28/01/2025
28/01/2025
ຫຼາຍພາກສ່ວນປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ຢ່າງເປັນຂະບວນຟົດຟື້ນ
...................................................
ໃນວ່າງບໍ່ດົນມານີ້, ຫຼາຍພາກສ່ວນໄດ້ມີການຈັດພິທີ ປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ: ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ, ສະຖາບັນ ຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ, ສາຂາທະນາຄານ ແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ ແລະ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວປາຖະກະຖາຂອງທ່ານ ນາງ ບົວສອນ ວິໄລວົງ ແລະ ທ່ານ ຄຳພວຍ ວິໄລເດດວົງສາ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ເຊິ່ງມີ ຮອງຫົວໜ້າລັດວິສາຫະກິດ, ຮອງຫົວໜ້າສາຂາທະນາຄານ, ຄະນະອຳນວຍການວິທະຍາໄລ, ຄະນະສະຖາບັນ, ຄະນະກຳມະບານຮາກຖານ ພ້ອມດ້ວຍສະມາຊິກກຳມະບານພາຍໃນຂອງຕົນກໍ່ໄດ້ເຂົ້າຮ່ວມ ຈຳນວນ 157 ທ່ານ, ຍິງ 73 ທ່ານ.
ພິທີດັ່ງກ່າວແມ່ນໄດ້ຮັບຟັງການເລົ່າຄືນມູນເຊື້ອ ຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານບລາວ ຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງໃນປີ 1893 ປະເທດລາວຕົກຢູ່ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ພວກເຂົາໄດ້ເຂັນຂ້າປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ ໂດຍສະເພາະຫຼັງສົງຄາມໂລກຄັ້ງທີ I ພວກເຂົາໄດ້ທຸ້ມເທກຳລັງແຮງໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນພາກກາງຂອງລາວ ໂດຍການບັງຄັບເອົາຊາວໄຮ່ນາໄປເປັນກຳມະກອນຮັບຈ້າງ, ເປັນກຸລີຮັບໃຊ້ຕາມລະດູການ, ຕໍ່ມາພວກເຂົາຈຶ່ງໄດ້ສ້າງໂຮງຈັກໄຟຟ້າຢູ່ບາງຕົວເມືອງ ແລະ ຕັ້ງບໍລິສັດຂົນສົ່ງທາງນ້ຳ, ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ...; ຈາກນັ້ນຈຶ່ງເກີດມີກຳມະກອນປະຈຳ ຫຼື ກຳມະກອນອາຊີບ ແລະ ເກີດມີຊົນຊັ້ນກຳມະກອນຂຶ້ນໃນປະເທດລາວເຮົານັບແຕ່ນັ້ນເປັນຕົ້ນມາ, ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ກຳມະກອນລາວແມ່ນຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ, ພວກເຂົາບັງຄັບກຳມະກອນລາວອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍແຕ່ໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ການອອກແຮງງານບໍ່ມີຄວາມປອດໄພ ຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າພົບກັບຄວາມອຶດຢາກຂາດແຄນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລທາງດ້ານສະຫວັດດີການສັງຄົມ, ປະຊາຊົນລາວບໍ່ໄດ້ຮັບການສຶກສາຮ່ຳຮຽນ ແລະ ອື່ນໆ; ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນບໍ່ໄດ້ ບັນພະບູລຸດລາວກໍ່ຄືກຳມະກອນ, ຜູ້ອອກແຮງງານບັນດາເຜົ່າ ຈຶ່ງໄດ້ພາກັນລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍໆຄັ້ງເປັນຕົ້ນແມ່ນ: ການຕໍ່ສູ້ຂອງກຳມະກອນຢູ່ບໍ່ກົ່ວໂພນຕິ້ວ, ກຳມະກອນໂຮງໄຟຟ້າວຽງຈັນ, ກຳມະກອນແລ່ນເຮືອຈັກຢູ່ຈຳປາສັກ, ຫຼວງພະບາງ, ກຳມະກອນທາງເລກ 9 ແລະ ພາກສ່ວນອື່ນໆ; ໂດຍພາຍໃຕ້ການຊີ້ນຳ -ນຳພາຂອງພັກປະຊາຊົນລາວ ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ເພື່ອສຶບຕໍ່ໂຄສະນາຂົນຂວາຍໃຫ້ກຳມະກອນຊາວຜູ້ອອກແຮງງານບັນດາເຜົ່າມີນ້ຳໃຈຮັກຊາດ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນກຳມະກອນຢ່າງແທ້ຈິງ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ, ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ມາໃນປີ 1966 – 1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກຳມະບານລາວຕື່ມອີກ ແລະ ມອບໝາຍໃຫ້ ສະຫາຍ ໜູຮັກ ພູມສະຫວັນ ເປັນຜູ້ຮັບຜິດຊອບ ໂດຍພາຍໃຕ້ການຊີ້ນຳຂອງສູນກາງພັກ ເພື່ອສຶບຕໍ່ໃນພາລະກິດປະຕິວັດ ແລະ ປົດປ່ອຍປະເທດຊາດຢ່າງສົມບູນ, ອົງການກຳມະບານໄດ້ຮັບການສ້າງຕັ້ງຂຶ້ນຢູ່ຕາມຫົວໜ່ວຍການຜະລິດ, ຕາມສຳນັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍແມ່ນຖືເອົາການໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະ ເຮັດທຸກຢ່າງເພື່ອຮັບໃຊ້ແນວໜ້າ, ເຂົ້າຮ່ວມການກໍ່ສ້າງກຳລັງໃນກົມກອງທ້ອງຖິ່ນຕ່າງໆ ໂດຍຢຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄຳຂວັນ ( ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ) ແລະ ຍາດເອົາໄຊຊະນະມາໄດ້ຢ່າງສົມບູນໃນທົ່ວປະເທດ ປີ 1975.
ພາບ/ຂ່າວ: ວັນນະເລດ ມະນີວົງ
ຜູ້ສື່ຂ່າວ: ສະຫະພັນກຳມະບານແຂວງສະຫວັນນະເຂດ