![ຊົມເຊີຍ ! ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຢ່າງສຸດໃຈ ( 14/04/1955 - 14/04/2021 )ແລະ ເນື່ອງໃນໂອກາດ...](https://img5.medioq.com/512/649/104250185126490.jpg)
14/04/2021
ຊົມເຊີຍ ! ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ
ຢ່າງສຸດໃຈ ( 14/04/1955 - 14/04/2021 )
ແລະ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນບຸນປີໃໝ່ສົງການລາວ ພ.ສ 2564
ໜັງສືພິມຊາວໜຸ່ມລາວ ຂໍອວຍພອນໄຊມາຍັງ ການນຳພັກ-ລັດ, ຄະນະ ເລຂາບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍພະນັກງານ ລັດຖະກອນ ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ
ຈົ່ງມີແຕ່ສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ ພ້ອມເຮັດສຳເລັດໃນໜ້າທີ່ການງານ ໃຫ້ສຳເລັດຫຼຸລ່ວງໄປດ້ວຍດີ.
ພ້ອມກັນນັ້ນ ຊ່ວງຫຼິ້ນວັນບຸນປີໃໝ່ລາວ ໃນການໄປມາຕ່າງໆ...ເພື່ອປ້ອງກັນ ບໍ່ໃຫ້ມີການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຂໍໃຫ້ທຸກທ່ານໃສ່ຜ້າອັດປາກ
ໝັ້ນລ້າງມືດ້ວຍນ້ຳຢາຂ້າເຊື້ອ.
ແລະ ສິ່ງສຸດທ້າຍນີ້ ຊ່ວງຫຼິ້ນບຸນປີໃໝ່ລາວ ຂໍໃຫ້ທຸກໆທ່ານ ໃນການທ່ອງທ່ຽວສັນຈອນໄປມາ ການນຳໃຊ້ລົດ ໃຊ້ຖະໜົນ ກໍ່ຂໍໃຫ້ມີສະຕິ ທຸກໆທ່ານຕ້ອງເຄົາລົບ ກົດລະບຽບຈາລະຈອນ ໃຫ້ກຽດເຊິ່ງກັນ ແລະ ກັນ. ສິ່ງສຳຄັນເມົາແລ້ວບໍ່ໃຫ້ຂັບ ຕ້ອງໃສ່ໝວກກັນກະທົບທຸກຄັ້ງ ສະເພາະຂັບຂີ່ລົດຈັກ
ດ້ວຍຄວາມປາດຖະໜາດີ ຈາກ: ຜູ້ຈັດພິມ ແລະ ຈຳໜ່າຍ ໜັງສືພິມຊາວໜຸ່ມລາວ
ໂທລະສັບ: 020 55414568