muan.la ຕິດຕາມຂ່າວສານຄວາມຮູ້ສາລະບັນເທີງ ມ່ວນໆ ໄດ້ທີ່ນີ້! ມ່ວນແບບມີສາລະ ມ່ວນ - ບັນເທີງຄຸນນະພາບ ສ້າງສັນສັງຄົມ ອຸດົມປັນຍາ ພາການປ່ຽນແປງທາງບວກ

ງານວາງສະແດງສິລະປະທີ່ໜ້າຮັກອົບອຸ່ນຂະໜາດນີ້ ເຂົ້າຟຣີເດີ 🥰ພົບກັບສິລະປິນຈາກປະເທດໄທ WIFI. ແລະ Artgineer Studio ພ້ອມກັບເຫຼົ່າສ...
06/02/2024

ງານວາງສະແດງສິລະປະທີ່ໜ້າຮັກອົບອຸ່ນຂະໜາດນີ້ ເຂົ້າຟຣີເດີ 🥰
ພົບກັບສິລະປິນຈາກປະເທດໄທ WIFI. ແລະ Artgineer Studio ພ້ອມກັບເຫຼົ່າສິລະປິນ JACKSMIN, This is WRA. , AERI. , The Wille Style, W***y Hansana, SUNNY-ESA, FLOWER GIRL ແລະ HOONG ARTS. ເຊິ່ງຜົນງານຂອງພວກເຂົາຖືກລວບລວມຢູ່ທີ່ "ງານວາງສະແດງສິລະປະ ວິຟິນັກຮັກ"
ຄອນເຊັບຂອງງານສະແດງນີ້ແນ່ນອນວ່າແມ່ນ "ຄວາມຮັກ" ເພື່ອສະຫຼອງເດືອນແຫ່ງຄວາມຮັກ ສິລະປິນທັງ 10 ກໍໄດ້ລວບລວມຜົນງານທີ່ສະແດງເຖິງຄວາມຮັກໃນແບບຂອງພວກເຂົາເອງມາໃຫ້ທຸກຄົນໄດ້ເຂົ້າໄປຊົມແບບ ບໍ່ເສຍຄ່າໃຊ້ຈ່າຍ ແລະ ສົ່ງມອບຂໍ້ຄວາມດີໆຜ່ານຜົນງານສິລະປະຂອງພວກເຂົາ.
ໝູ່ເພື່ອນທຸກຄົນສາມາດເຂົ້າຊົມ 'ງານວາງສະແດງສິລະປະ ວິຟິນັກຮັກ' ໄດ້ຕັ້ງແຕ່ວັນທີ 2 ຫາ 25 ກຸມພາ 2024 ທີ່ Come Sook Cafe ເຊິ່ງຕັ້ງຢູ່ທີ່ ບ້ານ ໂພນປາເປົ້າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ສາມາດເຂົ້າເບິ່ງສະຖານທີ່ໄດ້ໃນລິ້ງນີ້: https://maps.app.goo.gl/BULNefbRt34TFQfa9?g_st=ic
ຢ່າລືມຊວນໝູ່ໄປຖ່າຍຮູບ, ຊວນແຟນໄປເດດ ແລະ ພາຄອບຄົວໄປຊົມສິລະປະທີ່ໜ້າຮັກອົບອຸ່ນໃນງານວາງສະແດງຂອງ WIFI. ແລະ ໝູ່ໆຂອງລາວເດີ 🥰
ໂດຍ: ທີມຂ່າວບັນເທີງ Muan.la
#ມ່ວນ #ມ່ວນຊວນໄປ #ວິຟິນັກຮັກ

"ພ້ອມສົ່ງມືເຈົ້າໃຫ້ເຂົາ ເພາະນີ້ຄົງເປັນສິ່ງສຸດທ້າຍ ທີ່ຂ້ອຍຈະເຮັດໃຫ້ເຈົ້າໄດ້"ເມື່ອວົງ BLACK EYES ເປີດສະກິວເພງເສົ້າ, ຜູ້ຟັງ...
06/02/2024

"ພ້ອມສົ່ງມືເຈົ້າໃຫ້ເຂົາ ເພາະນີ້ຄົງເປັນສິ່ງສຸດທ້າຍ ທີ່ຂ້ອຍຈະເຮັດໃຫ້ເຈົ້າໄດ້"
ເມື່ອວົງ BLACK EYES ເປີດສະກິວເພງເສົ້າ, ຜູ້ຟັງກໍນໍ້າຕາແຕກນໍາກັນເປັນແຖວ! 'ປ່ອຍເຈົ້າໄປດີກວ່າ' ເພງໃໝ່ຫຼ້າສຸດຈາກວົງຣັອກຊື່ດັງຂອງປະເທດລາວ ທີ່ຫາກໍປ່ອຍໃນວັນທີ 5 ກຸມພາ ທີ່ຜ່ານມານີ້ ແລະ ເປັນຜົນງານເພງສຸດຊຶ້ງທີ່ພວກເຂົາຕັ້ງໃຈເຮັດອອກມາ.
ພິເສດກໍຄືເອັມວີນີ້ມີ N'noon Thidachanh ຜູ້ເປັນ ນາງສາວລາວປະຈໍາປີ 2021 ເປັນນາງເອກເອັມວີອີກດ້ວຍ! ນຸ້ນ ໄດ້ຮັບບົດເປັນຄົນຮັກຂອງ ໂອລ້າ ທີ່ເປັນພະເອກເອັມວີຜູ້ເຄາະຮ້າຍເຈິອຸບັດເຫດທີ່ພາໃຫ້ເປັນອໍາມະພາດ ຈົນຄົນຮັກຕ້ອງມາດູແລ, ແຕ່ດ້ວຍຄວາມຮັກລາວເລີຍຢາກປ່ອຍອີກຝ່າຍໄປເຈິຄົນທີ່ດີກວ່າລາວຈຶ່ງບໍ່ຕ້ອງທຸກທໍລະມານແບບນີ້.
ໃນບາງເທື່ອເຮົາກໍຢາກປ່ອຍໃຫ້ຄົນທີ່ເຮົາຮັກໄປເພື່ອໃຫ້ເຂົາມີຄວາມສຸກ ເຖິງວ່າມັນຈະຕ້ອງແລກດ້ວຍຄວາມທຸກຂອງເຮົາ... ເພງ 'ປ່ອຍເຈົ້າໄປດີກວ່າ' ສາມາດສື່ຄວາມຮູ້ສຶກນີ້ໄດ້ດີທີ່ສຸດເລີຍ 🥺
ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:
Facebook: Black Eyes Laos
YT: BLACK EYES LAOS
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ #ມ່ວນຊວນຟັງ

ວົງນ້ອງໃໝ່ໂຕແມ່ທີ່ຖືກເວົ້າເຖິງຫຼາຍທີ່ສຸດກໍຕ້ອງແມ່ນວົງ Kiss Of Life, ເກີຣ໌ລກຣຸບທີ່ເດບິວມາພ້ອມກັບຄອນເຊັບສຸດເຊັກຊີ່ສວນກະແສວ...
06/02/2024

ວົງນ້ອງໃໝ່ໂຕແມ່ທີ່ຖືກເວົ້າເຖິງຫຼາຍທີ່ສຸດກໍຕ້ອງແມ່ນວົງ Kiss Of Life, ເກີຣ໌ລກຣຸບທີ່ເດບິວມາພ້ອມກັບຄອນເຊັບສຸດເຊັກຊີ່ສວນກະແສວົງໄອດໍຍິງທັງໝົດໃນວົງການ KPop! ແລະ ໃນວັນທີ 17 ມີນາທີ່ໃກ້ຈະເຂົ້າມາພວກເຂົາກໍຈະມາພົບປະກັບແຟນຄລັບທີ່ປະເທດໄທເປັນຄັ້ງທໍາອິດອີກດ້ວຍ!
ແນ່ນອນວ່າຫາກແມ່ໆມາໄທ ແຟນຄລັບລາວກໍຫວານຈ໊ຽບ 😍 ໂອກາດດີໆແບບນີ້ບໍ່ໄດ້ມີມາງ່າຍໆ, ໃຜທີ່ເປັນແຟນຄລັບສາວໆສາມາດຈັບຈອງບັດໄດ້ຕັ້ງແຕ່ວັນທີ 24 ກຸມພາ ເປັນຕົ້ນໄປທາງເວັບໄຊ THAITICKETMAJOR, ຂໍບອກເລີຍວ່າລາຄາບັດຍ່ອມເຍົາຈັບຕ້ອງໄດ້ແນ່ນອນ.
ສໍາລັບໃຜທີ່ຍັງບໍ່ຮູ້ຈັກ Kiss Of Life, ພວກເຂົາເປັນເກີຣ໌ລກຣຸບນ້ອງໃໝ່ທີ່ເດບິວໃນເດືອນກໍລະກົດ 2023 ເຊິ່ງຜົນງານທີ່ເດັ່ນດັງກໍມີເພງ 쉿 (Shhh), Bad News ແລະ Nobody Knows ທີ່ເປັນກະແສໃນຕິກຕອກມາຕັ້ງແຕ່ປີກາຍ. ສະມາຊິກທັງສີ່ຄົນ ຈູລີ້, ນັດຕີ້, ເບວ ແລະ ຮານຶລ ໄດ້ຣັບວົງການເພງເຄປັອບໃຫ້ກັບມາມີສີສັນ ແລະ ຄວາມແຕກຕ່າງອີກຄັ້ງດ້ວຍຄວາມພິເສດຂອງພວກເຂົາ!
ໃຜທີ່ເປັນຕິ່ງວົງນີ້ຫ້າມພາດໂອກາດດີໆແບບນີ້ເດີ!
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ກຸມພາ 2024 ຕາມແຕ່ລະວັນເກີດຄົນເກີດວັນອາທິດການງານ  ​ລົງ​ທຶນ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ...
06/02/2024

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ກຸມພາ 2024 ຕາມແຕ່ລະວັນເກີດ


ຄົນເກີດວັນອາທິດ

ການງານ ​ລົງ​ທຶນ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ

ການເງິນ ເຮັດ​ເລື່ອງ​ຂໍ​ເຄຣ​ດິດ​ຈະ​ໄດ້ຮັບ​ກາ​ນອະນຸມັດ

ຄວາມຮັກ ​​ ໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ ອາດຢູ່ໃນເກນທີ່ດີ

ເຄື່ອງມຸງຄຸນ ແຫວນຄໍາ

ສີມຸງຄຸນ ສີແດງ

ເລກນຳໂຊກ 6

.

ຄົນເກີດວັນຈັນ

ການງານ ເຮັດ​ທຸລະກິດ​ຜິດ​ພາດ​ສົ່ງ​ຜົນ​ຕໍ່​ການ​ສູນເສຍ​ເງິນ​ທຶນ

ການເງິນ ໄດ້​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນ ໃນໄລຍະນີ້

ຄວາມຮັກ ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນ​ ຕ້ອງເບິ່ງຮັກໄລຍະນີ້ໄປດົນໆ

ເຄື່ອງມຸງຄຸນ ໄຂ່ມຸກ

ສີມຸງຄຸນ ສີດໍາ

ເລກນຳໂຊກ 4

.

ຄົນເກີດວັນອັງຄານ

ການງານ ເລີ່ມ​ລົງ​ທຶນ​ເຮັດ​ທຸລະກິດ​ດ້ວຍ​ເງິນ​ທຶນ​ທີ່​ມີ​ຢູ່

ການເງິນ ມີ​ລາຍ​ຈ່າຍ​ຫຼາຍ​ເປັນ​ພິເສດ

ຄວາມຮັກ ເກີດ​ຄວາມ​ເຫີນ​ຫ່າງ​ກັບ​ຄົນ​ຮັກ​ຫຼາຍ​ຂຶ້ນ

ເຄື່ອງມຸງຄຸນ ຄໍາຝຣັ່ງ

ສີມຸງຄຸນ ສີຟ້າ

ເລກນຳໂຊກ 6

.

ຄົນເກີດວັນພຸດ

ການງານ ​ລົງ​ທຶນ​ເຮັດ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ດີ

ການເງິນ ຈະ​ພົບ​ຄ່າ​ໃຊ້​ຈ່າຍ​ແບບ​ບໍ່​ຄາດ​ຝັນໃນການເສຍເງິນ

ຄວາມຮັກ ໄດ້​ພົບ​ຮັກ​ກັບ​ຄົົນທີ່​ມີ​ຖານະ​ດີໃນໄລຍະນີ້

ເຄື່ອງມຸງຄຸນ ແຫວນຄໍາ

ສີມຸງຄຸນ ສີສົ້ມ

ເລກນຳໂຊກ 5

.

ຄົນເກີດວັນພະຫັດ

ການງານ ເຮັດ​ທຸລະ​ກິດການ​ຄ້າ​ອາຫານ​ໄດ້​ຜົນ​ກຳ​ໄລ​ດີ

ການເງິນ ມື້​ນີ້​ໂຊກ​ດີ​ຈະ​ໄດ້​ເງິນເຂົ້າມາໃນການໃຊ້ຈ່າຍ

ຄວາມຮັກ ​ເດີນທາງ​ໄກຈະ​ໄດ້​ພົບ​ຮັກ ອາດເປັນເນື້ອຄູ່ຂອງທ່ານ

ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ

ສີມຸງຄຸນ ສີຂຽວ

ເລກນຳໂຊກ 8

.

ຄົນເກີດວັນສຸກ

ການ​ງານ ຮີບຟ້າວໃນ​ການສ້າງ​ຜົນ​ງານ​ກໍ່​ໃຫ້​ເກີດ​ຄວາມ​ຜິດ​ພາດ

ການ​ເງິນ​ ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນເຂົ້າມາໃນການໃຊ້ຈ່າຍ

ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົນທີ່​ມີ​ຊື່​ສຽງ​ດີ

ເຄື່ອງມຸງຄຸນ​ ຕຸ້ມຫູຄໍາ

ສີມຸງຄຸນ ສີດໍາ

ເລກນຳໂຊກ 2

.

ຄົນເກີດວັນເສົາ

ການງານ ຈະເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ​ໃນ​ການເຮັດ​ທຸລະກິດ

ການເງິນ ມີ​ໂອ​ກາດ​ໄດ້​ໂຊກ​ກ້ອນ​ໃຫຍ່

ຄວາມຮັກ ລະວັງເລື່ອງການມີປາກສຽງກັບຄົນຮັກຕ້ອງລະວັງເລື່ອງການໃຊ້ຄໍາເວົ້າໃຫ້ຫຼາຍ

ເຄື່ອງມຸງຄຸນ ໄຂ່ມຸກ

ສີມຸງຄຸນ ສີນໍ້າຕານ

ເລກນຳໂຊກ 7

ໃຜຢາກເປັນໄອດໍຄົນໃໝ່ຫ້າມພາດ ໂອກາດດີໆມາຮອດແລ້ວ ເມື່ອ OISHI TEEN IDOL Season 2 ເຫັນຄວາມສາມາດໄວໜຸ່ມ ຈຶ່ງກັບມາສານຕໍ່ໃນປີທີ 2 ...
05/02/2024

ໃຜຢາກເປັນໄອດໍຄົນໃໝ່ຫ້າມພາດ ໂອກາດດີໆມາຮອດແລ້ວ ເມື່ອ OISHI TEEN IDOL Season 2 ເຫັນຄວາມສາມາດໄວໜຸ່ມ ຈຶ່ງກັບມາສານຕໍ່ໃນປີທີ 2 ພ້ອມເຟັ້ນຫາໄວໜຸ່ມທີ່ມີຄວາມສາມາດຫຼາກຫຼາຍເພື່ອມາປະດັບວົງການບັນເທີງລາວ.
ລວມພາບງານຖະແຫຼງຂ່າວເປີດຕົວໂຄງການ OISHI TEEN IDOL Season 2 💚 ປີນີ້ມາພ້ອມການປ່ຽນແປງໃໝ່ຂອງລາຍງານແບບຈັດເຕັມ ແລະ ຄົບເຄື່ອງ ເພາະມີການເລືອກທີມ ທຸກຄົນຈະໄດ້ເຫັນຄວາມສາມາດ ແລະ ການພັດທະນາຂອງນ້ອງໆທຸກຄົນ.
ພ້ອມພົບກັບການເປີດຕົວ Coach ໃໝ່ ເຫຼົ່າອາຈານທີ່ມີຄວາມສາມາດ ແລະ ຄາແລັກເຕີຕ່າງກັນ ພ້ອມຖ່າຍທອດປະສົບການ ແລະ ຄວາມຮູ້ ແລະ ຂັດເກົານ້ອງໆຢ່າງດຸເດືອດຈາກທາງທີມ Oishi ແລະ ຜູ້ຄວບຄຸມການຜະລິດ Jojo Miracle.
ສຳລັບ OISHI TEEN IDOL ແມ່ນການປະກວດທີ່ຕາມຫາໄວໜຸ່ມທີ່ກ້າຈະສະແດງອອກ ບໍ່ມີພຽງແຕ່ຄວາມສາມາດ ແຕ່ມີຫຼາຍອົງປະກອບ ບໍ່ຈໍາເປັນຕ້ອງເກັ່ງທຸກຢ່າງ ບໍ່ຈໍາເປັນຕ້ອງມີຄວາມສາມາດເດັ່ນໃດໜຶ່ງ ຂໍພຽງກ້າສະແດງອອກມີຄວາມຮັບຜິດຊອບ, ຄວາມຕັ້ງໃຈທີ່ຈະເປັນ idol ແລະ ທີ່ສໍາຄັນພ້ອມທີ່ຈະພັດທະນາຮອບດ້ານ ນັ້ນຄືຄົນທີ່ຈະເປັນ OISHI TEEN IDOL Season 2 ຢ່າງໂດດເດັ່ນ ແລະ ເໝາະສົມທີ່ສຸດ.
ໝູ່ເພື່ອນຄົນໃດທີ່ມີຄວາມສາມາດຢ່າຫຸບໄວ້ ແລະ ຢ່າລັງເລທີ່ຈະມາສະໝັກໃນ Season 2! 🤩 ສາມາດຕິດຕາມການເຄື່ອນໄຫວ ແລະ ຂໍ້ມູນສົ່ງສະໝັກອອນລາຍໄດ້ທີ່ Page: Oishi Drink Station ແລະ ອີກຊ່ອງທາງໜຶ່ງແມ່ນ School Tour ເຊິ່ງທີມງານຈະລົງໄປຫາເຖິງ 16 ໂຮງຮຽນໃຫ້ສະໝັກ ແລະ ອໍດິຊັ່ນໄດ້ທີ່ໂຮງຮຽນຂອງໝູ່ເພື່ອນເອງເລີຍ.
ບໍ່ລອງບໍ່ຮູ້, ເພາະເພິ່ນອາດໄດ້ເປັນໄອດໍຄົນຕໍ່ໄປ 🥰
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ

ຍິ່ງເຫງົາ ຍິ່ງໃຊ້ເງິນຫຼາຍ! ການເປັນໂສດໝາຍເຖິງເຮົາການມີອິດສະຫຼະໃນການເຮັດສິ່ງຕ່າງໆ, ແຕ່ໃນຍຸກນີ້ເປັນຍຸກທີ່ເຮົາຕ້ອງມີ 'ເງິນ' ...
05/02/2024

ຍິ່ງເຫງົາ ຍິ່ງໃຊ້ເງິນຫຼາຍ! ການເປັນໂສດໝາຍເຖິງເຮົາການມີອິດສະຫຼະໃນການເຮັດສິ່ງຕ່າງໆ, ແຕ່ໃນຍຸກນີ້ເປັນຍຸກທີ່ເຮົາຕ້ອງມີ 'ເງິນ' ໃນການເຮັດກິດຈະກໍາທີ່ໃຈຕ້ອງການ.
ທາງສໍານັກຂ່າວຊື່ດັງຢ່າງ BBC ໄດ້ສໍາຫຼວດພຶດຕິກໍາການໃຊ້ເງິນຂອງຄົນໂສດ ແລະ ໄດ້ສະຫຼຸບມາວ່າ ຄົນໂສດໃຊ້ເງິນຫຼາຍກວ່າຄົນທີ່ມີຄູ່ແທ້ໆເຊິ່ງມາຈາກ 4 ເຫດຜົນຄື:
1. ຄົນໂສດມັກຈະແກ້ເຫງົາດ້ວຍການອອກໄປເລາະຫຼິ້ນ.
ຍິ່ງເຫງົາສໍ່າໃດກໍອອກໄປຫຼິ້ນຫຼາຍສໍ່ານັ້ນ! ຍຸກນີ້ເປັນຍຸກທີ່ຄົນນິຍົມໄປຄາເຟ່, ໄປທ່ຽວກາງຄືນ, ໄປເລາະຫຼິ້ນຕາມຫ້າງຕ່າງໆເຊິ່ງສິ່ງເຫຼົ່ານີ້ແຫຼະເປັນຕົວດີໃນການດູດຊັບເຮົາເລີຍ.
2. ຄ່າໃຊ້ຈ່າຍໃນການໄປທ່ຽວຄົນດຽວນັ້ນສູງກວ່າເປັນຄູ່.
ການພັກຢູ່ບ້ານມິດໆໃນມື້ພັກອາດບໍ່ແມ່ນໄອເດຍທີ່ດີຂອງຄົນໂສດບາງຄົນ. ສະນັ້ນ, ການໄປທ່ຽວນີ້ແຫຼະທີ່ຈະເຮັດໃຫ້ຊີວິດຕື່ນເຕັ້ນຂຶ້ນແດ່ ແຕ່ກໍຕ້ອງແລກກັບການຈ່າຍຄ່າໂຮງແຮມຄົນດຽວ, ຈ່າຍຄ່າເຂົ້າຄົນດຽວ ແລະ ຄ່າເດີນທາງລະຫວ່າງການທ່ຽວຄົນດຽວ. ການເລືອກທີ່ພັກ ແລະ ການເດີນທາງຮ່ວມກັບຄົນອື່ນໆຈຶ່ງເປັນຕົວເລືອກທີ່ຊ່ວຍປະຢັດໄດ້.
3. ບໍ່ມີຄົນຫານຄ່າບ້ານຄ່າລົດ.
ຄົນໂສດທີ່ຢູ່ຄົນດຽວຈຸກເຕີບ... ເມື່ອຮອດໄວທີ່ຕ້ອງຈ່າຍຄ່ານໍ້າ, ຄ່າໄຟ, ຄ່າບ້ານ, ຄ່າລົດ, ຄ່າກິນຢູ່ຕ່າງໆເອງແລ້ວຈະຮູ້ເລີຍວ່າມັນດູດຊັບເຮົາໄປຫຼາຍສໍ່າໃດ. ສ່ວນຄົນມີຄູ່ທີ່ຢູ່ນໍາກັນນັ້ນສາມາດຫານກັນໄດ້ເລີຍໃຫ້ຄ່າໃຊ້ຈ່າຍຫຼຸດລົງ! ຖ້າການມີແຟນບໍ່ແມ່ນຕົວເລືອກກໍສາມາດມີໝູ່ຫານໄດ້ຄືກັນເດີ.
4. ກິດຈະກໍາທີ່ຫຼາກຫຼາຍພາເສຍເງິນຫຼາຍໄປນໍາ.
ບໍ່ວ່າຈະເປັນກິດຈະກໍາຍາມວ່າງຫຼືກິດຈະກໍາຫຍັງທີ່ຊ່ວຍໃຫ້ຕົວເອງມີຫຍັງເຮັດຂອງຄົນໂສດຈະຫຼາຍເປັນພິເສດ, ສິ່ງທີ່ນິຍົມທີ່ສຸດໃນຍຸກນີ້ກໍຈະແມ່ນການຫຼິ້ນເກມ, ການເຮັດກາເຟ ແລະ ອື່ນໆ.
ການເສຍເງິນຫຼາຍກັບສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງທີ່ບໍ່ດີ ແຕ່ຖ້າເສຍເງິນຫຼາຍຈົນຊັບຈາງແມ່ນເລີ່ມບໍດີແລ້ວ 🤣 ຫາກເຮົາຢາກເປັນຄົນໂສດທີ່ໃຊ້ຊີວິດຢ່າງເຕັມທີ່ກໍຄວນຫາເງິນ ແລະ ເກັບເງິນເພື່ອຕົວເອງຫຼາຍໆ, ສ່ວນໃຜທີ່ມີຄູ່ແລ້ວກໍສະບາຍໄປອີກທີ່ມີຄົນຊ່ວຍແບ່ງເບົາພາລະການເງິນໄປນໍາ ແຕ່ບາງຄູ່ພັດເສຍເງິນຫຼາຍຍ້ອນຄູ່ຮັກຍຸກໃໝ່ມັກໄປກິນອາຫານແຊບໆນໍາກັນຕະຫຼອດ!
ອີກກໍລະນີ, ເມື່ອອາຍຸຫຼາຍແລ້ວການເປັນໂສດຈະປະຢັດກວ່າການມີຄູ່ເນື່ອງຈາກວ່າຄູ່ຮັກກໍອາດມີລູກເຊິ່ງເຮັດໃຫ້ຄ່າໃຊ້ຈ່າຍເພີ່ມຂຶ້ນເປັນເທົ່າຕົວ, ເວົ້າໄດ້ວ່າຫາກຢູ່ເປັນໂສດຍາວໆເຮົາຈະໄດ້ຮັບຜິດຊອບພຽງຕົວເອງແຕ່ຄູ່ຮັກທີ່ແຕ່ງງານ ແລະ ມີລູກຈະມີຄ່າໃຊ້ຈ່າຍສູງກວ່າຄົນໂສດໃນຕອນປາຍຫຼາຍເທົ່າ!
ສະຫຼຸບ, ຈະໂສດຫຼືບໍ່ໂສດການໃຊ້ຈ່າຍກໍຂຶ້ນກັບເຮົາລ້ວນໆເລີຍ! ບໍ່ວ່າຈະຢູ່ສະຖານະໃດເຮົາກໍລະລາຍຊັບຕົວເອງໄດ້ ການຄຸມລາຍຈ່າຍ ແລະ ບໍລິຫານການເງິນຈຶ່ງເປັນສິ່ງທີ່ທຸກຄົນຕ້ອງຮຽນຮູ້ໃນຍຸກເສດຖະກິດທີ່ວຸ້ນວາຍນີ້. ຈະໂສດ ຫຼື ບໍ່ໂສດກໍຕ້ອງໃຊ້ເງິນໃຫ້ເປັນເດີຍິງ 😐
ແນ່ນອນວ່າທຸກຢ່າງກໍຂຶ້ນກັນການເລືອກຂອງເຮົານໍາ. ຢ່າລືມວ່າເຮົາເກີດມາພຽງແຕ່ເທື່ອດຽວ, ໃຊ້ຊີວິດໃຫ້ເຕັມທີ່ ແລະ ຢ່າລືມເກັບເງິນໄວ້ກໍລະນີສຸກເສີນນໍາເດີໝູ່ເພື່ອນ 🥰
ໂດຍ: ທີມບັນນາທິການ muan.la
#ມ່ວນ #ການເງິນ

10 ສາຍທີ່ບໍ່ໄດ້ຮັບຈາກ HR 🥶 #ມ່ວນ      #ມະນຸດເງິນເດືອນ
05/02/2024

10 ສາຍທີ່ບໍ່ໄດ້ຮັບຈາກ HR 🥶
#ມ່ວນ #ມະນຸດເງິນເດືອນ

ນ້ອງນອນບໍ່ຫຼັບ ຫົວໃຈມັນກະສັບກະສ່າຍ~... ຜິດເພງແລ້ວ! 🤣ຕ້ອງແມ່ນເພງ "ນອນບໍ່ຫຼັບ" ຈາກສິລະປິນຂວັນໃຈຊາວລາວຢ່າງ NUTDAO ຮ່ວມກັບ H...
05/02/2024

ນ້ອງນອນບໍ່ຫຼັບ ຫົວໃຈມັນກະສັບກະສ່າຍ~... ຜິດເພງແລ້ວ! 🤣ຕ້ອງແມ່ນເພງ "ນອນບໍ່ຫຼັບ" ຈາກສິລະປິນຂວັນໃຈຊາວລາວຢ່າງ NUTDAO ຮ່ວມກັບ HEO-VVK
ເປີດມາກໍຕົກໃຈເລີຍ! ລຸກເຊັກຊີ່ແບບນີ້ນັດດາວໄດ້ມາແຕ່ໃສ 😳 ເປັນການປ່ຽນລຸກຕ້ອນຮັບປີ 2024 ສຸດໆ ເພາະເພງນີ້ເຮັດໃຫ້ຜູ້ເບິ່ງຜູ້ຟັງນອນບໍ່ຫຼັບແທ້ໆນິແຫຼະ, ຄວາມດີງາມຂອງເອັມວີ ແລະ ເພງມັນເໜືອຄວາມຄາດໝາຍສຸດໆເລີຍ.
ໃຜທີ່ຟັງເພງນີ້ແລ້ວນອນບໍ່ຫຼັບກໍຕ້ອງຫາຄົນມາກ່ອມນອນແລ້ວແຫຼະ 😝 ເພງນີ້ເປັນເພງທີ່ເຮົາສາມາດສົ່ງໄປອອດອ້ອນໃຫ້ຫວານໃຈມາບອກຝັນດີໄດ້ເລີຍແຫຼະ~ ຕ້ອນຮັບວັນວາເລນທາຍດ້ວຍເພງ "ນອນບໍ່ຫຼັບ" ຈາກນັດດາວແລ້ວຊີວິດຮັກຈະດີໄປອີກຂັ້ນ.
ຮູບພາບຈາກ: Family Studio
ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:
FB: Nutdao Thonebundit
PAGE: NUTDAO_thonebundit
YT: NUTDAO
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ #ມ່ວນຊວນຟັງ

ນິສສັນ (Nissan) ຜູ້ຜະລິດລົດຍົນຊັ້ນນຳຈາກຍີ່ປຸ່ນ ເປີດຕົວລົດຮຸ່ນໃໝ່ຫຼ້າສຸດ Nissan X-Trail e-POWER ຢ່າງເປັນທາງການຢູ່ ສປປ ລາວ...
05/02/2024

ນິສສັນ (Nissan) ຜູ້ຜະລິດລົດຍົນຊັ້ນນຳຈາກຍີ່ປຸ່ນ ເປີດຕົວລົດຮຸ່ນໃໝ່ຫຼ້າສຸດ Nissan X-Trail e-POWER ຢ່າງເປັນທາງການຢູ່ ສປປ ລາວ ທີ່ ບໍລິສັດ ຕັນຈົງ ມໍເຕີ ລາວ ເມື່ອວັນທີ 2 ມັງກອນ 2024. Nissan X-Trail e-POWER ເປັນລົດຍົນ SUV ລົດພະລັງງານໄຟຟ້າທີ່ມີເອກະລັກສະເພາະ ກໍຄືລົດທີ່ຂັບເຄື່ອນດ້ວຍມໍເຕີໄຟຟ້າ 100% ໂດຍບໍ່ຕ້ອງສຽບປລັ໊ກເພື່ອສາກຈາກພາຍນອກ, ປະສົມປະສານເຄື່ອງຈັກນໍ້າມັນເຂົ້າກັບມໍເຕີໄຟຟ້າ ມອບປະສິດທິພາບທີ່ດີທີ່ສຸດ ບໍ່ວ່າຈະເປັນສະມັດຖະພາບ ແລະ ຄວາມປະຢັດຂອງລົດຍົນໄຟຟ້າ ແລະ ໄລຍະທາງການໃຊ້ງານ ລວມເຖິງຄວາມສະດວກສະບາຍຂອງລົດຍົນທົ່ວໄປ.

ໃນພິທີເປີດຕົວໃນຄັ້ງນີ້ ໄດ້ຮັບກຽດຈາກທ່ານ ອິຊາໂອະ ເຊກິກຸຈິ ປະທານນິສສັນປະຈຳພາກພື້ນອາຊຽນ ແລະ ປະເທດໄທ. ທ່ານກ່າວວ່າ ນິດສັນຢຶດໝັ້ນໃນຄວາມມຸ່ງໝັ້ນທີ່ວ່າ “ກ້າທີ່ຈະເຮັດໃນສິ່ງທີ່ຄົນອື່ນບໍ່ກ້າເຮັດ” ມາຕັ້ງແຕ່ປີ 1933 ເປັນຕົ້ນມາ ແລະ ນິສສັນເອງກໍບໍ່ເຄີຍຢຸດທີ່ຈະນຳສະເໜີນະວັດຕະກຳ ແລະ ຄວາມຕື່ນເຕັ້ນໃໝ່ໆໃຫ້ກັບຜູ້ບໍລິໂພກ ແລະ Nissan X-Trail e-POWER ຖືເປັນບົດພິສູດວິໄສທັດດັ່ງກ່າວ.

ງານເປີດຕົວນີ້ຍັງໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງນິສສັນໃນການມອບຕົວເລືອກທີ່ຫຼາກຫຼາຍໃຫ້ກັບຜູ້ບໍລິໂພກ ບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນໍ້າມັນເຊື້ອໄຟ, ລົດໄຟຟ້າ ຫຼື e-POWER ທີ່ເປັນນະວັດຕະກຳດ້ານພະລັງງານຂັບເຄື່ອນໃໝ່ຫຼ້າສຸດຈາກນິສສັນ. ນິສສັນ ມີຜະລິດຕະພັນທີ່ຫຼາກຫຼາຍ ຕັ້ງແຕ່ Nissan Leaf ທີ່ເປັນລົດຍົນໄຟຟ້າຮຸ່ນຍອດນິຍົມຂອງນິສສັນ ໄປຈົນເຖິງ Nissan Navara ລົດກະບະອັດສະລິຍະທີ່ແຂງແກ່ນ. ນິສສັນເຊື່ອວ່າ ຜູ້ບໍລິໂພກຄວນມີອິດສະລະໃນການເລືອກຍານພາຫະນະທີ່ເໝາະສົມກັບໄລຟ໌ສໄຕລ໌ ແລະ ຄວາມຕ້ອງການຂອງຕົນເອງ.

ທັງນີ້, Nissan X-Trail e-POWER ເປັນລົດຍົນ SUV ທີ່ປະສົມປະສານເຄື່ອງຈັກນໍ້າມັນ ເທີໂບ 1.5 ລິດ ພ້ອມລະບົບເຄື່ອງກຳເນີດໄຟຟ້າເຮັດໜ້າທີ່ເປັນເຄື່ອງປັ່ນໄຟເພື່ອໄປສາກໄວ້ທີ່ແບັດເຕີຣີ່ ເຊິ່ງຈ່າຍໄຟໃຫ້ມໍເຕີໄຟຟ້າທີ່ເຮັດໜ້າທີ່ຂັບເຄື່ອນລົດ. ເມື່ອເຕີມນໍ້າມັນເຕັມຖັງ ຈະສາມາດແລ່ນໄດ້ໄກສູງສຸດຫຼາຍກວ່າ 948 ກິໂລແມັດ.

ສຳລັບ e-POWER ຈະແຕກຕ່າງຈາກລົດແບບໄຮບຣິດ ແລະ ລົດໄຟຟ້າ ຢູ່ບ່ອນວ່າ ບໍ່ໄດ້ໃຊ້ນໍ້າມັນຈາກເຄື່ອງຈັກໂດຍກົງ ແລະ ກໍບໍ່ໄດ້ສາກໄຟຈາກຕູ້ສາກໂດຍກົງ ແຕ່ຈະໃຊ້ນໍ້າມັນໃນການຜະລິດໄຟຟ້າສຳລັບແບັດເຕີຣີ່ ແລະ ມໍເຕີ ສົ່ງຜົນໃຫ້ເຄື່ອງຈັກເຮັດວຽກໄດ້ຢ່າງມີປະສິດທິພາບສູງສຸດ, ຊ່ວຍຫຼຸດການສິ້ນເປືອງນໍ້າມັນ ແລະ ຫຼຸດການປ່ອຍມົນລະພິດ. ນອກຈາກນີ້ X-Trail e-POWER ຍັງໃຊ້ລະບົບເບຣກແບບຟື້ນຟູພະລັງງານ ເພື່ອກູ້ຄືນພະລັງງານ ແລະ ຍືດອາຍຸການໃຊ້ງານຂອງແບັດເຕີຣີ່.

Nissan X-Trail e-POWER ມີຂໍ້ດີເຊັ່ນ: ມີອັດຕາເລັ່ງທີ່ນຸ້ມນວນ ແລະ ຊົງພະລັງ ດ້ວຍແຮງບິດທັນທີຂອງມໍເຕີໄຟຟ້າ ແລະ ການເຮັດວຽກທີ່ລ່ຽນໄຫຼຂອງລະບົບ, ການຂັບຂີ່ທີ່ງຽບ ແລະ ຜ່ອນຄາຍ ເນື່ອງຈາກສຽງເຄື່ອງຈັກທີ່ຫຼຸດລົງ ແລະ ມໍເຕີທີ່ເຮັດໃຫ້ການຂັບຂີ່ນຸ້ມນວນ, ປະຢັດນໍ້າມັນໂດຍບໍ່ສູນເສຍສະມັດຖະນະ ໂດຍລະບົບນີ້ບໍ່ຈຳເປັນຕ້ອງສຽບປັກໄຟ ເນື່ອງຈາກເຄື່ອງຈັກສາມາດສາກແບັດໄດ້ໃນຂະນະທີ່ໃຊ້ງານ ແລະ ໂດດເດັ່ນດ້ວຍຄວາມອະເນກປະສົງ ແລະ ໃຊ້ງານໄດ້ຈິງ ດ້ວຍຫ້ອງໂດຍສານທີ່ກວ້າງຂວາງ ແລະ ສະດວກສະບາຍ, ພື້ນທີ່ເກັບເຄື່ອງດ້ານຫຼັງຂະໜາດໃຫຍ່. ນອກຈາກນີ້ ລະບົບຂັບເຄື່ອນ 4 ລໍ້ໄຟຟ້າ e-4ORCE ຍັງຊ່ວຍເພີ່ມປະສິດທິພາບການຢຶດເກາະ ແລະ ການຊົງຕົວເທິງຖະໜົນທຸກຮູບແບບ.

Nissan X-Trail e-POWER ວາງຈຳໜ່າຍໃນ ສປປ ລາວ ແລ້ວ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ Facebook ທາງການ Nissan Laos , ເວັບໄຊຢ່າງເປັນທາງການຂອງນິສສັນລາວ https://www.nissan-lao.la/ ຫຼື ຕິດຕໍ່ ຕັນຈົງ ມໍເຕີ ລາວ ໂທ 030-5603002.

ໂດຍ: ທີມບັນນາທິການ muan.la

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ກຸມພາ 2024 ຕາມແຕ່ລະວັນເກີດຄົນເກີດວັນອາທິດການ​ງານ   ຈະ​ພົບ​ຮຸ່ນສ່ວນ​ທີ່​ດີ​ສາມາດ​ຊ່ວຍ​ງານ​ທ...
05/02/2024

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ກຸມພາ 2024 ຕາມແຕ່ລະວັນເກີດ


ຄົນເກີດວັນອາທິດ

ການ​ງານ ຈະ​ພົບ​ຮຸ່ນສ່ວນ​ທີ່​ດີ​ສາມາດ​ຊ່ວຍ​ງານ​ທາງ​ທຸລະກິດ​ໄດ້​ໃນ​ໄລຍະນີ້

ການ​ເງິນ ຄົນ​ທີ່ທ່ານໄວ້ໃຈ​ຈະ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ອຸປະຖຳ​ທາງ​ດ້ານ​ການ​ເງິນ

ຄວາມ​ຮັກ ເຖິງ​ແມ່ນ​ຈະ​ພົບ​​ໃຜ​ແລ້ວ​ກໍ​ຕາມ ແຕ່​ກໍ​ຍັງ​ຕ້ອງ​ປັບ​ຕົວ​ເຂົ້າ​ຫາ​ກັນ

ເຄື່ອງມຸງຄຸນ ໄຂ່ມຸກ

ສີມຸງຄຸນ​ ສີດໍາ

ເລກ​ນຳ​ໂຊກ​ 0

.

ຄົນເກີດວັນຈັນ

ການ​ງານ ເຮັດ​ທຸລະກິດ​ດ້ານ​ເປັນ​ທີ່​ປຶກ​ສາ ຫຼື​ ວຽກງານ​ດ້ານ​ທະ​ນາຍ​ຄວາມ​ແລະ ​ກົດຫມາຍຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ​​ ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ​ປະ​ສົບ​ຄວາມ​ສຳ​ເລັດ

ຄວາມ​ຮັກ ການເດີນທາງ​ຕິດ​ຕໍ່​ງານ​ຈະ​ເຮັດ​ພົບ​ຄົນ​ຜິວ​ສອງ​ສີ​ທີ່​ມີ​ສະເໜ່​

ເຄື່ອງມຸງຄຸນ​ ເງິນ

ສີມຸງຄຸນ ສີນໍ້າຕານ

ເລກ​ນຳ​ໂຊກ​ 6

.

ຄົນເກີດວັນອັງຄານ

ການ​ງານ​ ເຮັດ​ທຸລະກິດ​ດ້ານ​ການ​ຂົນ​ສົ່ງຈະ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບ​ສຳ​ເລັດ

ການ​ເງິນ​ ຈະ​ໄດ້​ເງິນ​ຈາກ​ຜູ້ໃຫຍ່​ເຂົ້າ​ມາ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ

ຄວາມ​ຮັກ ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ

ເຄື່ອງມຸງຄຸນ​ ແຫວນຄໍາ

ສີມຸງຄຸນ ສີ​ແດງ

ເລກ​ນຳ​ໂຊກ​ 4

.

ຄົນເກີດວັນພຸດ

ການ​ງານ ການ​ລົງ​ນາມ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​​ຫຼ້າຊ້າ

ການ​ເງິນ ​​ຈະ​ໄດ້​ເງິນ​ເຂົ້າ​ມາຫຼາຍ​ເປັນ​ເງິນ​ພິເສດ

ຄວາມ​ຮັກ ຄວາມ​ສຳພັນ​ບໍ່​ລົງ​ຕົວ​ເພາະ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ

ເຄື່ອງມຸງຄຸນ​​ ຕຸ້ມຫູຄໍາ

ສີມຸງຄຸນ ສີສົ້ມ

ເລກ​ນຳ​ໂຊກ​ 9

.

ຄົນເກີດວັນພະຫັດ

ການ​ງານ ເຮັດ​ທຸລະ​ກິດຈະການ​ຄ້າ​ອະສັງ​ຫາ​​ໃນ​ໄລຍະນີ້​ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລທີ່​ເພີ່ມ​ຂຶ້ນ

ການ​ເງິນ ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ​ແລະ ​ມີ​ຖານະ​ດີ​ຂຶ້ນຫຼາຍກວ່າ​ແຕ່​ກ່ອນ

ຄວາມ​ຮັກ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ມີ​ໂອ​ກາດ​ພັດທະນາ​ຄວາມ​ສຳພັນ​ແບບ​ຫວານ

ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ

ສີມຸງຄຸນ ສີບົວ

ເລກ​ນຳ​ໂຊກ​ 7

.

ຄົນເກີດວັນສຸກ

ການ​ງານ​ ມີ​ໂອ​ກາດ​ຈະ​ໄດ້​ປ່ຽນ​ວຽກ​ໃໝ່​ແບບບໍ່ທັນຕັ້ງໂຕ

ການ​ເງິນ ລາຍ​ຈ່າຍຫຼາຍ​ເປັນ​ພິເສດ​ໃນ​ໄລຍະນີ້ ລະ​ວັງ​ຈະ​ໝຸນ​ເງິນ​ບໍ່​ທັນ​ໃຊ້​ຈ່າຍ

ຄວາມ​ຮັກ ຄົນ​ຜິວ​ຂາວ​ຍັງມີ​ບົດ​ບາດ​ໃນ​ຊີວິດ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ

ເຄື່ອງມຸງຄຸນ​​ ໄຂ່ມຸກ

ສີມຸງຄຸນ ສີເຫຼືອງ

ເລກ​ນຳ​ໂຊກ​ 1

.

ຄົນເກີດວັນເສົາ

ການ​ງານ ທຸລະກິດຈະການ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ເຍົາ​ວະ​ຊົນ ຫຼື ​ການ​ເປີດ​ສອນ​ຕິວ​ເຕີ້​ດ້ານ​ພາສາ ຈະ​ໄດ້​ຜົນ​ກຳ​ໄລທີ່​ດີ

ການ​ເງິນ ຫາ​ໄດ້ຫຼາຍ​ກໍ​ໃຊ້​ຈ່າຍ​ອອກ​ໄປຫຼາຍ ໃນ​ໄລຍະນີ້​ຈະ​ບໍ່​ມີ​ເງິນ​ເກັບ

ຄວາມ​ຮັກ ​ຮູ້ສຶກ​ວ່າ​ຄວາມ​ສຳພັນ​ຄວາມ​ຮັກ​ໃນ​ເທື່ອ​ນີ້​ຈະ​ເກີດ​ກຳ​ແພງ​ໃນ​ໃຈ​ລະຫວ່າງ​ກັນ

ເຄື່ອງມຸງຄຸນ​ ເງິນ

ສີມຸງຄຸນ ສີດໍາ

ເລກ​ນຳ​ໂຊກ​ 1

ຢາກເອົາຄືນຄົນທີ່ເຮັດບໍ່ດີກັບເຮົາໄວ້! ແຕ່ມັນຄຸ້ມບໍທີ່ຈະເຮັດແນວນັ້ນ?ເມື່ອເຮົາເຈິກັບຄົນທີ່ເຮັດໃຫ້ເຮົາໃຈຮ້າຍ ແລະ ຜິດຫວັງ, ມັ...
02/02/2024

ຢາກເອົາຄືນຄົນທີ່ເຮັດບໍ່ດີກັບເຮົາໄວ້! ແຕ່ມັນຄຸ້ມບໍທີ່ຈະເຮັດແນວນັ້ນ?
ເມື່ອເຮົາເຈິກັບຄົນທີ່ເຮັດໃຫ້ເຮົາໃຈຮ້າຍ ແລະ ຜິດຫວັງ, ມັນກໍເປັນເລື່ອງທໍາມະດາທີ່ຈະຮູ້ສຶກຢາກໃຫ້ອີກຝ່າຍເຈິກັບສິ່ງທີ່ເຂົາໄດ້ເຮັດກັບເຮົາ ແຕ່ຖ້າມັນເກີດຂຶ້ນອີ່ຫຼີເຮົາຈະຮູ້ສຶກດີໃຈແທ້ບໍ? ຕາມການຄົ້ນຄວ້າແລ້ວຄົນທີ່ໄດ້ແກ້ແຄ້ນ ຫຼື ເອົາຄືນນັ້ນຈະຮູ້ສຶກບໍ່ດີ ແລະ ເສຍໃຈໃນສິ່ງທີ່ເຮັດໄປ.
ເມື່ອເຮົາມີຄວາມຮູ້ສຶກຢາກແກ້ແຄ້ນໃຜຈັກຄົນ, ຄວາມຄິດນັ້ນຈະຕິດຢູ່ໃນຫົວເຮົາ ແລະ ເຮົາຈະຄິດເລື່ອງການເອົາຄືນຊໍ້າໄປຊໍ້າມາບໍ່ຢຸດ. ແຕ່ຫຼັງຈາກທີ່ເຮົາໄດ້ລອງເອົາຄືນແລ້ວເຮົາຈະຈື່ຝັງໃຈວ່າເຮົາເຮັດສິ່ງທີ່ບໍ່ດີກັບຄົນອື່ນໄປ ເລີຍເຮັດໃຫ້ຮູ້ສຶກບໍ່ດີກວ່າເກົ່າ.
ຫາກເຮົາຢາກກໍາຈັດຄວາມຮູ້ສຶກທີ່ຢາກແກ້ແຄ້ນເຮົາສາມາດເຮັດໄດ້ດັ່ງນີ້:
1. ຕັ້ງສະຕິ ແລະ ຄວາມຄຸມອາລົມ
ຫຼັງຈາກເຈິເລື່ອງທີ່ທໍາຮ້າຍຈິດໃຈມັນຈະສົ່ງຜົນໃຫ້ເຮົາອາລົມຂຶ້ນງ່າຍ ເຮັດໃຫ້ເຮົາຂາດສະຕິໄດ້. ຢຸດຄິດຫາການເອົາຄືນແລ້ວມານັ່ງຕັ້ງສະຕິເພາະເຮົາເຮັດຫຍັງດ້ວຍອາລົມ ແລະ ຂາດເຫດຜົນ ມັນຈະອອກມາບໍ່ດີສະເໝີ.
2. ເວົ້າກັບອີກຝ່າຍຢ່າງມີເຫດຜົນ
ເຮົາຕ້ອງເຈິກັບບັນຫາເຮົາຈຶ່ງຈະແກ້ມັນໄດ້, ໃຜທີ່ເຮັດບໍ່ດີໃຫ້ເຮົາກໍເປັນບັນຫາໜຶ່ງທີ່ເຮົາຕ້ອງໄປເຄຍເພື່ອໃຫ້ຮູ້ວ່າເຂົາເຮັດແບບນີ້ກັບເຮົາຍ້ອນຫຍັງ? ຫາກເຂົາບໍ່ມັກເຮົາແມ່ນບໍ່ມັກຍ້ອນຫຍັງ?
3. ປ່ອຍວາງ ແລະ ໃຫ້ອະໄພ
ອີກຝ່າຍມີເຫດຜົນ ແລະ ຄິດວ່າເຮົາສົມຄວນເຈິແບບນີ້, ເຮົາກໍບໍ່ສາມາດແກ້ໄຂຫຍັງໄດ້ເພາະເຫດການບໍ່ດີໄດ້ເກີດຂຶ້ນໄປແລ້ວ. ຫາກບໍ່ຢາກໃຫ້ເລື່ອງມັນວຸ້ນວາຍກວ່ານີ້ກໍປ່ອຍມັນໄປແລ້ວໃຊ້ຊີວິດຕໍ່.
4. ບໍ່ເຂົ້າໄປຫຍຸ້ງກ່ຽວ
ໃນເມື່ອອີກຝ່າຍບໍ່ມັກເຮົາ ແລະ ເຮົາກໍບໍ່ມີເຫດຜົນທີ່ຕ້ອງໄປຫຍຸ້ງກ່ຽວກັບເຂົາ ກໍເຊົາຮູ້ຈັກກັນຈະດີກວ່າ, ເພື່ອສຸຂະພາບຈິດທີ່ດີເຮົາກໍຕ້ອງໜີຈາກບຸກຄົນທີ່ເປັນພິດຕໍ່ຄວາມຮູ້ສຶກເຮົາ.
ການແກ້ແຄ້ນບໍ່ແມ່ນຄໍາຕອບເດີໝູ່ເພື່ອນ ເພາະມັນຍິ່ງຈະເຮັດໃຫ້ຊີວິດຫຍຸ້ງຍາກຂຶ້ນ ແລະ ອາດເຮັດໃຫ້ເຮົາເປັນຄົນບໍ່ດີໄປນໍາ! ຕັ້ງສະຕິ ແລະ ຄິດກ່ອນເຮັດເດີໝູ່ເພື່ອນ 🥰
ໂດຍ: ທີມບັນນາທິການ muan.la
#ມ່ວນ #ສຸຂະພາບຈິດ

ເພງໃໝ່ຖືກປ່ອຍມາແບບບໍ່ຢຸດ! ວົງການເພງລາວກໍາລັງພັດທະນາໄປເລື້ອຍໆ ເພງໃໝ່ກໍມີມາໃຫ້ຟັງຕະຫຼອດ 🤩 ຫຼ້າສຸດມ່ວນກໍໄປເຈິເພງໃໝ່ອີກເພງໜຶ...
02/02/2024

ເພງໃໝ່ຖືກປ່ອຍມາແບບບໍ່ຢຸດ! ວົງການເພງລາວກໍາລັງພັດທະນາໄປເລື້ອຍໆ ເພງໃໝ່ກໍມີມາໃຫ້ຟັງຕະຫຼອດ 🤩 ຫຼ້າສຸດມ່ວນກໍໄປເຈິເພງໃໝ່ອີກເພງໜຶ່ງມາເຊິ່ງເປັນຂອງສອງສິລະປິນຢ່າງ K4PD (ກ້ອງ 4ພັນດອນ) ແລະ ອ້າຍມີ ບອຍແບນບໍ່ນາງົວ.
'ໜ້າສວຍໃຈເສືອ' ເປັນເພງໃໝ່ຫຼ້າສຸດທີ່ຫາກໍປ່ອຍໃນວັນທີ 26 ມັງກອນ 2024 ທີ່ຜ່ານມານີ້, ເພງນີ້ຢາກເລົ່າເລື່ອງລາວຂອງຄົນທີ່ເບິ່ງຄືຊື່ໆໃສໆຕາຮັກຕາແພງ, ແຕ່ເນື້ອແທ້ພັດເຈົ້າຊູ້ປານເສືອ! ຄົນເຮົາຮູ້ໜ້າບໍ່ໃຈ ສະນັ້ນບໍ່ຄວນຕັດສິນໃຜຈາກໜ້າຕາເດີ 😶
ໃຜທີ່ຍັງບໍ່ເຄີຍຟັງແລ້ວ! ເພງນີ້ມີທໍານອງຕິດຫູທີ່ຍັງຫຼອນຫູມ່ວນມາຮອດຕອນນີ້ເລີຍ!
ໂດຍ:​ ທີມຂ່າວບັນເທີງ muan.la
#ມ່ວນ #ມ່ວນຊວນຟັງ

"ບໍ່ຕິເງິນນ້ອຍບໍ່ວ່າງານຫນັກອົດທົນພະຍາຍາມເທົ່ານັ້ນເພື່ອຜົນສໍາເລັດພາຍພາກໜ້າ"ພາຮູ້ຈັກອິນຟລູໜ້າໃໝ່ຜູ້ເປັນເຈົ້າຂອງເພຈ Thip Ta...
02/02/2024

"ບໍ່ຕິເງິນນ້ອຍບໍ່ວ່າງານຫນັກອົດທົນພະຍາຍາມເທົ່ານັ້ນເພື່ອຜົນສໍາເລັດພາຍພາກໜ້າ"
ພາຮູ້ຈັກອິນຟລູໜ້າໃໝ່ຜູ້ເປັນເຈົ້າຂອງເພຈ Thip Talk Tour 🤩. ທິບສາຍໃຈ ນາທະວົງ (ທິບ) ອາຍຸ 21 ປີ, ຕອນນີ້ກໍາລັງສຶກສາຢູ່ University of Sydney 🇦🇺, ກິດຈະກໍາເວລາວ່າງເເມ່ນມັກເລາະກິນ, ກິນທຸກຢ່າງທີ່ຂວາງໜ້າ.
ທິບເປັນຄົນທີ່ເວລາເຮັດຫຍັງຈະຕັ້ງໃຈເຮັດໃຫ້ເຖິງທີ່ສຸດ, ຈະບໍ່ຖອຍຈົນກວ່າຈະເຮັດສິ່ງນັ້ນສໍາເລັດ. ອີກຢ່າງທີ່ຄົນອ້ອມຂ້າງຈະຮູ້ດີ ວ່າທິບເປັນຄົນປະຢັດ (ປລ: ປະຢັດນໍາໂຕເອງ ເເຕ່ມັກເປຄົນອື່ນ) ຕັ້ງເເຕ່ນ້ອຍເເຕ່ຈື່ຄວາມໄດ້ ພໍ່ເເມ່ໃຫ້ເງິນລາຍອາທິດ ທິດລະ 5 ເເສນເພື່ອໄປໃຊ້ກິນໃຊ້ຈ່າຍຢູ່ໂຮງຮຽນ ເເຕ່ທິບກະບໍ່ເຄີຍໃຊ້ກາຍ 150.000 ພໍເເຕ່ຈ່າຍກິນເຂົ້າສວາຍລະກະເເລ້ວD
ສ່ວນຕອນເເລງບໍ່ວ່າຈະຫິວຊໍ່າໃດກະອົດມາກິນເຂົ້າຢູ່ບ້ານ ຈົນມາຕອນນີ້ເເຕ່ນ້ອຍຈົນໃຫຍ່ບໍ່ເຄີຍຊື້ເຄື່ອງໃຫ້ໂຕເອງທີ່ເປັນ Brandname ເລີຍ ຫຼື ເບິ່ງຫຍັງເເລ້ວເເພງກະບໍ່ກ້າຊື້ ເເຕ່ມັກຊື້ໃຫ້ພໍ່ເເມ່, ໝູ່ ເເລະ ເເຟນ ເປັນຄົນສາຍເປເເຮງ ສະໂລເເກນໂຕເອງເເມ່ນເຮົາລໍາບາກໄດ້ເເຕ່ຄອບຄົວຕ້ອງສະບາຍ, ເຮົາກິນເຂົ້າຈໍ້າເກືອເເຕ່ພໍ່ເເມ່ຕ້ອງກິນອາຫານດີດີ.
ທິບເລີ່ມເຮັດເພຈ Thip Talk Tour ຕັ້ງເເຕ່ປີທ້າຍປີ 2021 ດ້ວຍການເລີ່ມລີວິວອາຫານ ເພາະໂຕເອງເປັນສາຍມັກເລາະມັກກິນຢູ່ເເລ້ວ, ຈົນໄດ້ບິນໄປຮຽນຕໍ່ຢູ່ປະເທດອົດສະຕຣາລີ ເລີຍໄດ້ເລີ່ມຂຽນເເຊຣ໌ປະສົບການໃຊ້ຊີວິດຕ່າງໆຢູ່ນັ້ນຈົນມີຜົນຕອບຮັບດີ ເລີຍເລີ່ມເຮັດວິດີໂອແບ່ງປັນເລື່ອງລາວໂຕເອງ, ວຽກທີ່ໂຕເອງເຮັດ ເເລະ ຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງກ່ຽວກັບການມາຮຽນ, ເຮັດວຽກຢູ່ນີ້.
ກ່ອນຈະມາສາຍບລັອກທິບເປັນຄົນທີ່ຂີ້ອາຍບໍ່ກ້າສະເເດງອອກ ວິດີໂອທໍາອິດທີ່ຖ່າຍຈື່ໄດ້ເລີຍວ່າກວ່າຈະໄດ້ເເມ່ນຖ່າຍຫຼາຍກວ່າ 20 ເທື່ອ ເເຕ່ຍ້ອນໂຕເອງມັກດ້ານນີ້ ມັກເເຊຣ໌ຄວາມຮູ້, ເເຊຣ໌ເລື່ອງລາວໃຫ້ຄົນອື່ນຟັງເພື່ອອາດຈະເປັນປະໂຫຍດ ເລີຍເຮັດມາເລື້ອຍໆ ລອງຜິດລອງຖືກມາຕະຫຼອດ.
ຈາກທີ່ໄປໃຊ້ຊີວິດຢູ່ອອສໄດ້ 2 ປີ ທິບເຮັດວຽກມາເເລ້ວ 8 ບ່ອນ: ເລີ່ມຈາກເປັນພະນັກງານເສີບຮ້ານອາຫານ, ພະນັກງານໃນຄົວ (ຕ້ອງລ້າງຈານ 10 ຊົ່ວໂມງໃນມື້ດຽວກະຜ່ານມາເເລ້ວ), ເປັນ Pet sitter, ພະນັກງານຕ້ອນຮັບຕາມງານອິເວັ້ນ, ພະນັກງານ all-rounder ຮ້ານອາຫານຈີນ, ເປັນຄົນ survey, ເປັນພະນັກງານສາຂາຈັດງານລ້ຽງຢູ່ໂຮງເເຮມ 5 ດາວ ເເລະ ກໍເປັນພະນັກງານຂາຍຢູ່ຮ້ານເຄື່ອງປະດັບ PANDORA.
ການທີ່ໄດ້ລອງເຮັດວຽກຫຼາຍບ່ອນເຮັດໃຫ້ທິບເກັບກ່ຽວປະສົບການເເລະມີຄວາມໝັ້ນໃຈໃນໂຕເອງຫຼາຍຂຶ້ນ ເຊິ່ງເເຕ່ລະວຽກກໍມີຂໍ້ດີ ເເລະ ໃຫ້ຄວາມຮູ້ທິບຫຼາຍຢ່າງເຮັດໃຫ້ໂຕທິບເອງພັດທະນາໃນຫຼາຍໆດ້ານ ຢ່າງເຊັ່ນ ເຮັດວຽກໂຮງເເຮມ ສາມາດໄດ້ສ່ວນຫຼຸດທີ່ພັກ ເເລະ ຮ້ານອາຫານໃນເຂື່ອຄ່າຍທົ່ວໂລກສູງສຸດ 60% ກັນເລີຍ, ພະນັກງານຂາຍ ທີ່ຫຼາຍໆຄົນຄິດວ່າງ່າຍເເຕ່ຄວາມເປັນຈິງຕ້ອງໝັ່ນຫາຄວາມຮູ້ເເລະຕ້ອງມັກເວົ້າ ຂໍ້ດີກະຄືເຮັດໃຫ້ເຮົາໄດ້ເຈິໂອ້ລົມນໍາລູກຄ້າເເລະ ຍັງໄດ້ເລດເຮັດວຽກທີ່ສູງພ້ອມເປັນວຽກທີ່ສະບາຍທີ່ສຸດທີ່ທິບເຄີຍເຮັດມາ .
ຕອນນີ້ທິບກໍາລັງຮຽນສາຍ Marketing (ການຕະຫຼາດ) ເເລະ Innovation and entrepreneurship. ສ່ວນໂຕທິບເອງເເມ່ນມັກໃນດ້ານການຂາຍ ເເລະ ຕັ້ງໃຈຢາກເຮັດທຸລະກິດໂຕເອງ ເລີຍມາສຶກສາດ້ານນີ້. ການມາຮຽນຢູ່ນີ້ຕ່າງຈາກຢູ່ລາວຫຼາຍ ເພາະເຮົາຈະຕ້ອງໄດ້ເເບ່ງເວລາໃຫ້ເປັນ ການທີ່ຈະເຮັດວຽກສົ່ງເເຕ່ລະເທື່ອບໍ່ເເມ່ນເລື່ອງງ່າຍ ຍ້ອນດ້ວຍມາດຕະຖານການຮຽນທີ່ສູງ ເຮົາກໍຕ້ອງໄດ້ຕັ້ງໃຈອີຫຼີ່ ຮຽນຍາກ ເເຕ່ກໍຕ້ອງໄດ້ເຮັດວຽກໄປນໍາເພາະຄ່າຄອງຊີບຄືສູງເເຮງ.
ສໍາລັບໂຕທິບເອງການໄດ້ມາຮຽນຕໍ່ເຮັດໃຫ້ຮຽນຮູ້ເເລະໄດ້ປະສົບການຫຼາຍຢ່າງ: ເຮັດໃຫ້ທິບຕ້ອງມີຄວາມຮັບຜິດຊອບ, ໄດ້ໃຊ້ຊີວິດຢູ່ດ້ວຍໂຕເອງ ເວລາມີບັນຫາຫຍັງກໍຕ້ອງໄດ້ເເກ້ມັນເອງ, ເປີດກວ້າງເເລະຮຽນຮູ້ໂລກພາຍນອກລາຍຂຶ້ນ, ໂອກາດໃນການເຮັດວຽກຫາປະສົບການ, ຫາເງິນໃຊ້ໄດ້ດ້ວຍໂຕເອງ, ໄດ້ປ່ຽນຄວາມຄິດເຮົາຫຼາຍໆຢ່າງ ເເລະ ເຮັດໃຫ້ຄວາມຄິດເປັນຜູ້ໃຫຍ່ຂຶ້ນ ບວກກັບພັດທະນາໂຕເອງໃນຫຼາຍໆດ້ານໃນເຂັ້ມເເຂງເເລະຕ້ອງຢືນໄດ້ດ້ວຍລໍາເເຂ້ງໂຕເອງ
ສໍາລັບໃຜທີ່ມີເເພລນຢາກໄປຮຽນຕໍ່ ເເຕ່ຢ້ານຫຼືບໍ່ກ້າ ທິບຢາກບອກວ່າ ບໍ່ລອງກະບໍ່ຮູ້ ບໍ່ມີຫຍັງງ່າຍໃນຊີວິດນີ້ ເຮົາຕ້ອງອອກຈາກ comfort zone ໂຕເອງ ເເລ້ວເຮົາຈະຄົ້ນພົບໂຕເອງໃນທີ່ສຸດ ເເລະ ຖ້າໃຜກັງວົນໃນເລື່ອງຄ່າໃຊ້ຈ່າຍຢູ່ ທິບຢາກບອກເລິຍວ່າ ໂຮງຮຽນ,ສະຖາບັນຢູ່ນີ້ມີຫຼາຍລາຄາຕາມງົບຂອງເຮົາເເລະມີຫຼາຍໂຮງຮຽນທີ່ມອບທຶນໃຫ້ ສ່ວນຄ່າໃຊ້ຈ່າຍອື່ນໆ ເເມ່ນຖ້າເຮົາເຮັດວຽກມາເເທ້ກໍສາມາດກຸ້ມຢູ່ກຸ້ມກິນໄດ້ (ເເຕ່ຕ້ອງບອກເລິຍວ່າ ເງິນທີ່ໄດ້ໃາຫຼາຍ ຄ່າໃຊ້ຈ່າຍກໍຫຼາຍຄືກັນ) ສະນັ້ນ, ໃຜທີ່ສົນໃຈ ກໍຕ້ອງກຽມໃຈມາໃຫ້ພ້ອມ ເພາະໂລກເເຫ່ງຄວາມເປັນຈິງບໍ່ໄດ້ສວຍງາມຄືໃນນິທານ.
ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:
Facebook: Thip Talk Tour
Tiktok: Thip Talk Tour
Instagram: Thip_Nathavong
YouTube: Thip Talk Tour
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ ິນເຕີວິວ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ກຸມພາ 2024 ຕາມແຕ່ລະວັນເກີດຄົນເກີດວັນອາທິດການ​ງານ  ຈະ​ພົບ​​ອຸປະສັກ​ໃນ​ເລື່ອງ​ຂອງ​ການ​ປ່ຽນ​ແ...
02/02/2024

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ກຸມພາ 2024 ຕາມແຕ່ລະວັນເກີດ


ຄົນເກີດວັນອາທິດ

ການ​ງານ ຈະ​ພົບ​​ອຸປະສັກ​ໃນ​ເລື່ອງ​ຂອງ​ການ​ປ່ຽນ​ແປງ​ທາງ​ດ້ານ​ວຽກ​ງານ​ທີ່​ຈະ​ຕ້ອງ​ຫາ​ແນວ​ທາງ​ວິທີ​ການ​ໃໝ່​ໆ

ການ​ເງິນ ມີ​ໂຊກ​ຈະ​ໄດ້​ຊື້ເຄື່ອງທີ່​ຖືກ​ໃຈ​ຫລື​ຊັບ​ສິນ​ຂອງ​ມີ​ຄ່າ​ບາງຢ່າງ​ເຂົ້າ​ມາ

ຄວາມ​ຮັກ ບໍ່​ຄ່ອຍ​ມີ​ເວລາ​ທີ່​ຈະ​ສື່​ສານ​ກັບ​ຄົນ​ຮັກ​ໃນ​ໄລຍະນີ້

ເຄື່ອງມຸງຄຸນນ ຫິນນຳໂຊກສີແດງ

ສີມຸງຄຸນ​ ສີຟ້າ

ເລກ​ນຳ​ໂຊກ​ 7

.

ຄົນເກີດວັນຈັນ

ການ​ງານ ຜູ້ໃຫຍ່​ຈະໃຫ້​ໂອ​ກາດ​ ແລະ ​ມອບ​ຫນ້າທີ່​ເພື່ອ​ໃຫ້​ສ້າງ​ຜົນ​ງານ​ທີ່​ໂດດ​ເດັ່ນ

ການ​ເງິນ​​ ລະ​ວັງ​ຄວາມ​ເຄັ່ງຄຽດ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ ເພາະລາຍຈ່າຍຫຼາຍເກີນເງິນທີ່ໄດ້ຮັບມາ

ຄວາມ​ຮັກ ຄົນ​ຮັກ​ຈະ​ມີ​ສ່ວນ​ຊ່ວຍ​ໃນ​ເລື່ອງ​ຂອງ​ການເງິນ ​ຊ່ວຍ​ເຫລືອ​ດ້ານ​ວຽກງານ

ເຄື່ອງມຸງຄຸນ​ ສາຍແຂນຄໍາ

ສີມຸງຄຸນ ສີບົວ

ເລກ​ນຳ​ໂຊກ​ 3

.

ຄົນເກີດວັນອັງຄານ

ການ​ງານ​ ຈະ​ພົບ​ເລື່ອງ​ການ​ປ່ຽນ​ແປງ​ວຽກງານ ເພາະອາດສົມຫວັງດັ່ງທີ່ທ່ານຄາດຫວັງໄວ້

ການ​ເງິນ​ ມີໝູ່​ເພື່ອນ​ຫລື​ໃຜ​ບາງ​ຄົນ​ຢາກ​ຈະໃຫ້​ຕົນເອງ​ນັ້ນ​ໄປ​ຊ່ວຍ​ເຫລືອ

ຄວາມ​ຮັກ ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ

ເຄື່ອງມຸງຄຸນ​ ໄຂ່ມຸກ

ສີມຸງຄຸນ ສີຂຽວອ່ອນ

ເລກ​ນຳ​ໂຊກ​ 9

.

ຄົນເກີດວັນພຸດ

ການ​ງານ ​ໃນ​ຊ່ວງ​ນີ້​ດ້ານ​ການການເຮັດທຸລະກິດ​​ອາຫານ, ແຟ​ຊັ່ນ ທຸລະກິດ​ດ້ານ​ອ​​າສັງຫາ​ຈະປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ ລາຍ​ຈ່າຍ​ມີ​ຫລາຍ​ເປັນ​ພິເສດ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ເທົ່າ​ທີ່​ຈຳນວນ​ທີ່​ຈ່າຍ​ອອກ​ໄປ

ຄວາມ​ຮັກ ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ​ປານໃດ​ໃນໄລຍະນີ້ ແຕ່​ກໍ​ຍັງ​ເຫັນ​ອົກ​ເຫັນ​ໃຈ​ ແລະ ​ເຂົ້າໃຈ​ກັນ​ດີ

ເຄື່ອງມຸງຄຸນ​​ ເພັດສີຂາວ

ສີມຸງຄຸນ ສີດໍາ

ເລກ​ນຳ​ໂຊກ​ 4

.

ຄົນເກີດວັນພະຫັດ

ການ​ງານ ມີ​ໂອ​ກາດ​ປ່ຽນ​ແປງ​ຍົກຍ້າຍວຽກ​ງານ​ໃໝ່​ກໍ​ເປັນ​ໄປ​ໄດ້

ການ​ເງິນ ຈະ​ໄດ້​ເງິິນ​ເຂົ້າ​ມາ​ເລື້ອຍ​ໆ ແລະ ​ຕໍ່​ເນື່ອງ​ໃນໄລຍະນີ້ຄວນງົດການໃຊ້ຈ່າຍ

ຄວາມ​ຮັກ ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ໃຜ​ບາງ​ຄົນ​ເຂົ້າ​ມາ​ໃນ​ໄລຍະນີ້ກໍເປັນໄປໄດ້

ເຄື່ອງມຸງຄຸນ​ ຄໍາຝຣັ່ງ

ສີມຸງຄຸນ ສີນໍ້າຕານ

ເລກ​ນຳ​ໂຊກ​ 6

.

ຄົນເກີດວັນສຸກ

ການ​ງານ​ ໄລຍະນີ້ຈະຫາຂໍ້ມູນ ເພື່ອ​ສຶກ​ສາ​ແນວ​ທາງ​ວິທີ​ການເຮັດ​ທຸລະກິດ​ໃນ​ຮູບ​ແບບ​ໃໝ່

ການ​ເງິນ ຄວນ​ໃຊ້ເງິນຢ່າງປະ​ຢັດ​​ໄວ້​ກ່ອນ​ຈະ​ເປັນ​ການດີ​ທີ່ສຸດ​ໃນ​ໄລຍະນີ້

ຄວາມ​ຮັກ ຄວນ​ຢຸດຕິຄໍາເວົ້າທີ່ຮຸນແຮງ​​ກັບ​ຄົນ​ຮັກ ເພາະອາດເຮັດໃຫ້ຄົນຮັກມີການປ່ຽນແປງຈິດໃຈຂອງອີກຝ່າຍ

ເຄື່ອງມຸງຄຸນ​​ ຫິນນໍາໂຊກສີຂາວ

ສີມຸງຄຸນ ສີເທົາ

ເລກ​ນຳ​ໂຊກ​ 5

.

ຄົນເກີດວັນເສົາ

ການ​ງານ ຈະ​ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ແຟ​ຊັ່ນ ​ແລະ ​ຄວາມ​ສວຍ​ງາມ​ກໍ​ຈະ​ໄດ້ຮັບ​ຜົນ​ກຳ​ໄລ​ທີ່​ດີ

ການ​ເງິນ ວາງ​ແຜນ​ການ​ໃຊ້​ຈ່າຍ​ຢ່າງ​ຮອບ​ຄອບ​​ໃຫ້​ຫລາຍ​ທີ່ສຸດ

ຄວາມ​ຮັກ ​ໄລຍະນີ້ເປັນການເບິ່ງໆໃຈກັນໃຈຂອງທ່ານເອງກໍຍັງມີຄວາມລະແວງຕະຫຼອດເວລາ

ເຄື່ອງມຸງຄຸນ​ ໄຂ່ມຸກ

ສີມຸງຄຸນ ສີບົວ

ເລກ​ນຳ​ໂຊກ​ 7

01/02/2024

ຢາກເພີ່ມທັກສະພາສາອັງກິດແຕ່ບໍ່ມີເວລາ! ບັນຫານີ້ຈະໝົດໄປຖ້າມາຮຽນທີ່ Wall Street English ເພາະເຮົາສາມາດເລືອກມື້ ແລະ ເວລາຮຽນໄດ້ຕາມໃຈເຮົາເລີຍ 🤩
ທີ່ສໍາຄັນທີ່ສຸດ Wall Street English ເປັນສະຖາບັນສອນພາສາອັງກິດລະດັບໂລກທີ່ໄດ້ມາຕັ້ງຢູ່ທີ່ປະເທດລາວ. ຂໍບອກເລີຍວ່າໃຜມາຮຽນແລ້ວຈະສາມາດພັດທະນາທັກສະພາສາອັງກິດໄດ້ໄວດ້ວຍການເຝິກພາສາອັງກິດແບບເຈົ້າຂອງພາສາ, ເພິ່ນກາຣັນຕີເລີຍວ່າສາມາດເວົ້າໄດ້ຢ່າງໝັ້ນໃຈພາຍໃນ 3 ເດືອນ!
ຫຼ້າສຸດມ່ວນກໍໄດ້ໄປສໍາຜັດການເປັນນັກຮຽນຂອງ Wall Street English ມາ, ຫຼັກສູດການຮຽນຈະຄັກສໍ່າໃດນັ້ນໝູ່ເພື່ອນສາມາດເບິ່ງໄດ້ໃນວິດີໂອເລີຍ 🥰
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
page: Wall Street English Laos
ໂທ: 020 23262656
ສະຖານທີ່: ວຽງຈັນເຊັນເຕີ ຊັ້ນ 4
#ມ່ວນ #ຮຽນພາສາອັງກິດ #ພາສາອັງກິດ

ຮຸນໄດ ລາວ ເປີດຫ້ອງຂາຍໃໝ່ ພ້ອມເຊີນຊວນທຸກຄົນໄປສຳຜັດປະສົບການຂັບຂີ່ແຫ່ງອະນາຄົດຮຸນໄດ ລາວ (Hyundai Laos) ພາຍໃຕ້ ບໍລິສັດ ໂຄລາວ ...
01/02/2024

ຮຸນໄດ ລາວ ເປີດຫ້ອງຂາຍໃໝ່ ພ້ອມເຊີນຊວນທຸກຄົນໄປສຳຜັດປະສົບການຂັບຂີ່ແຫ່ງອະນາຄົດ
ຮຸນໄດ ລາວ (Hyundai Laos) ພາຍໃຕ້ ບໍລິສັດ ໂຄລາວ ກຣຸບ ໄດ້ເປີດຫ້ອງຂາຍໃໝ່ ສາຂາ ດົງປ່າລານ ເມື່ອວັນທີ 1 ກຸມພາ 2024. ຫ້ອງຂາຍແຫ່ງນີ້ ໄດ້ຮັບການອອກແບບມາພາຍໃຕ້ແນວຄິດ “Hello Hyundai Hello Future” ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເປັນຮຸນໄດ ຄື ນະວັດຕະກຳແຫ່ງໂລກອານາຄົດ ເນັ້ນຄວາມລຽບງ່າຍ (minimal), ຄວາມຫຼູຫຼາ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.​
ໃນພິທີເປີດຫ້ອງຂາຍໃໝ່ແຫ່ງນີ້ ຍັງມີການເປີດໂຕລົດຮຸ່ນໃໝ່ຈາກ ຮຸນໄດ ປະກອບດ້ວຍ The New Hyundai Stargazer, Palisade, ແລະ IONIQ6 ເຊິ່ງລົດຮຸ່ນເຫຼົ່ານີ້ມາພ້ອມກັບເຕັກໂນໂລຊີທີ່ທັນສະໄໝ, ສະມັດຖະພາບ ແລະ ການອອກແບບໃໝ່ຫຼ້າສຸດ ທີ່ຈະຍົກລະດັບປະສົບການໃນການຂັບຂີ່ຂອງທຸກຄົນໄປສູ່ອີກລະດັບທີ່ເໜືອກວ່າ.​
🔹The New Hyundai Stargazer ເປັນລົດ MPV ຂະໜາດກະທັດຮັດທີ່ຮອງຮັບຜູ້ໂດຍສານໄດ້ເຖິງ 7 ຄົນ ຢ່າງສະດວກສະບາຍ ແລະ ມີສະໄຕລ໌. ຕົວລົດມີຫ້ອງໂດຍສານທີ່ກວ້າງ, ຕັ່ງນັ່ງແຖວສອງແບບ captian seat ໃຫ້ຄວາມສະບາຍທຸກການເດີນທາງ, ແລະ ລະບົບອິນໂຟເທນເມັນທີ່ເຊື່ອມຕໍ່ຜ່ານ Apple CarPlay ແລະ Android Auto ມາພ້ອມກັບລຳໂພງພຣີມ້ຽມ Bose ທັງໝົດ 8 ຈຸດ.​
🔹The New Hyundai Palisade ເປັນລົດ SUV ຂະໜາດໃຫຍ່ລະດັບພຣີມຽມ ທີ່ປະສົມປະສານຄວາມຫຼູຫຼາ, ຄວາມສະດວກສະບາຍ ແລະ ຄວາມປອດໄພ. ຮຸ່ນນີ້ໃຫ້ຫ້ອງໂດຍສານກວ້າງຂວາງກວ່າ ມີສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ລວມທັງການອອກແບບທີ່ເປັນເອກະລັກ ສ້າງຄວາມໝັ້ນໃຈທຸກການຂັບຂີ່ ດ້ວຍລະບົບຄວາມປອດໄພທີ່ທັນສະໄໝ ບໍ່ວ່າຈະເປັນຊ່ວຍໃນການຂັບຂີ່ ດ້ວຍຈໍສະແດງພາບມຸມອັບສາຍຕາ, ຈໍພາບມຸມມອງຮອບທິດທາງ 360 ອົງສາ ແລະ ລະບົບຊ່ວຍຫຼີກເວັ້ນການຕຳ ເປັນຕົ້ນ.​
​🔹 The New Hyundai IONIQ6 ເປັນລົດໄຟຟ້າ 100% ທີ່ໄດ້ຮັບລາງວັນ Car and Driver’s 2023 EV. ລົດຮຸ່ນນີ້ມີການອອກແບບພາຍນອກທີ່ສວຍງາມຫຼາຍ, ໜ້າຈໍສະແດງຜົນພານາໂລມິກລະບົບດິຈີຕໍຂະຫນາດ 12.3ນິ້ວ ແລະ ສາມາດຂັບຂີ່ໄດ້ໄກເຖິງ 614 ກິໂລແມັດ ຕໍ່ຊົ່ວໂມງ. ຮອງຮັບການສາກໄວ (ultra-fast charge) ທີ່ສາມາດສາກແບັດເຕີຣີໄດ້ຈາກ 10% ຫາ 80% ພາຍໃນເວລາພຽງ 18 ນາທີ. ນອກຈາກນີ້ ຍັງມີລະບົບ V2L ຕໍ່ແລະຊາກໄຟໃຫ້ກັບອຸປະກອນໄຟຟ້າໄດ້ອີກດ້ວຍ. ​
✨ເພື່ອສະເຫຼີມສະຫຼອງການເປີດຫ້ອງຂາຍໃໝ່ນີ້, ທາງຮຸນໄດ ໄດ້ມີຂໍ້ສະເໜີພິເສດເປັນສ່ວນຫຼຸດສູງສຸດ 500 ໂດລາ (ສະເພາະສາຂາດົງປ່າລານ) ສຳລັບລູກຄ້າທີ່ຈອງລົດຮຸ່ນຕ່າງໆຂ້າງເທິງນັ້ນພາຍໃນງານເທົ່ານັ້ນ. ນອກຈາກນັ້ນ ຜູ້ທີ່ເຂົ້າຮ່ວມງານຍັງຈະໄດ້ຮັບຂອງທີ່ລະນຶກເປັນຄັນຮົ່ມຮຸ່ນພິເສດຈາກຮຸນໄດອີກດ້ວຍ.​
ຫ້ອງຂາຍໃໝ່ນີ້ ຈະເປີດໃຫ້ບໍລິການຢ່າງເປັນທາງການນັບຕັ້ງແຕ່ວັນທີ 1 ກຸມພາ 2024 ເປັນຕົ້ນໄປ ຕັ້ງແຕ່ເວລາ 9 ໂມງເຊົ້າ ຫາ 5 ໂມງແລງ. ຢ່າພາດໂອກາດທີ່ຈະໄດ້ມາສຳພັດອະນາຄົດຂອງການຂັບຂີ່ ແລະ ຮັບສິດທິພິເສດຕ່າງໆຈາກທາງຮຸນໄດ.​
ໂດຍ: ທີມບັນນາທິການ muan.la​

01/02/2024

ຕ້ອງໄປໃຫ້ໄດ້!!! ເທດສະການດົນຕີທີ່ແປກໃໝ່ທີ່ສຸດ ຈັດເຕັມ 3 ເວທີ 3 ຮູບແບບການສະແດງ ລາວ 🇱🇦 ໄທ 🇹🇭 ຫວຽດນາມ 🇻🇳 ຈີນ 🇨🇳 🔊ຄັກສຸດລະກ່າ...🎵
📌ທີ່ຫຼວງນ້ຳທາ ວັນທີ23-24ກຸມພາ2024
ໃນງານ​ Namtha Music Carnival🎶
✨ມາຮ່ວມມ່ວນມັນ.. ຕ້ອນຮັບປີທ່ອງທ່ຽວ.​ລາວ2024​ ດ້ວຍກັນ
✨ພາຍໃນງານຈະມີທັງຄອນເສີດ ໂດຍມີທັບສິລະປິນດັງ ຈາກ​​🇱🇦-🇹🇭- 🇨🇳
ພ້ອມກິດຈະກຳຢ່າງຫຼວງຫຼາຍ
ແລະ ຍິ່ງໃຫຍ່ແນ່ນອນ
ໃຜທີ່ຍັງບໍ່ທັນຈອງປີ້ຮີບຈອງດ່ວນ
👉ສາມາດຊື້ບັດເຂົ້າຮ່ວມງານ ແລະ ຕິດຕາມການອັບເດດກິດຈະກຳໄດ້ທີ່ເພຈ: Namtha Music Carnival
ແລະ ຮຸ່ງອາລຸນຂົນສົ່ງດ່ວນ
ຫຼື ຕິດຕໍ່ທີ່📲020 88728929
_________
#ຄັກສຸດລະກ່າ


#咔嗉啦嘎

ເມື່ອ YUGYEOM ອອກເພງໃໝ່, ມ່ວນກໍຢາກມາອັບເດດໃຫ້ໝູ່ເພື່ອນໄດ້ເຫັນວ່າມັກເນ່ຍັກຂອງວົງ GOT7 ມາໄກສໍ່າໃດແລ້ວ! ຢູກຢອມ ເລີ່ມຕົ້ນເສັ...
01/02/2024

ເມື່ອ YUGYEOM ອອກເພງໃໝ່, ມ່ວນກໍຢາກມາອັບເດດໃຫ້ໝູ່ເພື່ອນໄດ້ເຫັນວ່າມັກເນ່ຍັກຂອງວົງ GOT7 ມາໄກສໍ່າໃດແລ້ວ!
ຢູກຢອມ ເລີ່ມຕົ້ນເສັ້ນທາງການເປັນສິລະປິນດ່ຽວມາຕັ້ງແຕ່ປີ 2021 ແລະ ຫຼ້າສຸດລາວກໍໄດ້ປ່ອຍເພງ LA SOL MI ມາມື້ວານນີ້ອີກດ້ວຍ 🥰 ນອກຈາກເພງໃໝ່ແລ້ວກໍຍັງມີອີກ 8 ເພງທີ່ຟັງໄດ້ແບບເພີນໆ ແລະ ຕິດຫູສຸດໆ.
ອາກາເຊ່ຄົນໃດຄິດຮອດ YUGYEOM ແດ່?
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ

"ຂ້ອຍພຽງຈະບິນໄປ ບິນໄປສູ່ໂລກທີ່ກວ້າງໃຫຍ່ ເບື່ອສັງຄົມທີ່ວຸ້ນວາຍ ເບື່ອ…ບໍ່ຢາກສົນໃຈໃຜ"ຖ້າໝູ່ເພື່ອນຢາກຟັງເພງດີໆຊິວໆ ຕ້ອງລອງມາ...
01/02/2024

"ຂ້ອຍພຽງຈະບິນໄປ ບິນໄປສູ່ໂລກທີ່ກວ້າງໃຫຍ່ ເບື່ອສັງຄົມທີ່ວຸ້ນວາຍ ເບື່ອ…ບໍ່ຢາກສົນໃຈໃຜ"
ຖ້າໝູ່ເພື່ອນຢາກຟັງເພງດີໆຊິວໆ ຕ້ອງລອງມາຟັງເພງນີ້ແລ້ວ! ມ່ວນຢາກພາທຸກຄົນລ່ອງລອຍໄປກັບເພງ "ບິນ" ຈາກສອງໜຸ່ມ ALEX $MOKE ແລະ TA J ເຊິ່ງເປັນເພງໃໝ່ຫຼ້າສຸດຕອນຮັບປີ 2024 🤩
ເພງນີ້ເປັນເພງທີ່ໜຸ່ມແຣັບເປີອາເລັກໄດ້ຮ້ອງທ່ອນຮຸກແບບສົດໃສໃຈຟູສຸດໆ, ຄືກັບຄວາມໝາຍຂອງເພງທີ່ສື່ເຖິງການຢາກໜີອອກຈາກບັນຫາ ແລະ ຄວາມວຸ້ນວາຍເພື່ອໃຫ້ຕົນເອງໄດ້ມີອິດສະຫຼະຈາກຊີວິດໃນຕອນນີ້, ຖ້າເຮົາມີປີກ ຫຼື ພະລັງວິເສດທີ່ເຮັດໃຫ້ບິນກໍຄືຈະດີເນາະ!
ໃຜທີ່ກໍາລັງເມື່ອກັບການໃຊ້ຊີວິດ ລອງພັກມາຟັງເພງ 'ບິນ' ແລ້ວຈຶ່ງລຸຍຕໍ່ເດີ!
ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງ Alex $MOKE ໄດ້ທີ່:
TT: Alexsmoke420
IG: AlexSmoke420
PAGE FB: Alex Smoke
YT: ALEX SMOKE SLY Official
Spotify: ALEX $MOKE
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ ິນເຕີວິວ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ກຸມພາ 2024 ຕາມແຕ່ລະວັນເກີດຄົນເກີດວັນອາທິດການ​ງານ ຜູ້ໃຫຍ່​ມາ​ສະໜັບ​ສະໜຸນຊ່ວຍ​ເຫຼືອ​ເລື່ອງ...
01/02/2024

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ກຸມພາ 2024 ຕາມແຕ່ລະວັນເກີດ


ຄົນເກີດວັນອາທິດ

ການ​ງານ ຜູ້ໃຫຍ່​ມາ​ສະໜັບ​ສະໜຸນຊ່ວຍ​ເຫຼືອ​ເລື່ອງ​ເງິນ​ທຶນ

ການ​ເງິນ ມີ​ການ​ໃຊ້​ຈ່າຍ​ເງິນ​ອອກ​ໄປ​ເປັນ​ຈຳນວນ​ຫຼາຍ

ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົນ​ໃກ້​ຕົວ​ໂດຍ​ບໍ່ທັນຕັ້ງໂຕ

ເຄື່ອງມຸງຄຸນ ຄໍາຝຣັ່ງ

ສີມຸງຄຸນ​ ເງິນ

ເລກ​ນຳ​ໂຊກ​ 9

.

ຄົນເກີດວັນຈັນ

ການ​ງານ ຕັດ​ສິນ​ໃຈ​ເລີ່ມ​ເຮັດ​ທຸລະກິດ​ໃໝ່​ວາງ​ແຜນ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ​ ຜູ້ໃຫຍ່​ຈະ​ອຸປະຖຳ​ດ້ານ​ການ​ເງິນ

ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ

ເຄື່ອງມຸງຄຸນ ເງິນ

ສີມຸງຄຸນ ສີດໍາ

ເລກ​ນຳ​ໂຊກ​ 6

.

ຄົນເກີດວັນອັງຄານ

ການ​ງານ ລົງ​ນາມ​ເອກະສານ​ສັນຍາ​ການ​ລົງ​ທຶນ​ປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່

ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນທີ່​ເປັນ​ຜູ້ໃຫຍ່

ເຄື່ອງມຸງຄຸນ​ ໄຂ່ມຸກ

ສີມຸງຄຸນ ສີ​ແດງ

ເລກ​ນຳ​ໂຊກ​ 1

.

ຄົນເກີດວັນພຸດ

ການ​ງານ ​ ຕ້ອງ​ຮັບ​ຜິດຊອບ​ໜ້າທີ່​ການ​ງານ​ຫຼາຍ​ເພີ່ມ​ຂຶ້ນ

ການ​ເງິນ ໄລຍະນີ້​ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ

ຄວາມ​ຮັກ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ ເຂົ້າມາເຮັດໃຫ້ທ່ານມີຊີວິດຊີວາ

ເຄື່ອງມຸງຄຸນ​​ ຫິນນໍາໂຊກສີແດງ

ສີມຸງຄຸນ ສີນໍ້າຕານ

ເລກ​ນຳ​ໂຊກ​ 3

.

ຄົນເກີດວັນພະຫັດ

ການ​ງານ ມີ​ຄວາມ​ສ້າງສັນ​ໃນ​ການສ້າງ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ ມີ​ໂອ​ກາດ​ເສຍ​ເງິນ​ຊ່ວຍ​ເຫຼືອ​ບໍລິວານ

ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວ ອາດເປັນເນື້ອຄູ່ຂອງທ່ານ

ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ

ສີມຸງຄຸນ ສີຂາວ

ເລກ​ນຳ​ໂຊກ 1

.

ຄົນເກີດວັນສຸກ

ການ​ງານ​ ມີ​ການເດີນທາງ​ໄກ​ນັດ​ເຈລະ​ຈາ​ກັບ​ລູກ​ຄ້າ​ປະ​ສົບ​ຄວາມ​ສຳ​ເລັດ

ການ​ເງິນ ເຂົ້າ​ສູ່​ສະພາ​ວະເຄັ່ງ​ຕຶງ​ອາດມີບັນຫາເລື່ອງຂອງເງິນເຂົ້າມາໃຫ້ວຸ່ນວາຍ

ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ໂດຍ​ບໍ່ທັນຕັ້ງໂຕກັບຄົນທີ່ມີສະເໜ່

ເຄື່ອງມຸງຄຸນ​​ ຄໍາ

ສີມຸງຄຸນ ສີມ່ວງ

ເລກ​ນຳ​ໂຊກ​ 4

.

ຄົນເກີດວັນເສົາ

ການ​ງານ ເດີນທາງ​ຕິດ​ຕໍ່​ທຸລະກິດ​ເກີດ​ຜົນ​ປະໂຫຍດ​ທີ່​ດີ

ການ​ເງິນ ມີ​ໂອ​ກາດ​ໄດ້ຮັບ​ໂຊກ​ຈາກ​ຜູ້ໃຫຍ່ເພາະທ່ານຊ່ວຍອຸປະຖໍາ

ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ

ເຄື່ອງມຸງຄຸນ​ ເງິນ

ສີມຸງຄຸນ ສີສົ້ມ

ເລກ​ນຳ​ໂຊກ​ 4

31/01/2024

Happy February!
🥳🥳🥳
ເດືອນມັງກອນຈົບລົງແລ້ວທຸກຄົນ
#ມ່ວນຊວນລົມ

ຮູ້ສຶກວ່າ Buck ຈະບໍ່ເກັ່ງເລື່ອງສຸພາສິດບູຮານປານໃດ 🐿️ເບິ່ງຄວາມໜ້າຮັກຂອງເຫຼົ່າສັດໂລກບູຮານໄດ້ໃນ Ice Age : Dawn of the Dinosa...
31/01/2024

ຮູ້ສຶກວ່າ Buck ຈະບໍ່ເກັ່ງເລື່ອງສຸພາສິດບູຮານປານໃດ 🐿️

ເບິ່ງຄວາມໜ້າຮັກຂອງເຫຼົ່າສັດໂລກບູຮານໄດ້ໃນ Ice Age : Dawn of the Dinosaurs (2009)

#ມ່ວນຊວນເບິ່ງ #ຕາຕໍ່ຕາແຂ້ວຕໍ່ແຂ້ວ

31/01/2024

ມາທວາຍຄວາມໝາຍຂອງອີໂມຈິນີ້ກັນດີກວ່າ
👁🐝👁
🦷🐝🦷
#ມ່ວນຊວນລົມ

ຕົກຂຸມຮັກພາຍໃນເວລາ 3 ວິນາທີ, ລົມກັນຄົບກັນແປບດຽວກໍບອກຮັກເລີຍ, ຫຼົງຮັກທຸກຄົນທີ່ເຂົ້າມາຫາ! ຫາກໝູ່ເພື່ອນ ຫຼື ໝູ່ເຮົາຄົນໃດເປັ...
31/01/2024

ຕົກຂຸມຮັກພາຍໃນເວລາ 3 ວິນາທີ, ລົມກັນຄົບກັນແປບດຽວກໍບອກຮັກເລີຍ, ຫຼົງຮັກທຸກຄົນທີ່ເຂົ້າມາຫາ! ຫາກໝູ່ເພື່ອນ ຫຼື ໝູ່ເຮົາຄົນໃດເປັນແບບນີ້ອາດມີອາການ Emophilia ເຊິ່ງເປັນອາການຂອງ 'ຄົນໃຈງ່າຍ'
ການທີ່ເຮົາມີອາການນີ້ອາດມີອັນຕະລາຍຕໍ່ສຸຂະພາບຈິດເຮົາໄດ້ ເພາະມັນອາດນໍາພາເຮົາໄປເປັນຄົນທີ່ບໍ່ເຫັນຄຸນຄ່າໃນຕົວເອງ ແລະ ຕ້ອງການແຕ່ຄວາມຮັກຈາກຄົນອື່ນເພື່ອມາເຕີມເຕັມຊີວິດຂອງຕົນ, ເຮົາອາດສູນເສຍຄວາມເປັນຕົວເອງໄປໄດ້.
ຜູ້ທີ່ມີອາການ Emophilia ມີແນວໂນ້ມທີ່ຈະຕົກຂຸມຮັກຄົນ 3 ປະເພດນີ້ຢ່າງງ່າຍດາຍ ຄື: ຄົນທີ່ມັນບັງຄັບຄວາມຄິດຄົນອື່ນ, ຄົນທີ່ຫຼົງຕົວເອງ ແລະ ຄົນທີ່ຂາດຈິດສໍານຶກ ບໍ່ມີຄວາມເຫັນໃຈຄົນອື່ນ. ບຸກຄົນ 3 ປະເພດນີ້ຈະເຮັດໃຫ້ອີກຝ່າຍສູນເສຍຄວາມໝັ້ນໃຈໃນຕົວເອງຈຶ່ງເປັນຜົນເສຍຕໍ່ຄົນທີ່ຮັກງ່າຍ.
ແລ້ວເຮົາຈະແກ້ໄຂອາການຕົກຂຸມຮັກງ່າຍນີ້ແນວໃດ? ເຮົາສາມາດເລີ່ມຕົ້ນງ່າຍໆດ້ວຍ
1. ສ້າງມາດຕະຖານຂອງຄົນຮັກທີ່ເຮົາຕ້ອງການ
2. ເຫັນຄຸນຄ່າຂອງຕົວເອງໃຫ້ຫຼາຍຂຶ້ນ
3. ມີຄວາມສຸກກັບຕົວເອງ ແລະ ພະຍາຍາມບໍ່ເພິ່ງພາຄົນອື່ນ
4. ຢູ່ກັບໝູ່ເພື່ອນ ແລະ ຄອບຄົວທີ່ຮັກເຮົາ, ເປີດໃຈເວົ້າເລື່ອງຄວາມສໍາພັນກັບພວກເຂົາ
5. ປຶກສາຜູ້ຊ່ຽວຊານດ້ານຈິດຕະວິທະຍາເພື່ອນຄົ້ນຫາສາເຫດຂອງອາການ
Emophilia ອາດເກີດຈາກການບໍ່ໄດ້ຮັບຄວາມຮັກ ແລະ ຄວາມອົບອຸ່ນຢ່າງພຽງພໍໃນໄວເດັກ ຫຼື ອາດເກີດຈາກອະດີດຄວາມສໍາພັນທີ່ມີຄວາມຮຸນແຮງຕໍ່ສະພາບຈິດໃຈ ເລີຍເຮັດໃຫ້ຮັກຄົນອື່ນງ່າຍເພາະຈິດໃຈຮຽກຮ້ອງຕ້ອງການຄວາມຮັກຈາກບຸກຄົນອື່ນ.
ຄວາມສໍາຄັນຂອງການຮັກຕົວເອງມີບົດບາດໃນເວລານີ້ແຫຼະ, ເພາະມັນສາມາດເພີ່ມເກາະປ້ອງກັນໃນຈິດໃຈຂອງເຮົາ 🥰
ໂດຍ: ທີມບັນນາທິການ muan.la
#ມ່ວນ #ຄວາມສໍາພັນ

Address

7th Floor, Vientiane Plaza Hotel, Hatsady Village, Chanthabouly District
Vientiane
01000

Telephone

+8562078930292

Website

Alerts

Be the first to know and let us send you an email when muan.la posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to muan.la:

Videos

Share

Nearby media companies

  • Bizgital

    Bizgital

    Floor Vientiane Plaza Hotel. Saylom Street


You may also like