ເລີ່ມກ້າວ Lerm Kao

ເລີ່ມກ້າວ Lerm Kao Lao Youth Empowerment Project

18/09/2023

we coming soon!!!!

[English Below]ສະບາຍດີ~ ບັນດາ Start up ແລະ ຜູ້ປະກອບການ SMEs ຊາວລາວ 🙋🏻🙋🏻‍♂️ມື້ນີ້ແອັດ ມີກິດຈະກຳດີໆມາຝາກ “ງານແຂ່ງຂັນຮູບແບບ...
23/06/2022

[English Below]

ສະບາຍດີ~ ບັນດາ Start up ແລະ ຜູ້ປະກອບການ SMEs ຊາວລາວ 🙋🏻🙋🏻‍♂️

ມື້ນີ້ແອັດ ມີກິດຈະກຳດີໆມາຝາກ “ງານແຂ່ງຂັນຮູບແບບທຸລະກິດເພື່ອເປົ້າໝາຍການພັດທະນາແບບຍືນຍົງ ເກົາຫຼີ-ອາຊຽນ ຄັ້ງທີ 3 ປະຈໍາປີ 2022” ຈະໄດ້ຖືກຈັດຂື້ນອີກແລ້ວ.

“ງານແຂ່ງຂັນຮູບແບບທຸລະກິດເພື່ອເປົ້າໝາຍການພັດທະນາແບບຍືນຍົງ ເກົາຫຼີ-ອາຊຽນ” ແມ່ນການແຂ່ງຂັນປະຈໍາປີຈັດຂື້ນໂດຍກະຊວງ SMEs ແລະ ສະຫະກອນ ຂອງອິນໂດເນເຊຍ ແລະ ກະຊວງ SMEs ແລະ Startup ຂອງ ສ. ເກົາຫຼີ ເພື່ອແນໃສ່ສະຫນັບສະຫນູນ Startup ແລະ SMEs ຂອງ ເກົາຫຼີ ແລະ ບັນດາປະເທດອາຊຽນ ໂດຍການສະໜອງໂອກາດໃຫ້ຂະແໜງທຸລະກິດ ແລະ ເຄືອຂ່າຍນັກລົງທຶນ, ພ້ອມທັງປະກອບສ່ວນເຂົ້າໃນການແຜ່ຂະຫຍາຍຂະແໜ່ງການ ເປົ້າໝາຍພັດທະນາແບບຍືນຍົງ SDG ໃນ ສ.ເກົາຫຼີ ແລະ ບັນດາປະເທດອາຊຽນ ເພື່ອຊຸກຍູ້ເສດຖະກິດແບບຍືນຍົງ.

ກະກຽມທຸລະກິດຂອງທ່ານໃຫ້ເປັນຜູ້ຊະນະ ແລະ ຮັບຊິງເງິນລາງວັນ ລວມທັງໝົດ 12,500 ໂດລາສະຫະລັດ ເຊິ່ງເປັນງານແຂ່ງຂັນທີ່ບັນດາ Startup ແລະ SMEs ຂອງປະເທດເກົາຫຼີ ແລະ ບັນປະເທດອາຊຽນຄ່ອງຄ່ອຍຖ້າຫຼາຍທີ່ສຸດ 🏅

✅ເງື່ອນໄຂຂອງການສະມັກ:
1. ມີໃບທະບຽນທຸລະກິດ/ທຸລະກິດຂອງໄດ້ຮັບການຢັ້້ງຢືນຖືກຕ້ອງຕາມກົດໝາຍ.
2. ທຸລະກິດຂອງທ່ານສ້າງຕັ້ງມາບໍ່ເກີນ 7 ປີ.
3. ທຸລະກິດຂອງທ່ານຕ້ອງເປັນທຸລະກິດທີ່ມີຮູບແບບການຈັດຕັ້ງປະຕິບັດທີ່ນອນຢູ່ໜຶ່ງໃນເປົ້າໝາຍຂອງການພັດທະນາແບບຍືນຍົງ (SDGs)

🏆 ເງິນລາງວັນ:

🥇 ອັນດັບ 1 ເງິນລາງວັນ 5.000 ໂດລາສະຫະລັດ

🥈 ອັນດັບ 2 ເງິນລາງວັນ 3.000 ໂດລາສະຫະລັດ

🥉 ອັນດັບ 3 ເງິນລາງວັນ 1.000 ໂດລາສະຫະລັດ

🏅ລາງວັນພິເສດອື່ນໆລວມ 3,500 ໂດລາສະຫະລັດ (1 ທີມ x 2.000 ແລະ 1 ທີມ x 1.500)

🏵️ ຜູ້ເຂົ້າຮ່ວມ 10 ທີມສຸດທ້າຍຈະໄດ້ຮັບຫຍັງ?
1. ໃບຢັ້ງຢືນຈາກກະຊວງ SMEs ແລະ ສະຫະກອນ ແຫ່ງ ສາທາລະນະລັດອິນໂດເນເຊຍ.
2. ໂອກາດການສ້າງເຄືອຂ່າຍກັບນັກລົງທຶນ.
3. ໂອກາດທີ່ຈະໃຊ້ພື້ນທີ່ເຮັດວຽກຮ່ວມກັນຢູ່ສູນ Green Business Center ຫຼື Shinhan Future's Lab (SFL)
4. ຝຶກອົບຮົມກັບຊ່ຽວຊານ 2 ຄັ້ງ.

📌ທ່ານສາມາດລົງທະບຽນດຽວນີ້ເລີຍໄດ້ທີ່ລິ້ງຂ້າງລຸ່ມນີ້!!

📥 ລິ້ງລົງຖະບຽນ: https://linktr.ee/rokasean.bmc2022

📆 ສະມັກບໍ່ໃຫ້ກາຍວັນທີ 30 ມີຖຸນາ 2022 ນີ້!!! 🔥🔥

🔎ລາຍລະອຽດກິດຈະກຳເພີ່ມເຕີ່ມ: https://flaxen-vision-038.notion.site/The-3rd-Korea-ASEAN-Business-Model-Competition-for-SDGs-2022-02ab68393abb40b6aa1e47eb9a93189c

❗️ໝາຍເຫດ: ການແຂ່ງຂັນແມ່ນໃຊ້ພາສັງກິດເທົ່ານັ້ນ.

ຂໍ້ມູນເພີ່ມຕື່ມສາມາດຕິດໄດ້ທີ່ Ms. Diah (+62 82210352130) ຫຼື ອີເມວ: rokasean.bmc [email protected]

Hi Startup and SME enthusiasts 🙋🏻🙋🏻‍♂️

“The 3rd Korea – ASEAN Business Model Competition for SDGs 2022” is here!! 📢

“Korea – ASEAN Business Model Competition for SDGs” is an annual competition held by the Ministry of SMEs and Cooperative of the Republic of Indonesia and the Ministry of SMEs and Startups of the Republic of Korea which aims to support startups and SMEs from Korea and ASEAN countries by providing opportunities for business scale-up and investor networking, and also to contribute in the spread of SDG sectors in Korea and ASEAN countries in order to encourage the sustainable economy.

Prepare your business to become a winner and get a total prize of 12,500 USD by joining the most awaited competition for startups and SMEs across Korea and ASEAN countries 🏅

✅ Eligibility requirements:

1. Your business is legally authorized
2. Your business has been established within 7 years
3. Your business has a business model that implements the points of the Sustainable Development Goals

🏆 What will you get if you become the winner?

1. Certificate of recognition from the Ministry of Cooperatives and SMEs of the Republic of Indonesia
2. Networking opportunities with venture capitalists
3. Opportunities to use co-working space at Green Business Center or Shinhan Future’s Lab (SFL)
4. Mentoring Session (2 Times)

📌 So, what are you waiting for? Let's register now!!

📥 Enroll your business to join the competition through https://linktr.ee/rokasean.bmc2022 no later than June 30, 2022

📞 For more information contact Ms. Diah (+62 82210352130) or rokasean.bmc [email protected]

=================================================================



ນະໂຍບາຍທາງການເງິນຕິດພັນກັບຫຼາຍປັດໃຈ ໜຶ່ງໃນນັ້ນ ແມ່ນການຄຸ້ມຄອງການໄຫຼວຽນຂອງປະລິມານເງິນໃນລະບົບເສດຖະກິດ ແລະ ການຮັກສາຄວາມສະຖຽ...
15/06/2022

ນະໂຍບາຍທາງການເງິນຕິດພັນກັບຫຼາຍປັດໃຈ ໜຶ່ງໃນນັ້ນ ແມ່ນການຄຸ້ມຄອງການໄຫຼວຽນຂອງປະລິມານເງິນໃນລະບົບເສດຖະກິດ ແລະ ການຮັກສາຄວາມສະຖຽນລະພາບຂອງອັດຕາແລກປ່ຽນ ເຊິ່ງເປັນໜຶ່ງໃນຫຼາຍປັດໃຈຫຼັກທີ່ເຮັດໃຫ້ເສດຖະກິດຂອງປະເທດມີຄວາມໝັ້ນທ່ຽງ.

ທຸລະກິດທີ່ເຂົ້າມາມີບົດບາດໃນຊ່ວງວິການແຜ່ລະບາດຂອງເຊື້ອຈຸລາໂລກ Covid-19 ຄົງຈະໜີບໍ່ພົ້ນການແລກປ່ຽນ ຊື້-ຂາຍ ຄຣິບໂຕ ຫຼື ສະກຸນເງິນ ດິຈິຕອລ ທີ່ເຂົ້າມາມີບົດບາດໃນການສ້າງລາຍໄດ້ໃຫ້ລັດຖະບານ ແລະ ປະຊາຊົນຈໍານວນໜື່ງທີ່ເຮັດທຸລະກິດໃນຂະແໜງການນີ້.

ເຖິງວ່າມີບາງປະເທດຈະເກືອດຫ້າມການເຮັດທຸລະກິດຄຣິບໂຕຢູ່ພາຍໃນປະເທດຂອງເຂົາ ແຕ່ ສປປ ລາວ ເຮົາຖືໂອກາດສົ່ງເສີມການເຮັດທຸລະກິດນີ້ ແລະ ຄາດຫວັງວ່າຈະສາມາດສ້າງລາຍຮັບເປັນກອບເປັນກໍາໃຫ້ກັບປະເທດ. ເຊິ່ງນີ້ເປັນນິມິດໝາຍທີ່ດີໃຫ້ແກ່ນັກລົງທຶນທີ່ຈະນໍາເງິນເຂົ້າມາລົງທຶນສ້າງວຽກເຮັດງານທໍາໃນປະເທດ ພ້ອມທັງດຶງດູດນັກທ່ອງທ່ຽວທີ່ນໍາໃຊ້ ຄຣິບໂຕ ໃຫ້ເຂົ້າມາຢ້ຽມຢາມປະເທດ. ເວົ້າໄດ້ວ່າຂະແໜງການນີ້ມີທ່າແຮງໃນການກະຕຸ້ນເສດຖະກິດພາຍຫຼັງການສິ້ນສຸດການລະບາດຂອງພະຍາດ Covid-19.

ຈຸດປະສົງຫຼັກຂອງຜູ້ສ້າງສະກຸນເງິນດິຈິຕອລ ແມ່ນເພື່ອໃຊ້ມັນເປັນທາງເລືອກໃນການແລກປ່ຽນຊື້-ຂາຍສິນຄ້າລະຫວ່າງຜູ້ປະກອບການ ແລະ ນັກລົງທຶນ. ສະນັ້ນ, ມັນຈຶ່ງເກີດມີການແຂ່ງຂັນກັບສະກຸນເງິນຂອງປະເທດ (Fiat currency) ທີ່ສາມາດໃຊ້ແລກປ່ຽນຊື້-ຂາຍກັບສະກຸນເງິນດິຈິຕອລໄດ້. ເນື່ອງຈາກສະກຸນເງິນດິຈິຕອລ (ຄ້າຍຄືເງິນຕາຕ່າງປະເທດ) ມີຄວາມຕ້ອງການສູງເຮັດໃຫ້ຜູ້ຊື້-ຂາຍມີການເກງກໍາໄລຈາກອັດຕາແລກປ່ຽນຂອງສະກຸນເງິນດິຈິຕອລທີ່ມີຄວາມຜັນຜວນສູງ.

ທີມງານພວກເຮົາໄດ້ລວບລວມຂໍ້ມູນຕ່າງໆທີ່ມີ ແລະ ໄດ້ທໍາການວິເຄາະເພື່ອຫາເຫດຜົນມາສະໜັບສະໜູນວ່າເປັນຫຍັງລັດຖະບານຄວນຈະລົງມືຄຸ້ມຄອງຂະແໜງການຄຣິບໂຕຢ່າງຈິງຈັງ ແລະ ເຮັດໃຫ້ເປັນຮູບປະທໍາ ເພາະວ່າມັນຕິດພັນກັບຄວາມສະຖຽນລະພາບທາງດ້ານການເງິນຂອງປະເທດ ແລະ ຍັງເປັນຄວາມທ້າທາຍໃນການສ້າງນະໂຍບາຍຄຸ້ມຄອງເນື່ອງຈາກມັນເປັນຂະແໜງການຂ້ອນຂ້າງໃໝ່ ແລະ ທີມງານຄິດວ່າປະເທດເຮົົາມີຄວາມຈໍາເປັນທີ່ຈະຕ້ອງສ້າງຄວາມເຂັ້ມແຂງທາງດ້ານບຸກຄະກອນໃຫ້ກຽມພ້ອມຄຸ້ມຄອງຂະແໜງການດັ່ງກ່າວນີ້.







ສະຖານະການຕອນນີ້ ປະຊາຊົນລວມເຖິງນັກລົງທຶນທີ່ຢູ່ໃນປະເທດຂາດຄວາມເຊື່ອໝັ້ນຕໍ່ຄຸນຄ່າຂອງສະກຸນເງິນກີບ ເນື່ອງຈາກເງິນກີບອ່ອນຄ່າລົງຢ...
07/06/2022

ສະຖານະການຕອນນີ້ ປະຊາຊົນລວມເຖິງນັກລົງທຶນທີ່ຢູ່ໃນປະເທດຂາດຄວາມເຊື່ອໝັ້ນຕໍ່ຄຸນຄ່າຂອງສະກຸນເງິນກີບ ເນື່ອງຈາກເງິນກີບອ່ອນຄ່າລົງຢ່າງໄວວາເມື່ອອັດຕາເງິນເຟີ້ພຸ່ງທະຍານສູງຂຶ້ນນັບແຕ່ຊ່ວງຕົ້ນປີ 2022. ສະນັ້ນ, ຄົນເລົ່ານັ້ນຈຶ່ງນໍາເອົາເງິນກີບໄປແລກປ່ຽນເອົາເງິນຕາ ແລະ ສິນຊັບອື່ນໆເພື່ອເກັບໄວ້ ສົ່ງຜົນເຮັດໃຫ້ເກີດການຂາດແຄນເງິນຕາໃນລະບົບເສດຖະກິດທີ່ຈໍາເປັນຕ້ອງໃຊ້ໃນການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກພາຍໃນປະເທດ.

ທີມງານເລີ່ມກ້າວຂໍສະເໜີບາງວິທີການທີ່ຈະຊ່ວຍດຶງອັດຕາເງິນເຟີ້ລົງຈາກທີ່ດີດຕົວຂຶ້ນສູງສຸດໃນຮອບສິບປີລົງເທື່ອລະຫນ້ອຍ. ວິທີການທີ່ນໍາສະເໜີນີ້ແມ່ນສາມາດຈັດຕັ້ງປະຕິບັດໄດ້ທັນທີ ແລະ ຈະເຫັນຜົນໃນໄລຍະສັ້ນ. ຖ້າທຸກພາກສ່ວນຮ່ວມແຮງຮ່ວມໃຈກັນລົງມືປະຕິບັດຢ່າງເປັນຂະບວນການ ແລະ ເປັນຮູບປະທໍາ ທີມງານເຊື່ອວ່າພວກເຮົາຈະຂ້າມຜ່ານວິກິດການຄັ້ງນີ້ໄປໄດ້ຢ່າງແນ່ນອນ.

ການຮັກຄວາມສະຖຽນລະພາບຂອງສະກຸນເງິນຂອງປະເທດຕ້ອງເປັນບຸລິມະສິດຫຼັກ.
ຖ້າຊັກຊ້າ, ວິກິດການເງິນເຟີ້ຈະສົ່ງຜົນກະທົບຕໍ່ລະບົບເສດຖະກິດໃນໄລຍະຍາວ ອາດຈະເຮັດໃຫ້ຕ້ອງໄດ້ເພິ່ງພິງເງິນຕາຕ່າງປະເທດແທນທີ່ສະກຸນເງິນຂອງປະເທດ.












ສ. ອາເມຣິກາ ມີບົດບາດສຳຄັນກ້າວຂື້ນມາເປັນໜຶ່ງໃນຜູ້ນໍາເສດຖະກິດຂອງໂລກພາຍຫຼັງສົງຄາມໂລກຄັ້ງທີ່ 2 ສິ້ນສຸດລົງ ເຊິ່ງໃນໄລຍະນັ້ນໂລກ...
15/05/2022

ສ. ອາເມຣິກາ ມີບົດບາດສຳຄັນກ້າວຂື້ນມາເປັນໜຶ່ງໃນຜູ້ນໍາເສດຖະກິດຂອງໂລກພາຍຫຼັງສົງຄາມໂລກຄັ້ງທີ່ 2 ສິ້ນສຸດລົງ ເຊິ່ງໃນໄລຍະນັ້ນໂລກເຮົາແມ່ນໄດ້ແບ່ງອອກເປັນ 2 ຂົ້ວອໍານາດໃຫຍ່ ໂດຍມີສະຫະພາບໂຊວຽດທີ່ມີລະບົບກົນໄກເສດຖະກິດແບບຄອມມິວນິດ ແລະ ສ. ອາເມລິກາ ທີ່ຂັບເຄື່ອນເສດຖະກິດແບບທຶນນິຍົມ ດັ່ງທີ່ພວກເຮົາຊາບກັນວ່າໃນປີ 1991 ສະພາບໂຊວຽດໄດ້ລົມສະຫຼາຍລົງຍ້ອນສະພາບເສດຖະກິດຕົກຕໍ່າ ຈິ່ງເຮັດ ສ. ອາເມລິກາ ກາຍເປັນປະເທດຜູ້ນໍາທາງເສດຖະກິດອັນໜຶ່ງນັບຕັ້ງເວລານັ້ນມາໃນ 2 ທົດສະວັດ.

ດັ່ງນັ້ນຈິ່ງປະຕິເສດບໍ່ໄດ້ວ່າເງິນຕາສະກຸນໂດລາ ສ. ອາເມຣິກາ ແມ່ນມີອິດທິພົນຕໍ່ກັບບັນດາເງິນຕາຂອງທຸກໆປະເທດໃນໂລກ ເຊິ່ງຖ້າເສດຖະກິດຂອງ ສ. ອາເມຣິກາ ມີການປ່ຽນແປງ ຫຼື ໄດ້ຮັບຜົນກະທົບ ຈະເຮັດໃຫ້ເສດຖະກິດຂອງບັນດາປະເທດອື່ນໃນໂລກມີຜົນກະທົບຕາມ ບໍ່ວ່າທາງກົງຫຼືທາງອ້ອມ. ຕະຫຼອດລະໄຍທີ່ຜ່ານມາ ສ. ອາເມຣິກາແມ່ນໄດ້ພົບກັບບັນຫາໄພເງິນເຟີ້ ຄັ້ງໃຫຍ່ໆ ເປັນ 6 ຊ່ວງໄລຍະເວລາ ແລະ ກໍສາມາດຜ່ານມາໄດ້ທຸກຄັ້ງ ເຊິ່ງສະຖາບັນຄັງເງິນແຫ່ງຊາດ ສ. ອາເມຣິກາ (FED) ແມ່ນມີບົດບາດສຳຄັນໃນການຄຸ້ມຄອງອັດຕາເງິນໂດລາສະຫະລັດ ໂດຍໜຶ່ງໃນບຸລຸດສໍາຄັນຂອງຄົນອາເມລິກາທີ່ຍົກຍ້ອງແມ່ນ ທ່ານ Pual Volcker ທີ່ໄດ້ຊ່ວຍສ້າງນະໂຍບາຍເສດຖະກິດອາເມລິກາທີ່ເຂັ້ມແຂ່ງ ໂດຍສະເພາະຊ່ວງທີ່ເພິ່ນເປັນປະທານສະຖາບັນຄັງເງິນແຫ່ງຊາດ ສ. ອາເມຣິກາ (FED) ແກ້ໄຂບັນຫາອັດຕາເງິນເຟີ້ ໃນຊຸມປີ 1970-1980.

ໃນປີ 1958 ສສ. ອາເມຣິກາ ແມ່ນໄດ້ປະກາດໃຫ້ບັນດາປະເທດອື່ນໃນໂລກສາມາດນໍາໃຊ້ເງິນສະກຸນເງິນໂດລາສ. ອາເມຣິກາ ໂດຍສັນຍາຄໍ້າປະກັນມູນຄ່າເງິນໂດລາແທ່ນຄໍາ ໃນອັດຕາແລກປ່ຽນຄົງທີ່ຢູ່ 35 ໂດລາ ຕະຫຼອດໄປ. ແຕ່ມາຮອດ ເດືອນ ສິງຫາ ປີ 1971 ປະທານນາທິບໍດີ Nixon ໄດ້ປະກາດຕໍ່ສະທາລະຊົນທົ່ວໂລກຜ່ານໂທລະພາບວ່າ “ໂດລາ ບໍ່ສາມາດມີມູນຄ່າຄົງທີເທົ່າກັບທອງຄໍາໄດ້ອີກຕໍ່ໄປ” ອັນເນື່ອງຍ້ອນການປິ້ນເງິນໂດລ້າອອກມະຫາສານເພື່ອຮັບໃຊ້ໃນສົງຄາມ ໃນຄະນະທີ່ຈໍານວນຄໍາບໍ່ໄດ້ເພີ່ມຂື້ນ ແລະ ພາຍຫຼັງຈາກນັ້ນ ສ. ອາເມຣິກາ ປະເຊີນກັບໄພເງິນເຟີ້ຢ່າງໜັກ ເງິນໂດລາ ກາຍພຽງແຕ່ແຜ່ນເຈ້ຍທີ່ຖືກຄໍ້າປະກັນໂດຍຄວາມສັດທາຂອງຄັງເງິນແຫ່ງຊາດ ສ. ອາເມຣີກາ ໃນໜຶ່ງທົດສະວັດຕໍ່ມາ ປີ 1981 ມູນຄ່າເງິນໂດລາຫຼຸດລົງເກີນເຄິ່ງໜຶ່ງຂອງມູນຄ່າມັນ ຈາກ 1 ໂດລາ ເທົ່າ 0,45 ໂດລາ ໃນເວລານັ້ນ. ສ. ອາເມຣິກາພົບກັບປັນຫາກົດດັນຈາກປະຊາຊົນທີ່ມີຜົນຈາກເງິນເຟີ້ ບວກກັບອັດຕາການວ່າງງານຂອງປະຊາຊົນອາເມລິກາສູງຂື້ນ ໂດຍອັດຕາເງິນເຟີ້ພາຍໃນປີດຽວແມ່ນສູງເຖິງ 13 %.

ໃນປີ 1979 ທ່ານ Pual Volcker ກ້າວຂື້ນມາເປັນປະທານຄັງເງິນແຫ່ງຊາດຂອງ ສ.ອາເມຣິກາ ເຊິ່ງຢູ່ໃນຍຸກຂອງປະທ່ານນາທິບໍດີ Jimmy Carter, ໂດຍທ່ານ Pual Volcker ໄດ້ກ່າວຕໍ່ປະທານນາທິບໍດີ Carter ວ່າ “ໃນຊ່ວງໄລຍະເວລານີ້ເປັນຊ່ວງທີ່ມີຄວາມຫຍຸ້ງຢາກທີ່ສຸດ ດັ່ງນັ້ນພວກເຮົາຕ້ອງເຮັດທຸກວິທີ່ທາງ ແລະ ວ່າງນະໂຍບາຍທີ່ແກ້ໄຂບັນຫາຢ່າງຕອບໂຕ້ ພ້ອມດຽວກັນນັ້ນ ຂ້າພະເຈົ້າໝັ້ນໃຈຢ່າງແຮງກ້າໃນ ສະຖາບັນຄັງເງິນແຫ່ງຊາດ ແລະ ວິທີທາງທີ່ຈະປະຕິບັດ”. ທ່ານ Burns ອາດິດ ສະຖາບັນຄັງເງິນແຫ່ງຊາດ ສ. ອາເມຣິກາ ໄດ້ຂື້ນກ່າວພາຍຫຼັງລົງອອກຈາກຕໍ່າແໜ່ງ ບັນຫາຕົ້ນຕໍທີ່ເຮັດສະກຸນເງິນໂດລ້າອ່ອນຄ່າຍ້ອນ ມີການຜະລິດເງິນຕາໂດລ້າອອກເປັນຈໍານວນຫຼວງຫຼາຍນັບຕັ້ງແຕ່ປີ 1946 ເຊິ່ງເປັນໄປໄດ້ຍາກທີ່ ສະຖາບັນຄັງເງິນແຫ່ງຊາດ ສ. ອາເມຣິກາ ຈະມີອໍານາດໃນການຄອບຄຸ້ມເງິນໂດລ້າທີ່ຜະລິດອອກໄປໃນທົ່ວໂລກໃນເວລານັ້ນ. ເຊິ່ງໃນເວລາຕໍ່ມາ Pual Volcker ໄດ້ທົດລອງຫຼາຍໆວິທີກໍບໍ່ສຳເລັດ ຈົນສຸດທ້າຍຈິ່ງພົບກຸນເຈທີ່ຈະສ້າງເງິນໂດລາໃຫ້ກັບມາແຂງຄ່າຄືເກົ່າ ກໍຄືຕ້ອງໄດ້ຄຸ່ມອຸປະສົງຂອງເງິນ ແລະ ຮຽກເງິນໂດລາເຂົ້າມາໃນທະນາຄານກາງຂອງ ສ. ອາເມລິກາ ຄືນໃຫ້ໄວ ກໍຄືກັນຂື້ນອັດຕາດອກເບ້ຍທະນາຄານ, ເລີ່ມຕົ້ນຈາກ 8% ຫາ 9% ຫາ 10% ຫາ 15% ຈົນຮອດ 20% ເຊິ່ງເປັນຈໍານວນທີ່ສູງຫຼາຍ ໃນທີ່ສຸດ ສິ່ງທີ່ Pual Volcker ຄາດການໄວ້ກໍແມ່ນໄດ້ຮັບຜົນສໍາເລັດເງິນໂດລາກັບຄືນຄ່າເທົ່າເດີມ ແລະ ເສດຖະກິດ ຂອງ ສ. ອາເມລິກາ ກໍແມ່ນສາມາດຮັກສາສະຖຽນລະພາບໄດ້ ແລະ ຍັງດໍາເນີນການຕໍ່ຮອດທຸກມື້ນີ້. ນັບຈາກເວລານັ້ນເປັນຕົ້ນມາ ສະຖາບັນຄັງເງິນແຫ່ງຊາດຂອງ ສ. ອາເມຣິກາ ແມ່ນມີຄວາມສຳຄັນຕໍ່ກັບເສດຖະກິດຂອງເມກາ ແລະ ໃນໂລກ.

ໂດຍສະຫຼູບ, ຮູບແບບຂອງການຂື້ນອັດຕາດອກເບ້ຍເງິນໂດລາ ຂອງ Pual Volcker ແມ່ນໄດ້ຖືກນໍາໃຊ້ໃນຫຼາຍໆຊ່ວງໄລຍະເວລາວິກິດການເງິນຂອງ ສ. ອາເມລິກາ. ໃນທຸກໆຄັ້ງທີ່ ສ. ອາເມລິກາ ປັບອັດຕາຂື້ນດອກເບ້ຍ ຈະເຮັດໃຫ້ເງິນໂດລາ ສ. ອາເມຣິກາ ທົ່ວໂລກດູດກັບເຂົ້າໄປ ສ. ອາເມລິກາ ຄືນ ເຮັດໃຫ້ສະພາບຄ່ອງຂອງເງິນ ໂດລາ ທີ່ໄຫຼວຽນໃນໂລກຫຼຸດລົງ ພ້ອມກັບສ້າງຄ່າເງິນໂດລ້າທີ່ສູງຂື້ນ ດັ່ງນັ້ນ, ນະໂຍບາຍຂອງ ສ. ອາເມຣິກາ ຈິ່ງສ້າງຜົນກະທົບບໍ່ຫຼາຍກໍ່ໜ້ອຍຕໍ່ກັບບັນດາປະເທດຕ່າງໆໃນໂລກ ເຊິ່ງຂື້ນກັບຮາກຖານເສດຖະກິດຂອງປະເທດນັ້ນໆຈະເຂັ້ມແຂງພຽງໃດ.

=========================================
ແຫຼ່ງທີ່ມາ:
- https://www.nytimes.com/2019/12/09/business/paul-a-volcker-dead.html
- https://www.federalreservehistory.org/essays/gold-convertibility-ends
- https://www.federalreservehistory.org/essays/gold-convertibility-ends
- https://www.thebalance.com/u-s-inflation-rate-history-by-year-and-forecast-3306093
- https://www.newyorker.com/news/our-columnists/paul-volckers-wisdom-for-americas-rigged-economy
- https://www.youtube.com/watch?v=XZDe9mr_pLU
=========================================



ກາຍເປັນກະແສຮ້ອນແຮງໃນວົງການສະກຸນເງິນດິຈິຕອລຂອງປະເທດເພື່ອນບ້ານເມື່ອຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ສັ່ງປັບໄໝບໍ...
06/05/2022

ກາຍເປັນກະແສຮ້ອນແຮງໃນວົງການສະກຸນເງິນດິຈິຕອລຂອງປະເທດເພື່ອນບ້ານເມື່ອຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ສັ່ງປັບໄໝບໍລິສັດບິດຄັບ (Bitkub) ຫຼາຍຫວ່າ 15 ລ້ານບາດ ໃນກໍລະຂາຍຫຼຽນ Kub ຢູ່ເທິງກະດານແລກປ່ຽນ-ຊື້ຂາຍສະກຸນເງິນດິຈິຕອລ ຂອງບໍລິສັດບິດຄັບເອງ.

ກລຕ ເປີດເຜີຍລາຍຊື່ ຄະນະກໍາມະການຂອງບໍລິສັດທີ່ຖືກປັບໄໝ ລວມມີ:

1. ທ່ານ ນິທິວັດ ມະນີສິນ ຈໍານວນ 2,533,500 ບາດ
2. ທ່ານ ສຸກຣິດ ພູດທະວິຣິຍະ ຈໍານວນ 2,533,500 ບາດ
3. ທ່ານ ປີຍະພົງ ໂຄດຊະນະ ຈໍານວນ 2,533,500 ບາດ
4. ທ່ານ ພົງສະກອນ ສຸຕັນຕະຍາວະລີ ຈໍານວນ 2,533,500 ບາດ
5. ທ່ານ ອັກຄະຣິດ ຊິມະຜະຫຼາພິບູນ ຈໍານວນ 2,533,500 ບາດ

ສາຍເຫດທີ່ ກລຕ ສັ່ງປັບໄໝຄັ້ງນີ້ແມ່ນມາຈາກການພິຈະລະນາ ແລະ ອະນຸມັດໃນການເອົາຫຼຽນ Kub ຂຶ້ນຂາຍຢູ່ເທິງກະດານແລກປ່ຽນ-ຊື້ຂາຍສະກຸນເງິນດິຈິຕອລ ບໍ່ເປັນໄປຕາມກົດລະບຽບ ແລະ ຂໍ້ກໍານົດຂອງ ກລຕ ແລະ ບໍ່ໄດ້ຄໍານຶງເຖິງຄວາມຂັດແຍ່ງດ້ານຜົນປະໂຫຍດ.

ຫຼັງຈາກທີ່ ກລຕ ແຈ້ງປັບໄໝບິດຄັບ ສົ່ງຜົນເຮັດໃຫ້ລາຄາຫຼຽນຄັບດິ່ງລົງ 20% ປະຈູບັນຊື້-ຂາຍຢູ່ທີ່ 145 ບາດຕໍ່ຫຼຽນ.

=========================================
ແຫຼ່ງທີ່ມາ:
- https://market.sec.or.th/.../th/ViewMore/enforce-det...
- https://www.stelareum.io/th/exchange/bitkub.html
- https://thestandard.co/kub-coin-price-drops-72percent.../
- https://mgronline.com/stockmarket/detail/9650000042962
- https://www.bitkub.com/market/KUB
=========================================







ພາຍຫຼັງທີ່ ບໍລິສັດ SCB10X ໄດ້ເດີນໜ້າສ້າງໂຄງລ່າງພື້ນຖານຂອງລະບົບນິເວດ ແລະ ການຂັບເຄື່ອນດ້ວຍຊຸມຊົນ (Community-driven) ຢູ່ເທິ...
25/04/2022

ພາຍຫຼັງທີ່ ບໍລິສັດ SCB10X ໄດ້ເດີນໜ້າສ້າງໂຄງລ່າງພື້ນຖານຂອງລະບົບນິເວດ ແລະ ການຂັບເຄື່ອນດ້ວຍຊຸມຊົນ (Community-driven) ຢູ່ເທິງໂລກສະເໝືອນຈິງ (Metaverse) ເປັນເວລາຍາວນານ ລ່າສຸດ ບໍລິສັດໄດ້ກະກຽມເປີດເວທີ "SCP10X METATHON 2022: Get Ready for the New World".

ທ່ານ ນາງ ມຸຊະຍາ ພານິດ (Chief Venture and Investment Officer) ຂອງບໍລິສັດ ກ່າວວ່າ: "ບໍລິສັດ SCB10X ກຽມຈັດງານ SCP10X METATHON 2022 ໃນຮູບແບບງານສໍາມະນາອອນລາຍ Virtual Hackathon" ເພື່ອຄົ້ນຫາສຸດຍອດທີມນັກພັດທະນາເພື່ອມາຮ່ວມຄິດຄົ້ນນະວັດຕະກໍາ ໄອເດຍສ້າງສັນແບບບໍ່ມີຂີດຈໍາກັດ ລວມເຖິງໂອກາດທາງທຸລະກິດຮູບແບບໃໝ່ໆ ຢູ່ເທິງໂລກສະເໝືອນຈິງ. ໂດຍການຈັດງານຄັ້ງນີ້ຄາດຫວັງວ່າຈະມີສ່ວນໃນການສ້າງຮາກຖານລະບົບນິເວດ ແລະ ຊຸມຊົນດ້ານໂລກສະເໝືອນຈິງ (Metaverse Community) ຜ່ານການໃຊ້ຂີດຄວາມສາມາດດ້ານເຕັກນິກ ແລະ ເຄືອຂ່າຍພັນທະມິດທີ່ແຂງແກ່ງຈາກທົ່ວໂລກຂອງ SCB10X ເປັນຕົ້ນແມ່ນ: The Sandbox, Solana Metaplex, Zepeto, Knowhere, APE Board, ແລະ Token X.

ໂດຍການແຂ່ງຂັນຄັ້ງນີ້ຈະເປີດຮັບສະໝັກຜູ້ທີ່ສົນໃຈດ້ານ Metaverse ຈາກທົ່ວໂລກ ໃຫ້ສາມາດເຂົ້າຮ່ວມການແຂ່ງຂັນໄດ້. ໂດຍການແຂ່ງຂັນໃນງານຄັ້ງນີ້ ຈະຢູ່ພາຍໃຕ້ 2 ຫົວຂໍ້ຫຼັກຄື:

1. Metaverse Experience: ມູ້ງເນັ້ນໃສ່ການສ້າງການມີສ່ວນຮ່ວມຂອງຜູ້ຄົນໃນທົ່ວໂລກຜ່ານປະສົບການ ແລະ ກິດຈະກໍາ ລວມເຖິງການຄິດຄົ້ນໄອເດຍທາງທຸລະກິດແບບໃໝ່ ຢູ່ເທິງໂລກສະເໝືອຈິງ ພາຍໃຕ້ຫົວຂໍ້ທີ່ກໍານົດໄວ້ ເຊັ່ນ: ການເງິນ, ສຸຂະພາບ, ການສຶກສາ, ການຂົນສົ່ງ, ແຟຊັ່ນ, ອະສັງຫາລິມະຊັບ, ບັນເທິງ ແລະ ອື່ນໆ.

2. Metaverse Infrastructure: ເນັ້ນໃສ່ການສ້າງນະວັດຕະກໍາ ແລະ ໂຄງສ້າງພື້ນຖານກ່ຽວກັບໂລກສະເໝືອນຈິງ ໄດ້ແກ່: Blockchain, Decentralized Identity, Productive Tooling, WEB 3.0, NFT, DAO, VR/AR, ແລະ IoT.

========================================
ແຫຼ່ງທີ່ມາ:
1. https://siamblockchain.com/2022/04/25/scb10x-metaverse-with-global-partner/
2. https://techsauce.co/
3. https://www.scb10x.com/
=======================================







ZARA ແບຣນແຟຊັ່ນ ແລະ ເຄື່ອງປະດັບຊັ້ນນໍາຂອງໂລກໄດ້ເດີນໜ້າບຸກຕະຫຼາດໂລກສະເໝືອນຈິງໂດຍການເປີດໂຕ Collections ຢູ່ໃນໂລກ Metaverse ...
14/04/2022

ZARA ແບຣນແຟຊັ່ນ ແລະ ເຄື່ອງປະດັບຊັ້ນນໍາຂອງໂລກໄດ້ເດີນໜ້າບຸກຕະຫຼາດໂລກສະເໝືອນຈິງໂດຍການເປີດໂຕ Collections ຢູ່ໃນໂລກ Metaverse ທີ່ມີຊື່ວ່າ: "Meta Collections".

Meta Collections ຈະເປີດໃຫ້ບໍລິການຜ່ານແອັບ Zepeto ເຊິ່ງກ່ອນໜ້ານີ້ Zara ໄດ້ເປີດເຜີຍດຖິງການຮ່ວມມືກັບທີມງານ Creative ຂອງເກົາຫຼີໃຕ້ Ader Error. ຫຼັງຈາກ Metaverse ກາຍເປັນແສທີ່ກ່າວເຖິງໃນທົ່ວໂລກ ຄຽງຄູ່ໄປກັບງານ Metaverse Fashion Week ທີ່ຖືກຈັດຂຶ້ນເປັນຄັ້ງທໍາອິດຢູ່ເທິງແພູດຟອມຂອງ Decentraland ໃນຊ່ວງຕົ້ນເດືນເມສາທີ່ຜ່ານມາ ໂດຍມີແບຣນດັງຊັ້ນນໍາລະດັດໂລກເຂົ່າຮ່ວມຫຼາຍກວ່າ 50 ແບຣນ ເປັນຕົ້ນແມ່ນ: Tommy Hilfiger, Etro ແລະ Dolce & Gabbana.

========================================
ແຫຼ່ງທີ່ມາ:
1.https://ww.fashionnetwork.com/news/Zara-continues-its-foray-into-the-metaverse,1392118.html
2. https://siamblockchain.com/2022/04/12/fashion-brand-zara-launches-first-solo-collection-in-the-metaverse/
3. https://www.vogue.com/article/zara-metaverse-collection
4. https://www.glamourmagazine.co.uk/article/zara-metacollection-lime-glam
=======================================







ນັກເທນນີສສາວຊື່ດັງລະດັບໂລກທີ່ປະສົບສໍາເລັດຫຼາຍທີ່ສຸດ Serena Williams ໄດ້ຮ່ວມມືກັບຜູ້ໃຫ້ບໍລິການໂອນເງິນຂອງ Block Inc ເພື່ອຊ...
11/04/2022

ນັກເທນນີສສາວຊື່ດັງລະດັບໂລກທີ່ປະສົບສໍາເລັດຫຼາຍທີ່ສຸດ Serena Williams ໄດ້ຮ່ວມມືກັບຜູ້ໃຫ້ບໍລິການໂອນເງິນຂອງ Block Inc ເພື່ອຊ່ວຍໃຫ້ຜູ້ຍິງ ແລະ ຄົນຜິວສີສາມາດເຂົ້າເຖິງບິດຄອຍ (Bitcoin) ໄດ້ ພ້ອມກັນນີ້ຍັງ Serena Williams ຍັງໄດ້ກ່າວຍົກຍ້ອງຫຼຽນຄຣິບໂຕເບີໜຶ່ງໃນຕະຫຼາດ Bitcoin ວ່າ: "ເປັນການລົງທຶນທີ່ແຂງແກ່ງທີ່ສຸດ"

Jack Dorsey CEO ຂອງ Block ໄດ້ປະກາດວ່າບໍລິສັດເຂົາໄດ້ຮ່ວມມືກັບ ນັກເທນນີສສາວ Superstar Serena Williams ໃນງານ . ໂດຍ Serena Williams ໄດ້ສະແດງຄວາມຫວັງວ່າສິ່ງນີ້ຈະຊ່ວຍໃຫ້ຜູ້ຍິງ (ທີ່ບໍ່ໄດ້ມີສ່ວນຮ່ວມໃນອຸດສາຫະກໍາສະກຸນເງິນດິຈິຕອລຫຼາຍເທົ່າກັບຜູ້ຊາຍ) ແລະ ຄົນຜິວສີ ມີໂອກາດເຂົ້າເຖິງ Bitcoin ໄດ້ຫຼາຍຂຶ້ນ.

Serena Williams ກ່າວວ່າ: "ສິ່ງສໍາຄັນແມ່ນຕ້ອງເຮັດໃຫ້ບິດຄອຍ (Bitcoin) ເຂົ້າເຖິງຜູ້ຍິງ ແລະ ຄົນຜິວສີ“. ລາວກ່າວເສີມຕື່ມວ່າ: "ສິ່ງທີ່ໜ້າສົນໃຈໃນບິດຄອຍກໍ່ຄື ມັນເປັນການລົງທຶນທີ່ແຂງແກ່ງທີ່ສຸດໃນບັນດາສະກຸນເງິນດິຈິຕອລທັງໝົດ ມີຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນໃນໂລກຂອງສະກຸນເງິນດິຈິຕອລ ແລະ ຂ້ອຍຄິດວ່າທຸກຢ່າງຖືກນໍາພາໂດຍ ບິດຄອຍ (Bitcoin)".

ສິ່ງທີ່ເປັນໜ້າສັງເກດແມ່ນ ສາມີຂອງ Serena ເຊິ່ງແມ່ນ ທ່ານ Alexis Ohanian ຜູ້ຮ່ວມກໍ່ຕັ້ງ Reddit ແລະ ເປັນຜູ້ສະໜັບສະໜຸນອຸດສາຫະກໍາດັ່ງກ່າວນີ້ ໂດຍໃນຊ່ວງປີທີ່ຜ່ານມາ ບໍລິສັດຂອງເຂົາສາມາດລະດົມທຶນໄດ້ຫຼາຍກວ່າ $500 ລ້ານ ໂດລາ ເພື່ອນໍາມາໃຊ້ເພື່ອເພີ່ມການລົງທຶນໃນ Start ups ກ່ຽວກັບສະກຸນເງິນດິຈິຕອລ ໄດ້ສອງເທົ່າຕົວ.

========================================
ແຫຼ່ງທີ່ມາ:
1. https://bitcoinmagazine.com/culture/serena-williams-aaron-rodgers-obj-on-bitcoin
2. https://www.foxbusiness.com/lifestyle/bitcoin-aaron-rodgers-odell-beckham-jr-serena-williams
3. https://www.sporttechie.com/serena-williams-invests-in-bitcoin-rewards-app-lolli
4. https://siamblockchain.com/2022/04/11/bitcoin-is-a-super-strong-investment-says-tennis-champion-serena-williams/
=======================================







ມະຫາເສດຖີອັນດັບໜຶ່ງຂອງໂລກ Elon Musk, CEO Tesla ແລະ SpaceX ໄດ້ຊື້ຮຸ້ນຂອງ Twitter ດ້ວຍມູນຄ່າເກືອບ 3 ຕື້ໂດລາ  ອີງຕາມການຍື່ນ...
09/04/2022

ມະຫາເສດຖີອັນດັບໜຶ່ງຂອງໂລກ Elon Musk, CEO Tesla ແລະ SpaceX ໄດ້ຊື້ຮຸ້ນຂອງ Twitter ດ້ວຍມູນຄ່າເກືອບ 3 ຕື້ໂດລາ ອີງຕາມການຍື່ນໜັງສືສະເໜີຕໍ່ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໃນວັນຈັນທີ່ຜ່ານມາ Elon Must ໄດ້ຖືຫຸ້ນ 9.2% ໃນ Twitter ກາຍເປັນຜູ້ຖືຫຸ້ນທີ່ໃຫຍ່ທີ່ສຸດຂອງສື່ສັງຄົມອອນລາຍຍັກໃຫຍ່ຢູ່ ສະຫະລັດ ອາເມຣິກາ.

Elon Musk ມີຜູ້ຕິດຕາມຢູ່ Twitter ຫຼາຍກວ່າ 80 ລ້ານຄົນ ຕິດອັນດັບ 10 ຂອງໂລກຜູ້ທີ່ມີຄົນຕິດຕາມຫຼາຍທີ່ສຸດ. ອີງຕາມເວັບໄຊທ໌ microblogging, Elon ເປັນບຸກຄົນທີ່ໄດ້ຮັບຄວາມນິຍົມຊົມຊອບຕິດອັນດັບຕົ້ນໆຢູ່ເທິງແອັບ Twitter.

ຫຼັງຈາກການປະກາດຊື້ຮຸ້ນຂອງ Elon ສົ່ງຜົນໃຫ້ຮຸ້ນຂອງບໍລິສັດດີດຂຶ້ນຫຼາຍກວ່າຫນຶ່ງສ່ວນສີ່ໃນການຊື້ຂາຍກ່ອນຕະຫຼາດຫຼັກຊັບ ເພີ່ມປະມານ $8 ຕື້ໂດລາ ເຮັດໃຫ້ຮຸ້ນຂອງບໍລິສັດມີມູນຄ່າ $ 31.5 ຕື້ໂດລາ ກ່ອນທີ່ຈະຫຼຸດລົງກັບຄືນໄປທີ່ 21% ໃນການຊື້-ຂາຍໃນຕອນຕົ້ນ. ຫຼັງ​ຈາກ​ທີ່​ລາ​ຄາ​ຮຸ້ນເພີ່ມ​ຂຶ້ນແບບ​ກະ​ໂດດ​ຂັ້ນ ຮຸ້ນ​ຂອງ Elon Musk ​ໃນ​ປັດ​ຈຸ​ບັນ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 3,5 ຕື້​ໂດ​ລາ.

ຜ່ານມາ Elon Musk ໄດ້ວິພາກວິຈານ Twitter ກ່ຽວກັບການປິດກັ້ນເສລີພາບໃນການເວົ້າ ແລະ ອາທິດທີ່ຜ່ານມາ Elon ກ່າວວ່າ "ລາວຄິດຢ່າງຈິງຈັງ" ທີ່ຈະສ້າງສື່ສັງຄົມອອນລາຍຂອງຕົນເອງຫຼັງຈາກຕັ້ງຄໍາຖາມວ່າມັນແມ່ນການສະຫນັບສະຫນູນເສລີພາບໃນການເວົ້າຢ່າງເຕັມທີ່. ໃນປັດຈຸບັນ Elon ຖືຮຸ້ນຫຼາຍກວ່າ 4 ເທົ່າຂອງ Jack Dorsey 2.25% ຂອງອະດີດ CEO ແລະ ຜູ້ຮ່ວມກໍ່ຕັ້ງ Twitter.

========================================
ແຫຼ່ງທີ່ມາ:
1. https://www.theguardian.com/technology/2022/apr/04/elon-musk-buys-stake-twitter-share-tesla-spacex
2. https://www.ft.com/content/29b9c884-02d7-4d1c-a4ab-c862242fa76e
3. https://www.bbc.com/news/business-60979656
4. https://edition.cnn.com/2022/04/04/investing/elon-musk-twitter-shares-stake/index.html
=========================================






Jack Mallers ຜູ້ກໍ່ຕັ້ງ Zap ກໍາລັງນໍາ ບິດຄອຍ (Bitcoin) ກັບມາສູ່ຈຸດເລີ່ມຕົ້ນຂອງການຍອມຮັບ ດ້ວຍການປະກາດວ່າ: ກະເປົ໋າເງິນຂອງ ...
08/04/2022

Jack Mallers ຜູ້ກໍ່ຕັ້ງ Zap ກໍາລັງນໍາ ບິດຄອຍ (Bitcoin) ກັບມາສູ່ຈຸດເລີ່ມຕົ້ນຂອງການຍອມຮັບ ດ້ວຍການປະກາດວ່າ: ກະເປົ໋າເງິນຂອງ Lightning Network ຂອງ "Strike" ໄດ້ຮ່ວມມືກັບເວັບໄຊທ໌ຕະຫຼາດອອນລາຍຊັ້ນນໍາ ເຊັ່ນ: Shopify, NCR, ແລະ Blackhawk Network ຈາກຂໍ້ມູນດັ່ງກ່າວນີ້ ບັນດາເວັບໄຊທ໌ທີ່ໃຊ້ທຸລະກໍາອອນລາຍຂອງ Shopify ສາມາດປະມວນຜົນການຊໍາລະຄ່າສິນຄ້າ ໂດຍໃຊ້ ເຄືອຂ່າຍ Lightning ຂອງ ບິດຄອຍ ໄດ້ແລ້ວ.

Jack ກ່່າວວ່າ: "ຮ້ານຄ້າອອນລາຍໃດໆທີ່ໃຊ້ Shopify ພວກເຂົາສາມາດຍອມຮັບການຊໍາລະເງິນໄດ້ ໂດຍບໍ່ຕ້ອງໃຊ້ເຄືອຂ່າຍຊໍາລະເງິນແບບດັ້ງເດີມ ຮັບເງິນທັນທີ ສາມາດແລກເປັນເງິນສົດໃນຂັ້ນສຸດທ້າຍໂດຍບໍ່ມີຕົວກາງ ແລະ ບໍ່ມີຄ່າທໍານຽມ 30%"

ໃນລະຫວ່າງການນໍາສະເໜີຂອງ Strike ຢູ້ໃນງານ Jack ໄດ້ສະແດງໃຫ້ເຫັນລາຍຊື່ຮ້ານຄ້າຂາຍຍ່ອຍທີ່ໃຫຍ່ທີ່ສຸດຢູ່ອາເມຣິກາ ລວມມີ: McDonald's, Walmart, Home Depot, ແລະ Best Buy ອີງຕາມຂໍ້ມູນຂອງ Blackhawk ແລະ NCR ຍັງໄດ້ເປີດໃຫ້ບໍລິການຮ່ວມກັບ Starbucks, Chipotle, El Corte Ingles, Lowe's, Staples, Woolworths ແລະ ຮ້ານຄ້າຂາຍເຄື່ອງຍ່ອຍຊັ້ນນໍາລະດັບໂລກອື່ນໆອີກຫຼາຍພັນແຫ່ງ. ທັງນີ້ພວກເຮົາຈະຕ້ອງຖ້າຕິດຕາມຕໍ່ໄປວ່າຮ້ານຂາຍເຄື່ອງຍ່ອຍເລົ່ານີ້ຈະເລີ່ມຍອມຮັບ Bitcoin ເປັນວິທີຊໍາລະຄ່າສິນຄ້າໄດ້ເມື່ອໃດ ແລະ ໃນຮູບແບບໃດ? ແຕ່ Jack ອ້າງວ່າ: ໃນມໍ່ໆນີ້ຮ້ານຄ້າຫຼາຍກວ່າ 400,000 ແຫ່ງຈະຍອມຮັບ ບິດຄອຍ ຜ່ານ Lightning Network.

Lightning Network ຈະອະນຸຍາດໃຫ້ ບິດຄອຍ ເພີ່ມທະວີການຍອມຮັບ ແລະ ຂະຫຍາຍເຄືອຂ່າຍເພື່ອໃຫ້ສາມາດແຂ່ງຂັນກັບສະກຸນເງິນຂອງປະເທດຕ່າງໆ (Fiat currency) ທີ່ມີຢູ່ໃນໂລກ.

Jack Mallers ກໍາລັງປະກາດກ້າວສໍາຄັນໃນການນໍາເອົາສະກຸນເງິນດິິຈິຕອລມາໃຊ້ເປັນໃນການຊໍາລະຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ ແລະ ການນໍາສະເໜີຂອງ Jack ກໍ່ໄດ້ຮັບການຍົກຍ້ອງການບຸກຄົນທີ່ມີຊື່ສຽງໃນວົງການຟິນເທັກ (FinTech) ເປັນຕົ້ນ:​ Jack Dorsey ອະດີດ CEO Twitter ທີ່ໄດ້ອອກມາສະໜັບສະໜູນຢູ່ເທິງເວທີງານ BitcoinMiami2022.

=========================================
ແຫຼ່ງທີ່ມາ:
1. https://techstory.in/walmart-and-mcdonalds-to-accept-bitcoin-with-lightning-network/
2. https://news.coincu.com/79372-us-retailer-accept-bitcoin-payment/
3. https://siamblockchain.com/2022/04/08/ripple-develops-new-standard-to-allow-for-complex-nft-applications-on-xrp-ledger/
=========================================








ໄອຍະການສະຫະລັດ (Federal Prosecutor) ໄດ້ສັ່ງຢຶດສິນຊັບດິຈິຕອລມູນຄ່າຫຼາຍກວ່າ 34 ລ້ານໂດລາ ຈາກຜູ້ຊາຍຄົນໜຶ່ງທີ່ອາໃສຢູ່ທາງທິດຕາ...
06/04/2022

ໄອຍະການສະຫະລັດ (Federal Prosecutor) ໄດ້ສັ່ງຢຶດສິນຊັບດິຈິຕອລມູນຄ່າຫຼາຍກວ່າ 34 ລ້ານໂດລາ ຈາກຜູ້ຊາຍຄົນໜຶ່ງທີ່ອາໃສຢູ່ທາງທິດຕາເວັນອອກສຽງໃຕ້ຂອງລັດຟຼໍຣິດາ ໂດຍຕັ້ງຂໍ້ສົງໃສວ່າສິນຊັບດິຈິຕອລທີ່ຖືກກວດຢຶດດັ່ງກ່າວນີ້ ອາດຈະໄດ້ມາຈາກການໃຊ້ເວັບມືດ (Dark Web) ເພື່ອຂາຍຂໍ້ມູນບັນຊີ Netflix, HBO, ແລະ Uber ລວມເຖິງແອັບເປັນທີ່ນິຍົມອື່ນໆ.

ອີງຕາມການຖະແຫຼງຂ່າວຂອງກະຊວງຍຸດຕິທໍາ (Department of Justice, DOJ) ເປິດເຜີຍວ່າ: ການບຸກຈັບກຸມໃນຄັ້ງນີ້ຖືວ່າເປັນໜຶ່ງຄະດີການຈັບກຸມຄັ້ງໃຫຍ່ທີ່ສຸດຂອງ ສະຫະລັດ ອາເມຣິກາ ທີ່ກ່ຽວຂ້ອງກັບສະກຸນເງິນດິຈິຕອລ.

ໂດຍໃນຊ່ວງປີ 2015-2017 ຜູ້ຕ້ອງຫາຄົນດັ່ງກ່າວນີ້ ມີການເຮັດທຸລະກໍາອອນລາຍທີ່ເຂົ້າຂ່າຍການສໍ້ໂກງຈໍານວນຫຼາຍກວ່າ 100.000 ລາຍການ.

ດ້ວຍເຫດນີ້ ທະນາຄານກາງຂອງລັດໄມອາມີ້ (Bank of Miami) ຈຶ່ງເລີ່ມແກະຮອຍການຖືຄອງສະກຸນເງິນດິຈິຕອລດັ່ງກ່າວຂອງຜູ້ຕ້ອງຫາຄົນນີ້ ຕັ້ງແຕ່ເຂົາອາໃສຢູ່ Portland ຊຶ່ງເມື່ອກ່ອນເຈົ້າໜ້າທີ່ໄດ້ມີການບຸກກວດກາທີ່ພັກຂອງເຂົາ ແຕ່ກໍ່ພໍພົບຫຼັກຖານໃດໆ.

ໄອຍະການສະຫະລັດກ່າວວ່າ: " ເວັບມືດ Dark Web ຫຼື Dark Net ເປັນຕະຫຼາດກາງທີ່ຖືກສ້າງຂຶ້ນເພື່ອສົ່ງເສີມການເຮັດທຸລະກໍາທີ່ຜິດກົດໝາຍ ໂດຍຜູ້ໃຊ້ງານເວບໄຊທ໌ຈະບໍ່ເປີດເຜີຍຕົວຕົນ ຕະຫຼອດຈົນເຖີງບໍ່ສາມາດລະບຸຕົວຕົນຂອງຜູ້ຊື້ ແລະ ຜູ້ຂາຍທີ່ເຮັດທຸລະກໍາຢູ່ເທິງເວບໄຊທ໌ດັ່ງກ່າວນີ້".

ເບຶ້້ອງຕົ້ນເຈົ້າໜ້າທີ່ເປີດເຜີຍວ່າ: ຜູ້ຕ້ອງສົງໃສໄດ້ເຂົ້າເຖິງເຄືອຂ່າຍເວັບມືດ ຜ່ານເຄື່ອຂ່າຍຄອມພິວເຕີແບບກະຈາຍອໍານາດໃນທົ່ວໂລກ (Decentralized networks or blockchain) ເຊິ່ງເປັນເຄື່ອຂ່າຍທີ່ເຊື່ອງຊ້ອນຢູ່ພາຍໃຕ້ IP ຂອງຜູ້ໃຊ້ "The Onion Router Network" ຫຼຶ TOR ແລະ ໄດ້ນໍາຂໍ້ມູນທາງອາຊະຍາກໍາໄປຂາຍເພື່ອແລກກັບຜົນຕອບແທນໃນຮູບແບບຂອງສະກຸນເງິນດິຈິຕອລ.

=========================================
ແຫຼ່ງທີ່ມາ:
1. https://www.theblockcrypto.com/linked/140700/federal-prosecutors-forfeit-34-million-in-crypto-tied-to-illicit-dark-web-activities
2. https://www.justice.gov/usao-sdfl/pr/united-states-forfeits-millions-cryptocurrency-used-launder-illicit-dark-web-proceeds
3.https://www.miamiherald.com/news/local/article260097885.html
4. https://siamblockchain.com/2022/04/06/prosecutors-seize-34-million-in-bitcoin/
========================================









ທ່ານ Changpeng Zhao ຫຼື  CZ ຜູ້ກໍ່ຕັ້ງກະດານແລກປ່ຽນຊື້-ຂາຍສະກຸນເງິນດິຈິຕອລໃຫຍ່ທີ່ສຸດໃນໂລກ ບໍ່ໃສ່ໃຈກ່ຽວກັບຄວາມຢ້ານກົວທີ່ວ່...
05/04/2022

ທ່ານ Changpeng Zhao ຫຼື CZ ຜູ້ກໍ່ຕັ້ງກະດານແລກປ່ຽນຊື້-ຂາຍສະກຸນເງິນດິຈິຕອລໃຫຍ່ທີ່ສຸດໃນໂລກ ບໍ່ໃສ່ໃຈກ່ຽວກັບຄວາມຢ້ານກົວທີ່ວ່າຣັດເຊຍສາມາດໃຊ້ສະກຸນເງິນດິຈິຕອລເພື່ອຫຼົບຫຼີກການຂ້ວມບາດໄດ້ ທ່ານອ້າງວ່າ: "ສະກຸນເງິນດິຈິຕອລນ້ອຍເກີນໄປສໍາລັບຣັດເຊຍ (Crypto is too small for Russia)".

CZ ກ່າວວ່າ: ສະກຸນເງິນດິຈິຕອລ Cryptocurrency ຍັງສາມາດເອົາຊະນະຄວາມພະຍາຍາມທີ່ຈະຫຼີກລ່ຽງມາດຕະການຂ້ວມບາດໂດຍການກວດສອບຍ້ອນຫຼັງໄດ້ຫຼາຍກວ່າ ແລະ ຍັງກ່າວເສີມຕື່ມວ່າ ຄວນໃຫ້ຄວາມສໍາຄັນກັບທະນາຄານຫຼາຍຂຶ້ນ ໃນການຖະແຫຼງການ ທ່ານ CZ ກ່າວວ່າ: ສື່ ແລະ ນັກການເມືືອງຄວນເນັ້ນໄປທີ່ຜູ້ໃຫ້ກູ້ເງິນທົ່ວໄປ ແລະ ຕະຫຼາດນໍ້າມັ ແລະ ກາສ໌.

CZ ຊີ້ແຈງຕື່ມວ່າ "ປະຈຸບັນສື່ ແລະ ນັກການເມືອງກໍາລັງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ສຸມໃສ່ສະກຸນເງິນດິຈິຕອລ ແລະ ການຂ້ວມບາດ". CZ ກ່າວຕື່ມວ່າ "ຄວາມຈິງກໍ່ຄືສະກຸນເງິນດິຈິຕອລນ້ອຍເກີນໄປສໍາລັບຣັດເຊຍ". ຫາກພວກເຮົາເບິ່ງການຍອມຮັບສະກຸນເງິນດິຈິຕອລ ໃນປະຈຸບັນນີ້ ພຽງແຕ່ 3% ຂອງປະຊາກອນໂລກທີ່ມີການເປີດເຜີຍກ່ຽວກັບການຍອມຮັບສະກຸນເງິນດິຈິຕອລບາງປະເພດ (ຄອບຄອງຫຼືຖືສະກຸນເງິນດິຈິຕອລ) ໂດຍສ່ວນໃຫຍ່ມີມູນຄ່າສຸດທິນ້ອຍຫຼາຍ ເຊິ່ງນ້ອຍກວ່າ 10% ໂດຍສະເລ່ຍ. ດັ່ງນັ້ນ, ໃນປະຈຸບັນ ມູນຄ່າຂອງມັນອາດຈະນ້ອຍກວ່າ 0.3% ຂອງມູນຄ່າສິນຊັບດິິຈິຕອລທົ່ວໂລກ. ເປີເຊັນນີ້ໃຊ້ກັບຣັດເຊຍຢ່າງເທົ່າທຽມກັນ"

CZ ກ່າວເສີມວ່າ: ການໃຊ້ເຕັກໂນໂລຢີ Blockchain ໃນການເຮັດທຸລະກໍາກ່ຽວກັບສະກຸນເງິນດິິຈິຕອລ ໝາຍຄວາມວ່າ "ສິນຊັບດິຈິຕອລບໍ່ແມ່ນເຄື່ອງມືທີ່ມີປະສິດທິພາບສໍາລັບກິດຈະກໍາທີ່ຜິດກົດໝາຍ" Blockchain ແມ່ນບັນຊີແຍກປະເພດດິຈິຕອລທີ່ກະຈາຍອໍານາດ ຊຶ່ງຖືກເບິ່ງແຍງໂດຍເຄືອຂ່າຍຄອມພິວເຕີ້ທີ່ລົງທະບຽນການເຮັດທຸກໆທຸລະກໍາຕ້ອງໄດ້ເຂົ້າລະຫັດລັບ ແລະ ທຸກຄົນສາມາດກວດສອບໄດ້.

CZ ກ່າວເສີມວ່າ: "ອີກເຫດຜົນໜຶ່ງທີ່ຣັດເຊຍຈະບໍ່ໃຊ້ສະກຸນເງິນດິຈິຕອລກໍ່ຄື ມັນສາມາດກວດສອບຍ້ອນຫຼັງໄດ້ຢ່າງລະອຽດ ແລະ ລັດຖະບານທົ່ວໂລກກໍ່ມີຄວາມຊ່ຽວຊານໃນການກວດກາຕິດຕາມການເຮັດທຸລະກໍາຢູ່ແລ້ວ".

========================================
ແຫຼ່ງທີ່ມາ:
1. https://twitter.com/cz_binance
2.https://www.theguardian.com/technology/2022/mar/04/binance-founder-says-cryptocurrencies-wont-help-russia-evade-sanctions
3.https://edition.cnn.com/videos/business/2022/04/04/binance-ceo-zhao-crypto-sanctions-russian-assets-qmb-vpx.cnnbusiness/video/playlists/intl-business/
4.https://www.binance.com/en/blog/leadership/ukraine-russia-sanctions-and-crypto-421499824684903532
========================================








ທ່ານ ນາງ ຣັດຊະດາ ທະນາດິເຣກ ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ ກ່າວວ່າ: "ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄດ້ກ່...
04/04/2022

ທ່ານ ນາງ ຣັດຊະດາ ທະນາດິເຣກ ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ ກ່າວວ່າ: "ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄດ້ກ່າວໃນການປະຊຸມຄະນະກໍາມະການດິຈິຕອລເພື່ອເສດຖະກິດ ແລະ ສັງຄົມແຫ່ງຊາດ ວ່າ: ມີຄວາມຫ່ວງໃຍກ່ຽວກັບເລື່ອງຄວາມປອດໄພ ແລະ ຄວາມເສຍຫາຍທີ່ອາດຈະເກີດຂື້ນຈາກການຊື້-ຂາຍສະກຸນເງິນດິຈິຕອລ (Cryptocurrency) ແລະ ການເຮັດທຸລະກໍາອອນລາຍ ເພາະມັນມີທັງໂອກາດ ແລະ ຄວາມສ່ຽງ"

ໜ່ວຍງານຄຸ້ມຄອງກໍາກັບເບິ່ງແຍງຜູ້ປະກອບການຂອງພາກລັດຕ້ອງໄດ້ຊ່ວຍກັນດູແລເພື່ອບໍ່ໃຫ້ເກີດຄວາມເສຍຫາຍທັງລະບົບ ເພາະປັດຈຸບັນນີ້ລະບົບການຄຸ້ມຄອງເບິ່ງແຍງເລື່ອງເສດຖະກິດດິຈິຕອລຍັງກະຈາຍຢູ່ພາຍໃຕ້ຫຼາຍໜ່ວຍງານ ຈຶ່ງມີຄວາມຈໍາເປັນທີ່ຈະຈັດສັນພາລະບົດຂອງທຸກຫນ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດກໍານົດມາດຕະການປັບປຸງກົດໝາຍ ແລະ ມີກົດໝາຍທີ່ເຂັ້ມແຂງເພື່ອຄຸ້ມຄອງເບິ່ງແຍງດ້ານຄວາມປອດໄພໃນການໃຊ້ປະໂຫຍດຈາກເຕັກໂນໂລຢີດິຈິຕອລ.

ສ່ວນ ທ່ານ ອະເນກ ຢູ່ຢືນ ຜູ້ຊ່ວຍເລຂາທິການ ສໍານັກງານຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ( ກ.ລ.ຕ ) ກ່າວວ່າ: ສໍາລັບການເບິ່ງແຍງທຸລະກິດສິນຊັບດິຈິຕອລໃນຂະນະນີ້ ສໍານັກງານ ກ.ລ.ຕ ໄດ້ຮັບເລື່ອງຟ້ອງຮ້ອງເຂົ້າມາຫຼາຍພໍສົມຄວນ ໂດຍພົບວ່າມີຜູ້ກະທໍາຄວາມຜິດຈໍານວນຫຼວງຫຼາຍ ໂດຍສ່ວນໃຫຍ່ແລ້ວເປັນເລື່ອງກ່ຽວກັບການປັ່ນລາຄາຫຼຽນ.

ນອກຈາກນີ້ ກ.ລ.ຕ ກໍາລັງເຮັດວຽກຮ່ວມກັນກັບບັນດາພັນທະມິດໃນການພັດທະນາປັນຍາປະດິດ ຫຼື AI ແລະ ລະບົບຄວບຄຸມຄອມພິວເຕີ້ທີ່ຮຽນຮູ້ໄດ້ດ້ວຍຕົນເອງ (Machine Learning) ທີ່ສາມາດຊ່ວຍກວດສອບຈັບພຶດຕິກໍາຂອງການເຮັດທຸລະກໍາທີ່ມີຄວາມຜິດປົກກະຕິທີ່ກ່ຽວກັບການສ້າງລາຄາຮຸ້ນ (ປັ່ນຮຸ້ນ) ເຊິ່ງຄາດວ່າລະບົບດັ່ງກ່າວຈະສໍາເລັດພາຍໃນປິ 2023.

========================================
ແຫຼ່ງທີ່ມາ:
1.https://www.amarintv.com/spotlight/cryptocurrency/detail/23577fbclid=IwAR0i3Bb98AdAYEFiTkIMGhkVP1A49IgFrz4D9TBLblg6lnlI7_ZM8n--evo
2. https://siamblockchain.com/2022/04/04/thai-prime-minister-is-concerned-about-safety-with-crypto/
==========================================








ເຈົ້າໜ້າທີ່ອາວຸໂສຈາກທະນາຄານກາງແຫ່ງປະເທດຍີ່ປຸ່ນ (Bank of Japan, BoJ) ໄດ້ອອກມາເຕືອນກຸ່ມປະເທດ G7 ຫຼື Group of Seven ວ່າຕ້ອງ...
02/04/2022

ເຈົ້າໜ້າທີ່ອາວຸໂສຈາກທະນາຄານກາງແຫ່ງປະເທດຍີ່ປຸ່ນ (Bank of Japan, BoJ) ໄດ້ອອກມາເຕືອນກຸ່ມປະເທດ G7 ຫຼື Group of Seven ວ່າຕ້ອງມີການກໍານົດກອບການເຮັດວຽກຮ່ວກັນໃນການຄວບຄຸມສະກຸນເງິນດິຕອລ​ (Cryptocurrency).

ກຸ່ມປະເທດ G7 ເປັນເວທີທາງການເມື່ອງລະຫວ່າງປະເທດມະຫາອໍານາດທີ່ປະກອບດ້ວຍ ສະຫະລັດອາເມຣິກາ, ອັງກິດ, ຍີ່ປຸ່ນ, ເຢຍລະມັນ, ຝຣັ່ງ, ອິຕາລີ, ແລະ ແຄນນາດາ.

ຖະແຫຼ່ງການຂອງເຈົ້າໜ້າທີ່ອາວຸໂສດັ່ງກ່າວແມ່ນເພື່ອຕອບສະໜອງຕໍ່ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຍູເຄຣນ ເນື່ອງຈາກວ່າມັນມີຄວາມເປັນໄປໄດ້ສູງທີ່ຣັດເຊຍອາດຈະໃຊ້ມັນເປັນເຄື່ອງມືໃນການຫຼົບຫຼີກການຂ້ວມບາດທາງເສດຖະກິດໄດ້.

ທ່ານ Kazushige Kamiyama ຫົວໜ້າພະແນກລະບົບການຊໍາລະເງິນຂອງທະນຄານກາງຍີ່ປຸ່ນ ໄດ້ບອກກັບສໍານັກຂ່າວ ຣອຍເຕີ້ (Reuters) ວ່າ: ຫຼຽນ Stable Coin ສາມາດນໍາມາໃຊ້ເປັນລະບົບຊໍາລະເງິນໃນທົ່ວໂລກໄດ້ ເພາະມັນເຮັດໄດ້ຢ່າງງ່າຍດາຍ ຊື່ງຈະຊ່ວຍໃຫ້ປະເທດຕ່າງໆສາມາດຫຼີກລ່ຽງລະບົບການຊໍາລະເງິນແບບດັ້ງເດີມທີ່ມີການຄວບຄຸມ.

ທ່ານ Kazushige Kamiyama ກ່າວເພີ່ມຕື່ມວ່າ: ການດໍາເນີນການຢ່າງຮີບດ່ວນເປັນສິ່ງທີ່ສໍາຄັນ ເພື່ອໃຫ້ກຸ່ມປະເທດ G7 ປະສານງານກັນຢ່າງມີປະສິດທິພາບສໍາລັບການຄວບຄຸມສະກຸນເງິນດິຈິຕອລ ແລະ ສິນຊັບດິຈິຕອລ ເນື່ອງຈາກກົດລະບຽບໃນປະຈຸບັນບໍ່ໄດ້ພິຈາລະນາເຖິງການຍອມຮັບ ແລະ ການແຜ່ກະຈາຍໄປໃນທົ່ວໂລກໄດ້ຢ່າງທົ່ວເຖິງ.

ທ່ານ Haruhiko Kuroda ຜູ້ວ່າການທະນາຄານກາງຍີ່ປຸ່ນກ່າວໃນງານກອງສຸດຍອດຟິນເທັກ (FinTech Summit) ຂອງຍີ່ປຸ່ນໃນວັນທີ 29 ມີນາທີ່ຜ່ານມາວ່າ Bank of Japn ຍັງບໍ່ມີແຜນທີ່ຈະເປີດຕົວ Central Bank Digital Coin ຫຼື CBDC ໃນໄວໆນີ້. ທ່ານ Haruhiko Kuroda ກ່າວເສີມວ່າ Bank of Japan ຕ້ອງພິຈາລະນາຢ່າງຄວບຄຸມຮອບດ້ານກ່ຽວກັບບົດບາດຂອງ CBDC ທີ່ຈະສົ່ງຜົນກະທົບຕໍ່ກັບຄຸນນະພາບຊີວິດຂອງຊາວຍີ່ປຸ່ນ.

==========================================
ແຫຼ່ງທີ່ມາ:
1. https://siamblockchain.com/2022/04/01/bank-of-japan-official-calls-for-g7-nations-to-adopt-common-crypto-regulations/
2. https://cointelegraph.com/news/bank-of-japan-official-calls-for-g7-nations-to-adopt-common-crypto-regulations
==========================================





ກາຍເປັນກະແສຮືຮາໃນທົ່ວໂລກ ເມື່ອ Will Smith ນັກສະແດງຊື່ດັງຂອງ Hollywood ຍ່າງຂຶ້ນໄປຕົບໜ້ານັກສະແດງຕະຫຼົກຊື່ດັງ Christ Rock ຢ...
30/03/2022

ກາຍເປັນກະແສຮືຮາໃນທົ່ວໂລກ ເມື່ອ Will Smith ນັກສະແດງຊື່ດັງຂອງ Hollywood ຍ່າງຂຶ້ນໄປຕົບໜ້ານັກສະແດງຕະຫຼົກຊື່ດັງ Christ Rock ຢູ່ເທິງເວທີງານປະກາດລາງວັນອັນຊົງກຽດ Oscars ທີ່ຖ່າຍທອດສົດໄປໃນທົ່ວໂລກ.

ພາຍໃນເວລາບໍ່ຮອດ 24 ຊົ່ວໂມງທີ່ຜ່ານມາຫຼັງຈາກ Will Smith ຂຶ້ນເປັນເທຣນອັບດັບໜຶ່ງໃນໂລກອອນລາຍ ກາຍເປັນແຮງບັນດານໃຈໃຫ້ນັກພັດທະນາສະກຸນເງິນດິຈິຕອລຫົວໃສໄດ້ສ້າງຫຼຽນ Will Smith Inu (WSI) ຂຶ້ນມາ ແລະ ລົງຂາຍຫຼຽນຢູ່ເທິງຕະຫຼາດ Decentralized Finance (DeFi) ຂອງ UniSwap ຢ່າງໄວວາ.

ເຖິງແມ່ນວ່າຈະບໍ່ມີຄວາມເຊື່ອມໂຍງຢ່າງຊັດເຈນລະຫວ່າວສະກຸນເງິນດິຈິຕອລ ແລະ ເຫດການທີ່ Will Smith ຕົບໜ້າ Christ Rock​ ກໍ່ຕາມ ແຕ່ລາຄາຫຼຽນດັ່ງກ່າວນີ້ພຸ້ງຂຶ້ນກາຍ 10.000% ພາຍໃນເວລາອັນສັ້ນ. ໂດຍປະຈຸບັນປະລິມານການຊື້ຂາຍຫຼຽນດັ່ງກ່າວຫຼາຍກ່ວາ 3.65 ລ້ານໂດລາສະຫະລັດ.

ພ້ອມກັນນີ້ Will Smith ຕົບໜ້າ Christ Rock​ ຍັງຖືກນໍາໄປສ້າງເປັນ Non-Fungible Token (NFT) ແລະ ຂາຍຢູ່ເທິງຕະຫຼາດ OpenSea ມາຮອດປະຈຸບັນນີ້ຜູ້ໃຊ້ຢູ່ເທິງ OpenSea ໄດ້ຂາຍ "Will Smith Slap DAO" ໄດ້ລາຍກວ່າ 730 ລາຍການໃນລາຄາລະຫວ່າງ 7-300 ໂດລາສະຫະລັດ.

ເນື່ອງຈາກຄວາມງ່າຍດາຍໃນການສ້າງສິນຊັບດິຈິຕອລຢູ່ເທິງບຼອກເຊນ Blockchain ໂດຍໃຊ້ເຄືອຂ່າຍ ERC-20 ຫຼື BEP-20 ເຮັດໃຫ້ຜູ້ສ້າງຫຼຽນ meme-Coin ໄດ້ກໍາໄລຢ່າງໄວວາຈາກເຕັກໂນໂລຢີດັ່ງກ່າວ. ແຕ່ມັນກໍ່ມີຄວາມສ່ຽງສູງ ເນື່ອງຈາກມີຫຼາຍກໍລະນີ ທີ່ຜູ້ສ້າງປິດເຄື່ອຂ່າຍ ແລະ ໂກຍເງິນໄດ້ແບບບໍ່ມີຮ່ອງຮອຍ. ສະນັ້ນ, ຜູ້ໃດທີ່ຄິດຈະຊື້້ຫຼຽນດັ່ງກ່າວ ໃຫ້ໄຕ່ຕອງ, ສຶກສາຂໍ້ມູນ ແລະ ພິຈາລະນາໃຫ້ຖີ່ຖ້ວນກ່ອນລົງທຶນ.

=========================================
ແຫຼ່ງທີ່ມາ:
1. https://siamblockchain.com/2022/03/29/the-will-smith-inu-coin-priced-over-10000-what-caused-it/
2. https://willsmithinu.io/
3. https://coinmarketcap.com/currencies/will-smith-inu/
=========================================







Address

Vientiane
01030

Website

Alerts

Be the first to know and let us send you an email when ເລີ່ມກ້າວ Lerm Kao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ເລີ່ມກ້າວ Lerm Kao:

Videos

Share

Category