ຄວາມສະຫງົບ Lao Security News

ຄວາມສະຫງົບ Lao Security News ເຜີຍແຜ່ຂ່າວສານຖືກຕ້ອງ-ຊັດເຈນ
(7)

ໄລຍະ 4 ວັນ ຂອງການສະຫຼອງບຸນປີໃຫມ່ລາວ ມີອຸປະຕິເຫດເກີດຂື້ນ 226 ຄັ້ງ ແລະ ມີຜູ້ເສຍຊີວິດ 24 ຄົນ.----------------------------ຕາ...
17/04/2024

ໄລຍະ 4 ວັນ ຂອງການສະຫຼອງບຸນປີໃຫມ່ລາວ ມີອຸປະຕິເຫດເກີດຂື້ນ 226 ຄັ້ງ ແລະ ມີຜູ້ເສຍຊີວິດ 24 ຄົນ.
----------------------------

ຕາມການລາຍງານຂອງເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບສະພາບການເກີດອຸປະຕິເຫດຂອງຜູ້ໃຊ້ລົດໃຊ້ຖະໜົນ ໃນໄລຍະ 4 ວັນ ຂອງການສະຫຼອງບຸນປີໃຫມ່ລາວ ຄື: ວັນທີ 13 ຫາ 16 ເມສາ 2024 ໃນທົ່ວປະເທດມີອຸບັດຕິເຫດ ເກີດຂຶ້ນທັງໝົດ 226 ຄັ້ງ, ມີພາຫະນະເປ່ເພ 408 ຄັນ, ຄົນໄດ້ຮັບບາດເຈັບ 419 ຄົນ ແລະ ເສຍ ຊີວິດ 24 ຄົນ.

ເຊິ່ງໃນນີ້ ມີອຸປະຕິເຫດທີ່ເກີດຂຶ້ນໃນວັນທີ 13 ເມສາ 2024 ຫຼື ມື້ທຳອິດຂອງການສະຫຼອງ ບຸນປີໃຫມ່ລາວແມ່ນ 60 ຄັ້ງ, ພາຫະນະເປ່ເພທັງໝົດ 111 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 113 ຄົນ ແລະ ເສຍຊີວິດ 5 ຄົນ; ແຂວງທີມີຄົນເສຍຊີວິດປະກອບມີ: ແຂວງຫຼວງພະບາງ ເສຍຊີວິດ 2 ຄົນ, ແຂວງສະຫວັນນະເຂດ ເສຍຊີວິດ 2 ຄົນ ແລະ ນະຄອນຫຼວງວຽງຈັນ ເສຍຊີວິດ 1 ຄົນ ແລະ ແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ແຂວງຫຼວງພະບາງ ເກີດຂຶ້ນ 8 ຄັ້ງ, ນະຄອນຫຼວງວຽງຈັນ ເກີດຂຶ້ນ 7 ຄັ້ງ, ແຂວງສະຫວັນນະເຂດ, ວຽງຈັນ ແລະ ແຂວງຈຳປາສັກ ເກີດຂຶ້ນ ແຂວງລະ 6 ຄັ້ງ, ແຂວງ ຫຼວງນໍ້າທາ ເກີດຂຶ້ນ 5 ຄັ້ງ, ແຂວງຫົວພັນ ເກີດຂຶ້ນ 4 ຄັ້ງ, ແຂວງຄໍາມ່ວນ ເກີດຂຶ້ນ 3 ຄັ້ງ ແລະແຂວງອື່ນໆ.

ສ່ວນໃນມື້ທີສອງຂອງການສະຫຼອງປີໃໝ່ລາວ ຄື: ໃນວັນທີ 14 ເມສາ 2024 ທົ່ວປະເທດມີ ອຸປະຕິເຫດເກີດຂຶ້ນ 78 ຄັ້ງ, ພາຫະນະເປ່ເພ 140 ຄັນ, ເປ່ເພເລັກນ້ອຍ 68 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ຄົນໄດ້ຮັບບາດເຈັບ 140 ຄົນ, ບາດເຈັບສາຫັດ 15 ຄົນ ແລະ ເສຍຊີວິດ 8 ຄົນ, ແຂວງທີ່ເກີດ ອຸປະຕິເຫດຫລາຍກ່ວາໝູ່ແມ່ນ ແຂວງວຽງຈັນ ອຸປະຕິເຫດເກີດຂຶ້ນ 9 ລາຍ, ຄົນເສຍຊີວິດ 1 ຄົນ.

ຂ່າວ: ແກ້ວປະເສີດ

ຮູ້ແລ້ວ ສາເຫດ ລົດເສຍຫລັກປີ້ນຢູ່ທາງດ່ວນ.-----------------------------ວັນທີ 16 ເມສານີ້ ເວລາ 13 ໂມງກວ່າ ເກີດອຸບປະຕິເຫດລົດໃຫ...
17/04/2024

ຮູ້ແລ້ວ ສາເຫດ ລົດເສຍຫລັກປີ້ນຢູ່ທາງດ່ວນ.
-----------------------------

ວັນທີ 16 ເມສານີ້ ເວລາ 13 ໂມງກວ່າ ເກີດອຸບປະຕິເຫດລົດໃຫຍ່ເສຍຫລັກປິ້ນລົງແຄມທາງ ແລະເກີດໄຟໄໝ້ລົດ ຢູ່ທາງດ່ວນເຂດບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານມານໍາຖືກໄຟໄໝ້ເສຍຊີວິດຄາຢູ່ໃນລົດຈໍານວນ 2 ຄົນ ເປັນເພດຊາຍ ສັນຊາດຈີນ.

ພັນໂທ ວັດທະນາ ຈິດຕະພົງ ເຈົ້າໜ້າທີ່ຈະລາຈອນປະຈໍາທາງດ່ວນວຽງຈັນ-ວັງວຽງ ໄດ້ໃຫ້ຮູ້ວ່າ: ກ່ຽວກັບອຸປະຕິເຫດຄັ້ງນີ້ວ່າ: ຜ່ານການລົງກວດກາຂອງເຈົ້າໜ້າທີ່ເຫັນວ່າລົດຄັນດັ່ງກ່າວເສຍຫລັກໄປຕຳໃສ່ຮາວສະທ້ອນແສງ ເຮັດໃຫ້ຕີນລົດເບື້ອງຂວາຕົກລົງຮ່ອງລະບາຍນ້ຳ ແລະ ພື້ນຊ່ວງລ່າງຂອງລົດຮຸກຖູກັບໜ້າທາງຄວາມຍາວ 260 ກວ່າແມັດ ແລ້ວໄປຕຳໃສ່ແທ່ງສີມັງຂອບທາງ ເຮັດໃຫ້ລົດປິ້ນເກີດປະກາຍໄຟລະເບີດລຸກໄໝ້, ເນື່ອງຈາກເປັນລົດສອງລະບົບນໍາໃຊ້ໄຟຟ້າ ແລະ ນ້ຳມັນ.

ໂອກາດນີ້ ພັນໂທ ວັດທະນາ ຈິດຕະພົງ ໄດ້ຮຽກຮ້ອງເຖິງຜູ້ນໍາໃຊ້ລົດ ໃຊ້ຖະໜົນເປັນເຈົ້າການຮ່ວມກັນ ເພື່ອຫລຸດຜ່ອນອຸບັດເຫດຕາມທ້ອງຖະໜົນ ໃຫ້ເພີ່ມຄວາມລະມັດລະວັງ ແລະມີສະຕິໃນການຂັບຂີ່, ກວດກາພາຫະນະຢ່າງລະອຽດທຸກຄັ້ງກ່ອນອອກເດີນທາງ ເຄົາລົບລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອຫລີກລຽງການສູນເສຍດ້ານຊີວິດ ແລະຊັບສິນຈາກອຸບປະຕິເຫດຕາມທ້ອງຖະໜົນ.

ແຫລ່ງຂ່າວ: ວສລ

ມື້ທີ 4 ສະຫຼອງປີໃໝ່ລາວ ເສຍຊິວິດ 3 ຄົນ-------------   ວັນທີ 16 ເມສາ 2024 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 39 ຄັ້ງ ເສຍຊ...
17/04/2024

ມື້ທີ 4 ສະຫຼອງປີໃໝ່ລາວ ເສຍຊິວິດ 3 ຄົນ
-------------
ວັນທີ 16 ເມສາ 2024 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 39 ຄັ້ງ ເສຍຊິວິດ ທັງໝົດ 3 ຄົນ; ທຽບໃສ່ໄລຍະດຽວກັນຂອງປີຜ່ານມາອຸບັດຕິເຫດ ແລະ ຜູ້ເສຍຊີວິດຫຼຸດລົງ.
ຕາມການລາຍງານອຸບັດຕິເຫດປີໃໝ່ລາວ ປະຈໍາວັນທີ 16 ເມສາ 2024 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 39 ຄັ້ງ, ພາຫະນະເປ່ເພທັງໝົດ 69 ຄັນ; ໃນນີ້, ເປເພເລັກໜ້ອຍ 32 ຄັນ, ເປ່ເພເລັກໜ້ອຍ 35 ຄັນ, ໃຊ້ການບໍ່ໄດ້ 2 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 75 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 39 ຄົນ, ສົມຄວນ 30 ຄົນ, ສາຫັດ 6 ຄົນ ແລະເສຍຊິວິດ 3 ຄົນ; ທຽບໃສ່ວັນທີ 16 ເມສາ 2023 ອຸບັດຕິເຫດຫຼຸດລົງ 15 ຄັ້ງ, ພາຫະນະເປ່ເພຫຼຸດລົງ 18 ຄັນ, ຄົນໄດ້ຮັບບາດເຈັບຫຼຸດລົງ 19 ຄົນແລະຜູ້ເສຍຊິວິດຫຼຸດລົງ 2 ຄົນ.
ສໍາລັບແຂວງທີ່ມີຜູ້ເສຍຊິວິດປະກອບມີ: ນະຄອນຫຼວງວຽງຈັນ ເສຍຊິວິດ 1 ຄົນ ແລະ ຢູ່ເສັ້ນທາງດ່ວນ ເສຍຊິວິດ 2 ຄົນ.

ລົດເສຍຫຼັກປີ້ນໄຟໄໝ້ລົດຢູ່ເສັ້ນທາງດ່ວນວຽງຈັນ - ວັງວຽງ ເສຍຊີວິດ 2 ຄົນ.__ນີ້ແມ່ນພາບເຫດລົດເສຍຫຼັກ-ໄຟໄໝ້ລົດຢູ່ທາງດ່ວນໃນວັນທີ ...
16/04/2024

ລົດເສຍຫຼັກປີ້ນໄຟໄໝ້ລົດຢູ່ເສັ້ນທາງດ່ວນວຽງຈັນ - ວັງວຽງ ເສຍຊີວິດ 2 ຄົນ.
__
ນີ້ແມ່ນພາບເຫດລົດເສຍຫຼັກ-ໄຟໄໝ້ລົດຢູ່ທາງດ່ວນໃນວັນທີ 16 ເມສາ 2024 ເກິດຂື້ນເວລາປະມານ 13:15 ນາທີ, ສໍາລັບຈຸດທີ່ເກີດເຫດແມ່ນຢຸ່ບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ. ເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ເປັນເພດຊາຍ ຊາວຈີນ ສະພາບຖືກໄຟໄໝ້.
ລາຍລະອຽດ ເຈົ້າໜ້າທີ່ຈະລາຍງານຕາມຫຼັງ.

"ການສົງນ້ຳພຣະພຸດທະຮູບ ສັນຍາລັກອີກຢ່າງຂອງການຫຼິ້ນບຸນປີໃໝ່ລາວ"----+ ວັນທີ 16 ເມສາ 2024 ກົງກັບວັນອັງຄານ ຂຶ້ນ 8 ຄໍ່າ ເດືອນ 5...
16/04/2024

"ການສົງນ້ຳພຣະພຸດທະຮູບ ສັນຍາລັກອີກຢ່າງຂອງການຫຼິ້ນບຸນປີໃໝ່ລາວ"
----
+ ວັນທີ 16 ເມສາ 2024 ກົງກັບວັນອັງຄານ ຂຶ້ນ 8 ຄໍ່າ ເດືອນ 5 ລາວ ກໍຄືວັນ ສັງຂານຂຶ້ນປີໃໝ່ ພສ 2567 ເຊິ່ງແມ່ນມື້ສຸດທ້າຍຂອງການສະຫຼອງບຸນປີໃໝ່ລາວຕາມຮີດຄອງປະເພນີ.
+ ໃນມື້ສຸດທ້າຍຂອງການສະຫຼອງບຸນປີໃໝ່, ເຫັນໄດ້ວ່າມວນຊົນຊາວນະຄອນຫຼວງວຽງຈັນ ແມ່ນພາກັນຮ່ວມສົງນ້ຳພຣະພຸດທະຮູບ ຕາມວັດວາອາຣາມແຫ່ງຕ່າງໆ ເພື່ອຄວາມເປັນສິລິມຸງຄຸນ ທັງມີການພາວະນາຂໍໃຫ້ມີຄວາມສະຫງົບສຸກ, ມີສຸຂະພາບແຂງແຮງຕະຫຼອດປີ ແລະ ຕະຫຼອດໄປ.
+ ໂດຍສະເພາະແມ່ນບັນຍາກາດການສົງນ້ຳພຣະ ທີ່ວັດອິນແປງ ມະຫາວິຫານ ແມ່ນມີບັນຍາກາດຄຶກຄື້ນມ່ວນຊື່ນຖືກຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ອີກທັງຮັກສາໄດ້ຄວາມສະຫງົບປອດໄພ.

+ ທ່ານ ບັນນາວົງ ໄຊຍະວົງ ປະຊາຊົນບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ:
+ ຕົນເອງເປັນຄົນໜຶ່ງທີ່ຮັກໃນການສືບສານປະເພນີວັດທະນະທຳການສົງນ້ຳພຣະພຸດທະຮູບໃນມື້ບຸນປີໃໝ່ລາວ, ໃນປີນີ້ກໍໄດ້ພາຄອບຄົວເລາະສົງນ້ຳພຣະພຸດທະຮູບ ແລ້ວ 3 ວັດ, ເຊິ່ງປີນີ້ຕັ້ງເປົ້າໄວ້ໃຫ້ໄດ້ຮອດ 9 ວັດ ເພື່ອຄວາມເປັນສິລິມຸງຄູນໃຫ້ແກ່ຕົນເອງ ແລະຄອບຄົວ.
+ ສຳລັບປີນີ້ເຫັນວ່າບັນຍາກາດການສົງນ້ຳພຣະແມ່ນມີບັນຍາກາດຟົດຟື້ນມ່ວນຊື່ນ, ມວນຊົນຈຳນວນຫຼາຍມາຮ່ວມສົງນ້ຳພຣະ ຖືວ່າເປັນການເອກອ້າງວັດທະນະທຳຮີດຄອງປະເພນີລາວ ໃຫ້ຊາວຕ່າງປະເທດໄດ້ຮັບຮູ້ຄວາມເປັນລາວ ໂດຍສະເພາະບຸນມີໃໝ່ລາວ.

ມື້ທີ 3 ສະຫຼອງປິໃຫມ່ລາວ ເສຍຊິວິດ 8 ຄົນຈາກອຸບັດຕິເຫດ----------------------   ວັນທີ 15 ເມສາ 2024 ເປັນມື້ສະຫຼອງປີໃຫມ່ລາວມື້...
16/04/2024

ມື້ທີ 3 ສະຫຼອງປິໃຫມ່ລາວ ເສຍຊິວິດ 8 ຄົນຈາກອຸບັດຕິເຫດ
----------------------
ວັນທີ 15 ເມສາ 2024 ເປັນມື້ສະຫຼອງປີໃຫມ່ລາວມື້ທີ 3 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 49 ຄັ້ງ ເສຍຊິວິດ ທັງໝົດ 8 ຄົນ.
ຕາມການລາຍງານອຸບັດຕິເຫດປີໃໝ່ລາວ ປະຈໍາວັນທີ 15 ເມສາ 2024 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 49 ຄັ້ງ, ພາຫະນະເປ່ເພທັງໝົດ 88 ຄັນ; ໃນນີ້, ເປເພເລັກໜ້ອຍ 45 ຄັນ, ເປ່ເພເລັກໜ້ອຍ 40 ຄັນ, ໃຊ້ການບໍ່ໄດ້ 5 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 91 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 47 ຄົນ, ສົມຄວນ 31 ຄົນ, ສາຫັດ 13 ຄົນ ແລະເສຍຊິວິດ 8 ຄົນ.
ແຂວງທີ່ມີຜູ້ເສຍຊິວິດປະກອບມີ: ແຂວງວຽງຈັນ ເສຍຊີວິດ 3ຄົນ, ແຂວງຫຼວງພະບາງ ເສຍຊີວິດ 2 ຄົນ, ແຂວງຜົ້ງສາລີ, ແຂວງບໍລິຄໍາໄຊ ແລະ ແຂວງ ສາລະວັນ ເສຍຊີວິດແຂວງລະ 1 ຄົນ.

ວັນນີ້ວັນດີວັນສັງຂານຂື້ນປີໃໝ່ ຈສ 1386 ວັນອອກໃໝ່ຂື້ນ 08 ຄໍ່າ ເດືອນຫ້າ ພສ 2567 ກົງກັບວັນອັງຄານທີ 16 ເມສາ 2024, ຂໍອວຍພອນໄຊໃ...
15/04/2024

ວັນນີ້ວັນດີວັນສັງຂານຂື້ນປີໃໝ່ ຈສ 1386 ວັນອອກໃໝ່ຂື້ນ 08 ຄໍ່າ ເດືອນຫ້າ

ພສ 2567 ກົງກັບ
ວັນອັງຄານທີ 16 ເມສາ 2024,

ຂໍອວຍພອນໄຊໃຫ້ຍາດໂຍມທຸກຄົນ ຈົ່ງມີອາຍຸຍືນຍາວໝັ້ນ ວັນນະໃສສ່ອງເຫຼື້ອມເປັນທີ່ສັດທາພຣະພຸດທະສາດສະໜາ ສຸຂະພາບແຂງແຮງ ມີຄວາມພຽນ ມີຄວາມອົດກັ້ນອົດທົນ ບຸກບືນອຸປະສັກທີ່ຂວາງກັ້ນ ແລະ ສຳເລັດພາລະທຸກສິ່ງຢ່າງທຸກໆປະການ".

ຈົ່ງຂ້າມຊ່ວງໄລຍະປີເຖາະ (ນາມກະຕ່າຍ) ແລະ ກ້າວກະໂດດສູ່ປີມະໂລງ (ນາມງູໃຫຍ່),

🙏ຂໍນ້ອມເອົາອໍານາດປາລະມີທັມຂອງອົງພຣະບາງ ພປົກປ້ອງປົກປັກຮັກສາສັບພະຊີວິດ ປວງປະຊາຊາດລາວເຮົາ ໃຫ້ຢູ່ຊຸ່ມກິນເຢັນຜາບແພ້ຄວາມທຸກໄຮ້ເຂັນໃຈ ປາສະຈາກໂຣຄາໂພຍໄພຍ ຄວາມໄຮ້ຊັບອັບປັນຍາ, ເງິນຄຳໄຫຼນອງຄູນບ້ານຄູນເຮືອນ ຄວາມສາມະຄີພ້ອມພຽງເປັນໜື່ງຕະຫຼອດປີ ແລະ ປວງປະຊາຊາດເຊື້ອລາວ ອາດຫານກ້າວເດີນອອກຈາກຄວາມຫຍຸ້ງຍາກວິກິດການດ້ານເສດຖະກິດໃຫ້ປະເທດຊາດຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ! ດ້ວຍເທີ້ນ

Cr: ສູນພຸດທະທັມຫຼວງພຣະບາງ

ກຳລັງປ້ອງກັນເຄື່ອນທີ່ເອົາໃຈໃສ່ກວດກາລາດຕະເວນ ເພື່ອປ້ອງກັນການສະຫຼອງປີໃໝ່ລາວ ໃຫ້ມີຄວາມສະຫງົບປອດໄພ            ພັຕ ກອງຄຳ ຈັນທ...
15/04/2024

ກຳລັງປ້ອງກັນເຄື່ອນທີ່
ເອົາໃຈໃສ່ກວດກາລາດຕະເວນ ເພື່ອປ້ອງກັນການສະຫຼອງປີໃໝ່ລາວ ໃຫ້ມີຄວາມສະຫງົບປອດໄພ

ພັຕ ກອງຄຳ ຈັນທະວົງ ຮັກສາການ ຫົວໜ້າ ກອງຮ້ອຍ 3 ກອງພັນ 133 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດໃນວັນທີ 15 ເມສາ 2024 ວ່າ: ໂດຍປະຕິບັດຕາມຄຳສັ່ງຂອງຂັ້ນ ໃນການປ້ອງກັນການສະເຫຼີມສະຫຼອງປີໃໝ່ລາວຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມສະຫງົບ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ກຳລັງປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ໃນການກວດກາລາດຕະເວນ ໃນຂອບເຂດ 4 ຕົວເມືອງໃນນະຄອນຫຼວງວຽງຈັນ ນັບແຕ່ວັນທີ 12 ເມສາເປັນຕົ້ນມາ ໂດຍມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ.​ (ເຊິ່ງການປ້ອງກັນສະຫຼອງບຸນປີໃໝ່ລາວ ພສ​ 2567​ ຂອງກຳລັງປ້ອງກັນເຄື່ອນທີ່ ແມ່ນຈະດຳເນີນໄປເຖິງ ວັນທີ​19​ ເມສາ​ 2024.)

ຜ່ານການຈັດຕັ້ງປະຕິບັດໜ້າທີ່ຜ່ານມາ ເຫັນວ່າຍັງມີຄວາມສະຫງົບດີ ປະຊາຊົນ ແມ່ນເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະຫງົບ ແລະ ປະຕິບັດຕາມແຈ້ງການຕ່າງໆຢ່າງເຂັ້ມງວດ ສະແດງອອກ​ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງປ້ອງກັນເຄື່ອນທີ່ໃນຂົງເຂດຄວາມຮັບຜິດຊອບ (ນັບແຕ່ວັນທີ​12​ຫາ​ ວັນທີ​ 15​ ເມສາ​ 2024​ ເວລາ​ 15:00​)​ ແມ່ນບໍ່ມີກໍລະນີເຫດການ​ ເກີດຂຶ້ນ. ນອກນັ້ນ, ກຳລັງປ້ອງກັນເຄື່ອນທີ່ ຍັງມີການປະຈຳການກຽມພ້ອມ ຕະຫຼອດ 24 ຊົ່ວໂມງ.

ພ້ອມດຽວກັນນີ້ ພັຕ ກອງຄຳ ຈັນທະວົງ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຈົ່ງເປັນເຈົ້າການຮ່ວມກັນຢ່າງເຂັ້ມງວດ ໃຫ້ມີສະຕິໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ເພື່ອຫຼີກລ່ຽງບັນຫາປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນໃຫ້ນະຄອນຫຼວງມີຄວາມສະຫງົບປອດໄພ.
ພາບ-ຂ່າວ: ບຸນເຫຼືອ

ຕຳຫຼວດຈະລາຈອນ ປະຈຳດ່ານນາດີປະຕິບັດໜ້າທີ່ ພົບເຫັນຜູ້ລະເມີດກົດ 369 ກໍລະນີຫຼາຍສຸດແມ່ນຂີ່ລົດໄວເກີນປ້າຍກຳນົດ!!!------------ເຖິ...
15/04/2024

ຕຳຫຼວດຈະລາຈອນ ປະຈຳດ່ານນາດີ
ປະຕິບັດໜ້າທີ່ ພົບເຫັນຜູ້ລະເມີດກົດ 369 ກໍລະນີ
ຫຼາຍສຸດແມ່ນຂີ່ລົດໄວເກີນປ້າຍກຳນົດ!!!
------------
ເຖິງແມ່ນວ່າ, ຕຳຫຼວດຈະລາຈອນ ປະຈຳດ່ານນາດີ ຈະມີຄວາມເຂັ້ມງວດໃນການປະຕິບັດໜ້າທີ່ ໂດຍສະເພາະການຄວບຄຸມຄວາມໄວຂອງຜູ້ຂັບຂີ່ແລ້ວກໍຕາມ ແຕ່ກໍຍັງມີນັກຂັບຂີ່ຈຳນວນໜຶ່ງ ຍັງຂັບຂີ່ລົດໄວເກີນປ້າຍທີ່ກຳນົດໄວ້ ເຊິ່ງຜ່ານການປະຕິບັດໜ້າທີ່ນັບແຕ່ວັນທີ 5-14 ເມສາ 2024 ເຈົ້າໜ້າທີ່ພົບເຫັນຜູ້ຂັບຂີ່ມີການຂັບຂີ່ລົດໄວເກີນປ້າຍຫ້າມ 112 ຄົນ.
ພັຕ ປາດຖະໜາ ລຸຍພານິດ ຮອງຫົວໜ້າກອງທາງຫຼວງ ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ຕຳຫຼວດຈະລາຈອນ ປະຈຳດ່ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ( ຈຸດກວດກາເສັ້ນທາງ 13 ເໜືອ ) ໄດ້ໃຫ້ສຳພາດໃນວັນທີ 15 ເມສາ 2024 ວ່າ: ສຳລັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ປະຈຳຢູ່ຈຸດນີ້ ແມ່ນໄດ້ເລີ່ມລົງປະຕິບັດໜ້າທີ່ ນັບແຕ່ວັນທີ 5 ເມສາ 2024 ເປັນຕົ້ນມາ; ເຊິ່ງໄດ້ເຮັດໜ້າທີ່ໃນການຄວບຄຸມຄວາມໄວ, ກວດກາເອກະສານ, ກວດການັກຂັບຂີ່ ( ໝວກກັນກະທົບ, ເຂັມຂັດນິລະໄພ ); ແລະທີ່ສຳຄັນແມ່ນກວດກາພາຫະນະທີ່ບໍ່ມີປ້າຍທະບຽນ ເພື່ອສະກັດກັ້ນບໍ່ໃຫ້ຄົນບໍ່ຫວັງກໍ່ຄວາມບໍ່ສະຫງົບ.
ພັຕ ຄຳເຄນ ສຸລິຍະວົງ ຫົວໜ້າຈຸກວດກາປະຈຳດ່ານນາດີ ກ່າວວ່າ: ເພື່ອສະກັດກັ້ນບໍ່ໃຫ້ມີອຸບັດເຫດເກີດຂຶ້ນ, ທາງຕຳຫຼວດຈະລາຈອນ ທີ່ປະຈຳຢູ່ດ່ານນາດີ ແມ່ນໄດ້ມີຄວາມເຂັ້ມງວດໃນການເຮັດໜ້າທີ່ຄວບຄຸມຄວາມໄວ, ສະກັດກັ້ນບໍ່ໃຫ້ມີການຂັບລົດຈັກເປັນພຶງເປັນແພ.
ການປະຕິບັດໜ້າທີ່ວິຊາສະເພາະຂອງຕຳຫຼວດຈະລາຈອນ ປະຈຳດ່ານນາດີ ນັບແຕ່ວັນທີ 5-14 ເມສາ 2024 ສາມາດສະຫຼູບສັງລວມໄດ້ດັ່ງນີ້:
-ໄດ້ອັດລົດກວດກາທັງໝົດ 516 ຄັນ, ພົບເຫັນການລະເມີດ 369 ກໍລະນີ ໃນນີ້ຫຼາຍກວ່າໝູ່ 3 ກໍລະນີແມ່ນ:
1. ຂັບຂີ່ລົດໄວເກີນປ້າຍກຳນົດ 112 ຄົນ.
2. ບໍ່ມີໃບຂັບຂີ່ 42 ຄົນ.
3. ບໍ່ຖືໃບຂັບຂີ່ 38 ຄົນ.
> ເຊິ່ງມາດຕະການຕໍ່ກໍລະນີຕ່າງໆທີ່ມີການລະເມີດ ແມ່ນເຈົ້າໜ້າທີ່ໄດ້ມີການສຶກສາອົບຮົມ-ກ່າວເຕືອນ, ອີກທັງມີການອອກໃບສັ່ງ-ກັກເອກະສານ.
ພັຕ ປາດຖະໜາ ລຸຍພານິດ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະແມ່ນຂັບຂີ່ລົດໄວເກີນກຳນົດ ເພື່ອເຮັດໃຫ້ໄລຍະການສະຫຼອງປີໃໝ່ລາວ ພສ 2567 ມີຄວາມປອດໄພ, ບັນຫາອຸບັດຕິເຫດຫຼຸດໜ້ອຍຖອຍລົງ.
ພາບ-ຂ່າວ: ບຸນເຫຼືອ

ປະທານປະເທດ ເຂົ້າຮ່ວມເປີດງານສະຫຼອງບຸນປີໃໝ່ລາວ ແລະ ປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ+++++++ງານບຸນປະເພນີປີໃໝ່ລາວ ແລະ ການສ...
15/04/2024

ປະທານປະເທດ ເຂົ້າຮ່ວມເປີດງານສະຫຼອງບຸນປີໃໝ່ລາວ ແລະ ປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ
+++++++
ງານບຸນປະເພນີປີໃໝ່ລາວ ແລະ ການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ ຈັດຂຶ້ນຢ່າງເປັນທາງການໃນວັນທີ 14 ເມສາຜ່ານມານີ້ ທີ່ເສັ້ນທາງສີສະຫວ່າງວົງ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍອະດີດການນໍາຂັ້ນສູງຈາກສູນກາງ, ເຈົ້າແຂວງ, ມີສະຖານກົງສູນໃຫ່ຍ ສສ ຫວຽດນາມ ແລະ ສປ ຈີນ, ປະຊາຊົນບັນດາເຜົ່າຊາວຫຼວງພະບາງ ລວມທັງແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານຈັດງານບຸນປະເພນີປີໃໝ່ລາວ ພສ 2567 ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ໄດ້ລາຍງານວ່າ: ການຈັດງານບຸນປະເພນີປີໃໝ່ລາວ ພສ 2567 ທີ່ເປັນງານບຸນປະເພນີຂອງຊາດລາວ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ; ໃນປີນີ້ ຖືວ່າມີຄວາມພ້ອມໃນທຸກດ້ານ, ພິເສດປີນີ້ ຄະນະຮັບຜິດຊອບໄດ້ນໍາເອົາກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນປະເພນີປີໃໝ່ລາວ ພສ 2567 ເພື່ອໂຄສະນາເຜີຍແຜ່ວັດທະນະທຳ, ວິຖີຊີວິດ ແລະ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ, ວາງສະແດງບັນດາຜະລິດຕະພັນການທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວອັນໂດດເດັ່ນທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຂອງແຂວງຫຼວງພະບາງ ໃຫ້ແຂກພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້.

ສໍາລັບແຂວງຫຼວງພະບາງ ໄດ້ກຳນົດເອົາ 2 ກິດຈະກໍາຫຼັກ ເປັນງານສະເຫຼີມສະຫຼອງປີທ່ອງທ່ຽວລາວຂອງແຂວງ ຄື: ງານບຸນປະເພນີປີໃໝ່ລາວ ແລະ ງານບຸນອອກພັນສາປະວໍລະນາ. ໃນໄລຍະຜ່ານມາ ອົງການປົກຄອງແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາ, ສົ່ງເສີມວຽກງານການທ່ອງທ່ຽວເປັນຂະແໜງການຫຼັກໃນການຊຸກຍູ້ເສດຖະກິດຂອງແຂວງ ແລະ ໃນຕໍ່ໜ້າ ຈະສືບຕໍ່ພັດທະນາບັນດາພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ໃຫ້ມີຄຸນະພາບ, ມີຫຼາຍສີສັນ, ຕິດພັນກັບການຟື້ນຟູ, ອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ, ປັດຈຸບັນທົ່ວແຂວງ ມີສະຖານທີ່ທ່ອງທ່ຽວ 228 ແຫ່ງ ຊຶ່ງເປີດບໍລິການແລ້ວ 158 ແຫ່ງ ແລະ ປີ 2024 ແຂວງຫຼວງພະບາງ ໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານ 7 ແສນເທື່ອຄົນ.

ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ກ່າວເປີດງານບຸນປະເພນີປີໃໝ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ໂດຍໄດ້ເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ, ຈາກພາກພື້ນ ແລະ ສາກົນ ທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງ ມາສໍາຜັດກັບບັນດາສະຖານທີ່ທ່ອງທ່ຽວ, ຮີດຄອງປະເພນີ ວັດທະນະທໍາ ທີ່ເປັນເອກະລັກສະເພາະ ຂອງຊາວຫຼວງພະບາງ. ພ້ອມນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ອະນຸກຳມະການຝ່າຍຕ່າງໆ, ນັບທັງພາກລັດ, ພາກທຸລະກິດ ຕະຫຼອດຮອດ ຊາວນະຄອນຫຼວງພະບາງ ແລະ ບັນດາເມືອງໃນທົ່ວແຂວງ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການກະກຽມບັນດາກິດຈະກຳ ບຸນປະເພນີປີໃໝ່ລາວ ພສ 2567 ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຊຶ່ງແມ່ນປາງບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ລະດັບຊາດ. ແມ່ນວັດທະນະທຳອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ສືບທອດປະຕິບັດກັນມາເປັນເວລາເຫິງນານ ຈົນເທົ້າເຖິງທຸກວັນນີ້.

ໂອກາດນີ້ ທ່ານ ປະທານປະເທດ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ແລະ ເປີດງານຢ່າງເປັນທາງການ. ໃນພິທີຜູ້ເຂົ້າຮ່ວມ ໄດ້ຊົມຂະບວນກ້ອນກໍາລັງຈາກຫຼາຍພາກສ່ວນ ພາຍໃນນະຄອນ ຫຼວງພະບາງ, ບັນດາເມືອງອ້ອມຂ້າງ ແລະ 13 ເຜົ່າ ທີ່ດຳລົງຊີວິດຢູ່ແຂວງຫຼວງພະບາງ ລວມທັງໝົດ 40 ຂະບວນ, ຊຶ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ.
(ຂ່າວ-ພາບ: ແຂວງຫຼວງພະບາງ)

14 ເມສາ ເສຍຊີວິດຈາກອຸບັດຕິເຫດ 8 ຄົນ----------------   ວັນທີ 14 ເມສາ 2024 ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 78 ຄັ້ງ ແລະເສຍຊ...
15/04/2024

14 ເມສາ ເສຍຊີວິດຈາກອຸບັດຕິເຫດ 8 ຄົນ
----------------
ວັນທີ 14 ເມສາ 2024 ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 78 ຄັ້ງ ແລະເສຍຊິວິດ 8 ຄົນ.
ຕາມການລາຍງານອຸບັດຕິເຫດປີໃໜ່ລາວ ພສ 2567 ປະຈໍາວັນທີ 14 ເມສາ 2024 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 78 ຄັ້ງ, ພາຫະນະເປ່ເພທັງໝົດ 140 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 140 ຄົນ ແລະ ເສຍຊິວິດ 8 ຄົນ; ແຂວງທີມີຄົນເສຍຊິວິດປະກອບມີ: ແຂວງຊຽງຂວາງ ເສຍຊິວິດ 2 ຄົນ, ແຂວງຫຼວງນໍ້າທາ, ແຂວງ ຫຼວງພະບາງ, ແຂວງວຽງຈັນ, ແຂວງ ບໍລິຄໍາໄຊ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ເສຍຊິວິດແຂວງລະ 1 ຄົນ.
ຈາກອຸບັດຕິເຫດເກີດຂຶ້ນນັ້ນທຽບໃສ່ໄລະຍະດຽວກັນປິຜ່ານມາ (14 ເມສາ 2023) ອຸບັດຕິເຫດຫຼຸດລົງ 4 ຄັ້ງ, ພາຫະນະເປເພເທົ່່າເດີມ, ຄົນໄດ້ຮັບບາດເຈັບຫຼຸດລົງ 16 ຄົນ ແລະ ຄົນເສຍຊິວິດເພີ່ມຂຶ້ນ 1 ຄົນ.

ກໍາລັງຕໍາຫຼວດຈະລາຈອນເມືອງໄຊເສດຖາ ເຂັ້ມງວດກວດພາຫະນະ ແລະ ອໍານວຍຄວາມສະດວກໄລຍະບຸນປີໃໝ່ລາວໃນວັນທີ 14 ເມສາ 2024 ນັກຂ່າວກົມສື່ມ...
14/04/2024

ກໍາລັງຕໍາຫຼວດຈະລາຈອນເມືອງໄຊເສດຖາ ເຂັ້ມງວດກວດພາຫະນະ ແລະ ອໍານວຍຄວາມສະດວກໄລຍະບຸນປີໃໝ່ລາວ

ໃນວັນທີ 14 ເມສາ 2024 ນັກຂ່າວກົມສື່ມວນຊົນ ປກສ ໄດ້ລົງສໍາພາດກໍາລັງຕໍາຫຼວດຈະລາຈອນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນການປະຕິບັດໜ້າທີ່ຕັ້ງຈຸດກວດກາ ແລະ ອໍານວຍຄວາມສະດວກໃຫ້ແກ່ມວນຊົນຊ່ວງໄລຍະບຸນປີໃໝ່ລາວ ພສ 2567.

ພັຕ ອຸໄລ ສີຫາມຸນຕີ ຮອງຫົວໜ້າໜ່ວຍງານຈະລາຈອນເມືອງໄຊເສດຖາ ໄດ້ໃຫ້ສໍາພາດວ່າ: ກໍາລັງຕໍາຫຼວດຈະລາຈອນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເລີ່ມຕັ້ງຈຸດກວດກາປະຕິບັດໜ້າທີ່ ແລະ ອໍານວຍຄວາມສະດວກໃຫ້ແກ່ມວນຊົນ ເລີ່ມຕັ້ງແຕ່ວັນທີ 12 ເມສາເປັນຕົ້ນມາ ແລະ ຄາດກະວ່າຈະຕັ້ງຈຸດກວດກາ ແລະ ອໍານວຍຄວາມສະດວກໄປຮອດວັນທີ 17 ເມສາ 2024. ໃນການປະຕິບັດໜ້າທີ່ແມ່ນໄດ້ແບ່ງອອກເປັນ 4 ຈຸດ; ເຊິ່ງ 3 ຈຸດແມ່ນຈຸດອໍານວຍຄວາມສະດວກໃຫ້ແກ່ມວນຊົນໄປຫົດສົງພຣະພຸດທະຮູບ ເຊັ່ນ: ເຂດໂພນເຄັງ, ພຣະທາດຫຼວງ ແລະ ເຂດໜອງບອນ; ສະເພາະຈຸທີ 4 ແມ່ນໄດ້ລົງກວດກາການສັນຈອນຂອງລົດເຂດເສັ້ນທາງ 450 ປີ ເພື່ອປ້ອງກັນການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ຈຶ່ງໄດ້ລົງມາທໍາການກວດກາ ແລະ ໃຫ້ມີຄວາມປອດໄພໃນການສັນຈອນຊ່ວງໄລຍະງານບູນປີໃໝ່ລາວ ເລີ່ມແຕ່ເວລາ 8 ໂມງ ຈົນເຖິງເວລາ 18 ໂມງ.

ຕະຫຼອດໄລຍະການປະຕິບັດຜ່ານມາເຫັນວ່າການສັນຈອນມີຄວາມສະດວກ, ລົດບໍ່ຫຼາຍ, ການໄປ-ມາສະດວກດີ ເຮັດໃຫ້ບັນດານັກຂັບຂີ່ສ່ວນຫຼາຍ ໄດ້ປະຕິບັດກົດລະບຽບການສັນຈອນເປັນຢ່າງດີ, ການຫຼິ້ນນໍ້າກໍປະຕິບັດໄດ້ດີ ບໍ່ປະກົດເຫັນການຫຼິ້ນນໍ້າເປື້ອນ, ນໍ້າສີ ແລະ ກໍາລັງຕໍາຫຼວດຈະລາຈອນເມືອງໄຊເສດກໍຈະສືບຕໍ່ປະຕິບັດຈົນຮອດມື້ທີ່ກໍານົດໄວ້ ກໍຄືວັນທີ 17 ຈຶ່ງຈະໄດ້ຢຸດເຊົາໃນການປະຕິບັດໜ້າທີ່ຊ່ວງໄລຍະງານບູນປີໃໝ່ລາວ.
ພາບ-ຂ່າວຄຳໂຖ

ສະຫຼອງປີໃໝ່ລາວມື້ທຳອິດເສຍຊີວິດຈາກອຸບັດຕິເຫດ 5 ຄົນ------------------   ວັນທີ 13 ເມສາ 2024 ເປັນມື້ທຳອິດຂອງການສະຫຼອງປີໃໝ່ລາ...
14/04/2024

ສະຫຼອງປີໃໝ່ລາວມື້ທຳອິດເສຍຊີວິດຈາກອຸບັດຕິເຫດ 5 ຄົນ
------------------
ວັນທີ 13 ເມສາ 2024 ເປັນມື້ທຳອິດຂອງການສະຫຼອງປີໃໝ່ລາວ ພສ 2567 ເຊິງກິດຈະກຳຫຼັກຂອງການສະຫຼອງກໍຄືພິທີແຮ່ນາງສັງຂານ ແລະ ມວນຊົນຈໍານວນຫຼວງຫຼາຍໃນທົ່ວປະເທດ ກໍຮ່ວມມ່ວນຊື່ນສ້າງສັນດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະພາໃຫ້ເກີດອຸບັດຕິເຫດຕາມມາ ເຊິ່ງສະແດງອອກໃນມື້ທໍາອິດຂອງການສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 60 ຄັ້ງ ແລະເສຍຊິວິດ 5 ຄົນ.
ຕາມການລາຍງານອຸບັດຕິເຫດປີໃໜ່ລາວ ປະຈໍາວັນທີ 13 ເມສາ 2024 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 60 ຄັ້ງ, ພາຫະນະເປ່ເພທັງໝົດ 111 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 113 ຄົນ ແລະ ເສຍຊິວິດ 5 ຄົນ; ແຂວງທີມີຄົນເສຍຊິວິດປະກອບມີ: ແຂວງຫຼວງພະບາງ ເສຍຊິວິດ 2 ຄົນ, ແຂວງສະຫວັນນະເຂດ ເສຍຊິວິດ 2 ຄົນ ແລະ ນະຄອນ
ຫຼວງວຽງຈັນ ເສຍຊິວິດ 1 ຄົນ.
ແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ແຂວງຫຼວງພະບາງ ເກີດຂຶ້ນ 8 ຄັ້ງ, ນະຄອນຫຼວງວຽງຈັນ ເກີດຂຶ້ນ7 ຄັ້ງ,ແຂວງສະຫວັນນະເຂດ, ວຽງຈັນ ແລະ ແຂວງຈໍາປາສັກ ເກີດຂຶ້ນ ແຂວງລະ 6 ຄັ້ງ, ແຂວງ ຫຼວງນໍ້າທາ ເກີດຂຶ້ນ 5ຄັ້ງ, ແຂວງຫົວພັນ ເກີດຂຶ້ນ 4 ຄັ້ງ, ແຂວງຄໍາມ່ວນ ເກີດຂຶ້ນ 3 ຄັ້ງ ແລະແຂວງອື່ນໆ.

ອຸບັດຕິເຫດ ລົດໃຫຍ່ຕຳກັບລົດຈັກເສຍຊີວິດຄາທີ່ 1 ຄົນວັນທີ 13 ເມສາ 2024 ໜ່ວຍກູ້ຊີບກູ້ໄພແມ່ຍິງລາວກ້າວໜ້າ ລາຍງານວ່າ: ເວລາປະມານ ...
13/04/2024

ອຸບັດຕິເຫດ ລົດໃຫຍ່ຕຳກັບລົດຈັກເສຍຊີວິດຄາທີ່ 1 ຄົນ

ວັນທີ 13 ເມສາ 2024 ໜ່ວຍກູ້ຊີບກູ້ໄພແມ່ຍິງລາວກ້າວໜ້າ ລາຍງານວ່າ: ເວລາປະມານ 15:35 ນາທີ ໄດ້ຮັບແຈ້ງເຫດມີ ລົດໃຫຍ່ຕຳກັບລົດຈັກ ຢູ່ເຂດ ບ້ານລັກຫີນ ເສັ້ນທາງຕັດໃຫມ່ດົງນາທອງ ຫາ ຫນອງບືກ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເຂົ້າກວດສອບເຫດພົບຜູ້ເສຍຊີວິດ 1 ຄົນ ເພດຊາຍ ອາຍຸ 38 ປີ ບ້ານລັກຫີນ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ເປັນຜູ້ຂັບຂີ່ລົດຈັກ.

ສ່ວນລາຍລະອຽດຂອງການເກີດອຸບັດຕິເຫດຄັ້ງນີ້ຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນຂອງເຈົ້າໜ້າທີ່.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ

ການສະເຫຼີມສະຫຼອງບຸນປີໃໝ່ ພສ 2567 ຄຽງຄູ່ກັບປີທ່ອງທ່ຽວລາວ 2024 ມີບັນຍາກາດຄຶກຄື້ນມ່ວນຊື່ນ.--------------------ໃນວັນທີ 13 ເມ...
13/04/2024

ການສະເຫຼີມສະຫຼອງບຸນປີໃໝ່ ພສ 2567 ຄຽງຄູ່ກັບປີທ່ອງທ່ຽວລາວ 2024 ມີບັນຍາກາດຄຶກຄື້ນມ່ວນຊື່ນ.
--------------------

ໃນວັນທີ 13 ເມສາ 2024 ກົງກັບມື້ຂື້ນ 5 ຄໍ່າ ເດືອນ 5 ລາວ ພສ 2567 ເຊິ່ງເປັນມື້ສັງຂານລ່ວງ ຫຼື ເປັນມື້ທໍາອິດຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ອົງການປົກຄອງນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເປັນຕົ້ນແມ່ນການແຫ່ພຣະພຸດທະເຈົ້າ ພຸດທະບາລະມີສີສະເກດ ພະເຈົ້າແກ້ວໂນລີ ສຸວັນນະລັດສະໝີ, ພະເຈົ້າຣັດຕະນະສຸວັນນະເກດ ແລະ ສົງພຣະພຸດທະຮູບ ຢ່າງຍິ່ງໃຫ່ຍ ໂດຍການເຂົ້າຮ່ວມນຳຂະບວນຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ, ພາກສ່ວນທີ່ກ່ຽວຂ້ອງ ແຂກທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງເປັນຂະບວນ.

ຂະບວນແຫ່ພຣະພຸດທະຮູບໃນຄັ້ງນີ້ ແມ່ນໄດ້ເລີ່ມແຫ່ຈາກວັດອິນແປງ ໄປຕາມຖະໜົນເສດຖາທິລາດ ຜ່ານວັດອົງຕື້, ວັດຫາຍໂສກ, ວັດມີໄຊ, ນໍ້າພຸ, ວັດສີສະເກດ ແລະ ວັດຫໍພະແກ້ວ ຮອດສີ່ແຍກໄຟອໍານາດໂຮງໝໍມະໂຫສົດ ແລ້ວໄປຕາມເສັ້ນທາງທີ່ໄດ້ກຳນົດໄວ້ ຫຼັງຈາກນັ້ນກໍ່ແຫ່ກັບຄືນວັດອິນແປງ ເຊິ່ງຕະຫຼອດໄລຍະຂະບວນແຫ່ຈະມີປະຊາຊົນບັນດາເຜົ່າ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫົດສົງພຣະພຸດທະຮູບຕະຫຼອດທາງ, ສຳລັບຂະບວນແຫ່ເຊິ່ງປະກອບມີ 15 ຂະບວນຄື: ຂະບວນຂອງພະສົງສໍາມະເນນ, ຂະບວນລາດສະລົດພຣະພຸດທະຮູບ, ຂະບວນລົດນໍ້າມົນ, ຂະບວນພາບາສີສູ່ຂັວນ, ຂະບວນປ້າຍຍິນດີຕ້ອນຮັບສູ່ນະຄອນຫຼວງວຽງຈັນ, ຂະບວນການນໍາເຖົ້າແກ່ແນວໂຮມຜູ້ຊົງຄຸນວຸດທິ, ຂະບວນລົດມະໂນລີໜຶ່ງ, ຂະບວນລົດແຄນລາວ ແລະ ໝໍລຳ-ໝໍແຄນ, ຂະບວນລົດສິລະປະວັດທະນະທໍາ, ຂະບວນຂົງເຂດການເມືອງ-ການປົກຄອງ, ຂະບວນອົງການຈັດຕັ້ງມະຫາຊົນ, ຂະບວນລົດມະໂຫລີສອງ, ຂະບວນມວນຊົນທົ່ວໄປ, ກ້ອນຂະບວນແຫ່ບ້ານວັດທະນະທໍາ ເມືອງນາຍຊາຍທອງ, ຂະບວນລົດຕໍາຫຼວດ, ລົດໂຮງໝໍ ແລະ ລົດກູ້ໄພ.

ພາຍຫລັງສຳເລັດການແຫ່ພຣະພຸດທະຮູບແລ້ວ ຂະບວນດັ່ງກ່າວ ກໍ່ໄດ້ເດີນທາງເຄື່ອນເຂົ້າສູ່ສວນນ້ໍາພຸ ເພື່ອຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຢູ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ເປັນກຽດເຂົ້າຮ່ວມໃນພິທີຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ຈະລາຈອນ ປກສ ເມືອງຈັນທະບູລີ ສຸມໃສ່ປະຕິບັດໜ້າທີ່ອໍານວຍຄວາມສະດວກໃຫ້ແກ່ພິທີກໍາທາງສາດສະໜາໃນງານປີໃໝ່ລາວ ປະຈໍາປີ ພສ 2567ເພື່ອເຮ...
13/04/2024

ຈະລາຈອນ ປກສ ເມືອງຈັນທະບູລີ ສຸມໃສ່ປະຕິບັດໜ້າທີ່ອໍານວຍຄວາມສະດວກໃຫ້ແກ່ພິທີກໍາທາງສາດສະໜາໃນງານປີໃໝ່ລາວ ປະຈໍາປີ ພສ 2567

ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກກາລະໜຶ່ງ, ຊາວລາວທັງຊາດ ກໍຄືຊາວນະຄອນຫຼວງວຽງຈັນ (ນວ) ໄດ້ຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນສົດໃສ, ຮັກສາໄດ້ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດລາວເຮົາ, ທັງຮັບປະກັນຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການສັນຈອນ ໄປ-ມາ ຕາມທ້ອງຖະໜົນມີຄວາມສະດວກສະບາຍ ໂດຍສະເພາະ ອໍານວຍຄວາມສະດວກໃຫ້ແກ່ງານພິທີກໍາທາງສາດສະໜາຕ່າງໆຕາມວັດວາອາລາມທີ່ເສັ້ນທາງລ່ອງ ເສັ້ນທາງເສດຖາທິລາດ ເມືອງຈະທະບູລີ ນວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງຈັນທະບູລີ ໄດ້ບັນຈຸກໍາ 100 ກ່ວາສະຫາຍ ລົງ 23 ຈຸດ, 1 ຈຸດຄອຍເຫດ ປະຈໍາ 24 ຊົ່ວໂມງ ເພື່ອອໍານວຍຄວາມສະດວກໃຫ້ແກ່ງານດັ່ງກ່າວ.

ພັທ ຫົງຄໍາ ລັດຖະຟ້າສະຫວ່າງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ຜູ້ຊີ້ນໍາກອງຕໍາຫຼວດຈະລາຈອນ ປກສ ເມືອງຈັນທະບູລີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 13 ເມສາ 2024 ວ່າ: ກອງຕໍາຫຼວດຈະລາຈອນ ປກສ ເມືອງຈັນທະບູລີ ໄດ້ບັນຈຸກໍາລັງລົງ 23 ຈຸດ, 1 ຈຸດຄອຍເຫດ ປະຈໍາ 24 ຊົ່ວໂມງ, ສົມທົບກັບພະແນກຕໍາຫຼວດຈະລາຈອນ ໄດ້ວາງກໍາລັງອ້ອມເຂດເມືອງຈັນທະບູລີ ໂດຍສະເພາະ ງານບຸນປີໃໝ່ລາວ ພສ 2567 ທີ່ເສັ້ນທາງລ່ອງ ເສັ້ນທາງເສດຖາທິລາດ ທີ່ມີຄວາມຈໍາເປັນຕ້ອງໄດ້ສ້າງກິດຈະກໍາ ໂດຍສະເພາະພັກ-ລັດ ໄດ້ສ້າງກິດຈະກໍາຂຶ້ນເພື່ອເປັນພິທີກໍາທາງສາດສະໜາໃນງານປີໃໝ່ລາວປີນີ້. ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຂອງພວກເຮົາໄດ້ຕັ້ງຈຸດດັ່ງກ່າວນີ້ ກໍຄືຈຸດໄຟແດງ ຫຼັກ 1 (ວັດອິນແປງ) ເປັນຈຸດທີ່ສໍາຄັນປິດເສັ້ນທາງລ່ອງ ເສັ້ນທາງເສດຖາທິລາດເສັ້ນນີ້ເພື່ອອໍານວຍຄວາມສະດວກໃຫ້ຂະບວນການແຫ່ພຣະພຸດທະຮູບ ແລະ ພິທີກໍາທາງສາດສະໜາ ໃນການຫົດສົງພຣະຕ່າງໆທີ່ທາງຂັ້ນເທິງໄດ້ຈັດຢ່າງເປັນລະບົບຄົບຊຸດ, ເຊິ່ງໄດ້ວາງກໍາລັງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ 100 ກວ່າສະຫາຍ, ຜ່ານການປະຕິບັດໜ້າທີ່ກໍາລັງຂອງພວກເຮົາກໍໄດ້ພຽບພ້ອມເຫັນວ່າມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ 100% ໃນການປະຕິບັດໜ້າທີ່ໃນຕອນເຊົ້າມື້ນີ້ກໍໄດ້ແກ້ໄຂການຈະລາຈອນຢ່າງມີຄວາມສະດວກສະບາຍ ແລະ ຍັງໄດ້ປະສານກັບເມືອງສີໂຄດຕະບອງ ຕີຈັງວະໃຫ້ການສັນຈອນ ໄປ-ມາ ສະດວກສະບາຍ ເອື້ອອໍານວຍຄວາມສະດວກໃຫ້ແກ່ງານດັ່ງກ່າວນີ້ ເຫັນວ່າດີ 100%.

ໂອກາດນີ້, ພັທ ຫົງຄໍາ ລັດຖະຟ້າສະຫວ່າງ ຍັງໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃຫ້ສັງເກດເບິ່ງ ແລະ ເອື້ອອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ໃນການຕີຈັງວະ ຫຼື ລະບາຍການສັນຈອນຢ່າງມີຄວາມເຂັ້ມງວດ, ຮຽກຮ້ອງມາຍັງຜູ້ຂັບຂີ່ຕ້ອງປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ຫຼີ້ນບຸນສົງການນີ້ ກໍຂໍໃຫ້ຫຼີ້ນຕາມລະບຽບກົດໝາຍທີ່ໄດ້ກໍານົດ, ແຈ້ງການທີ່ຂັ້ນເທິງວາງອອກ ແລະ ຂໍອວຍພອນໄຊອັນປະເສີດມາຍັງຜູ້ໃຊ້ລົດໃຊ້ຖະໜົນກໍານໍາພັກ-ລັດ ຈົງມີສຸຂະພາບທີ່ເຂັ້ມແຂງ ຫຼີ້ນບຸນປີໃໝ່ຢ່າງມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ.
ພາບ-ຂ່າວ: ແກ້ວ

"ພິທີແຫ່ເຄື່ອງສັກກາລະບູຊາ ເຈົ້າມະເຫສັກຫຼັກເມືອງ"--------------------+ ພິທີແຫ່ເຄື່ອງສັກກາລະບູຊາ ເຈົ້າມະເຫສັກຫຼັກເມືອງ ຍາແ...
13/04/2024

"ພິທີແຫ່ເຄື່ອງສັກກາລະບູຊາ ເຈົ້າມະເຫສັກຫຼັກເມືອງ"
--------------------

+ ພິທີແຫ່ເຄື່ອງສັກກາລະບູຊາ ເຈົ້າມະເຫສັກຫຼັກເມືອງ ຍາແມ່ສີເມືອງ ໃນງານບຸນປີໃໝ່ລາວ ພ.ສ 2567 ໄດ້ຈັດຂຶ້ນໃນວັນທີ 13 ເມສານີ້ ທີ່ວັດສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງນໍາພາໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ພະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ພະອາຈານໃຫຍ່ ລໍາເງິນ ສຸວັນນະສານ ກໍາມະການສູນກາງ ອພສ ຮອງ ອພສ ເມືອງສີສັດຕະນາກ ເຈົ້າອະທິການວັດສີເມືອງ ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນ ເຂົ້າຮ່ວມ.

+ ໃນພິທີແຫ່ຄັ້ງນີ້ ລວມມີ 4 ຂະບວນ ເຊິ່ງນໍາໂດຍຂະບວນພະສົງ, ຂະບວນການນໍາພັກ-ລັດ, ຂະບວນການໃສ່ຊຸຸດຊົນເຜົ່າ ແລະ ຂະບວນມະຫາຊົນທົ່ວໄປ ເພື່ອເປັນການສືບທອດຮີດຄອງປະເພນີທີ່ເຄີຍປະຕິບັດຜ່ານມາໃນທຸກໆປີ ເພື່ອຄວາມເປັນສິລິມຸງຄຸນໃຫ້ແກ່ບ້ານເມືອງ ອອກຕົນຍາດໂຍມ ແລະ ເປັນມື້ເປີດໃນການຫຼິ້ນນໍ້າສົງການປີໃໝ່ລາວ ພ.ສ 2567.

"ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ຮ່ວມຫົດສົງພຣະພຸດທະຮູບທີ່ວັດອົງຕື້"+ ຕອນເຊົ້າວັນທີ 13 ເມສາ 2024 ທີ່ວັດອົງຕື້ມະຫາວິຫານ ເມ...
13/04/2024

"ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ຮ່ວມຫົດສົງພຣະພຸດທະຮູບທີ່ວັດອົງຕື້"

+ ຕອນເຊົ້າວັນທີ 13 ເມສາ 2024 ທີ່ວັດອົງຕື້ມະຫາວິຫານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ການນຳພັກ-ລັດ, ພຣະສົງ-ສຳມະເນນ, ມວນຊົນ ເຂົ້າຮ່ວມກັນສູດປະຕິຣະມົງຄຸນບູຊາພະໃຫຍ່ອົງຕື້ ເຊິ່ງເປັນພຣະມິ່ງຂວັນເມືອງ ແຫ່ງແຜ່ນດິນລ້ານຊ້າງ, ມີພະມິ່ງເມືອງລາວທີ່ຕິດພັນກັບປະຫວັດສາດ.
+ ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ແລະ ມວນຊົນ ໄດ້ພາກັນຫົດສົງນໍ້າພຣະ ເພື່ອເປັນສີລິມຸງຄົນແກ່ບ້ານເມືອງ.

ປະທານປະເທດ ພ້ອມການນຳ ນວ ຮ່ວມເຮັດພິທີທາງສາສະໜາ ແລະ ບູຊາ ຫໍຫຼັກເມືອງ------------------------------------------------------...
13/04/2024

ປະທານປະເທດ ພ້ອມການນຳ ນວ ຮ່ວມເຮັດພິທີທາງສາສະໜາ ແລະ ບູຊາ ຫໍຫຼັກເມືອງ
---------------------------------------------------------
ໃນຕອນເຊົ້າ ວັນທີ 13 ເມສາ 2024 ກົງກັບວັນເສົາຂຶ້ນ 5 ຄໍ່າ ເດືອນ 5 ປີ ມະໂລງ ເປັນມື້ທຳອິດຂອງບຸນປີໃໝ່ລາວ ພສ 2567 (ມື້ສັງຂານລ່ວງ) ທີ່ວັດສີເມືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມພັນລະຍາ, ທ່ານ ທາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳ-ອະດີດການນຳນະຄອນຫຼວງ, ພະສົງ-ສຳມະເນນ ແລະ ຄະນະເມືອງລວມເຖິງພໍ່ແມ່ປະຊາຊົນ ໄດ້ເຮັດພິທີປ່ຽນຜ້າສີຫຼັກເມືອງ, ບາສີສູ່ຂວັນ, ຫົດສົງ ແລະ ບູຊາຫໍຫຼັກເມືອງ.
ເຊິ່ງບັນຍາກາດຕອນເຊົ້າຂອງ ວັນທີ 13 ເມສາ ການຫຼີ້ນບຸນປີໃໝ່ຢູ່ນະຄອນຫຼວງວຽງຈັນ ເຂດເມືອງເກົ່າ ແມ່ນຍັງບໍ່ທັນຄຶກຄື້ນ ຍ້ອນຫຼາຍຄົນກໍກຳລັງກະກຽມສະຖານທີ່ ແລະ ຫຼາຍວັດຍັງບໍ່ທັນເອົາພະພຸດທະຮູບລົງມາໃຫ້ມວນຊົນຫົດສົງເທື່ອ.
ພາບ-ຂ່າວ: ເສດຖະກິດ-ການຄ້າ

ຕຳຫຼວດຈະລາຈອນທົ່ວປະເທດ ສຸ່ມໃສ່ຮັກສາຄວາມປອດໄພໃນການສັນຈອນ ເພື່ອຮັບປະກັນໃຫ້ການສັນຈອນໃນຂອບເຂດທົ່ວປະເທດ ມີຄວາມສະດວກ, ການຂັບຂີ...
13/04/2024

ຕຳຫຼວດຈະລາຈອນທົ່ວປະເທດ ສຸ່ມໃສ່ຮັກສາຄວາມປອດໄພໃນການສັນຈອນ

ເພື່ອຮັບປະກັນໃຫ້ການສັນຈອນໃນຂອບເຂດທົ່ວປະເທດ ມີຄວາມສະດວກ, ການຂັບຂີ່ລົດຂອງປະຊາຊົນມີຄວາມປອດໄພ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທົ່ວປະເທດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ເຂັ້ມງວດ ກວດກາ ການໃຊ້ພາຫະນະຂອງນັກຂັບຂີ່ ໂດຍເນັ້ນໜັກວຽກງານໂຄສະນາ ສຶກສາອົບຮົມໃຫ້ນັກຂັບຂີ່ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ ແລະ ປະຕິບັດບັນດາຂໍ້ຫ້າມຕ່າງໆ ເພື່ອປ້ອງກັນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນປ້ອງກັນອຸປະຕິເຫດທາງຖະໜົນ;

ວັນທີ 11 ເມສາ 2024 ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງພະບາງ ຮ່ວມກັບ ເຈົ້າໜ້າທີ່ຂະແໜງຂົນສົ່ງ ພະແນກ ຍທຂ ແຂວງ ໄດ້ລົງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຄວາມປອດໄພຕາມທາງຫຼວງ ໂດຍການລົງຕິດຕາມ ແລະ ຊຸກຍູ້ ຂອງທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ, ການລົງຈັດຕັ້ງປະຕິບັດວຽກງານນີ້ກໍ່ເພື່ອກວດກາ, ແນະນຳ ແລະ ບັງຄັບໃຊ້ກົດໝາຍ ຕໍ່ນັກຂັບຂີ່ ເພື່ອຮັບປະກັນໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

ໃນວັນທີ 11 ແລະ 12 ເມສາ 2024 ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ວຽງຈັນ ກໍ່ໄດ້ຈັດຕັ້ງກຳລັງປະຈໍາການຄອຍເຫດລົງໂຄສະນາຕາມສາຍທາງ ສາມແຍກ ສີ່ແຍກ ແລະ ກວດກາຕາມສາຍທາງເລກທີ 10 ເລກທີ 11 ແລະ ເລລກທີ 13 ເໜືອ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ ຮັບປະກັນໃຫ້ການຈັດງານບຸນສະເຫຼີມສະຫຼອງ ບຸນປີໃໝ່ລາວ ມີຄວາມສະຫງົບປອດໄພ ແລະ ມີຄວາມເບີກບານມ່ວນຊື່ນ.
ສຳລັບ ເຈົ້າໜ້າທີ່ຕຳຫຼວດຈະລະຈອນແຂວງຈຳປະສັກ ແມ່ນໄດ້ນໍາໃຊ້ລົດສະຫຼາມ-ມ້າຂ່າວ ເຄື່ອນໄຫວໂຄສະນາ ປຸກລະດົມໃຫ້ປະຊາຊົນຊາວນະຄອນປາກເຊ ໃຫ້ມີສະຕິໃນການຫຼິ້ນບຸນປີ ໃໝ່ລາວ ໂດຍສະເພາະແມ່ນການຂັບຂີ່ລົດໃຫ້ມີຄວາມປອດໄປໄພ (ປ່ອຍສຽງ)

ພ້ອມດຽວກັນນັ້ນ ຢູ່ບັນດາແຂວງ ເຈົ້າໜ້າທີຕຳຫຼວດຈະລາຈອນກໍ່ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງຢ່າງຫ້າວຫັນ ຕັ້້ງຈຸດກວດກາ ແລະ ຄ່ອຍເຫດຕະຫຼອດ 24 ຊົ່ວ ຕາມຄຳຂວັນທີ່ວ່າ: ເວລາປະຊາຊົນນອນ ຕຳຫຼວດຕື່ນ! ເວລາປະຊາຊົນມ່ວນຊື່ນ ຕຳຫຼວດປ້ອງກັນ”.

ຂ່າວ: ພັຕ ຄຳແສງ ປັນຍາ

ຈັດພິທີຄອບໄຂວ້ເພື່ອຂໍຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນບັນດາເຜົ່າ………………………………………..​ໃນເວລາ 6:00 ໂມງ ຂອງວັນທີ 13 ເມສາ 2024 ໄດ້...
13/04/2024

ຈັດພິທີຄອບໄຂວ້ເພື່ອຂໍຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນບັນດາເຜົ່າ
………………………………………..
​ໃນເວລາ 6:00 ໂມງ ຂອງວັນທີ 13 ເມສາ 2024 ໄດ້ຈັດພິທີຄອບໄຂ້ວ ຢູ່ຕໍ່ໜ້າພະທາດຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ພະເຖລານຸເຖລະ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ທ່ານນາງ ບົວວຽງ ເພັດທະລານຄຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ນາງ ບົວວຽງ ເພັດທະລານຄຳໄດ້ໃຫ້ສຳພາດວ່າ: ໃນທຸກປີໆກ່ອນຈະສະເຫຼີມສະຫຼອງບຸນປີ ໃໝ່ລາວ ແລະ ນຳພະລົງຫົດສົງ ກໍໄດ້ຈັດພິທີຄອບໄຂ້ວ ແລະ ຄາລະວາບູຊາສິ່ງສັກສິ່ງ ກໍຄື ບັນພະບູລຸດທີ່ໄດ້ສ້າງສາປະເທດຊາດ ກໍຄື ນະຄອນຫຼວງວຽງຈັນ ເຊັ່ນ:ບູຊາປູ່ມະຫາທາດ ແລະ ພະເຈົ້າໄຊຍະເສດຖາ ເຈົ້າຟ້າງຸ່ມມະຫາລາດ ພະຍາຈັນທະບູລີປະສິດທິສັກ ແລະ ເຈົ້າອານຸວົງ ເຊິ່ງໃນການຄອບໄຂ້ວໃນຄັ້ງນີ້ປະກອບມີເຄື່ອງບູຊາຄື: ຂັນຄວບປີ ຂັນ 30 ບາລະມີ ໝາກເບັ່ງ 5 ກາບ 7 ກາບ ແລະ 9 ກາບ ພ້ອມ ພາຫວານ 15 ພາ ຂັນ 5 ໂດຍໄດ້ນຳເອົາພາຫວານໄປບູຊາໃສ່ 4 ແຈພະທາດຫຼວງທາງດ້ານລຸ່ມ ພ້ອມກັນນັ້ນກໍມີ ພາ 9 ລວມມີເຄື່ອງ 9 ຢ່າງຄຳໝາກກອກຢາໂດຍຈະນຳໄປວາງໃສ່ 4 ແຈພະທາດຫຼວງດ້ານເທິງໃຫ້ເທວະບຸດເທວະດາເທບພົມທີ່ເພີ່ນຮັກສາພະທາດຫຼວງ ພ້ອມນັ້ນ ນຳໄປວາງບູຊາຮູບຈຳລອງເຈົ້າຊາຍວໍລະມັນທີ່7 ນຳໄປບູຊາພະເຈົ້າໄຊເສດຖາ ແລະ ໜອງສະພັງເລນ ແລະ ຫໍພະພຸດທະມະຫາໄຊຍະມຸງຄຸນ ການຈັດພິທີຄອບໄຂ້ວໃນຄັ້ງນີ້ຂຶ້ນກໍເພື່ໃຫ້ປະເທດຊາດບ້ານເມືອງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນບັນດາເຜົ່າຢູ່ຊຸມກິນເຢັນ ຫຼັງຈາກສຳເລັດພິທີຄອບໄຂວ້ແລ້ວໃນວັນດຽວກັນເວລາ 15:00 – 16:00 ກໍຈະມີພິທີທາງການຄື ນິມົນພະສົງ 45 ອົງເຊິ່ງໝາຍເຖິງ ພະທາດຫຼວງມີຄວາມສູງ 45 ແມັດ ອາຍຸພະພຸດທະເຈົ້າ 45 ປີ ເພື່ອມາເຮັດພິທີສູດນໍ້າມົນ ແລະ ນຳເອົາພະຄຳລົງມາຫົດສົງ.
​ສະນັ້ນຂ້າພະເຈົ້າໃນນາມກຳມະການແນວລາວສ້າງຊາດສະໄໝທີ 3 ແລະ ໃນນາມປະທານບໍລິສັດເພັດບັນດິດກໍ່ສ້າງ ແລະ ຕາງໜ້າໃຫ້ ບໍລິສັດເພັດມີໄຊ ຄິງພາວເວີ ຕາງໜ້າບໍລິສັດທີ່ສຳປະທານໃນທາດຫຼວງທັງສອງບໍລິສັດ ແລະ ຕາງໜ້າຜູ້ໜຶ່ງທີ່ເປັນຄົນລາວຢູ່ໃນນະຄອນຫຼວງວຽງຈັນໄດ້ມາເຮັດພິທີຄອບໄຂ້ວໃນຄັ້ງນີ້ເພື່ອໃຫ້ປະຊາຊົນລາວທຸກຄົນຢູ່ຊຸມກິນເຢັນ ແລະ ໃນໂອກາດນີ້ຂໍອວຍພອນການນຳ ພັກ-ລັດ ທຸກຂັ້ນ ຂໍອວຍພອນໃຫ້ພວກທ່ານມີຄວາມສຸກຄວາມຈະເລີນອາຍຸໝັ້ນຂັວນຍືນ ເປັນຮົ່ມໂພຮົ່ມໄຊໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າໄດ້ເພີ່ງພາອາໃສ.
ພາບ-ຂ່າວ: ວຽງຈັນທຸລະກິດ-ສັງຄົມ

(13.4.24) ພາບບັນຍາກາດແຫ່ພະທອງຢູ່ວັດພະທອງ ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໃນໂອກາດປີໃຫມ່ລາວ ພສ 2567 ພາບ: ວິທະຍຸແຫ່ງຊາດ
13/04/2024

(13.4.24) ພາບບັນຍາກາດແຫ່ພະທອງຢູ່ວັດພະທອງ ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໃນໂອກາດປີໃຫມ່ລາວ ພສ 2567
ພາບ: ວິທະຍຸແຫ່ງຊາດ

ເມົາບໍ່ຂັບຂີ່ເດີພີ່ນ້ອງ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ #ຮັກຊີວິດຢ່າຄິດຂັບຂີ່ໃນເວລາເມົາ
13/04/2024

ເມົາບໍ່ຂັບຂີ່ເດີພີ່ນ້ອງ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ
#ຮັກຊີວິດຢ່າຄິດຂັບຂີ່ໃນເວລາເມົາ

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ມີຄວາມພ້ອມ 100% ໃນການປ້ອງກັນບຸນປີໃໝ່ລາວ ພສ 2567 ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາ...
13/04/2024

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ມີຄວາມພ້ອມ 100% ໃນການປ້ອງກັນບຸນປີໃໝ່ລາວ ພສ 2567

ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍໃນສັງຄົມ ກໍຄື ແຂວງຫຼວງນ້ຳທາ ໃນບຸນສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ນີ້, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ກໍເປັນກຳລັງໜຶ່ງທີ່ມີຄວາມພ້ອມ ໃນການເຄື່ອນໄຫວປ້ອງກັນບຸນດັ່ງກ່າວ.

ພັທ ສິງຄຳ ອຸດົມພອນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ການກະກຽມປ້ອງກັນບຸນປີໃໝ່ລາວ ພສ 2567 ນີ້ ພາຍຫຼັງໄດ້ຮັບຄຳສັ່ງຈາກ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ກໍໄດ້ເຕົ້າໂຮມວາງແຜນ ແລະ ບັນຈຸກຳລັງຕາມທິດຊີ້ນຳຂອງຂັ້ນເທິງ ພ້ອມທັງໄດ້ຈັດຕັ້ງເວນຍາມ ໂດຍສະເພາະແມ່ນຈຸປະຈຳການ ເຊິ່ງປະກອບມີ 3 ຈຸ, ມີກຳລັງ 60 ກວ່າສະຫາຍ, ຈະໄດ້ຈັດວາງກຳລັງຢູ່ບັນດາສຳນັກງານໃຫຍ່, ບັນດາຫົວໜ່ວຍທຸລະກິດອ້ອມຂ້າງແຂວງ ແລະ ເຄື່ອນໄຫວລາດຕະເວນຂອບເຂດທີ່ເປັນຈຸດທີ່ມີຄວາມສ່ຽງ ແລະ ແອອັດຕ່າງໆ ເພື່ອຮັກສາໃຫ້ໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ສຳລັບການປ້ອງກັນບຸນປີໃໝ່ລາວຄັ້ງນີ້ ແມ່ນຈະໄດ້ເລີ່ມແຕ່ວັນທີ 13-18 ເມສາ 2024, ປັດຈຸບັນແມ່ນມີຄວາມພ້ອມ 100%.

ຂ່າວ: ຮອ ທະວີສັກ

ຈະລາຈອນ ນະຄອນຫຼວງວຽງຈັນ ສຸມກໍາລັງປ້ອງກັນ ແລະ ລະບາຍການສັນຈອນໃນມື້ແຫ່ຂະບວນພະພຸດທະຮູບ----------------------      ພັທ ສັງຄົມ...
12/04/2024

ຈະລາຈອນ ນະຄອນຫຼວງວຽງຈັນ ສຸມກໍາລັງປ້ອງກັນ ແລະ ລະບາຍການສັນຈອນໃນມື້ແຫ່ຂະບວນພະພຸດທະຮູບ
----------------------

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ໄດ້ໃຫ້ສໍາພາດວ່າ: ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ມວນຊົນຊາວນະຄອນຫຼວງວຽງຈັນ ແລະ ແຂກຕ່າງດາວ, ຊາວຕ່າງປະເທດ ທີ່ຈະມາຮ່ວມຂະບວນການແຫ່ພະພຸດ, ພະຮູບ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ໃນວັນທີ 13 ເມສາ 2024 ນີ້, ນັບແຕ່ວັດອິນແປງໄປຕາມຖະໜົນເສດຖາທິລາດ ໂດຍຜ່ານວັດອົງຕື້, ວັດຫາຍໂສກ, ວັດມີໄຊ ແລ້ວອ້ອມວຽນກັບຄືນມາວັດອິນແປງຄືເກົ່າ, ສໍາລັບການຈັດສັນສັ້ນທາງ ແລະ ອໍານວຍຄວາມສະດວກ ທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ມີການປິດເສັ້ນທາງການສັນຈອນຊົ່ວຄາວບາງເສັ້ນເພື່ອອໍານວຍຄວາມສະດວກ, ຄວາມປອດໄພໃຫ້ແກ່ຂະບວນການແຫ່ພະພຸດ, ພະຮູບຂອງມວນຊົນຊາວນະຄອນຫຼວງວຽງຈັນ.

ຂ່າວ: ສະຫຍາມ.

ນະຄອນຫຼວງພະບາງ ຈະປິດບາງເສັ້ນທາງເພື່ອອຳນວຍຄວາມສະດວກໃຫ້ແກ່ການສະຫຼອງປີໃຫມ່ລາວ-----++++-------ວັນທີ 12 ເມສາ 2024, ພັທ  ໄວຍະສ...
12/04/2024

ນະຄອນຫຼວງພະບາງ ຈະປິດບາງເສັ້ນທາງເພື່ອອຳນວຍຄວາມສະດວກໃຫ້ແກ່ການສະຫຼອງປີໃຫມ່ລາວ
-----++++-------
ວັນທີ 12 ເມສາ 2024, ພັທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງພະບາງ ຮ່ວມກັບ ຜູ້ຕາງໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ ແລະພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບແຜນການປ້ອງກັນການຈັດສັນຄວາມເປັນລະບຽບຮຽບຮ້ອຍງານບຸນປີໃໝ່ລາວ ພສ 2567.

ພັທ ໄວຍະສັກ ຄຳພິຈິດ ກ່າວວ່າ: ການຈັດງານບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ພື້ນທີຈັດງານໂລະລາດ, ແຫ່ວໍ່ ສ່ວນໃຫ່ຍແມ່ນນຳໃຊ້ເສັ້ນທາງເປັນພື້ນທີຈັດງານ ຈື່ງມີຄວາມຈຳເປັນປິດເສັ້ນທາງບາງເສັ້ນທາງ ໃນນັ້ນ ມື້ວັນທີ 13 ເມສາ 2024 ເປັນມື້ຈັດງານຕະຫຼາດນັດມວນຊົນ (ໂລະລາດ) ແລະ ລົງດອນຊາຍມຸງຄຸນ ຈະໄດ້ມີການປິດການສັນຈອນ ແຕ່ສາມແຍກອານຸສາວະລີທ່ານ ໄກສອນ ພົມວິຫານ ຫາ ສີ່ແຍກຮ່ອມຕາດໝໍ້ ໃນເຂດມໍລະດົກໂລກ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ ຕັ້ງແຕ່ເວລາ 5 ໂມງ ຫາ ເວລາ 13 ໂມງ, ມື້ວັນທີ 14 ແລະ 16 ເມສາ 2024 ເປັນມື້ແຫ່ຫວໍ່ຂື້ນ ແລະ ແຫ່ຫວໍ່ລ່ອງ ຈະໄດ້ມີການປິດການສັນຈອນ ແຕ່ໜ້າຫ້ອງວ່າການແຂວງ ຮອດ ສາມແຍກປາກຄານ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ, ຫາກທ່ານໃດຫາກມີຈຸດປະສົງທີ່ຈະເຂົ້າໄປຮ່ວມງານບຸນ ແມ່ນໃຫ້ຈອດລົດຂອງທ່ານໄວ້ທີ່ເດີ່ນຊາວມັງກອນ, ອ້ອມຮອບສວນສາທາລະນະລ້ານຊ້າງ, ໂຮງຮຽນມັດທະຍົມສົມບູນພັນຫຼວງ, ໂຮງຮຽນມັດທະຍົມສົມບູນສັນຕິພາບ, ສະຖານີຂົນສົ່ງລົດຕູ້ບ້ານນາຫຼວງ, ສະຖານີຂົນສົ່ງລົດເມບ້ານນາຫຼວງ, ອ້ອມຮອບສະໜາມກິລານາຫຼວງ, ສະຖານທີ່ອື່ນໆຕາມຄວາມເໝາະ ແລະ ຕາມການການແນະນຳຂອງເຈົ້າໜ້າທີ, ສະເພາະຜູ້ທີ່ມີຈຸດປະສົງ ສັນຈອນຜ່ານເຮືອບັກຂ້າມນ້ຳຂອງ ລະຫ່ວາງ ນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ໃນວັນທີ 13, 14, ແລະ 16 ເມສາ 2024 ແມ່ນໃຫ້ໄປນຳໃຊ້ເສັ້ນທາງທ່າບັກ ບ້ານຊຽງແກ້ວ ນະຄອນ ຫຼວງພະບາງ ຫາ ບ້ານຈ່ານເໜືອ ເມືອງຈອມເພັດ.

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ນັກຂັບຂີ່ ພ້ອມກັນເຄົາລົບ ແລະປະຕິບັດກົດຈະລາຈອນທາງບົກ ຢ່າງເຂັ້ມງວດເຊັ່ນວ່າ: ທຸກຄັ້ງກ່ອນອອກຈາກເຮືອນ ຕ້ອງຖືເອກະສານລົດໃຫ້ຄົບຖ້ວນ, ກວດກາສະພາບເຕັກນິກລົດໃຫ້ດີ, ຜູ້ຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະຜູ້ຊ້ອນທ້າຍ, ລົດໃຫ່ຍໃຫ້ຄັດສາຍແອວນີລະໄພ, ເມົາບໍ່ຂັບ, ບໍ່ລົມໂທລະສັບເວລາຂັບຂີ່ລົດ ແລະປະຕິບັດຕາມການສັນຍານລະບາຍລົດ ຂອງເຈົ້າໜ້າທີຢ່າງເຂັ້ມງວດ ເພື່ອສະກັດກັ້ນອຸບັດຕິເຫດທີຈະເກີດຂື້ນໃນໄລຍະຫຼີ້ນບຸນປີໃໝ່ລາວນີ້.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

Address

ບ້ານແສງສະຫວ່າງ
Vientiane
10280

Alerts

Be the first to know and let us send you an email when ຄວາມສະຫງົບ Lao Security News posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Share

ຄວາມສະຫງົບລາຍວັນ

“ຄວາມສະຫງົບ ຄື ເພກໃໝ່ຂອງ ໜັງສືພິມຄວາມສະຫງົບ” ໃຫ້ຂ່າວຖືກຕ້ອງ-ຊັດເຈນ, ທັນເຫດການ, ເປັນປາກກະບອກສຽງຂອງສັງຄົມ, ເຮັດໜ້າທີ່ສໍາຄັນໃນການໂຄສະນາເຜີຍແຜ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ເຜີຍແຜ່ລະບຽບກົດໝາຍຂອງລັດ ແລະ ຜົນງານ-ການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງ ປກສ ນັບທັງສູນກາງ ແລະ ທ້ອງຖິ່ນ. ຄວາມສະຫງົບລາຍວັນ ເປັນສື່ກາງອັນສໍາຄັນໃຫ້ແກ່ປະຊາຊົນລາວບັນດາເຜົ່າກັບການຈັດຕັ້ງພັກ-ລັດ ເພື່ອພັດທະນາກໍາລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ ແລະ ຍົກສູງຄຸນນະພາບຂອງວຽກງານປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດໃຫ້ມີບາດກ້າວອັນໃໝ່.


Other News & Media Websites in Vientiane

Show All