ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ

  • Home
  • ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ

ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ. Department of Information, Culture and Tourism Vientiane Capital.

 #ແຈ້ງເຕືອນສະພາບອາກາດໜາວເຢັນແລະລົມພັດແຮງ ໃນໄລຍະ ວັນທີ 16 ຫາ 19 ມັງກອນ 2025.
17/01/2025

#ແຈ້ງເຕືອນສະພາບອາກາດໜາວເຢັນແລະລົມພັດແຮງ ໃນໄລຍະ ວັນທີ 16 ຫາ 19 ມັງກອນ 2025.

ໃນວັນທີ 15 ມັງກອນ 2025 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືວຽກງານທ່ອງທ່ຽວປະຈຳປີ ...
15/01/2025

ໃນວັນທີ 15 ມັງກອນ 2025 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືວຽກງານທ່ອງທ່ຽວປະຈຳປີ 2025, ໂດຍການເປັນປະທານຂອງ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ.ນວ

ວັນທີ 13 ມັງກອນ 2025 ທີ່ ແຂວງ ສະຫວັນນະເຂດທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວ...
13/01/2025

ວັນທີ 13 ມັງກອນ 2025 ທີ່ ແຂວງ ສະຫວັນນະເຂດທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່າງແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 5 ປີ (2026-2030) ແລະ ຜ່ານຮ່າງຕົວເລກປຶ້ມສະຖິຕິ ປີ 2023 ສຳລັບແຂວງພາກກາງ ແລະ ພາກໄຕ້.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ສວນ​ສະ​ຫວັນ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຖະ​ແຫຼງ​ຂ່າວ ວັດ​ທ...
13/01/2025

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ສວນ​ສະ​ຫວັນ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າຄອງ​ນະ​ຄອນຫຼວງວຽງ​ຈັນ ພ້ອມ​ບັນ​ດາ​ຫົວ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ນະ​ຄອນຫຼວງວຽງ​ຈັນ ຮ່ວມ​ຖ່າຍ​ຮ​ູບ​ກັບ​ຄະ​ນະ​ຊາວ​ໜຸ່ມ ​ແລະ ເຍົ​າ​ວະ​ຊົນ ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະ ນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ໃນວັນທີ 10 ມັງກອນ 2025 ທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ວັນສຸກ 10 ມັງກອນ 2025 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນໄດ້ຈັດພິທີປະກາດການຈັດຕັ້ງຊັບຊ້ອນ, ແຕ່ງຕັ້ງຫົ...
10/01/2025

ວັນສຸກ 10 ມັງກອນ 2025 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ
ໄດ້ຈັດພິທີປະກາດການຈັດຕັ້ງຊັບຊ້ອນ, ແຕ່ງຕັ້ງ
ຫົວໜ້າຂະແໜງ, ຮອງຂະແໜງ, ໂດຍການໃຫ້ກຽດ
ເປັນປະທານຂອງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ.
ມີບັນດາຄະນະຈັດຕັ້ງນະຄອນຫຼວງວຽງຈັນ ແລະ ພະນັກງານຂົງເຂດ ຖວທ ເຂົ້າຮ່ວມ.

ເຕືອນໄພອາກາດຈະໜາວເຢັນ ວັນທີ 8-15 ມັງກອນ 2025 ຄັ້ງທຳອິດຂອງປີ ອຸນຫະພູມຕໍ່າສຸດ 1°C
07/01/2025

ເຕືອນໄພ
ອາກາດຈະໜາວເຢັນ ວັນທີ 8-15 ມັງກອນ 2025 ຄັ້ງທຳອິດຂອງປີ ອຸນຫະພູມຕໍ່າສຸດ 1°C

ຈາກ: insideLaosຍິ່ງໃຫຍ່ອະລັງການ! ພິທີເປີດຫໍພິພິທະພັນສິລະປະລາວ       ໃນວັນທີ 5 ມັງກອນ 2025 ຢູ່ທີ່ເຂດໜອງເຊືອມ ເມືອງໄຊທານີ,...
07/01/2025

ຈາກ: insideLaos
ຍິ່ງໃຫຍ່ອະລັງການ! ພິທີເປີດຫໍພິພິທະພັນສິລະປະລາວ
ໃນວັນທີ 5 ມັງກອນ 2025 ຢູ່ທີ່ເຂດໜອງເຊືອມ ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີເປີດ ຫໍພິພິທະພັນສິລະປະລາວ ຢ່າງຍິ່ງໃຫຍ່ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ພິຊິດ ໄຊຍະທິດ, ຜູ້ກໍ່ຕັ້ງຫໍພິພິທະພັນສິລະປະລາວກ່າວວ່າ: ຫໍພິພິທະພັນສິລະປະລາວ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງວັດທະນະທຳແຫ່ງໃໝ່ຂອງ ນະຄອນຫຼວງ ວຽງຈັນ ກໍຄືປະເທດລາວ; ເຊິ່ງການເປີດສະຖານທີ່ດັ່ງກ່າວຂຶ້ນມາ ບໍ່ພຽງແຕ່ເອົາໄວ້ສຳລັບສະແດງຜົນງານສິລະປະກຳເທົ່ານັ້ນ ແຕ່ມັນເປັນການສະແດງໃຫ້ເຫັນເຖິງ ຄວາມອຸດສາຫະ, ຄວາມພາກພຽນພະຍາຍາມໃນການເຮັດວຽກໜັກ, ຄວາມມຸ່ງໝັ້ນ, ຈິດວິນຍານຂອງສິລະປິນລາວ, ສັກສີທາງວັດທະນະທຳ, ຄວາມເຊື່ອໝັ້ນໃນພະລັງແຫ່ງສິນລະປະ ວ່າສາມາດເຊື່ອມໂຍງຜູ້ຄົນ, ອະນຸລັກມໍລະດົກດ້ານວັດທະນະທຳຂອງຊາດ ແລະ ສ້າງແຮງບັນດານໃຈໃຫ້ຄົນໃນປັດຈຸບັນ ເພຶ່ອຂັບເຄື່ອນອະນາຄົດໄປສູ່ຄວາມຈະເລີນກ້າວໜ້າ.
ຫໍພິພິິທະພັນສິລະປະແຫ່ງນີ້ ຈະກາຍເປັນພື້ນທີ່ສຳລັບສິນລະປິນລາວໃນການສະແດງຜົນງານ ການແກະສະຫຼັກ, ວິຈິດສິນ, ຈິດຕະກຳ ແລະ ຄວາມຄິດສ້າງສັນ, ສ້າງແຮງບັນດານໃຈໃຫ້ເຂົາເຈົ້າ ໃຫ້ໄດ້ຮັບການຍ້ອງຍໍ, ເປັນພື້ນທີ່ໃຫ້ສິລະປິນລາວທຸກຄົນ ໄດ້ຖ່າຍຖອດເລື່ອງລາວ ແລະ ຈິນຕະນາການຢ່າງເຕັມທີ່. ຜົນງານແກະສະຫຼັກໄມ້ ແລະ ວິຈິດສິນທັງຫຼາຍ ຈະຖືກຈັດສະແດງຄວບຄູ່ໄປກັບສິລະປະ ຮ່ວມສະໄໝ ໃນຮູບແບບທີ່ກົມກືນກັນ.
ນອກຈາກນີ້, ຫໍພິພິທະພັນສິລະປະລາວ ຈະກາຍເປັນສູນກາງການຮຽນຮູ້, ການແລກປ່ຽນຄວາມຄິດສ້າງສັນ ແລະ ການພັດທະນາສິນລະປະ ທີ່ສອດຄ່ອງກັບຄວາມຮ່ວມມືລະຫວ່າງ ສິນລະປິນຈາກທົ່ວໂລກ. ເຊິ່ງຈະມີທັງການຈັດນິເທດສະການ, ການຝຶກອົບຮົມ ແລະ ກິດຈະກຳຕ່າງໆ ເພື່ອສົ່ງເສີມໃຫ້ເຍົາວະຊົນ ແລະ ສິນລະປິນລຸ້ນຕໍ່ໄປ ໄດ້ສືບສານວຽກງານແກະສະຫຼັກໄມ້, ວິຈິດສິນ ແລະ ຈິດຕະກຳຕະຫຼອດເຖິງການສ້າງສັນສິ່ງໃໝ່ໆ ທີ່ເປັນເອກະລັກຂອງປະຊາຊົນລາວຕໍ່ໄປ.
ພິພິທະພັນສິລະປະລາວແຫ່ງນີ້ ຈະບໍ່ເປັນພຽງສະຖານທີ່ສະແດງຜົນງານສິນລະປະເທົ່ານັ້ນ; ແຕ່ຈະເປັນເວທີທີ່ເປີດຮັບສິນລະປິນຈາກທົ່ວທຸກມູມໂລກ ໄດ້ແລກປ່ຽນ ແລະ ຮ່ວມມືກັບສິນລະປິນລາວ ເພື່ອສ້າງສັນຜົນງານຮ່ວມກັນ.

ຈາກ: ໜສພ ວຽງຈັນໃໝ່ສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ 2025 ................................
01/01/2025

ຈາກ: ໜສພ ວຽງຈັນໃໝ່
ສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ 2025 ...........................................
ໃນຕອນຄໍ່າຂອງວັນທີ 31 ທັນວາ 2024 ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ(ນວ) ກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການປົກຄອງນະ ຄອນຫຼວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ ແລະ ນວ ແຂກທີ່ຖືກເຊີນ ມວນຊົນຊາວນະຄອນຫຼວງວຽງຈັນ ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ລຳວົງລາວຮັບຮອງເປັນມໍລະດົກໂລກ ເຊິ່ງເປັນຄວາມເອກອ້າງຄວາມພາກພູມໃຈທີ່ບັນພະບູລຸດຂອງພວກເຮົາໄດ້ສ້າງໄວ້ໃຫ້ແກ່ຄົນລາວ ຄົນເຊື້ອຊາດລາວ ກໍຄື ປະເທດລາວຂອງພວກເຮົາເຊິ່ງການຈັດງານສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກນັ້ນແມ່ນໄດ້ເລີ່ມມາຕັ້ງແຕ່ວັນ ທີ 29 ທັນວາເປັນຕົ້ນມາໄດ້ມີການວາງສະແດງແບບຈຳ ລອງໃບຢັ້ງຢືນລຳວົງລາວໄດ້ຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະທຳນາມມະທຳ ແບບຈຳລອງໃບຢັ້ງຢືນສຽງແຄນຂອງຄົນເຊື້ອຊາດລາວຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳນາມມະທຳ ແລະ ແບບຈຳລອງໃບຢັ້ງຢືນລາຍນາກໃນພື້ນຜ້າລາວຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳນາມມະທຳ ແລະ ກິດຈະກຳຟ້ອນ ລຳວົງລາວສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະ ດົກໂລກປະກອບມີການຟ້ອນຢູ່ ຈຸດນໍ້າພຸທາງດ້ານໜ້າປະຕູໄຊ ຈຸດນໍ້າພຸທາງດ້ານຄອງສັນຕິພາບ ຈຸດທາງດ້ານກາງເຊິ່ງຈຸດດັ່ງກ່າວເປັນຈຸດຂອງ ການຟ້ອນຂອງການນຳພັກ-ລັດ ຈຸດຕໍ່ໜ້າອາຄານກົມພັດທະນາການທ່ອງທ່ຽວ ເຊິ່ງການຟ້ອນລຳວົງລາວແມ່ນໄດ້ມີ ຄູ່ຍິງ-ຊາຍ ເຂົ້າຮ່ວມຟ້ອນເປັນຈຳນວນຫຼວງຫຼາຍ ໃນການຟ້ອນລຳວົງລາວໃນຄັ້ງນີ້ແມ່ນໄດ້ຟ້ອນ 8 ຈັງຫວະທີ່ເປັນມາດຕະຖານຂອງລຳວົງລາວເພື່ອຮ່ວມກັນສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກໂດຍອົງການອຸຍເນັດໂກ ໃນວັນທີ 5 ທັນວາ 2024 ຜ່ານມາ.

ນອກຈາກນີ້ ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ພ້ອມກັບຊົມເຊີຍສະເຫຼີມສະຫຼອງຜົນສຳເລັດທີ່ ສປປ ລາວໄດ້ເປັນປະທານອາຊຽນ ລວມທັງປີ ທ່ອງທ່ຽວລາວ 2024 ແລະ ວຽກງານອື່ນໆທີ່ສາມາດຈັດຕັ້ງປະຕິບັດໄດ້ທີ່ຄວາມກ້າວໜ້າ ແລະ ມີຜົນ ສຳເລັດຕະຫຼອດປີ 2024 ລວມໄປເຖິງຜົນງານຂອງນະ ຄອນຫຼວງວຽງຈັນທີ່ຍາດມາໄດ້ຕະຫຼອດປີ 2024 ທັງເພື່ອຮັບເອົາຄວາມຈະເລີນຮຸ່ງເຮືອງ ຄວາມສີວິໄລໃນປີ 2025 ຈຶ່ງໄດ້ຈັດງານສະເຫຼີມສະຫຼອງນີ້ຂຶ້ນປະກອບມີຫຼາຍກິດ ຈະກຳຄື: ການສະແດງສິລະປະ ຈັບສະຫຼາກມອບໂຊກໃຫ້ມວນຊົນທີ່ເຂົ້າຮ່ວມ ຊົມວິດີໂອອວຍພອນຂອງປະທານປະເທດເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີ ໃໝ່ 2025 ຫຼັງຈາກນັ້ນ ການນຳພັກ-ລັດ ແລະ ແຂກທີ່ເຂົ້າ ຮ່ວມລວມທັງມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ພ້ອມກັນຮ່ວມກັນນັບຖ້ອຍຫຼັງກ້າວສູ່ປີໃໝ່ 2025 ຊົມການສະແດງຮູບພາບຕ່າງໆໂດຍການບິນໂດຣນ ຊົມການຈຸດດອກໄມ້ໄຟ ລຳວົງສາມັກຄີເພື່ອຕ້ອນຮັບປີໃໝ່ 2025.

ນອກນີ້ ຍັງໄດ້ມີ ການຈັດງານຂາຍ ສິນຄ້າໂອດ໋ອບ ອາຫານ ເຄື່ອງດື່ມ ຢູ່ທີ່ເບື້ອງສວນປະຕູໄຊພາກຂະຫຍາຍ ແລະ ມີ ການຕົບແຕ່ງສະຖານທີ່ຮ້ານອາຫານ ບ່ອນນັ່ງຊົມວິວ ມູມຖ່າຍຮູບ ບ່ອນນັ່ງຮັບປະທານອາຫານ ໂດຍມີການຂາຍອາ ຫານແບບໃສ່ລົດ (food truck ແລະ ມີ ເວທີ ສະແດງເພງ ລາວ-ສາກົນ ເພື່ອສ້າງບັນຍາກາດ ຮັບໃຊ້ ນັກທ່ອງທ່ຽວ ເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາຊົມ ມາຊື້ ມາຊີມ ແລະ ສຳຜັດ ກັບບັນຍາກາດ ປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ ເລີ່ມມາແຕ່ວັນທີ 29 ຫາ ວັນທີ 31 ທັນວາ 2024.......................................................

#ວຽງຈັນໃໝ່
#ເພັດສະໝອນ

ຈາກ: ໜສພ ວຽງຈັນໃໝ່ບຸນກອງເຂົ້າຫອມ ຕິດພັນກັບງານຕະຫຼາດນັດວາງສະແດງແລະ ຂາຍສິນຄ້າ ເມືອງສັງທອງ ໃນວັນທີ 27 ທັນວາ 2024 ທີ່ເມືອງສັ...
01/01/2025

ຈາກ: ໜສພ ວຽງຈັນໃໝ່
ບຸນກອງເຂົ້າຫອມ ຕິດພັນກັບງານຕະຫຼາດນັດວາງສະແດງ
ແລະ ຂາຍສິນຄ້າ ເມືອງສັງທອງ

ໃນວັນທີ 27 ທັນວາ 2024 ທີ່ເມືອງສັງທອງ ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ເມືອງສັງທອງຂອງພວກເຮົາ ໄດ້ກໍານົດເອົາ 21-23 ມັງກອນ 2025 ເຊິ່ງກົງກັບມື້ແຮມ 8 ຄໍ່າ ເດືອນ 2 ລາວ ພສ 2567 ເປັນມື້ຈັດບຸນກອງເຂົ້າຫອມ ໃນວັນທີ 21 ເປັນມື້ເປີດງານ ວັນທີ 23 ເປັນມື້ໃສ່ບາດ ພະສົງ 9 ອົງ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າປະຈໍາປີຂຶ້ນຢູ່ທີ່ ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ.
ເມືອງສັງທອງ ກໍ່ເປັນເມືອງໜື່ງເຊິ່ງຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງນະຄອນຫຼວງວຽງຈັນ ເປັນເມືອງພື້ນຖານຂອງການປະຕິວັດ ບ້ານວິລະຊົນ ແລະ ບ້ານນາຫອຍປັງ ຍັງເປັນຖິ່ນກໍາເນີດຂອງທ່ານ ສີທອງ ວິລະຊົນແຫ່ງຊາດຜູ້ທໍາອິດ ເມືອງສັງທອງຍັງອຸດົມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ ມີແມ່ນໍ້າຂອງ ນໍ້າຕອນ ນໍ້າສັງ ທີ່ເອື້ອອໍານວຍຄວາມສະດວກໃນການດໍາລົງຊີວິດຂອງປະຊາຊົນໃນຂົງເຂດນີ້.
ບຸນກອງເຂົ້າຫອມ ຕິດພັນງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ເຊິ່ງພວກເຮົາໄດ້ຈັດຕັ້ງປະຕິບັດມາຫຼາຍປີຕິດຕໍ່ກັນ ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ ເຊີ່ງແມ່ນມູນມໍລະດົກອັນລໍ່າຄ່າຂອງບັນພະບູລຸດຂອງຊາດລາວໄດ້ປະຕິບັດສືບທອດກັນມາຫຼາຍຍຸກຫຼາຍສະໄໝ ຫຼາຍເຊັ່ນຄົນ.
ພໍຕົກມາຮອດເດືອນຍີ່ ກົງກັບເດືອນ 2 ລາວ ປະຊາຊົນຊາວພຸດພວກເຮົາກໍ່ໄດ້ສໍາເລັດໃນການເກັບກູ້ຜົນຜະລິດລະດູຝົນ ຈາກນັ້ນຈຶ່ງໄດ້ພ້ອມພຽງຮຽງໜ້າເຮັດບຸນກອງເຂົ້າເພື່ອເປັນການລ້ຽງເຈົ້າຖິ່ນເຈົ້າຖານຜູ້ປົກປັກຮັກສາໄຮ່ ນາ ຮົ້ວ ສວນ ຕາມຄວາມເຊື່ອຖື.
ການຈັດງານບຸນຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງເມືອງສັງທອງ ທັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ດຶງດູດເອົາແຂກພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມສະຖານທີ່ທາງປະຫວັດສາດ ທໍາມະຊາດ ນັບມື້ນັບຫຼາຍຂຶ້ນ.
ການຈັດງານຄັ້ງນີ້ ກໍ່ເພື່ອເປັນການອະນຸລັກຮັກສາວັດທະນະທໍາອັນເກົ່າແກ່ ແລະ ກໍ່ເປັນການສຶກສາອົບຮົມ ປູກຈິດສໍານຶກຖັນແຖວຊາວໜຸ່ມ ເຍົາວະຊົນ ອະນຸຊົນ ໃຫ້ມີຄວາມສາມັກຄີ ມີນໍ້າໃນຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ຮັບຮູ້ ເຂົ້າໃຈ ກ່ຽວກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາ ເຜົ່າໃນເມື່ອກ່ອນໂດຍມີການສົມ ທົບກັບປະຈຸບັນ.
ກິດຈະກໍາໃນວັນບຸນດັ່ງກ່າວ ຈະມີກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນ ເຊັ່ນ: ຂະບວນການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ (ຖືໝາກເບັງ ແລະ ກັນຕົ້ນ) ຂະບວນຊາວໜຸ່ມ-ເຍົາວະຊົນ ຂະບວນກໍາລັງ ປກຊ-ປກສ ຂະບວນສີລະປະ ຂະບວນຂອງມວນຊົນ.
ຫຼັງຈາກນັ້ນ ບັນດາທ່ານຍັງຈະໄດ້ທ່ຽວຊົມກອງເຂົ້າຫອມສັງທອງ ຈໍານວນ 5 ກອງ (ກອງໃຫຍ່ 1 ກອງ ກວ້າງ 4 ແມັດ ສູງ 4 ແມັດ ກອງນ້ອຍ 4 ກອງ ກວ້າງ 175 ແມັດ ສູງ 2 ແມັດ) ປະກອບກັບອຸປະກອນການຜະລິດຫຼາກຫຼາຍສີສັນ ການວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນ ມາຈາກພາກສ່ວນຕ່າງໆ. ໃນຕອນທ້າຍຈະໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈໍານວນ 3 ລາຍການ ມີການແຂ່ງຂັນສີລະປະຂອງຊາວໜຸ່ມ ແລະ ເຍົາວະຊົນ ນອກຈາກນີ້ພາຍໃນງານຈະໄດ້ມີການຄັດເລືອກ ນາງສາວງາມເຂົ້າຫອມສັງທອງ ແລະ ການແຂ່ງຂັນອາຫານພື້ນບ້ານ ທີ່ປຸງແຕ່ງຈາກປະຊາຊົນ ຂອງບັນດາບ້ານຕ່າງໆ ພາຍໃນເມືອງສັງທອງ.
ວຽງຈັນໃໝ່/VientianeMai
Viengma Ai Lounthavong
@ผู้ติดตาม

ພະຍາກອນອາກາດ ປະຈຳວັນທີ 27 ທັນວາ 2024
27/12/2024

ພະຍາກອນອາກາດ ປະຈຳວັນທີ 27 ທັນວາ 2024

ລົງທະບຽນອອນລາຍ ຟ້ອນລໍາວົງສະເຫຼີມສະຫຼອງລໍາວົງລາວ ເປັນມໍລະດົກໂລກເຊີນບັນດາທ່ານເຂົ້າຮ່ວມງານໂດຍການລົງທະບຽນເປັນຄູ່ (ຍິງ+ຊາຍ) ແ...
26/12/2024

ລົງທະບຽນອອນລາຍ ຟ້ອນລໍາວົງສະເຫຼີມສະຫຼອງລໍາວົງລາວ ເປັນມໍລະດົກໂລກ

ເຊີນບັນດາທ່ານເຂົ້າຮ່ວມງານໂດຍການລົງທະບຽນເປັນຄູ່ (ຍິງ+ຊາຍ) ແລະ ແຕ່ງກາຍຊຸດວັດທະນະທຳຂອງລາວ
ຈັດໂດຍ: ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ໃນວັນທີ່ 31/12/2024 ເວລາ 22:00 - 24:00 ໂມງ

ກົດລິ້ງດ້ານລຸ່ມເພື່ອລົງທະບຽນ
https://forms.gle/DwJF9tuKpAGzxfJdA

ວັນທີ 25 ທັນວາ 2024 ຄະນະການນຳຂັ້ນສູນກາງ,ຂັ້ນນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ເພື່ອກະກຽມກາ...
25/12/2024

ວັນທີ 25 ທັນວາ 2024 ຄະນະການນຳຂັ້ນສູນກາງ,
ຂັ້ນນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ເພື່ອກະກຽມການ
ຈັດງານສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025, ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 29-31 ທັນວາ 2024.

ແຈ້ງການຈາກ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກ່ຽວກັບການຈັດສັນບ່ອນຈອດລົດ ຈະໄປເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆໃນໃຈກາງ...
24/12/2024

ແຈ້ງການຈາກ ພະແນກໂຍທາທິການ ແລະ ຂົນສົ່ງ
ນະຄອນຫຼວງວຽງຈັນ ກ່ຽວກັບການຈັດສັນບ່ອນ
ຈອດລົດ ຈະໄປເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆ
ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ.

ແຈ້ງເຕືອນ ສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະ ວັນທີ 20 ຫາ 26 ທັນວາ 2024
19/12/2024

ແຈ້ງເຕືອນ ສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະ ວັນທີ 20 ຫາ 26 ທັນວາ 2024

ຈາກ: ໜສພ ວຽງຈັນໃໝ່ປື້ມພະໄຕຣປີດົກລາວແມ່ນຄຳພີທີ່ຊົງຄຸນຄ່າ ແລະ ສຳຄັນທີ່ສຸດໃນທາງພຸດທະສາສະໜາ....................................
19/12/2024

ຈາກ: ໜສພ ວຽງຈັນໃໝ່
ປື້ມພະໄຕຣປີດົກລາວແມ່ນຄຳພີທີ່ຊົງຄຸນຄ່າ ແລະ ສຳຄັນທີ່ສຸດໃນທາງພຸດທະສາສະໜາ.................................................
ສູນກາງພຸດທະສາສະໜາສຳພັນແຫ່ງ ສປປ ລາວ(ອພສ)ໄດ້ຈັດພິທີນຳສະເໜີປື້ມພະໄຕປີດົກລາວຢ່າງເປັນທາງການຂຶ້ນໃນວັນທີ 18 ທັນວາ 2024 ທີ່ ເດີນພະທາດຫຼວງວຽງຈັນ ມີ ຄະນະບໍລິຫານງານປະຈຳການສູນກາງ ອພສ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ການນຳພັກ-ລັດ ການຈັດຕັ້ງທຸກພາກສ່ວນ ສາສະນິກກະຊົນລາວບັນດາເຜົ່າເຂົ້າ ຮ່ວມ.

ພະອາຈານ ອະທິປະໄຕ ໄມຕີຈິດ ຄະນະບໍລິຫານງານປະຈຳການ ຫົວໜ້າຫ້ອງການບໍລິຫານງານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ)ໄດ້ຂຶ້ນຜ່ານບົດລາຍງານໂຄງການຈັດພິມພະໄຕປິດົກລາວ(ສະບັບພາສາປາລີ ແລະ ອັກ ສອນລາວ)ວ່າ: ພະໄຕປີດົກແມ່ນຄຳພີທີ່ຊົງຄຸນຄ່າ ແລະ ສຳຄັນທີ່ສຸດໃນທາງພຸດທະສາສະໜາເພາະໄດ້ບັນທຶກຄຳສອນຂອງພະສຳມາສຳພຸດທະເຈົ້າເບື້ອງຕົ້ນເອີ້ນວ່າພະວິໄນທີ່ພະພຸດທະເຈົ້າຕັດເທສະໜາແກ່ຊົນທັງຫຼາຍ ດັ່ງນັ້ນສູນກາງອົງການ ພຸດທະສາສະ ໜາສໍາພັນ ແຫ່ງ ສປປ ລາວ ຈຶ່ງໄດ້ມີການຮຽບຮຽງ ພະໄຕປີດົກລາວ ເຊິ່ງເປັນຄຳພີທີ່ບັນທຶກຄຳສອນໃນທາງພຸດທະສາສະໜາ ອອກເປັນສະບັບອັກສອນປາລີລາວ ແລະ ສະບັບອັກສອນລາວ ເພື່ອໃຫ້ພະສົງ-ສາມະເນນ ແລະ ບັນດາທ່ານໄດ້ສຶກ ສາຮຽນຮູ້ ເຊິ່ງເປັນສະບັບຂອງຄົນລາວ ທີ່ສົມບູນທີ່ສຸດເທົ່າທີ່ເຄີຍຈັດພິມມາ ພະໄຕປີດົກ ປະກອບໄປດ້ວຍ 3 ຄຳພີຄື: ພະວິໄນປິດົກ ພະສູດຕັນຕະປິດົກ ແລະ ພະອະພິທໍາປິດົກ ພະວິໄນປິດົກ ແມ່ນລະບຽບວິໄນ ກໍຄື ສິກຂາບົດຂອງ ພະພິກຂຸ ແລະ ພິກຂຸນີ ມີ 5 ຄໍາພີ ເປັນຕົ້ນ ອາທິກໍາມິກະ ປາຈິດຕີ ມະຫາວັກຄະ ຈຸລະວັກຄະ ແລະ ປະຣິວາຣະວັກຄະ ສຳລັບພະສູດຕັນຕະປິດົກ ແມ່ນປະມວນຄໍາເທສນາ ຫຼື ສົນທະນາໂຕ້ຕອບຂອງພະພຸດທະເຈົ້າໃນໂອກາດຕ່າງໆ ສະຖານທີ່ຕ່າງໆ ແລະ ກັບບຸກຄົນຕ່າງໆ ມີທັງເປັນບົດເທສນາຍືດຍາວ ບົດສົນທະນາຖາມ-ຕອບ ແກ້ໄຂບັນຫາຕ່າງໆ ໂດຍແບ່ງເປັນ 5 ຄໍາພີ ຄື: ທີຄະນິກາຍ ມັດຊິມະນິກາຍ ສັງຍຸດຕະນິກາຍ ອັງຄຸດຕະຣະນິກາຍ ແລະ ຂຸດທະກະນິກາຍ.

ສ່ວນພະສູດຕັນຕະປິດົກ ມີທັງໝົດ 21.000 ພະທໍາມະຂັນ ພະອະພິທໍາມະປິດົກ ແມ່ນປະຣະມັດຖະທໍາ ຫຼື ທໍາມະຊັ້ນສູງ ທີ່ເປັນພຸດທະປຣັດຊະຍາ ໂດຍມີເນື້ອໃນກ່ຽວ ກັບ 4 ຫົວຂໍ້ໃຫຍ່ ຄື: ຈິດ ເຈຕະສິກ ຮູບ ແລະ ນິພານ ພະອະພິທໍາແບ່ງເປັນ 7 ຄໍາພີ ຄື: ສັງຄະນີ ວິພັງຄະ ທາຕຸກະຖາ ປຸກຄະລະບັນຍັດ ກະຖາວັດຖຸ ຍະມະກະ ແລະ ປັດຖານະ ໂດຍລະອຽດ ພະອະພິທໍາມະປິດົກ ມີທັງໝົດ 42.000 ພະທໍາມະຂັນ ໂຮມເຂົ້າ ກັນທັງ 3 ປີດົກ ເປັນ 84.000 ພະທໍາມະຂັນ (ແປດໝື່ນສີ່ພັນຫົວບົດ) ປັດຈຸບັນ ໄດ້ມີການຈັດພິມໄປແລ້ວບາງສ່ວນໃນເບື້ອງຕົ້ນ ການຈັດພິມຄັ້ງນີ້ ແມ່ນໄດ້ຈັດພິມ ສະ ບັບອັກສອນປາລີລາວ ຈຳນວນ 1.250 ຊຸດ ແລະ ສະບັບອັກສອນລາວ ຈຳນວນ 3.750 ຊຸດ ລວມທັງສະບັບແມ່ນ 5.000 ຊຸດ ເປີດໃຫ້ບູຊາ ຊຸດລະ 9.999.000 ກີບ ເຊິ່ງພິທີເປີດຕົວ ຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ທີ່ລານດ້ານໜ້າຮູບປັ້ນ ເຈົ້າໄຊຍະເສດຖາທິຣາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍໃນພິທີຈະໄດ້ຮັບຟັງຄວາມເປັນມາ ຄວາມໝາຍ ຄວາມສຳຄັນ ຂອງພະໄຕປີດົກລາວ.

ການສ້າງພະໄຕຣປີດົກໃນຄັ້ງນີ້ຂຶ້ນອີກຈຸດປະສົງໜຶ່ງກໍເພື່ອສ້າງຂະບວນການຄຳນັບຮັບຕ້ອນຮ່ວມສະເຫຼີມສະຫຼອງວັນສຳຄັນຂອງຊາດ ກໍຄື ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນປີ 2025.

ແຈ້ງການເຖິງບັນດາບໍລິສັດ ຫົວໜ່ວຍວິສາຫະກິດດ້ານຖະແຫຼງຂ່າວ, ນັກຖ່າຍຮູບ, ຖ່າຍທຳວີດີໂອ  ທີ່ເຄື່ອນໄຫວບໍລິການ ຢູ່ໃນນະຄອນຫຼວງວຽງຈ...
17/12/2024

ແຈ້ງການເຖິງ
ບັນດາບໍລິສັດ ຫົວໜ່ວຍວິສາຫະກິດດ້ານຖະແຫຼງຂ່າວ, ນັກຖ່າຍຮູບ, ຖ່າຍທຳວີດີໂອ
ທີ່ເຄື່ອນໄຫວບໍລິການ ຢູ່ໃນນະຄອນຫຼວງວຽງຈັນ
ໃຫ້ສືບຕໍ່ດຳເນີນທຸລະກິດ ປະຈໍາປີ 2025.

🇱🇦ຮ່ວມລະນຶກເຖິງວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ( 13 ທັນວາ 1920 - 13 ທັນວາ 2024 )ຂໍໃຫ້ທ່ານຍືນຍົງໃນພາລ...
13/12/2024

🇱🇦ຮ່ວມລະນຶກເຖິງວັນຄ້າຍວັນເກີດ
ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ
( 13 ທັນວາ 1920 - 13 ທັນວາ 2024 )
ຂໍໃຫ້ທ່ານຍືນຍົງໃນພາລະກິດປະຕິວັດ ຂອງປວງຊົນລາວຕະຫຼອດໄປ.

Address


Alerts

Be the first to know and let us send you an email when ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Shortcuts

  • Address
  • Alerts
  • Videos
  • Claim ownership or report listing
  • Want your business to be the top-listed Media Company?

Share