N8 Channel N8 Channel ຜະລິດສື່ຕ່າງໆທີ່ເປັນປະໂຫຍດ ແລະ ບໍລິການສະຕູດີໂອຖ່າຍທໍາຈັດລາຍການ
(2)

ສຳຫຼັບ ຜູ້ທີ່ຊອກຫາ:
1. ຄວາມຮູ້ ແລະ ຄວາມບັນເທີງໂລກຂອງ VR, AR, MR ໃນ Metaverse, 2. ຢາກໄດ້ປະສົບປະການໃໝ່ຂອງໂລກອະນາຄົດກໍາລັງມາ, 3. ຢາກຮູ້ກ່ອນ ແລະ ຮັບຜົນສຳເລັດກ່ອນ ແລະ 4. ຢາກເປັນສວນນື່ງທີ່ສ້າງປະຫວັດສາດການແປງຂອງສັງຄົມ Meta ໃນລາວ

ປອກຄໍາ ເປີດໂຕເພງໃໝ່ ໂອລາ
12/08/2023

ປອກຄໍາ ເປີດໂຕເພງໃໝ່ ໂອລາ

ໂສມໜ້າ ແມ່ນໍ້າຂອງ ມື້ທີ 4 ເຂດສວນດອນຈັນ, ຫາດດອນຈັນ ແລະ ສີຖານເໜືອເວລາ 6:30 ເຊົ້າ 📢  ຜູ້ໃດສົນໃຈຈະລ່ອງເຮືອນໍາ ໃຫ້ທັກມາຫາ ແລະ...
09/08/2023

ໂສມໜ້າ ແມ່ນໍ້າຂອງ ມື້ທີ 4 ເຂດສວນດອນຈັນ, ຫາດດອນຈັນ ແລະ ສີຖານເໜືອເວລາ 6:30 ເຊົ້າ 📢 ຜູ້ໃດສົນໃຈຈະລ່ອງເຮືອນໍາ ໃຫ້ທັກມາຫາ ແລະ ແຊລ ຊ່ວຍແນ່ເດີ້ ພີ່ນ້ອງ ,🛥️⛵🚢🐠🐟🚣

12/06/2023
12/06/2023
 #ເລັ່ງຮຽນຮ້ອນທ່ຽວຫາເງີນ - ເລືອກສູນ 8booking ບ່ອນຝຶກອົບຮົມພະນັກງານນໍາທ່ຽວມືອາຊີບ 🏃‍♂️🎆🏃‍♀️🎈🎇  – Join 8booking center for...
05/06/2023

#ເລັ່ງຮຽນຮ້ອນທ່ຽວຫາເງີນ - ເລືອກສູນ 8booking ບ່ອນຝຶກອົບຮົມພະນັກງານນໍາທ່ຽວມືອາຊີບ 🏃‍♂️🎆🏃‍♀️🎈🎇
– Join 8booking center for Professional Tour Guide Training
ຂໍ້ມູນກ່ຽວກັບຫຼັກສູດ
✨ປະກອບມີ 6 ວິຊາ:
1. ຄວາມເປັນມືອາຊີບຂອງພະນັກງານນໍາທ່ຽວ
2. ການບໍລິຫານຈັດການນໍາທ່ຽວ
3. ເຕັກນິກການອະທິບາຍ ແລະ ນໍາທ່ຽວ
4. ຄວາມເປັນຜູ້ນໍາໃນການນໍາທ່ຽວ
5. ການສ້າງຄວາມສະນິດແໜ້ນນໍານັກທ່ອງທ່ຽວ
6. ກົດໝາຍ, ລະບຽບ ແລະ ປະເພນີປະຕິບັດທີ່ຜູ້ນໍາທ່ຽວຕ້ອງຮູ້
✨ໄລຍະຮຽນ 5 ມື້ ( 3 ມື້ຂຶ້ນຫ້ອງ + 2 ມື້ພາກປະຕິບັດລົງຕົວຈີງ) ເລີ່ມ 8:00 ຫາ 17:00
✨ລວມອາຫານສວຍ ແລະ ອາຫານຫວ່າງ 3 ມື້
✨ໄດ້ໃບຢັ້ງຢືນການຝຶກອົບຮົມຈາກສູນ ເພື່ອປະກອບຂໍໃບຢັ້ງຢືນພະນັກງານນໍາທ່ຽວນໍາກົມຄຸ້ມຄອງທຸລະກິດທ່ອງທ່ຽວ
✨ໄດ້ໂຄສະນາ ເປັນພະນັກງານນໍາທ່ຽວໃນແພັດຟອມ 8booking.la
✨ໄດ້ລອງນໍາໃຊ້ E-learning platform ກ່ຽວກັບການເພີ່ມທັກສະ ແລະ ຄວາມຮູ້ການເປັນພະນັກງານນໍາທ່ຽວ ພາຍຫຼັງຮຽນສຳເລັດ 5 ມື້
✨ລາຄາຮຽນ 3,000,000 ກີບ ມີສ່ວນຫຼຸດ 20% ສຳຫຼັບຜູ້ທີ່ໄດ້ພາສາຈີນ ຫຼື ພາສາເກົາຫຼີ
ລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ທາງ WhatsApp: 020 88502562 ຫລື ເຂົ້າມາພົວພັນຢູ່ຫ້ອງການ ອາຄານ N8 ສູນຝຶກ 8booking
https://maps.app.goo.gl/QhFWPLSx4BHoedWm8

05/06/2023

#ເລັ່ງຮຽນຮ້ອນທ່ຽວຫາເງີນ - ເລືອກສູນ 8booking ບ່ອນຝຶກອົບຮົມພະນັກງານນໍາທ່ຽວມືອາຊີບ 🏃‍♂️🎆🏃‍♀️🎈🎇
– Join 8booking center for Professional Tour Guide Training
ຂໍ້ມູນກ່ຽວກັບຫຼັກສູດ
✨ປະກອບມີ 6 ວິຊາ:
1. ຄວາມເປັນມືອາຊີບຂອງພະນັກງານນໍາທ່ຽວ
2. ການບໍລິຫານຈັດການນໍາທ່ຽວ
3. ເຕັກນິກການອະທິບາຍ ແລະ ນໍາທ່ຽວ
4. ຄວາມເປັນຜູ້ນໍາໃນການນໍາທ່ຽວ
5. ການສ້າງຄວາມສະນິດແໜ້ນນໍານັກທ່ອງທ່ຽວ
6. ກົດໝາຍ, ລະບຽບ ແລະ ປະເພນີປະຕິບັດທີ່ຜູ້ນໍາທ່ຽວຕ້ອງຮູ້
✨ໄລຍະຮຽນ 5 ມື້ ( 3 ມື້ຂຶ້ນຫ້ອງ + 2 ມື້ພາກປະຕິບັດລົງຕົວຈີງ) ເລີ່ມ 8:00 ຫາ 17:00
✨ລວມອາຫານສວຍ ແລະ ອາຫານຫວ່າງ 3 ມື້
✨ໄດ້ໃບຢັ້ງຢືນການຝຶກອົບຮົມຈາກສູນ ເພື່ອປະກອບຂໍໃບຢັ້ງຢືນພະນັກງານນໍາທ່ຽວນໍາກົມຄຸ້ມຄອງທຸລະກິດທ່ອງທ່ຽວ
✨ໄດ້ໂຄສະນາ ເປັນພະນັກງານນໍາທ່ຽວໃນແພັດຟອມ 8booking.la
✨ໄດ້ລອງນໍາໃຊ້ E-learning platform ກ່ຽວກັບການເພີ່ມທັກສະ ແລະ ຄວາມຮູ້ການເປັນພະນັກງານນໍາທ່ຽວ ພາຍຫຼັງຮຽນສຳເລັດ 5 ມື້
✨ລາຄາຮຽນ 3,000,000 ກີບ ມີສ່ວນຫຼຸດ 20% ສຳຫຼັບຜູ້ທີ່ໄດ້ພາສາຈີນ ຫຼື ພາສາເກົາຫຼີ
ລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ທາງ WhatsApp: 020 88502562 ຫລື ເຂົ້າມາພົວພັນຢູ່ຫ້ອງການ ອາຄານ N8 ສູນຝຶກ 8booking
https://maps.app.goo.gl/QhFWPLSx4BHoedWm8

 #ເລັ່ງຮຽນຮ້ອນທ່ຽວຫາເງີນ - ເລືອກສູນ 8booking ບ່ອນຝຶກອົບຮົມພະນັກງານນໍາທ່ຽວມືອາຊີບ 🏃‍♂️🎆🏃‍♀️🎈🎇  – Join 8booking center for...
03/06/2023

#ເລັ່ງຮຽນຮ້ອນທ່ຽວຫາເງີນ - ເລືອກສູນ 8booking ບ່ອນຝຶກອົບຮົມພະນັກງານນໍາທ່ຽວມືອາຊີບ 🏃‍♂️🎆🏃‍♀️🎈🎇
– Join 8booking center for Professional Tour Guide Training

Miracle happened last night
22/12/2022

Miracle happened last night

18/12/2022

ປິດຮັບຜົນງານ 15:00 ໃຜທີ່ຍັງບໍ່ທັນໄດ້ສົ່ງຜົນງານປະກວດຫີບຟ້າວສົ່ງເຂົ້າມາທາງວ໋ອດແອັບເລີຍເດີ້

16/12/2022

ພິເສດ ສຳລັບ 30 ຜົນງານທີ່ຜ່ານເຂົ້າຮອບ ຈະໄດ້ຮັບຜົນງານລະ 500,000ກີບ ເພື່ອນຳໄປໄສ່ຂອບຫຼືປີ້ນໄສ່ເຟມມາວາງສະແດງໃນວັນທີ 21/12/2022

ປະກາດເລື່ອນງານແຂ່ງຂັນ ປະກວດຮູບສວນນ້ຳພຸ ບ້ານຊຽງຍືນ🎊ສວນນ້ຳພຸ ແລະ ຊວນນະຄອນຫລວງວຽງຈັນ-ອາດີດ,ປັດຈະບັດ ສູ່ອານະຄົດຜົນງານສົ່ງເຂົ...
16/12/2022

ປະກາດເລື່ອນງານແຂ່ງຂັນ ປະກວດຮູບສວນນ້ຳພຸ ບ້ານຊຽງຍືນ🎊
ສວນນ້ຳພຸ ແລະ ຊວນນະຄອນຫລວງວຽງຈັນ-ອາດີດ,ປັດຈະບັດ ສູ່ອານະຄົດ
ຜົນງານສົ່ງເຂົ້າປະກວດມີ:
1. ຮູບພາບເກົ່າ
2. ຮູບພາບຍຸກສະໄໝໃໝ່
3.ຮູບພາບສີນ
4.ຮູບແຕ້ມ digital graphic
ຜູ້ເຂົ້າແຂ່ງຂັນສາມາດສົ່ງຜົນງານໄດ້ບໍ່ເກີນ3ຜົນງານ
ເລີ່ມແຕ່ທີ 9.12.2022 ຫາວັນທີ 18.12.2022
ຜູ້ຊະນະລາງວັນທີ1 ໄດ້ຮັບ ເງີນສົດ 10.000.000ກີບ
ຜູ້ຊະນະລາງວັນທີ2 ໄດ້ຮັບ ເງີນສົດ 5.000.000ກີບ
ຜູ້ຊະນະລາງວັສທີ3 ໄດ້ຮັບ ເງີນສົດ 3.000.000ກີບ
ພິເສດ 30 ຜົນງານ ດີເລີດຈະໄດ້ຖຶກວາງສະແດງທີ່ສວນນ້ຳພຸ
ສົນໃຈຕິດຕໍ່
W.a 020 7781 6535
Email: [email protected]
Call: 021 255 154
Channel .biz #ສວນນ້ຳພຸ #ບ້ານຊຽງຍືນ #ງານປະກວດແຂ່ງຂັນ #ອອກແບບ

🥳ປະກາດງານແຂ່ງຂັນ ປະກວດຮູບສວນນ້ຳພຸ ບ້ານຊຽງຍືນ🎊ສວນນ້ຳພຸ ແລະ ຊວນນະຄອນຫລວງວຽງຈັນ-ອາດີດ,ປັດຈະບັດ ສູ່ອານະຄົດຜົນງານສົ່ງເຂົ້າປະກ...
07/12/2022

🥳ປະກາດງານແຂ່ງຂັນ ປະກວດຮູບສວນນ້ຳພຸ ບ້ານຊຽງຍືນ🎊
ສວນນ້ຳພຸ ແລະ ຊວນນະຄອນຫລວງວຽງຈັນ-ອາດີດ,ປັດຈະບັດ ສູ່ອານະຄົດ
ຜົນງານສົ່ງເຂົ້າປະກວດມີ:
1. ຮູບພາບເກົ່າ
2. ຮູບພາບຍຸກສະໄໝໃໝ່
3.ຮູບພາບສີນ
4.ຮູບແຕ້ມ digital graphic
ຜູ້ເຂົ້າແຂ່ງຂັນສາມາດສົ່ງຜົນງານໄດ້ບໍ່ເກີນ3ຜົນງານ
ເລີ່ມແຕ່ທີ 9.12.2022 ຫາວັນທີ 14.12.2022
ຜູ້ຊະນະລາງວັນທີ1 ໄດ້ຮັບ ເງີນສົດ 10.000.000ກີບ
ຜູ້ຊະນະລາງວັນທີ2 ໄດ້ຮັບ ເງີນສົດ 5.000.000ກີບ
ຜູ້ຊະນະລາງວັສທີ3 ໄດ້ຮັບ ເງີນສົດ 3.000.000ກີບ
ພິເສດ 30 ຜົນງານ ດີເລີດຈະໄດ້ຖຶກວາງສະແດງທີ່ສວນນ້ຳພຸ
ສົນໃຈຕິດຕໍ່
W.a 020 7781 6535
Email: [email protected]
Call: 021 255 154
Channel .biz #ສວນນ້ຳພຸ #ບ້ານຊຽງຍືນ #ງານປະກວດແຂ່ງຂັນ #ອອກແບບ

03/09/2022

📍ໂອກາດມາແລ້ວ ➡️ ສຳລັບນັກສຶກສາຈົບໃໝ່ ຫຼື ໃຜທີ່ກຳລັງຊອກຫາວຽກ 8booking.biz ຕ້ອງການເພື່ອນຮ່ວມງານ ໜ້າທີ່ "ຜູ້ປະສານງານ" 8 ຕຳແໜ່ງ ປະຈຳແຕ່ລະແຂວງ
ສົນໃຈສອບຖາມຂໍ້ມູນຕິດຕໍ່.
ເບີ: 021 253 618 ; WhatsApp: 020 95 882 868
ສົນໃຈສົ່ງ cv ເຂົ້າມາທີ່: [email protected]
ປິດຮັບສະໝັກວັນທີ: 15/9/2022
ສະຖານທີ່: ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

Virtual tour ກັບ 8booking
26/08/2022

Virtual tour ກັບ 8booking

ໂຄງການລະບົບຈອງ 8booking.biz ລອງລາວ ເລີ່ມແລ້ວ
11/08/2022

ໂຄງການລະບົບຈອງ 8booking.biz ລອງລາວ ເລີ່ມແລ້ວ

ການທ່ອງທ່ຽວລາວສິໄປຕໍ່ແນວໃດ
22/07/2022

ການທ່ອງທ່ຽວລາວສິໄປຕໍ່ແນວໃດ

What does the Lao Tourism need ? ການທ່ອງທ່ຽວລາວຈໍາເປັນຕ້ອງເຮັດຫຍັງ 🤔?

ກ່ອນໜ້າການເປີດປະເທດລາວຢ່າງເຕັບຮູບແບບ ທີມ 8booking ພວກເຮົາໄດ້ໄປສຳຫຼວດບັນດາເມືອງທ່ອງທ່ຽວຕ່າງໆ ເຊັ່ນ ເມືອງ ວັງວຽງ, ເມືອງ ຫຼວງພະບາງ ແລະ ເມືອງງອຍ ແຂວງຫຼວງພະບາງ ບັນດາຜູ້ປະກອບການໃນຂະແໜງການທ່ອງທ່ຽວສ່ວນຫຼາຍພົບບັນຫາທາງດ້ານທຸລະກິດແຮງ ແລະ ການເປີດປະເທດໃນໄລຍະທໍາອິດ ຕົ້ນເດືອນມັງກອນຂອງປີນີ້ບໍ່ໄດ້ຊ່ວຍທຸລະກິດຫຍັງພວກເຂົາເລີຍ 😿.
📢🙋,,,,,,,,,

ໃນບົດຂຽນພາກນີ້ ທີ່ມີຊື່ວ່າ ‘Help Lao Tourism = Help Lao MSMEs' ປະກອບມີ ຢູ່ 9️⃣ ຕອນບົດຂຽນ ແລະ ແຕ່ລະບົດຈະໄດ້ປ່ອຍອອກອາທິດ ລະ 3 ມື້ ຄື ວັນຈັນ, ວັນພຸດ ແລະ ວັນສຸກ. ມື້ນີ້ກໍ່ແມ່ນ ຕອນທີ 2 ຂອງບົດຂຽນພາກທີ 1
ຖ້າທ່ານຄິດວ່າການນໍາສະເໜີຂອງພວກເຮົາມີປະໂຫຍດ ແລະ ໄດ້ຄວາມຮູ້ຊ່ວຍກົດໄລ ແລະ ກົດແຊ ເພສ ແລະ ບົດຄວາມຂອງ 8booking.biz ຊ່ວຍພວກເຮົາແນ່ 🙏🙏🙏🙏🙏
=helpLaomsme
=helpLaoMSMEs


👉
www.8booking.biz
🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️

💡ແຕ່ພາຍຫຼັງການເປີດປະເທດໃນວັນທີ 9 ພຶດສະພາ 2022 ຈໍານວນນັກທ່ອງທ່ຽວລັ່ງໄຫຼເຂົ້າມາປະເທດເກີນຄາດ ເຖີ່ງວ່າ ສປປລາວຈະປະສົບຜົນກະທົບທາງດ້ານຂາດແຄນເງິນຕາ ແລະ ການນໍາເຂົ້ານໍ້າມັນຢ່າງແຮງໃນທ້າຍເດືອນພຶດສະພາ ຫາ ທ້າຍເດືອນມິຖຸນາໃນປີນີ້ ໃນນາມຂອງຄົນລາວຕ້ອງຂໍຂອບໃຈບັນດານັກທ່ອງທ່ຽວໄທ, ບັນດາ influencer ແລະ ດາຣາໄທໄດ້ຊ່ວຍໂຄສະນາການທ່ອງທ່ຽວລາວໂດຍການແຊປະສົບປະການມາທ່ຽວຂອງເຂົາເຈົ້າເອງຕາມບັນດາສື່ສັງຄົມອອນລາຍ 🙇‍♀️.

💡💡ໃນໄລຍະນີ້ຫຼາຍທ່ານກໍ່ຈະເຫັນວ່າອັດຕາແລກປ່ຽນກີບເອົາບາດບໍ່ໄດ້ເໜັງແຮງຄືແຕ່ກ່ອນ ແຕ່ອັດຕາແລກປ່ຽນກີບເອົາໂດລາ ແລະ ເງິນກີບເອົາເງິນໂຢນຈີນຍັງເໜັງແຮງຢູ່ ຍ້ອນປັດໃຈເສດຖະກິດໂລກທີ່ເປັນຜົນມາຈາກຄວາມຊັບສົນຂອງສົງຄາມລັດເຊຍ-ຢູເຄນ ແລະະ ການຈັດລະບຽບໂລກຂອງບັນດາປະເທດມະຫາອໍານາດເກົ່າ ແລະໃໝ່ກໍາລັງດຸເດືອດໃນເວລານີ້. ສະຫຼຸບການໃຊ້ຈ່າຍຂອງນັກທ່ອງທ່ຽວມີຜົນຕໍ່ເສດຖະກິດລາວແທ້ ແລະ ນີ້ກະເປັນພຽງແຕ່ກຸ່ມນັກທ່ອງທ່ຽວໄທເທົ່ານັ້ນ, ປະເທດ ສປປລາວຍັງເປັນປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວເກົາຫຼີ ແລະ ຈີນອີກດ້ວຍ.

💡💡💡ການເຂົ້າມາຂອງນັກທ່ອງທ່ຽວເກົາຫຼີໝາຍເຖີງການນໍາມາຂອງເງີນຕາໂດລາເຂົ້າປະເທດທີ່ຄາດວ່າຈະເກີດຂຶ້ນໃນໄຕມາດ 3 ຫາ 4 ຂອງປີນີ້ ແລະ ບັນດານັກທ່ອງທ່ຽວຈີນຈະນໍາມາກັບເງິນຢວນຈີນທີ່ຄາດວ່າຈະເຂົ້າມາໃນໄຕມາດ 4 ຂອງປີນີ້ ຫຼື ໄຕມາດ 1 ຂອງປີ 2023 ແຕ່ກຸ່ມນັກທ່ອງທ່ຽວ ເກົາຫຼີ ແລະ ຈີນມີຄວາມຕ້ອງການໃນການມາປະເທດລາວທີ່ແຕກຕ່າງກັນຈາກກຸ່ມນັກທ່ອງທ່ຽວໄທ ແລະ ນີ້ກໍ່ຈະເປັນສີ່ງທ້າທາຍໃໝ່ຂອງຂະແໜງການທ່ອງທ່ຽວລາວເພື່ອຮັບມືກັບກຸ່ມນັກທ່ອງທ່ຽວທີ່ມີຄວາມລາກຫຼາຍ😟.

💡💡💡💡ນັກທ່ອງທ່ຽວໄທສ່ວນໃຫຍ່ເປັນກຸ່ມຄົນໃນຕົວເມືອງຕ້ອງການອອກນອກປະເທດໃຊ້ຊິວິດກັບທໍາມະຊາດ, ສຶກສາວັດທະນາທໍາປະເທດເພື່ອນບ້ານ ແລະ ທ່ອງທ່ຽວກັບຂະບວນລົດໄຟລາວຈີນທີ່ປະເທດໄທຍັງບໍ່ທັນມີ, ກຸ່ມນັກທ່ອງທ່ຽວເກົາຫຼີແມ່ນກຸ່ມຄົນອາວຸໂສມີລາຍໄດ້ຕໍາ ຫາ ປານກາງຢາກມາທ່ອງທ່ຽວ ແລະ ຫາໂອກາດມາອາໃສຢູ່ລາວແທນ ເພາະຄ່າຄອງຊີບສູງຢູ່ເກົາຫຼີ, ແລະ ກຸ່ມນັກທ່ອງທ່ຽວຈາກຈີນເປັນກຸ່ມຄົນໜຸ່ມ ຫາອາຍຸກາງຄົນທີ່ຢາກຍ້າຍມາຢູ່ ສປປລາວເພາະບໍ່ມັກແຮງກົດດັນຈາກລັດຖະບານຈີນ ແລະ ການແຂ່ງຂັນໃນປະເທດ 🤔.

🏆ແຕ່ນີ້ຮອດທ້າຍປີ 2022 ລາວເຮົາບໍ່ເຫຼືອເວລາຫຼາຍປານໃດທີ່ຈະຮັບມືກັບການລັ່ງໄຫຼຂອງນັກທ່ອງທ່ຽວໄທ, ເກົາຫຼີ ແລະ ຈີນທີ່ກໍາລັງຈະເຂົ້າມາ ຍຸດທະສາດທີ່ດີສຸດຂອງລາວໃນເວລານີ້ແມ່ນຕ້ອງໃຫ້ການທ່ອງທ່ຽວກະຈາຍໄປແຕ່ລະແຂວງ ແລະ ແຕ່ເມືອງຂອງປະເທດ ເພື່ອເຫຼີກລ່ຽງຄວາມແອອັດຂອງນັກທ່ອງທ່ຽວສະເພາະບາງເມືອງເທົ່ານັ້ນ ປະເທດລາວຈະເຮັດໄດ້ແນວໃດຂຶ້ນກັບການຮ່ວມມືຂອງທຸກພາກສວນ ໂດຍມີພາກສະມາຄົມທຸລະກິດໃນປະເທດເປັນແກນກາງໃນການຊູກຍູ້ໃຫ້ພາກລັດຖະບານອອກນະໂຍບາຍເອື້ອອໍານວຍ, ພາກການເງິນປ່ອຍເມັດເງິນມາໃຫ້ຂະແໜງການທ່ອງທ່ຽວຕາມບັນດາເມືອງຕ່າງໆ, ພາກທຸລະກິດ MSME ກະຈາຍໄປສູ່ບັນດາແຂວງ, ພາກກະສິກໍາຕ້ອງໄດ້ເຮັດການຜະລິດ ແລະສະໜອງສະບຽງອາຫານໃຫ້ພຽງພໍ ແລະ ສຸດທ້າຍພາກຂົນສົ່ງຕ້ອງເອົານັກທ່ອງທ່ຽວໄປຮອດຈຸດໝາຍໃຫ້ໄດ້🚌.

🏆🏆ສີ່ງທີ່ກ່າວມາຂ້າງເທີ່ງນີ້ເປັນເລື່ອງທີ່ຍາກຫຼາຍ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າ ລາວເຮົາຈະບໍ່ສາມາດເຮັດໄດ້ ສໍາຄັນທຸກພາກສວນຕ້ອງໄດ້ຮັບຮູ້ວ່າວິທີການຕ່າງຄົນຕ່າງເຮັດທີ່ຜ່ານມາແມ່ນໃຊ້ບໍ່ໄດ້, ບໍ່ເກີດຄວາມຍືນຍົງ ເວລາມີຜົນກະທົບທຸກພາກສວນໄດ້ຮັບຜົນກະທົບນໍາກັນໝົດ ສະນັ້ນພວກເຮົາຕ້ອງໄດ້ທົບທວນຄືນໃໝ່, ປັບໂຕໄວຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີດີຈີຕອນຢ່າງມີປະສິດທິພາບຫຼາຍຂຶ້ນໃນການຈັດການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວລາວໃຫ້ສາມາດຮັບມືກັບການລັ່ງໄລຂອງນັກທ່ອງທ່ຽວຕ່າງປະເທດໃນອານະຄົດອັນໃກ້ນີ້ ແລະ ສໍາຄັນສຸດຈະສ້າງຄວາມປະທັບໃຈໃຫ້ພວກເຂົາເຈົ້າໄດ້ແນວໃດ 🙇🙇‍♂️🙇‍♀️.

ຂ່າວ ສວນນໍ້າພຸ ບ້ານຊຽງຍືນ ຫລ້າສຸດ
20/07/2022

ຂ່າວ ສວນນໍ້າພຸ ບ້ານຊຽງຍືນ ຫລ້າສຸດ

ຕິດຕາມ 8booking.biz
20/07/2022

ຕິດຕາມ 8booking.biz

Will Laos head up 👆 Vietnam or down 👇 Sri Lanka 🤔 ?
ລາວຈະກ້າວຂື້ນແບບ 👆 ຫວຽດນາມ ຫຼື ດີ່ງລົງແບບ👇 ສີລັງກາ 🤔 ?

ພາຍຫຼັງ ສປປລາວໄດ້ເປີດປະເທດເຕັມຮູບແບບໃນວັນທີ 9 ພຶດສາພາ 2022 ເປັນຕົ້ນມາ ບັນຍາກາດການເຂົ້າມາຂອງນັກທ່ອງທ່ຽວແມ່ນຫຼາຍຂຶ້ນຕາມລໍາດັບ 🎊🎊🎊 ໂດຍສະເພາະກນັກທ່ອງທ່ຽວຈາກປະເທດໄທ ຊື່ງເປັນສັນຍານທີ່ດີຂອງການຟື້ນຄືນຂອງເສດຖະກິດລາວ ເປັນຕົ້ນແມ່ນຂະແໜງການທ່ອງທ່ຽວ. ປະເທດລາວກໍ່ເປັນໃນນື່ງໃນປະເທດຢູ່ໃນໂລກທີ່ປະເຊີນບັນຫາທາງດ້ານເສດຖະກິດແຮງ 😟ໂດຍສະເພາະແມ່ນບັນຫາເງິນກີບອ່ອນຄ່າ, ອັດຕາແລ້ກປ່ຽນເໜັງຕີງແຮງ ແລະ ລາຄາສິນຄ້າແພງຂຶ້ນ🙂 ແຕ່ກະຍັງສາມາດປະຄອງໃຫ້ໄປຕໍ່ໄດ້.

📢🙋,,,,,,,,,

ໃນບົດຂຽນພາກນີ້ ທີ່ມີຊື່ວ່າ ‘Help Lao Tourism = Help Lao MSMEs' ປະກອບມີ ຢູ່ 9️⃣ ບົດຄວາມ ແລະ ແຕ່ລະບົດຄວາມຈະໄດ້ປ່ອຍອອກອາທິດ 1 ມີ 3 ມື້ ຄື ວັນຈັນ, ວັນພຸດ ແລະ ວັນສຸກ. ມື້ນີ້ກໍ່ແມ່ນ ຕອນທໍາອິດຂອງບົດຂຽນ 1️⃣
ຖ້າທ່ານຄິດວ່າການນໍາສະເໜີຂອງພວກເຮົາມີປະໂຫຍດ ແລະ ໄດ້ຄວາມຮູ້ຊ່ວຍກົດໄລ ແລະ ກົດແຊ ເພສ ແລະ ບົດຄວາມຂອງ 8booking.biz ຊ່ວຍພວກເຮົາແນ່ 🙏🙏🙏🙏🙏🙏🙏
=helpLaomsme
=helpLaoMSMEs


👉
www.8booking.biz
🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️🙇🏻‍♂️

(ຕໍ່)....ຊື່ງຕ່າງຈາກປະເທດສີລັງກາທີ່ເປັນຂ່າວໃນທົວໂລກ ເສດຖະກິດຂອງປະເທດເຂົາເຈົ້າມາຮອດຈຸດຫຼົມລະລາຍ ປະເທດບໍ່ມີເງິນຕາສາກົນພຽງພໍທີ່ຈະຊໍາລະການນໍາເຂົ້າສິນຄ້າທີ່ຈໍາເປັນໂດຍສະເພາະນໍ້າມັນລົດ⛽️, ນໍ້າມັນຄົວກີນ ແລະເປັນຜົນເຮັດໃຫັບັນດາຜູ້ປະກອບການຂະໜາດຈູນລະວິສະຫະກິດ, ວິສະຫະກິດຂະນ້ອຍ ແລະ ກາງ (MSME) ບໍ່ສາມາດເດີນຕໍ່ໄດ້ ປະຊາຊົນຂາດຄວາມຫວັງໃນການປະກອບອາຊີບຢູ່ພາຍໃນປະເທດ ເພາະບໍ່ສາມາດຫາລາຍໄດ້ພຽງພໍເພື່ອລ້ຽງປາກທ້ອງ ແລະ ຄອບຄົວ🤞 . ສະພາບດັ່ງກ່າວກົງກັນຂ້າມກັບປະເທດຫວຽດນາມທີ່ໄດ້ເປີດປະເທດໄວໃນການຕອນຮັບນັກທ່ອງທ່ຽວ ການເຂົ້າມາຂອງນັກທ່ອງທ່ຽວ ມັນໝາຍເຖີງການນໍາມາເຖີງເມັດເງີນຕາສາກົນມາສູ່ປະເທດ, ການຈ້າງງານ ແລະ ການຊູກຍູ້ໃຫ້ບັນດາທຸລະກິດ MSME ພາຍໃນເດີນໜ້າໄປຕໍ່ໄດ້ເຖີ່ງວ່າອາດຈະບໍ່ຢູ່ລະດັບດີເທົ່າກັບກ່ອນການແພ່ລະບາດຂອງພະຍາດໂຄວິດ19 🤧, ຍ້ອນການປັບໂຕໄວຂອງການເມືອງຫວຽດນາມ, ການມີສ່ວນຮ່ວມຂອງພາກທຸລະກິດທຸກຂະໜາດ ແລະ ຄວາມດຸໝັນເອງຂອງປະຊາຊົນຊາວຫວຽດນາມເອງເຮັດໃຫ້ປະເທດຫວຽດນາມກາຍເປັນປະເທດນື່ງທີ່ໜ້າຈັບຕາສູງຂອງບັນດານັກລົງທືນໃນໂລກ 🧐ໃນເດືອນຜ່ານມາ ບໍລິສັດ ແອັບໂປ (Apple) ກໍ່ໄດ້ປະກາດຍ້າຍຖານການຜະລິດຈາກປະເທດຈີນມາປະເທດຫວຽດນາມ ເຮັດຄວາມເຊື່ອໝັ້ນຂອງປະເທດຫວຽດເພີ່ມຂຶ້ນສູງໄປຕື່ມ💗.
🥇ເຄັດລັບຂອງປະເທດຫວຽດນາມແມ່ນຫຍັງ ? 1. ການຕັດສິນໃຈສູງຂອງການນໍາຂອງປະເທດຫວຽດນາມໃນການປະຕິຮູບປະເທດໃນຍາມທີ່ປະເທດອື່ນໆກໍາລັງລັງເລ, 2. ການປັບຕົວຂອງທຸກຂະແໜງການທຸລະກິດຂອງຫວຽດນາມຕັ້ງແຕ່ຂະແໜງການເງິນໄປຮອດຂະແໜງການກະສິກໍາຢ່າງເປັນຂະບວນການ, 3. ຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ , 4. ຄວາມດຸໝັນ, ແຂ່ງຂັນເຮັດວຽກຫຼາຍ ແລະ ປະຫຍັດເງິນຂອງປະຊາຊົນຫວຽດນາມເອງ💸 ແລະ 5. ສະຕິເປັນເຈົ້າການຂອງຄົນຫວຽດນາມເອງທີ່ພາກພູມໃຈໃນການຜະລິດເອງ, ນໍາໃຊ້ຜະລິດຕະພັນຕົນເອງ ແລະ ແຂງຂັນກ້າວໜ້າຂອງຄົນເຂົາເຈົ້າ👏👏👏.
🥈ຈາກຕົວຢາງຂອງປະເທດສີລັງກາ ແລະ ປະເທດຫວຽດນາມ ສັງຄົມຂອງປະເທດລາວເອງຄວນມີສະຕິສູງ ແລະ ເອົາໃຈໃສ່ເພີ່ມທະວີການຮັກສາຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງຫຼາຍຂຶ້ນ, ການເພີ່ມຂຶ້ນຂອງນັກທ່ອງທ່ຽວແບບກະໂດດມີທັງອັນດີ ແລະ ອັນບໍ່ດີຫຼາຍດ້ານ ໂດຍສະເພາະບັນດາທຸລະກິດ MSME ໃນຂະແໜງການທ່ອງທ່ຽວສ່ວນຫລາຍກໍາລັງປະເຊີນບັນຫາຂາດແຄນແຮງງານ ຊື່ງມັນໄດ້ຊໍ້າເຕີມບັນຫາຂາດແຄນເງິນໝູນວຽນທີ່ຊໍ້າເຮື້ອມາຈາກຜົນຂອງການແພ່ລະບາດຂອງພະຍາດໂຄວິດ19🤒 ໃນ 2 ປີຜ່ານມາ ຖ້າບັນດາພາກການທຸລະກິດ ແລະ ພາກລັດໃນຂະແໜງການທ່ຽວທ່ຽວບໍ່ສາມາດສ້າງຄວາມປະທັບໃຈ ແລະ ມອບປະສົບປະການທີ່ດີໃຫ້ແກ່ນັກທ່ອງທ່ຽວໄດ້ ນັ້ນກໍ່ໝາຍເຖີງຄວາມບໍ່ຍືນຍົງຂອງຂະແໜງການທ່ອງທ່ຽວພາຍໃນປະເທດ😿 ສະນັ້ນພາກລັດຄວນເຮັດຫຍັງ, ທຸລະກິດຂະແໜງການເງິນຄວນເຮັດຫຍັງ, ທຸລະກິດຕິດພັນກັບການທ່ອງທ່ຽວໂດຍກົງຄວນເຮັດຫຍັງ, ບັນດາທຸລະກິດ MSME ອື່ນໆຄວນມີສ່ວນຮ່ວມຫຍັງ ແລະ ປະຊາຊົນລາວຄວນປະຕິບັດໂຕແນວໃດເພື່ອຮັບຕອບແຂກຕ່າງປະເທດມາຢ້ຽມຢາມ ແລະ ຝາກຮ້ອຍຍີນໃຫ້ບັນດານັກທ່ອງທ່ຽວໄປຕະຫຼອດ🤔?

21/06/2022
Why not be you ?
13/06/2022

Why not be you ?

Interested in joining the World Bank Group? If you are 32 or younger, have graduate level education and a passion for international development, join us on June 15 at 11am ET and learn about the Young Professionals Program.

Accepting applications now: http://wrld.bg/RXrU50JuPZ3

ປະກາດຮັບສະໝັກໝູ່ຮ່ວມງານນໍາ ບໍລິສັດ FACNS ຜູ້ນໍາທາງດ້ານນະວັດຕະກໍາ ໂລກສະເໝືອນຈີງ VR, ຈັກກະວານຈີນຕະນາການ (Metaverse) ແລະ ສະ...
14/05/2022

ປະກາດຮັບສະໝັກໝູ່ຮ່ວມງານນໍາ ບໍລິສັດ FACNS ຜູ້ນໍາທາງດ້ານນະວັດຕະກໍາ ໂລກສະເໝືອນຈີງ VR, ຈັກກະວານຈີນຕະນາການ (Metaverse) ແລະ ສະໂຕດີໂອຈໍາລອງໂລກສະເໝືອນຈີງ (Virtual Studio) ປະສົບການໃໝ່ຂອງຄົນໜູ່ມຍຸກນີ້ຕ້ອງບໍ່ພາດ 🙋‍♀️🙋🙋‍♂️🙋‍♂️🙋‍♂️🙋‍♂️

ມາແລ້ວ ຊ່າງອ້າຍນອກຕໍານານ ແຫ່ງປະເທດລາວ
20/04/2022

ມາແລ້ວ ຊ່າງອ້າຍນອກຕໍານານ ແຫ່ງປະເທດລາວ

ປະກາດຮັບສະໝັກໝູ່ຮ່ວມງານ. ພວກເຮົາ ບ.ສ ຟ້າຊີເອັນເອັດສ ເປັນບໍລິສັດໃນການສ້າງນະວັດຕະກໍາໃໝ່ ລົງເລີກໃນດ້ານໄອທີ, ຖ່າຍທໍາ ສະຕູດີໂ...
03/03/2022

ປະກາດຮັບສະໝັກໝູ່ຮ່ວມງານ. ພວກເຮົາ ບ.ສ ຟ້າຊີເອັນເອັດສ ເປັນບໍລິສັດໃນການສ້າງນະວັດຕະກໍາໃໝ່ ລົງເລີກໃນດ້ານໄອທີ, ຖ່າຍທໍາ ສະຕູດີໂອ ແລະ ນະວັດຕະກໍາ ໂລກສະເໝືອນຈີງ VR360, ຈັກກະວານຈີນຕະນາການ Metaverse ແລະ ບັນດາ ແພດຟອມການຂາຍ ແລະ ການຈອງຕ່າງໆ
https://facns.la
https://8biz.biz
ສົນໃຈ ສາມາດຕິດຕໍ່ໄດ້ໂດຍ inbox, comment, email: [email protected] ຫລື WhatsApp: 020 7713 0259

super shot
25/02/2022

super shot

Who want to guess where is this 360 photo? ໃຜຕອບໄດ້ຮູບ 360 ອົງສານີ້ຢູ່ໃສ 🤔

ສົນໃຈໃຫ້ຖ່າຍພາບ ແລະ ວິດີໂອ ໂດຣນ 360 ອົງສາ ທັກມາໄດ້ເດີ 🙂

Address

209 Khounbulom Hatsadee
Vientiane
10001

Telephone

+85621255154

Alerts

Be the first to know and let us send you an email when N8 Channel posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to N8 Channel:

Videos

Share

Category

Nearby media companies

  • Bizgital

    Bizgital

    Floor Vientiane Plaza Hotel. Saylom Street


You may also like