ກົມໄປສະນີdop

ກົມໄປສະນີdop ບໍລິການຂໍ້ມູນຂ່າວສານການເຄື່ອນໄຫວຂະແໜງການໄປສະນີ

ກົມໄປສະນີໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ---------------------------------------------------...
29/03/2024

ກົມໄປສະນີໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023
-----------------------------------------------------------------
ໃນຕອນເຊົ້າຂອງວັນທີ 29 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກຕສ (ເຂດສີສະເກດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ ປະຈໍາປີ 2023 ພ້ອມທັງປາຖະກະຖາວັນສໍາຄັນ ຂອງພັກ-ຂອງຊາດ ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະປະຈໍາພັກ, ຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກສົມບູນ, ພະນັກງານຫຼັກແຫຼ່ງ ແລະ ຄະນະພັກຮາກຖານ ທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈໍານວນ 250 ກວ່າສະຫາຍ ໃນພິທີຄັ້ງນີ້, ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023
-----------------------------------------------------------------
ໃນໂອກາດອັນສຳຄັນນີ້ກົມໄປສະນີກໍ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ເຊີ່ງເປັນສິ່ງຢັ້ງຢືນໃຫ້ເຫັນວ່າກົມໄປສະນີໄດ້ເອົາໃສ່ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໂດຍຖືເອົາໜ້າທີ່ການເມືອງຂອງຕົນ ປະຕິບັດຕາມ 05 ເນື້ອໃນ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນໍາພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ.
ວາລະດຽວກັນ, ກໍໄດ້ມີການສາຍຮູບເງົາ ມູນເຊື້ອປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ແລະ ໄດ້ເປັນກຽດຮັບຟັງການໂອ້ລົມອັນມີຄວາມໝາຍຢ່າງຍິ່ງ ຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ສະແດງທັດສະນະຄວາມຄິດເຫັນຕໍ່ມູນເຊື້ອຂະບວນການປະຕິວັດຊາດ ຊຶ່ງເຕັມໄປດ້ວຍບັນຍາກາດຝົດຟື້ນ ແລະ ທັງໄດ້ເນື້ອໃນຄວາມໝາຍຢ່າງເລິກເຊິ່ງ. ຊຶ່ງພິທີດັ່ງກ່າວນີ້ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
.postal.gov.la

18/03/2024

ທ້າວ ວັນໃໝ່ ແລະ ນາງ ຟ້າໃສ

ພິທິສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງກ...
18/03/2024

ພິທິສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking
--------------------------------------------------------------------------
ໃນຕອນເຊົ້າຂອງວັນທີ 15 ມີນາ 2024, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ພິທີສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking ຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ຂອງ ກຕສ (ເຂດ ສນຍ), ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ/ຮອງຫົວໜ້າຫ້ອງການ, ກົມ, ສູນ, ອົງການ, ສະຖາບັນ, ຄະນະອຳນວຍການ ບໍລິສັດຜູ້ປະກອບການໄປສະນີ, ບໍລິສັດ ລາວໄອທີພັດທະນາ ແລະ ພະນັກງານພາຍໃນກົມໄປສະນີ ເຂົ້າຮ່ວມທັງໝົດຈຳນວນ 100 ກວ່າທ່ານ.
--------------------------------------------------------------------------
ພາຍໃນພິທີ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດພິທີຄັ້ງນີ້ເຊີ່ງປະກອບມີ ການສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ, ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking ຢ່າງເປັນທາງການ. ເຊີ່ງວັນໄປສະນີແຫ່ງຊາດ 13 ມິນາ ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ ສຳລັບຂະແໜງການໄປສະນີ ຊຶ່ງໄດ້ຖືກກຳນົດຢູ່ໃນກົດໝາຍວ່າດ້ວຍການໄປສະນີ ສະບັບເລກທີ 45/ສພຊ, ລົງວັນທີ 25 ທັນວາ 2013, ມາດຕາ 63 ໄດ້ກໍານົດໄວ້ວ່າ: ສປປ ລາວ ກຳນົດເອົາວັນທີ 13 ມິນາ ເປັນວັນໄປສະນີແຫ່ງຊາດ.
ໃນພິທີສະເຫຼີມສະຫຼອງວັນໄປສະນີແຫ່ງຊາດຄັ້ງນີ້ ຍັງໄດ້ມີການເປີດນໍາໃຊ້ຕົວກາຕູນໄປສະນີ ທ້າວ ວັນໃໝ່ ແລະ ນາງ ຟ້າໃສ ຊຶ່ງເປັນຕົວແທນໃຫ້ແກ່ຂະແໜງໄປສະນີໃນການເຜີຍແຜ່ພາລະບົດບາດ ແລະ ນິຕິກໍາ ຂອງອົງການຄຸ້ມຄອງໄປສະນີ, ຕະຫອດຮອດການໂຄສະນາຜະລິດຕະພັນ ແລະ ການບໍລິການຂອງບັນດາຜູ້ປະກອບການໄປສະນີ, ຊຶ່ງຕົວກາຕູນຊາຍ ຊື່ ວັນໃໝ່ ໝາຍເຖິງ ການໄປສະນີໃນຍຸກໃໝ່ ທີ່ນໍາໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທີ່ທັນສະໄໝ ເຂົ້າໃນການບໍລິການ ແລະ ຜະລິດຕະພັນ ຕາມຍຸກສະໄໝ. ການແຕ່ງກາຍຊຸດສາກົນ ໂດຍເສື້ອສີຟ້າ ເຊິ່ງໃນຄວາມໝາຍທາງການສື່ສານແມ່ນມີຄວາມປອດໄພ, ຄວາມໝັ້ນຄົງ ແລະ ມີຄວາມໜ້າເຊື່ອຖື ຊຶ່ງກົງກັບຍຸກດິຈິຕອນ, ເສື້ອສີຂາວດ້ານໃນໜາຍເຖິງຄວາມປອດໃສຂາວສະອາດ, ສຸພາບຮຽບຮ້ອຍຂອງພະນັກງານໄປສະນີ ແລະ ຕົວກາຕູນຍິງ ຊື່ ຟ້າໃສ ໝາຍເຖິງ ການມີອະນາຄົດທີ່ສົດໃສຂອງການໄປສະນີ ປຽບເໜືອນທ້ອງຟ້າທີ່ສົດໃສ່ ທີ່ບໍ່ມີພົມແດນຂອງການບໍລິການໄປສະນີ, ການແຕ່ງກາຍມີຄວາມເປັນລາວປະສົມປະສານກັບຄວາມເປັນສາກົນ ໃນມືຂອງຕົວກາຕູນ ຖືແທັບເລັດ (Tablet) ສະແດງໃຫ້ເຫັນຄວາມເປັນແມ່ຍິງດິຈິຕອນ ທີ່ນໍາໃຊ້ເຄື່ອງມີທີ່ທັນສະໄໝ ເຂົ້າໃນການພັດທະນາຂະແໜງໄປສະນີ.
--------------------------------------------------------------------------
ໃນໂອກາດນີ້ກົມໄປສະນີຍັງໄດ້ເປີດນໍາໃຊ້ແອັບພລິເຄເຊິນລະບົບສູນລວມການກວດກາ ແລະ ຕິດຕາມ ເຄື່ອງຝາກໄປສະນີ ພາຍໃນປະເທດ L- tracking ພາຍໃຕ້ໂຄງການລົງທຶນຂອງລັດຖະບານ ສປປ ລາວຢ່າງເປັນທາງການ ແລະ ໃນຕອນທ້າຍຂອງພິທີຍັງໄດ້ຮັບຊົມວີດີໂອສັ້ນ ທີ່ສະແດງເຖິງຄຸນສົມບັດຂອງຕົວກະຕູນໄປສະນີ ແລະ ການນຳໃຊ້ແອັບພຼີເຄຊັນ L-Tracking ເພື່ອກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ອີກດ້ວຍ ແລະ ໃນຕອນແລງຂອງວັນດຽວກັນບໍ່ໄດ້ມີການຈັດງານກິດຈະກຳເຕະບານຮ່ວມກັນລະຫວ່າງກົມໄປສະນີ ແລະ ບັນດາບໍລິສັດຜູ້ປະກອບການ ແລະ ໃນໂອກາດນີ້ທາງກົມໄປສະນີຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ຜູ້ປະກອບການອີກດ້ວຍ.
.postal.gov.la

ຊົມເຊີຍ ວັນໄປສະນີແຫ່ງຊາດ ແລະ ວັນໂທະຄົມມະນາຄົມແຫ່ງຊາດ 13 ມີນາ ຢ່າງສຸດໃຈ!-------------------------------------------------...
13/03/2024

ຊົມເຊີຍ ວັນໄປສະນີແຫ່ງຊາດ ແລະ ວັນໂທະຄົມມະນາຄົມແຫ່ງຊາດ 13 ມີນາ ຢ່າງສຸດໃຈ!
----------------------------------------------------------------------
.postal.gov.la

ໜ່ວຍຊາວໜຸ່ມ ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໃນຕອນເຊົ້າຂອງວັນທີ 07 ມີນາ...
12/03/2024

ໜ່ວຍຊາວໜຸ່ມ ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໃນຕອນເຊົ້າຂອງວັນທີ 07 ມີນາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ສຸລິຍາ ຄຳບູຣາວົງ ຄະນະພັກກະຊວງ, ເລຂາ ໜ່ວຍພັກ ກົມໄປສະນີ ແລະ ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ຄະນະພັກກະຊວງ, ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍປະທານຮາກຖານກໍາມະບານ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກົມໄປສະນີ, ມີບັນດາຮາກຖານ/ໜ່ວຍຊາວໜຸ່ມ ບັນດາກົມ/ທຽບເທົ່າ, ຕາງໜ້າຈາກຫ້ອງການພັກ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມກົມໄປສະນີ ເຂົ້າຮ່ວມ ທັງໝົດ 38 ສະຫາຍ, ຍິງ 14 ສະຫາຍ.
-------------------------------------------------------------------------
ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ, ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມ ກົມໄປສະນີ ໃນໄລຍະຜ່ານມາ 2019-2023 ແລະ ກໍານົດທິດທາງແຜນການ ຕໍ່ໜ້າ 2024-2028 ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ຄື: ເພີ່ມທະວີຄວາມເປັນເຈົ້າການ ໃນການນໍາພາ-ຊີ້ນໍາສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມພາຍໃນກົມ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ໃນໂອກາດນີ້, ເພື່ອເປັນການຊົມເຊີຍຕໍ່ກັບຜົນງານໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຍັງໄດ້ມີພິທີມອບ-ຮັບໃບຢັ້ງຢືນ 4 ບຸກ, ທຸງໄຊນຳໜ້າ ແລະ ໃບຍ້ອງຍໍ ໃຫ້ແກ່ໜ່ວຍຊາວໜຸ່ມ ກົມໄປສະນີ.
ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ກົມໄປສະນີ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດ ຄ່ອງກັບມາດຕະຖານ-ເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະໜ່ວຍຊາວໜຸ່ມ ຄື: ສະຫາຍ ສຸພາວະດີ ພິລາຄຳມີ ເປັນເລຂາ, ສະຫາຍ ນາງ ທິບສະຫວັນ ຫຼວງລາດ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະ ສະຫາຍ ໄຊໂຍຣາ ພານຸວົງ ເປັນກຳມະການ.
-----------------------
.postal.gov.la
-----------------------

ກອງປະຊຸມ ຊຸກຍູ້ ສົ່ງເສີມ ແລະ ເກັບກຳຂໍ້ມູນ ບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ--------------------------------------...
06/02/2024

ກອງປະຊຸມ ຊຸກຍູ້ ສົ່ງເສີມ ແລະ ເກັບກຳຂໍ້ມູນ
ບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ
---------------------------------------------------------------------
ໃນລະຫວ່າງວັນທີ 22-26 ມັງກອນ 2024 ກົມໄປສະນີ ໄດ້ຈັດກອງປະຊຸມ ຊຸກຍູ້, ສົ່ງເສີມ ແລະ ລົງເກັບກຳຂໍ້ມູນການດຳເນີນທຸລະກິດຂອງບັນດາຜູ້ປະກອບການໄປສະນີ ຢູ່ 04 ແຂວງພາກກາງ ( ແຂວງວຽງຈັນ, ແຂວງບໍໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ )ໂດຍການນໍາພາຂອງ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ພ້ອມດ້ວຍຄະນະ,ມີຜູ້ເຂົ້າຮ່ວມ ທີ່ມາຈາກພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ບັນດາບໍລິສັດຜູ້ປະກອບການໄປສະນີ ແຂວງລະ 29 ທ່ານ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການພັດທະນາຂະແໜງການໄປສະນີ ຢູ່ແຕ່ລະແຂວງ ໂດຍການນຳສະເໜີຂອງຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ແຕ່ລະແຂວງ, ພ້ອມກັນນັ້ນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຂະແໜງການໄປສະນີນຳສະເໜີໂດຍ ວິທະຍາກອນ ກົມໄປສະນີ ເປັນຕົ້ນແມ່ນຂໍ້ຕົກລົງ ວ່າດ້ວຍການກນົດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ ສະບັບເລກທີ 168/ປທສ, ລົງວັນທີ 23 ມັງກອນ 20217 ຊຶ່ງເປັນນິຕິກຳທີ່ສຳໍາຄັນ ທີ່ຕິພັນກັບ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສະຖານທີ່ບໍລິການໄປສະນີ ສະບັບເລກທີ 957/ກຕສ, ລົງວັນທີ 16 ມີນາ 2023, ຊຶ່ງປະກອບດ້ວຍມາດຕະຖານປ່ອງບໍລິການ, ມາດຕະຖານສູນແລກປ່ຽນເມ ແລະ ຕົວຊີ້ວັດຕ່າງໆ, ພ້ອມກັນນັ້ນກໍ່ໄດ້ນໍາສະເໜີວິທີການກວດກາມາດຕະຖານ, ວິທີຄິດໄລ່ຄ່າທຳນຽມ, ຄ່າບໍລິການ, ຂັ້ນຕອນໃນການເກັບກຳສະຖິຕິ ແລະ ແນະນຳແບບຟອມຂອງການເກັບຂໍ້ມູນ ການພັດທະນາຂະແໜງການໄປສະນີໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ບັນດາຜູ້ປະກອບການໄປສະນີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໄດ້. ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີບາງບົດຮຽນໃນການບໍລິການທີ່ທັນສະໄໝຂອງໄປສະນີ ສ. ເກົາຫຼີ ນຳສະເໜີໂດຍ ທ່ານ Sang Ki Byoun ທີ່ປຶກສາອົງການ NIPA ປະຈຳກົມໄປສະນີນອກຈາກນັ້ນ ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມຜູ້ໃຫ້ບໍລິການໄປສະນີ ເປັນຕົ້ນແມ່ນ ບໍລິສັດ ໄປສະນີລາວ ຈຳກັດ, ຮຸ່ງອາລຸນ ໂລຊິສຕິກ ຈຳກັດ, ມີໄຊ ຂົນສົ່ງດ່ວນ ແລະ ບໍລິສັດກຽງໄກ ຂົນສົ່ງດ່ວນ, ພ້ອມທັງເກັບກໍາສະພາບການດໍາເນີນທຸລະກິດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງແຕ່ລະບໍລິສັດ ເພື່ອເປັນຂໍ້ມູນ ໃນການຄົ້ນຄ້ວາ ກຳນົດນະໂຍບາຍ ແລະ ແຜນພັດທະນາຂະແໜງການໄປສະນີຂອງ ສປປ ລາວ ໃຫ້ກ້າວໜ້າ ແລະ ທັນສະໄໝ.

ກອງປະຊຸມເຜີຍແຜ່ບັນດານິຕິກຳ ຂະແໜງການໄປສະນີ ແລະ ຂະແໜງການປ້ອງກັນຄວາມສະຫງົບທີ່ກ່ຽວຂ້ອງກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ------...
22/12/2023

ກອງປະຊຸມເຜີຍແຜ່
ບັນດານິຕິກຳ ຂະແໜງການໄປສະນີ ແລະ ຂະແໜງການປ້ອງກັນຄວາມສະຫງົບ
ທີ່ກ່ຽວຂ້ອງກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ
---------------------------------------------------------------------
ໄປສະນີ ເປັນຂະແໜງບໍລິການໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ໃນປີ 2016 ມີພຽງ 5 ບໍລິສັດ, ມີ 100 ກ່ວາປ່ອງບໍລິການເທົ່ານັ້ນ, ປະຈຸບັນມີເຖິງ 60 ກ່ວາ ບໍລິສັດຈັດສົ່ງດ່ວນ ແລະ ມີເກືອບເຖິງ 2,000 ປ່ອງບໍລິການແລ້ວ ໃນນັ້ນ ມີທັງສາຂາບໍລິສັດແມ່ ແລະ ຕົວແທນແຟຼນຊາຍ ທີ່ມີຕາໜ່າງກວມເອົາທຸກແຂວງ ທຸກເມືອງ ໃນຂອບເຂດທົ່ວປະເທດ, ໃຫ້ບໍລິການພາຍໃນແຂວງ ແລະ ລະຫວ່າງແຂວງ, ພາຍໃນປະເທດ ແລະ ລະຫວ່າງປະເທດ. ພ້ອມກັນນີ້ ໄປສະນີຍັງເປັນຂະແໜງ ການໜຶ່ງທີ່ສ້າງລາຍຮັບ ແລະ ມອບພັນທະໃຫ້ແກ່ລັດຖະບານເປັນຈຳນວນຫຼາຍຕື້ກີບຕໍ່ປີ.
ການບໍລິການໄປສະນີ ຍັງມີສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນ ກຸ່ມຄົນບໍ່ດີ ຍັງສວຍໂອກາດ ລັກລອບຝາກ-ສົ່ງ ຢາເສບຕິດ ແລະ ສິ່ງຜິດກົດໝາຍ ຜ່ານຕາໜ່າງໄປສະນີ ດັ່ງນັ້ນເພື່ອເປັນການປະຕິບັດຕາມວາລະແຫ່ງຊາດໃນການປ້ອງກັນ ແລະ ສະກັດກັ້ນສິ່ງເສບຕິດ ກົມໄປສະນີຈຶິ່ງມີການຈັດກອງປະຊຸມຂຶ້ນ ໃນຕອນເຊົ້າຂອງມື້ນີ້ ທີ່ຫ້ອງປະຊຸມຕຶກສາຍລົມ ໂດຍການເປັນປະທານຂອງທ່ານ ສຸລິຍາ ຄໍາບູຣາວົງ ຫົວໜ້າກົມໄປສະນີ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນໂທ ຈັນເພັງ ປັັນຍາວົງ, ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍ ບັນດາຜູ້ປະກອບການໄປສະນີ ແລະ ພະນັກງານ, ວິຊາການຂອງກົມໄປສະນີທັງໝົດ ຫຼາຍກວ່າ 20 ທ່ານ
ຈຸດປະສົງຕົ້ນຕໍແມ່ນເພື່ອໃຫ້ບັນດາຜູ້ປະກອບການຂະແໜງການໄປສະນີໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ບັນດານິຕິກໍາ ຂະແໜງການໄປສະນີ ໂດຍສະເພາະແມ່ນຂໍ້ຕົກລົງ ວ່າດ້ວຍການຮັບຝາກ, ຈັດສົ່ງ, ແຈກຢາຍ ເຄື່ອງຝາກທາງໄປສະນີ, ຂໍ້ຕົກລົງ ວ່າດ້ວຍມາດຕະຖານສະຖານທີ່ບໍລິການໄປສະນີ ແລະ ຂໍ້ຕົກລົງວ່າດ້ວຍສິ່ງຂອງຕ້ອງຫ້າມໃນການບໍລິການໄປສະນີ ແລະ ໄດ້ຮັບຮູ້ ແລະ ເຂົ້າໃຈ ບັນດານິຕິກໍາ ຂະແໜງການປ້ອງກັນຄວາມສະຫງົບ ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ມີການເປີດໂອກາດໃນການແລກປ່ຽນຄວາມຄິດຄວາມເຫັນເຊີ່ງກັນ ແລະ ກັນໂດຍສະເພາະບັນຫາກ່ຽວກັບການປ້ອງກັນ, ແກ້ໄຂ ແລະ ແນວທາງໃນຕໍ່ໜ້າຂອງວຽກງານປ້ອງກັນ ແລະ ສະກັດກັ້ນຢາເສບຕິດຜ່ານທາງຕາໜ່າງໄປສະນີ.
---------------------------------------------------------------
ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງຕອນ ແລະ ໄດ້ຈົບລົງຢ່າງມີຜົນສຳເລັດອັນຈົບງາມ ກ່ອນຈະປິດກອງປະຊຸມ ທ່ານ ສຸລິຍາ ຄໍາບູຣາວົງ ຫົວໜ້າກົມໄປສະນີ ໄດ້ເໜັ້ນໜັກບັນຫາທີ່ສຳຄັນໃຫ້ແກ່ບັນດາຜູ້ປະກອບການວ່າ:
1. ໃຫ້ບັນດາຜູ້ປະກອບການ ເອົາໃຈໃສ່ປະຕິບັດຕາມລະບຽບການບໍລິການໄປສະນີ ຢ່າງເຄັ່ງຄັດ ແລະ ເຂັ້ມງວດ ຕາມນິຕິກຳທີ່ໄດ້ກຳນົດໄວ້, ໂດຍສະເພາະ ໃນເວລາຮັບຝາກຕ້ອງໄດ້ມີການກວດກາຢ່າງລະອຽດ ຊື່ ທີ່ຢູ່ຂອງຜູ້ຝາກ ແລະ ຜູ້ຮັບ ວ່າຄົບຖ້ວນ ຫຼືບໍ່, ລາຍການເຄື່ອງທີ່ບັນຈຸຢູ່ໃນຫໍ່, ຫີບ, ແກັດ ຫຼື ຖົງ ນັ້ນເດ່ ແມ່ນຫຍັງ, ແມ່ນສິ່ງຕ້ອງຫ້າມ, ສິ່ງຜິດກົດໝາຍ ຫຼືບໍ່;
2. ທຸກປ່ອງບໍລິການໄປສະນີ ລວມທັງ ແຟຣນຊາຍ ຈະຕ້ອງໃຫ້ມີອົງປະກອບທີ່ສຳຄັນຢ່າງຄົບຖ້ວນ ແລະ ໄດ້ມາດຕະຖານ ຕາມທີ່ກຳນົດໄວ້ໃນນິຕິກຳ;
3. ພະນັກງານ ຫຼື ຜູ້ໃຫ້ບໍລິການທຸກຄົນ ຕ້ອງໄດ້ຜ່ານການຝຶກອົບຮົມ ລະບຽບການບໍລິການໄປສະນີ ທີ່ອົງການຄຸ້ມຄອງຂະແໜງການໄປສະນີ ຈັດຂຶ້ນ ໃນແຕ່ລະໄລຍະ;
4. ຮຽກຮ້ອງໃຫ້ບັນດາຜູ້ປະກອບການທຸກບໍລິສັດ ເອົາໃຈໃສ່ ສະໜອງຂໍ້ມູນສະຖິຕິ ໃຫ້ຖືກຕ້ອງ, ຊັດເຈນ, ຄົນຖ້ວນ ໃຫ້ກົມໄປສະນີ ໃຫ້ທັນເວລາ.

ໃນຕອນບ່າຍຂອງວັນທີ 22 ພະຈິກ 2023 ທີ່ຜ່ານມາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ...
24/11/2023

ໃນຕອນບ່າຍຂອງວັນທີ 22 ພະຈິກ 2023 ທີ່ຜ່ານມາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ມາຊາຮິໂກະ ເມໂຕກິ, ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 21-23 ພະຈິກ 2023.
----------------------------------------------------------------
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ທີ່ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ ໃນກອງປະຊຸມໃຫຍ່ຄັ້ງທີ 27 ທີ່ຈັດຂຶ້ນ ນະຄອນຫຼວງ ອາບິດຈ້ານ, ສາທາລະນະລັດ ກົດດິວົວ (the Republic of Côte d' Ivoire) ໃນເດືອນ ສິງຫາ ປີ 2021 ທີ່ຜ່ານມາ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຂອງ ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ໃນຄັ້ງນີ້. ພ້ອມທັງສະແດງຄວາມເຊື່ອໝັ້ນພາຍໃຕ້ການຊີ້ນໍາຂອງທ່ານເລຂາທິການໃຫຍ່ຈະຊ່ວຍໃຫ້ຂະແຫນງການໄປສະນີຂອງບັນດາປະເທດສະມາຊິກ UPU ໃນທົ່ວໂລກ ລວມທັງວຽກງານໄປສະນີຂອງ ສປປ ລາວ ຈະນັບມື້ນັບມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ ຊຶ່ງວຽກງານໄປສະນີ ລັດຖະບານ ແຫ່ງ ສປປ ລາວ ໄດ້ຊຸກຍູ້ ສົ່ງເສີມໃຫ້ມີການລົງທຶນໃສ່ການສ້າງ, ການພັດທະນາ, ການຂະຫຍາຍຕາໜ່າງໄປສະນີ ຕາມປະເພດ ແລະ ຂອບເຂດ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການໄປສະນີ, ສົ່ງເສີມຜູ້ປະກອບການໄປສະນີ ໃຫ້ມີການແຂ່ງຂັນການດໍາເນີນທຸລະກິດ ຢ່າງສະເຫມີພາບ, ເປັນທໍາ.
ພ້ອມດຽວກັນນັ້ນ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານ ຕໍ່ທ່ານຮອງນາຍົກເພີ່ມຕື່ມ ກ່ຽວກັບຜົນຂອງການປະຊຸມສອງຝ່າຍ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫະພາບໄປສະນີສາກົນ, ການເຂົ້າຢ້ຽມຂໍ່ານັບຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ, ການຢ້ຽມຢາມ ແລະ ຮ່ວມເຮັດວຽກ ກັບບໍລິສັດ ໄປສະນີລາວ ຈຳກັດ ເພື່ອແລກປ່ຽນຄໍາຄິດເຫັນຮ່ວມກັນໃນຫຼາຍບັນຫາ ແລະ ໄດ້ສະແດງເຈດຈໍານົງໃນການຂະຫຍາຍການຮ່ວມມື ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ. ຊຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານໃຫ້ເຫັນເຖິງສະຖານະພາບຂອງການບໍລິການຂອງໄປສະນີລາວ ເພື່ອຈະຄົ້ນຄວ້າໃຫ້ການຊ່ວຍເຫຼືອໃນການພັດທະນາຂະແໜງ ໄປສະນີ ສປປ ລາວ ໃນຕໍ່ຫນ້າ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດໃນຂະແໜງໄປສະນີລາວ ຊຶ່ງໄດ້ຂໍໃຫ້ UPU ຈົ່ງຊ່ວຍສະຫນັບສະຫນູນ, ຄົ້ນຄວ້າສົ່ງຊ່ຽວຊານມາປະຈໍາຮ່ວມເຮັດວຽກ, ສະໜອງທຶນຝຶກອົບຮົມຍົກລະດັບວິຊາການ ແລະ ການສ້າງປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ເພື່ອຄຸ້ມຄອງຂະແໜງໄປສະນີໃຫ້ດີຂຶ້ນ.
ໃນຕອນທ້າຍ, ທ່ານ ມາຊາຮິໂກະ ເມໂຕກິ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ຮອງ ນາຍົກລັດຖະມົນຕີ ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາວຽກງານໄປສະນີໃຫ້ນັ້ບມື້ນັບມີຄວາມເຂັ້ມແຂງ ແລະ ສືບຕໍ່ຊ່ວຍເຫຼືອໃນການ ພັດທະນາລະບົບ IPS.Post ເພື່ອໃຫ້ສາມາດຕິດຕາມເຄື່ອງຝາກໄປສະນີ (Tracking System) ໃນ ສປປ ລາວ ໄດ້ຢ່າງມີປະສິດທິພາບ ເພື່ອຫັນວຽກງານໄປສະນີດ້ວຍລະບົບດິຈິຕອນເທື່ອລະກ້າວ.

ຕິດຕາມຂໍ້ມູນຂ່າວສານ ການເຄື່ອນໄຫວເພີ່ມເຕີມໄດ້ທີ່
://www.mtc.gov.la/index.php?r=site/detail&id=1379

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 20...
13/11/2023

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024
ຂອງໜ່ວຍພັກກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ
-----------------------------------------------------------
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງໜ່ວຍພັກກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2023 ເວລາ 8.00ໂມງ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸລິຍາ ຄໍາບູຣາວົງ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກກົມໄປສະນີ; ຜູ້ເຂົ້າຮ່ວມປະກອບມີ ຄະນະຕິດຕາມຊຸກຍູ້ຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ພ້ອມທັງສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກກົມໄປສະນີ ຈຳນວນ 22 ສະຫາຍ, ຍິງ 10 ສະຫາຍ.
ໃນກອງປະຊຸມ ສະຫາຍເລຂາໜ່ວຍພັກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024ຂອງໜ່ວຍພັກກົມໄປສະນີ ໂດຍສະມາຊິກພັກແຕ່ລະສະຫາຍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ເປັນເອກະພາບຮັບຮອງເອົາບົດດັ່ງກ່າວ. ພ້ອມກັນນັ້ນ, ສະມາຊິກພັກແຕ່ລະສະຫາຍໄດ້ຜ່ານບົດສຳຫຼວດຕົນເອງ ແລະ ມີການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ.
ໃນຕອນທ້າຍກອງປະຊຸມສະມາຊິກພັກທຸກສະຫາຍ ໄດ້ພ້ອມກັນຕີລາຄາປະເມີນຜົນ ແລະ ຈັດປະເພດໜ່ວຍພັກ ແລະ ສະມາຊິກພັກ ຢ່າງກົງໄປກົງມາ. ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຕາມຄາດໝາຍ ໃນພາກເຊົ້າຂອງວັນດຽວກັນ.

ສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາ ລະຫັດໄປສະນີ ແຫ່ງຊາດໃຫ້ເປັນທັນສະໄໝ-------------------------------------------...
03/11/2023

ສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາ ລະຫັດໄປສະນີ ແຫ່ງຊາດໃຫ້ເປັນທັນສະໄໝ
-------------------------------------------------
ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກຸ່ມບໍລິສັດ ເອໄອເອຟ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາລະຫັດໄປສະນີແຫ່ງຊາດ ໃຫ້ເປັນທັນສະໄໝ ແນໃສ່ເພື່ອໃຫ້ແທດເໝາະກັບການນຳໃຊ້ຕົວຈິງໃນປັດຈຸບັນ ແລະ ສາມາດຮອງຮັບການຂະຫຍາຍຕົວຂອງທຸລະກິດໄປສະນີ ໃນອະນາຄົດ.
--------------------------------------------------
ທ່ານ ສຸລິຍາ ຄຳບູຣາວົງ, ຫົວໜ້າກົມ ໄປສະນີ ກ່າວວ່າ: ກົມໄປສະນີ ແມ່ນໂຄງປະກອບກົງຈັກຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງໃນການຄຸ້ມຄອງ, ການພັດທະນາ, ການສົ່ງເສີມ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານ, ບໍລິການໃນຂະແໜງການໄປສະນີ. ຊຶ່ງໃນປັດຈຸບັນ, ລະຫັດໄປສະນີທີ່ນໍາໃຊ້ ແມ່ນປະກອບດ້ວຍ 5 ຕົວເລກ ໃນນັ້ນ 2 ຕົວເລກທີ່ຢູ່ທາງໜ້າ ແມ່ນລະຫັດຂອງແຂວງ, 2 ຕົວເລກທີ່ຢູ່ທາງກາງ ແມ່ນລະຫັດຂອງ ເມືອງ ແລະ 1 ຕົວເລກທີ່ຢູ່ສຸດທ້າຍ ແມ່ນລະຫັດຂອງເຂດແຈກຢາຍ ຊຶ່ງລະຫັດໄປສະນີດັ່ງກ່າວ ຍັງເປັນລະບົບປະຖົມປະຖານ, ຍັງບໍ່ທັນສະແດງໃຫ້ເຫັນຢ່າງຊັດເຈນຢູ່ໃນແຜນທີ່ ໃນລະຫັດໄປສະນີໜຶ່ງຍັງກວມເອົາຫຼາຍບ້ານ, ຫຼາຍຄອບຄົວ ຊຶ່ງບໍ່ທັນຕອບສະໜອງໄດ້ຕໍ່ມາດຕະຖານຄວາມໄວໃນການແຈກຢາຍເຄື່ອງຝາກໄປສະນີ. ດັ່ງນັ້ນ, ເພື່ອຜັນຂະຫຍາຍ ວິໄສທັດ ການພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດ ການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໂດຍສະເພາະແມ່ນແຜນງານທີ 10 ກິດຈະກຳທີ 3 ໄດ້ກຳນົດການສ້າງ ແລະ ປັບປຸງແຜນທີ່ ດິຈິຕອນ ກົມໄປສະນີຈຶ່ງໄດ້ຮ່ວມກັບກຸ່ມບໍລິສັດ ເອໄອເອຟ ຈໍາກັດ ແມ່ນໜຶ່ງໃນກຸ່ມທຸລະກິດທີ່ໃຫຍ່ທີ່ສຸດ ແລະ ມີຄວາມເຂັ້ມແຂງທີ່ສຸດໃນ ສປປ ລາວ, ມີສັກກະຍາພາບ ແລະ ຄວາມຊຳນານໃນການຄົ້ນຄວ້າ, ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ພ້ອມທັງມີຄວາມມຸ່ງໝັ້ນ ທີ່ຈະສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ຄູ່ຮ່ວມມື ສະນັ້ນ, ທັງສອງຝ່າຍ ຈຶ່ງໄດ້ມີການປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນສຶກສາຄວາມເປັນໄປໄດ້ ໃນການພັດທະນາລະຫັດໄປສະນີແຫ່ງຊາດ ເປັນທັນສະໄໝ ໃນຄັ້ງນີ້. ຊຶ່ງຂອບເຂດການຮ່ວມມືທັງສອງຝ່າຍຈະໄດ້ຮ່ວມກັນຄື: 1. ຄົ້ນຄວ້າ ອອກແບບລະຫັດໄປສະນີຄືນໃໝ່ ໃຫ້ແທດເໝາະກັບການນຳໃຊ້ຕົວຈິງໃນປັດຈຸບັນ ແລະ ສາມາດຮອງຮັບການຂະຫຍາຍຕົວຂອງທຸລະກິດໄປສະນີ ໃນອະນາຄົດ; 2. ຄົ້ນຄວ້າ ວິທີການສ້າງລະຫັດໄປສະນີແຫ່ງຊາດໃຫ້ເປັນດິຈິຕອນ ແລະ ພັດທະນາຮູບແບບ ການບໍລິການໃຫ້ມີຄຸນນະພາບ; 3. ໂຄສະນາ-ເຜີຍແຜ່ໃຫ້ສັງຄົມຮັບຮູ້ ຄວາມໝາຍຄວາມສໍາຄັນ ແລະ ຄຸນປະໂຫຍດຂອງການ ນຳໃຊ້ລະຫັດໄປສະນີ ດິຈິຕອນ; 4. ຄົ້ນຄວ້າສ້າງກົນໄກການຄຸ້ມຄອງ ແລະ ບໍລິຫານລະຫັດໄປສະນີແຫ່ງຊາດໃຫ້ແທດເໝາະກັບ ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ 5. ຄົ້ນຄວ້າການນຳໃຊ້ໂຄງລ່າງພື້ນຖານຂອງ ບໍລິສັດ ໄປສະນີລາວ ຈຳກັດ ໃນການສົ່ງເສີມການນຳໃຊ້ລະຫັດໄປສະນີທັນສະໄໝ.
------------------------------------------
ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງ ວັນທີ 2 ພະຈິກ 2023 ທີ່ຫ້ອງປະຊຸມຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍລົງນາມຄັ້ງນີ້ແມ່ນທ່ານ ສຸລິຍາ ຄຳບູຣາວົງ, ຫົວໜ້າກົມໄປສະນີ ແລະ ທ່ານ ລັດຕະນະມະນີ ຄູນນີວົງ, ຮອງປະທານກຸ່ມບໍລິສັດ ເອໄອເອຟ ຈຳກັດ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ລິດທິກອນ ພູມມະສັກ, ປະທານກຸ່ມບໍລິສັດ ເອໄອເອຟ ຈຳກັດ ພ້ອມດ້ວຍບັນດາແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງ ລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ພາຍໃນປະເທດ         ຕອນເຊົ້າຂອງວັນທີ 20 ຕຸລາ...
26/10/2023

ຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງ
ລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ພາຍໃນປະເທດ
ຕອນເຊົ້າຂອງວັນທີ 20 ຕຸລາ 2023, ເວລາ 09:00 ໂມງ ທີ່ຫ້ອງປະຊຸມຕຶກສາຍລົມ. ກົມໄປສະນີໄດ້ເປີດຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງ ລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ພາຍໃນປະເທດ ພາຍໃນກົມຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ, ປະກອບມີຄະນະພະແນກ, ພະນັກງານວິຊາການພາຍໃນກົມໄປສະນີ ແລະ ຕົວແທນຈາກບໍລິສັດ Lao IT DEV ຜູ້ຮັບເໝົາການສ້າງລະບົບ ເຂົ້າຮ່ວມ ຈຳນວນ 20 ກວ່າຄົນ.
ຈຸດປະສົງການເປີດຝຶກອົບຮົມ ແມ່ນເພື່ອຝຶກໃຫ້ພະນັກງານພາຍໃນກົມໄປສະນີ ກໍ່ຄືອົງການຄຸ້ມຄອງຂັ້ນສູນກາງ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ພາຍໃນປະເທດ, ການຝຶກອົບຮົມໄດ້ສະເໜີກ່ຽວກັບການຄຸ້ມຄອງລະບົບ ແລະ ມີການສາທິດພາກປະຕິບັດຕົວຈິງເຖິງຂັ້ນຕອນການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ເຄື່ອງຝາກທາງໄປສະນີ ລວມທັງການຕິດຕັ້ງແອັບພິເຄຊັ່ນ ການຕິດຕາມສະຖານະເຄື່ອງຝາກ ຕັ້ງແຕ່ຕົ້ນທາງ ຈົນໄປເຖິງປາຍທາງ ແລະ ໄດ້ມີການແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອເປັນຂໍ້ສັງເກດໃນການປັບປຸງລະບົບໃຫ້ແກ່ຜູ້ພັດທະນາ ແນໃສ່ເຮັດໃຫ້ລະບົບດັ່ງກ່າວມີປະສິດທິພາບສູງ, ການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 1 ວັນ ແລະ ປິດລົງຢ່າງມີຜົນສຳເລັດຕາມຄາດໝາຍ ໃນວັນດຽວກັນ.

ກອງປະຊຸມ ປຶກສາຫາລື ລະຫວ່າງ ກົມໄປສະນີ ຮ່ວມກັບ ບັນດາຜູ້ປະກອບການໄປສະນີ ກ່ຽວກັບ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ປະຈຳປີ 2024  ...
17/10/2023

ກອງປະຊຸມ ປຶກສາຫາລື
ລະຫວ່າງ ກົມໄປສະນີ ຮ່ວມກັບ ບັນດາຜູ້ປະກອບການໄປສະນີ
ກ່ຽວກັບ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ປະຈຳປີ 2024
ໃນຕອນບ່າຍຂອງວັນທີ 11 ກໍລະກົດ 2023 ຜ່ານມານີ້ ເວລາ 14:00 ໂມງ ທີ່ຫ້ອງປະຊຸມໃຫຍ່ ຕຶກສາຍລົມ. ໄດ້ຈັດກອງປະຊຸມ ປຶກສາຫາລື ລະຫວ່າງ ກົມໄປສະນີ ຮ່ວມກັບ ບັນດາຜູ້ປະກອບການໄປສະນີ ກ່ຽວກັບ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ປະຈຳປີ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໂດຍມີຄະນະພະແນກ, ວິຊາການ ແລະ ຜູ້ປະກອບການ ຈໍານວນຜູ້ເຂົ້າຮ່ວມທັງໝົດເກືອບ 20 ທ່ານ.
ກອງປະຊຸມຄັ້ງນີ້ ຈຸດປະສົງແມ່ນເພື່ອສົ່ງເສີມໃຫ້ປ່ອງບໍລິການໄປສະນີ ປະຕິບັດຕາມ ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານສະຖານທີ່ໃຫ້ບໍລິກາໄປສະນີ ເພື່ອໃຫ້ປ່ອງບໍລິການໄປສະນີແຕ່ລະປ່ອງໄດ້ມາດຕະຖານຕາມເງື່ອນໄຂທີ່ກຳນົດ. ພາຍຫຼັງໄດ້ມີການສົນທະນາແລກປ່ຽນໃນທີ່ກອງປະຊຸມ ຈຶ່ງໄດ້ເຫັນດີເປັກເອກະພາບກັນດັ່ງນີ້:
ບັນດາຜູ້ກອບການໄປສະນີ ຍິນດີປະຕິບັດຕາມລະບຽບຂອງຂະແໜງການໄປສະນີ ພ້ອມທັງຈະນໍາເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງກັນໃນກອງປະຊຸມມື້ນີ້ ແຈ້ງໃຫ້ກັບຕົວແທນແຟຣນຊາຍຂອງຕົນ ໃນທົ່ວປະເທດຊາບ ແລະ ປະຕິບັດການຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ມາດຕະຖານສະຖານທີ່ບໍລິການ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ( ມາດຕາ 30 ຂໍ້ 3.1 ແລະ ມາດຕາ 31 ຂໍ້ 3.1 ) ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນປີ 2024.
ກົມໄປສະນີໃນນາມທີ່ເປັນອົງການຄຸ້ມຄອງມະຫາພາກ ຈະໄດ້ອອກແຈ້ງການລະອຽດກ່ຽວກັບການເກັບຄ່າທໍານຽມ ແລະ ຄ່າບໍລິການ ປະຈໍາປີ 2024 ເພື່ອແຈ້ງໃຫ້ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ແລະ ຜູ້ປະກອບການຂະແໜງການໄປສະນີ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ໃນຕອນທ້າຍກອງປະຊຸມ ທ່ານ ສຸລິຍາ ຄຳບູຣາວົງ ປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ ຜູ້ປະກອບການ ເພີ່ມທະວີເອົາໃຈໃສ່ຮັກສາເຄື່ອງຝາກຂອງລູກຄ້າ ຄືກັບເຄື່ອງຂອງຕົນເອງ ເພື່ອຮັບປະກັນບໍ່ໃຫ້ເຄື່ອງຝາກຂອງລູກຄ້າເສຍຫາຍ ແລະ ຄົງຢູ່ໃນສະພາບເດີມ ຕັ້ງແຕ່ຕົ້ນທາງ ໄປຫາປາຍທທາງ.

ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານໄປສະນີ         ໃນຕອນເຊົ້າຂອງວັນທີ 09 ຕຸລາ 2023 ຊ...
09/10/2023

ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານໄປສະນີ
ໃນຕອນເຊົ້າຂອງວັນທີ 09 ຕຸລາ 2023 ຊຶ່ງກົງກັບວັນໄປສະນີໂລກ ຄົບຮອບ 149 ປີ ( 9 ຕຸລາ 1874 – 9 ຕຸລາ 2023) ທ່ານໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປັນກຽດລົງມາເຄື່ອນໄຫວຊຸກຍູ້ວຽກງານຢູ່ກົມໄປສະນີ ໂດຍມີທ່ານຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນກົມໄປສະນີ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວນີ້, ທ່ານ ສຸລິຍາ ຄຳບູຣາວົງ ຄະນະພັກກະຊວງ, ຫົວໜ້າກົມໄປສະນີ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນໄລຍະ 09 ເດືອນຜ່ານມາ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງວຽກງານ ສ້າງ ແລະ ປັບປຸງນິຕິກໍາ, ວຽກງານນະໂຍບາຍ, ຄຸ້ມຄອງຫົວໜ່ວຍທຸລະກິດໄປສະນີ, ວຽກງານພັດທະນາ ຊຸກຍູ້ ສົ່ງເສີມ, ວຽກງານມາດຕະຖານ ແລະ ເຕັກໂນໂລຊີໄປສະນີ, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຫັນວຽກງານໄປສະນີເປັນດິຈິຕອນ ໂດຍສະເພາະ ການພັດທະນາລະຫັດໄປສະນີແຫ່ງຊາດເປັນທັນສະໄໝ.
ພັດທະນາລະຫັດໄປສະນີແຫ່ງຊາດເປັນທັນສະໄໝ.
ພາຍຫຼັງຮັບຟັງການລາຍງານ, ທ່ານຮອງລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ບົດສະຫຼຸບ ແລະ ແຜນການ ທີ່ທ່ານຫົວໜ້າກົມໄປສະນີໄດ້ລາຍງານ ພ້ອມກັນນັ້ນ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ກົມໄປສະນີຍາດມາໄດ້ ໃນໄລຍະຜ່ານມາ ແລະ ໃຫ້ຮັກສາມູນເຊື້ອອັນດີງາມຕໍ່ໄປເລື່ອຍໆ. ໃນການໂອ້ລົມດັ່ງກ່າວ ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກົມຢ່າງເປັນປົກກະຕິ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້າແຟ້ນກ່ວາເກົ່າ ແລະ ສຸມໃສ່ການປະຕິບັດວຽກງານວິຊາສະເພາະ ແລະ ເລັ່ງປັບປຸງກົດໝາຍວ່າດ້ວຍການໄປສະນີ ແລະ ນິຕິກຳໃຕ້ກົດໝາຍ ເພື່ອໃຫ້ທັບກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປະຈຸບັນ ແລະ ຮອງຮັບການຂະຫຍາຍທຸລະກິດໄປສະນີໃນອະນາຄົດ.

ການສະເຫຼີມສະຫຼອງ ວັນໄປສະນີໂລກ (09 ຕຸລາ 1874 – 09 ຕຸລາ 2023)        1. ປະຫວັດຄວາມເປັນມາຂອງວັນໄປສະນີໂລກ.ການບໍລິການໄປສະນີ  ...
09/10/2023

ການສະເຫຼີມສະຫຼອງ ວັນໄປສະນີໂລກ
(09 ຕຸລາ 1874 – 09 ຕຸລາ 2023)
1. ປະຫວັດຄວາມເປັນມາຂອງວັນໄປສະນີໂລກ.
ການບໍລິການໄປສະນີ ໄດ້ຢູ່ຄຽງຄູ່ກັບສັງຄົມເຮົາມາໄດ້ຫຼາຍພັນປີ, ຖ້າຫວນຄືນ 2400 ປີ ກ່ອນ ຄສ ເມື່ອຄັ້ງ ພະລາຊາພາໂຣ ແຫ່ງ ເອຢິບ ໄດ້ຈັດຕັ້ງຫນ່ວຍງານຈັດສົ່ງເອກະສານເຜີນແຜ່ຂໍ້ມູນຂ່າວສານ ຂອງພະລາຊາເອງ ໄປຍັງບັນດາເມື່ອງຕ່າງໆ, ມາໃນສະໄຫມໂຣມັນ 500 ປີ ກ່ອນ ຄສ ພະລາຊາເຊຊ່າໄດ້ຈັດຕັ້ງຫນ່ວຍງານຈັດສົ່ງເອກະສານ ໂດຍນຳໃຊ້ມ້າ ເປັນພາຫະນະ, ມາໃນຍຸກລາດຊະວົງຫັນ ໃນ 200 ປີ ກ່ອນ ຄສ ກໍ່ໄດ້ສ້າງຕັ້ງປ່ອງບໍລິການໄປສະນີ 1,600 ກ່ວາແຫ່ງ ແລະ ຈ້າງແຮງງານເຖິງ 2 ຫມື່ນກ່ວາຄົນ ເພື່ອເຮັດຫນ້າທີ່ ບໍລິການຈັດສົ່ງ ຈົດຫມາຍ ແລະ ເອກະສານ.
ໃນຊຸມປີ 1654 ໄດ້ມີການນໍາໃຊ້ຄໍາວ່າ “ ໄປສະນີ ” (POST) ຊຶ່ງໄດ້ມາຈາກຄໍາສັບພາສາລາແຕັງທີ່ວ່າ “ ໂປເນ ” ທີ່ມີຄວາມຫມາຍໃນພາສາອັງກິດທີ່ວ່າ “ MAIL ” ມາໃນປີ 1840 ກໍ່ໄດ້ມີການປະຕິຮູບການບໍລິການໄປສະນີ ຈາກຜູ້ດຽວເປັນຜູ້ຈັດສົ່ງ ເລີ່ມຕັ້ງແຕ່ຂັ້ນຕອນຮັບຝາກຢູ່ຕົ້ນທາງ ຈົນໄປເຖິງຂັ້ນຕອນແຈກຢາຍຢູ່ປາຍທາງ ມາເປັນການບໍລິການສົ່ງຕໍ່ (ໝາຍຄວາມວ່າຜູ້ທໍາອິດ ຈັດສົ່ງມາຮອດເຂດໃດຫນຶ່ງ ແລ້ວຜູ້ທີ່ສອງ ຮັບສົ່ງຕໍ່ໄປຍັງປາຍທາງ) ຈຶ່ງມີການຄິດຄົ້ນນໍາໃຊ້ສະແຕມໄປສະນີ ເພື່ອເປັນສັນຍາລັກບົ່ງບອກ ກ່ຽວກັບຄຸນລັກສະນະ, ຄວາມຕ້ອງການ ແລະ ລາຄາທີ່ຈະໄດ້ຮັບຈາກການບໍລິການແຈກຢາຍນັ້ນ ຈຶ່ງເຮັດໃຫ້ເກີດມີການບໍລິການ ຈັດສົ່ງເຄື່ອງຝາກໄປສະນີລະຫວ່າງປະເທດໄດ້. ມາຮອດປີ 1874 ກໍ່ໄດ້ມີການສ້າງຕັ້ງ ສະຫະພາບໄປສະນີລະຫວ່າງປະເທດ (international postal union) ຊຶ່ງມີ 22 ປະເທດສະມາຊິກ, ຕໍ່ມາ ໃນປີ 1878 ຈຶ່ງໄດ້ປ່ຽນຊື່ມາເປັນສະຫະພາບໄປສະນີສາກົນ (Universal Postal Union). ມາໃນປີ 1969 ກອງປະຊຸມໃຫຍ່ຂອງສະຫະພາບໄປສະນີສາກົນ ໄດ້ຈັດຂຶ້ນທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ຊຶ່ງໄດ້ກໍານົດເອົາວັນທີ 9 ຕຸລາ ເປັນວັນໄປສະນີໂລກ ( World Post Day ) ໂດຍມີວັດຖຸປະສົງ ເພື່ອຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງວຽກງານໄປສະນີ ຊຶ່ງການເຂົ້າເຖິງຕາຫນ່າງໄປສະນີ ແມ່ນສິດທິພື້ນຖານຂອງປະຊາຊົນບັນດາເຜົ່າ ແລະ ເຮັດໃຫ້ຜູ້ຄົນ ທີ່ອາໄສຢູ່ຄົນລະປະເທດ, ຕ່າງສາດສະໜາ, ຕ່າງລະບອບການເມືອງ ກໍ່ສາມາດສົ່ງຈົດໝາຍ ຕິດຕໍ່ສື່ສານຫາກັນໄດ້ ພ້ອມນັ້ນ ກໍ່ໃຫ້ຮັບຮູ້ວ່າບຸລຸດໄປສະນີ ແມ່ນບຸກຄົນທີ່ເສຍສະຫຼະຮັບໃຊ້ບໍລິການແກ່ສັງຄົມ ຊຶ່ງຈະຕ້ອງໄດ້ຮັບການປົກປ້ອງ ເປັນພິເສດ, ແມ່ນແຕ່ໃນໄລຍະສົງຄາມ ກໍ່ຫ້າມທໍາຮ້າຍບູລຸດໄປສະນີ ຊຶ່ງເປັນຫຼັກການປະຕິບັດຂອງສົງຄາມທີ່ວ່າ ຫ້າມຂ້າບຸກຄົນທີ່ນໍາສົ່ງຈົດໝາຍ.
2. ຄວາມໝາຍຄວາມສຳຄັນຂອງວຽກງານໄປສະນີ.
ໄປສະນີ ແມ່ນຂະແໜງການບໍລິການໜຶ່ງ ທີ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດໃຫ້ຈະເລີນ ເຕີບໂຕ, ທັງເຮັດໜ້າທີ່ໃນການເຊື່ອມໂຍງ ລະຫວ່າງຄົວເຮືອນ, ຮ້ານຄ້າ ແລະ ຫົວໜ່ວຍທຸລະກິດ ໃນການສື່ສານພົວພັນ ແລະ ຈໍລະຈອນແຈກຢາຍສິນຄ້າຢ່າງກ້ວາງຂວາງ ແລະ ຫຼວງຫຼາຍ, ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄ້າ,ການຊື້-ຂາຍ ແລະ ການສື່ສານ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງບໍ່ພຽງແຕ່ເປັນຕົວກາງຂອງການເຊື່ອມໂຍງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ບໍລິໂພກ ແຕ່ຍັງປະກອບສ່ວນສໍາຄັນໃນການຂັບເຄື່ອນຕະຫຼາດເສດຖະກິດດິຈິຕອນ ທີ່ຫຼາຍກິດຈະກໍາເຄື່ອນໄຫວດ້ານທຸລະກິດ ຍັງອາໄສການບໍລິການຂອງຂະແໜງໄປສະນີ ໃນການໂຄສະນາເຖິງເຮືອນ, ສ້າງການພົວພັນ, ຈັດສົ່ງ ແລະ ແຈກຢາຍສິນຄ້າ ໃຫ້ແກ່ລູກຄ້າ.
ປະຈຸບັນສະພາບແວດລ້ອມພາຍໃນ ຂອງຂະແໜງໄປສະນີ ບໍ່ພຽງແຕ່ມີການປ່ຽນແປງ ແຕ່ມັນຍັງຈະເພີ່ມຄວາມສັບສົນຫຼາຍຂື້ນ ໃນຍຸກຂໍ້ມູນຂ່າວສານທີ່ບໍ່ມີພົມແດນ, ຍຸກຂອງການເປີດກວ້າງຕະຫຼາດ, ຍຸກຂອງການແຂ່ງຂັນ ຊຶ່ງທັງໝົດນີ້ ກໍ່ເປັນຜົນມາຈາກການປ່ຽນແປງຢ່າງໄວວາຂອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ຫຼາຍປະເທດໃນໂລກ ໄດ້ຍົກບົດບາດຄວາມສຳຄັນຂະແໜງໄປສະນີ ໃນການສ້າງລາຍຮັບ, ການສ້າງວຽກເຮັດງານທໍາ ແລະ ການບໍລິການຂອງພາກລັດຕໍ່ປະຊາຊົນ ຊຶ່ງການບໍລິການ ແລະ ຕາໜ່າງໄປສະນີຂະຫຍາຍກວ້າງອອກໄປບ່ອນໃດກໍ່ຈະຊຸກຍູ້ໃຫ້ມີການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດນັັ້ນ. ການພັດທະນາຂະແໜງໄປສະນີ ຕ້ອງໄດ້ເປີດກວ້າງໃຫ້ມີການແຂ່ງຂັນ ແລະ ຊຸກຍູ້ຊ່ວຍເຫຼືອກັນ ລະຫວ່າງຜູ້ປະກອບການ ເພື່ອຫຼຸດຜ່ອນການລົງທຶນໃສ່ບ່ອນທີ່ບໍ່ເກີດປະໂຫຍດ ຫຼື ເພື່ອເຮັດໃຫ້ຜູ້ຊົມໃຊ້ມີທາງເລືອກໃນການນໍາໃຊ້ບໍລິການດ້ວຍລາຄາທີ່ຕົນເອງພໍໃຈ.

3. ສະຫະພາບໄປສະນີສາກົນ Universal Postal Union
ສະຫະພາບໄປສະນີສາກົນ ເປັນອົງການຈັດຕັ້ງຫນຶ່ງ ຢູ່ໃນອົງການສະຫະປະຊາຊາດ ສ້າງຕັ້ງຂື້ນ ໂດຍມີ ຈຸດປະສົງ ເພື່ອຈັດລະບົບການໃຫ້ບໍລິການ ແລະ ປັບປຸງກິດຈະການໄປສະນີລະຫວ່າງປະເທດ ໃຫ້ມີ ປະສິດທິພາບ, ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງ ເບີນ ປະເທດ ສະວິດເຊີແລນ ປະຈຸບັນມີ ປະເທດສະມາຊິກທັງຫມົດ 192 ປະເທດ, ເປັນອົງການຈັດຕັ້ງທີ່ເກົ່າແກ່ທີ່ສຸດ ອັນທີ່ສອງຂອງໂລກ. ປະກອບດ້ວຍ 4 ອົງການຈັດຕັ້ງຫຼັກ ຄື: ລັດຖະສະພາ Congress, ສະພາບໍລິຫານ Council of Administration, ສະພາປະຕິບັດການໄປສະນີ Postal Operations Council ແລະ ສໍານັກງານລະຫວ່າງປະເທດ International Bureau.
3.1 ລັດຖະສະພາ (Congress)
ເປັນການປະຊຸມອົງກອນສູງສຸດຂອງສະຫະພາບໄປສະນີສາກົນ ປະກອບດ້ວຍຜູ້ແທນຈາກປະເທດສະມາຊິກ ຈໍານວນທັງຫມົດ 192 ປະເທດ ເປີດປະຊຸມທຸກໆ 4 ປີ ເພື່ອກໍານົດ ນະໂຍບາຍດ້ານກິດຈະການໄປສະນີລະຫວ່າງປະເທດ, ປັບປຸງແກ້ໄຂລະບຽບການຕ່າງໆ ແລະ ເລືອກຕັ້ງຜູ້ບໍລິຫານຂອງສະຫະພາບໄປສະນີ ຕະຫຼອດຈົນເລືອກຕັ້ງສະມາຊິກສະພາບໍລິຫານ ແລະ ສະມາຊິກສະພາປະຕິບັດການໄປສະນີ. ກອງປະຊຸມໃຫຍ່ຂອງສະຫະພາບໄປສະນີຄັ້ງທີ 27 ຄັ້ງລ່າສຸດໄດ້ຈັດຂຶ້ນທີ່ນະຄອນຫຼວງ Abidjan ປະເທດ Côte d'Ivoire ລະຫວ່າງວັນທີ່ 9-27 ສິງຫາ 2021.
3.2. ສະພາບໍລິຫານ (Council of Administration, CA)
ເປັນອົງກອນທີ່ສໍາຄັນ ທີ່ເບິ່ງແຍງດ້ານນະໂຍບາຍຂອງສະຫະພາບໄປສະນີສາກົນ ປະກອບດ້ວຍປະເທດສະມາຊິກ ທີ່ໄດ້ຮັບການເລືອກຕັ້ງ ຈາກທີ່ປະຊຸມ ໃຫຍ່ຈໍານວນ 41 ປະເທດ ຊື່ງຈະຈັດໃຫ້ມີການປະຊຸມທຸກໆປີ ເພື່ອສຶກສານະໂຍບາຍ ແລະ ນິຕິກຳ ໃນການບໍລິຫານກິດຈະການໄປສະນີ, ພິຈາລະນາ ຂໍ້ສະເຫນີຂອງສະພາປະຕິບັດການໄປສະນີໃນການປັບປຸງນິຕິກຳ, ລວມທັງພິຈາລະນາ ແລະ ໃຫ້ຄວາມເຫັນດີດ້ານການເງິນ, ງົບປະມານ ແລະ ການໃຫ້ຄວາມຊ່ວຍເຫຼືອທາງດ້ານເຕັກນິກແກ່ບັນດາປະເທດສະມາຊິກຂອງສະຫະພາບ.
3.3 ສະພາປະຕິບັດການໄປສະນີ (Postal Operations Council, POC)
ເປັນອົງກອນທາງດ້ານເຕັກນິກ ແລະ ການປະຕິບັດການຂອງສະຫະພາບໄປສະນີສາກົນ ປະກອບດ້ວຍປະທດສະມາຊິກ ຈໍານວນ 40 ປະເທດ, ມີການປະຊຸມທຸກໆປີເຊັ່ນດຽວກັນກັບສະພາບໍລິຫານ ເພື່ອສຶກສາບັນຫາທາງເຕັກນິກດ້ານປະຕິບັດການກິດຈະການທາງການຄ້າ, ງານວິຊາ ການ ແລະ ເສດຖະກິດ ແລະ ຄວາມຮ່ວມມືກ່ຽວກັບບໍລິການໄປສະນີ ຕະຫຼອດຈົນສຶກສາສະຖານະການ ປະຈຸບັນ ແລະ ຄວາມຕ້ອງການທາງດ້ານບໍລິການໄປສະນີ ໃນປະເທດທີ່ກໍາລັງພັດທະນາ ແລະ ສະເຫນີວິທີ ການປັບປຸງບໍລິການໄປສະນີໃນປະເທດເຫຼົ່ານັ້ນ, ດໍາເນີນມາດຕະການທີ່ຈໍາເປັນ ເພື່ອໃຫ້ມີການສຶກສາ ເຜີຍແຜ່ປະສົບການຄວາມກ້າວຫນ້າທາງດ້ານເຕັກນິກ ແລະ ການຝຶກອົບຮົມວິຊາການໄປສະນີໃນບາງປະ ເທດ ລວມທັງພິຈາລະນາບັນຫາຂອງສະພາບໍລິຫານ, ສະພາປະຕິບັດການໄປສະນີ ຫຼື ປະເທດສະມາຊິກ ຂອງສະຫະພາບ.
3.4 ສໍານັກງານລະຫວ່າງປະເທດ (International Bureau, IB)
ເປັນສໍານັກງານໃຫຍ່ຂອງສະຫະພາບໄປສະນີສາກົນ ຕັ້ງຢູ່ນະຄອນຫຼວງ ເບີນ ປະເທດ ສະວິດເຊີແລນ ປະຈຸບັນແມ່ນທ່ານ Masahiko Metoki ຈາກປະເທດຍີປຸ່ນ ເປັນ ອະທິບໍດີ ແລະ ທ່ານ Marjan Osvald ຈາກປະເທດ ສະໂລເວເນຍ ເປັນຮອງ ອະທິບໍດີ, ມີພະນັກງານ ຊ່ວຍວຽກປະມານ 250 ຄົນ ຈາກ 50 ປະເທດສະມາຊິກ, ເຮັດຫນ້າທີ່ເປັນສໍານັກງານປະສານງານດ້ານຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາ ແລະ ສົ່ງເສີມການຮ່ວມມືໃຫ້ແກ່ບັນດາປະເທດສະມາຊິກ..
ຜູ້ປະສານງານຂອງສຳນັກງານລະຫວ່າງປະເທດ ສາມາດໃຫ້ຄໍາປຶກສາດ້ານໄປສະນີ ໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາ ໃນການວາງແຜນ, ການຕຽມການ, ການຈັດຕັ້ງປະຕິບັດ ແລະ ຕິດຕາມ ໂຄງການພັດທະນາໄປສະນີໃນຂົງເຂດຂອງໄປສະນີ ໂດຍຜ່ານສູນເຕັກໂນໂລຊີໄປສະນີຂອງສະຫະພາບ ໄດ້ຈັດ ຕັ້ງສູນບໍລິການລະດັບຂົງເຂດຫຼາຍແຫ່ງໃນສ່ວນຕ່າງໆຂອງໂລກ ເພື່ອສະຫນັບສະຫນູນກິດຈະກໍາຕ່າງໆດ້ານ ຂໍ້ມູນຂ່າວສານ, ບັນດາສູນເຫຼົ່ານັ້ນໄດ້ມີການປັບໃຊ້ ແລະ ສະຫນັບສະໜູນການນໍາໃຊ້ເຄື່ອງມື, ຜະລິດຕະພັນ ແລະ ການບໍລິການ ເຕັກໂນໂລຊີຕ່າງໆ ຂອງສະຫະພາບ ເຂົ້າໃນຂົງເຂດຂອງຕົນ.
4. ການແບ່ງກຸມ ປະເທດສະມາຊິກຂອງສະຫະພາບໄປສະນີສາກົນ
ໃນຈຳນວນ 192 ປະເທດສະມາຊິກ ໄດ້ແບ່ງອອກເປັນ 5 ກຸ່ມ ຄື:
1) ກຸ່ມປະເທດ ໃນອາເມລິກາ ມີ 36 ປະເທດ
2) ກຸມປະເທດ ໃນອາຊີໃຕ້ ແລະ ໂອເຊອານີ ມີ 49 ປະເທດ
3) ກຸ່ມປະເທດ ໃນຢູໂຣບຕາເວັນຕົກ ມີ 28 ປະເທດ
4) ກຸ່ມປະເທດ ໃນຢູໂຣບຕາເວັນອອກ ແລະ ອາຊີເໜືອ ມີ 25 ປະເທດ
5) ກຸ່ມປະເທດ ໃນອາຟຼິກກາ ມີ 54 ປະເທດ.
5. ອົງການໄປສະນີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ
ສ ປປ ລາວ ໄດ້ເຂົ້າເປັນສະມາຊິກຂອງ 4 ອົງການໄປສະນີ ຄື:
- ສະຫະພາບໄປສະນີສາກົນ ມີ 192 ປະເທດ
- ສະຫະພາບ ໄປສະນີ ອາຊີ ປາຊີຟິກ ມີ 32 ປະເທດ
- ກຸ່ມໄປສະນີ ອາຊີ ປາຊີຝິກ ມີ 28 ປະເທດ
- ໄປສະນີ ອາຊຽນ ມີ 10 ປະເທດ.

ຖະແຫຼງການຂອງ ທ່ານ ມາຊາຮີໂກະ ເມໂຕກິ Mr. Masahiko METOKI ອະທິການບໍດີ ສະຫະພາບໄປສະນີສາກົນ
https://drive.google.com/drive/folders/1-A12jmiLjuTaEBXQYAWbC7IzlfynRGTx?usp=sharing

Address

ບ້ານ ສາຍລົມ
Vientiane
01000

Alerts

Be the first to know and let us send you an email when ກົມໄປສະນີdop posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ກົມໄປສະນີdop:

Videos

Share

Nearby media companies