳ ຫຼວດຈະລາຈອນ ຈະໄດ້ກັກໄວ້, ຊ່ວງເມົາແລ້ວຈື່ງອະນຸ ຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງໝູ່ຄູ່ມາຮັບເອົາ ເພື່ອຮັບປະ ກັນຄວາມປອດໄພ.
3. ຫ້າມຂັບຂີ່ລົດໄວເກີນກົດໝາຍກຳນົດ ( ສຳລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນ ທາງຫຼວງ ສະເພາະຢູ່ເຂດນອກເມືອງ )
4. ຫ້າມຜູ້ຂັບຂີ່ດັດແປງສະພາບເຕັກນິກຍານພາຫະນະໂດຍການຕິດຕັ້ງອຸປະກອນ ປະເພດໄຟສະປອດໄລ້ທີ່ມີຄວາມສະຫວ່າງສູງ (ສົ່ງຜົນກະທົບຕໍ່ຜູ້ຂັບຂີ່ທີ່ສັນຈອນຕາມເສັ້ນທາງໃນຍາມກາງຄືນ).
5. ຫ້າມຂັບຂີ່ພາຫະນະ ເປັນພືງເປັນແພ, ຊ່ວງຊີງກັນຕາມເສັ້ນທາງ ຢ່າງເດັດຂາດ.
6. ຫ້າມນຳໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະ ບະ ຢ່າງເດັດຂາດ.
7. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສີນຄ້າ ແລະ ບັນທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊີງເອົາຜູ້ໂດຍ ສານຢ່າງເດັດຂາດ.
8. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍ ທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ພາຫະນະຢ່າງເດັດຂາດ.
9. ຫ້າມຈອດລົດຕາມເສັ້ນທາງດ່ວນຢ່າງເດັດຂາດ ( ຍົກ ເວັ້ນກໍລະນີພາຫະນະເປ່ເພ ).
10. ເຈົ້າໜ້າທີ່ຈະໄດ້ເພີ່ມມາດຕະການກວດກາ ຖ້າບຸກ ຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
11. ສ່ວນການສະເຫຼີມສະຫຼອງປີໃໝ່ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການ ຂອງອົງການປົກຄອງທ້ອງ ຖີ່ນ ຂອງຕົນໄດ້ກໍານົດໄວ້.
ຖ້າບຸກຄົນໃດທີ່ລະເມີດ ຕໍ່ດໍາລັດວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
ທ່ານຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວອີກວ່າ: ໃນປີ 2024 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດຈຳນວນ 6.100 ເລື່ອງ,ພາຫະນະເປ່ເພ 10.818 ຄັນ,ຄົນໄດ້ຮັບບາດເຈັບ 9.261 ຄົນ ແລະ ເສຍຊີວິດ 837 ຄົນ. ສະເພາະໄລຍະປີໃໝ່ສາກົນ ຄສ 2024 ທີ່ຜ່ານມາ ,ມີອຸ ບັດຕິເຫດເກີດຂຶ້ນ ທັງໝົດ 148 ເລື່ອງ,ພາຫະນະເປ່ເພ ຈໍານວນ 269 ຄັນ, ມີຄົນໄດ້ຮັບບາດເຈັບ 227 ຄົນ ແລະເສຍຊີວິດ 21 ຄົນ,ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນຫຼາຍສົມຄວນ.

10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ໃນທົ່ວປະເທດ ປີ 2024                  ---------------- +++ ---------------    ຕະຫຼອດໄລຍະ 11...
27/12/2024

10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ໃນທົ່ວປະເທດ ປີ 2024
---------------- +++ ---------------
ຕະຫຼອດໄລຍະ 11 ເດືອນ ນັບແຕ່ເດືອນມັງກອນ-ພະ ຈິກ 2024 ນີ້,ເຈົ້າໜ້ທີ່ ປກສ ໃນທົ່ວປະເທດ ສາມາດມ້າງຄະດີຢາເສບຕິດໄດ້ ຈຳນວນ 3.395 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.168 ຄົນ ຍິງ 505 ຄົນ.ໃນນີ້,ມີຄົນຕ່າງປະເທດ 199 ຄົນ ຍິງ 19 ຄົນ ແລະ ຢຶດຂອງກາງ ຢາເສບຕິດ ປະເພດຕ່າງໆ ລວມມີ ເຮໂຣອິນ 380,96 ກິໂລກຼາມ, ຢາບ້າ ຈຳ ນວນ 81.030.733 ເມັດ ນໍ້າໜັກ 8.103,07 ກິໂລ, ຢາໄອສ໌ 4.816,17 ກິໂລ, ຝິ່ນ 84,86 ກິໂລ, ຄັນຊາ ຈຳນວນ 3.583,24 ກິໂລ, ເຄຕາມິນ 33,14 ກິໂລ, ຢາອີ 2.584 ເມັດ ກັບ 61,44 ກິໂລ, ແປ້ງຝຸ່ນ ປະສົມສານເສບຕິດ ຈຳ ນວນ 10.092,84 ກິໂລ, ສານເຄມີ 101 ຖັງ,ລົດໃຫຍ່ 77 ຄັນ, ລົດຈັກ 480 ຄັນ,ປືນ 10 ກະບອກ ພ້ອມລູກປືນ ຈຳ ນວນ 1.677 ລູກ ແລະ ເຄື່ອງຂອງກາງອື່ນໆ ທີ່ພົວພັນກັບຄະດີອີກຫຼາຍລາຍການ.ເຊິ່ງໃນປີ 2024 ນີ້, ກໍໄດ້ຈັດ 10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ປະຈຳປີ ມີດັ່ງນີ້:
ອັນດັບ 10. ຄະດີຢາບ້າ 1.222.400 ເມັດ.ຄະດີນີ້,ເຈົ້າ ໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມ້າງໄດ້ໃນວັນທີ 27 ມີນາ 2024 ສາມາດຈັບຜູ້ຖືກຫາ ໄດ້ 2 ຄົນ.ໃນເບື້ອງຕົ້ນ ແມ່ນຈັບຜູ້ຖືກຫາໄດ້ 1 ຄົນ ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ຊື່ ທ້າວ ຮົ່ວເຮີ່ ອາຍຸ 23 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຢາບ້າ 6.000 ເມັດ ແລະ ສອບສວນຂະຫຍາຍຜົນ ຈົນຕິດຕາມຈັບຜູ້ຖືກຫາ ໄດ້ອີກ 1 ຄົນ ຊື່ ທ້າວ ຕົ່ງຊົ່ງ ອາ ຍຸ 24 ປີ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ພ້ອມຂອງກາງ ຢາບ້າ 711 ມັດ ກັບອີກ 2 ຖົງ ເທົ່າກັບ 1.422.400 ເມັດ ແລະ ເຄື່ອງຂອງກາງ ວັດຖຸມີຄ່າ ທີ່ພົວພັນກັບຄະດີ ອີກຈຳນວນໜຶ່ງ.
ອັນດັບ 9. ຄະດີຢາໄອສ໌ 165 ຖົງ ນ້ຳໜັກ 165 ກິໂລກຼາມ. ຄະດີນີ້,ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນວັນທີ 12 ທັນວາ 2024,ຈັບຜູ້ຖືກຫາໄດ້ຢູ່ຈຸດກວດການ້ຳເກີ່ງ ເມືຶອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຜູ້ຖືກຫາ ຊື່ ທ້າວ ເກຍມົວ ອາຍຸ 30 ປີ ເກີດຢູ່ບ້ານປ່າຊາງ ເມືອງຄອບ ແຂວງ ໄຊຍະບູລີ, ແຕ່ມາພັກເຊົາ ຢູ່ບ້ານດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ອັນດັບ 8 . ຄະດີໄອສ໌ 166 ຖົງ ນ້ຳໜັກ 166 ກິໂລ ແລະ ຢາບ້າ 775 ມັດ ເທົ່າກັບ 1.550.000 ເມັດ.ຄະດີນີ້,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນຄັ້ງວັນທີ 20 ມີນາ 2024,ຕິດຕາມຈັບຜູ້ຖືກຫາ ໄດ້ 2 ຄົນ ຊື່: ທ້າວ ຄົວປໍເລົາ ອາຍຸ 34 ປີ ຢູ່ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ກາວຢ່າງ ອາຍຸ 28 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ສ່ວນຜູ້ທີ່ຖືກຊັດທອດໃນການພົວພັນ ຊື້ຂາຍຢາເສບຕິດນຳກັນ ຊື່ ທ້າວ ຫວັນ ອາຍຸ 45 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແມ່ນໄດ້ເອົາຕົວລົບໜີກ່ອນ ເຈົ້າໜ້າທີ່ ເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຢາບ້າ ຈຳນວນ 775 ມັດ ເທົ່າກັບ 1.550.000 ເມັດ ນ້ຳໜັກ 200 ກ່ວາກິໂລກຼາມ, ຢາໄອສ໌ 3 ຖົງ ແລະ ໄດ້ຢຶດລົດກະບະຣີໂວ້ ຈຳນວນ 2 ຄັນ ທີ່ພົວພັນກັບການເຄື່ອນໄຫວຄ້າຂາຍຢາເສບຕິດ.
ອັນດັບ 7.ຄະດີນີ້,ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ແກ້ໄຂໄດ້ໃນວັນທີ 21 ກໍລະກົດ 2024 ມີຂອງກາງຢາໄອສ໌ ຈໍານວນ 106 ຖົງ ນໍ້າໜັກ 110 ກິໂລກຼາມ, ເຮໂຣອິນ 99 ແຫ່ງ ນໍ້າໜັກ 37,5 ກິໂລກຼາມ ແລະ ຢາອີ ຈໍານວນ 47 ຫໍ່ ນໍ້າໜັກ 61 ກິໂລກຼາມ ທີ່ບັນທຸກມານຳລົດເກັງເກຍ ສີຂາວ ໝາຍເລກທະບຽນ ກຮ 1606 ກຳແພງນະຄອນ ແລະ ຈັບຜູ້ຖືກຫາໄດ້ ຊື່ ທ້າວ ວື່ມົວວື່ ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ ເມືອງຄຳເກີດ ແຂວງບໍລິຄຳໄຊ.
ອັນດັບ 6. ຄະດີຢາບ້າ 4.000 ມັດ ເທົ່າກັບ 8.000.000 ເມັດ ນ້ຳໜັກ 800 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຢຶດຢາບ້າຈຳ ນວນດັ່ງກ່າວໄດ້ຢູ່ນຳລົດກະບະ ທີ່ຈອດຖີ້ມປະໄວ້ຢູ່ແຄມ ທາງ ເຂດບ້ານດອນທາດ ເມືອງຕົ້ນເຜີ້ງ ໃນຄັ້ງວັນທີ 31 ມັງກອນ 2024.ເຊິ່ງໃນມື້ເກີດເຫດ,ເຈົ້າໜ້າທີ່ ໄດ້ກວດກາລາດຕະເວນ ພົບເຫັນລົດກະບະ ທີ່ສົງໄສຂົນສິ່ງຂອງທີ່ຜິດກົດໝາຍ ຂັບຂີ່ດ້ວຍຄວາມໄວສູງ ມາແຕ່ເສັ້ນທາງບ້ານດອນທາດ ເມືອງຕົ້ນເຜິ້ງ ຈຶ່ງໄດ້ສະກັດລັດຄັນດັ່ງກ່າວ, ແຕ່ຜູ້ຂັບຂີ່ ໄດ້ຈອດລົດ ແລ້ວຍົກປືນສັ້ນໃສ່ເຈົ້າໜ້າທີ່. ຫຼັງຈາກນັ້ນ,ຜູ້ຂັບຂີ່ລົດ ກໍໄດ້ແລ່ນລົບໜີເຂົ້າປ່າ.
ອັນອັບ 5. ຄະດີຢາບ້າ 14.106.000 ເມັດ ນ້ຳໜັກ 1.410 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນຄັ້ງວັນທີ 12 ພຶດສະພາ 2024, ສາມາດຈັບຜູ້ຖືກຫາ ໄດ້ 2 ຄົນ ຊື່ ທ້າວ ໜໍຄົວຊົງ ອາຍຸ 29 ປີ ມີຂອງກາງ ຢາບ້າ 6.055.800 ເມັດ ນ້ຳໜັກ 605 ກິໂລກຼາມ, ລູກປືນອາກາ ຈຳນວນ 180 ລູກ, ປືນສັ້ນ 1 ກະ ບອກ,ເງິນບາດ 1 ລ້ານບາດ ແລະ ທ້າວ ເຢັງກົງ ອາຍຸ 38 ປີ ມີຂອງກາງ ຢາບ້າ 8.050.200 ເມັດ ນໍ້າໜັກ 805 ກິໂລກຼາມ,ປືນລູກຊອງ ຈຳນວນ 1 ກະບອກ ພ້ອມລູກປືນ 8 ລູກ ແລະ ລົດກະບະວີໂກ້ສະມາດແຄັບ,ທັງສອງຄົນ ຢູ່ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ.
ອັນດັບ 4 . ຄະດີຢາໄອສ໌ 960 ຖົງ ນ້ຳໜັກ 960 ກິໂລກຼາມ ແລະ ຢາບ້າ 2.042.000 ເມັດ ນ້ຳໜັກ 200 ກວ່າກິ ໂລກຼາມ. ຄະດີນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນວັນທີ 12 ກໍລະກົດ 2024 ສາມາດຈັບຜູ້ຖືກຫາ ທີ່ຂັບລົດບັນທຸກ 22 ລໍ້ ໝາຍເລກທະບຽນ ຫົວລາກ ບທ 0429 ກຳແພງນະຄອນ ແລະ ເລກທະບຽນ ຫ້າງລາກ ບອ 1701 ກຳແພງນະຄອນ ທີ່ນຳໃຊ້ໃນການຂົນຢາເສບຕິດໃນຄັ້ງນີ້ ໄດ້ 1 ຄົນ ຊື່ ທ້າວ ຕູ່ທໍ່ ອາຍຸ 43 ປີ ຢູ່ບ້ານນາລະແວກ ເມືອງຮົມ ແຂວງໄຊສົມບູນ.ສ່ວນພັກພວກ ທີ່ມານຳກັນ 1 ຄົນ ຊື່ ທ້າວ ຈາງຢ່າງ ໄດ້ເອົາຕົວລົບໜີ.
ອັນດັບ 3. ຄະດີເຮໂຣອິນ 600 ແທ່ງ ນໍ້າໜັກ 225 ກິໂລກຼາມ ແລະ ຢາບ້າ 2.900 ມັດ ເທົ່າກັບ 5.800.000 ເມັດ ນໍ້າໜັກເກືອບ 700 ກິໂລກຼາມ. ຄະດີນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສະກັດຢຶດຂອງກາງຈຳນວນດັ່ງກ່າວໄດ້ຢູ່ນຳລົດຂອງເປົ້າໝາຍ 2 ຄັນ ລວມມີ ປຣາໂດ ແລະ ລົດກະບະຣີໂວ້ ຢູ່ເສັ້ນທາງ ເຂດບ້ານໂພນໄພ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 21 ມິຖຸນາ 2024, ສ່ວນຜູ້ຂັບຂີ່ລົດ 2 ຄັນ ໄດ້ໃຊ້ອາວຸດປືນຍິງຕໍ່ສູ້ກັບເຈົ້າໜ້າທີ່ ກ່ອນຈະລົບໜີເຂົ້າປ່າ.
ອັນດັບ 2. ຄະດີຢາໄອສ໌ ຫຼາຍກວ່າ 1.000 ຖົງ ນໍ້າໜັກ 1.033 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ມ້າງໄດ້ໃນຄັ້ງວັນທີ 10 ກຸມພາ 2024, ສາມາດຈັບຜູ້ຖືກຫາໄດ້ ຊື່ ທ້າວ ເນັງຢາງ ອາຍຸ 36 ປີ ຢູ່ບ້ານເລົາຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຄາລົດຈິບ ອີຊູຊູ ໝາຍເລກທະບຽນ 4490 ບໍ່ແກ້ວ.ນອກ ຈາກນີ້, ຍັງກວດຄົ້ນລົດຄັນດັ່ງກ່າວ ພົບປືນສັ້ນ 1 ກະ ບອກ ພ້ອມລູກປືນ 19 ລູກ,ໂຟນນີ 1 ເຄື່ອງ,ມິດ 1 ດວງ ແລະ ເຄື່ອງຂອງກາງອື່ນໆ ອີກຈຳນວນໜຶ່ງ.
ອັນດັບ 1. ຄະດີຢາໄອສ໌ 1.449 ຖົງ ນໍ້າໜັກ 1.449 ກິໂລກຼາມ ຊຸກເຊື່ອງມານຳລົດບັນທຸກ 22 ລໍ້ ສີແດງ ໝາຍເລກທະບຽນ ບຄ 2577 ກໍາແພງນະຄອນ. ຄະດີນີ້, ເຈົ້າ ໜ້າທີ່ ປກສ ແຂວງບໍລິຄຳໄຊ ແກ້ໄຂໄດ້ໃນຄັ້ງວັນທີ 29 ກໍລະກົດ 2024 ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ທັງສອງ ຢູ່ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ ຢູ່ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

10 ເຫດການ ອຸບັດຕິເຫດຕາມທ້ອງຖະໜົນ ທີ່ຮຸນແຮງ ໃນ ນວ ປີ 2024                   ---------------- +++ ---------------     ນັບແ...
26/12/2024

10 ເຫດການ ອຸບັດຕິເຫດຕາມທ້ອງຖະໜົນ ທີ່ຮຸນແຮງ ໃນ ນວ ປີ 2024
---------------- +++ ---------------
ນັບແຕ່ເດືອນມັງກອນ-ພະຈິກ 2024 ທົ່ວນະຄອນ ຫຼວງວຽງຈັນ(ນວ) ມີອຸບັດຕິເຫດຕາມທ້ອງຖະໜົນ ເກີດ ຂຶ້ນ ຈຳນວນ 994 ເລື່ອງ, ມີພາຫະນະເປ່ເພ ທັງໝົດ 1.994 ຄັນ.ໃນນີ້,ເປ່ເພເລັກໜ້ອຍ ຈຳນວນ 592 ຄັນ,ເປ່ເພສົມ ຄວນ 1.386 ຄັນ ແລະ ໃຊ້ການບໍ່ໄດ້ 16 ຄັນ,ມີຄົນໄດ້ຮັບບາດເຈັບ ທັງໝົດ1.120 ຄົນ.ໃນນີ້,ບາດເຈັບເລັກໜ້ອຍ 326 ຄົນ, ເຈັບສົມຄວນ544 ຄົນ,ບາດເຈັບສາຫັດ 250 ຄົນ ແລະ ເສຍຊີວິດ 113 ຄົນ.
ໃນປີ 2024 ນີ້, ພະແນກຕຳຫຼວດຈະລາຈອນ ປກສນະຄອນຫຼວງວຽງ ໄດ້ສະຫຼຸບສັງລວມ 10 ເຫດການອຸບັດ ຕິເຫດຕາມທ້ອງຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ທີ່ມີຄວາມຮຸນແຮງ ແລະ ມີຜົນເສຍຫາຍຫຼາຍ ມີດັ່ງນີ້: 1. ອຸ ບັດຕິເຫດລົດຕຳກັນສາມຄັນຊ້ອນ ຄື: ລົດຈັກຕຳກັບລົດ ຍົນ ແລ້ວຕຳກັບລົດບັນທຸກ ສົ່ງຜົນເຮັດໃຫ້ມີຄົນເສຍຊີ ວິດ 2 ຄົນ ມູນຄ່າຜົນເສຍຫາຍປະມານ 550.000.000 ກີບ;ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 17:00 ໂມງຂອງວັນທີ 8 ກຸມພາ 2024 ຢູ່ທີ່ຖະໜົນ 13 ໃຕ້ ເຂດບ້ານນາລ້ອມ ເມືອງໄຊທານີ ນວ.
2. ອຸບັດຕິເຫດ ລົດຍົນ ຕຳກັບລົດຈັກ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300.000.000 ກີບ, ເຫດການນີ້ ເກີດຂຶ້ນເວລາປະມານ 22:58ໂມງ ຂອງວັນທີ 2 ກໍລະກົດ 2024 ຢູ່ຖະໜົນທ່າເດື່ອ ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນວ.
3. ອຸບັດຕິເຫດ ລົດຕຳຫັນສາມຄັນຊ້ອນ ຄື: ລົດຈັກ ຕຳກັບລົດຈັກ ແລ້ວຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນ ເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300.000.000 ກີບ, ເຫດການ ເກີດຂຶ້ນໃນເວລາປະມານ 00:28 ໂມງຂອງ
ວັນທີ 2 ທັນວາ 2024 ຢູ່ເສັ້ນທາງ ເຂດບ້ານຊຽງດາ ເມືອງໄຊເສດຖາ ນວ.
4. ອຸບັດຕິເຫດ ລົດຍົນ ຕຳກັບລົດຈັກ ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະມານ 250.000.000 ກີບ,ເຫດ ການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 20:20 ໂມງ ຂອງວັນທີ 9 ສິງຫາ 2024 ຢູ່ທີ່ຖະໜົນລ້ານຊ້າງ ເຂດບ້ານຫັດສະດີ ເມືອງຈັນທະບູລີ ນວ.
5. ອຸບັດຕິເຫດ ລົດຈັກຕຳກັບລົດຈັກ ຢ່າງຮູນແຮງ ສົ່ງຜົນເຮັດໃຫ້ມີ ຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະ ມານ 150.000.000 ກີບ; ອຸບັດຕິເຫດໃນຄັ້ງນີ້,ເກີດຂຶ້ນໃນເວລາປະມານ 21:15 ໂມງ ຂອງວັນທີ 19 ສິງຫາ 2024 ຢູ່ທີ່ຖະໜົນ ເລກ 11 ເຂດບ້ານອ່າງນ້ອຍ ເມືອງສີໂຄດຕະບອງ.
6. ອຸບັດຕິເຫດ ລົດຈັກ ຕຳກັບລົດຍົນ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 800.000.000 ກີບ,ເຫດການເກີດຂຶ້ນໃນວັນທີ 25 ສິງຫາ 2024 ເວລາປະມານ 00:10 ໂມງ ຢູ່ທີ່ຖະໜົນດອນຈັນ ເຂດບ້ານທາດຂາວ ເມືອງສີສັດຕະນາກ ນວ.
7. ອຸບັດຕິເຫດ ລົດຕຳກັນ 6 ຄັນຊ້ອນ ຄື: ລົດບັນທຸກ ຕຳກັບລົດບັນທຸກ ແລ້ວກັບກັບລົດຍົນ ຕຳກັບລົດຍົນ ຕຳລົດບັນທຸກ ແລະ ຕຳກັບລົດຈັກ ເນັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 600.000.000 ກີບ, ເຫດການນີ້ ເກີດຂຶ້ນໃນວັນທີ 7 ຕຸລາ 2024 ເວລາປະມານ 11:30 ໂມງ ຢູ່ຖະໜົນຕາດມູນ ເຂດບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ.
8. ອຸບັດຕິເຫດ ລົດຈັກ ຕຳກັບລົດຍົນ (ຕຳບໍ່ຢຸດຈອດ) ແຕ່ນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 400.000.000 ກີບ, ເຫດເກີດຂຶ້ນ ເວລາປະມານ 22:10 ໂມງ ຂອງວັນທີ 28 ພະຈິກ 2024 ຢູ່ເສັ້ນທາງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ.
9. ອຸບັດຕິເຫດ ລົດຈັກ ຕຳກັບລົດຍົນ (ຕຳບໍ່ຢຸດຈອດ) ສາມາດຕິດຕາມນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ແລະ ບາດເຈັດສາຫັດ 1 ຄົນ ຜົນເສຍຫາຍປະມານ 300.000.000 ກີບ,ເຫດເກີດໃນວັນທີ 15 ທັນ ວາ 2024 ເວລາປະມານ 00:48 ໂມງ ຢູ່ເສັ້ນທາງ ເຂດບ້ານຕານມີໄຊ ເມືອງໄຊທານີ.
10. ອຸບັດຕິເຫດ ລົດຈັກ ຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 200.000.000 ກີບ,ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນເວ ລາປະມານ 15:30 ໂມງ ຂອງວັນທີ 21 ກັນຍາ 2024 ຢູ່ທີ່ຖະໜົນ ເລກ10 ເຂດບ້ານທ່າສະຫວ່າງ ເມືອງໄຊທານີ ນວ.
ພັຕ ແສງ ພົມມະວົງ ຫົວໜ້າກອງສືບສວນ - ສອບສວນ ແກ້ໄຂຄະດີອຸບັດຕິເຫດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ ປີ 2024 ນີ້,ເຈົ້າໜ້າ ທີ່ຕຳຫຼວດ ວິຊາສະເພາະ ພາຍໃນກອງສືບສວນ-ສອບສວນ ແກ້ໄຂຄະດີອຸບັດຕິເຫດຈະລາຈອນ ນວ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນ ແມ່ນວຽກງານຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນລົງ, ໂດຍສຸມໃສ່ການລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນໃຫ້ຜູ້ຂັບຂີ່ຍານພາຫະນະ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນ ຢູ່ຕາມສະຖານທີ່ຕ່າງໆ ເຊັ່ນ: ຢູ່ພາຍໃນໂຮງຮຽນ, ໂຮງຈັກ-ໂຮງງານ ແລະ ຢູ່ຕາມເສັ້ນທາງຕ່າງໆໃນເຂດຊຸມຊົນ ເພື່ອແນໃສ່ເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກົດລະບຽບການສັນຈອນ ເພື່ອຊ່ວຍຫຼຸດຄວາມສ່ຽງທີ່ອາດຈະເກີດອຸບັດຕິເຫດ ຕາມທ້ອງຖະໜົນ.

ຈັບຊາຍໜຸ່ມ ອາຍຸ 26 ປີ ລັກລອບຊື້ຂາຍໃບກະທ່ອມ ໜັກ 235 ກິໂລ                   ---------------- +++ --------------    ວັນທີ 2...
25/12/2024

ຈັບຊາຍໜຸ່ມ ອາຍຸ 26 ປີ ລັກລອບຊື້ຂາຍໃບກະທ່ອມ ໜັກ 235 ກິໂລ
---------------- +++ --------------
ວັນທີ 20 ທັນວາ 2024 ນີ້, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນໄກສອນພົມ ວິຫານ ແຂວງສະຫວັນນະເຂດ ໄດ້ມອບໝາຍໃຫ້ເຈົ້າໜ້າ ທີ່ວິຊາສະເພາະ ລົງແກ້ໄຂເປົ້າໝາຍຂາຍສິ່ງເສບຕິດ ໃບກະທ່ອມ ຢູ່ທີ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ສາມາດຈັບເປົ້າໝາຍໄດ້ ຊື່ ທ້າວ ເອກອະໄພ ຫຼື ລີ້ ອາຍຸ 26 ປີ, ກວດຄົ້ນເຮືອນ ພົບເຫັນຂອງກາງ ໃບກະທ່ອມ 235 ກິໂລກຼາມ ແລະ ຢາດີໄອ ດີທິດຊິນ ຈຳນວນ 535 ແກັດ ລວມມີ 26.750 ຂວດ ໄປດຳເນີນຄະດີ.
ຜ່ານການສອບສວນ ຜູ້ຖືກຫາ ຮັບສາລະພາບວ່າ: ໃບກະທ່ອມ ແລະ ຢາດີໄອ ດີທິດຊິນ ຈຳນວນດັ່ງກ່າວ ແມ່ນໄດ້ສັ່ງຊື້ ມາແຕ່ປະເທດເພື່ອນບ້ານ,ໂດຍຝາກມານຳລົດຂົນ ສົ່ງສິນຄ້າ.ພາຍຫຼັງເຄື່ອງມາຮອດ, ກໍໄປຮັບເອົາເຄື່ອງຢູ່ສາງມ້ຽນເຄື່ອງແຫ່ງໜຶ່ງ ຢູ່ເຂດບ້ານອຸດົມວິໄລ ນະຄອນໄກ ສອນ ພົມວິຫານ. ພ້ອມກັນນີ້, ເຈົ້າໜ້າທີ່ ກໍຢຶດຂອງກາງທີ່ພົວພັນກັບຄະດີໄດ້ຕື່ມອີກຈຳນວນໜຶ່ງ ລວມມີ: ເງິນ 1.710.000 ກີບ,ເງິນບາດ 2.700 ບາດ ແລະ ລົດກະບະວີໂກ້ ສີປອນ ໝາຍເລກທະບຽນ ກກ 3330 ສະຫວັນນະເຂດ.
ປັດຈຸບັນຄະດີດັ່ງກ່າວ,ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນໄກສອນ ພວມສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດ ພ້ອມຢາໄອສ໌ 165 ຖົງ                -------------- +++ -------------      ພະແນກຕຳຫຼວດສະກັດກັ້ນ...
20/12/2024

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດ ພ້ອມຢາໄອສ໌ 165 ຖົງ
-------------- +++ -------------
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ12 ທັນວາ 2024 ນີ້,ເຈົ້້າໜ້າທີ່ຕຳຫຼວດ ປະຈຳຈຸດກວດການ້ຳເກີ່ງ ເມືຶອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຈັບຜູ້ລັກລອບຄ້າຂາຍຢາເສບ ຕິດໄດ້ ຊື່ ທ້າວ ເກຍ ມົວ ອາຍຸ 30 ປີ ເກີດຢູ່ບ້ານປ່າຊາງ ເມືອງຄອບ ແຂວງໄຊຍະບູລີ, ແຕ່ມາພັກເຊົາ ຢູ່ບ້ານດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ພ້ອມຂອງກາງ ຢາໄອສ໌ 165 ຖົງ ນ້ຳໜັກ 165 ກິໂລ.
ປັດຈຸບັນ.ຄະດີດັ່ງກ່າວນີ້,ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ພວມດຳເນີນການສອບສວນ ຂະຫຍາຍຜົນ ຫາທີ່ໄປທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ເພື່ອຈະໄດ້ຕິດຕາມນຳຈັບຜູ້ທີ່ຖືກຊັດທອດ ມາດຳນເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ປກສ ແຂວງຈຳປາສັກ ຈັບໄດ້ 6 ຄົນ ມີຢາໄອສ໌ 50 ກິໂລ                   --------------- +++ --------------    ວັນທີ 25 ສິງຫາ 202...
07/10/2024

ປກສ ແຂວງຈຳປາສັກ ຈັບໄດ້ 6 ຄົນ ມີຢາໄອສ໌ 50 ກິໂລ
--------------- +++ --------------
ວັນທີ 25 ສິງຫາ 2024, ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານເສັດ ເມືອງໂຂງ ແຂວງຈຳປາສັກ, ຈັບເປົ້າໝາຍ ໄດ້ 6 ຄົນ, ພ້ອມຢາໄອສ໌ 50 ກິໂລກຼາມ ໄປດຳເນີນຄະດີ.
ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 6 ຄົນ ຄື: 1. ທ້າວ ສົມຊາຍ ອາຍຸ 42 ປີ ຢູ່ບ້ານປາກກະດິງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ພ້ອມເຄື່ອງຂອງກາງ ຢາໄອສ໌ຈໍາ 50 ກິໂລກຼາມ, ວັດຖຸສີເຫຼືອງ ຄ້າຍຄືສາຍຄໍ 1 ເສັ້ນ, ແຫວນ 1 ວົງ, ກີ້ ພຣະ 2 ອົງ, ໂທລະສັບ 1 ເຄື່ອງ, ເງິນບາດ 100.000 ບາດ, ເງິນກີບ 2.700.000 ກີບ, ລົດກະບະຣີໂວ້ ສີຂາວ ປ້າຍທະບຽນ ຣຈ 8588 ກຳແພງນະຄອນ; 2. ທ້າວ ແສງ ອາຍຸ 30 ປີ ຢູ່ບ້ານດອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ; 3. ທ້າວ ໄພລີນ ອາຍຸ 21 ປີ ຢູ່ບ້ານຫາງສະດໍາ ເມືອງໂຂງ ແຂວງ ຈໍາປາສັກ,ເຄື່ອງຂອງກາງ ແລະ ຂອງຕິດຕົວມີ : ລົດກະບະຣີໂວ້ ສີຂາວ ບໍ່ມີປ້າຍທະບຽນ, ໂທລະສັບ 1 ເຄື່ອງ; 4. ທ້າວ ສຳເລັດ ອາຍຸ 24 ປີ, ສັນຊາດກຳປູເຈຍ ຢູ່ບ້ານສົ້ມໂຮງ ເມືອງແສນປາງ ແຂວງຊຽງແຕງ ປະເທດກຳປູເຈຍ, ເຄື່ອງຂອງກາງ ແລະ ຂອງຕິດຕົວ ມີ: ໂທລະສັບ 1 ເຄື່ອງ, ລົດຈັກຮອນດາເວບ ສີປອນ ປ້າຍທະບຽນ ຍນ 4473 ກຳແພງນະຄອນ, ສາຍຄໍສີເຫຼືອງ ຄ້າຍຄືຄໍາຝຣັ່ງ 1 ເສັ້ນ; 5. ທ້າວ ແອັດ ອາຍຸ 54 ປີ ສັນຊາດກຳປູເຈຍ ຢູ່ບ້ານສົ້ມໂຮງ ເມືອງແສນປາງ ແຂວງຊຽງແຕງ; 6. ທ້າວ ແຊນ ອາຍຸ 21 ປີ ຢູ່ບ້ານໂສດ ເມືອງໂຂງ ແຂວງຈໍາປາສັກ.
ປັດຈຸບັນຄະດີດັ່ງກ່າວ,ເຈົ້າໜ້າທີ່ ປກສ ພວມດໍາເນີນຄະດີໄປຕາມຂັ້ນຕອນຂອງກົດໝາຍ.

ປກສ ແຂວງບໍລິຄຳໄຊ ຈັບໄດ້ 3 ຄົນ ພ້ອມຢາໄອສ໌ 1.449 ກິໂລ                    --------------- +++ ---------------      ວັນທີ 29...
30/07/2024

ປກສ ແຂວງບໍລິຄຳໄຊ ຈັບໄດ້ 3 ຄົນ ພ້ອມຢາໄອສ໌ 1.449 ກິໂລ
--------------- +++ ---------------
ວັນທີ 29 ກໍລະກົດ 2024 ນີ້, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ສາມາດຈັບເປົ້າໝາຍຢາເສບຕິດ ລາຍໃຫຍ່ໄດ້ 3 ຄົນ, ພ້ອມຂອງກາງຢາໄອສ໌ 1.449 ຖົງ ນໍ້າໜັກ 1.449 ກິໂລກຼາມ ທີ່ບັນທຸກມາໃນລົດບັນທຸກ 22 ລໍ້ ສີແດງ ໝາຍເລກທະບຽນ ບຄ 2577 ກໍາແພງນະຄອນ.
ຜູ້ຖືກຫາທັງ 3 ຄົນ ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ທັງສອງຢູ່ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ ຢູ່ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ພວມດຳ ເນີນການສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ຈັບເປົ້າຢາເສບຕິດລາຍໃຫຍ່ ມີຂອງກາງ ນ້ຳໜັກລວມ 208 ກວ່າກິໂລ                  --------------- +++ --------------    ເຈົ້າໜ້າທ...
29/07/2024

ຈັບເປົ້າຢາເສບຕິດລາຍໃຫຍ່ ມີຂອງກາງ ນ້ຳໜັກລວມ 208 ກວ່າກິໂລ
--------------- +++ --------------
ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ຈັບເປົ້າໝາຍຢາເສບ ຕິດລາຍໃຫຍ່ໄດ້ ຊື່ ທ້າວ ວື່ ມົວ ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ ເມືອງຄຳເກີດ ແຂວງບໍລິຄຳໄຊ ກວດຄົ້ນລົດພົບຢາໄອສ໌ ຈໍານວນ 106 ຫໍ່ ນໍ້າໜັກ 110 ກິໂລກຼາມ, ເຮ ໂຣອິນ 99 ແຫ່ງ ນໍ້າໜັກ 37,5 ກິໂລກຼາມ ແລະ ຢາອີ ຈໍານວນ 47 ຫໍ່ ນໍ້າໜັກ 61 ກິໂລກຼາມ, ທີ່ຜູ້ກ່ຽວບັນທຸກມາເຕັມຄັນລົດ.

ປກສ ແຂວງບໍ່ແກ້ວ ຢຶດໄດ້ຢາບ້າ 5,8 ລ້ານເມັດ ແລະ ເຮໂຣອິນ 600 ແທ່ງ                   ---------------- +++ ---------------    ...
22/06/2024

ປກສ ແຂວງບໍ່ແກ້ວ ຢຶດໄດ້ຢາບ້າ 5,8 ລ້ານເມັດ ແລະ ເຮໂຣອິນ 600 ແທ່ງ
---------------- +++ ---------------
ວັນທີ 21 ມິຖຸນາ 2024 ປກສ ແຂວງບໍ່ແກ້ວ ໄດ້ສະກັດເປົ້າໝາຍລັກລອບຄ້າຂາຍຢາເສບຕິດ ໂດຍການໃຊ້ເສັ້ນທາງແຕ່ເມືອງເມິງ ຫາ ເມືອງຫ້ວຍຊາຍ.
ພໍມາຮອດເຂດບ້ານໂພນໄພ ເມືອງຫ້ວຍຊາຍ ເຈົ້າ ໜ້າທີ່ສະແດງຕົວໃຫ້ສັນຍານຢຸດຈອດເພື່ອກວດຄົ້ນລົດລົດເປົ້າໝາຍ 2 ຄັນ ບໍ່ຕິດປ້າຍທະບຽນ, ຂະນະດຽວກັນເຈົ້າຂອງລົດ ໄດ້ໃຊ້ອາວຸດປືນຍິງຕໍ່ສູ້ກັບເຈົ້າໜ້າທີ່ເພື່ອເປີດທາງເອົາຕົວຫຼົບໜີເຂົ້າປ່າ.
ຜ່ານການກວດຄົ້ນລົດ 2 ຄັນ ພົບເຫັນຢາບ້າ 2.900 ມັດ ເທົ່າກັບ 5.800.000 ເມັດ, ນໍ້າໜັກ ເກືອບ 700 ກິໂລກຼາມ ແລະ ເຮໂຣອິນ 600 ແທ່ງ ນໍ້າໜັກ 225 ກິໂລກຼາມ ພ້ອມຢຶດລົດ ປຣາໂດ 1 ຄັນ ແລະ ລົດກະບະຣີໂວ 1 ຄັນ, ສ່ວນຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີໄດ້.

ວັນທີ 12 ພຶດສະພາ 2024 ນີ້,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ ໄດ້ພ້ອມຂອງກາງ ຢາບ້າ ຈຳນວນ 14.106.000 ...
13/05/2024

ວັນທີ 12 ພຶດສະພາ 2024 ນີ້,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ ໄດ້ພ້ອມຂອງກາງ ຢາບ້າ ຈຳນວນ 14.106.000 ເມັດ ແລະ ຈັບຜູ້ຖືກຫາໄດ້ 2 ຄົນ ໄປດຳເນີນຄະດີ.

ປກສ ເມືອງຫົງສາ ຈັບໄດ້ພ້ອມຢາໄອສ໌ 1.000 ກິໂລກຼາມ                     --------------- +++ ---------------    ວັນທີ 10 ກຸມພາ...
28/02/2024

ປກສ ເມືອງຫົງສາ ຈັບໄດ້ພ້ອມຢາໄອສ໌ 1.000 ກິໂລກຼາມ
--------------- +++ ---------------
ວັນທີ 10 ກຸມພາ 2024 ນີ້, ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ສາມາດຈັບເປົ້າໝາຍຢາເສບຕິດລາຍໃຫຍ່ ໄດ້ ຊື່ ທ້າວ ຄົວເນັງ ຢ້າງ ອາຍຸ 36 ປີ ຢູ່ບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຢາໄອສ໌ 33 ເປົາ ລວມນ້ຳໜັກ 1.000 ກິໂລກຼາມ.

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 8.000.000 ເມັດ                   ------------- +++ -------------      ວັນທີ 31 ມັງກອນ 2024 ນ...
12/02/2024

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 8.000.000 ເມັດ
------------- +++ -------------
ວັນທີ 31 ມັງກອນ 2024 ນີ້,ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນ ລະ ຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜີ້ງ ສາມາດຢຶດຢາບ້າໄດ້ ຈຳນວນ 8.000.000 ເມັດ.
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນມື້ເກີດເຫດ, ເຈົ້າໜ້າທີ່ ກວດກາລາດຕະເວນໄດ້ພົບເຫັນລົດກະ ບະເປົ້າໝາຍ ຂັບຂີ່ມາແຕ່ທາງບ້ານດອນທາດ ຈຶ່ງໄດ້ສະກັດລັດຄັນດັ່ງກ່າວ, ແຕ່ຜູ້ຂັບຂີ່ໄດ້ຈອດລົດ ແລ້ວຍົກປືນສັ້ນໃສ່ເຈົ້າໜ້າທີ່.ຈາກນັ້ນ,ຜູ້ຂັບຂີ່ໄດ້ແລ່ນລົບໜີເຂົ້າປ່າ.
ຜ່ານການກວດກາເບີ່ງລົດຄັນດັ່ງກ່າວ ພົບເຫັນຢາບ້າຢູ່ໃນເປົາລາຍ ຈຳນວນ 40 ເປົາ.ໃນນີ້,ຢູ່ໃນລົດ 28 ເປົາ ແລະ ຢູ່ໃນກະບະລົດ12 ເປົາ,ລວມມີຢາບ້າ ທັງໝົດ 4.000 ມັດ, ເທົ່າກັບ 8.000.000 ເມັດ, ນ້ຳໜັກ 800 ກິໂລກຼາມ.

ບໍ່ລອດ...! ຖືກຈັບຄາລົດຕູ້ ພ້ອມຢາບ້າ 6.000 ເມັດ                   --------------- +++ -------------      ວັນທີ 3 ກຸມພາ 20...
08/02/2024

ບໍ່ລອດ...! ຖືກຈັບຄາລົດຕູ້ ພ້ອມຢາບ້າ 6.000 ເມັດ
--------------- +++ -------------
ວັນທີ 3 ກຸມພາ 2024, ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ໄດ້ລົງຕັ້ງຈຸດກວດກາຢູ່ເຂດບ້ານຫຼັກ16 ເມືອງບາຈຽງ ແຂວງຈຳປາສັກ ໄດ້ກັກລົດຕູ້ຮຸນໄດ ສີຂາວ ທະບຽນ ກກ 5256 ອຸດົມໄຊ, ກວດຄົ້ນພົບເຫັນ ຢາບ້າ 6.000 ເມັດ ຊຸກເຊື່ອງໄວ້ຢູ່ພາຍໃນລົດ.
ຜູ້ຖືກຫາ ທັງສອງ ຊື່ ທ້າວແສງດາວ ຫຼື ນ້ອຍ ອາຍຸ 41 ປີ ຢູ່ບ້ານແກແລ ເມືອງປະທຸມພອນ ແລະ ທ້າວ ວັນນີ ຫຼື ແກ ອາຍຸ 42 ປີ ຄົນບ້ານດຽວກັນ.

ຈັບ 6 ເປົ້າໝາຍຢາ ໄດ້ພ້ອມຂອງກາງ ລວມ 5.275 ເມັດ                    ---------------- +++ ---------------     ວັນທີ 24 ມັງກອ...
31/01/2024

ຈັບ 6 ເປົ້າໝາຍຢາ ໄດ້ພ້ອມຂອງກາງ ລວມ 5.275 ເມັດ
---------------- +++ ---------------
ວັນທີ 24 ມັງກອນ 2024 ນີ້, ເຈົ້າໜ້າທີ່ ປກສ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ສົມທົບກັບກອງກໍ່ສ້າງຮາກ ຖານ ປກສ ແຂວງ ເຂົ້າຈັບເປົ້າໝາຍຢາເສບຕິດ ສາມາດຈັບໄດ້ 3 ຄົນ ໄປດຳເນີນການສອບສວນຂະຫຍາຍຜົນ.
ຜູ້ຖືກຫາທັງ 3 ຄົນ ຊື່: ນາງ ກອງ ອາຍຸ 28 ປີ ຢູ່ບ້ານເຊນໍ້ານ້ອຍ ມີຢາບ້າ 818 ເມັດ,ເງິນ21.400.000 ກີບ,ຕ້າງ ຫູສີເຫຼືອງຄ້າຍຄືຄໍາ1 ຄູ່,ສາຍຄໍສີເຫຼືອງຄ້າຍຄືຄໍາ1 ເສັ້ນ, ທ້າວ ແພະ ອາຍຸ 24 ປີ ຢູ່ບ້ານທົ່ງຫວາຍ ແລະ ທ້າວ ບົວໄລ ອາຍຸ 20 ປີ ຢູ່ບ້ານໜອງເຂືອງໃຫຍ່ ທັງສາມບ້ານຂຶ້ນກັບ ເມືອງປາກຊ່ອງ ແຂວງຈຳປາສັກ.
ຈາກການສອບສວນ ກໍຕິດຕາມຈັບຜູ້ຖືກຊັດທອດໄດ້ອີກ 3 ຄົນ ຊື່: ນາງ ຫ່ຽນ ຫຼື ເສືອງ ອາຍຸ 51 ປີ,ທ້າວ ຍອມ ອາຍຸ 28 ປີ ມີຢາບ້າ 4.395 ເມັດ ແລະ ທ້າວ ເບີ່ງ ອາຍຸ 40 ປີ ທັງສາມຄົນ ຢູ່ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ.

ຈັບເປົ້າໝາຍຢາ ໄດ້ 4 ຄົນ ພ້ອມຢາໄອສ໌ 20 ກິໂລກຼາມ                 ---------------- +++ ---------------    ວັນທີ 9 ທັນວາ 202...
17/01/2024

ຈັບເປົ້າໝາຍຢາ ໄດ້ 4 ຄົນ ພ້ອມຢາໄອສ໌ 20 ກິໂລກຼາມ
---------------- +++ ---------------
ວັນທີ 9 ທັນວາ 2023 ຜ່ານມາ, ເວລາປະມານ 10:00 ໂມງ, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຮ່ວມກັບເຈົ້າໜ້າ ທີ່ ປກສ ເມືອງໂຂງ ເຂົ້າຈັບເປົ້າໝາຍຢາເສບຕິດຢູ່ໃນໂຮງ ແຮມແຫ່ງໜຶ່ງ ທີ່ບ້ານຂີ້ນາກ ເມືອງໂຂງ ສາມາດຈັບເປົ້າ ໝາຍໄດ້ 4 ຄົນ ພ້ອມຢາໄອສ໌ ນ້ຳໜັກ 20 ກິໂລກຼາມ.
ຜູ້ຖືກຫາ 4 ຄົນ ຊື່ ທ້າວ ຄຳມິ່ງ ອາຍຸ 46 ປີ ຢູ່ບ້ານພອນໄຊ ເມືອງຫຼວງພະບາງ ແຂວງຫຼວງພະບາງ, ນາງ ຊາຍ ອາຍຸ 37 ປີ ຢູ່ບ້ານດອນແອນ ເມືອງງາ ແຂວງອຸດົມໄຊ, ທ້າວ ຈໍ ອາຍຸ 25 ປີ ຢູ່ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວຈັນ ອາຍຸ 31 ປີ ຢູ່ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ນອກຈາກນີ້, ຍັງມີເຄື່ອງຂອງກາງທີ່ພົວພັນໃນການເຄື່ອນໄຫວຄ້າຂາຍຢາເສບຕິດຄັ້ງນີ້,ມີ ລົດຟໍຈຸເນີ ສີດໍາ 1 ຄັນ, ລົດເກງສີແດງ 1 ຄັນ, ໂທລະສັບ 3 ເຄື່ອງ, ເງິນກີບ 41.525.000 ກີບ ແລະ ເງິນບາດ 22.140 ບາດ.

ຈັບຊາຍໜຸ່ມ 24 ປີ ພ້ອມຂອງກາງ ຢາບ້າ 24.000 ເມັດ                  ---------------- +++ ---------------                ວັນທີ...
11/01/2024

ຈັບຊາຍໜຸ່ມ 24 ປີ ພ້ອມຂອງກາງ ຢາບ້າ 24.000 ເມັດ
---------------- +++ ---------------
ວັນທີ 4 ມັງກອນ 2024, ເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສາມາດຈັບເປົ້າໝາຍຢາ ໄດ້ຢູ່ເຂດບ້ານໄຊສະຫ່ວາງ ເມືອງປາກຊ່ອງ ແຂວງຈຳປາສັກ,ພ້ອມຂອງກາງ ຢາບ້າ 24.000 ເມັດ.
ຜູ້ຖືກຫາຊື່: ທ້າວ ຫຼື ດໍາ ອາຍຸ 24 ປີ ຢູ່ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ ລວມມີ: ໂທລະສັບ 1 ເຄື່ອງ,ເງິນ 600.000 ກີບ, ເງິນໂດລາ 100 ໂດລາ ແລະ ລົດຈັກຮອນດາເວບໄອ ສີດໍາ ປ້າຍທະບຽນ ຈລ 9564 ຈຳປາສັກ ໄປດຳເນີນຄະດີ.

ຖືກຕຳຫຼວດຈະລາຈອນ ຈັບຄາດ່ານ ພ້ອມຢາບ້າ 40.000 ເມັດ.                  -------------- +++ -------------       ວັນທີ 14 ທັນວາ...
20/12/2023

ຖືກຕຳຫຼວດຈະລາຈອນ ຈັບຄາດ່ານ ພ້ອມຢາບ້າ 40.000 ເມັດ.
-------------- +++ -------------
ວັນທີ 14 ທັນວາ 2023 ເວລາປະມານ 11:00 ໂມງ ຕຳຫຼວດຈາລະຈອນ ປກສ ແຂວງຈໍາປາສັກ ປະຈຳຈຸດກວດກາຄວາມໄວ ຢູ່ເຂດບ້ານໂພນສີໄຄ ນະຄອນປາກເຊ ໄດ້ກັກລົດເກັງສີຂາວ ປ້າຍທະບຽນ ກກ 5924 ບໍລິຄຳໄຊ ກວດຄົ້ນລົດ ພົບເຫັນຢາບ້າ 40.000 ເມັດ ຢູ່ພາຍໃນລົດ.
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຈັບຜູ້ຂັບຂີ່ໄດ້ 2 ຄົນຊື່ ທ້າວ ສຸລິສັກ ອາຍຸ 32 ປີ ແລະ ທ້າວ ແຫຼ້ ອາຍຸ 24 ປີ ທັງ ສອງຢູ່ບ້ານຫ້ວຍເພັດ ເມືອງປາກກະດິງ ແຂວງບໍລິຄຳໄຊ ສົ່ງໃຫ້ກອງບັນຊາການ ປກສ ແຂວງ ດຳເນີນຄະດີ.
ຈາກການສອບສວນໃນເບື້ອງຕົ້ນ,ເຈົ້າໜ້າທີ່ ກໍຕິດ ຕາມຈັບຜູ້ຖືກຊັດທອດໄດ້ ຊື່ ທ້າວ ໂໝດ ອາຍຸ 24 ປີ ຢູ່ບ້ານຫຽງ ເມືອງສຸຂຸມາ ແຂວງຈຳປາສັກ.

Address


Website

Alerts

Be the first to know and let us send you an email when ຂ່າວສານລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຂ່າວສານລາວ:

Videos

Shortcuts

  • Address
  • Alerts
  • Contact The Business
  • Videos
  • Claim ownership or report listing
  • Want your business to be the top-listed Media Company?

Share