
17/01/2025
ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຜນການ ແລະ ການລົງທຶນ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຂຶ້ນຢ່າງເປັນທາງການໃນວັນທີ 17 ມັງກອນ 2024 ຢູ່ທີ່ສະໂມສອນ ກະຊວງແຜນການ ແລະການລົງທຶນ ໂດຍເປັນປະທານຂອງສະຫາຍ ອຸຕະແກ້ວ ແກ້ວດວງສິນ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຜນການ ແລະການລົງທຶນ, ໃຫ້ກຽດເຂົ້າຮ່ວມໂດຍມີສະຫາຍ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີສະຫາຍ ຈາກອົງການຈັດຕັ້ງພາຄີ ສະຫະພັນແມ່ຍິງ, ສະຫະພັນກໍາມະບານ ກະຊວງແຜນການ ແລະການລົງທຶນ ພ້ອມດ້ວຍບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຍັງໄດ້ຮັບຟັງບົດລາຍງານການເມືອງ ທັງ 2 ພາກຈາກສະຫາຍ ພົມມະສອນ ສາຍນໍລາດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ເຫັນຜົນງານໃນການເຄື່ອນໄຫວນຳພາຂອງໜ່ວຍຊາວໜຸ່ມ ໃນໄລຍະ 5 ປີ ທີ່ຜ່ານມາ ແລະແຜ່ນການທິດທາງໃນຕໍ່ໜ້າ, ຜ່ານບົດສໍາຫລວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມ, ຮັບຟັງບົດປະກອບຄໍາເຫັນຈາກຕາງໜ້າອົງການຈັດຕັ້ງພາຄີ ແລະ ບົດປປະກອບຄໍາເຫັນຂອງຊາວໜຸ່ມຕົວແບບ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ໃຊ້ສິດປະຊາທິດປະໄຕຂອງຕົນປ່ອນບັດ ເລືອກເອົາຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະການລົງທຶນຊູດໃໝ່ ເຊິ່ງມີຜູລົງສະໝັກຈໍນວນ 19 ສະຫາຍ ເລືອກເອົາ 15, ຍິງ 03 ສະຫາຍ ເຂົ້າເປັນຄະນະຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກຂອງຄະນະຊຸດໃໝ່ ໄດ້ເລືອກເອົາຄະນະປະຈໍາ 05 ສະຫາຍ, ຍິງ 02 ສະຫາຍ. ໃນນັ້ນ, ເລືອກເອົາ ສະຫາຍ ປອ ວັນທະນາ ນໍລິນທາ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ, ສະຫາຍ ນາລັດ ບົວດອກທອງ ເປັນຮອງເລຂາ, ປະທານກວດກາ, ສະຫາຍ ພົງສະຫວັນ ລາດທິຈັກ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ, ສະຫາຍ ນ ສຸພາພອນ ໄຊຍະເລີດ ຄະນະປະຈໍາ, ສະຫາຍ ນ ສົມສະຫນຸກ ຊາວົງໄຊ ຄະນະປະຈໍາ, ຮອງປະທານກວດກາ. ຕອນທ້າຍກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກຄະນະປະທານ ເພື່ອເປັນເຂັມຊີ້ທິດ ເຍືອງທາງໃຫ້ກັບຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະການລົງທຶນຊຸດໃໝ່ ໃນການນໍາພາຊີ້ນໍາວຽກງານຊາວໜຸ່ມໃນໜ້າ.
ໂດຍ: ສ.ສັນທະນາ