Sportvarietyfm98,8

Sportvarietyfm98,8 SPORT VARIETY

SPORT VARIETY RADIO FM 98,8

ຄວາມເຄື່ອນໄຫວຂອງການແ່ຂ່ງຂັນກິລາລາວ ແລະ ຄວາມເຄື່ອນໄຫວກິລາທົ່ວໂລກ ໃນ ລາຍການ ສະປອດວາໄຣຕີ ສາລະດີເລື່ອງກິລາ ທາງ fm98,8mhz 17:00-18:00 ຟັງເພງທຸກຮູບແບບ ຢາກຖາມເລື່ງກິລາໃດ ສົງມາທີ່ແຟນເພສ ຂອງ ສະປອດວາໄຣຕີໄດ້ ຫລື ໂທ 0307772435

ເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ .ໃນຕອນບ່າຍຂອງວັນທີ 24 ກຸມພ...
25/02/2024

ເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ .ໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາ ຢູ່ ສະໜາມກິລາແຫ່ງຊາດລາວ(ຫຼັກ16) ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະສາກົນ FIFA, AFC, AFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນລາຍງານ ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດ ໃຫ້ ສຕລ ນຳໃຊ້ພື້ນທີ່ສ່ວນໜຶ່ງ ຂອງ ສະໜາມກິລາແຫ່ງຊາດຫຼັກ 16 ຈຳນວນ 105,446 ຕາແມັດ ແລະ ໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນບານເຕະສາກົນ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:
1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.
2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສໍາເລັດໃນປີ 2021.
3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສໍາເລັດໃນປີທີ່ຜ່ານມາ.
ໃນຕອນທ້າຍ ພິທີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະສາກົນ ໄດ້ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພ້ອມຮ່ວມຕັດແຖບຜ້າ ເພື່ອເປີດສູນຝຶກກິລາບານເຕະຈຳປີ-ຈຳປາ ຢ່າງເປັນທາງການ

ສະຫະພັນບານເຕະແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ປະຈຳປີ 2024 ໃນວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັ...
24/02/2024

ສະຫະພັນບານເຕະແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ປະຈຳປີ 2024 ໃນວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ວີເພັດ ສີຫາຈັກຣ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມມີ ທ່ານ ຜູ້ຕາງໜ້າ FIFA, AFC, AFF, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ບັນດາສະມາຊິກ ສຕລ ສະຫະພັນບານເຕະແຂວງ, ນະຄອນຫຼວງ ແລະ ສະໂມສອນບານເຕະ, ບັນດາສື່ມວນຊົນ, ແຂກທີ່ຖືກເຊີນເຂົ້າຮ່ວມ
ກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ເພື່ອດໍາເນີນການເລືອກຕັ້ງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ປະຈຳສົກປີ 2024-2028 ການເລືອກຕັ້ງຄັ້ງນີ້ແມ່ນອິງຕາມກົດລະບຽບສະຫະພັນບານເຕະແຫ່ງຊາດລາວ ເຊິ່ງຈະຕ້ອງມີ ການເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ທຸກໆ 4 ປີ
ທ່ານ ວີເພັດ ສີຫາຈັກຣ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນລາຍງານ ນັບຕັ້ງແຕ່ການເລືອກຕັ້ງຄັ້ງຜ່ານມາ ໃນວັນທີ 29 ກຸມພາ 2020 ເປັນໄລຍະເວລາ 4 ປີເຕັມຄະນະບໍລິຫານງານ ສຕລ ຊຸດປັດຈຸບັນ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາກິລາບານເຕະໃນ ສປປ ລາວ ໃຫ້ກ້າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຊິກ ສຕລ, FIFA, AFC, AFF ແລະ ບັນດາຜູ້ໃຫ້ການສະໜັບສະໜູນ. ເຊິ່ງວຽກງານທີ່ພົ້ນເດັ່ນ ໄດ້ສຳເລັດການຈັດການແຂ່ງຂັນບານເຕະ ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວຽກງານຈັດການແຂ່ງຂັນພາຍໃນ ສຕລ ໄດ້ຈັດການແຂ່ງຂັນຕັ້ງແຕ່ລຸ້ນທົ່ວໄປຈົນຮອດລະດັບເຍົາວະຊົນ ທີ່ພົ້ນເດັ່ນ ກໍຄືການຂະຫຍາຍຕາໜ່າງທີມໃນການແຂ່ງຂັນ ລາວລີກ 1 ອອກໄປສູ່ຕ່າງແຂວງ ໂດຍປັດຈຸບັນມີທັງໝົດ 4 ຈາກທັງໝົດ 8 ສະໂມສອນ ທີ່ມາຈາກຕ່າງແຂວງ ແລະ ຍັງໄດ້ຮ່ວມກັນຈັດການແຂ່ງຂັນ ລາວລີກ 2 ກັບບັນດາສະຫະພັນສະມາຊິກ ເພື່ອເຮັດໃຫ້ການແຂ່ງຂັນບານເຕະລະດັບສະໂມສອນ ເປັນລະບົບຫຼາຍຂື້ນ.ອັນທີ່ພົ້ນເດັ່ນກໍຄືການຈັດການແຂ່ງຂັນບານເຕະລາວລີກຍິງ ພາຍໃຕ້ການສະໜັບສະໜູນຈາກໂຄງການFIFA Forward ຂື້ນເປັນຄັ້ງທຳອິດໃນທ້າຍ, ໃນດ້ານການສ້າງຕັ້ງສູນພັດທະນາກິລາບານເຕະຈຳປີ-ຈຳປາ ກໍ່ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນການພັດທະນານັກກິລາລຸ້ນສືບທອດ ຄຽງຄູ່ກັບການພັດທະນານັກກິລາ ການພັດທະນາຄູຝຶກກໍ່ເປັນບູລິມະສິດຂອງ ສຕລ ເຊິ່ງສາມາດເຂົ້າເປັນພາຄີຂອງ AFC ໃນລະດັບ A, B ແລະ C. ຂະຫຍາຍ ສູນຝຶກກິລາບານເຕະ ສຕລ ທີ່ບໍລິເວນເນື້ອທີ່ຂອງສະໜາມກິລາແຫ່ງຊາດຫຼັກ 16.
ຜົນການເລືອກຕັ້ງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ປະຈຳສົກປີ 2024-2028 ປະກອບມີ 11 ທ່ານດັ່ງນີ້:
1/ ທ່ານ ວີເພັດ ສີຫາຈັກຣ ເປັນປະທານສະຫະພັນບານເຕະແຫ່ງຊາດລາວ
2/ ທ່ານ ຄໍາໄພ ປະເສີດ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
3/ ທ່ານ ຄໍາແພງ ວົງຂັນຕີ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
4/ ທ່ານ ປະສາດໄຊ ພິລາພັນເດດ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
5/ ທ່ານ ນາງ ກັນຍາ ແກ້ວມະນີ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
6/ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
7/ ທ່ານ ປອ ບຸນຍູ້ ສີສານ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
8/ ທ່ານ ນາງ ພູໄຊ ແພງພົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
9/ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
10/ ທ່ານ ແກ້ວລັດຕະນະ ສີຫາວົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
11/ ທ່ານ ຄໍລະເດດ ພອນພະຈັນ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ

ຄົນຊວຍ ຄົນຕໍ່ໄປ  ອາດເປັນທ່ານ+++++++++++++++++++++++++++++++++++++++++++++++++++++++++++++ບໍລິສັດຮັບພະນັນຖືກກົດໝາຍ ຂອງ ອັ...
26/12/2023

ຄົນຊວຍ ຄົນຕໍ່ໄປ ອາດເປັນທ່ານ
+++++++++++++++++++++++++++++++++++++++++++++++++++++++++++++
ບໍລິສັດຮັບພະນັນຖືກກົດໝາຍ ຂອງ ອັງກິດ ຮ່ວມໃຈກັນຫຼຸດລາຄາທີ່ ເອຣິກ ເທນຮາກ ຂອງ ແມນເຊັສເຕີ ຢູໄນເຕັດ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ຈະເປັນຜູ້ຈັດການ ພຣີເມຍລີກ ຄົນຕໍ່ໄປທີ່ຈະຖືກປົດອອກຈາກຕຳແໜ່ງ ຫຼັງຈາກທີ່ນຳ “ຜີສາດແດງ” ເສຍໃຫ້ ເວສແຮມ ຢູໄນເຕັດ 0-2
ໂອກາດ ຂອງ ຜູ້ຈັດການທີມ Premier League ຄົນຕໍ່ໄປທີ່ຄາດວ່າມີໂອກາດຈະຖືກປົດ
1. ເອຣິກ ເທນຮາກ (ແມນເຊັສເຕີ ຢູໄນເຕັດ) 17/20
2. ຣອຍ ຮອດສັນ (ຄຣິສຕັລ ພາເລດ) 5/1
3. ເອັດດີ ຮາວ (ນິວຄາສເຊິນ) 9/1
4. ເມົາຣິຊິໂອ ໂປເຊັດຕິໂນ (ເຊລຊີ) 12/1
5. ແວງຊອງ ກອມປານີ (ເບີນລີ) 14/1
6. ນູໂນ ເອສປິຣິໂຕ ຊານໂຕ (ນອດຕິງແຮມ) 16/1
7. ແກລີ ໂອນິວ (ວູບແຮມຕັນ) 20/1
7. ຄຣິສ ວິວເດີ (ເຊຟຟິວ ຢູໄນເຕັດ) 20/1
9. ເດວິດ ມອຍ (ເວດແຮມ) 25/1

ແມນເຊັສເຕີ ຢູໄນເຕັດ ປະກາດ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ +++++++++++++++++++++++++++++++++++++++++++++++++++...
25/12/2023

ແມນເຊັສເຕີ ຢູໄນເຕັດ ປະກາດ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ
++++++++++++++++++++++++++++++++++++++++++++++++++++++++++++++++.
ແມນເຊັສເຕີ ຢູໄນເຕັດ ປະກາດຂ່າວໃຫຍ່ ໃນວັນຄຣິສມາດ ອີຟ ວ່າ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ ຫຼັງເຈລະຈາມາໄດ້ 13 ເດືອນ ຄາດກັນວ່າ ເຊີ ຈິມ ແຣດຄຼິຟ ຈະຈ່າຍເງິນຈຳນວນ 1.25 ຕື້ປອນ (ປະມານ 32,713,750,000,000 ກີບ) ເຊິ່ງ ການອະນຸມັດ ຈະໃຊ້ເວລາລະຫວ່າງຫົກຫາແປດອາທິດ.
ຫຼັງຈາກການຊື້ຫຸ້ນຂອງຜີສາດແດງຢ່າງສຳເລັດຜົນ, ເຊີ ຈິມ ແຣດຄຣີຟ ອາຍຸ 71 ປີກໍປະກາດທັນທີວ່າ “ໃນຖານະເປັນຄົນທ້ອງຖິ່ນ ແລະ ເປັນແຟນຂອງສະໂມສອນຕະຫຼອດຊີວິດ. ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຕົກລົງເຫັນດີກັບຄະນະກໍາມະການ ຂອງ ແມນເຊສເຕີ ຢູໄນເຕັດ ເພື່ອເຂົ້າມາມີສ່ວນຮ່ວມຮັບຜິດຊອບ ຝ່າຍປະຕິບັດວານກ່ຽວກັບບານເຕະ ຂອງ ສະໂມສອນ."
“ພວກເຮົາຈະນໍາເອົາຄວາມຮູ້ ຄວາມຊ່ຽວຊານ ແລະ ຄວາມຊໍານານ ຂອງ ກຸ່ມ INEOS Sport, ພວກເຮົາຈະສືບຕໍ່ຊຸກຍູ້ການພັດທະນາ ຂອງ ສະໂມສອນ ແລະ ສະຫນອງທຶນສໍາລັບການລົງທຶນໃນອະນາຄົດທີ່ Old Trafford, ພວກເຮົາຈະຢູ່ທີ່ນີ້ ແລະ ພ້ອມທີ່ຈະເຮັດວຽກຫນັກຢ່າງມືອາຊີບດ້ວຍຄວາມຕັ້ງໃຈ."

ຜົນການແຂ່ງຂັນ ແລະ ຕາຕະລາງຄະແນນຫຼ້າສຸດ ພາຍຫຼັງຈົບການແຂ່ງຂັນພຣີເມຍລີກ ອັງກິດ ນັດທີ 18 ລະດູການ 2023-24 ເຫຼືອພຽງ 4 ທີມທີ່ຍັງ...
25/12/2023

ຜົນການແຂ່ງຂັນ ແລະ ຕາຕະລາງຄະແນນຫຼ້າສຸດ ພາຍຫຼັງຈົບການແຂ່ງຂັນພຣີເມຍລີກ ອັງກິດ ນັດທີ 18 ລະດູການ 2023-24 ເຫຼືອພຽງ 4 ທີມທີ່ຍັງລົງຫຼິ້ນ 17 ນັດ ປະກົດວ່າ ທີມນໍາຂອງ ພຣີເມຍລີກ ຍັງບໍ່ປ່ຽນມື ໂດຍ ອາເຊນອລ ຍັງເປັນທີມນໍາ ຫຼັງສະເໝີ ອັນດັບ 2 ລິເວີພູລ 1-1 ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ຕົກຢູ່ອັນດັບ 8 ຫຼັງຈາກເສຍໃຫ້ ເວສແຮມ ຢູໄນເຕັດ 0-2 ແລະ ເຊລຊີ ຍັງ ຢູ່ໃນອັນດັບ 10 ຫຼັງຈາກເສຍໃຫ້ ວູບແຮມຕັນ 1-2
ແອສຕັນ ວິນລາ 1-1 ເຊບຟິວ ຢູໄນເຕັດ
ຟູແລມ 0-2 ເບີນລີ
ລູຕັນ ທາວ 1-0 ນິວຄາສເຊິນ ຢູໄນເຕັດ
ນອດຕິ້ງແຮັມ 2-3 ບອນມັດ
ສະເປີ 2-1 ເອຟເວີຕັນ

ຕາຕະລາງຄະແນນພຣີເມຍລີກ 2023-24 ວັນທີ 24 ທັນວາ 2023
1. ອາເຊນອນ 40 ຄະແນນ
2. ລິເວີພູລ 39 ຄະແນນ (ຊະນະ-ເສຍ +21)
3. ແອສຕັນ ວິນລາ 39 ຄະແນນ (ຊະນະ-ເສຍ +16)
4. ສະເປີ 36 ຄະແນນ
5. ແມນເຊັສເຕີ ຊິຕີ້ 34 ຄະແນນ
6. ເວສແຮມ 30 ຄະແນນ
7. ນິວຄາສເຊິນ ຢູໄນເຕັດ 29 ຄະແນນ
8. ແມນເຊັສເຕີ ຢູໄນເຕັດ 28 ຄະແນນ
9. ໄບຣສຕັນ 27 ຄະແນນ
10. ເຊລຊີ 22 ຄະແນນ (ຊະນະ-ເສຍ +1)
11. ວູບແຮັມຕັນ 22 ຄະແນນ (ຊະນະ-ເສຍ-7)
12. ບອນມັດ 22 ຄະແນນ (ຊະນະ-ເສຍ-8)
13. ຟູແລມ 21 ຄະແນນ
14. ເບຣນຟອດ 19 ຄະແນນ
15. ຄຣິສຕັນ ພາເລດ 18 ຄະແນນ
16. ເອຟເວີຕັນ 16 ຄະແນນ
17. ນອດຕິ້ງແຮັມ 14 ຄະແນນ
18. ລູຕັນ ທາວ 12 ຄະແນນ
19. ເບີນລີ 11 ຄະແນນ
20. ເຊບຟິວ ຢູໄນເຕັດ 9 ຄະແນນ

ຈັດລະດັບເກຣດຜູ້ຈັດການທີມ ພຣີເມຍລີກ ລະດູການ 2023/24+++++++++++++++++++++++++++++++++++++++++++++++ມາຮອດປະຈຸບັນ, ບານເຕະພຣີ...
22/12/2023

ຈັດລະດັບເກຣດຜູ້ຈັດການທີມ ພຣີເມຍລີກ ລະດູການ 2023/24
+++++++++++++++++++++++++++++++++++++++++++++++
ມາຮອດປະຈຸບັນ, ບານເຕະພຣີເມຍລີກ ລະດູການ 2023/24, ມີຜູ້ຈັດການທີມ 2 ຄົນທີ່ຖືກປົດອອກຈາກຕຳແໜ່ງຄື: ພໍ ເຮັກກິງບອດທອມ ຂອງ ເຊບຟິວ ຢູໄນເຕັດ ແລະ ຫວ່າງມໍ່ໆມານີ້, ສະຕີບ ຄູເປີ ຂອງ ນອດຕິງແຮມ ຟໍເຣສ ເຊິ່ງ ຜູ້ຈັດການທີມບາງຄົນຍັງມີໂອກາດຈະຖືກໄລ່ອອກ.
ເດລີເມລ, ສື່ມວນຊົນຈາກອັງກິດ, ໄດ້ຈັດລະດັບເກຣດຜູ້ຈັດການທີມ ອອກມາວ່າແຕ່ລະຄົນສົມຄວນສົມໄດ້ເກຣດ ດັ່ງນີ້
1. ອາເຊນອລ - ມິເກລ ອາເຕຕາ (B+)
2. ລິເວີພູລ - ເຈີເກັນ ຄັອບ (A)
3. ອາສຕັນ ວິນລາ - ອູໄນ ເອເມຣີ (A+)
4. ແມນເຊັສເຕີ ຊິຕີ້ - ເປບ ກວາດິໂອລາ ( B- )
5. ສະເປີ - ອັງເກ ປອສະເຕໂຄກລູ (B+)
6. ນິວຄາສເຊິນ - ເອດດີ ຮາວ (C)
7. ແມນເຊັສເຕີ ຢູໄນເຕັດ - ເອຣິກ ເທນຮາກ (D-)
8. ເວສແຮມ - ເດວິດ ມອຍ (B+)
9. ໄບຣຕັນ - ໂຣແບໂຕ ເດີ ເແຊບີ (C)
10. ເຊວຊີ - ໂປເຊັດຕິໂນ (F)
11. ຟູແລັມ - ມາໂກ ຊິລວາ (C+)
12. ເບຣນຟອດ - ທອມມັສ ແຟຣງ (C)
13.ວູບ - ແກລີ ໂອນີບ (B- )
14. ບອນມັດ - ອັນໂດນີ ອິຣາໂອລາ (B- )
15. ຄຣິສຕັນ ພາເລດ - ຣອຍ ຮັດສັນ (D-)
16. ເອຟເວີຕັນ - ຊອນ ໄດຊ (A)
17. ນອດຕິງແຮມ ຟໍເຣສ - ນູໂນ ເອສປິຣີໂຕ (?)
18. ລູຕັນ - ຣອບ ເອດເວີດ (C)
19. ເບີນລີ- ແວງຊອງ ກອມປານີ (D-)
20. ເຊບຟິວ ຢູໄນເຕັດ - ຄຣິສ ໄວເດີ (C)

12 ສະໂມສອນໃຫຍ່ ອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ. +++++++++++++++++++++++++++++++++++++++ວັນທີ 22 ເດືອນທັນວາ 2...
22/12/2023

12 ສະໂມສອນໃຫຍ່ ອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ.
+++++++++++++++++++++++++++++++++++++++

ວັນທີ 22 ເດືອນທັນວາ 2023, ການເຄື່ອນໄຫວພາຍຫຼັງ ສານສູງສຸດຂອງສະຫະພາບເອີຣົບ (ECJ) ໄດ້ຕັດສິນວ່າສະຫະພັນບານເຕະເອີຣົບ (UEFA) ແລະ ສະຫະພັນບານເຕະສາກົນ (FIFA) ບໍ່ມີອຳນາດທີ່ຈະຂັດຂວາງ. ການແຂ່ງຂັນ Super League ຜູ້ທີ່ຫວັງວ່າຈະແຍກຕົວອອກຈາກ UEFA ເພື່ອສ້າງຕັ້ງລີກໃຫມ່ ຫວັງວ່າຈະມີລາຍໄດ້ກ້ອນໃຫຍ່ເຂົ້າສະໂມສອນ ເຊິ່ງ ຄວາມຄິດດັ່ງກ່າວໄດ້ເກີດຂຶ້ນໃນປີ 2021 ໂດຍມີ 12 ສະໂມສອນໃຫຍ່ເຫັນດີ ກ່ອນທີ່ຈະຄ່ອຍໆຖອນຕົວອອກໄປ ຫຼັງຈາກທີ່ໄດ້ຮັບການຄັດຄ້ານຢ່າງໜັກໜ່ວງຈາກແຟນບານ.
ຫຼ້າສຸດ ມີ 12 ສະໂມສອນອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ. ຢ່າງເປັນທາງການປະກອບດ້ວຍ
ແມນເຊັສເຕີ ຢູໄນເຕັດ, ແອັດເລຕິໂກ ມາດຣິດ, ບາເຢິນ ມິວນິກ, ໂບຣຸສເຊຍ ດອດມຸນ, ປາຣີ ແຊັງ-ແຊັກແມັງ, ເຊບີຢາ, ບາເລນເຊຍ, ໂມນາໂກ, ໂຣມາ, ແມນເຊັສເຕີ ຊິຕີ້, ເຊລຊີ ແລະ ທັອດແນມ ຮັອດສະເປີ.

ແມນຊິຕີ, ອາເຊນອນ ຫວານຈ້ອຍ ຜົນການຈັບຄູ່ ຮອບ 16 ທີມ ຢູຟາ ແຊມປ້ຽນສລີກ 2023-2024, ພິທີຈັບສະຫລາກໄດ້ຈັດຂຶ້ນຢູ່ນະຄອນນີຢົງ. ສະວິ...
19/12/2023

ແມນຊິຕີ, ອາເຊນອນ ຫວານຈ້ອຍ ຜົນການຈັບຄູ່ ຮອບ 16 ທີມ ຢູຟາ ແຊມປ້ຽນສລີກ 2023-2024,
ພິທີຈັບສະຫລາກໄດ້ຈັດຂຶ້ນຢູ່ນະຄອນນີຢົງ. ສະວິດເຊີແລນ, ໄດ້ຮັບກຽດຈາກ ຈອນ ເທີຣີ ກອງຫຼັງຂອງ ເຊວຊີ ຊຸດແຊ້ມເອີຣົບ ປີ 2012 ມາເປັນແຂກຈັບສະຫຼາກ. ຕາມກົດລະບຽບທີ່ປະຕິບັດ ທີມຈາກປະເທດດຽວກັນ ແລະ ເຂົ້າຮ່ວມໃນຮອບແບ່ງກຸ່ມໝົດສິດພົບກັນເອງໃນຮອບນີ້. ແລະ ທີມທີ່ຈົບອັນດັບ 1 ໃນຮອບແບ່ງກຸ່ມ ຈະລົງແຂ່ງຂັນນັດທີ 2 ຢູ່ໃນບ້ານຕົນເອງ.
ການແຂ່ງຂັນນັດທີ 1 ຈະຈັດຂຶ້ນໃນກາງອາທິດໃນວັນທີ 13-14 ກຸມພາ ແລະ 20-21, ໂດຍນັດທີ 2 ຈະແຂ່ງຂັນໃນວັນທີ 5-6 ມີນາ ແລະ 12-13 ປີໜ້າ.

1. ລິເວີພູລ ປ່ຽນແປງ 9 ຜູ້ຫຼິ້ນລິເວີພູລ ມີການປ່ຽນແປງ 9 ຜູ້ຫຼີ້ນຈາກນັດທີ່ເສຍໃຫ້ ຢູນຽນ ແຊັງ-ຊິໂລອິສ 2-1 ເມື່ອວັນພະຫັດທີ່ຜ່າ...
18/12/2023

1. ລິເວີພູລ ປ່ຽນແປງ 9 ຜູ້ຫຼິ້ນ
ລິເວີພູລ ມີການປ່ຽນແປງ 9 ຜູ້ຫຼີ້ນຈາກນັດທີ່ເສຍໃຫ້ ຢູນຽນ ແຊັງ-ຊິໂລອິສ 2-1 ເມື່ອວັນພະຫັດທີ່ຜ່ານມາ, ໂດຍ Wataru Endo ແລະ Ibrahima Konate ສືບຕໍ່ລົງແຂ່ງເປັນຕົວຈິງ.
2. ແມັກທອມເປັນກັບຕັນຜີ - ແຣັສຟອດເປັນສຳຮອງ
ເອຣິກ ເທນແຮກ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ມອບຕໍາແໜ່ງຫົວໜ້າທີມໃຫ້ກັບ ສະກັອດ ແມັກໂທມິເນ່ ກອງກາງທີມຊາດສະກັອດແລນ ມາແທນທີ່ ບຣູໂນ ເຟີນານເດສ ທີ່ຖືກໂທດຫ້າມແຂ່ງ.
ສ່ວນ Marcus Rashford, ທີ່ບາດເຈັບ ແລະ ພາດເກມ ແຊ້ມປ້ຽນລີກ ນັດທີ່ເສຍໃຫ້ ບາເຢິນ ມິວນິກ 1-0 ແລະ ຕົກຮອບແບ່ງກຸ່ມ ແລະ ກັບຄືນສູ່ທີມເປັນພຽງຕົວສໍາຮອງ
3. ເຄິ່ງເວລາທຳອິດ ຜີສາດຄຸມ.
ການເສຍ 7-0 ປີທີ່ຜ່ານມາເຮັດໃຫ້ Ten Hag ມີບົດຮຽນທີ່ຈົດຈໍາໄດ້ດີ. Manchester United ຫຼິ້ນໂດຍເນັ້ນໃສ່ການປ້ອງກັນທີ່ເຄັ່ງຄັດທີ່ສຸດ ແລະ ປະກົດວ່າ ຕະຫຼອດ 45 ນາທີທໍາອິດ ຜີສາດແດງມີລະບົບປ້ອງກັນທີ່ແໜ້ນໜາ ເຮັດໃຫ້ທີມບໍ່ເສຍປະຕູ
4. ສະເຫມີ ຄືກັບເສຍ.
ຫຼັງຈາກເຄິ່ງເວລາທໍາອິດຈົບລົງດ້ວຍຜົນສະເໝີ, ໃນເຄິ່ງເວລາທີສອງ ລິເວີພູລ ໄດ້ບຸກເຕັມທີ່, ແຕ່ປະກົດວ່າໃນເກມນີ້ ຜູ້ຫຼິ້ນ ຂອງ ຜີສາດແດງ ຊ່ວຍກັນສະກັດໄດ້ທຸກຄັ້ງ ໂດຍສະເພາະ ຣາຟາເອລ ວາຣານ ແລະ ອີແວນ ທີ່ສາມາດຕັ້ງຮັບປ້ອງກັນການບຸກທີ່ອັນຕະລາຍໄດ້ເກືອບທຸກຈັງຫວະ
ຈົບ 90 ນາທີ ສະຖິຕິລະບຸວ່າ ລິເວີພູລ ຄອງບານໄດ້ 69:31% ແລະ ມີໂອກາດຍິງປະຕູຫຼາຍເຖິງ 34 ຄັ້ງ, ສາມາດຍິງບານເຂົ້າກອບໄດ້ 8 ຄັ້ງ, ແຕ່ຈົບລົງດ້ວຍຄະແນນ 0-0 ກາຍເປັນເກມພຣີເມຍລີກທີ່ ຫົງແດງ ມີໂອກາດຍິງປະຕູໄດ້ຫຼາຍທີ່ສຸດ ແຕ່ບໍ່ສາມາດສົ່ງບານເຂົ້າປະຕູ
5. ຈຸດປ່ຽນຂອງຜີສາດແດງ?

ຫຼັງຈາກ ສະເໝີກັນ 0-0 ເກັບ 1 ຄະແນນ ອອກມາຈາກ ແອນຟິວໄດ້ ອາດຈະເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ກັບມາສູ່ຄວາມໝັ້ນໃຈໄດ້ອີກຄັ້ງ ຫຼັງຈາກທີ່ພວກເຂົາມີຜົນງານເສຍມາ 3 ນັດຕິດ ຫຼັງຈາກຖືກເຂ່ຍຕົກຮອບ ແຊມປ້ຽນສລີກ ແລະ ຕົກຮອບຈາກ ຄາຣາບາວ ຄັບ ແລະ ຍັງເຫຼືອພຽງ 2 ລາຍການລຸ້ນຕໍ່ ຄື: ເຕະບານ ເອຟເອ ຄັບ ແລະ ພຣີເມຍລີກ

ທີມຍິງ ຊ້າງນ້ອຍ ຄອງແຊ້ມ ບານເຕະ ລາວລີກຍິງ ປະຈຳປີ 2023++++++++++++++++++++++++++++++++++++++ການແຂ່ງຂັນເຕະບານ ລາວລີກ ປະຈຳປີ...
12/12/2023

ທີມຍິງ ຊ້າງນ້ອຍ ຄອງແຊ້ມ ບານເຕະ ລາວລີກຍິງ ປະຈຳປີ 2023
++++++++++++++++++++++++++++++++++++++
ການແຂ່ງຂັນເຕະບານ ລາວລີກ ປະຈຳປີ 2023 ປິດສາກລົງ ໃນວັນທີ 10 ທັນວາ 2023 ດ້ວຍການຄອງແຊ້ມ ຂອງ ສະໂມສອນ ຊ້າງນ້ອຍ ທີມຍິງ ດ້ວຍຜົນງານ ແຂ່ງຂັນ 14 ນັດ ຊະນະ 13 ນັດ ເສຍ 1 ນັດ ມີ 39 ຄະແນນ ໄດ້ຮັບຂັນ,ຫລຽນຊະນະເລີດ ແລະ ໄດ້ຮັບເງິນລາງວັນ 100 ລ້ານກີບ
- ອັນດັບ 2 ເອສະຣາ ໄດ້ຮັບເງິນ 50 ລ້ານກີບ ແຂ່ງຂັນ 14 ນັດ ຊະນະ 8 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 28 ຄະແນນ ເທົ່າກັບ ມາສເຕີ້ ເຊເວັ້ນ ແຕ່ ເອສະຣາ HEAD TO HEAD ດີກວ່າ
- ອັນດັບ 3 ມາສເຕີ້ ເຊເວັ້ນ ໄດ້ຮັບເງິນ 20 ລ້ານກີບ ແຂ່ງຂັນ 14 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 28 ຄະແນນ
- ອັນດັບ 4 ນໍ້າທາ ແຂ່ງຂັນ 14 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສບ 4 ນັດ ມີ 21 ຄະແນນ
- ອັນດັບ 5 ຈຳປາສັກ ແຂ່ງຂັນ 14 ນັດ ຊະນະ 6 ນັດ ເສຍ 8 ນັດ ມີ 18 ຄະແນນ
- ອັນດັບ 6 ກອງທັບ ແຂ່ງຂັນ 14 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 6 ນັດ ມີ 18 ຄະແນນ
- ອັນດັບ 7 ຫຼວງພະບາງ ແຂ່ງຂັນ 14 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສບ 10 ນັດ ມີ 10 ຄະແນນ
- ອັນດັບ 8 ວຽງຈັນ ແຂ່ງຂັນ 14 ນັດ ເສຍ 14 ນັດ ມີ 0 ຄະແນນ
• ລາງວັນປະເພດບຸກຄົນ
- ຄູຝຶກດີເດັ່ນຕົກເປັນຂອງ ພຸດປະສົງ ແສງດາລາວົງ ຄູຝຶກ ຈາກ ສະໂມສອນ ຊ້າງນ້ອຍ
- ລາງວັນຜູ້ຮັກສາປະຕູດີເດັ່ນ ບັງອອນ ພອນໄຊ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ລົງສະຫນາມ 11 ນັດ ເສຍພຽງ 7 ປະຕູ
- ລາງວັນນັກກິລາດີເດັ່ນ ວິລິນທອນ ວົງແສງທອງ ຈາກ ສະໂມສອນ ຊ້າງນ້ອຍ ລົງສະຫນາມ 14 ນັດ ຍິງໄດ້ 2 ປະຕູ
- ລາງວັນຜູ້ຍິງປະຕູສູງສຸດ ໃຈຄຳ ໄຊຍະປະເສິດ ຈາກ ສະໂມສອນ ມາສເຕິ້ ເຊເວັ້ນ ລົງສະຫນາມ 14 ນັດ ຍິງໄດ້ 31 ປະຕູ

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2023+++++++++++++++++++++++++++++++++++ສະຫະພັນບານເຕະແຫ່ງຊາດ...
12/12/2023

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2023
+++++++++++++++++++++++++++++++++++
ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2023 ເພື່ອສະຫຼຸບການເຄື່ອນໄຫວບັນດາວຽກງານ ຂອງ ສຕລ ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ໃນວັນທີ 10 ທັນວາ 2023, ພາຍໃຕ້ການເປັນປະທານ ຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຄະນະບໍລິຫານງານ ສຕລ, ຕາງໜ້າຈາກບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023,

ຜົນງານ ຕະຫຼອດໄລຍະ 1 ປີທີ່ຜ່ານມາໃນການພັດທະນາກິລາບານເຕະລາວໃນການແຂ່ງຂັນບານເຕະລາວລີກ1, ລາວລີກ2, ທີມຊາດລາວຊາຍແລະຍິງ,ພັດທະນາຄູຝຶກ,ກໍາມະການຕັດສິນ,ວຽກງານນິຕິກໍາ,ວຽກງານສື່ມວນຊົນ,ວຽກງານການຕະຫຼາດ, ການພັດທະນາໂຄງລ່າງພື້ນຖານ ແລະ ວຽກງານອື່ນໆ, ສຳລັບແຜນການແຂ່ງຂັນປະຈຳປີ 2024 ຈະມີ7 ລາຍການປະກອບມີ:
• ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2024/25
• ການແຂ່ງຂັນບານເຕະ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 16
• ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 19 ປີ
• ບານເຕະຊິງຂັນ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ປະຈຳປີ 2024/25
• ການແຂ່ງຂັນບານເຕະ ລາວລີກຍິງ 2024
• ຈັດການແຂ່ງຂັນບານເຕະ ລາວຟຸດຊໍ ລີກ 2024
• ການແຂ່ງຂັນບານເຕະ ລາວລີກ2 ປະຈໍາປີ 2024 ແລະ ການແຂ່ງຂັນມັດທະຍົມຕົ້ນ-ປາຍ.

ໃນຕອນທ້າຍ ຂອງ ພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມ,ເຊິ່ງ ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດໄດ້ຜົນງານຕະຫຼອດ1ປີຜ່ານມາ.

ສຕລ ຈະສືບຕໍ່ໃຫ້ງົບ 120 ລ້ານກີບ ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນ 5 ລາຍການ +++++++++++++++++++ສະ...
11/12/2023

ສຕລ ຈະສືບຕໍ່ໃຫ້ງົບ 120 ລ້ານກີບ ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນ 5 ລາຍການ
+++++++++++++++++++
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 09 ທັນວາ 2023 ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມຈາກສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

ກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານການພັດທະນາກິລາບານເຕະທົ່ວປະເທດໃນໄລຍະຫນຶ່ງປີທີ່ຜ່ານມາ. ໂດຍໃນປີ 2024 ສຕລ ຈະສືບຕໍ່ໃຫ້ງົບປະມານຈັດການແຂ່ງຂັນ ຈໍານວນ 120 ລ້ານກີບ ໃຫ້ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ດັ່ງຕໍ່ໄປນີ້:

• ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ)

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

ສະຫະພັນບານເຕະແຫ່ງຊາດລາວ ຮຽກຮ້ອງໃຫ້ບັນດາສະຫະພັນບານຄົ້ນຄວ້າ, ປຶກສາຫາລື ເພື່ອໃຫ້ການແຂ່ງຂັນດັ່ງກ່າວ ສາມາດຈັດຂຶ້ນໄດ້ໃນປີ 2024 ທີ່ຈະມາຮອດນີ້.

ໃນງານດັ່ງກ່າວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ລາຍງານເຖິງຈຸດປະສົງຂອງກອງປະຊຸມ ແມ່ນສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນການຂອງ ສຕລ ທີ່ນຳກົດໄວ້ໃຫ້ປະກົດຜົນເປັນຈິງ ໃນນັ້ນແມ່ນການປະສານສົມທົບກັບສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງ.

ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ລາຍງານກ່ຽວກັບການຈັດແຂ່ງຂັນຂອງ ສຕລ ຮ່ວມກັບ ສຕຂ/ນວ ປະຈຳປີ 2023 ເຊິ່ງປະກອບມີການແຂ່ງຂັນລາວລີກ 2 ມີທັງຫມົດ 9 ແຂວງທີ່ສາມາດຈັດແຂ່ງຂັນໄດ້ ໂດຍມີທັງຫມົດ 62 ທີມ ມີນັກກິລາທັງຫມົດ 1740, ນັດແຂ່ງຂັນທັງຫມົດ 500 ນັດ, ສະຫນາມແຂ່ງຂັນ 9 ສະຫນາມ ແລະ ຄະນະຄູຝຶກທັງຫມົດ 121 ຄົນ, ມັດທະຍົມຕອນຕົ້ນ ຕອນຕົ້ນ - ຕອນປາຍ ຍິງ - ຊາຍ ມີທັງຫມົດ 246 ທີມຈາກທັງຫມົດ 8 ແຂວງ.

ໃນກອງປະຊຸມ ບັນດາຜູ້ຕາງໜ້າ ສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ໄດ້ປະກອບຄວາມຄິດເຫັນໃນການປະຕິບັດວຽກງານໃນໄລຍະປີ 2023 ຜ່ານມາ ແລະ ຜ່ານແຜນຈັດຕັ້ງປະຕິບັດໃນປີ 2024, ເຊິ່ງໃນກອງປະຊຸມ ແມ່ນໄດ້ຕົກລົງເຫັນດີເລືອກ ແຂວງບໍລິຄຳໄຊ ຈັດກິດຈະກຳ AFC WOMEN’S FOOTBALL DAY 2024 ໃນເດືອນມີນາ ແລະ ແຂວງຜົ້ງສາລີ ຈັດກິດຈະກຳ AFC GRASSROOTS FOOTBALL DAY 2024 ໃນເດືອນພຶດສະພາ.

5 ປະເດັນ ຈາກ ນັດແຂ່ງຂັນ ທີ່ ແມນເຊັສເຕີ ຢູໄນເຕັດ ກັບຄືນສູ່ເສັ້ນທາງໄຊຊະນະອີກຄັ້ງ ແລະ ເກັບ 3 ຄະແນນໄດ້ດ້ວຍຜົນງານທີ່ໜ້າປະທັບໃ...
07/12/2023

5 ປະເດັນ ຈາກ ນັດແຂ່ງຂັນ ທີ່ ແມນເຊັສເຕີ ຢູໄນເຕັດ ກັບຄືນສູ່ເສັ້ນທາງໄຊຊະນະອີກຄັ້ງ ແລະ ເກັບ 3 ຄະແນນໄດ້ດ້ວຍຜົນງານທີ່ໜ້າປະທັບໃຈ, ເອົາຊະນະ ເຊວຊີ ຫວຸດຫວິດ 2-1
1. ຜີສາດແດງພັກ ແຣຊຟອດ ຕາມຄາດ.
ແມນເຊັສເຕີ ຢູໄນເຕັດ ປັບຕົວຕາມຄາດ ໂດຍພັກ ມາກຄັສ ແຣສຟອດ ທີ່ຍັງຫຼິ້ນຢ່າງໜ້າຜິດຫວັງໄປນັ່ງສຳຮອງ ພ້ອມກັບ ອອງໂຕນີ ມາກຊີຢາລ.
ສ່ວນ ຣາຟາເອລ ວາຣານ ກອງຫຼັງຊາວຝຣັ່ງ ບໍ່ມີຊື່ໃນເກມນີ້ ເນື່ອງຈາກບາດເຈັບຫຼັງ. ແຕ່ ເທນຮາກຍັງສົ່ງ ຈອນນີ ອີແວນ ລົງສະໜາມ
2. ເຊວຊີ ບໍ່ມີ ຄັລລາເກີ ທີ່ຖືກໂທດຫ້າມແຂ່ງ.
ເຊວຊີ ມາຢາມ ແມນຢູ ໂດຍບໍ່ມີກອງກາງຊາວອັງກິດ ຄໍເນີ ຄັລລາເກີ ເຊິ່ງຖືກໂທດຫ້າມແຂ່ງ ຫຼັງຈາກຖືກໄລ່ອອກໃນບ້ານນັດທີ່ຊະນະ ໄບຣຕັນ 3-2.
3. ບຣູໂນ ເຟີນັນເດສ ພາດຍິງລູກໂທດ ຂຶ້ນນຳ
ເມື່ອແມນເຊສເຕີ ຢູໄນເຕັດ ເລີ່ມເກມບຸກຢ່າງຮ້ອນແຮງ. ແລະ ຄວນຈະໄດ້ປະຕູຂຶ້ນນໍານາທີ 8 ຈາກຈັງຫວະທີ່ ອັນໂຕນີ່ ຖືກ ອນໂຊ ເຟີນານເດສ ເຮັດໄໝ, ແຕ່ ບຣູໂນ ເຟີນັນເດສ ຍິງປະຕູ ຖືກ ໂຣແບໂຕ ຊານເຊສ ປ້ອງກັນໄດ້.
4. ສະກອດ ແມກໂທມິເນ ຄວນມີ ແຮດທຣິກ
ແມນເຊັສເຕີ ຢູໄນເຕັດ ໄດ້ 2 ປະຕູທີ 2 ຈາກການຍິງ ຂອງ ສະກອດ ແມກໂທມິເນ ແຕ່ນັບຈາກໂອກາດຫຼາຍໃນເກມນີ້ ແທ້ຈິງແລ້ວ, ກອງກາງທີມຊາດສະກັອດແລນສາມາດຍິງໄດ້ແຮກທຣິກໃນຂະນະທີ່ມີໂອກາດຍິງປະຕູຫຼາຍກວ່າຄົນອື່ນ
5. ເຊວຊີ ກັບຝັນຮ້າຍທີ່ ໂອລແທຣຟຟອດ
ເຊວຊີ ເອົາຊະນະ ທີ່ ໂອລແທຣຟຟອດ ຄັ້ງສຸດທ້າຍ ໃນປີ 2013 , ລວມແລ້ວ ແມນເຊັສເຕີ ຢູໄນເຕັດ ບໍ່ໄດ້ເສຍໃຫ້ກັບ ເຊວຊີ ໃນລີກ 12 ນັດຕິດຕໍ່ກັນນັບຕັ້ງແຕ່ເສຍ 1-0 ທີ່ສະໜາມສະແຕມຟອດ ບຣິດ ໃນເດືອນພະຈິກ 2017, ຈາກສະຖິຕິຊະນະ 5 ນັດ ແລະ ສະເໝີ 7 ນັດ.

ຄວາມພ້ອມກ່ອນການແຂ່ງຂັນ ພຣີເມຍລີກອັງກິດ ລະຫວ່າງ ແມນເຊສເຕີ ຢູໄນເຕັດ ພົບ ເຊວຊີ ເອຣິກ ເທນຮາກ ຜູ້ຈັດການທີມ “ຜີສາດແດງ” ກ່າວວ່າ...
06/12/2023

ຄວາມພ້ອມກ່ອນການແຂ່ງຂັນ ພຣີເມຍລີກອັງກິດ ລະຫວ່າງ ແມນເຊສເຕີ ຢູໄນເຕັດ ພົບ ເຊວຊີ
ເອຣິກ ເທນຮາກ ຜູ້ຈັດການທີມ “ຜີສາດແດງ” ກ່າວວ່າ ຜົນງານທີ່ ໜ້າຜິດຫວັງ ສະພາບທີມຍັງມີນັກເຕະບາດເຈັບຫຼາຍຄົນ ທັງ ຄາເຊມີໂຣ, ລິຊານໂດຣ, ຈອນນີ ອິແວນ, ຄຣິສຕຽນ ອິຣິກເຊນ, ອາມັດ ດິອາໂລ ທັງນີ້ຕ້ອງລໍຖ້າສະພາບຂອງ ເມສສັນ ເມົ້າ ທີ່ເຈັບ ຫາກໍ່ກັບມາຝຶກຊ້ອມໄດ້
ຮູບຮ່າງຂອງທີມອາດຈະຫຼຸດລົງທັງ ມາຄັສ ແຣສຟອດ ແລະ ອອງໂຕນີ ມາກຊີຢາລ ຫຼັງຈາກແຕ່ລະຄົນເຮັດຜົນງານບໍ່ດີ ໃນນັດທີ່ເສຍໃຫ້ ນິວຄາສເຊິນ 0-1, ຕ້ານ ຣາສມຸສ ຮອຍລຸນ ແລະ ອັນໂຕນີ ອາດກັບຄືນສູ່ເກມອີກຄັ້ງ
ສ່ວນ ເມົາຣິຊິໂອ ໂປເຊດຕິໂນ ຜູ້ຈັດການທີມ ຢືນຢັນວ່າ 2 ນັກເຕະດາວລຮຸ່ງ ໂນນີ ມາດູເອເກ້ ແລະ ເລສລີ ອູໂກຈຸກວູ ບາດເຈັບເພີ່ມອີກ ຂະນະທີ່ ຄຣິສໂຕເຟີ ເອັນກຸນກູ ແລະ ໂຣເມໂອ ລາເວຍ ຍັງບໍ່ພ້ອມລົງສະໜາມ. ເຊິ່ງຖືວ່າຈະມີຜູ້ຫຼິ້ນບາດເຈັບຫຼາຍກວ່າສິບຄົນ, ລວມທັງ ຄໍເນີ ກາລາເກີ ທີ່ຖືກຫ້າມຈາກບັດສີແດງ ຢ່າງໃດກໍຕາມ, ຣິສ ເຈມສ ແລະ ມາກ ກູກູເລຢາ ກັບຄືນມາເສີມທີມໄດ້

ຜູ້ຫຼິ້ນຄາດວ່າຈະລົົງສະຫນາມ
Manchester United (4-2-3-1): Andre Onana - Diogo Dalot, Harry Maguire, Victor Lindelof, Luke Shaw - Scott McTominay, Cobby Mainu - Antoni, Bruno Fernandes, Alejandro Carnacio - Rasmus Hoylu.
Chelsea (4-2-3-1): Robert Sanchez - Reece James, Axel Disasi, Benoit Badiachill, Levi Colville - Moy Ces Caicedo, Enzo Fernandez - Raheem Sterling, Cole Palmer, Mikailo Mudric - Nicolas Jackson

ຕາຕະລາງຄະແນນ ບານເຕະ ຢູຟາ ແຊມປ້ຽນສລີກ ຫຼັງຜ່ານການແຂ່ງຂັນ ນັດທີ 5
01/12/2023

ຕາຕະລາງຄະແນນ ບານເຕະ ຢູຟາ ແຊມປ້ຽນສລີກ ຫຼັງຜ່ານການແຂ່ງຂັນ ນັດທີ 5

ສຕລ ຮ່ວມກັບ FiFa ຈັດພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS++++++++++++++++++ມີຄວາມຄຶກຄື້ນ ແລະ ມ່ວນຊື...
30/11/2023

ສຕລ ຮ່ວມກັບ FiFa ຈັດພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS
++++++++++++++++++
ມີຄວາມຄຶກຄື້ນ ແລະ ມ່ວນຊື່ນ ໃຫ້ໄດ້ມີທັກສະ ແລະ ການຝຶກຝົນ, ຄວາມສາມັກຄີ ແລະ ສາຍພົວພັນກັນຂຶ້ນຕື່ມອີກ ເມື່ອ ສຕລ ຮ່ວມກັບ FiFa ເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS

ໂດຍໄດ້ມີພິທີເປີດຢ່າງເປັນທາງການ ຫຼັງມີການເຟິກອົບຮົມໃຫ້ຄູຝຶກ, ຄູອາຈານໃນບັນດາໂຮງຮຽນຕ່າງໆເຂົ້າຮ່ວມຮຽນຮູ້ຫຼາກຫຼາຍທັກສະ ທີ່ນະຄອນຫຼວງວຽງຈັນ ວັນທີ 30 ພະຈິກ 2023 ຢູ່ທີ່ສູນຝຶກຈໍາປີ - ຈໍາປາ ສະຫນາມກິລາແຫ່ງຊາດຫຼັກ 16

ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີຢ່າງເປັນທາງການ ສຳລັບຈຸດປະສົງຂອງໂຄງການນີ້ ແມ່ນຈະສຸ່ມໃສ່ການພັດທະນາກິລາບານເຕະໃນໂຮງຮຽນຫຼັກ ຊຶ່ງໄດ້ເນັ້ນໃຫ້ບັນດາຄູພາລະ ໄດ້ຮັບການຝຶກແອບບຢ່າງຖືກວິທີ ແລະ ສົ່ງເສີມນ້ອງນັກຮຽນ ທີ່ມີຄວາມຮັກໃນກິລາບານເຕະ ທີ່ມີຄວາມຮັກມັກໃນກິລາບານເຕະ ສາມາດເຂົ້າເຖິງການຫລິ້ນບານເຕະໃນໂຮງຮຽນໃຫ້ຫລາຍຂຶ້ນ ແລະ ຮຽນຮູ້ທັກສະນະໃນການດຳລົງຊີວິດ. ໃນສອງມື້ທີ່ຜ່ານ,ໄດ້ມີການຈັດຝຶກອົບຮົມພາກທິດສະດີ ແລະ ຝຶກແອບພາກປະຕິບັດຕົວຈິງໃຫ້ແກ່ບັນດາຄູຝຶກພາລະ ຈຳນວນ 80 ທ່ານ ມາຈາກ 80 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ເຊິ່ງບັນດາຄູຝຶກເຫລົ່ານີ້ຈະເປັນຜູ້ນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນິ້ ໄປຂະຫຍາຍສິດຕໍ່ບັນດາຄູພາລະຜູ້ອື່ນໆຕື່ມອີກ ແລະ ຈະໄດ້ມີໂຄງການນິ້ຍັງສຶບຕໍ່ຈັດຕັ້ງປະຕິບັດໃຫ້ແກ່ບັນດາໂຮງຮຽນຢູ່ຕ່າງແຂວງໃນຕໍ່ຫນ້າ.

ຂະນະທີ່ ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ໄດ້ເວົ້າເຖິງ ໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ແມ່ນໄດ້ເລີ້ມຕົ້ນໂຄງການໃນປີ 2019 ໂດຍໃນປັດຈຸບັນ ມີຫຼາຍກວ່າ 100 ປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຂ້າພະເຈົ້າຫວັງວ່າ ຈະໄດ້ນັກກິລາເຍົາວະຊົນ, ຄູອາຈານ ເປັນຕົວແທນຂອງປະທດ ( FIFA F4S AMBASSADORS ) ແລະ ຈະໄດ້ຮຽນຮູ້ທັກສະການຫລິ້ນກິລາບານເຕະ ເພື່ອກ້າວເປັນນັກກິລາອາຊີບໃນຕໍ່ຫນ້າ.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ທີ່ໄດ້ໃຫ້ການສະຫນັບສະຫນູນຊ່ວຍເຫລືອໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຊຶ່ງໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນ ທັງນີ້ກໍເສີມສ້າງຄວາມເຂັ້ມແຂງທາງສະມາທິ, ທາງດ້ານກຳລັງເຫື່ອແຮງ ເພາະວ່າການຫລິ້ນກິລາຊ່ວຍໃຫ້ສຸຂະພາບແຂງແຮງ ເຊິ່ງເປັນປັດໃຈຕົ້ນຕໍອັນຫນຶ່ງທີ່ຊ່ວຍໃຫ້ມີຊິວິດທີ່ສົດໃສ ກໍຄືເປັນກຳລັງແຮງໃຫ້ເຮົາໄດ້ເຂົ້າໂຮງຮຽນ, ສຳລັບຈຸດປະສົງທີ 2 ໄດ້ໃຫ້ຄູອາຈານ ຄູພາລະສຶກສາ ໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການສິດສອນກິລາບານເຕະໃຫ້ຖືກວິທີ ເຊິ່ງໂຄງການ FIFA FOOTBALL FOR SCHOOLS ເຊິ່ງໄດ້ສອດຄ່ອງກັບນະໂຍບາຍການພັດທະນາກິລາ ໂດຍສະເພາະແມ່ນກິລາບານເຕະຢູ່ໃນ ສປປລາວ ແລະ ຂ້າພະເຈົ້າຫວັງວ່າທັງຄູຝຶກ ແລະ ນັກກິລາ ຈະເອົາໃຈໃສ່ຮ່ວມໃນກິດຈະກຳດັ່ງກ່າວນີ້ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນນັກກິລາດີເດັ່ນທີ່ພອນສະຫວັນ ເພື່ອສະຫນອງໃຫ້ກັບ ທີມຊາດລາວ ໃນທຸກຮຸ່ນອາຍຸ ໃນອະນາຄົດນີ້.

ໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຈັດຂຶ້ນໃນຫລາຍປະເທດ ເຊິ່ງໄດ້ເນັ້ນຢໍ້າຕື່ມວ່າ ໂຄງການດັ່ງກ່າວ ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ. ທ່ານຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນ. ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະ ການເປັນຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ຮ່ວມມືກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນ.

ຜົນການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 30/11/2023
30/11/2023

ຜົນການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 30/11/2023

ລີຊາ BLACKPINK” ປະກົດຕົວຕິດຂອບສະໜາມຊົມການແຂ່ງຂັນ ຢູຟາ ແຊມປ້ຽນສລີກ ຮອບແບ່ງກຸ່ມ 2023-24  ຄູ່ລະຫວ່າງ ປາຣິສ ແຊັງ-ແຊັກແມັງ ແລ...
29/11/2023

ລີຊາ BLACKPINK” ປະກົດຕົວຕິດຂອບສະໜາມຊົມການແຂ່ງຂັນ ຢູຟາ ແຊມປ້ຽນສລີກ ຮອບແບ່ງກຸ່ມ 2023-24 ຄູ່ລະຫວ່າງ ປາຣິສ ແຊັງ-ແຊັກແມັງ ແລະ ນິວຄາສເຊິນ ຢູໄນເຕັດ
ວັນທີ 29 ພະຈິກ 2023 ລະລິສາ ມະໂນບານ ຫຼື “ລີຊາ BLACKPINK” ປະກົດຕົວເບິ່ງການແຂ່ງຂັນບານເຕະລະຫວ່າງ “PSG” ປາຣີສ ແຊັງ-ແຊັກແມັງ ພາຍໃຕ້ການນຳພາຂອງ ຫຼຸຍ ເອັນຣິເກ ຄູຝຶກຊາວສະເປນ ທີ່ເປີດສະໜາມຕ້ອນຮັບການມາຢາມ ຂອງ ນິວຄາສເຊິນ ຢູໄນເຕັດ ພາຍໃຕ້ການຄຸມທີມ ຂອງ ເອັດດີ້ ຮາວ

ຕາຕະລາງການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 30/11/2023
29/11/2023

ຕາຕະລາງການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 30/11/2023

ຜົນການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ ວັນທີ 29/11/2023
29/11/2023

ຜົນການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ ວັນທີ 29/11/2023

ຕາຕະລາງການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 29/11/2023
28/11/2023

ຕາຕະລາງການແຂ່ງຂັນ ບານເຕະ ຢູຟາ ແຊມປ້ຽນສລີກ 29/11/2023

2 ດາວຮຸ່ງ ແມນເຊສເຕີ ຢູໄນເຕັດ ມີລາຍຊື່ຕິດ 11 ຜູ້ຫຼິ້ນດີເດັ່ນ ພຣີເມຍລີກ ອັງກິດ2023-2024 ປະຈໍານັດທີ 13ຜູ້ຮັກສາປະຕູ: ອັງເດຣ ...
28/11/2023

2 ດາວຮຸ່ງ ແມນເຊສເຕີ ຢູໄນເຕັດ ມີລາຍຊື່ຕິດ 11 ຜູ້ຫຼິ້ນດີເດັ່ນ ພຣີເມຍລີກ ອັງກິດ2023-2024 ປະຈໍານັດທີ 13
ຜູ້ຮັກສາປະຕູ: ອັງເດຣ ໂອນານາ (ແມນເຊັສເຕີ ຢູໄນເຕັດ)
ກອງຫຼັງ: ເທຣນ ອາເລັກຊານເດີ ອາໂນ (ລິເວີພູລ)
ກອງຫຼັງ: ມານູເອວ ອາຄານຈີ (ແມນເຊັສເຕີ ຊິຕີ້)
ກອງຫຼັງ: ຈາມາລ ລາສເຊລ (ນິວຄາສເຊິນ)
ກອງຫຼັງ: ດີໂອໂກ ດາໂລ (ແມນເຊັສເຕີ ຢູໄນເຕັດ)
ກອງກາງ: ຄັອບບີ ໄມນູ (ແມນເຊັສເຕີ ຢູໄນເຕັດ)
ກອງກາງ: ດີແຄລນ ໄຣສ (ອາເຊນອລ)
ກອງກາງ: ທອມ ແຄຣນີ (ຟູແລມ)
ກອງກາງ: ແອນໂທນີ ກໍດອນ (ນິວຄາສເຊິນ)
ກອງໜ້າ: ອາເລຮານໂດຣ ການາໂຊ (ແມນເຊັສເຕີ ຢູໄນເຕັດ)
ກອງໜ້າ: ເຈົາ ເປຣໂດ (ໄບຣຕັນ)

ສະຖິຕິ “ເອຟເວີຕັນ” ພົບ “ແມນເຊັສເຕີ ຢູໄນເຕັດ” ຜົນງານແຂ່ງຂັນ 5 ນັດຫຼັງສຸດ ເອຟເວີຕັນ11/11/23 ຊະນະ ຄຣິສຕັລ ພາເລດ 3-2 (ພຣີເມຍ...
26/11/2023

ສະຖິຕິ “ເອຟເວີຕັນ” ພົບ “ແມນເຊັສເຕີ ຢູໄນເຕັດ”
ຜົນງານແຂ່ງຂັນ 5 ນັດຫຼັງສຸດ ເອຟເວີຕັນ
11/11/23 ຊະນະ ຄຣິສຕັລ ພາເລດ 3-2 (ພຣີເມຍລີກ)
04/11/23 ສະເໝີ Brighton 1-1 (ພຣີເມຍລີກ)
01/11/23 ຊະນະ ເບີນລີ 3-0 (Carabao Cup)
29/10/23 ຊະນະ ເວສແຮມ 1-0 (ພຣີເມຍລີກ)
21/10/23 ເສຍໃຫ້ ລິເວີພູລ 0-2 (ພຣີເມຍລີກ)
ຜົນງານແຂ່ງຂັນ 5 ນັດຫຼັງສຸດ ແມນເຊັສເຕີ ຢູໄນເຕັດ
11/11/23 ຊະນະ ລູຕັນ ທາວ 1-0 (ພຣີເມຍລີກ)
08/11/23 ເສຍໃຫ້ ໂຄເປນຮາເກນ 3-4 (ຢູຟາ ແຊ້ມປ້ຽນລີກ)
04/11/23 ຊະນະ ຟູແລັມ 1-0 (ພຣີເມຍລີກ)
01/11/23 ເສຍໃຫ້ ນິວຄາສເຊິນ 0-3 (Carabao Cup)
29/10/23 ເສຍໃຫ້ ແມນເຊັສເຕີ ຊິຕີ້ 0-3 (ພຣີເມຍລີກ)
ຜົນງານພົບກັນ 5 ນັດຫຼັງສຸດ
08/04/23 ແມນເຊັສເຕີ ຢູໄນເຕັດ ຊະນະ ເອຟເວີຕັນ 2-0 (ພຣີເມຍລີກ)
07/01/23 ແມນເຊັສເຕີ ຢູໄນເຕັດ ຊະນະ ເອຟເວີຕັນ 3-1 (ເອຟເອຄັບ)
10/10/22 ເອຟເວີຕັນ ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ 1-2 (ພຣີເມຍລີກ)
09/04/22 ເອຟເວີຕັນ ຊະນະ ແມນເຊັສເຕີ ຢູໄນເຕັດ 1-0 (ພຣີເມຍລີກ)
02/10/21 ແມນເຊັສເຕີ ຢູໄນເຕັດ ສະເໝີ ເອຟເວີຕັນ 1-1 (ພຣີເມຍລີກ).

4 ປະເດັນ ຈາກ ແມນເຊັສເຕີ ຊິຕີ້ ສະເໝີ ລິເວີພູລ 1-1 1. ເອຕິຮັດ ສະເຕດຽມ ຍັງເປັນກໍາແພງເຫຼັກສໍາລັບ ລິເວີພູລລິເວີພູລ ເອົາຊະນະ ແ...
26/11/2023

4 ປະເດັນ ຈາກ ແມນເຊັສເຕີ ຊິຕີ້ ສະເໝີ ລິເວີພູລ 1-1
1. ເອຕິຮັດ ສະເຕດຽມ ຍັງເປັນກໍາແພງເຫຼັກສໍາລັບ ລິເວີພູລ
ລິເວີພູລ ເອົາຊະນະ ແມນເຊັສເຕີ ຊິຕີ້ ທີ່ສະໜາມ ເອຕິຮັດ ສະເຕດຽມ ໃນພຣີເມຍລີກ ຄັ້ງຫຼ້າສຸດໃນປີ 2015. ໃນ 16 ນັດຫຼ້າສຸດທີ່ ລິເວີພູລ ໄປຢາມ ແມນເຊັສເຕີ ຊິຕີ້, “ຫົງແດງ” ສາມາດຊະນະໄດ້ພຽງ 3 ຄັ້ງເທົ່ານັ້ນ.
2. ແມນຊິຕີ້ ຢຸດສະຖິຕິຊະນະໃນບ້ານຕິດຕໍ່ກັນຫຼາຍສຸດ
ນັບຕັ້ງແຕ່ ສະເໝີກັບ ເອຟເວີຕັນ ທີ່ສະໜາມ ເອຕິຮັດ ໃນປີ 2022, ແມນຊິຕີ້ ສາມາດຊະນະໄດ້ຕະຫຼອດ ແລະ ກ່ອນທີ່ຈະຫລິ້ນເກມນີ້ ຊະນະ 23 ນັດ ຕິດຕໍ່ກັນໃນທຸກໆການແຂ່ງຂັນ.
3. ຮາແລນ ຍິງປະຕູທຳອິດໃສ່ລິເວີພູລ
ກ່ອນໜ້ານີ້ ຮາແລນ ບໍ່ເຄີຍຍິງປະຕູໃສ່ລິເວີພູລ ແລະ ສາມາດທຳລາຍສະຖິຕິນີ້ ຫຼັງຈາກທີ່ເປັນຜູ້ຍິງປະຕູໃຫ້ທີມຂຶ້ນນຳ 1-0 ໃນນາທີ 27.
4. Pep-Nunez ເກືອບຢູ່ໃນຄວາມໂກດແຄ້ນຫຼັງຈາກເກມ.
ພາຍຫຼັງທີ່ຜູ້ຕັດສິນໄດ້ເປົ່າຈົບເກມ, ທັງ ເປບ ກວາດິໂອຣາ ແລະ ເຈີເກນ ຄອບ, ຄູຝຶກຂອງທັງສອງທີມໄດ້ຈັບມືກັນແຕ່ ຫຼັງຈາກນັ້ນ, ດາວິນ ນູນເຢສ ກອງຫນ້າຂອງ ລິເວີພູລ ໄດ້ມີການໂຕ້ຖຽງກັບ ເປບ ກວາດິໂອຣາ ເຮັດໃຫ້ ເຈີເກນ ຄອບ ຕ້ອງເຂົ້າມາຫ້າມ.

ສະຫຼຸບຜົນການແຂ່ງຂັນ ພຣີເມຍລີກ ອັງກິດ ວັນທີ 25/11/2023- ແມນເຊັສເຕີ ຊິຕີ້ ສະເໝີ ລິເວີພູລ 1-11 – 0    27' E. Haaland 1 - 1 ...
26/11/2023

ສະຫຼຸບຜົນການແຂ່ງຂັນ ພຣີເມຍລີກ ອັງກິດ ວັນທີ 25/11/2023
- ແມນເຊັສເຕີ ຊິຕີ້ ສະເໝີ ລິເວີພູລ 1-1
1 – 0 27' E. Haaland
1 - 1 80' T. Alexander-Arnold
- ເຊຟຟິວ ຢູໄນເຕັດ ເສຍ ບອນມັດ 1-3
0 - 1 12' M. Tavernier
0 - 2 45+3' J. Kluivert
0 - 3 51' M. Tavernier
1 – 3 90+7' O. McBurnie
- ນອດຕິງແຮມ ຟໍເຣສ ເສຍ ໄບຣຕັນ 2-3
1 - 0 3' A. Elanga
1 - 1 26' E. Ferguson
1 - 2 45+4' João Pedro
1 - 3 58' João Pedro
2 - 3 76' M. Gibbs-White
- ເບີນລີ ເສຍ ເວສແຮມ 1-2
1 - 0 49' J. Rodríguez
1 - 1 86' D. O'Shea
1 - 2 90+1' T. Souček
- ລູຕັນ ທາວ ຊະນະ ຄຣິສຕັນ ພາເລດ 2-1
1 – 0 72' T. Mengi
1 - 1 74' M. Olise
2 – 1 83' J. Brown
- ນິວຄາສເຊິນ ຢູໄນເຕັດ ຊະນະ ເຊວຊີ 4-1
1 – 0 13' A. Isak
1 - 1 23' R. Sterling
2 - 1 60' J. Lascelles
3 – 1 61' Joelinton
4 – 1 83' A. Gordon
- ເບຣນຟອດ ເສຍ ອາເຊນອນ 0-1
0 - 1 89' K. Havertz
- ຕາຕະລາງແຂ່ງຂັນ ວັນທີ 26/11/2023
ທອດແນມ ຮອດສະເປີ ພົບ ແອສຕັນ ວິນລ່າ ເວລາ 21:00 ໂມງ.
ເອຟເວີຕັນ ພົບ ແມນເຊັສເຕີ ຢູໄນເຕັດ ເວລາ 23:30 ໂມງ.

ວິເຄາະບານເຕະ: ພຣີເມຍລີກ ອັງກິດ ລະດູການ 2023-24  ແມນເຊັສເຕີ ຊິຕີ້ ທີມນໍາຂອງຕາຕະລາງ ມີ 28 ຄະແນນຈາກ 12 ນັດ ພາຍໃຕ້ການນໍາທີມຂ...
25/11/2023

ວິເຄາະບານເຕະ: ພຣີເມຍລີກ ອັງກິດ ລະດູການ 2023-24 ແມນເຊັສເຕີ ຊິຕີ້ ທີມນໍາຂອງຕາຕະລາງ ມີ 28 ຄະແນນຈາກ 12 ນັດ ພາຍໃຕ້ການນໍາທີມຂອງ ເປບ ກວາດິໂອລາ ຜູ້ຈັດການທີມຊາວສະເປນ. ຈະນໍາທີມລົງສະໜາມ ເອຕິຮັດ ສະເຕດ້ຽມ ຕ້ອນຮັບການມາຢາມຂອງ “ຫົງແດງ” ລິເວີພູລ ອັນດັບ 2 ຂອງຕາຕະລາງ ມີ 27 ຄະແນນຈາກ 12 ນັດ ຂອງ ເຈີເກັນ ຄັອບ ຄູຝຶກຊາວເຢຍລະມັນ
ການວິເຄາະແມນເຊັສເຕີ ຊິຕີ້
ເປບ ກວາດິໂອລາ ຂອງ ແມນເຊັສເຕີ ຊິຕີ້ ຍັງບໍ່ມີ ເຄວິນ ເດບຣອຍ, ຈອນ ສະໂຕນ, ມາເຕສ ນູເນຊ, ມາເຕໂອ ໂຄວາຊິສ ແຕ່ມີຂ່າວດີເມື່ອ ເອີລິງ ຮາແລນ ກອງໜ້າທີມຊາດນໍເວ ຟິດ ແລະ ພ້ອມທີ່ຈະລົງສະໜາມ ພ້ອມກັບ ເອແດຊັນ ແລະ ນາທານ ອາເກ, ເກມນີ້ຈະລົງຫຼິ້ນໃນລະບົບ 3-2-4- 1 ກອງຫຼັງ: ໄຄ ວອກເກີ, ຣູເບນ ດີອາສ, ໂຈສໂກ ກວາດີໂອລ ຢືນເປັນ 3 ເຊັນເຕີ, ໂຣດຣີ, ມານູເອລ ອາຄັນຈິ ຄວບຄຸມຈັງຫວະຂອງເກມໃນແດນກາງ ຢູລຽນ ອາລ ບາເຣສ, ຟິລ ໂຟເດນ, ແບນນາໂດ ຊິລວາ ແລະ ເຈີເຣມີ ດູກູ ປັ້ນເກມບຸກ, ກອງໜ້າ ເອລິງ ຮາແລນ
ການວິເຄາະລິເວີພູລ
ເຈີເກັນ ຄັອບ ຜູ້ຈັດການທີມຂອງ ລີເວີພູລ ຍັງບໍ່ມີ ແອນດຣູ ໂຣເບີສັັນ ແລະ ຕິອາໂອ ອັລຄັນຕາຣາ ທີ່ບາດເຈັບຍາວ ຂະນະທີ່ ອະເລັກຊິສ ແມັກອາລິສເຕີ ພົ້ນໂທດຫ້າມກັບມາ ເກມນີ້ຈະມີຜູ້ຫຼິ້ນຕົວຫຼັກ ເຊັ່ນ ໄຣອັນ ກາເຟນເບີກ, ໂຈ ໂກເມສ, ອິບຣາຮີມາ ໂກນາເຕ ພ້ອມເປັນທາງເລືອກອີກ ເກມນີ້ຈະລົງຫຼິ້ນໃນລະບົບ 4-3-3 ດ້ານກອງຫຼັງມີ ເທຣນ ອະເລັກຊານເດີ ອາໂນນ, ເວີຈີລ ຟານ ໄດ, ອິບຣາຮິມາ ໂຄນາເຕ, ຄອສຕາສ ຊິມິກາສ ຢືນເປັນກອງຫຼັງ ໂດມິນິກ ໂຊໂບສໄລ ກອງກາງເກມບຸກ. ກາງສະໜາມມີ ໄຣອັນ ກາເຟນເບີກ ແລະ ອະເລັກຊິສ ແມັກ ອັລລິສເຕີ, ວາງ ໂມຮາເໝັດ ຊາລາ ກອງໜ້າທີມຊາດອີຢິບ ສົມທົບກັບ ດາວິນ ນູເນສ, ດິໂອໂກ ໂຈຕາ ຢືນເປັນ 3 ປະສານເກມບຸກ.
ຜົນການແຂ່ງຂັນ 5 ນັດສຸດທ້າຍ
ແມນຊິຕີ້
12/11/23 ສະເໝີ ເຊລຊີ 4-4 (ພຣີເມຍລີກ)
07/11/23 ຊະນະ ຢັງບອຍ 3-0 (ຢູຟາ ແຊ້ມປ້ຽນສລີກ)
04/11/23 ຊະນະ ບອຣ໌ນມັດ 6-1 (ພຣີເມຍລີກ)

ວັນທີ 29/10/23 ຊະນະ ແມນເຊັສເຕີ ຢູໄນເຕັດ 3-0 (ພຣີເມຍລີກ)
ວັນທີ 25/10/23 ຊະນະ ຢັງບອຍ 3-1 (ຢູຟາ ແຊ້ມປ້ຽນສລີກ)
ລິເວີພູລ
ວັນທີ 12/11/23 ຊະນະ ເບຣນຟອດ 3-0 (ພຣີເມຍລີກ)
ວັນທີ 09/11/23 ເສຍໃຫ້ ຕູຣູສ 2-3 (ຢູໂຣປາລີກ)
ວັນທີ 06/11/23 ສະເໝີກັບ ລູຕັນ 1-1 (ພຣີເມຍລີກ)
ວັນທີ 02/11/23 ຊະນະ ບອຣ໌ນມັດ 2-1 (ຄາຣາບາວ ຄັບ)
ວັນທີ 29/10/23 ຊະນະ ນອດຕິງແຮມ ຟໍເຣສ 3-0 (ພຣີເມຍລີກ)
ພົບກັນ 5 ນັດ ທີ່ຜ່ານມາ
ວັນທີ 01/04/23 ແມນເຊັສເຕີ ຊິຕີ້ ຊະນະ ລິເວີພູລ 4-1 (ພຣີເມຍລີກ)
ວັນທີ 23/12/22 ແມນເຊັສເຕີ ຊິຕີ້ ຊະນະ ລິເວີພູລ 3-2 (ຄາຣາບາວ ຄັບ)
ວັນທີ 16/10/22 ລິເວີພູລ ຊະນະ ແມນເຊັສເຕີ ຊິຕີ້ 1-0 (ພຣີເມຍລີກ)
ວັນທີ 30/07/22 ລິເວີພູລ ຊະນະ ແມນເຊັສເຕີ ຊິຕີ້ 3-1 (Community Shield)
ວັນທີ 16/04/22 ແມນເຊັສເຕີ ຊິຕີ້ ເສຍໃຫ້ ລິເວີພູລ 2-3 (ເອັຟເອຄັບ)

Address

Vientiane

Telephone

+8562077727234

Website

Alerts

Be the first to know and let us send you an email when Sportvarietyfm98,8 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Sportvarietyfm98,8:

Videos

Share

Category


Other Radio Stations in Vientiane

Show All