ປະຊາຊົນ

ປະຊາຊົນ ສຽງ​ຂອງ​ສູນ​ກາງ​ພັກ​ ປະ​ຊາຊົນ ປະຕິວັດລາວ

​ໜັງ​ສື​ພິມ​ປະ​ຊາ​ຊົນ ແມ່ນ​ກະ​ບອກ​ສຽງ​ຂອງ​ສູນ​ກາງ​ພັກ, ມີ​ພາ​ລະ​ບົດ​ບາດ​ເຜີຍ​ແຜ່​ແນວ​ທາງ​ນະ​ໂຍ​ບາຍ, ແຜນ​ເສດ​ຖະ​ກິດ​-ສັງ​ຄົມ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ ໃຫ້​ປະ​ຊາ​ຊົນ​ໄດ້​ເຂົ້າ​ໃຈ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ນຳ​ສະ​ເໜີ ​ສອງ​ແສງຄວາມ​ຂ້ອງ​ໃຈ​ຂອງ​ປະ​ຊາ​ຊົນ ໃຫ້​ແກ່​ພັກ ເປັນ​ຂົວ​ຕໍ່​ລະ​ຫວ່າງ​ພັກ ກັບ​ປະ​ຊາ​ຊົນ ເປັນ​ເວ​ທີ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ມະ​ຫາ​ຊົນ, ນຳ​ສະ​ເໜີຂ່າວການ​ເມືອງ, ນະ​ໂຍ​ບາຍ, ແນວ​ທາງ, ຂ່າວ​ເສດ​ຖະ​ກິດ-ສັງ​ຄົມ, ຂ່າ​ວວັດ​ທະ​ນະ​ທຳ-ສັງ​ຄົມ, ຂ່າວ​ຕ່າງ​ປະ​ເທດ, ຂ່າວ​ກິ​ລາ, ການ​ສຶກ​ສາ ແລະ ສຸ​ຂະ​ພາບ

ຫຼວງພະບາງ ມີອຸບັດເຫດເພີ່ມຂຶ້ນໃນໄລຍະບຸນປີໃໝ່ລາວ..... ທ່ານ ພັນຕີ ອານົງ ມິ່ງຄໍາ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນຳວຽກງານຈະລາຈອນ ...
23/04/2024

ຫຼວງພະບາງ ມີອຸບັດເຫດເພີ່ມຂຶ້ນໃນໄລຍະບຸນປີໃໝ່ລາວ.....
ທ່ານ ພັນຕີ ອານົງ ມິ່ງຄໍາ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນຳວຽກງານຈະລາຈອນ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງໄດ້ໃຫ້ສຳພາດໃນວັນທີ 22 ເມສາຜ່ານມາວ່າ: ໃນໄລຍະບຸນປີໃໝ່ລາວມີອຸບັດເຫດເກີດຂຶ້ນທັງໝົດ 20 ລາຍ, ມີພາຫະນະເປ່ເພ 38 ຄັນ, ມີຜູ້ໄດ້ຮັບບາດເຈັບ 27 ຄົນ, ໃນນັ້ນບາດເຈັບເລັກນ້ອຍ 16 ຄົນ, ເຈັບສົມຄວນ 10 ຄົນ, ສາຫັດ 1 ຄົນ, ເສຍຊີວິດ 5 ຄົນ, ຍິງ 1 ຄົນ.
ສາເຫດຂອງການເກີດອຸບັດເຫດສ່ວນໃຫຍ່ດຶ່ມສິ່ງມືນເມົາ, ແລ່ນລົດໄວ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ, ແລ່ນບໍ່ແນບເສັ້ນ, ແລ່ນກິນທາງ ທຽບໃສ່ປີຜ່ານມາມີຕົວເລກເພີ່ມຂຶ້ນ. ຊຶ່ງໃນປີ 2023 ມີອຸບັດເຫດເກີດຂຶ້ນ 8 ລາຍ, ພາຫະນະເປ່ເພ 14 ຄັນ, ຄົນໄດ້ຮັບບາດເຈັບ 14 ຄົນ, ຄົນເສຍຊີວິດ 1 ຄົນ.
ໂອກາດນີ້, ທ່ານ ພັນຕີ ອານົງ ມິ່ງຄໍາ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ສືບຕໍ່ປະຕິບັດກົດລະບຽບການສັນຈອນເພື່ອຫຼຸດຜ່ອນການເກີດອຸບັດເຫດອັນຈະນຳໄປສູ່ການສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ. ຂ່າວ: ຫຼວງພະບາງ

ສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າ....   ເລີ່ມແຕ່ເດືອນມັງກອນ-ມີນາ ຂອງທຸກໆປີ ຜູ້ມີອາຊີບປູກພືດໂນນສູງ ຈະຕັດໄມ້ທໍາລາຍປ່າ ຈູດປ່...
23/04/2024

ສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າ....
ເລີ່ມແຕ່ເດືອນມັງກອນ-ມີນາ ຂອງທຸກໆປີ ຜູ້ມີອາຊີບປູກພືດໂນນສູງ ຈະຕັດໄມ້ທໍາລາຍປ່າ ຈູດປ່າເພື່ອເຮັດການຜະລິດ ເຮັດໃຫ້ໄຟໄໝ້ລາມປ່າເສຍຫາຍເປັນຈໍານວນຫຼວງຫຼາຍ. ສົ່ງຜົນກະທົບຕໍ່ ປ່າໄມ້, ທີ່ດິນປ່າໄມ້, ສັດປ່າ, ຊີວະນາໆພັນ, ສິ່ງແວດລ້ອມ ເຮັດໃຫ້ເກີດມີໝອກຄວັນ ແລະ ຝຸ່ນລະອອງຂະໜາດນ້ອຍ (PM2.5) ເພີ່ມສູງຂຶ້ນຢູ່ເກືອບທົ່ວປະເທດ.
ເວົ້າສະເພາະ ໃນຕົ້ນປີ 2023 ຜ່ານມາ, ແຂວງອຸດົມໄຊເກີດໄຟໄໝ້ລາມປ່າ 28 ຈຸດ ຄື: ເມືອງໄຊ 17 ຈຸດ, ເມືອງປາກແບງ 8 ຈຸດ, ເມືອງຫຼາ 2 ຈຸດ ແລະ ເມືອງນາໝໍ້ 1 ຈຸດ; ແຂວງຫຼວງນໍ້າທາ ມີ 10 ຈຸດ ຄື: ປ່າສະຫງວນແຫ່ງຊາດນໍ້າຫ້າ 6 ຈຸດ; ປ່າປ້ອງກັນແຫ່ງຊາດ ພູສາມຍອດ 1 ຈຸດ, ເຂດແດນ ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ 1 ຈຸດ, ເຂດແດນເຊື່ອມຈອດ ສາມເມືອງ (ເມືອງນໍ້າທາ, ເມືອງນາແລ ແລະ ເມືອງວຽງພູຄາ) 1 ຈຸດ ຊຶ່ງຍັງບໍ່ທັນສາມາດດັບມອດໄດ້ທັງໝົດ ແລະ ຊາຍແດນລາວ-ຈີນ (ດ່ານປາງໄຮ) ເມືອງສິງ ໄໝ້ຢູ່ພື້ນທີ່ນອກເຂດ 3 ປະເພດປ່າ 1 ຈຸດ; ແຂວງຫຼວງພະບາງ: ເກີດມີໄຟໄໝ້ລາມປ່າ 3 ຈຸດ ຄື: ຢູ່ນະຄອນ-ຫຼວງພະບາງ (ໃກ້ສະໜາມກັອບ ຫຼວງພະບາງ), ເມືອງໂພນທອງ 1 ຈຸດ ແລະ ເມືອງວຽງຄໍາ 1 ຈຸດ; ແຂວງໄຊຍະບູລີ ມີ 8 ຈຸດ ຄື: ເມືອງຫົງສາ 4 ຈຸດ ແລະ ເມືອງຊຽງຮ່ອນ 4 ຈຸດ; ແຂວງຫົວພັນ ມີ 11 ຈຸດ ຢູ່ ເມືອງສົບເບົາ 8 ຈຸດ ແລະ ເມືອງຫົວເມືອງ 3 ຈຸດ; ແຂວງບໍລິຄໍາໄຊ ມີ 3 ຈຸດ ຄື: ເຂດປ່າຜະລິດແຫ່ງຊາດ ຜັກເບືອກ (ເມືອງບໍລິຄັນ) 1 ຈຸດ, ປ່າຜະລິດປຸ່ງຫົກ-ພູປ່າຊ້າງ (ປ່າຜະລິດຂອງແຂວງບໍລິຄໍາໄຊ) ຈໍານວນ 1 ຈຸດ ແລະ ເຂດປ່າສະຫງວນພູງູ (ປ່າສະຫງວນຂອງແຂວງບໍລິຄຳໄຊ) ຈໍານວນ 1 ຈຸດ; ປ່າສະຫງວນແຫ່ງຊາດ ພູພະນັງ ມີ 38 ຈຸດ; ອຸທິຍານແຫ່ງຊາດພູເຂົາຄວາຍ ມີ 30 ຈຸດ; ທຸກແຂວງທີ່ເກີດໄຟໄໝ້ປ່າ ແຕ່ລະແຂວງ ສາມາດຄວບຄຸມ ແລະ ດັບປອດໄຟໄດ້ສຳເລັດ.
ສາເຫດຕົ້ນຕໍທີ່ພາໃຫ້ເກີດມີໄຟໄໝ້ລາມປ່າໃນໄລຍະຜ່ານມາແມ່ນຍ້ອນບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການຜະລິດກະສິກຳໂດຍສະເພາະແມ່ນຈູດໄຮ່ເພື່ອປູກເຂົ້າ, ປູກມັນຕົ້ນ, ຢາງ ພາລາ ແລະ ພືດເສດຖະກິດອື່ນໆ; ຈູດປ່າເພື່ອລ່າສັດປ່າ ແລະ ຈູດປ່າເພື່ອຊອກຢູ່ຫາກິນໃນປ່າ; ຈູດຄັງເພື່ອຂະຫຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ.
ເພື່ອສະກັດກັ້ນບໍ່ໃຫ້ເກີດມີໄຟໄໝ້ລາມປ່າ ອໍານາດການປົກຄອງແຂວງ, ເມືອງ ການຈັດຕັ້ງຂັ້ນບ້ານ ຕ້ອງເຂັ້ມງວດກວດຂັນ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ແລະ ປະຕິບັດຄຳສັ່ງເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023: ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ. ຕ້ອງລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງໃຫ້ປະຊາຊົນເປັນປົກກະຕິ ແລະ ຕໍ່ເນື່ອງ, ຍົກໃຫ້ເຫັນຜົນເສຍຫາຍຕໍ່ເສດຖະກິດຂອງຊາດ,ຜົນກະທົບຕໍ່ສັງຄົມ ສະພາບອາກາດເຊື່ອຍໂຊມ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ໄປຄຽງຄູ່ກັນນັ້ນ, ກໍຕ້ອງຊອກທຸກເງື່ອນໄຂປຸກລະດົມໃຫ້ປະຊາຊົນຫັນປ່ຽນອາຊີບຈາກການປູກພືດໂນນສູງມາເຮັດອາຊີບອື່ນທີ່ບໍ່ເປັນການທໍາລາຍປ່າໄມ້ໃນແຕ່ລະປີ. ຫາກທ້ອງຖິ່ນໃດມີຄວາມຈໍາເປັນ ບໍ່ມີທາງເລືອກຫັນປ່ຽນໄປສູ່ອາຊີບອື່ນທົດແທນອໍານາດການປົກຄອງແຂວງ, ເມືອງຕ້ອງສົ່ງພະນັກງານວິຊາການລົງໄປແນະນໍາດ້ານວິຊາການ ຫຼັກການ, ວິທີການເພື່ອເວລາຈູດໄຮ່ບໍ່ໃຫ້ໄຟໄໝ້ລາມປ່າ.ແຕ່ງຕັ້ງກໍາລັງເວນຍາມຢູ່ບ່ອນມັກມີໄຟໄໝ້ລາມປ່າ ພ້ອມທັງກຽມອຸປະກອນທີ່ກ່ຽວຂ້ອງເມື່ອເກີດໄຟໄໝ້ປ່າໃຫ້ສາມາດລະງັບ ຫຼື ມອດໄຟໃຫ້ທັນການ.

ສະຖານະການ PM2.5 ວັນທີ 23 ເມສາ
23/04/2024

ສະຖານະການ PM2.5 ວັນທີ 23 ເມສາ

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ..........ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົ...
23/04/2024

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ..........
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 23 ເມສາ ນີ້, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ ໃນຕອນເຊົ້າຂອງວັນທີ 23 ເມສາ 2024, ຊຶ່ງໄດ້ຖືກຕ້ອນຮັບໂດຍ ທ່ານ Oknha Mahamontrei KUY Sophol ອົງຄະມົນຕີ ລັດຖະມົນຕີອາວຸໂສ ປະຈໍາ ພະຣາຊະວັງ ທັງເປັນລັດຖະມົນຕີກຽດຕິຍົດ ຂອງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ.

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງຂອງ ຣາຊະອານຈັກ ກໍາປູເຈຍ ເປັນຕົ້ນ: ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ; ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ນອກນັ້ນ, ຍັງຈະໄດ້ໄປວາງພວງມາລາ ທີ່ ອານຸວາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.
ຂ່າວ: ກະຊວງການຕ່າງປະເທດ,ພາບ:ຂປລ

ສະພາບອາກາດ ວັນທີ 23 ເມສາ
23/04/2024

ສະພາບອາກາດ ວັນທີ 23 ເມສາ

23/04/2024
ທ່ານນາຍົກລັດຖະມົນຕີ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊ...
22/04/2024

ທ່ານນາຍົກລັດຖະມົນຕີ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ.........
ໃນຕອນເຊົ້າຂອງວັນທີ 22 ເມສາ ນີ້ ທີ່ ບາງກອກ ປະເທດໄທ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດກ່າວປາໄສດ້ວຍຮູບແບບບັນທຶກເປັນວິດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ຊຶ່ງຈັດຂຶ້ນແຕ່ວັນທີ 22 ຫາ 26 ເມສາ 2024 ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດີຈີຕອນ ເພື່ອພັກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ (Leveraging Digital Innovation for Sustainable Development in Asia and the Pacific), ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານປະທານາທິບໍດີຟິລິບປິນ, ທ່ານນາຍົກລັດຖະມົນຕີ 3 ປະເທດຄື: ບັງກລາເທດ, ກຳປູເຈຍ ແລະ ໄທ, ທ່ານປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫຼາຍກວ່າ 20 ພາກສ່ວນ.
ໃນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫຼື UNESCAP ຕະຫຼອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊີ-ປາຊີຟິກ ເປັນກ້າວໆມາ ນັບຈາກການຟື້ນຟູພາຍຫຼັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມກັນນັ້ນ, ທ່ານຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບເປັນປະເທດດ້ອຍພັດທະນາ ພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ການເປັນປະເທດເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ກໍຄືການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ຊຶ່ງຂະບວນການຫັນເປັນດີຈີຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື: 1. ການພັດທະນາລັດຖະບານດີຈີຕອນ (Digital Government); 2. ການພັດທະນາເສດຖະກິດດີຈີຕອນ (Digital Economy); ແລະ 3. ການພັດທະນາສັງຄົມ ດີຈີຕອນ (Digital Society). ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ ປີ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະທານໝູນວຽນ ອາຊຽນ ພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ (ASEAN: Enhancing Connectivity and Resilience) ແລະ ກໍເປັນປີ ທ່ອງທ່ຽວລາວ (Visit Laos Year 2024).
ສຳລັບຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ຊຶ່ງໃນກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກຈາກນັ້ນ, ກໍຈະໄດ້ພົບປະສອງຝ່າຍຕື່ມອີກ.
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ...........ໂດຍ: ວັນເພັງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນເກີດຈາກໂຕຍຸງລາຍ ທີ່ມີເຊື້ອໄວ...
22/04/2024

ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ...........
ໂດຍ: ວັນເພັງ
ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນເກີດຈາກໂຕຍຸງລາຍ ທີ່ມີເຊື້ອໄວຣັດຊະນິດໜຶ່ງ ສາມາດກັດແຜ່ຈາກຄົນສູ່ຄົນ ໂດຍຜ່ານຍຸງລາຍທີ່ມີເຊື້ອພະຍາດດັ່ງກ່າວ. ສະນັ້ນ, ທຸກຄົນໃນສັງຄົມຈົ່ງຮ່ວມແຮງຮ່ວມໃຈຕ້ານພະຍາດດັ່ງກ່າວ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ ເພື່ອບໍ່ໃຫ້ຕົນເອງ ແລະ ຄົນໃນຄອບຄົວເປັນພະຍາດດັ່ງກ່າວ ແລະ ເຖິງຂັ້ນເສຍຊີວິດ.
ພະຍາດໄຂ້ຍຸງລາຍມີອາການຄ້າຍຄືກັບໄຂ້ຫວັດ ແລະ ໄຂ້ແກ່ຍາວເປັນເວລາ 2-7 ມື້, ໄຂ້ ຍຸງລາຍຈະປະກົດອາການພາຍຫຼັງ 4-10 ມື້ ຫຼັງຈາກຍຸງລາຍກັດ. ພ້ອມນັ້ນ, ອາການທົ່ວໄປຂອງໄຂ້ຍຸງລາຍມີໄຂ້ສູງເຖິງ 40 ອົງສາ ຊຶ່ງອາການຈະແດງອອກຄື: ມີຕ່ອມນໍ້າເຫຼືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ, ມີຕຸ່ມຕາມຕົນໂຕ, ປວດຮາກ, ຮາກ, ເຈັບກະໂບງຕາ ແລະ ເຈັບຫົວ. ໃນນັ້ນ, ຖ້າຫາກຄົນເຈັບເຊົາໄຂ້ແລ້ວຕ້ອງສືບຕໍ່ຕິດຕາມອາການຕ່າງໆຂອງຄົນເຈັບອີກເຊັ່ນ: ຫາຍໃຈໄວ, ຮາກຫຼາຍເທື່ອ, ເຈັບໜ້າເອິກ, ເລືອດອອກເຟັນແຂ້ວ, ເມື່ອຍ, ຮາກປົນເລືອດ ແລະ ອື່ນໆ. ສໍາລັບກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າຄົນທົ່ວໄປເປັນຕົ້ນ ແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈຳໂຕ ຫຼື ພະຍາດຊໍາເຮື້ອເຊັ່ນ: ພະຍາດເບົາຫວານ, ພະຍາດໝາກໄຂ່ຫຼັງຊຸດໂຊມ, ພະ ຍາດຫົວໃຈ. ດັ່ງນັ້ນ, ຕ້ອງມີສະຕິປ້ອງກັນຕົນເອງໃຫ້ດີ ໂດຍສະເພາະທໍາລາຍແຫຼ່ງເພາະພັນຂອງ ໜອນນໍ້າຍຸງລາຍ ພາຍໃນບ້ານເຮືອນ ສິ່ງສຳຄັນເປັນເຈົ້າການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ເປັນປະຈຳ ເພື່ອປ້ອງກັນພະຍາດດັ່ງກ່າວຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ເພື່ອບໍ່ໃຫ້ຍຸງລາຍໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູດ້ານໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນໆ; ປ່ອຍປາຫາງນົກຍຸງ ເພື່ອໃຫ້ປາກິນໜອນນໍ້າ; ປັບປຸງບໍ່ໃຫ້ມີນໍ້າຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງລົດເກົ່າ ແລະ ອື່ນໆ ຕາມບ້ານເຮືອນຂອງທ່ານ; ປະຕິບັດເປັນປະຈຳທຸກໆອາທິດ. ພ້ອມນັ້ນ, ບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນຕ້ອງນອນໃນມຸ້ງແມ່ນເປັນການດີ, ຕ້ອງຢູ່ບ່ອນແຈ້ງ, ນຸ່ງເຄື່ອງສີສົດໃສ, ໂສ້ງ, ເສື້ອແຂນຍາວປົກປິດ ເພື່ອປ້ອງກັນຍຸງກັດ ແລະ ອື່ນໆ. ບໍ່ມີຍຸງລາຍ ບໍ່ມີໜອນນໍ້າ ບໍ່ມີໄຂ້ຍຸງລາຍ.
ພະຍາດໄຂ້ຍຸງລາຍເປັນພະຍາດທີ່ອັນຕະລາຍຕໍ່ຄົນເຮົາ, ບໍ່ມີຢາປິ່ນປົວພະຍາດດັ່ງກ່າວໂດຍສະເພາະ. ສະນັ້ນ, ຖ້າຫາກເປັນພະຍາດໄຂ້ຍຸງລາຍບໍ່ຕ້ອງຖືເບົາ, ບໍ່ຄວນຊື້ຢາມາກິນເອງ, ຕ້ອງຮີບໄປປິ່ນປົວຢູ່ໂຮງໝໍໂດຍດ່ວນບໍ່ວ່າຈະເປັນໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາໃກ້ບ້ານທ່ານ ເພື່ອຈະໄດ້ກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

ມອບ-ຮັບໂຮງຮຽນສົງ ທີ່ວັດໂນນຈໍາປາ ເມືອງໂພນທອງ..........ເມື່ອບໍ່ດົນຜ່ານມາ, ທີ່ວັດໂນນຈໍາປາ, ບ້ານຝັ່ງແດງ, ເມືອງໂພນທອງ ແຂວງ ຈໍ...
22/04/2024

ມອບ-ຮັບໂຮງຮຽນສົງ ທີ່ວັດໂນນຈໍາປາ ເມືອງໂພນທອງ..........
ເມື່ອບໍ່ດົນຜ່ານມາ, ທີ່ວັດໂນນຈໍາປາ, ບ້ານຝັ່ງແດງ, ເມືອງໂພນທອງ ແຂວງ ຈໍາປາສັກ ໄດ້ຈັດພິທີ-ມອບຮັບ ໂຮງຮຽນ ສົງ ໂດຍມີທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ, ຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ, ມີທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານປະທານແນວລາວສ້າງຊາດເມືອງ ໂພນທອງ, ທ່ານ ບຸນຈອມ ວົງເພັດ ກໍາມະການສູນກາງແນວລາວສ້າງຊາດ,ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ແລະ ປະຊາຊົນເຂົ້າຮ່ວມ.
ໂຮງຮຽນສົງ ດັ່ງກ່າວປະກອບມີອາຄານ 1 ຫຼັງ, ມີ 2 ຫ້ອງຮຽນ 1 ຫ້ອງການຄູ ໂດຍໄດ້ຮັບການອຸປະຖຳທຶນຈາກຄອບຄົວ ທ່ານ ບຸນຈອມ ວົງເພັດ ກໍາມະການສູນກາງແນວລາວສ້າງຊາດ, ຈໍານວນ 100 ກວ່າລ້ານກີບ, ທຶນປະກອບສ່ວນຈາກ ຊາວພຸດຜູ້ໃຈບຸນຈໍານວນ
ໜຶ່ງລວມທັງເພື່ອນມິດສະຫາຍ ແລະ ປະຊາຊົນພາຍໃນບ້ານ ລວມມູນຄ່າທັງໝົດ 1 ຕື້ກວ່າກີບ.
ທ່ານ ບຸນຈອມ ວົງເພັດ ໄດ້ກ່າວວ່າ: ການສ້າງໂຮງຮຽນສົງ ຫຼັງນີ້ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເພື່ອສ້າງຄຸນງາມຄວາມດີຕິດພັນກັບການຮັກບ້ານເກີດ ສະນັ້ນ, ຂ້າພະເຈົ້າໃນນາມກໍາມະການສູນກາງແນວລາວສ້າງຊາດ ຈຶ່ງໄດ້ປະກອບສ່ວນທຶນຮອນສ່ວນຕົວ ແລະ ລະດົມທຶນຮອນນໍາເພື່ອນມິດສະຫາຍ ເພື່ອສ້າງໂຮງຮຽນຫຼັງດັ່ງກ່າວໃຫ້ແກ່ນັກຮຽນທີ່ທຸກຍາກ ທີ່ບໍ່ສາມາດເຂົ້າໄປຮໍ່າຮຽນໃນຕົວເມືອງໄດ້.
ໂອກາດນີ້, ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການປະກອບສ່ວນທາງດ້ານວັດຖູ ແລະ ຈິດໃຈ ເພື່ອມາພັດທະນາບ້ານເກີດເມືອງນອນຂອງທ່ານ ບຸນຈອມ ວົງເພັດ ກໍຄື ຄອບຄົວ ແລະ ປະຊາຊົນ ທີ່ໄດ້ສະຫຼະປະກອບສ່ວນທຶນຮອນໃນການສ້າງໂຮງຮຽນສົງຫຼັງດັ່ງກ່າວຂຶ້ນມາ ຊຶ່ງເຫັນໄດ້ຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫຼືອ ດ້ານການສຶກສາ ຢູ່ວັດໂນນຈໍາປາ ບ້ານຝັ່ງແດງ, ເມືອງໂພນທອງ ແຂວງຈໍາປາສັກ ຢ່າງຈິງໃຈເພື່ອເຮັດໃຫ້ນັກຮຽນໄດ້ຮັບ ການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານການສຶກສາ ຢູ່ໃນບ້ານ. ພ້ອມທັງຮຽກຮ້ອງໃຫ້ບັນດາຄູບາອາຈານ ໃຫ້ນຳໃຊ້ໂຮງຮຽນດັ່ງກ່າວໃຫ້ໄດ້ຮັບຜົນປະໂຫຍດອັນສູງສຸດ,ພ້ອມກັນປົກປັກຮັກສາໃຫ້ໝັ້ນຄົງຍາວນານ ແລະ ມີປະສິດທິພາບສູງສຸດ. (ຂ່າວ:ສນຊ)

ປີນີ້ແຂວງວຽງຈັນ ຈະແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວ.......... ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່...
22/04/2024

ປີນີ້ແຂວງວຽງຈັນ ຈະແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.600 ຄອບຄົວ..........
ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ກ່ຽວກັບຄາດ ໝາຍແກ້ໄຂຄອບຄົວທຸກຍາກຂອງແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບຂະບວນການຮັກຊາດ ແລະ ພັດ ທະນາ, ວຽກ 3 ສ້າງໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ໂດຍລະດົມການລົງທຶນຂອງຫົວໜ່ວຍທຸລະກິດ ຜູ້ປະກອບການພາກເອກະຊົນ ສົມທົບກັບການລົງທຶນຂອງລັດ, ການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫຼຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.
ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງໃຫ້ບັນລຸຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບ ບ່ອນທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ.
ສໍາລັບແຂວງວຽງຈັນມີທັງໝົດ 428 ບ້ານ, ປີ 2023 ຜ່ານມາ ສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະນາ 163 ບ້ານ ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ ເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.
ແຫຼ່ງຂ່າວ: ວສລ

ການສ້ອມແປງເສັ້ນທາງ 13 ໃຕ້ໄລຍະທາງທີ 3 ຄາດວ່າຈະໃຫ້ສຳເລັດກ່ອນເດືອນກໍລະກົດ 2024.......  ບໍລິສັດ China International Water & ...
22/04/2024

ການສ້ອມແປງເສັ້ນທາງ 13 ໃຕ້ໄລຍະທາງທີ 3 ຄາດວ່າຈະໃຫ້ສຳເລັດກ່ອນເດືອນກໍລະກົດ 2024.......
ບໍລິສັດ China International Water & Electric Corp (CWE) ໜຶ່ງໃນບໍລິສັດຜູ້ຮັບເໝົາສ້ອມແປງເສັ້ນທາງ 13 ໃຕ້ໂດຍສະເພາະສັນຍາທີ 3 ໄລຍະທາງແຕ່ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ, ແຕ່ກິໂລແມັດທີ 190 ຫາ ກິໂລແມັດທີ 268 ຄວາມຍາວ 78 ກິໂລແມັດຢຶນຢັນວ່າ ການສ້ອມແປງຈະໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ທ່ານ ຟາງ ຈ້ຽນຢົງ ຮອງຜູ້ບໍລິຫານໂຄງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ໄລຍະທາງທີ 3. ພາຍຫຼັງໃຊ້ເວລາສ້ອມແປງ 30 ເດືອນ ມາເຖິງປັດຈຸບັນມີຄວາມຄືບໜ້າເກືອບ 100% ຄາດວ່າຈະໃຫ້ສຳເລັດກ່ອນກຳນົດເວລາຂອງສັນຍາ ກໍຄືຈະໃຫ້ສຳເລັດທັງໝົດທຸກໜ້າວຽກກ່ອນເດືອນກໍລະກົດ 2024.
ທ່ານ ຟາງ ຈ້ຽນຢົງ ໃຫ້ຮູ້ຕື່ມວ່າ: ສຳລັບວຽກສ້ອມແປງພວກເຮົາປະຕິບັດຕາມເງື່ອນໄຂສັນຍາ, ຕາມມາດຕະ ຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ ແລະ ຄຳແນະນຳຂອງທີ່ປຶກສາຄວບຄຸມໂຄງການ ເຮັດໃຫ້ເສັ້ນທາງມີຄຸນນະພາບ ສາມາດນຳໃຊ້ໄດ້ຍາວນານ, ຊຶ່ງພວກເຮົາຈະໄດ້ຮັບຜິດຊອບເປັນເວລາ 10 ປີຄື 3 ປີກໍ່ສ້າງ ແລະ 7 ປີບູລະນະຮັກສາ ເພື່ອໃຫ້ໄດ້ຕາມລະດັບບໍລິການ (service level).
ແຫຼ່ງຂ່າວ: ວສລ

ພະຍາດໄຂ້ຍຸງລາຍສາມາດປ້ອງກັນໄດ້ ພວກເຮົາມາຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ
22/04/2024

ພະຍາດໄຂ້ຍຸງລາຍສາມາດປ້ອງກັນໄດ້
ພວກເຮົາມາຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ແຫຼ່ງທ່ອງທ່ຽວແກ້ງຊັນ ເປັນອີກທາງເລືອກໜຶ່ງໃນການທ່ອງທ່ຽວ............... ສະຖານທີ່ທ່ອງທ່ຽວແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງ...
22/04/2024

ແຫຼ່ງທ່ອງທ່ຽວແກ້ງຊັນ ເປັນອີກທາງເລືອກໜຶ່ງໃນການທ່ອງທ່ຽວ...............
ສະຖານທີ່ທ່ອງທ່ຽວແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ຫາກໍເປີດໃຫ້ບໍລິການແກ່ມວນຊົນໄດ້ເຂົ້າມາທ່ຽວຊົມ, ຊຶ່ງໃນໂອກາດປີໃໝ່ລາວເຫັນວ່າມີນັກທ່ອງທ່ຽວສົນໃຈເຂົ້າມາທ່ຽວເປັນຈຳນວນຫຼວງຫຼາຍ.
ທ່ານ ສຸບິນ ໂພສາງ ຜູ້ພັດທະນາແຫຼ່ງທ່ອງທ່ຽວແກ້ງຊັນ ບ້ານແກ້ງຊັນ ນະຄອນປາກເຊ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນວ່າ: ແຫຼ່ງທ່ອງທ່ຽວແກ້ງຊັນ ຫ່າງຈາກຕົວເມືອງປາກເຊພຽງ 7 ກິໂລແມັດ, ເລີ່ມເປີດບໍລິການໃຫ້ແຂກເຂົ້າມາທ່ຽວຊົມໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ 2024 ຜ່ານມາ ຊຶ່ງໄດ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ເຮັດໃຫ້ບຸນປີໃໝ່ລາວປີນີ້ມີຄົນມາທ່ຽວພັກຜ່ອນຫຼາຍເປັນພິເສດ.
ແຫຼ່ງທ່ອງທ່ຽວແກ້ງຊັນ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງນະຄອນປາກເຊ ນັບແຕ່ມື້ເປີດມາເຖິງປັດຈຸບັນມີການຕອບຮັບຈາກຜູ້ມາທ່ຽວເປັນຢ່າງດີ ໂດຍສະເພາະໃນເທດສະການຕ່າງໆຄື: ວັນແມ່ຍິງສາກົນ, ວັນບຸນປີໃໝ່ລາວ, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ຂອບໃຈທີ່ທຸກຄົນໃຫ້ຄວາມສົນໃຈມາທ່ຽວສະຖານທີ່ແຫ່ງນີ້ ແລະ ຂໍເຊີນຊວນທຸກທ່ານທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ, ຫຼິ້ນນ້ຳເຢັນໆຈາກທຳມະຊາດສາຍນໍ້າເຊໂດນ ຊຶ່ງຈະເຮັດໃຫ້ທ່ານມີຄວາມສຸກຜ່ອຍຄາຍຈາກອາກາດຮ້ອນອົບເອົ້າ ພ້ອມດຽວກັນນີ້, ສະຖານທີ່ທ່ອງທ່ຽວແກ້ງຊັນບໍ່ໄດ້ເກັບຄ່າເຂົ້າທ່ຽວຊົມ, ເກັບແຕ່ຄ່າບໍລິການຝາກລົດ, ຄ່າເຊົ່າຕູບ. ນອກຈາກນີ້, ຍັງມີເຄື່ອງດື່ມ, ອາຫານໄວ້ຄອຍບໍລິການຕ້ອນຮັບທ່ານແບບເປັນກັນເອງ ພິເສດໃນໄລຍະບຸນປີໃໝ່ໄດ້ມີວົງດົນຕີນັກຮ້ອງ, ໝໍລຳ ມາສ້າງສັນບັນຍາກາດໃຫ້ຟົດຟື້ນມ່ວນຊື່ນຕະຫຼອດງານ.
ແຫຼ່ງຂ່າວ: ຂປລ

ຈີນ ສົ່ງດາວທຽມຮັບຮູ້ທາງໄກ Yaogan-42-02 ຂຶ້ນສູ່ອະວະກາດ.........ຂ່າວສານຊີອາໄອລາຍງານໃນວັນທີ 21 ເມສາ ຜ່ານມາວ່າ: ຈີນໄດ້ສົ່ງດາ...
22/04/2024

ຈີນ ສົ່ງດາວທຽມຮັບຮູ້ທາງໄກ Yaogan-42-02 ຂຶ້ນສູ່ອະວະກາດ.........
ຂ່າວສານຊີອາໄອລາຍງານໃນວັນທີ 21 ເມສາ ຜ່ານມາວ່າ: ຈີນໄດ້ສົ່ງດາວທຽມຮັບຮູ້ທາງໄກ Yaogan-42-02 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານຊາງເຈິ່ງ -2D ຢູ່ສູນສົ່ງດາວທຽມສີ່ຊ່າງແຂວງເສສວນຈີນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກ, ການຍິງສົ່ງເທື່ອນີ້ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.

ບັນຍາກາດການເດີນທາງກັບຄືນໄປສະຖານທີ່ເຮັດວຽກ ພາຍຫຼັງປີໃໝ່ລາວຂອງມວນຊົນສາຍພາຍໃນ ແລະ ຕ່າງປະເທດໃນວັນທີ 21 ເມສາຜ່ານມາ, ມີບັນຍາກາ...
22/04/2024

ບັນຍາກາດການເດີນທາງກັບຄືນໄປສະຖານທີ່ເຮັດວຽກ ພາຍຫຼັງປີໃໝ່ລາວຂອງ
ມວນຊົນສາຍພາຍໃນ ແລະ ຕ່າງປະເທດໃນວັນທີ 21 ເມສາຜ່ານມາ, ມີບັນຍາກາດຄຶກຄັກຫຼາຍຢູ່ສະຖານີຂົນສົ່ງໂດຍສານ ບໍລິສັດແສງຈະເລີນຫຼັກແປດໃຕ້ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ
ແຫຼ່ງຂ່າວ: ຂປລ

ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ຂົນສົ່ງຜູ້ໂດຍສານ 2,56 ລ້ານເທື່ອຄົນ.........ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້, ບໍລິສັດທາງລ...
22/04/2024

ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ຂົນສົ່ງຜູ້ໂດຍສານ 2,56 ລ້ານເທື່ອຄົນ.........
ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້, ບໍລິສັດທາງລົດໄຟສາກົນຈີນຈຳກັດໄດ້ເປີດເຜີຍໃຫ້ຮູ້ວ່າ: ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ຢູ່ອິນໂດເນເຊຍ ໄດ້ເປີດການບໍລິການມາເປັນເວລາເຄິ່ງປີແລ້ວ, ເຫັນວ່າປະລິມານຂອງຜູ້ໂດຍສານມີທ່າອ່ຽງເພີ່ມຂຶ້ນ, ລວມທັງໝົດໄດ້ບັນລຸເຖິງ 2,56 ລ້ານເທື່ອຄົນ ແລະ ອັດຕາການຈອງບ່ອນນັ່ງໃນມື້ດຽວສູງສຸດມີເຖິງ 99,6%. ຂະບວນລົດໄຟໂດຍສານໄດ້ດຳເນີນການແລ່ນລົດ ຫຼາຍກວ່າ 1,26 ລ້ານກິໂລແມັດ, ການຂົນສົ່ງຜູ້ໂດຍສານ ກໍມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ທາງລົດໄຟນີ້ຢູ່ໃກ້ກັບນະຄອນຫຼວງຈາກາຕາ ແລະ ບັນດຸງ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອິນໂດເນເຊຍ, ຫຼັງຈາກທີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງເປີດການບໍລິການດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງແລ້ວ, ເວລາການເດີນທາງລະຫວ່າງຈາກາຕາຫາບັນດຸງໄດ້ຫຼຸດຈາກ 3 ຊົ່ວໂມງລົງເປັນ 46 ນາທີ.

ອຸນຫະພູມທີ່ເພີ່ມສູງຂຶ້ນ ສາມາດສົ່ງຜົນກະທົບຕໍ່ກັບທຸກຄົນ...... ອຸນຫະພູມໂລກ ແລະ ຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນເລື້ອຍໆ ສົ່ງຜົນໃຫ...
22/04/2024

ອຸນຫະພູມທີ່ເພີ່ມສູງຂຶ້ນ ສາມາດສົ່ງຜົນກະທົບຕໍ່ກັບທຸກຄົນ......
ອຸນຫະພູມໂລກ ແລະ ຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນເລື້ອຍໆ ສົ່ງຜົນໃຫ້ ສປປ ລາວ ມີອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນ.
ອຸນຫະພູມທີ່ເພີ່ມສູງຂຶ້ນ ສາມາດສົ່ງຜົນກະທົບຕໍ່ກັບທຸກຄົນ. ສຳລັບຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວມີໂອກາດສູງທີ່ຈະໄດ້ຮັບຜົນກະທົບຈາກອາກາດຮ້ອນເອົ້າ ຊຶ່ງຜົນກະທົບອາດເຫັນໄດ້ທັນທີ ຫຼືເຫັນໄດ້ຫຼັງຈາກຜ່ານໄປຫຼາຍມື້ ແລະ ອາດຮຸນແຮງຂຶ້ນເຖິງຂັ້ນເສຍຊີວິດໄດ້.
ສະນັ້ນ, ເຮົາຕ້ອງຮູ້ວິທິປ້ອງກັນຕົນເອງ ແລະ ຄອບຄົວດັ່ງສະແດງໃນຮູບນີ້:
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ສະພາບອາກາດ ວັນທີ 22 ເມສາ
22/04/2024

ສະພາບອາກາດ ວັນທີ 22 ເມສາ

22/04/2024

ໄຕມາດທີໜຶ່ງ ມູນຄ່າສິນຄ້າຂາເຂົ້າ-ຂາອອກຂອງຈີນ ບັນລຸຫຼາຍກວ່າ 4.800 ຕື້ຢວນ........
ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບວຽກງານ ແລະ ການເຄື່ອນໄຫວດ້ານການຄ້າໃນໄຕມາດທີໜຶ່ງປີນີ້.
ທ່ານ ຢາງຖ່າວ ຫົວໜ້າກົມສັງລວມກະຊວງການຄ້າຈີນກ່າວວ່າ: ໃນໄຕມາດທີໜຶ່ງປີນີ້, ມູນຄ່າສິນຄ້າຂາເຂົ້າ-ຂາອອກຂອງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸຫຼາຍກວ່າ 4.800 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ການລົງທຶນໂດຍກົງທີ່ບໍ່ແມ່ນປະເພດການເງິນຂອງຈີນຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງ 54,32 ຕື້ຢວນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນໄຕມາດທີໜຶ່ງປີນີ້, ມູນຄ່າການດຳເນີນທຸລະກິດຂອງໂຄງການຮັບເໝົາຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 184,6 ຕື້ຢວນ, ເພີ່ມຂຶ້ນ 7,9%.

ມີຮູບພາບຫຼາຍກວ່າ 80 ພາບ ວາງສະແດງໃນພິທີສະຫຼອງການນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ......ໂດຍ: ຍຸພິນທອງພະແນກຖະແຫ...
22/04/2024

ມີຮູບພາບຫຼາຍກວ່າ 80 ພາບ ວາງສະແດງໃນພິທີສະຫຼອງການນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ......
ໂດຍ: ຍຸພິນທອງ
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບໃນການຈັດພິທີສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ; ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 21 ເມສາ 2024 ທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ວ່າ: ໂດຍໄດ້ຮັບການມອບໝາຍຈາກອົງການປົກຄອງນະຄອນຫຼວງວຽງຈັນ ພະແນກ ຖວທ ນວ ໄດ້ມີການກະກຽມ ແລະ ປະກອບສ່ວນ ສອງໜ້າວຽກໃຫຍ່ຄື: ອັນທີໜຶ່ງແມ່ນວຽກງານປະດັບປະດາເອ້ໄຟແສງສີສຽງ ຢູ່ບໍເວນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ວຽກທີສອງແມ່ນການວາງສະແດງຮູບພາບ ຊຶ່ງຮູບພາບທີ່ນໍາມາວາງສະແດງໃນພິທີປະກອບມີທັງໝົດແມ່ນ 89 ພາບ, ໂດຍເລີ່ມຈາກຮູບພາບທໍາອິດ ແມ່ນພາບທີ່ສະແດງເຖິງເວລາການເລີ່ມລົງມືກໍ່ສ້າງເປັນຕົ້ນມາ ຈົນຮອດໄລຍະການນໍາໃຊ້ຂົວມິດຕະພາບແຕ່ລະໄລຍະ, ນອກຈາກກິດຈະກໍາວາງສະແດງຮູບພາບການນໍາໃຊ້ຂົວດັ່ງກ່າວແລ້ວ ຍັງມີບັນດາຮູບພາບກ່ຽວກັບສະຖານທີ່ແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ໂດຍຕິດພັນກັບປີທ່ອງທ່ຽວລາວ ເນື່ອງຈາກວ່າປີ 2024 ເປັນປີທ່ອງທ່ຽວລາວ ແລະ ພິເສດປີ 2024 ແມ່ນ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມສຸດຍອດອາຊຽນ; ພ້ອມນີ້ ຖວທ ນວ ຍັງໄດ້ມີກິດຈະກໍາສະແດງສິລະປະວັນນະຄະດີ ຕື່ມອີກ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ໃຫ້ຮູ້ຕື່ມວ່າ: ນອກຈາກບັນດາກິດຈະກໍາທີ່ພະແນກ ຖວທ ນວ ໄດ້ຮັບມອບໝາຍແລ້ວ ກໍຍັງມີກິດຈະກໍາປິ່ນອ້ອມ ເປັນຕົ້ນແມ່ນໃນຕອນເຊົ້າຂອງວັນທີ 21 ເມສາ 2024 ເລີ່ມແຕ່ເວລາ 5:30 ໂມງເຊົ້າ ໄດ້ມີພິທີໃສ່ບາດ ຊຶ່ງມີພະສົງຝ່າຍລາວ 31 ອົງ, ຝ່າຍໄທ 31 ອົງ ລວມເປັນ 62 ອົງ ເພື່ອຄວາມເປັນສີລິມົງຄຸນການນໍາໃຊ້ຂົວມິດຕະພາບດັ່ງກ່າວ ຢູ່ທີ່ຈຸດໃຈກາງຂອງຂົວມິດຕະພາບ ໂດຍການເຂົ້າຮ່ວມຂອງການນໍາຂັ້ນສູງຂອງນະຄອນຫຼວງວຽງຈັນ; ການນໍາຂອງແຂວງ ໜອງຄາຍ ແລະ ທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍປະຊາຊົນສອງຝັ່ງລາວ-ໄທເຂົ້າຮ່ວມ ຊຶ່ງພິທີໃສ່ບາດແມ່ນໄດ້ຈັດຂຶ້ນຢູ່ຈຸດໃຈກາງຂອງຂົວ ເພື່ອເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ລາວ, ອົສຕຣາລີ ແລະ ໄທ ຊຶ່ງເປັນການຮ່ວມມືເພື່ອມິດຕະພາບ, ການຮ່ວມມືເພື່ອການພັດທະນາ ແລະ ການຮ່ວມມືເພື່ອຄວາມຍືນຍົງ.

ນາງ ຈາງສຽວຢຽນ ຜູ້ຕາງໜ້າ ສູນທ່ອງທ່ຽວວັດທະນະທໍາລາວ ເຊີນຊວນ ນັກທ່ອງທ່ຽວຈີນ ມາທ່ຽວຊົມປະເທດລາວ ທີ່ສວຍສົດງົດງາມລາຍການ “ອູຮາ” (...
22/04/2024

ນາງ ຈາງສຽວຢຽນ ຜູ້ຕາງໜ້າ ສູນທ່ອງທ່ຽວວັດທະນະທໍາລາວ ເຊີນຊວນ ນັກທ່ອງທ່ຽວຈີນ ມາທ່ຽວຊົມປະເທດລາວ ທີ່ສວຍສົດງົດງາມ
ລາຍການ “ອູຮາ” (WUHA) ເປັນລາຍການທ່ອງທ່ຽວຂະໜາດໃຫຍ່ ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍຢູ່ຈີນ, ໃນລາຍການພາກທີ 4, ເຂົາເຈົ້າໄດ້ເດີນທາງມາເຖິງປະເທດລາວ ທີ່ຈຸດໝາຍປາຍທາງແຫ່ງ ໜຶ່ງທີ່ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ມີວັດທະນະທຳທີ່ຫຼາກຫຼາຍສີສັນ. ທີມງານຖ່າຍທຳໄດ້ຮູ້ສຶກມີຄວາມສົດຊື່ນ ແລະ ໄດ້ພົບເລື່ອງແປກໆມ່ວນໆຫຼາຍເລື່ອງ ໃນເວລາຖ່າຍທຳລາຍການຢູ່ລາວ, ຍັງໄດ້ເປັນສັກຂີພິຍານໃຫ້ເຫັນຄວາມສຸກ ແລະ ໂອກາດທີ່ນໍາມາຈາກການຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.
ການໄປຖ່າຍທຳລາຍການຢູ່ລາວເທື່ອນີ້ ເປັນໜຶ່ງໃນຜົນງານຂອງສູນທ່ອງທ່ຽວວັດທະນະທໍາ ລາວ ເພື່ອໂຄສະນາຊັບພະຍາກອນການທ່ອງທ່ຽວຂອງປະເທດລາວເຂົ້າສູ່ປະເທດຈີນ, ພວກເຮົາໄດ້ອໍານວຍຄວາມສະດວກຈົນສຸດຄວາມສາມາດຂອງຕົນໃຫ້ແກ່ທີມງານຖ່າຍທຳລາຍການ ແລະ ແຂກທີ່ມາຮ່ວມລາຍການຫຼາຍດ້ານ ເຊັ່ນ: ຂໍໃບອະນຸຍາດການຖ່າຍທຳ, ການເຊື່ອຖືທາງວັດທະນະທໍາ, ການແປພາສາ, ການເດີນທາງ ແລະ ການປະສານງານສະຖານທີ່ ເປັນຕົ້ນ, ພ້ອມດຽວກັນນັ້ນ, ໃນໄລຍະທີ່ທີມງານໄປທັດສະນະສຶກສາ ສະຖານທີ່ຖ່າຍທຳ ໃນໄລຍະຕົ້ນ, ພວກເຮົາໄດ້ສະເໜີລາຍການຕ່າງໆທີ່ມີເອກະລັກພິເສດຂອງປະເທດລາວໃນດ້ານອາຫານການກິນ, ທີ່ພັກເຊົາ, ການເດີນທາງ, ການທ່ອງທ່ຽວ, ການຊື້ສິນຄ້າ ແລະ ການບັນເທີງໃຫ້ແກ່ທີມງານ ຊຶ່ງໄດ້ເພີ່ມເນື້ອໃນຫຼາຍຢ່າງໃຫ້ແກ່ການຖ່າຍທຳລາຍການ, ບໍ່ພຽງແຕ່ເຮັດໃຫ້ບັນດາແຂກທີ່ເຂົ້າຮ່ວມລາຍການສາມາດສໍາຜັດກັບຮີດຄອງປະເພນີຕ່າງໆຂອງປະເທດລາວເທົ່ານັ້ນ, ຍັງເຮັດໃຫ້ຜູ້ຊົມປຽບເໝືອນໄດ້ມາທ່ຽວປະເທດລາວດ້ວຍຕົນເອງ ຜ່ານການຊົມລາຍການ ດັ່ງກ່າວນີ້.
ແຂກທີ່ເຂົ້າຮ່ວມລາຍການໄດ້ເຕົ້າໂຮມຢູ່ສະຖານີລົດໄຟບໍ່ຫານຂອງແຂວງຢຸນນານ ຈີນ, ຫຼັງຈາກນັ້ນ ໄດ້ແຈ້ງອອກເມືອງ, ຂີ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ເດີນທາງອອກຈາກປະເທດຈີນ ຢ່າງສະດວກສະບາຍ, ແລ້ວເດີນທາງໄປຮອດນະຄອນ-ຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກ. ແຂກທີ່ເຂົ້າຮ່ວມລາຍການໄດ້ຂີ່ລົດຕຸກໆໄປທ່ຽວຫຼິ້ນ, ໄດ້ໄປຍ່າງເລາະຕະຫຼາດກາງຄືນຫຼວງພະບາງ, ຍັງໄດ້ໄປຂີ່ເຮືອຢູ່ຕາມແມ່ນໍ້າຂອງ, ໄປໂດດນໍ້າຢູ່ວັງວຽງ, ໄປເຕະກະຕໍ້ ແລະ ເຂົ້າຮ່ວມລາຍການອື່ນໆທີ່ມີເອກະລັກພິເສດຂອງປະເທດລາວ.
ໃນເວລາເດີນທາງ, ຍັງໄດ້ພົບຫຼາຍເລື່ອງທີ່ລືມຍາກ ເຊັ່ນ: ບັນດາແຂກໄດ້ເຕັ້ນ “ວິຊາສາມ” ທີ່ເປັນລາຍການເຕັ້ນຕະຫຼົກ ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ທາງອິນເຕີເນັດຢູ່ຕາມເຮືອສຳລານແມ່ນໍ້າຂອງ, ນອກຈາກນີ້, ພວກເຂົາຍັງໄດ້ສອນບັນດານັກຮຽນຂອງໂຮງຮຽນພາສາຈີນທ້ອງຖິ່ນຮ້ອງເພງ “ອະນາຄົດດີງາມກວ່າເກົ່າ” ແລະ ເພງອື່ນໆ ຊຶ່ງເຮັດໃຫ້ຄົນທັງຫຼາຍຮູ້ສຶກຊາບຊຶ້ງໃຈຫຼາຍ. ໃນການແຂ່ງໂດດນໍ້າທີ່ ໜອງບລູລາກູນທີ່ວັງວຽງ, ແຂກທີ່ຮ່ວມລາຍການໄດ້ຊອກຫາ ຫຼື ຈັບຄູ່ “ຄູ່ຮ່ວມໂດດນໍ້າ” ຢູ່ກັບບ່ອນນັ້ນ ກໍມີຫຼາຍຄົນຍາດກັນເຂົ້າຮ່ວມ ຊຶ່ງມີບັນຍາກາດຄຶກຄື້ນມ່ວນຊື່ນທີ່ສຸດ.
ປີ 2024 ບໍ່ພຽງແຕ່ເປັນປີທ່ອງທ່ຽວລາວ ເທົ່ານັ້ນ, ຍັງເປັນປີແລກປ່ຽນວັດທະນະທໍາຈີນ-ອາຊຽນ; ເຊື່ອໝັ້ນວ່າ: ພາຍຫຼັງ ລາຍການບັນເທີງ “ອູຮາ” ໄດ້ອອກອາກາດໄປແລ້ວ, ເສັ້ນທາງການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວທີ່ມີເອກະລັກພິເສດ ທີ່ບັນດາແຂກເຄີຍເຂົ້າຮ່ວມນັ້ນ ຈະກາຍເປັນຫົວຂໍ້ຈຸດສຸມ ຫຼື ຫົວຂໍ້ທີ່ສາມາດດຶງດູດ ຜູ້ຊົມໃນປະເທດຈີນ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈີນໄປທ່ຽວລາວເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຮຽບຮຽງໂດຍ: Huang Yixian, Yang Chunmei

ກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນແຂວງລ້າງເຊີນ....ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ໃ...
22/04/2024

ກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນແຂວງລ້າງເຊີນ....
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ໃນການເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມປະກາດແຜນຜັງ ແລະ ສົ່ງເສີມການລົງທຶນແຂວງລ້າງເຊີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາວ່າ: ການວາງແຜນຜັງແຂວງລ້າງເຊີນ ໄດ້ສະແດງໃຫ້ເຫັນທັດສະນະ, ວິໄສທັດ, ເປົ້າໝາຍພັດທະນາຈຸດສຸມ, ກະໂດດຂັ້ນພັດທະນາ; ແຜນການພັດທະນາ, ມາດຕະການ, ນະໂຍບາຍບຸລິມະສິດ ແລະ ແຫຼ່ງກຳລັງປະຕິບັດແຜນຜັງໃນໄລຍະຈະມາເຖິງ.
ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າ: ບັນດາໜ້າທີ່, ມາດຕະການລະອຽດ, ໃນນັ້ນໄດ້ເນັ້ນໜັກວ່າ ແຂວງ ລ້າງເຊີນ ຕ້ອງຮັບປະກັນປະຕິບັດແຜນຜັງຂອງແຂວງໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມແຜນຜັງສັງລວມແຫ່ງຊາດ, ແຜນຜັງຂອງເຂດ, ແຜນຜັງຂອງຂະແໜງການ. ສ້າງແຜນການປະຕິບັດແຜນຜັງຂອງແຂວງໂດຍໄວ; ກຳນົດເນື້ອໃນຈຸດສຸມ, ຄວາມຄືບໜ້າ ແລະ ແຫຼ່ງກຳລັງປະຕິບັດບັນດາໂຄງການນອນໃນແຜນຜັງນັ້ນ. ພ້ອມດຽວກັນນັ້ນ, ທາງແຂວງກໍຕ້ອງຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ປົວແປງສະພາບແວດລ້ອມດຳເນີນທຸລະກິດ; ກະກຽມບັນດາໂຄງການ, ຂົງເຂດໃໝ່ເພື່ອຕ້ອນຮັບບັນດານັກລົງທຶນ, ໂດຍສະເພາະແມ່ນບັນດານັກລົງທຶນໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ.
ໃນກອງປະຊຸມ, ແຂວງລ້າງເຊີນ ໄດ້ມອບຂໍ້ຕົກລົງອະນຸມັດຜ່ານແຜນການລົງທຶນ, ໃບຢັ້ງຢືນ, ບົດບັນທຶກຊ່ວຍຈຳກ່ຽວກັບການຈົດທະບຽນລົງທຶນ ສຳລັບ 24 ໂຄງການ ລວມມູນຄ່າລົງທຶນຫຼາຍກວ່າ 40.000 ຕື້ດົງ (ເກືອບ 1,6 ລ້ານໂດລາ).

ອາເມຣິກາ ຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະເທດທີ່ປະສົບກັບໄພອຶດຫິວ....ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້,...
22/04/2024

ອາເມຣິກາ ຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະເທດທີ່ປະສົບກັບໄພອຶດຫິວ....
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງກະສິກຳອາເມຣິກາ ແລະ ອົງການພັດທະນາສາກົນ ອາເມຣິກາ (USDA) ໄດ້ແຈ້ງໃຫ້ຮູ້ວ່າ: ຈະຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 1 ຕື້ໂດລາ ໃຫ້ບັນດາປະເທດທີ່ມີອັດຕາໄພອຶດຫິວສູງ.
ຂ່າວລະບຸວ່າ: ຕາມໂຄງການອາຫານໂລກຂອງສະຫະປະຊາຊາດ (UNWFP) ໃຫ້ຮູ້ວ່າ: ບັນດາປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອ, ລວມມີ: ສປ ກົງໂກ, ເຢແມັນ, ຊູດັງໃຕ້, ຊູດັງ ແລະ ຮາຍຕີ ຊຶ່ງນອນໃນຈຳນວນບັນດາປະເທດຖືກຜົນກະທົບຍ້ອນໄພອຶດຫິວໜັກໜ່ວງທີ່ສຸດ.
ສະຫະປະຊາຊາດໄດ້ກ່າວເຕືອນວ່າ: ໄພອຶດຫິວທົ່ວໂລກພວມຮ້າຍແຮງຂຶ້ນຕື່ມ. ປີ 2023, ມີປະຊາກອນຫຼາຍກວ່າ 745 ລ້ານຄົນໃນທົ່ວໂລກພວມປະເຊີນກັບໄພອຶດຫິວຢູ່ລະດັບປານກາງ ເຖິງ ຮ້າຍແຮງ. ຕາມສະຫະປະຊາຊາດ ແລ້ວ, ສາເຫດພາໃຫ້ໄປເຖິງສະພາບການດັ່ງກ່າວແມ່ນຍ້ອນເກີດການປະທະກັນໃນທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ-19.

ຜົນສໍາເລັດການສໍາຫຼວດ ແລະ ປະເມີນຊັບພະຍາກອນປ່າໄມ້ໃນປີ 2023 ຜ່ານມາ.......   ໂດຍ: ຕະວິນຍານສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມ...
22/04/2024

ຜົນສໍາເລັດການສໍາຫຼວດ ແລະ ປະເມີນຊັບພະຍາກອນປ່າໄມ້ໃນປີ 2023 ຜ່ານມາ.......
ໂດຍ: ຕະວິນຍານ
ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ ເຄື່ອງປ່າຂອງດົງຫຼາຍຊະນິດ ຈໍານວນໜຶ່ງເປັນສິນຄ້າສະໜອງຢູ່ພາຍໃນ ແລະ ຈໍານວນໜຶ່ງສົ່ງອອກໄປຕ່າງປະເທດ. ສະນັ້ນ, ເພື່ອເຮັດໃຫ້ຊັບພະຍາກອນມີຊົມໃຊ້ຢ່າງຍືນຍົງ, ການຂຸດຄົ້ນຖືກຕ້ອງຕາມກົດໝາຍ ໂດຍສະເພາະບໍ່ໃຫ້ດັບສູນ; ໃນແຕ່ລະປີ ກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ຈຶ່ງໄດ້ລົງສໍາຫຼວດ ເກັບກໍາຂໍ້ມູນໄມ້, ທີ່ດິນປ່າໄມ້ ແລະ ເຄື່ອງປ່າຂອງດົງທີ່ລັດຄຸ້ມຄອງ ແລະ ຂອງບໍລິສັດສໍາປະທານ.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ກ່າວວ່າ: ໃນປີ 2023 ຜ່ານມາ, ກົມປ່າໄມ້ ໄດ້ລົງສໍາຫຼວດປະເມີນ ຊັບພະຍາກອນປ່າໄມ້ ທີ່ໂຄງການສະເໜີປູກໄມ້ອຸດສະຫະກຳ ຕິດພັນກັບການທ່ອງທ່ຽວ ເຂດບ້ານໜອງຫີນ, ບ້ານໜອງມ່ວງ ແລະ ບ້ານມັດກາ ເມືອງສະໜາມໄຊ ແຂວງອັດຕະປື ຂອງກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ; ໃນເນື້ອທີ່ທັງໝົດ 4.699 ເຮັກຕາ, ລົງສຳຫຼວດທີ່ດິນປ່າໄມ້ ແລະ ເຄື່ອງປ່າຂອງດົງ, ເນື້ອທີ່ 1.270,4 ເຮັກຕາ, ຢູ່ເມືອງພູວົງ ແຂວງອັດຕະປື, 1.802 ເຮັກຕາ ຢູ່ເມືອງກະລຶມ ແຂວງເຊກອງໃນໂຄງການປູກພືດເປັນຢາ ແລະ ສວນຢາພື້ນເມືອງຂອງກອງທັບປະຊາຊົນລາວ ຂອງບໍລິສັດອູ່ຄໍາ ທີ່ປຶກສາຈຳກັດຜູ້ດຽວ; ສໍາຫຼວດຊັບພະຍາກອນປ່າໄມ້ ຢູ່ເຂດນໍ້າຈະຖ້ວມ ແລະ ເຂດກໍ່ສ້າງຕ່າງໆ 411 ເຮັກຕາ ຂອງໂຄງການເຂື່ອນໄຟຟ້ານໍ້າບາກ 2 ຢູ່ເມືອງອະນຸວົງ ແລະ ເມືອງລ້ອງຊານ ແຂວງໄຊສົມບູນ ຂອງບໍລິສັດນ້ຳທາກໍ່ສ້າງ ຈຳກັດຜູ້ດຽວ; ສຳຫຼວດຊັບພະຍາກອນປ່າໄມ້ ຢູ່ເຂດນໍ້າຈະຖ້ວມ ແລະ ເຂດກໍ່ສ້າງຕ່າງໆຂອງ ໂຄງການເຂື່ອນໄຟຟ້າເຊກອງ 5 ຢູ່ເມືອງກະລຶມ ແຂວງເຊກອງ ແລະ ເມືອງຕະໂອ້ຍ ແຂວງສາລະວັນ ຂອງບໍລິສັດພົງຊັບທະວີ ຈຳກັດ ຜູ້ດຽວ; ລົງເກັບກຳຂໍ້ມູນການນຳໃຊ້ທີ່ດິນ ແລະ ປ່າໄມ້ຕົວຈິງໃນພາກສະໜາມ ເພື່ອສົມທຽບກັບພາບຖ່າຍດາວທຽມ ແລະ ພາບຖ່າຍທາງອາກາດ ເພື່ອປະເມີນການປົກຫຸ້ມປ່າໄມ້ ປີ 2023 ທີ່ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ສາລະວັນ ແລະ ແຂວງເຊກອງ; ສໍາຫຼວດເນື້ອທີ່ດິນປອກໂລ້ນ ຈໍານວນ 750 ເຮັກຕາ ທີ່ນອນໃນເຂດປ່າຜະລິດແຫ່ງຊາດ ເຊຄຳພໍ-ແບ່ງວິໄລ ເຂດບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື ຂອງບໍລິສັດຄຳແສງ ພັດທະນາກະ ສິກຳຄົບວົງຈອນ ຈຳກັດຜູ້ດຽວ; ສຳຫຼວດເນື້ອທີ່ປູກໄມ້ ໃນເຂດປ່າຜະລິດແຫ່ງຊາດພູເຍີຍ ທີ່ເມືອງເຟືອງ ແລະ ເມືອງໝື່ນ ແຂວງວຽງຈັນ ຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ເນື້ອທີ່ 6.200,17 ເຮັກຕາ; ສຳຫຼວດ ເກັບກຳຂໍ້ມູນສະພາບປ່າຊຸດໂຊມ ແລະ ປ່າເຫຼົ່າທີ່ໄດ້ກຳນົດເປັນເຂດກະສິກຳ-ປ່າໄມ້ ແລະ ປູກຕົ້ນໄມ້ ໃນເນື້ອທີ່ປ່າຜະລິດປ່າຜະລິດແຫ່ງຊາດ ດົງກະເພາະ ເຂດເມືອງພີນ, ເມືອງພະລານໄຊ ແລະ ເມືອງຊົນບູລີ ແຂວງສະຫວັນນະເຂດ ຂອງໂຮງງານປຸງແຕ່ງໄມ້ສຳເລັດຮູບ ລາວ-ຫວຽດສ່ວນບຸກຄົນ; ສຳຫຼວດເກັບກຳຂໍ້ມູນດ້ານຊັບພະຍາກອນປ່າໄມ້ ພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ດາກກາ 35 ເມກາວັດ ເຂດບ້ານດາກປາ ເມືອງດາກຈຶງ ແຂວງເຊກອງ ຂອງບໍລິສັດຮຸ້ນສ່ວນສາງຕາວຈຳກັດ; ລົງສໍາຫຼວດເກັບກຳຂໍ້ມູນເບື້ອງຕົ້ນໃນການສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເປັນໂຄງການ ລົງສຳຫຼວດເກັບກຳຂໍ້ມູນເບື້ອງຕົ້ນໃນການສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເປັນໂຄງການສ້າງສິນເຊື່ອກາກບ່ອນປ່າໄມ້ (REDD+) ໃນເຂດປ່າປ້ອງກັນແຫ່ງຊາດ ພູຫຼວງພູນົກ, ປ່າປ້ອງກັນແຫ່ງຊາດເຊຕະນວນ-ພູນາກ, ປ່າປ້ອງກັນແຫ່ງຊາດເຊລະນອງ-ພູໂອ່ງ ແລະ ປ່າສະຫງວນພູເກົ້າ-ພູມະໂລງ ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຈຳປາສັກ.
ທ່ານ ສົມຫວັງ ພິມມະວົງ ກ່າວຕື່ມວ່າ: ພາຍຫຼັງສໍາເລັດການສໍາຫຼວດ ອ້າຍນ້ອງວິຊາການປ່າໄມ້ ຈະນໍາເອົາຂໍ້ມູນການສໍາຫຼວດທັງໝົດມາຂຽນບົດລາຍງານໃຫ້ແຕ່ລະໂຄງການນໍາໄປເປັນແຜນການຈັດຕັ້ງປະຕິບັດຕາມຂັ້ນຕອນ ເພື່ອໃຫ້ເກີດຄວາມສົມດຸນຂອງຊັບພະຍາກອນປ່າໄມ້.

ນູແວນເຊລັງ ຊ່ວຍເຫຼືອການພັດທະນາພະລັງງານທົດແທນ ຢູ່ອາຊີຕາເວັນອອກສ່ຽງໃຕ້........ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມ...
22/04/2024

ນູແວນເຊລັງ ຊ່ວຍເຫຼືອການພັດທະນາພະລັງງານທົດແທນ ຢູ່ອາຊີຕາເວັນອອກສ່ຽງໃຕ້........
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ຄຣິສໂຕເຟີ ລັກສັນ ນາຍົກລັດຖະມົນຕີນູແວນເຊລັງ ໄດ້ແຈ້ງໃຫ້ຊາບກ່ຽວກັບບ້ວງເງິນຊ່ວຍເຫຼືອຈຳນວນ 25 ລ້ານໂດລາ ຂອງອົສຕຣາລີ, ເພື່ອຕອບສະໜອງຄຳຮຽກຮ້ອງ ເພື່ອການປ່ຽນແປງຂອງດິນຟ້າອາກາດຂອງບັນດາຄູ່ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ໃນການຜັນຂະຫຍາຍການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຫັນເປັນພະລັງງານທົດແທນ. ຈຳນວນບ້ວງເງິນດັ່ງກ່າວສະແດງໃຫ້ເຫັນເຖິງຄວາມສຳຄັນໃນການຊ່ວຍເຫຼືອບັນດາຄູ່ຮ່ວມມືຢູ່ພາກພື້ນ ຂອງ ນູແວນເຊລັງ ເພື່ອຮ່ວມແຮງຮ່ວມໃຈຕ້ານການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ໄຊມອນ ວັສ ລັດຖະມົນຕີກະຊວງການປ່ຽນແປງຂອງດິນຟ້າອາກາດ ນູແວນເຊລັງ ໄດ້ເນັ້ນໜັກວ່າ: ໃນເບື້ອງຕົ້ນ, ການລົງທຶນຂອງ ນູແວນເຊລັງ ຈະສຸມໃສ່ບັນດາຄູ່ຮ່ວມມືສຳຄັນຂອງປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ. ພ້ອມກັບບ້ວງເງິນຊ່ວຍເຫຼືອນີ້, ນູແວນເຊລັງ ຈະລະດົມແຫຼ່ງການເງິນທີ່ຈຳເປັນຫຼາຍພໍສົມຄວນໃຫ້ວິວັດການຫັນປ່ຽນພະລັງງານທົດແທນ, ລວມທັງການຊ່ວຍເຫຼືອການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ, ເພື່ອຊ່ວຍໃຫ້ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ວິວັດການຫັນຈາກເຊື້ອເພີງຟອດຊິວໄປສູ່ພະລັງງານທົດແທນຢ່າງຍຸຕິທຳ ແລະ ສະເໝີພາບ.

ແຈ້ງການ  ຈັດຕັ້ງສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 138 ປີ
22/04/2024

ແຈ້ງການ ຈັດຕັ້ງສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 138 ປີ

ຈີນ ມີແຜນຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ.....ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາ, ຫ້ອງການຖະແຫຼງຂ່າ...
22/04/2024

ຈີນ ມີແຜນຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ.....
ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາ, ຫ້ອງການຖະແຫຼງຂ່າວລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໃນໂອກາດດັ່ງກ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງກະສິກຳ ແລະຊົນນະບົດຈີນແຈ້ງໃຫ້ຮູ້ວ່າ: ປີນີ້ ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເນື້ອທີ່ປູກພືດພັນທັນຍາຫານຕາມແຜນການໄດ້ເພີ່ມຂຶ້ນຫຼາຍກວ່າປີກາຍ.
ອີງຕາມຜົນການເກັບກຳຂໍ້ມູນດ້ານການຜະລິດກະສິກຳຂອງກະຊວງກະສິກຳ ແລະ ຊົນນະບົດຈີນສະແດງໃຫ້ເຫັນວ່າ: ປັດຈຸບັນ, ທົ່ວປະເທດຈີນໄດ້ປູກພືດພັນທັນຍາຫານໃນລະດູໃບໄມ້ປົ່ງສຳເລັດແລ້ວປະມານ 12.600.000 ເຮັກຕາ, ກວມ 19,8% ຂອງແຜນການທີ່ວາງໄວ້. ຄວາມຄືບໜ້າດ້ານການປູກຝັງໄດ້ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປີນີ້, ທົ່ວປະເທດຈີນມີແຜນການຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ ຊຶ່ງເພີ່ມຂຶ້ນຫຼາຍກວ່າປີກາຍນີ້.
ປີນີ້, ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເພື່ອຮັກສາຄວາມໝັ້ນທ່ຽງດ້ານລາຍຮັບຈາກການປູກພືດພັນທັນຍາຫານຂອງຊາວກະສິກອນຕາມຄາດໝາຍ.

Address

Khampengmeung
Vientiane
01030

Alerts

Be the first to know and let us send you an email when ປະຊາຊົນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ປະຊາຊົນ:

Videos

Share

Category

Nearby media companies


Other Newspapers in Vientiane

Show All

You may also like