Update Laos Magazine

Update Laos Magazine ວາລະສານ ອັບເດດລາວ Update Laos Magazine
ໂທ: 020 77307311

ເມືອງກາສີ ແຂວງວຽງຈັນແຈ້ງການ ໃຫ້ປິດບໍລິການຊົ່ວຄາວບັນດາຮ້ານກິນດື່ມບັນເທີງ ໄລຍະຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ວັນທີ 6-10/1...
05/01/2025

ເມືອງກາສີ ແຂວງວຽງຈັນແຈ້ງການ ໃຫ້ປິດບໍລິການຊົ່ວຄາວບັນດາຮ້ານກິນດື່ມບັນເທີງ ໄລຍະຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ວັນທີ 6-10/1/2025 ແຕ່6ໂມງແລງເປັນຕົ້ນໄປ (ຮ້ານກາງເວັນແມ່ນເປີດໄດ້ປົກກະຕິ)
#ແຈ້ງການ

ມີຜູ້ບາດເຈັບ 4 ຄົນ ຈາກເຫດລົດບັນທຸກ10ລໍ້ຕຳກັນຕົກຂົວ ຈາກການລາຍງານຂອງໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຫ...
05/01/2025

ມີຜູ້ບາດເຈັບ 4 ຄົນ ຈາກເຫດລົດບັນທຸກ10ລໍ້ຕຳກັນຕົກຂົວ
ຈາກການລາຍງານຂອງໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຫ້ຮູ້ວ່າ: ເວລາ 11:35 ນາທີ ວັນທີ 4 ມັງກອນ 2025 ເຫດລົດບັນທຸກ 10 ລໍ້ຕຳກັນຕົກຂົວ ຢູ່ເສັ້ນທາງບ້ານຊຽງດາ-ນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ຈາກເຫດການດັ່ງກ່າວມີຜູ້ບາດເຈັບ 4 ຄົນ ເພດຊາຍທັງໝົດ ມີເດັກນ້ອຍ 8 ປີກັບ 6 ປີ ແລະ 22 ປີ ສ່ວນຜູ້ຊາຍອາຍຸ 35 ປີ ອາການສາຫັດ ເນື່ອງຈາກຕິດຢູ່ໃນລົດ ກູ້ໄພໃຊ້ເວລາເກືອບເຄິ່ງຊົ່ວໂມງໃນການຊ່ວຍເຫລືອ.
#ເຫດການ #ອຸປະຕິເຫດ

 #ຈັບໄດ້ແລ້ວ ໂຈນ​3 ຄົນ​ ປຸ້ນຮ້ານຂາຍຄຳຢູ່ຫລວງພະບາງຕອນບ່າຍ​ວັນທີ​ 4 ມັງກອນ 2025 ນີ້​ ເກີດເຫດ​ໂຈນ​ 3 ຄົນເຂົ້າປຸ້ນຮ້ານຄຳແຫ່ງ...
05/01/2025

#ຈັບໄດ້ແລ້ວ ໂຈນ​3 ຄົນ​ ປຸ້ນຮ້ານຂາຍຄຳຢູ່ຫລວງພະບາງ
ຕອນບ່າຍ​ວັນທີ​ 4 ມັງກອນ 2025 ນີ້​ ເກີດເຫດ​ໂຈນ​ 3 ຄົນເຂົ້າປຸ້ນຮ້ານຄຳແຫ່ງໜຶ່ງ ເຂດ​ຕະຫລາດ​ດາລາ​ ນະຄອນຫລວງ​ພະບາງ. ແຕ່ໂຊກບໍ່ເຂົ້າຂ້າງຖືກຈັບໄດ້ທັງ 3 ຄົນ​ ເປັນສັນຊາດຈີນທັງໝົດ.
ສ່ວນ​ຄວາມເສຍຫາຍ​ ແລະ​ ຄວາມຄືບໜ້າຄະດີເຈົ້າໜ້າທີ່ເລັ່ງດຳເນີນການສືບສວນສອບສວນຫາກມີລາຍລະອຽດເພີ່ມຕື່ມ​ທີມຂ່າວ​ຈະລາຍງານ​ໃຫ້ຊາບພາຍຫລັງ.
#ຂໍ້ມູນຈາກ: ປກສ/ຫນັງສືພິມລາວພັດທະນາ

04/01/2025

ເກີດເຫດເສົ້າ! ບ່າວນັກຮຽນ
ມໍປາຍ ປິດຊີບຕົວເອງຢູ່ຕົ້ນກະທັນ ເຂດບ້ານໂນນສະອາດ ເມືອງໄຊທານີ👇

04/01/2025

🔥🔥🔥 ເກີດເຫດ ໄຟໄໝ້ ເຮືອນປະຊາຊົນ ບ້ານໂພນແກ້ວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ວັນທີ 3 ມັງກອນ 2025. ເສຍຫາຍ ໝົດຫຼັງ. ປະຊາຊົນ ໃຫ້ຂໍ້ມູນວ່າ ມື້ໄຟໄໝ້ ປະຊາຊົນກໍາລັງພາກັນໄປ ມ່ວນຊື່ນບຸນກິນຈຽງ.
ສາເຫດ ຂອງອັກຄີໄພຄັ້ງນີ້ ຍັງບໍ່ທັນຮູ້ ເຈົ້າໜ້າທີ່ຈະກວດສອບອີກຕື່ມ. ເສຍໃຈກັບເຫດການຄັ້ງນີ້.

 #ເກີດອຸບັດຕິເຫດຮູນແຮງ ເສັ້ນທາງຕັດໃໝ່ ດອນກອຍ ຫາ ຊຽງດາ ນະຄອນຫລວງວຽງຈັນ. ວັນທີ 4 ມັງກອນ 2025 ກູ້ໄພ ກໍາລັງເລັ່ງໃຫ້ການຊ່ວຍເຫ...
04/01/2025

#ເກີດອຸບັດຕິເຫດຮູນແຮງ ເສັ້ນທາງຕັດໃໝ່ ດອນກອຍ ຫາ ຊຽງດາ ນະຄອນຫລວງວຽງຈັນ. ວັນທີ 4 ມັງກອນ 2025

ກູ້ໄພ ກໍາລັງເລັ່ງໃຫ້ການຊ່ວຍເຫືຼອ ເນື່ອງຈາກມີຄົນຕິດຄາລົດ.

ລາຍລະອຽດຈະແຈ້ງຕື່ມພາຍທັງ.

ລາຍງານໂດຍ : 1624

ສວນພຶກສາ ຈັດງານສະຫລອງບຸນກິນຈຽງ ( ບຸນນໍ່ເປ່ເຈົ່າ ) ປະຈຳປີ 2025.           ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງາ...
04/01/2025

ສວນພຶກສາ ຈັດງານສະຫລອງບຸນກິນຈຽງ ( ບຸນນໍ່ເປ່ເຈົ່າ ) ປະຈຳປີ 2025.
ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫລີມສະຫລອງບຸນກິນຈຽງ ຫລື ບຸນນໍເປ່ເຈົ່າ ຂອງຊົນເຜົ່າມົ້ງ ໃນວັນທີ 3 ມັງກອນ 2025 ໂດຍມີ ທ່ານ ຄຳໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງເລຂາພັກ ເມືອງນາຊາຍທອງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍມວນຊົນຊາວເຜົ່າມົ້ງ, ປະຊາຊົນບ້ານດ່ານຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ວ່າ: ສວນພຶກສາ ຈັດງານບຸນນໍ່ເປ່ເຈົ່າ ເປັນປະຈໍາທຸກໆປີ ແລະ ປີນີ້ຈັດຂຶ້ນເປັນປີທີ 7 ໂດຍເລີ່ມແຕ່ວັນທີ 1-5 ມັງກອນ 2025 ເຊິ່ງປະກອບມີຫລາຍກິດຈະກຳ ເປັນຕົ້ນ ກິດຈະກຳທາງສາສະໜາ ເຊັ່ນ: ວຽນຫຍ້າຄາ, ແກວ່ງໄກ່, ສູ່ຂວັນ ຜູກແຂນແບບຮີດຄອງເຜົ່າມົ້ງ, ຕຳເຂົ້າປ່ຽງ ແລະ ໂຍນໝາກຄອນ. ນອກນັ້ນ, ຍັງມີກິດຈະກຳແຂ່ງຂັນຮ້ອງເພງ ແລະ ປະກວດນາງສາວເຜົ່າມົ້ງ ນະຄອນຫລວງວຽງຈັນ ປະຈຳປີ 2025 ເຊິ່ງສ້າງບັນຍາກາດ ໃຫ້ງານສະເຫລີມສະຫລອງບຸນກິນຈຽງ ມີຄວາມຄຶກຄື້ນມ່ວນຊື່ນ, ຮັກສາໄດ້ຄວາມສາມັກ ຄີ, ຮັກແພງ, ຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.
ການຈັດງານໃນຄັ້ງນີ້, ເພື່ອສົ່ງເສີມ ແລະ ໃຫ້ໂອກາດແກ່ລູກຫລານ ຊົນເຜົ່າມົ້ງ ທັງຊາວໜຸ່ມ ທັງຍິງ ແລະ ຊາຍ ໃຫ້ມີບ່ອນສະແດງຄວາມສາມາດຮອບດ້ານຂອງເຂົາເຈົ້າ ທາງດ້ານປັນຍາສຶກສາ, ສິລະປະສຶກສາ ແລະ ອື່ນໆ ຈາກລະດັບທ້ອງຖິ່ນສູ່ລະດັບຊາດ ແລະ ກ້າວສູ່ສາກົນ, ທັງເປັນການ ສົ່ງເສີມສິນຄ້າບັນດາເຜົ່າ ໂດຍໄດ້ຈັດໃຫ້ມີຮ້ານວາງສະແດງ ຜະລິດຕະພັນທີ່ເປັນສິນຄ້າໂອດັອບ ແລະ ສິນຄ້າທົ່ວໄປ. ພ້ອມນີ້, ຍັງເປັນການສ້າງຄວາມສາມັກຄີພາຍໃນຂອງຊົນເຜົ່າມົ້ງ ກັບເຜົ່າອື່ນໆ ໄດ້ຊ່ວຍກັນປົກປັກຮັກສາຮີດຄອງປະເພນີອັນລໍ້າຄ່າ ຂອງຕົນເອງໄວ້ ແລະ ຊ່ວຍກັນສົ່ງເສີມໃຫ້ຢູ່ຄູ່ວັດທະນະ ທຳລາວ ຕະຫລອດໄປ.
ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກວ່າ: ສວນພຶກສາ ໄດ້ນໍາເອົາລູກໆຫລານໆ ຂອງຊົນເຜົ່າມົ້ງ ເຂົ້າມາຝຶກຝົນຫລໍ່ຫລອມ ໃຫ້ເກີດມີຄວາມກ້າຫານ, ມີຄວາມຮູ້ຮອບຕົວຫລາຍຂຶ້ນ, ມີຄວາມສາມາດ, ມີປະສົບການ ແລະ ມີເພື່ອນມິດ. ພ້ອມນີ້, ເວທີການປະກວດນາງສາວເຜົ່າມົ້ງ ໃນໄລຍະຜ່ານມາ ໄດ້ສ້າງນາງສາວງາມ ທີ່ມີຄຸນນະພາບ, ມີຄວາມສາມາດໄປແຂ່ງຂັນໃນເວທີລະດັບໂລກມາແລ້ວ ເປັນຕົ້ນ ນາງສາວເຜົ່າມົ້ງ ປາເຢັງ ຊາລໍ ນັ້ນຄືຕົວຢ່າງໜຶ່ງ ທີ່ຢັ້ງຢືນຕໍ່ສາຍຕາຂອງສັງຄົມວ່າ ກິດຈະກຳ ຢູ່ສວນພຶກສາ ໄດ້ສ້າງບຸກຄະລາກອນ ທີ່ດີໃຫ້ແກ່ປະເທດຊາດ ແລະ ບັນດານ້ອງໆ ທີ່ຜ່ານການແຂ່ງຂັນ ແລະ ໄດ້ຮັບລາງວັນຊະນະເລີດ ໄດ້ກາຍມາເປັນຄູຝຶກໃຫ້ແກ່ ນ້ອງໆຮຸ່ນຕໍ່ໆມາໄດ້ເປັນຢ່າງດີ.

ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ)ຄາດວ່າຈະເປີດນໍາໃຊ້ ຢ່າງເປັນທາງການ ໃນເດືອນພຶດ ສະພາ ປີ 2025 ນີ້ສຳລ...
04/01/2025

ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ)ຄາດວ່າຈະເປີດນໍາໃຊ້ ຢ່າງເປັນທາງການ ໃນເດືອນພຶດ ສະພາ ປີ 2025 ນີ້
ສຳລັບໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ມາຮອດປັດຈຸບັນແມ່ນສໍາເລັດແລ້ວ 94,76%,

ລົດຕູ້ຄອນເທັນເນີເສຍຫຼັກປີ້ນລົງຂ້າງທາງມີຜູ້ໄດ້ບາດເຈັບ 1 ຄົນ.---ໜວ່ຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ ໄດ້ຮັບແຈ້ງເຫດຜ່ານເບີ 084 ...
03/01/2025

ລົດຕູ້ຄອນເທັນເນີເສຍຫຼັກປີ້ນລົງຂ້າງທາງມີຜູ້ໄດ້ບາດເຈັບ 1 ຄົນ.
---
ໜວ່ຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ ໄດ້ຮັບແຈ້ງເຫດຜ່ານເບີ 084 1625, ໃນເວລາ 16:56ນາທີ ຂອງວັນທີ 2 ມັງກອນ 2025 ນິ້ ວ່າ “ມີອຸບັດຕິເຫດຜູ້ຂັບຂີ່ລົດຕູ້ຄອນເທັນເນິ ເສຍຫຼັກປີ້ນລົງຂ້າງທາງ ຢູ່ດອຍນ້ຳເລັງ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ທາງໜ່ວຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ ໄດ້ຮີບຮ້ອນເມື່ອໄປຮອດສະຖານທີ່ເກີດເຫດພົບເຫັນມີຜູ້ໄດ້ບາດເຈັບ 1 ຄົນ.

ເຊິ່ງຜູ້ກ່ຽວແມ່ນໄດ້ຕິດຢູ່ໃນລົດ ທາງທີມງານຈຶ່ງໄດ້ນຳໃຊ້ເຄື່ອງຕັດຖາງແຕ່ບໍ່ສາມາດນຳຜູ້ກ່ຽວອອກມາໄດ້ຈຶ່ງໄດ້ນຳໃຊ້ລົດຍົກມາຍົກລົດຈຶ່ງສາມາດນຳເອົາອອກມາໄດ້. ຜູ້ບາດເຈັບ ແມ່ນເພດຊາຍ ສັນຊາດລາວ ອາຍຸ 45ປີ ຢູ່ບ້ານ ທ່ຽວ ເມືອງ ວຽງພູຄາ ແຂວງ ຫຼວງນ້ຳທາ ມີບາດແຜມືເບື້ອງຂວາຈີກ,ມືເບື້ອງຊ້າຍທະເລີ້ນ,ຂາເບື້ອງຊ້າຍຫັກ,ຂາເບື້ອງຊ້າຍບວມຊໍ້າ.

ທາງ ໜ່ວຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ ຈື່ງໄດ້ປະຖົມມພະຍາບານເບື້ອງຕົ້ນແລ້ວນຳເອົາຜູ້ກ່ຽວສົ່ງໂຮງໝໍແຂວງບໍ່ແກ້ວ.

ພາບ-ຂ່າວ:ພະນັກງານ ໜວ່ຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ.

ປະກາດຫາຍາດພີ່ນ້ອງຄົນເຈັບ ອາການສາຫັດ ຢູ່ 150 ຕຽງຈາກການລາຍງານຂອງ ມູນນິທິຮ່ວມໃຈ ໃຫ້ຮູ້ວ່າ: ຕອນເວລາ 01:00 ຂອງວັນທີ 3 ມັງກອນ ...
03/01/2025

ປະກາດຫາຍາດພີ່ນ້ອງຄົນເຈັບ ອາການສາຫັດ ຢູ່ 150 ຕຽງ
ຈາກການລາຍງານຂອງ ມູນນິທິຮ່ວມໃຈ ໃຫ້ຮູ້ວ່າ: ຕອນເວລາ 01:00 ຂອງວັນທີ 3 ມັງກອນ 2025 ເກີດເຫດລົດໃຫຍ່ຕໍາລົດຈັກ ຢູ່ເຂດ ບ້ານ ຄໍາຮຸ່ງລົງ ບ້ານ ພະຂາວ ມີຜູ້ໄດ້ຮັບບາດເຈັບ 1 ຄົນ ເປັນເພດຊາຍ ເຊິ່ງປັດຈຸບັນຍັງປະກາດນຳຫາຍາດພີ່ນ້ອງ
ຖ້າຫາກທ່ານໃດເປັນພີ່ນ້ອງ ຫລື ຮູ້ຈັກຄົນເຈັບໃຫ້ຕິດຕໍ່ທີເບີ 02092433083.
ສ່ວນຄູ່ກໍລະນີ ໄດ້ເອົາຕົວຫລົບໜີ ແຕ່ຖືກເຈົ້າໜ້າທີ່ນຳຈັບໄດ້ທັນ ເປັນເພດຊາຍ ອາຍຸ 60 ກວ່າປີ.
ທີ່ມາ: ມູນນິທິຮ່ວມໃຈ
#ອຸບັດເຫດ #ເຫດການ #ປະກາດຫາຍາດພີ່ນ້ອງ

ສະບາຍດີ ວັນສຸກ ພີ່ນ້ອງ!😁ວັນທີ 03/01/2025ຂື້ນ 5 ຄ່ຳ ເດືອນ 2 ລາວ
03/01/2025

ສະບາຍດີ ວັນສຸກ ພີ່ນ້ອງ!😁
ວັນທີ 03/01/2025
ຂື້ນ 5 ຄ່ຳ ເດືອນ 2 ລາວ

02/01/2025

ເກີດວິລະກໍາອີກແລ້ວ ພົນລະເມືອງດີ ພໍດີ ບັນທຶກຄລິບເຫດຊາຍມົ້ງນຸ່ງຊຸດຄິດຕີ່ ໃຊ້ຝ່າມືຟາດໃສ່ຫົວສາວມົ້ງ ທີ່ ບຸນກິນຈຽງຊຽງຂວາງ ປີນີ້, ລາຍລະອຽດ ຖ້າຕິດຕາມ ການຖະແຫຼງການຂອງເຈົ້າໜ້າທີ່ (ຄລິບທີ່ຄອມເມັ້ນ)

ຮູບປະຕູໄຊ,ສັນຍາລັກປະເທດລາວຫ້ອຍຕາມຕະຫລາດຢູ່ປະເທດຍີ່ປຸ່ນ  #ຮ່ວມໂຄສະນາທ່ອງທ່ຽວລາວ-ຍີ່ປຸ່ນ
02/01/2025

ຮູບປະຕູໄຊ,ສັນຍາລັກປະເທດລາວຫ້ອຍຕາມຕະຫລາດຢູ່ປະເທດຍີ່ປຸ່ນ
#ຮ່ວມໂຄສະນາທ່ອງທ່ຽວລາວ-ຍີ່ປຸ່ນ

02/01/2025

#ລົດບັນທຸກເບກແຕກ ແຫກໂຄ້ງລົງພູ9ຫລັກ
ມີຄົນເສຍຊີວິດ 1ຄົນ
#ວັນທີ 2/1/2025
Cr.tubhmoobthojth556

ອັດຕາເງິນເຟີ້ ເດືອນ ທັນວາ 2024 ຢູ່ທີ 16.9%ສະເລ່ຍໝົດປີ 23.1%
02/01/2025

ອັດຕາເງິນເຟີ້ ເດືອນ ທັນວາ 2024 ຢູ່ທີ 16.9%
ສະເລ່ຍໝົດປີ 23.1%

ສະບາຍດີ ວັນພະຫັດວັນທີ 2 ມັງກອນ 2025ຂື້ນ 4 ຄ່ຳ ເດືອນ 2 ລາວເປັນແນວໃດພີ່ນ້ອງ ພ້ອມກັບໄປສູ້ວຽກສູ້ງານຄືເກົ່າແລ້ວບໍ່ ?
02/01/2025

ສະບາຍດີ ວັນພະຫັດ
ວັນທີ 2 ມັງກອນ 2025
ຂື້ນ 4 ຄ່ຳ ເດືອນ 2 ລາວ
ເປັນແນວໃດພີ່ນ້ອງ ພ້ອມກັບໄປສູ້ວຽກສູ້ງານຄືເກົ່າແລ້ວບໍ່ ?

 #ລົດໃຫຍ່ຕຳກັນ 3 ຄັນຊ້ອນ- ໃນວັນທີ 1/1/2025 ເວລາ18:30 ນາທີ  #ຈຸດເກີດເຫດແມ່ນ:  ວົງວຽນດອນປ່າໃຫມ່ ເມືອງ ສີສັດຕະນາກ ນະຄອນຫຼວງ...
01/01/2025

#ລົດໃຫຍ່ຕຳກັນ 3 ຄັນຊ້ອນ
- ໃນວັນທີ 1/1/2025 ເວລາ18:30 ນາທີ
#ຈຸດເກີດເຫດແມ່ນ: ວົງວຽນດອນປ່າໃຫມ່ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
#ມີຜູ້ບາດເຈັບຈຳນວນ: 02 ຄົນ
- ເພດຍີງທັງ2. ອາການເບື້ອງຕົ້ນແມ່ນ: ມີບາດແຜລອກຢູ່ຄາງ ແລະແຂນ.
#ຂໍ້ມູນຈາກ: ໜ່ວຍກູ້ໄພຊ່ວຍເຫຼືອແລະບັນເທົາທຸກ

01/01/2025

💫ເລີ່ມຕົ້ນປີໃໝ່2025💫
ກິນຢ່າບົກ ຈົກຢ່າລົງ ຂໍໃຫ້ລ້ຳລວຍ ໝົດໜີ້ ເຮັງໆ ໂຊກໆ ຄົນຮັກ ຄົນຫອມ ຄົນເມດຕາປາລະມີ ອຸປະຖຳຄ້ຳຊູ ເລື່ອນຊັ້ນ ເລື່ອນຕຳແໜ່ງ ເຮັດຫາອັນໃດ ຂໍໃຫ້ຂຶ້ນໃຫ້ເກີນ ຂໍໃຫ້ຈະເລີນໄປໜ້າ ສາທຸ🙏🏻

Address

086/05 Sethathirath Road Haysoke
Vientiane
0101

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

+8562099962832

Website

Alerts

Be the first to know and let us send you an email when Update Laos Magazine posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Update Laos Magazine:

Videos

Share

Category