ໂທລະພາບ ລາວສະຕາຣ໌ Lao Star Tv

ໂທລະພາບ ລາວສະຕາຣ໌ Lao Star Tv ສ້າງຄວາມສຸກສັນສູ່ສັງຄົມລາວ
Build Happiness to Lao Society
(99)

ໂທລະພາບ ລາວສະຕາຣ໌ ມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງ ໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ ອອກສູ່ສັງຄົມທາງພາຍໃນ ແລະ ຕ່າງປະເທດ ນີ້ຄືຄວາມພາກພູມໃຈຂອງພວກເຮົາ “ໂທລະພາບ ລາວສະຕາຣ໌ ສ້າງຄວາມສຸກສັນ ສູ່ສັງຄົມລາວ”

18/11/2024

🔴LIVE ຂ່າວພາກທ່ຽງ
18-11-2024 ເວລາ 12:00-12:30ໂມງ

16/11/2024

🔴LIVE ຂ່າວພາກທ່ຽງ
16-11-2024 ເວລາ 12:00-12:30ໂມງ

EASY GOLD ສະເຫຼີມສະຫຼອງ ເປີດສໍານັກງານໃຫຍ່ ແລະ ຮ່ວມມືກັບ 2 ທະນາຄານຊັ້ນນໍາ, ຝາກເງິນຄໍ້າປະກັນ ເສີມສ້າງຄວາມເຊື່ອໜັ້ນໃນການຊື້...
15/11/2024

EASY GOLD ສະເຫຼີມສະຫຼອງ ເປີດສໍານັກງານໃຫຍ່ ແລະ
ຮ່ວມມືກັບ 2 ທະນາຄານຊັ້ນນໍາ, ຝາກເງິນຄໍ້າປະກັນ ເສີມສ້າງຄວາມເຊື່ອໜັ້ນໃນການຊື້ - ຂາຍຄໍາ

ໃນວັນທີ 14 ພະຈິກ 2024 ບໍລິສັດ ອີຊີໂກລ໌ ຈຳກັດ ສະເຫຼີມສະຫຼອງເປີດສໍານັກງານໃຫຍ່ ແລະ ຮ່ວມມືກັບ 2 ທະນາຄານຊັ້ນນໍາ, ຝາກເງິນຄໍ້າປະກັນ ເພື່ອເສີມສ້າງຄວາມເຊື່ອໜັ້ນໃນການຊື້ - ຂາຍຄໍາ ອອນລາຍ

ເຊິ່ງພາຍໃນງານເປັນກຽດເຂົ້າຮ່ວມ ໂດຍຄະນະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ການສື່ສານ ແລະ ການຄ້າບັນດາຜູ້ບໍລິຫານກຸ່ມ ບໍລິສັດຄໍາພູວົງ, ບັນດາຕົວແທນຈາກ ທະນາຄານຊັ້ນນໍາ, ພະນັກງານ ແລະ ສື່ມວນຊົນທີ່ເຂົ້າຮ່ວມ

ບໍລິສັດ ອີຊີໂກລ໌ຈຳກັດ ເປັນບໍລິສັດໜຶ່ງໃນເຄື່ອຂອງ ກຸ່ມບໍລິສັດຄໍາພູວົງ ທີ່ມີການບໍລີຫານ ເປັນເອກະລາດ ເປັນບໍລິສັດຊື້-ຂາຍຄໍາ ແບບດິຈິຕ໋ອນ ທີມີຈຸດປະສົງໃນການພັດທະນາການ ຊື້-ຂາຍຄໍາອອນລາຍ ເພື່ອສ້າງຄວາມໂປ່ງໃສໃນການຊື້-ຂາຍຄໍາ ມີວິໄສທັດ ໃນການສ້າງໄວໜຸ່ມລາວ ຮູ້ຈັກເລື່ອງຮຽນຮູ້ສຶກສາການປະຫຍັດມັດຖະຍັດ ຮູ້ຈັກຫັນມາການລົງທຶນໃນຄໍາ ສ້າງຄວາມຮັ່ງມີໃຫ້ໂຕ ເອງຫຼາຍຂຶ້ນ

ພ້ອມກັບກ້າວສູ່ການເປັນບໍລິສັດ ແນວໜ້າດ້ານການໃຫ້ບໍລິການທາງການເງິນໂດຍເນັ້ນໜັກເຖິງ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໜ ເພື່ອໃຫ້ລູກຄ້າເຂົ້າເຖິງການລົງທຶນໄດ້ຢ່າງສະດວກສະບາຍ , ວ່ອງໄວ ແລະ ມີປະສິດທິພາບ ທີ່ສູງທີ່ສຸດ ເພື່ອຫັນເປັນເສດຖະກິດແບບດິຈິຕ໋ອນ ຕາມແນວທາງນະໂຍບາຍຂອງພັກ ແລະລັດທີ່ໄດ້ວາງອອກ ເຊິ່ງເປັນອີກ ບາດກ້າວໜຶ່ງທີ່ໃຫ້ພວກເຮົາເຊື່ອມຕໍ່ກັບຕະຫຼາດພາຍໃນ ແລະ ຜັນຂະຫຍາຍອອກສູ່ຕະຫຼາດໂລກ

ອີກຢ່າງໜຶ່ງບໍລິສັດອີຊີໂກລ໌ ເປັນການຊື້-ຂາຍຄໍາຜ່ານລະບົບດິຈິຕ໋ອນ ດ້ວຍການໃຊ້ຈ່າຍເປັນເງິນກີບ ເພື່ອກະຕຸ້ນໃຫ້ເງິນກີບແຂງຄ່າຂຶ້ນ ພວກເຮົານໍາໃຊ້ລະບົບ KYC ເພື່ອເຮັດໃຫ້ຮູ້ຈັກລູກຄ້າຫຼາຍຂຶ້ນ ລູກຄ້າສາມາດເຂົ້າເຖິງບັນຊີໄດ້ງ່າຍ ສາມາດນໍາໃຊ້ບໍລິການໄດ້ທັງພາຍໃນ ແລະ ຕ່າງປະເທດ ທັງນີ້ໄດ້ມີການເຊື່ອມຕໍ່ກັບລະບົບ AML ນັ້ນຄື ລະບົບປ້ອງກັນການຟອກເງິນ ເພື່ອຄວາມໂປ່ງໃສໃນທຸລະກໍາທີ່ເກີດຂຶ້ນທຸກການຊື້-ຂາຍຄໍາ ແລະ ອີຊີໂກລ໌ຍັງມີເປົ້າໝາຍຈະເປັນຮ້ານຄໍາໂຕແບບ ໃນການມອບພັນທະອາກອນໄດ້ຢ່າງຄົບຖ້ວນ

ພາຍໃນງານ ທາງບໍລິສັດອີຊີໂກລ໌ຍັງໄດ້ມີການເຊັນສັນຍາຮ່ວມມື ຝາກເງິນຄໍ້າປະກັນກັບ 2 ທະນາຄານຊັ້ນນໍາໃນປະເທດ ນັ້ນກໍຄື ທະນາຄານພັດທະນາລາວ ແລະ ທະນາຄານຮ່ວມພັດທະນາ ເພື່ອເສີມສ້າງການພັດທະນາທາງທຸລະກິດຮອບດ້ານ ແລະ ການເປັນຄູ່ຮ່ວມຍຸດທະສາດ, ພ້ອມທັງສ້າງຄວາມ ເຊື່ອໝັ້ນໃນການຊື້-ຂາຍຄໍາແບບ ດີຈີຕ໋ອນ ໃຫ້ກັບລູກຄ້າທີ່ຊື້ຂາຍຄໍາເທິ່ງແພັດຟອມອອນລາຍ ແລະ ສ້າງປະສົບການໃໝ່ໆ ໃຫ້ກັບຜູ້ທີ່ມາໃຊ້ ມາຊື້-ຂາຍຄຳຜ່ານລະບົບ ແອັບພິເຄຊັ່ນ EASY GOLD , ນອກຈາກນີ້ ທາງອີຊີໂກລ໌ ເອງກໍຍັງມີວິໄສທັດ ທີ່ຕ້ອງການຈະຮ່ວມມືກັບບັນດາທຸກທະນາຄານຊັ້ນນໍາໃນ ສ.ປ.ປ ລາວ ເພື່ອສ້າງຄວາມໝັ້ນຄົງໃຫ້ໃນການ ຊື້-ຂາຍຄໍາເທິງ ແພັດຟອມຂອງອີຊີໂກລ໌ແລະ ຍັງເປັນການເສີມສ້າງຄວາມຫມັ້ນໃຈ ໃຫ້ກັບລູກຄ້າທີ່ຊົມໃຊ້ເພີ່ມອີກດ້ວຍ

ນອກຈາກນີ້ EASY GOLD ຍັງໄດ້ເຊີນນັກລົງທຶນທີ່ມີສັກກະພາບ ໄດ້ຮ່ວມມາເປັນສ່ວນຫນຶ່ງຂອງບໍລິສັດ ນັ້ນກໍ່ຄື ບໍລິສັດ ນະພາ ທີ່ປຶກສາການລົງທຶນ ແລະ ທ່ານນາງ ອຸໄລວັນ ກວາລີວົງ ທີ່ຈະມາພັດທະນາທຸລະກິດດິຈິຕ໋ອນຄົບວົງຈອນ ແລະ ສ້າງນະວັດຕະກໍາທາງການເງິນໃໝ່ໆ ໃຫ້ຄົນລາວໄດ້ນໍາໃຊ້ເພື່ອເພີ່ມຄວາມຮັ່ງມີໃຫ້ຫຼາຍຂຶ້ນ

ພ້ອມດຽວກັນກັນນັ້ນ ທາງອິຊີໂກລ໌ຍັງໄດ້ມີການສະເຫຼີມສະຫຼອງໃນການເປີດສໍານັກງານໃຫຍ່ ທີ່ບ້ານໂພນສີນວນ ເມືອງຈັນທະບູລີ ແຂວງນະຄອນຫຼວງວຽງຈັນ ເພື່ອສະແດງເຖິງຄວາມໂປ່ງໃສ ປອດໄພໃຫ້ກັບຜູ້ທີ່ຊົມໃຊ້ ພ້ອມທັງເປັນສະຖານທີ່ອໍານວຍຄວາມສະດວກໃຫ້ ບໍລິການທີ່ທັນສະໄໝ ໃຫ້ແກ່ລູກຄ້າທີ່ມີຄວາມ ສົນໃຈໃນການຊື້– ຂາຍຄໍາ, ແລະ ຍັງເປັນສະຖານທີ່ໃນການແບ່ງປັນຄວາມຮູ້ດ້ານການເງິນ ແກ່ຜູ້ທີ່ສົນໃຈໃນການລົງທຶນອີກດ້ວຍ

EASY GOLD ມຸ່ງໝັ້ນທີ່ຈະເປັນຜູ້ນໍາດ້ານ ການລົງທຶນຄໍາແບບດິຈິຕ໋ອນ ດ້ວຍການນໍາສະເໜີ ບໍລິການທີ່ມີຄວາມໂປ່ງໃສ ປອດໄພ ແລະ ທັນສະໄໜ ພ້ອມສ້າງໂອກາດໃຫ້ລູກຄ້າເຂົ້າເຖິງ ການລົງທຶນໄດ້ຢ່າງຮອບດ້ານ ແລະ ມີປະສິດທິພາບ ເຮົາຈະກ້າວຕໍ່ໄປຢ່າງໜັ້ນຄົງເພື່ອສົ່ງມອບປະສົບ ການລົງທຶນທີ່ດີທີ່ສຸດໃນໄລຍະຍາວ ແລະ ເປັນແພັດຟອມທີ່ລູກຄ້າສາມາດໄວ້ວາງໃຈໄດ້ ‎

15/11/2024

🔴LIVE ຂ່າວພາກຄ່ຳ
15-11-2024 ເວລາ 18:30-19:30ໂມງ

ລຸ້ນຮັບລາງວັນໃຫຍ່ ເມື່ອຊື້ສິນຄ້າ ລາວ ໂທລະຄົມ ພາຍໃນ Booth ງານ ບຸນທາດຫຼວງ ປະຈຳປີ 2024 ລວມມູນຄ່າລາງວັນຫຼາກກວ່າ 82ລ້ານກີບ💥 ຊ...
14/11/2024

ລຸ້ນຮັບລາງວັນໃຫຍ່ ເມື່ອຊື້ສິນຄ້າ ລາວ ໂທລະຄົມ ພາຍໃນ Booth ງານ ບຸນທາດຫຼວງ ປະຈຳປີ 2024 ລວມມູນຄ່າລາງວັນຫຼາກກວ່າ 82ລ້ານກີບ

💥 ຊື້ສິນຄ້າໃດກໍໄດ້ພາຍໃນ Booth ຊື້ປຸບຈັບສະຫຼາກລຸ້ນຮັບຂອງລາງວັນທັນທີ
💥 ຫຼຸດເເລກ ເເຈກ-ເເຖມ
💥 ໂປຣໂມຊັນຊ່ວງນາທີທອງ
💥 ລຸ້ນຮັບລາງວັນໃຫຍ່ມື້ສຸດທ້າຍ ຈັບສະຫຼາກ

🗓 ເລີ່ມວັນທີ 11-15/11/2024
📌 ບູ໊ດໃຫຍ່ ຕໍ່ໜ້າສະພາເເຫ່ງຊາດ
📌 ບູ໊ດນ້ອຍ ດ້ານໜ້າປະຕູໂຂງເດີ່ນທາດຫຼວງ
🗓 ເລີ່ມວັນທີ 11-17/11/2024
📌 ບູ໊ດ ລາວ ໂທລະຄົມ ທີ່ສູນການຄ້າ LAO ITECC ຕຶກເກົ່າ
ຢ່າລືມມາເເວ່ບູ໊ດ ລາວ ໂທລະຄົມ ເເດ່ເດີ້

#ບຸນທາດຫຼວງ
#ໄອເຕັກ
#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ

13/11/2024

ກອງປະຊຸມນະໂຍບາຍ ການສຶກສາຊັ້ນສູງອາຊຽນ 2024 ເວທີສໍາຄັນ ເພື່ອຫັນປ່ຽນການສຶກສາຊັ້ນສູງ
https://youtu.be/BfoC-mJcAyY

12/11/2024

Sandy Beauty ສູນເສີມຄວາມງາມ ທັນສະໄໝ ໃຫ້ບໍລິການດ້ວຍຄຸນນະພາບ ລໍຖ້າທ່ານມາໃຊ້ບໍລິການ
https://youtu.be/LXqf853Ljd0
⭐ສົນໃຈໂຄສະນາ⭐
☎️ຕິດຕໍ່ໄດ້ທີ່ເບີ ໂທ/WhatsApp
📱 020 5515 5086
📱 020 5561 0987
📱 020 9857 1798

#ໂທລະພາບລາວສະຕາຣ໌
#ລາວສະຕາຣ໌
#ລາວສະຕາຣ໌ທີວີ

12/11/2024

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ຄົບຮອບ 28 ປີ
https://youtu.be/Txt92itURvs
⭐ສົນໃຈໂຄສະນາ⭐
☎️ຕິດຕໍ່ໄດ້ທີ່ເບີ ໂທ/WhatsApp
📱 020 5515 5086
📱 020 5561 0987
📱 020 9857 1798

#ໂທລະພາບລາວສະຕາຣ໌
#ລາວສະຕາຣ໌
#ລາວສະຕາຣ໌ທີວີ

ພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ 28 ປີ ----------------------------------------...
11/11/2024

ພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ 28 ປີ
------------------------------------------------
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວ​ໂທລະ​ຄົມ ຄົບຮອບ 28 ປີ (11 ພະຈິກ 1996-11 ພະຈິກ 2024)​ ຂຶ້ນໃນວັນທີ 11 ພະຈິກ 2024 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ ຄະນະອຳນວຍການ ແລະ ອ້າຍ, ​ເອື້ອຍ, ນ້ອງ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 254 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈຳນວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວ​ໂທລະ​ຄົມມະນາຄົມ ມະຫາຊົນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 11 ພະຈິກ 1996 ຊື່ງ​ເປັນ​ການ​ລວມ​ເອົາ ບໍລິສັດ ໂທລະ​ຄົມມະນາຄົມ​ລາວ ​ແລະ ບໍລິສັດ ຊິນ​ນາ​ວັດຕຣ​າ ​ເທ​ເລຄອມ​ຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍ​ລັດຖະບານ​ລາວ ຖື​ຮຸ້ນ 51% ​ແລະ ບໍລິສັດ ​ເຊັນ​ນິງຕັນ ອິນ​ເວດສະເມັນ ສິງກະ​ໂປ ຖື​ຮຸ້ນ 49%.

ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ, ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມ ໃນ 28 ປີທີ່ຜ່ານມາ. ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ​-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.

ໃນ​ໄລ​ຍະ 28 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສຸ່ມໃສ່ດ້ານການພັດທະນາ ແລະ ຂະຫຍາຍພື້ນທີ່ໃຫ້ບໍລິການ ໃຫ້ຄວບຄຸມທົ່ວປະເທດ, ປັດຈຸບັນ ລາວ ໂທລະຄົມ ໄດ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແບບຄົບວົງຈອນ ເຊັ່ນ: ບໍລິການ Mobile Broadband ຜ່ານລະບົບທີ່ທັນສະໄຫມ 4G, 4.5G ແລະ 5G, ບໍລິການໂຣມມີ້ງລະຫວ່າງປະເທດ ແລະ ເປັນບໍລິສັດທຳອິດໃນ ສປປ ລາວໃຫ້ບໍລິການ ໂຣມມີ້ງໃນບັນດາປະເທດກຸ່ມອາຊຽນໄດ້ໃນແພັກເກັດລາຄາດຽວ, , ນອກນີ້ຍັງມີບໍລິການ Fixed Broadband ແລະ ບໍລິການກະເປົາເງິນອີເລັກໂທຣນິກ M-Money X. ພ້ອມດຽວກັນນີ້, ເພື່ອຫັນເປັນທັນສະໄໝ ໃນຍຸກດີຈີຕອນ ກຸ່ມບໍລິສັດ ລາວໂທລະຄົມ ໄດ້ມີການຈັດຕັ້ງປະຕິບັດຫຼາຍໂຄງການເຊັ່ນ AI, IoT, Big Data, Cloud, Cyber Security, Block Chain, ການພັດທະນາ Platform M-Money X, ແອັບ M Services, HR Platform ແລະ ອື່ນໆ.

ນອກຈາກນີ້ ລາວ ໂທລະຄົມ ໄດ້ສ້າງສູນຕິດຕາມ ແລະ ແກ້ໄຂ ທີ່ໄດ້ການຮັບຮອງມາດຕະຖານສາກົນ ISO ເພື່ອມາກວດສອບຄຸນນະພາບຂອງເຄືອຂ່າຍແບບ 24/7 ແລະ ຍັງມີສູນບໍລິການທົ່ວປະເທດ ທີ່ຈະໃຫ້ການບໍລິການແກ່ລູກຄ້າເພື່ອໃຫ້ເຂົ້າເຖິງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດໄດ້ຢ່າງສະດວກສະບາຍ. ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ​ໃຫ້​ສູງ​ຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.

ຕະຫຼອດໄລຍະເວລາ 28 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫຼຽນໄຊແຮງງານຊັ້ນ I, ລາງວັນ “ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9 ປະຈໍາປີ 2024 (9th ASEAN Entrepreneur Award 2024)” ໃນເວທີ The 25th World Knowledge Forum 2024 ທີ່ ເມືອງອິນຊອນ ປະເທດ ເກົາຫຼີໃຕ້, ລາງວັນ The Stevie Awards for Technology Excellence ປີ 2024 ຢ່າງເປັນທາງການທີ່ເມືອງ ນີວຍອກ ສະຫະລັດ ອາເມລິກາ ແລະ ລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນປະຈຳປີ 2024 (ASEAN Business Awards 2024) ໃນໄລຍະຊ່ວງກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​ທາງ​ດ້ານການ​ດຳ​ເນີນ​ທຸລະ​ກິດ​ຂອງ ລາວ​ໂທລະ​ຄົມ ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ເປັນ​ກ້າວໆ​ມາ ແລະ ລາງວັນອື່ນໆ.

ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ ລາວ ​ໂທລະ​ຄົມ ຍາດ​ມາ​ໄດ້ ​ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງ​ສັງຄົມ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂທລະ​ຄົມ​ກໍ່​ໄດ້​ຮັບ​ການ​ພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ ​ໃນ​ຊຸມ​ປີ​ຕໍ່ໜ້າ ພວກ​ເຮົາຕ້ອງ​ໄດ້​ກຽມພ້ອມ​ຮອບດ້ານ​​​ຈຳ​ເປັນ​ຕ້ອງ​ໄດ້ພັດທະ​ນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອ​ໃຫ້​ກາຍ​ເປັນເບີ​ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ດ້ານໂທລະຄົມມະນາຄົມ ແລະ ​ສື່ສານ ​ຄົບ​ວົງ​ຈອນ​ໃນ ​ສປປ ລາວ.

ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກ​ໃນການ​ຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ສະນັ້ນ ລາວ ໂທລະຄົມ ຕ້ອງໄດ້ສຸມໃສ່ ການພັດທະນາຄຸນ​ນະພາ​ບການ​ບໍລິການ​ ​ແລະ ການພັດທະນາ​ບຸກຄະລາ​ກອນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະແມ່ນ​ວິຊາ​ການ​ຕ້ອງ​ມີ​ຄວາມ​ຮູ້​, ຄວາມ​ສາມາດ, ​ສ້າງ​ໃຫ້​ໄດ້​ຖັນ​ແຖວ​ພະນັກງານ​ທີ່​ເປັນ​ຊ່ຽວຊານ ແລະ ​ມື​ອາຊີບ ທີ່​ແທ້​ຈິງ ເພື່ອ​ຕອບ​ສະໜອງ​​ໄດ້ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ການ​ພັດທະນາ ​ແລະ ​ຂະຫຍາຍຕົວ​ໄວ ໃນ​ແຕ່ລະ​ໄລຍະ. ສະນັ້ນ, ມັນ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະ​ຄົມ​ ທຸກ​ທົ່ວ​ໜ້າ​ຈົ່ງ​ເຊີດ​ຊູ​ສະຕິ ​ແລະ ​ເພີ່​ມທະວີບົດບາດ ໜ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ກ່ວາ​ເກົ່າ ​ເພື່ອ​ເຮັດ​ໃຫ້​ ລາວໂທລະ​ຄົມກ້າວ​ໄປ​ຂ້າງ​ໜ້າ ​ແລະ ສາມາດ​ຕອບ​ສະໜອງ​ໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນຍຸກເສດຖະກິດ 4.0 ແລະ ເພື່ອ​ການ​ພັດທະນາປະ​ເທດ​ຊາດ ໃຫ້ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້.





#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
#ລາວໂທລະຄົມເຄືອຂ່າຍອັນດັບ1ຂອງຄົນລາວ

11/11/2024

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ທົດລອງເຄື່ອງມືປະເມີນ ຕົນເອງຂອງຄູ ແບບໃໝ່ ເພື່ອພັດທະນາຄຸນນະພາບ ການສອນ
https://youtu.be/qkxWWOuM8fc
⭐ສົນໃຈໂຄສະນາ⭐
☎️ຕິດຕໍ່ໄດ້ທີ່ເບີ ໂທ/WhatsApp
📱 020 5515 5086
📱 020 5561 0987
📱 020 9857 1798

#ໂທລະພາບລາວສະຕາຣ໌
#ລາວສະຕາຣ໌
#ລາວສະຕາຣ໌ທີວີ

11/11/2024

SCG ມອບທຶນ Sharing the Dream 2024 ສົ່ງເສີມການສຶກສາຊາວໜຸ່ມລາວ ສ້າງແຮງບັນດານໃຈ ອະນຸລັກສິ່ງແວດລ້ອມ
https://youtu.be/tepR7HjjINY
⭐ສົນໃຈໂຄສະນາ⭐
☎️ຕິດຕໍ່ໄດ້ທີ່ເບີ ໂທ/WhatsApp
📱 020 5515 5086
📱 020 5561 0987
📱 020 9857 1798

#ໂທລະພາບລາວສະຕາຣ໌
#ລາວສະຕາຣ໌
#ລາວສະຕາຣ໌ທີວີ

11/11/2024

🔴LIVE ຂ່າວພາກທ່ຽງ 11-11-2024 ເວລາ 12:00-12:30ໂມງ

09/11/2024

🔴LIVE ຂ່າວພາກທ່ຽງ
09-11-2024 ເວລາ 12:00-12:30ໂມງ

09/11/2024

🔴LIVE ລາຍການສະໂມສອນຊາວບ້ານ
09-11-2024 ເວລາ 09:00-10:00ໂມງ

08/11/2024

🔴LIVE ຂ່າວພາກຄ່ຳ
08-11-2024 ເວລາ 18:30-19:30ໂມງ

08/11/2024

🔴LIVE ລາຍການ ອັບເດດຂ່າວ
08-11-2024 ເວລາ 13:00ໂມງ

07/11/2024

ເທດສະການຮູບເງົາດີເດັ່ນ ລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
https://youtu.be/Y_UJ2PHzo5w
⭐ສົນໃຈໂຄສະນາ⭐
☎️ຕິດຕໍ່ໄດ້ທີ່ເບີ ໂທ/WhatsApp
📱 020 5515 5086
📱 020 5561 0987
📱 020 9857 1798

#ໂທລະພາບລາວສະຕາຣ໌
#ລາວສະຕາຣ໌
#ລາວສະຕາຣ໌ທີວີ

Address

ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
Vientiane
01000

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 12:00

Telephone

+8562098571798

Website

Alerts

Be the first to know and let us send you an email when ໂທລະພາບ ລາວສະຕາຣ໌ Lao Star Tv posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ໂທລະພາບ ລາວສະຕາຣ໌ Lao Star Tv:

Videos

Share

Category


Other TV Channels in Vientiane

Show All