Climax Radio FM 95 MHz

Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ - ຮັບດູແລເພຈ, ຕິກຕອກ, ສ້າງຄອນເທນທີ່ສ້າງສັນ, Digital Marketing professional

ໂຈນຂຶ້ນເຮືອນງັດຕູ້ເຊັບ ກວດຊັບສິນ ເງິນ-ຄໍາ ຈຳນວນຫຼາຍ.ໃນວັນທີ 8 ທັນວາ 2023 ເວລາ 12:00 ໂມງ ເກີດເຫດໂຈນງັດເຮືອນເຂົ້າມາລັກຊັບ ...
10/12/2023

ໂຈນຂຶ້ນເຮືອນງັດຕູ້ເຊັບ ກວດຊັບສິນ ເງິນ-ຄໍາ ຈຳນວນຫຼາຍ.

ໃນວັນທີ 8 ທັນວາ 2023 ເວລາ 12:00 ໂມງ ເກີດເຫດໂຈນງັດເຮືອນເຂົ້າມາລັກຊັບ ທີ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊັບສິນເສຍຫາຍມີ ຄຳ 60 ບາດ ແລະ ເງິນອີກຈຳນວນຫຼາຍ, ທັ້ງນີ້ ໂຈນກໍໄດ້ງັດເອົາກາດເກັບຄວາມຈຳກ້ອງວົງຈອນປິດ ເຮັດໃຫ້ບໍ່ມີພາບລັກຖານຂອງໂຈນເລີຍ.

ທາງຜູ້ເສຍຫາຍຕັ້ງລາງວັນນຳຈັບ ຫຼາຍເຖິງ 200 ລ້ານກີບ.

ຂໍໃຫ້ເຈົ້າໜ້າທີ່ຈັບໂຈນໄດ້ໂດຍໄວ🙏

ທີ່ມາ: Lar noi Taiourane

10/12/2023

ເຕືອນການສັນຈອນ⚠️❗❗❗

ເສັ້ນທາງເລກທີ 13 ໃຕ້ ເຂດບ້ານເລົ່າຄາ ຫາ ຂົວບ້ານໄຮ່ປາກງື່ມ ເສັ້ນທາງເປ່ເພຫຼາຍ (ເນື່ອງຈາກເຂດດັ່ງກ່າວກຳລັງມີການສ້ອມແປງເຮັດໃຫ້ການໄປ-ມາ ບໍ່ສະດວກດີ) ເຕືອນຜູ້ໃຊ້ລົດໃຊ້ຖະໜົນທີ່ສັນຈອນໄປ-ມາ ເຂດດັ່ງກ່າວ ໃຫ້ລະມັດລະວັງ ເພື່ອຫຼີກຫຼ່ຽງການເກີດອຸບັດເຫດ.

ວີດີໂອຈາກ: Toppy

ສາຂາ 3 ມາແລ້ວ! ເຊເວັ່ນ ອີເລເວັ່ນ ໜ້າຕະຫຼາດເຂດ ມຊໃນວັນທີ 10 ທັນວາ 2023 ເຊເວັ່ນ ອີເລເວັ່ນ ໄດ້ເປີດໂຕສາຂາທີ 3 ຢ່າງເປັນທາງການ...
10/12/2023

ສາຂາ 3 ມາແລ້ວ! ເຊເວັ່ນ ອີເລເວັ່ນ ໜ້າຕະຫຼາດເຂດ ມຊ

ໃນວັນທີ 10 ທັນວາ 2023 ເຊເວັ່ນ ອີເລເວັ່ນ ໄດ້ເປີດໂຕສາຂາທີ 3 ຢ່າງເປັນທາງການ ເຊິ່ງເປັນສາຂາທຳອິດທີ່ຄົນລາວເປັນເຈົ້າຂອງ.

08/12/2023

ໄຂປິດສະໜາ ຄິງຄອງ ຈອມພູເບ້ຍ 😅 ສຸດທ້າຍຮ່າງຄົນໃນໝ່ານໝອກ

ວີດີໂອຈາກ: Done kyt

ຊິກິນຕໍ່ ຫຼື ພໍຊ່ຳນີ້! ເບຍລາວປັບລາຄາຂຶ້ນອີກແລ້ວ
07/12/2023

ຊິກິນຕໍ່ ຫຼື ພໍຊ່ຳນີ້! ເບຍລາວປັບລາຄາຂຶ້ນອີກແລ້ວ

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ອອກແຈ້ງການກ່ຽວກັບການຫ້າມບໍລິໂພກ ແລະ ຈໍາຫນ່າຍ ຜະລິດຕະພັນອາຫານເສີມຜິດກົດຫມາຍ 11 ລາຍການ ທ...
07/12/2023

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ອອກແຈ້ງການກ່ຽວກັບການຫ້າມບໍລິໂພກ ແລະ ຈໍາຫນ່າຍ ຜະລິດຕະພັນອາຫານເສີມຜິດກົດຫມາຍ 11 ລາຍການ ທີ່ມີການກ່າວອ້າງ ແລະ ໂຄສະນາ ສັບພະຄຸນເກີນຄວາມຈິງ, ບໍ່ໄດ້ຂື້ນທະບຽນ, ບໍ່ໄດ້ຮັບອະນຸຍາດນ້ຳເຂົ້າ ແລະ ບໍ່ໄດ້ຮັບອະນຸຍາດໂຄສະນາ ນຳກົມອາຫານ ແລະ ຢາ.

48 ປີ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ເພີ້ມຂຶ້ນ 94 ແຫ່ງ. #ຂ່າວເສດຖະກິດ ແຕ່ປີ 1975 ຫາ ປີ 2023 ສປປລາວ ມີແຫຼ່ງຜະລິດພະລັງງ...
07/12/2023

48 ປີ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ເພີ້ມຂຶ້ນ 94 ແຫ່ງ.

#ຂ່າວເສດຖະກິດ ແຕ່ປີ 1975 ຫາ ປີ 2023 ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ເພີ້ມຂຶ້ນ 94 ແຫ່ງ ຫຼື ເພີ້ມຂຶ້ນ 3 ພັນກວ່າເທົ່າ​ (ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ).

ອີງຕາມຂໍ້ມູນການໃຫ້ສຳພາດຂອງ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າຄະນະໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ຮູ້ເມື່ອວັນທີ 1 ທັນວາ 2023 ວ່າ: ກ່ອນປີ 1975 ສປປລາວ ຂອງພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກພຽງແຕ່ 3 ແຫ່ງຄື: ເຂືີ່ອນໄຟຟ້ານ້ຳງືີ່ມ1, ມີກຳລັງຕິດຕັ້ງ 30 ເມກາວັດ, ເຂືີ່ອນໄຟຟ້ານ້ຳດົງ ຢູ່ແຂວງຫຼວງພະບາງ ແລະ ເຂືີ່ອນໄຟຟ້າເຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງເຂື່ອນລະ 1 ເມກາວັດ, ນອກຈາກນີ້, ຍັງມີເຄືີ່ອງຈັກປັ່ນໄຟຟ້າທີີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ໆເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີີ່ໄດ້ໃຊ້ໄຟຟ້າ.

ແຕ່ມາຮອດທ້າຍປີ 2023 ນີ້, ປະເທດຂອງພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ແຕ່ 1 MW ຂຶ້ນໄປ ມີທັງໝົດ 97 ແຫ່ງ. ໃນນີ້, ເປັນພະລັງງານນໍ້າ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ1 ແຫ່ງ, ລວມກໍາລັງຕິດຕັ້ງ 11.677,14 ເມັກກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ; ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 81 ແຫ່ງ. ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100%, ບ້ານ ກວມເອົາ 90ກວ່າ% ແລະ 95% ຂອງຄົວເຮືອນທັງໝົດ; ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອືີ່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢູ່າງຕັ້ງໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ. ໃນນີ້, ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ, ລົດຈັກໄຟຟ້າ 2.039 ຄັນ.

ທີ່ມາ: ສູນຂ່າວພະລັງງານ​ ແລະ​ ບໍ່ແຮ່

07/12/2023

ວັນທີ 6 ທັນວາ 2023 ເວລາປະມານ 22:00 ນາທີ ຜູ້ໃຊ້ເຟສບຸກ Tar Sisounthone ໄດໂພສໃນເຟສບຸກ ໂດຍມີເນື້ອໃນວ່າ ມີຄົນເອົາເດັກນ້ອຍເກີດໃໝ່ໃສ່ຖົງມາຫ້ອຍຢູ່ລົດຕົນເອງທີ່ຈອດໄວ້ບໍລິເວນໂຮງໝໍມະໂຫສົດ ຈຶ່ງໄດ້ຂໍຄວາມຊ່ວຍເຫລືອຈາກແພດໝໍມາເອົາເດັກນ້ອຍເຂົ້າໄປຮັກສາຢູ່ພາຍໃນໂຮງໝໍ ແລະ ເບິ່ງອາການເດັກ ຊຶ່ງຄາດວ່າພໍ່ແມ່ເດັກຍັງບໍ່ມີຄວາມພ້ອມໃນການລ້ຽງດູຈຶ່ງໃຊ້ວິທີດັ່ງກ່າວ.

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/12/2023  ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1196/ກຄພນ  ລົງວັນ...
06/12/2023

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/12/2023 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1196/ກຄພນ ລົງວັນທີ 06 ທວ 2023.

06/12/2023

ຖືກໂຕໃດມານໍ້ ຄືຕຶງແທ້

ໃນວັນທີ 6 ທັນວາ 2023 ເວລາປະມານ 12:20 ໂມງ ໄດ້ມີຊາຍຄົນໜຶ່ງປີນຂຶ້ນໄປນັ່ງເທິງຕັກຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ທີ່ເດີ່ນພຣະທາດຫຼວງ ວຽງຈັນ ທີ່ເປັນບ່ອນກາບໄຫວ້ບູຊາຂອງປວງຊົນລາວ ແລະ ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງລາວເຮົາ.
——
Cr.seud

06/12/2023

ປານສະແດງຫນັງ.

ຈະລາຈອນ ໄລ່ບຸກຈັບຄົນຈີນ ຂີ່ລົດ ຕຳແລ້ວບໍ່ຈອດ ຢຸ່ ດອນຫນູນ ເມືອງ ໄຊທານີ ນະຄອນຫລວງວຽງຈັນ.
ໃນຕອນເຊົ້າຂອງ ວັນທີ 6/12/2023

ວີດີໂອຈາກ: Bobby Souvannalath

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ( ໄທ ) ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ ມີຄົນໄ...
05/12/2023

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ( ໄທ ) ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ ມີຄົນໄທ 4 ຄົນ ຫວຽດນາມ 2 ຄົນ ລາວ 2 ຄົນ ແລະ ກຳປູເຈຍ 1 ຄົນ
ເຊິ່ງໃນການກວດຍຶດຄັ້ງນີ້ ມີ ນົມຜົງ ແລະ ອາຫານເສີມ 11 ຊະນິດ ມີເປັນກະປ໋ອງ 9.000ກະປ໋ອງ, ເປັນຊອງ 1.400 ຊອງ ເຊິ່ງເປັນຜະລິດຕະພັນຈາກຫວຽດນາມ

ລົດເມ ປະທະ ຂົນສົ່ງດ່ວນ ເຈັບຫຼາຍຄົນ.       ໃນວັນທີ 5/12/2023 ເວລາ 11:00  ໂມງ ໄດ້ເກີດອຸບັດເຫດ ລົດເມວຽງຈັນ-ສາລະວັນ ຕຳກັບກັບ...
05/12/2023

ລົດເມ ປະທະ ຂົນສົ່ງດ່ວນ ເຈັບຫຼາຍຄົນ.

ໃນວັນທີ 5/12/2023 ເວລາ 11:00 ໂມງ ໄດ້ເກີດອຸບັດເຫດ ລົດເມວຽງຈັນ-ສາລະວັນ ຕຳກັບກັບລົດ ຂົນສົ່ງບໍລິສັດກຽງໄກ ທີ່ ບ້ານສະພາດ ໃນຈຸດເກີດເຫດມີຄົນເຈັບຫລາຍຄົນ

ສາຍຄວັນວ່າແນວໃດ! ແຈ້ງປັບລາຄາຢາສູບລາວໝາຍເຫດ: ຢາສູບເປັນອັນຕະລາຍຕໍ່ສຸຂະພາບ
05/12/2023

ສາຍຄວັນວ່າແນວໃດ! ແຈ້ງປັບລາຄາຢາສູບລາວ

ໝາຍເຫດ: ຢາສູບເປັນອັນຕະລາຍຕໍ່ສຸຂະພາບ

ມື້ນີ້ວັນສິນ ແຮມ 8 ຄ່ຳ ເດືອນ 12 ລາວ
05/12/2023

ມື້ນີ້ວັນສິນ ແຮມ 8 ຄ່ຳ ເດືອນ 12 ລາວ

5 ທັນວາ ວັນດິນໂລກ "ດິນ" ຖືວ່າຊັບພະຍາກອນທຳມະຊາດທີ່ສຳຄັນ ກັບການດຳລົງຊີວິດຂອງສິ່ງທີ່ມີຊີວິດທຸກຊະນິດໃນໂລກ ທັງດ້ານການພັດທະນາກ...
05/12/2023

5 ທັນວາ ວັນດິນໂລກ

"ດິນ" ຖືວ່າຊັບພະຍາກອນທຳມະຊາດທີ່ສຳຄັນ ກັບການດຳລົງຊີວິດຂອງສິ່ງທີ່ມີຊີວິດທຸກຊະນິດໃນໂລກ ທັງດ້ານການພັດທະນາກະສິກຳ, ດິນແມ່ນແຫຼ່ງຜະລິດອາຫານ, ຢາ, ນໍ້າມັນເຊື້ອໄຟ ແລະ ອື່ນໆ.
ນອກນີ້, ດິນຍັງຊ່ວຍໃນການພັດທະນາລະບົບນິເວດທີ່ມີຄວາມຍືນຍົງ ແລະ ຊ່ວຍໃຫ້ມີຊີວະນາໆ ພັນທີ່ຫຼາກຫຼາຍອີກດ້ວຍ.

ຊົມເຊີຍ! ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຢ່າງສຸດໃຈ!
02/12/2023

ຊົມເຊີຍ! ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຢ່າງສຸດໃຈ!

ຈະເປີດໃຫ້ຂຶ້ນຊົມວິວປະຕູໄຊຟຣີ!!!!ເພື່ອເປັນການສ້າງກິດຈະກຳໃນການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບການສະເຫ...
01/12/2023

ຈະເປີດໃຫ້ຂຶ້ນຊົມວິວປະຕູໄຊຟຣີ!!!!

ເພື່ອເປັນການສ້າງກິດຈະກຳໃນການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບການສະເຫຼີມສະຫຼອງວັນເກີດປະທານໄກສອນພົມວິຫານ ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຕຳໄຕ ສີພັນດອນ ຄົບຮອບ 100 ປີ ນວ ໄດ້ກະກຽມໃນການຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການປາຖະກະຖາເລົ່າມູນເຊື້ອຂອງວັນຊາດ ວັນພະບູລຸດໃຫ້ທົ່ວເຖິງ ກິດຈະກຳຕ່າງໆໂດຍເລັງໃສ່ການຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ແລະ ຍັງເປັນການສ້າງຂະບວນໃຫ້ປະຊາຊົນລາວຮ່ວມສະເຫຼີມສະຫຼອງພ້ອມກັນ.

ພ້ອມກັນນັ້ນ, ກໍໄດ້ມີການແຂ່ງຂັນນັກຮ້ອງສຽງດີ ຄາດວ່າຈະໄດ້ປະກາດຜົນ ແລະ ມອບລາງວັນໃນວັນຊາດ ກິດຈະກຳຕ່າງໆຈະຈັດຢູ່ສວນປະຕູໄຊ ໃຫ້ມວນຊົນໄດ້ເຂົ້າຮ່ວມຊົມການສະແດງສິລະປະວັນນະຄະດີ ການສະແດງກາຍະສິນ ແລະ ການເປີດໃຫ້ຂຶ້ນຊົມປະຕູໄຊໂດຍບໍ່ເສຍຄ່າ.

ພົບລົດເກັງສີດຳ ປີ້ນຢູ່ເສັ້ນທາງນາກາຍມາທ່າລັ່ງ ແຂວງຄຳມ່ວນ ປ້າຍຮຮ9555 ກຳແພງນະຄອນ ໃນຕອນເຊົ້າວັນທີ 1/12/2023ຊົມຄລິບ ກ້ອງຄອມເມ...
01/12/2023

ພົບລົດເກັງສີດຳ ປີ້ນຢູ່ເສັ້ນທາງນາກາຍມາທ່າລັ່ງ ແຂວງຄຳມ່ວນ ປ້າຍຮຮ9555 ກຳແພງນະຄອນ ໃນຕອນເຊົ້າວັນທີ 1/12/2023

ຊົມຄລິບ ກ້ອງຄອມເມັ້ນ👇👇👇

ປີ 2023 ປະຊາກອນນະຄອນຫຼວງວຽງຈັນ ມີລາຍຮັບສະເລ່ຍ 6.000 ໂດລາ/ຄົນ (ຫຼື 126 ລ້ານກີບ/ຄົນ)ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອ...
01/12/2023

ປີ 2023 ປະຊາກອນນະຄອນຫຼວງວຽງຈັນ ມີລາຍຮັບສະເລ່ຍ 6.000 ໂດລາ/ຄົນ (ຫຼື 126 ລ້ານກີບ/ຄົນ)

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 27 ພະຈິກ 2023 ໃຫ້ຮູ້ວ່າ: ໃນປີ 2023 ຍອດຜະລິດຕະພັນພາຍໃນ (GDP) ຂອງ ນວ ໄດ້ 72.000 ກວ່າຕື້ ເກືອບເທົ່າກັບ 30% ຂອງ GDP ທົ່ວປະເທດ ການຈັດເກັບລາຍຮັບໃນ ນວ ໄດ້ 10.000 ກວ່າຕື້ ລວມໃສ່ລາຍຮັບແຫ່ງຊາດ ນວ ກວມເອົາ 50% ຂອງລາຍຮັບງົບປະມານທົ່ວປະເທດ ລາຍຮັບສະເລ່ຍຕໍ່ຫົວຄົນ ໃນປີ 2023 ເທົ່າກັບ 6.000 ໂດລາຕໍ່ຄົນ ເມື່ອທຽບຄືນຫຼັງປີ 1975 ແມ່ນເພີ່ມຂຶ້ນ 30 ເທື່ອຈາກລາຍຮັບຕໍ່ຫົວຄົນ ພ້ອມກັນນັ້ນຕົວເມືອງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ ນວ ມີໂສມໜ້າໃໝ່ ການພົວພັນກັບບັນດານະຄອນຕ່າງໆກໍກວ້າງຂວາງ ແລະ ກ້າວເຂົ້າສູ່ລວງເລິກ.

ສຳລັບກິດຈະກຳໃນການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບການສະເຫຼີມສະຫຼອງວັນເກີດປະທານໄກສອນພົມວິຫານ ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຕຳໄຕ ສີພັນດອນ ຄົບຮອບ 100 ປີ ນວ ໄດ້ກະກຽມໃນການຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການປາຖະກະຖາເລົ່າມູນເຊື້ອຂອງວັນຊາດ ວັນພະບູລຸດໃຫ້ທົ່ວເຖິງ ກິດຈະກຳຕ່າງໆໂດຍເລັງໃສ່ການຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ສ້າງຂະບວນການປູກຈິດສຳນຶກປະຊາຊົນຊາວ ນວ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ ພ້ອມກັນນັ້ນກໍໄດ້ມີການແຂ່ງຂັນນັກຮ້ອງສຽງດີ ຄາດວ່າຈະໄດ້ປະກາດຜົນ ແລະ ມອບລາງວັນໃນວັນຊາດ ກິດຈະກຳຕ່າງໆຈະຈັດຢູ່ສວນປະຕູໄຊ ໃຫ້ມວນຊົນໄດ້ເຂົ້າຮ່ວມຊົມການສະແດງສິລະປະວັນນະຄະດີ ການສະແດງກາຍະສິນ ການເປີດໃຫ້ຂຶ້ນຊົມປະຕູໄຊໂດຍບໍ່ເສຍຄ່າ.

ທີ່ມາ: ວຽງຈັນໃໝ່

1 ທັນວາ ວັນຕ້ານເອດສາກົນ  (World AIDS Day)ຄວາມໝາຍ ສຳຄັນຂອງວັນຕ້ານເອດສາກົນ (World AIDS Day) ແມ່ນ ເປັນວັນແຫ່ງການສົ່ງເສີມ ແລ...
01/12/2023

1 ທັນວາ ວັນຕ້ານເອດສາກົນ (World AIDS Day)

ຄວາມໝາຍ ສຳຄັນຂອງວັນຕ້ານເອດສາກົນ (World AIDS Day) ແມ່ນ ເປັນວັນແຫ່ງການສົ່ງເສີມ ແລະ ກະຕຸ້ນໃຫ້ປະຊາກອນໂລກເກີດຄວາມຮູ້ ຄວາມເຂົ້າໃຈເຖິງປັນຫາ ແລະ ແນວທາງການຕອບໂຕ້ພະຍາດເອດ ເຊິ່ງເປັນວັນນານາຊາດຮ່ວມມືກັນ ແລະ ຍັງເປັນວັນແຫ່ງການໄວ້ອາໄລເຖິງຜູ້ເສຍຊີວິດຍ້ອນພະຍາດເອດ.

ເປີດການສັນຈອນຕະຫຼອດ 24 ຊົ່ວໂມງຢູ່ຖະໜົນດອນຈັນ (ທາງແຄມຂອງ)ເລີ່ມ 1 ທັນວາ 2023 ເປັນຕົ້ນໄປ
30/11/2023

ເປີດການສັນຈອນຕະຫຼອດ 24 ຊົ່ວໂມງຢູ່ຖະໜົນດອນຈັນ (ທາງແຄມຂອງ)ເລີ່ມ 1 ທັນວາ 2023 ເປັນຕົ້ນໄປ

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍພ້ອມຢາບ້າ 30 ມັດ !!!ໃນຄັ້ງວັນທີ 19 ພະຈິກ 2023 ເວລາ 16:00 ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ...
30/11/2023

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍພ້ອມຢາບ້າ 30 ມັດ !!!

ໃນຄັ້ງວັນທີ 19 ພະຈິກ 2023 ເວລາ 16:00 ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຳປາສັກ ໄດ້ລົງເຄື່ອນໄຫວມ້າງຄະດີຢາເສບຕິດ ຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ ສາມາດກັກຕົວເປົ້າໝາຍ ໄດ້ 01 ຄົນຊື່: ທ້າວ ກ (ນາມສົມມຸດ) ອາຍຸ 23 ປີ ສັນຊາດ ລາວ ກຳມະກອນ ບ້ານ ຈາເມີຍ ເມືອງ ໃໝ່ ແຂວງ ຜົ້ງສາລີ ພ້ອມເຄື່ອງຂອງກາງຢາບ້າຈໍານວນ 30 ມັດ = 60.000 ເມັດ ລົດຈັກ 01 ຄັນ ຍີ່ຫໍ້ ຮອນດາ ເວບ 125 ສີດຳ, ໂທລະສັບ 01 ໜ່ວຍ, ເງິນກີບ 10.900.000 ກີບ, ວັດຖຸຄ້າຍຄືຄໍາ: ແຫວນ 01 ວົງມາດຳເນີນຄະດີ

ນອກຈາກນີ້, ໃນຄັ້ງວັນທີ 23 ພະຈິກ 2023 ເວລາ 13:00 ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຳປາສັກ ຍັງໄດ້ມ້າງຄະດີຢາເສບຕິດ ຢູ່ເຂດບ້ານຫົວແຊ ເມືອງບາຈຽງ ແຂວງ ຈຳປາສັກ ສາມາດກັກຕົວ ເປົ້າໝາຍ ໄດ້ 02 ຄົນຄື: ທ້າວ ວິລະວັດ ລາດຊະວົງ ອາຍຸ 29 ປີ ສັນຊາດ ລາວ ກຳມະກອນ ບ້ານນາແຫກ ນະຄອນປາກເຊ ແຂວງຈໍາປາສັກ, ທ້າວ ວິລະພົນ ພົມມະວົງສາ ອາຍຸ 18 ປີ ສັນຊາດ ລາວ ກຳມະກອນ ບ້ານຫ້ວຍລືສີ ເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງຢາບ້າຈໍານວນ 52 ເມັດ, ໂທລະສັບ 02 ໜ່ວຍ, ລົດຈັກ 01 ຄັນ ຍີ່ຫໍ້ຮອນດ້າຄິກ ສີ ແດງ-ດຳ, ເງິນກີບ 1.200.000 ກີບມາດຳເນີນຄະດິ

ປະຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີ.

ທີ່ມາ: ປກສ ແຂວງຈຳປາສັກ

ມາຮູ້ຈັກ 4 ສານເຄມີໃນສະໝອງ ທີ່ເຮັດໃຫ້ເຮົາມີຄວາມສຸກ ຈະມີອັນໃດແດ່ ໄປເບິ່ງນຳກັນເລີຍ!!!!
30/11/2023

ມາຮູ້ຈັກ 4 ສານເຄມີໃນສະໝອງ ທີ່ເຮັດໃຫ້ເຮົາມີຄວາມສຸກ ຈະມີອັນໃດແດ່ ໄປເບິ່ງນຳກັນເລີຍ!!!!

30 ພະຈິກ ມື້ສຸດທ້າຍຂອງເດືອນ ໂຊກຮ້າຍໃຫ້ໄຫຼໜີ ໂຊດດີໃຫ້ໄຫຼມາ ເດືອນເກົ່າຜ່ານໄປ ເດືອນໃໝ່ຍັບກເຂົ້າມາ ຂໍໃຫ້ຈົ່ງມີໂຊກລາບກັນໝົດທຸ...
30/11/2023

30 ພະຈິກ ມື້ສຸດທ້າຍຂອງເດືອນ ໂຊກຮ້າຍໃຫ້ໄຫຼໜີ ໂຊດດີໃຫ້ໄຫຼມາ ເດືອນເກົ່າຜ່ານໄປ ເດືອນໃໝ່ຍັບກເຂົ້າມາ ຂໍໃຫ້ຈົ່ງມີໂຊກລາບກັນໝົດທຸກທຸກທ່ານ ດ້ວຍເທີ້ນ ສາທຸ

ປັບລາຄານ້ຳມັນ‼️ແອັດຊັງ ພິເສດ +190 ກີບ/ລິດແອັດຊັງ ທຳມະດາ +290 ກີບ/ລິດກາຊວນ -50 ກີບ/ລິດ
29/11/2023

ປັບລາຄານ້ຳມັນ‼️

ແອັດຊັງ ພິເສດ +190 ກີບ/ລິດ
ແອັດຊັງ ທຳມະດາ +290 ກີບ/ລິດ
ກາຊວນ -50 ກີບ/ລິດ

ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນພະຈິກ 2023 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 0,7%- ຫມວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ຫຼ...
29/11/2023

ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນພະຈິກ 2023 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 0,7%

- ຫມວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ຫຼຸດລົງ -0,6% ໃນນີ້ລາຄາ ປະເພດເຂົ້າຈີ່ ແລະ ທາດ ແປ້ງ ຫຼຸດລົງ -1,1%, ເຂົ້າສານ ຫຼຸດລົງ -1,3%, ຜັກສົດ ຫຼຸດລົງ -4,2%, ຫມາກໄມ້ສົດ ຫຼຸດລົງ -2,0%, ໃນ ນີ້ກໍມີບາງລາຍການ ຫຼຸດລົງເຊັ່ນ: ເຂົ້າຈີ່ ແລະ ທາດແປ້ງ ເພີ່ມຂຶ້ນ 2,4%, ຊີ້ນ 1,2%, ຊີ້ນງົວ ແລະ ຄວາຍ ເພີ່ມຂຶ້ນ 1,3%, ສັດປີກ ເພີ່ມຂຶ້ນ 1,7%, ປາ ແລະ ອາຫານທະເລ ເພີ່ມຂຶ້ນ 0,4%, ນົມ ເນີຍ ແລະ ໄຂ່ ເພີ່ມຂຶ້ນ 3,5%, ໄຂ່ໄກ່ພັນ ເພີ່ມຂຶ້ນ 1,4%, ນໍ້າມັນພືດ ເພີ່ມຂຶ້ນ 2,2%, ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 1,1%, ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 3,8%.

- ຫມວດເຫຼົ້າ າ ແລະ ຢາສູບ: ເພີ່ມຂຶ້ນ 1,7% ໃນນີ້ ລາຄາເຫຼົ້າເພີ່ມຂຶ້ນ 2,3%, ວາຍ ເພີ່ມຂຶ້ນ 0,9%, ເບຍ ເພີ່ມຂຶ້ນ 2,0% ແລະ ຢາສູບ ເພີ່ມຂຶ້ນ 1,0%;

- ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 3,5% ໃນນີ້ ລາຄາເຄື່ອງນຸ່ງຫົ່ມ ເພີ່ມຂຶ້ນ 3,6%, ເຄື່ອງນຸ່ງ ຊາຍ ເພີ່ມຂຶ້ນ 3,6%, ເຄື່ອງນຸ່ງຍິງ ເພີ່ມຂຶ້ນ 2,4%, ເຄື່ອງນຸ່ງເດັກນ້ອຍ ເພີ່ມຂຶ້ນ 3,4% ແລະ ເກີບ ເພີ່ມ ຂຶ້ນ 2,8%;

- ຫມວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ: ເພີ່ມຂຶ້ນ 2,2% ໃນນີ້ ລາຄາເຮືອນ ໃຫ້ເຊົ່າ ເພີ່ມຂຶ້ນ 0,9%, ປະເພດອຸປະກອນການບໍາລຸງຮັກສາ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 2,1%, ພະລັງງານອາຍແກັສ໌ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 2,7%;

- ຫມວດເຄື່ອງໃຊ້ໃນເຮືອນ: ເພີ່ມຂຶ້ນ 2,1% ໃນນີ້ ລາຄາ ເຄື່ອງຕົບແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 1,6%, ເຄື່ອງໃຊ້ຄົວເຮືອນ ເພີ່ມຂຶ້ນ 1,9%, ເຄື່ອງໃຊ້ໃນເຮືອນປະຈໍາວັນ ເພີ່ມຂຶ້ນ 4,0% ອຸປະກອນປະດັບເຮືອນ ເພີ່ມຂຶ້ນ 2,5%;

- ຫມວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 2,6% ໃນນີ້ ລາຄາຢາ ເພີ່ມຂຶ້ນ 3,0% ເຊັ່ນ: ນໍ້າເຊໂລມ ສັກ, ຢາລ້າງບາດ, ຢາແກ້ໄຂ້, ຢາປາຣາ, ຢາແກ້ໄອເດັກນ້ອຍ, ການບໍລິການຄົນເຈັບພາຍນອກ ເພີ່ມຂຶ້ນ 0,3%;

- ຫມວດຄົມມະນາຄົມ ແລະ ຂົນສົ່ງ: ເພີ່ມຂຶ້ນ 1,1% ໃນນີ້ ພາຫະນະການຂົນສົ່ງ ເພີ່ມຂຶ້ນ 0,6%, ໃນນັ້ນ ລົດໃຫຍ່ ເພີ່ມຂຶ້ນ 0,4%, ລົດຈັກ ເພີ່ມຂຶ້ນ 1,3%, ລົດຖີບ ເພີ່ມຂຶ້ນ 4,4%, ອຸປະກອນການຂົນສົ່ງ ເພີ່ມ ຂຶ້ນ 2,1% ໃນນັ້ນ, ເຄື່ອງອາໄຫຼ່ ແລະ ການສ້ອມແປງ ເພີ່ມຂຶ້ນ 8,0%, ການບໍລິການຂົນສົ່ງ ເພີ່ມຂຶ້ນ 2,2% ແຕ່ໃນນີ້ ນໍາ້ມັນເຊື່ອໄຟ ຫຼຸດລົງ -2,0%;

- ຫມວດໄປສະນີ ແລະ ການສື່ສານ: ເພີ່ມຂຶ້ນ 0,2% ໃນນີ້ ປະເພດການບໍລິການທາງໄປສະນີ ເພີ່ມຂຶ້ນ 0,3%, ອຸປະກອນໂທລະສັບ ເພີ່ມຂຶ້ນ 0,3%;

- ຫມວດການບັນເທີງ ແລະ ການພັກຜ່ອນ: ເພີ່ມຂຶ້ນ 1,8% ໃນນີ້ ເຄື່ອງບັນເທີງ ເພີ່ມຂຶ້ນ 0,9% ເຊັ່ນ: ໂທລະທັດ, ຄອມພີວເຕີ, ປະເພດປຶ້ມ ແລະ ເຄື່ອງຂຽນ ເພີ່ມຂຶ້ນ 1,7%, ການບໍລິການທ່ອງທ່ຽວ ເພີ່ມຂຶ້ນ 2,5%;

- ຫມວດການສຶກສາ: ເພີ່ມຂຶ້ນ 1,6% ໃນນີ້ ຄ່າເທີມຮຽນຂັ້ນອະນຸບານ2 ເພີ່ມຂຶ້ນ 5,2%, ຄ່າເທີມຮຽນ ຂັ້ນປະຖົມ ເພີ່ມຂຶ້ນ 6,7%, ເຄື່ອງນຸ່ງນັກຮຽນຍິງ ເພີ່ມຂຶ້ນ 0,8%;

- ຫມວດຮ້ານອາຫານ ແລະ ໂຮງແຮມ: ເພີ່ມຂຶ້ນ 2,9% ໃນນີ້ ລາຄາອາຫານ ແລະ ເຄື່ອງດື່ມໃນຮ້ານ ອາຫານ ເພີ່ມຂຶ້ນ 3,0% ເຊັ່ນ: ປິ້ງປານິນ, ລາບຊີ້ນງົວ, ເຂົ້າຜັດ, ເຂົ້າປຽກ, ເຂົ້າລາດຫນ້າ, ເບຍ, ວາຍ ແລະ ວິສ໌ກີ; ປະເພດເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 2,2%;

- ຫມວດສິນຄ້າ ແລະ ບໍລິການອື່ນໆ: ເພີ່ມຂຶ້ນ 2,2% ໃນນີ້ ປະເພດວັດຖຸມີຄ່າ ແລະ ເຄື່ອງປະດັບ ເພີ່ມ ຂຶ້ນ 4,0% ໃນນີ້ ຄໍາສໍາເລັດຮູບ ເພີ່ມຂຶ້ນ 5,1%.

ປກສ ແຂວງ ອັດຕະປື ມອບຄຳ 21 ບາດ ທີ່ໂຈນລັກໄປ ສົ່ງຄືນເຈົ້າຂອງເດີມແລ້ວ.ໃນວັນທີ 28 ພະຈິກ 2023 ປກສ ແຂວງອັດຕະປື ໄດ້ມອບເຄື່ອງຂອງກ...
29/11/2023

ປກສ ແຂວງ ອັດຕະປື ມອບຄຳ 21 ບາດ ທີ່ໂຈນລັກໄປ ສົ່ງຄືນເຈົ້າຂອງເດີມແລ້ວ.

ໃນວັນທີ 28 ພະຈິກ 2023 ປກສ ແຂວງອັດຕະປື ໄດ້ມອບເຄື່ອງຂອງກາງປະເພດຄຳຮູບປະພັນຈຳນວນ 21 ບາດກັບ 5 ຫຸນ ຄືນໃຫ້ເຈົ້າຂອງ ເຊິ່ງເປັນຂອງ ນາງ ມີ່ຫັ້ນ, ນາງ ຊື່ນໃຈ, ທັງສອງຢູ່ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື

ເຄື່ອງຂອງກາງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຕິດຕາມ ເກັບກຳ ທ້ອນໂຮມ ມາຈາກການຍອມຮັບສາລະພາບຂອງຜູ້ກໍ່ເຫດລັກຊັບ 2 ຄົນຄື: ທ້າວ ເອກກະໄຊ ແລະ ທ້າວ ໄຊຍະສັກ.
ທ່ານ ພັທ ອຸບົນ ເພັດມີໄຊ ເປີດເຜີຍໃຫ້ຮູ້ວ່າ ໃນຄັ້ງວັນທີ 3 ແລະ ວັນທີ 8 ພະຈິກ 2023 ກໍ່ເຫດລັກຊັບ.

ມາຮອດວັນທີ 12 ພະຈິກ 2023 ຈື່ງໄດ້ເຂົ້າກັກຕົວ ທ້າວເອກກະໄຊ ຢູ່ບ້ານເຊໄຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໃສຄະດີງັດເຮືອນນາງ ໃຈ ) ແລະ ວັນທີ 14 ພະຈິກ 2023 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວທ້າວໄຊຍະສັກ ຢູ່ບ້ານຫຼັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໃສໃນການລັກຊັບຂອງນາງມີ່ຫັ້ນ ) ມາສືບສວນ-ສອບສວນ.

ທ້າວເອກກະໄຊ (ຜູ້ຖືກຫາ) ໄດ້ຍອມຮັບສາລະພາບວ່າ ໃນຄັ້ງວັນທີ 8 ພະຈິກ 2023 ເວລາ 9 ໂມງ 00 ນາທີ ຕົນເອງໄດ້ໄປງັດເຮືອນຂອງຜູ້ເສຍຫາຍແທ້ ໂດຍໃຊ້ມີດງັດເຂົ້າທາງປະຕູເຮືອນຄົວ ຫຼັງຈາກງັດໄດ້ແລ້ວຕົນເອງກໍ່ໄດ້ເຂົ້າໃປໃນຫ້ອງນອນຂອງຜູ້ເສຍຫາຍ ຈື່ງເຫັນກະເປົ້າສີດຳ ແລະ ໄດ້ໄຂເບີ່ງມີສາຍແຂນຄຳຈຳນວນ 1 ເສັ້ນນຳ້ໜັກ 2 ບາດ, ສາຍຄໍຄຳຈຳນວນ 2 ເສັ້ນໆລະ 2 ບາດ, ສາຍແຂນຄຳເດັກນ້ອຍຈຳນວນ 1 ເສັ້ນນຳ້ໜັກ 2 ສະຫຼຶງ, ຕຸ້ມຫູຄຳຈຳນວນ 1 ຄູ່ນຳ້ໜັກ 5 ຫຸນ, ປື້ມບັນຊີເງີນຝາກຈຳນວນ 4 ຫົວ ພາຍຫຼັງທີ່ລັກໄດ້ມາແລ້ວກໍ່ເອົາສາຍແຂນຈຳນວນ 1 ເສັ້ນ ໜັກ 2 ບາດໄປຂາຍຢູ່ຮ້ານຊື້-ຂາຍເງີນຄຳຢູ່ ແຂວງເຊກອງ ເຊີ່ງໄດ້ເງີນ 41.000.000 ກີບ ສຳລັບເງີນທີ່ໄດ້ມາແມ່ນໃຊ້ຈ່າຍກິນຈົນໝົດ, ສວ່ນຄຳທີ່ຍັງເຫຼືອແມ່ນໄດ້ເອົາໄປຊຸກເຊື່ອງໄວ້ຢູ່ເຮືອນຂອງຕົນເອງ, ສ່ວນທ້າວໄຊຍະສັກ (ຜູ້ຖືກຫາ ເຊີ່ງເປັນພະນັກງານປະຈຳຢູ່ບໍລິສັດຂົນສົ່ງແຫ່ງໜື່ງຂອງແຂວງອັດຕະປື) ສາລະພາບວ່າວັນທີ 13 ຕຸລາ 2023 ຕົນເອງໄດ້ມາວຽກຢູ່ບໍລິສັດຂົນສົ່ງດວ່ນເປັນປົກກະຕິ ຕົກມາຮອດເວລາ 11 ໂມງ ໄດ້ມີນາງ ມີ່ຫັ້ນ (ຜູ້ເສຍຫາຍ) ໄດ້ໂທຖາມຕົນເອງວ່າເຄື່ອງມາຮອດແລ້ວບໍ, ເຊີ່ງຕົນເອງໄດ້ຕອບວ່າຍັງບໍ່ຮອດ,ຕໍ່ມາເວລາ 16:30 ນາທີຂອງວັນດຽວກັນ ລົດສົ່ງເຄື່ອງບໍລິສັດໄດ້ມາຮອດຕົນເອງຈີ່ງໄດ້ໄຂປະຕູທາງຂ້າງລົດແລ້ວຂື້ນໄປຫາກ່ອງສີເຫຼືອງທີ່ມີຊື່ ແລະ ເບີໂທຂອງນາງມີ່ຫັ້ນເພາະຕົນເອງຮູ້ວ່າພັດສະດຸຂອງນາງມີ່ຫັ້ນ (ຜູ້ເສຍຫາຍ) ແມ່ນມີຄຳແນ່ນອນເມື່ອເຫັນແລ້ວຈີ່ງໄດ້ຈັບໄປເຊີ່ງໄວ້ຢູ່ປະຕູລົດດ້ານຫຼັງ ແລະ ເອົາຢຸດເຊີມາຍິງເຊັກເຄື່ອງລົດແຕ່ລົດ, ສ່ວນພັດສະດຸດັ່ງກ່າວແມ່ນບໍ່ໄດ້ເອົາລົງ ແລະ ບໍ່ໄດ້ຍິງຜ່ານລະບົບຢຸດເຊີ ພາຍຫຼັງທີ່ຂົນເຄື່ອງລົງແລ້ວສະເພີລົດກໍ່ໄດ້ຂົນເຄື່ອງທີ່ຈາກຝາກໄປຕ່າງແຂວງຂື້ນລົດແລ້ວອັດປະຕູລົດຕາມປົກກະຕິ ຈາກນັ້ນຕົນເອງໄດ້ສວຍໂອກາດຕອນສະເພີລົດເຝີ ແລ້ວລັກຂື້ນໄປເອົາກ່ອງພັດສະດຸຂອງນາງມີ່ຫັ້ນລົງມາໄວ້ຖັງຂີ້ເຫຍື່ອລະກໍ່ໄປອັນປະຕູລົດໄວ້ຄືເກົ່າ ຮອດເວລາ 20 ໂມງ 00 ນາທີຂອງວັນດຽວກັນຈີ່ງໄດ້ຂີ່ລົດກັບມາເອົາພັດສະດຸດັ່ງກ່າວ, ແລ້ວກໍ່ຂີ່ລົດອອກໄປໄດ້ໄລຍະໜື່ງແລ້ວຈອດລົດໄຂເບີ່ງກ່ອງດັ່ງກ່າວຈີ່ງຮູ້ວ່າມີຄຳແທ້ ເຫັນແນວນັ້ນແລ້ວກໍ່ໄດ້ໄຂເອົາແຕ່ຄຳຢູ່ໃນກ່ອງຈຳນວນ 25 ບາດກັບ 2 ສະຫຼຶງ ສ່ວນກ່ອງແມ່ນແກວ່ງຖີ້ມ ແລ້ວນຳເອົາຄຳໃປເຊື່ອງໄວ້ຢູ່ເຮືອນຂອງຕົນເອງ ມາຮອດວັນທີ 16 ຕຸລາ 2023 ໄດ້ເອົາຄຳດັ່ງກ່າວໃປຂາຍຢູ່ຮ້ານແຫ່ງໜື່ງຂອງແຂວງອັດຕະປື ແລະ ກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວໃນວັນຕໍ່ມາ , ສ່ວນເປົ້າໝາຍແມ່ນເຈົ້າໜ້າທີ່ສືບຕໍ່ດຳເນີນຄະດີຕາມກົດໝາຍບ້ານເມືອງ, ທ່ານຫົວໜ້າພະແນກສືບສວນ-ສອບສວນຍັງໄດ້ເນັ້ນໜັກຕື່ມວ່າສຳລັບເຄື່ອງຂອງກາງທີ່ຍັງເຫຼືອທາງເຈົ້າໜ້າທີ່ຂອງພວກເຮົາຍັງຈະເລັ່ງເກັບກຳທ້ອນໂຮມແລ້ວນຳມາມອບໃຫ້ຕາມທີຫຼັງ.

ງົດງາມ! ຈູດບັ້ງໄຟພຸບູຊາອົງພຣະທາດຫຼວງ ປີ 2023ຂອບໃຈພາບຈາກ: ເຜີຍແຜ່ສີລະທັມແລະປະຕິບັດກໍາມະຖານ
28/11/2023

ງົດງາມ! ຈູດບັ້ງໄຟພຸບູຊາອົງພຣະທາດຫຼວງ ປີ 2023

ຂອບໃຈພາບຈາກ: ເຜີຍແຜ່ສີລະທັມແລະປະຕິບັດກໍາມະຖານ

28/11/2023

ບັນຍາກາດການຊື້-ຂາຍ ເຄື່ອງເລ ໃນວັນທີ 28 ພະຈິກ 2023 ທີ່ເດີ່ນພຣະທາດຫຼວງ.

ອັດຕາເງິນເຟີ້ ສປປ ລາວ ເດືອນ ພະຈິກ ຢູ່ທີ່ 25,83%
27/11/2023

ອັດຕາເງິນເຟີ້ ສປປ ລາວ ເດືອນ ພະຈິກ ຢູ່ທີ່ 25,83%

27/11/2023

ບັນຍາກາດ ໃສ່ບາດ ທີ່ງານບຸນນະມັດສະການພຣະທາດຫຼວງ ໃນຕອນເຊົ້າ ວັນທີ 27 ພະຈິກ 2023.

ວັນສິນໃຫຍ່  ຂຶ້ນ 15 ຄ່ຳ ເດືອນ 12 ລາວ ບຸນນະມັດສະການພຣະທາດຫຼວງ ວຽງຈັນ
27/11/2023

ວັນສິນໃຫຍ່ ຂຶ້ນ 15 ຄ່ຳ ເດືອນ 12 ລາວ
ບຸນນະມັດສະການພຣະທາດຫຼວງ ວຽງຈັນ

26/11/2023

ແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2023.

ວີດີໂອຈາກ: SKY

26/11/2023

ມື້ນີ້ ໃຜໄປແຫ່ຜາສາດເຜິ້ງແດ່ຖ່າຍຮູບມາໂຊແດ່ເດີ້

ສະບາຍດີວັນສຸກ
24/11/2023

ສະບາຍດີວັນສຸກ

ພິທີເປີດບຸນນະມັດສະການພຣະທາດຫຼວງ ວຽງຈັນ 2023 ແລະ ປີທ່ອງທ່ຽວລາວ 2024.ວັນທີ 23 ພະຈິກ 2023 ໄດ້ເປີດປີທ່ອງທ່ຽວລາວ 2024 ແລະ ບຸນ...
24/11/2023

ພິທີເປີດບຸນນະມັດສະການພຣະທາດຫຼວງ ວຽງຈັນ 2023 ແລະ ປີທ່ອງທ່ຽວລາວ 2024.

ວັນທີ 23 ພະຈິກ 2023 ໄດ້ເປີດປີທ່ອງທ່ຽວລາວ 2024 ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການນໍາຂັ້ນສູງຈາກຫຼາຍພາກສ່ວນເຂົ້າຮ່ວມ.

ບຸນນະມັດສະການພຣະທາດຫຼວງ ເປັນບຸນປາງໃຫຍ່ຂອງປວງຊົນລາວບັນດາເຜົ່າ ຈັດຂຶ້ນເປັນປະຈໍາທຸກໆປີ ເພື່ອສືບທອດມູນເຊື້ອປະເພນິດີງາມ ແລະ ເປັນເອກະລັກທາງດ້ານວັດທະນະທໍາທີ່ອຸດົມສົມບູນ, ມີຫຼາກຫຼາຍສີສັນ ແລະ ມີການຮ່ວມມືຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ແລະ ບັນດາເພື່ອນມິດໃກ້ຄຽງ.

ສໍາລັບປີນີ້ ຈັດຂຶ້ນ 5 ມື້ 5 ຄືນ ຕັ້ງແຕ່ວັນທີ 23-27 ພະຈິກ 2023 ເຊິ່ງມີສະຖານທີ່ຈັດງານຢູ່ເດີ່ນດ້ານໜ້າພະທາດຫຼວງ ແລະ ສູນການຄ້າ ລາວ-ໄອເຕັກ ເລີ່ມຕັ້ງແຕ່ວັນທີ 18-27 ພະຈິກ 2023 ນະຄອນຫຼວງວຽງຈັນ.

ພາບບັນຍາກາດ ບຸນນະມັດສະການພຣະທາດຫຼວງວຽງຈັນ ວັນທີ 23 ພະຈິກ 2023ພາບຈາກ: SKY
23/11/2023

ພາບບັນຍາກາດ ບຸນນະມັດສະການພຣະທາດຫຼວງວຽງຈັນ ວັນທີ 23 ພະຈິກ 2023

ພາບຈາກ: SKY

ເສຍຊີວິດ 1 ຄົນ! ອຸບັດເຫດ ລົດຈັກ ຕໍາກັບ ລົດຈຳໂບ້.ໃນວັນທີ 23 ພະຈິກ 2023 ເວລາ 06:36 ນາທີ ໄດ້ມີອຸບັດຕີເຫດຢູ່ເສັ້ນທາງ ບ້ານນາສ...
23/11/2023

ເສຍຊີວິດ 1 ຄົນ! ອຸບັດເຫດ ລົດຈັກ ຕໍາກັບ ລົດຈຳໂບ້.

ໃນວັນທີ 23 ພະຈິກ 2023 ເວລາ 06:36 ນາທີ ໄດ້ມີອຸບັດຕີເຫດຢູ່ເສັ້ນທາງ ບ້ານນາສຳພັນ, ນະຄອນຫລວງພະບາງ, ລົດຈັກ ຕໍາກັບ ລົດຈຳໂບ້ ບາດເຈັບ1 ຄົນ ແລະ ເສຍຊີວິດຄາທີ 1 ຄົນ.

ເບື້ອງຕົ້ນ:
+ຜູ້ບາດເຈັບ: ມີອາການເຈັບຫົວ ແລະ ມີບາດແຜຈີກຢູ່ຫົວເຂົ່າເບື້ອງຊ້າຍ, ປະຖົມພະຍາບານແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ.
+ ຜູ້ເສຍຊີວິດ ຊື່ທ້າວ​ ແອ ອາຍຸ 24 ປີ,​ ບ້ານ​ ປາກບາກ, ເມືອງງອຍ, ແຂວງຫລວງ​ພະບາງ

23/11/2023

ມື້ນີ້ເປັນມື້ເປີດບຸນທາດຫຼວງ 2023
ພາກັນໄປເລາະບຸນລະຫວ໋າ!
ປີນີ້ມີຫຍັງຕ່າງຈາກປີຜ່ານມາແດ່

Address

Vientiane

Alerts

Be the first to know and let us send you an email when Climax Radio FM 95 MHz posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Climax Radio FM 95 MHz:

Videos

Share

Category


Other Radio Stations in Vientiane

Show All