ແຂວງວຽງຈັນໂພສ໌ Vieng Chanh Posted

  • Home
  • ແຂວງວຽງຈັນໂພສ໌ Vieng Chanh Posted

ແຂວງວຽງຈັນໂພສ໌  Vieng Chanh Posted ເພຈ໌ນີ້ສ້າງຂຶ້ນມາເພື່ອເປັນສື່ກາງໂຄສະນາແນວທາງນະໂຍບາຍຂອງພັກ-ລັດ,ເຄັດລັບຄວາມຮູ້,ວຽກດີຄົນເດັ່ນແລະອື່ນໆ
(5)

ຄະນະຮັບຜິດຊອບກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ໄດ້ລົງຕິດຕາມ ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຢູ່ເມືອງວັງວຽງ #ແຂວງວຽງຈັນໂພ...
21/11/2023

ຄະນະຮັບຜິດຊອບກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ໄດ້ລົງຕິດຕາມ ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຢູ່ເມືອງວັງວຽງ
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງວັງວຽງ
ໃນວັນທີ 20 ພະຈິກ 2023 ນີ້, ຢູ່ທີ່ສະໂມສອນເມືອງວັງວຽງ ຄະນະຮັບຜິດຊອບກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ນຳໂດຍ ທ່ານ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງວຽງຈັນ ທັງເປັນຜູ້ຊີ້ນຳເມືອງວັງວຽງ ໄດ້ລົງຕິດຕາມ, ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກຢູ່ເມືອງວັງວຽງ, ມີທ່ານ ບຸນຈັນ ມາລາວົງ ກຳມະການ ພັກແຂວງ,ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ພ້ອມດ້ວຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ເລຂາພັກບ້ານພາຍໃນເມືອງວັງວຽງເຂົ້າຮ່ວມ.
ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບສະພາບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຮາກຖານພັກແຕ່ລະຂັ້ນເປັນຕົ້ນແມ່ນ ໄດ້ອອກຄຳສັ່ງຂອງຄະນະປະຈຳພັກເມືອງ ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ອົງຄະນະພັກເມືອງ, ຄະນະພັກຮາກຖານ ແລະ ໜ່ວຍພັກ ໃນທົ່ວເມືອງ, ຄໍາແນະນຳ ວ່າດ້ວຍ ການກະກຽມ ແລະ ດຳເນີນຊີວິດການເມືອງ ທ້າຍສະໄໝກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ຄະນະພັກຮາກຖານ-ໜ່ວຍພັກ ໃນທົ່ວເມືອງ ແລະ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ຢູ່ບັນດາຫ້ອງການ ແລະກຸ່ມບ້ານ.
ໂອກາດນີ້ ທ່ານ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງວຽງຈັນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ພ້ອມທັງເໜັ້ນໜັກບາງບັນຫາທີ່ສຳຄັນຄື: ຕ້ອງໄດ້ສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ ແລະ ພໍ່ແມ່ປະຊາຊົນໃຫ້ເຂົ້າໃຈຕໍ່ກັບແນວທາງການປ່ຽນແປງໃຫມ່ຂອງພັກ, ໃຫ້ຄະນະຮັບຜິດຊອບສືບຕໍ່ລົງຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານບ້ານທີ່ຍັງຄ້າງຄາໃຫ້ມີຜົນສຳເລັດກ່ອນການເປີດກອງປະຊຸມໃຫຍ່ຂອງຄະນະພັກເມືອງ, ເອົາໃຈໃສ່ເຊື່ອມຊຶມເອກະສານທີ່ກ່ຽວຂ້ອງໃຫ້ພໍ່ແມ່ປະຊາຊົນເຂົ້າໃຈໃນວຽກງານການຈັດຕັ້ງພັກໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ວຽກງານຂອງພວກເຮົາໃຫ້ມີຜົນສຳເລັດເປັນຢ່າງດີ.

21/11/2023

ພາບບັນຍາກາດຕັ້ງກອງບຸນ(ກອງບຸນກະຖິນ) ທີ່ບ້ານໂພນສີໃຕ້ ເມືອງໂພນໂຮງ ແຂວງວຽງຈັນ.
#ແຂວງວຽງຈັນໂພສ໌
#ວັນທີ18ພະຈິກ2023
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ເຮືອນຂອງ ນາງ ແກ້ວເກດຫອມ ສຸພັນນະວົງ (ແມ່ຕູ້ອຸ່ມຄຳ) ພ້ອມດ້ວຍລູກຫຼານເຊິ່ງປະກອບມີ ນາງ ອິ່ນຄຳ ພັນດາລາ, ນາງ ກົງຈັນ ນ້ອຍກຸນລາວົງ (USA) ນາງ ອຸ່ມຄຳ ວໍລະບຸດ, ທ້າວ ອ່າງຄຳ ສຸພັນນະວົງ, ທ້າວ ຕ່ອມຄຳ, ນາງ ຂັນຄຳ, ນາງ ຂັນເງິນ, ທ້າວຂັນທອງ, ທ້າວ ຂັນໂທ, ທ້າວ ອູ່ຄຳ ວໍລະບຸດ ພ້ອມດ້ວຍຄອບຄົວ,ລູກຫຼານ ແລະ ຍາດພີ່ນ້ອງໝົດທຸກຄົນໄດ້ມີຈິດໃຈເຫຼື້ອມໃສສັດທາໃນພຸດທະສາສະໜາໄດ້ພ້ອມຕັ້ງກອງບຸນມະຫາກັນຖິນຂຶ້ນຈຳນວນ 01 ກອງເພື່ອອຸທິດສ່ວນບຸນກຸສົນຄ້ຳຊູໃຫ້ແກ່ຕົນເອງ ນາງ ແກ້ວເກດຫອມ ສຸພັນນະວົງ (ແມ່ຕູ້ອຸ່ມຄຳ) ຝາກໄວ້ນຳພະພຸດ, ພະທຳ, ພະ ສົງ.
ຫຼັງຈາກນັ້ນໄດ້ແຫ່ກອງຂຶ້ນວັດ ແລະ ຖວາຍກອງກະຖິນທີ່ ວັດໂພນສີໃຕ້ ເມືອງໂພນໂຮງ ແຂວງວຽງຈັນ.

ບ້ານ ແດນດິນ ເມືອງກາສີ ຈັດກອງປະຊຸມປ່ອນບັດຄັດເລືອກເອົາຄະນະບ້ານຊຸດໃໝ່. #ແຂວງວຽງຈັນໂພສ໌  #ຂ່າວ  #ເມືອງກາສີ       ໃນວັນທີ 20 ...
21/11/2023

ບ້ານ ແດນດິນ ເມືອງກາສີ ຈັດກອງປະຊຸມປ່ອນບັດຄັດເລືອກເອົາຄະນະບ້ານຊຸດໃໝ່.
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງກາສີ
ໃນວັນທີ 20 ພະຈິກ 2023 ນີ້, ບ້ານແດນດິນ ເມືອງກາສີ ແຂວງວຽງຈັນ ໄດ້ຈັດກອງປະຊຸມປ່ອນບັດຄັດເລືອກເອົານາຍບ້ານຊຸດໃໝ່ ຂຶ້ນຢູ່ທີ່ຫ້ອງການບ້ານແດນດິນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນ.ມິນທະລາ ສຸມັງຄະລະ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງກາສີ, ມີທ່ານ ແຫຼວທອງ ແສງສຸລິຍາ ກຳມະການພັກເມືອງ ຫົວໜ້າຫ້ອງການ ຖວທ ເມືອງ ເລຂາຄະນະພັກກຸ່ມບ້ານ, ມີທ່ານ ຄຳປານ ຕະວະ ນາຍບ້ານໆແດນດິນ, ແຂກຖືກເຊີນ, ມີອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ຄຳປານ ຕະວະ ນາຍບ້ານໆແດນດິນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານຕະຫຼອດໄລຍະ 5 ປີຜ່ານມາ ແລະ ວາງແຜນການ 5 ປີຕໍ່ໜ້າເຊິ່ງສະແດງອອກບາງຕອນວ່າ: ບ້ານແດນດິນ ຕັ້ງຢູ່ລຽບເສັ້ນທາງເລກທີ13ເໜືອ ຫ່າງຈາກເທດສະບານເມືອງ ໄປທາງທິດໃຕ້ ປະມານ 24 ກິໂລແມັດ. ປັດຈຸບັນບ້ານແດນດິນມີ 53 ຫຼັງຄາເຮືອນ, ມີ 70 ຄອບຄົວ, ພົນລະເມືອງທັງໝົດ 327 ຄົນ, ຍິງ 157 ຄົນ, ປະກອບມີ 1 ຊົນເຜົ່າຢູ່ຮ່ວມກັນ ຄື: ເຜົ່າກຶມມຸ, ປະຊາຊົນສ່ວນຫຼາຍຍຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ ແລະ ເຮັດອາຊີບຄ້າຂາຍ ແລະ ບໍລິການອື່ນໆເປັນສໍາຮອງ, ພາຍ ໃນບ້ານມີເນື້ອທີ່ໄຮ່ໝູນວຽນ 162 ເຮັກຕາ, ສະເລ່ຍເຂົ້າກິນໄດ້ 350 ກິໂລຕໍ່ຄົນຕໍ່ປີ,ນອກນັ້ນຍັງມີການປູກພືດຜັກຕ່າງໆ ເພື່ອຂາຍກາຍເປັນສິນຄ້າ ເຊິ່ງປີໜຶ່ງສາມາດສ້າງລາຍຮັບເຂົ້າບ້ານໄດ້ຫຼາຍກວ່າ 400 ລ້ານກີບ. ທົ່ວບ້ານ ມີສັດລ້ຽງປະເພດ ຄວາຍ 22 ໂຕ, ງົວ 156 ໂຕ, ໝູ 23, ສັດປີກ 600 ກວ່າໂຕ. ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເລືອກຕັ້ງເປັນຄະນະບ້ານຊຸດໃໝ່. ຈາກນັ້ນກໍມີການປ່ອນບັດຄັດເລືອກເອົາຄະນະບ້ານຊຸດໃໝ່ ໂດຍມີບຸກຄະລາກອນເຂົ້າສະໝັກເລືອກຕັ້ງ ຈຳນວນ 5 ທ່ານ, ເລືອກເອົາ 3 ທ່ານ ແລະ ໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາທ່ານ ຄຳປານ ຕະວະ ເປັນນາຍບ້ານ, ທ່ານ ຄຳພົ້ວ ບໍລິພາ ເປັນຮອງນາຍບ້ານ ແລະ ທ່ານ ຄຳດີ ດວງຈະເລີນ ເປັນຮອງນາຍບ້ານ. ຈາກນັ້ນບັນດາທ່ານທີ່ໄດ້ຮັບໜ້າທີ່ໃໝ່ກໍໄດ້ຂຶ້ນຮັບໜ້າທີ່ ແລະ ປະຕິຍານຕົນ ເພື່ອສືບຕໍ່ການຈັດຕັ້ງປະຕິບັດວຽກງານພາຍໃນບ້ານ ສືບຕໍ່ຊີ້ນນໍາໆພາປະຊາຊົນພາຍໃນບ້ານໃນການສ້າງສາພັດທະນາເສດຖະກິດ-ສັງຄົມໃຫ້ ມີການພັດທະນາຂຶ້ນໄປເທື່ອລະກ້າວຕາມແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ໃນໂອກາດນີ້ ທ່ານ ນາງ ມິນທະລາ ສຸມັງຄະລະ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບ້ານໃນໄລຍະຜ່ານມາ ພ້ອມນີ້ທ່ານກໍ່ໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານທຸກຂັ້ນ ໂດຍສະເພາະຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫມ່ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເຮັດໃຫ້ປະຊາຊົນຢູ່ພາຍໃນບ້ານຮັບຮູ້ແນວທາງຂອງພັກ ລະບຽບກົດໝາຍຂອງລັດ, ມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການຊີ້ນໍາໆພາຂອງພັກ ເພື່ອນໍາເອົາແນວທາງໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ພ້ອມກັນສ້າງສາພັດທະນາເສດຖະຄອບຄົວໃຫ້ຮັ່ງມີ ເຂັ້ມແຂງຂຶ້ນໄປເລື້ອຍໆ.
(ພາບ-ຂ່າວ: ຫ້ອງການ ຖວທ ເມືອງກາສີ).

 #ສ່ວຍສາອາກອນປະຈຳແຂວງວຽງຈັນ ເຜີຍແຜ່ວຽກງານຄຸ້ມຄອງລາຍຮັບຈາກທີ່ດິນ, ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ ແລະ ວຽກງານຄຸ້ມຄອງການເກັບລາຍຮ...
20/11/2023

#ສ່ວຍສາອາກອນປະຈຳແຂວງວຽງຈັນ ເຜີຍແຜ່ວຽກງານຄຸ້ມຄອງລາຍຮັບຈາກທີ່ດິນ, ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ ແລະ ວຽກງານຄຸ້ມຄອງການເກັບລາຍຮັບຄ່າທຳນຽມທາງ.
#ແຂວງວຽງຈັນໂພສ໌
#ຂ່າວ #ສ່ວຍສາອາກອນປະຈຳແຂວງວຽງຈັນ
ໃນວັນທີ 20 ພະຈິກ 2023 ນີ້, ຢູ່ທີຫ້ອງປະຊຸມເມືອງວຽງຄຳ, ສ່ວຍສາອາກອນປະຈຳແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຄຸ້ມຄອງລາຍຮັບຈາກທີ່ດິນ, ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ ແລະ ວຽກງານຄຸ້ມຄອງການເກັບລາຍຮັບຄ່າທຳນຽມທາງ ໂດຍການເຂົ້າຮ່ວມຂອງທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນແຂວງວຽງຈັນ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ຮອງເຈົ້າເມືອງ ແລະ ຫົວໜ້າຫ້ອງການການເງິນ 11 ຕົວເມືອງ, ທີມງານກົມສ່ວຍສາອາກອນ ກະຊວງການເງິນ ແລະ ວິຊາການຈາກພະແນກການ, ລັດວິສາຫະກິດເຂົ້າຮ່ວມ.
ທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນແຂວງວຽງຈັນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍການນຳໃຊ້ລະບົບຄຸ້ມຄອງການຈັດເກັບລາຍຮັບພາສີທີ່ດິນແບບເອເລັກໂຕນິກ ແລະ ການຊຳລະຜ່າານລະບົບ TaxRIS ເຊື່ອມຕໍ່ລະບົບຄັງເງິນແຫ່ງຊາດທີ່ກະຊວງການເງິນໄດ້ສຳເລັດການພັດທະນາ ແລະ ກຳລັງນຳໃຊ້ ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບລະບຽບການ ແລະ ມີຄວາມເປັນເອກະພາບໃນທົ່ວແຂວງ. ອີກດ້ານໜຶ່ງກໍ່ເພື່ອເປັນການຮັບປະກັນໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຮັບປະກັນໃຫ້ທຸກພາກສ່ວນບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ ລວມເຖິງບຸກຄົນທົ່ວໄປ ເຂົ້າໃຈໃນການຈັດຕັ້ງປະຕິບັດພັນທະຂອງຕົນໃນການສ້າງສາພັດທະນາປະເທດຊາດ. ພ້ອມນີ້ ທ່ານຍັງເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຕິດຕາມ ຮັບຟັງການເຜີຍແຜ່ຫາກມີບັນຫາທີ່ຍັງບໍ່ທັນຈະແຈ້ງ ຫຼື ບໍ່ເຂົ້າໃຈໃຫ້ມີການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນໃຫ້ເຂົ້າໃຈຢ່າງເລິກເຊິ່ງຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີໝາກຜົນສູງສຸດ.
ສຳລັບເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ: ແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 1844/ຫກ, ລົງວັນທີ 10 ກໍລະກົດ 2023 ວ່າດ້ວຍການເສຍພາສີທີ່ດິນ ປະຈຳປີ 2023; ຄຳແນະນຳຂອງກົມສ່ວຍສາອາກອນ ສະບັບເລກທີ 4191/ກສອ, ລົງວັນທີ 17 ກໍລະກົດ 2023 ວ່າດ້ວຍການເສຍພາສີທີ່ດິນ ປະຈຳປີ 2023; ກົດໝາຍທີ່ດິນ ເລກທີ 35/ສພຊ, ລົງວັນທີ 17 ກໍລະກົດ 2023; ການບັນທຶກຂໍ້ມູນເຂົ້າປຶ້ມສຳມະໂນທີ່ດິນ, ຂໍ້ມູນເຂົ້າຮ່າງເອັກເຊວ, ບັນທຶກເຂົ້າລະບົບ TaxRIS ແລະ ໃບເກັບເງິນຄ່າພາສີທີ່ດິນ ແລະ ວຽກງານການເສຍຄ່າທຳນຽມທາງ ປີ 2023.
ໃນກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄຳຄິດ, ຄຳເຫັນ ກ່ຽວບັນຫາທີ່ເຫັນວ່າຍັງຄົງຄ້າງ ແລະ ຈະໄດ້ສືບຕໍ່ແກ້ໄຂບັນຫາໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານດັ່ງກ່າວສຳເລັດຕາມແຜນການທີ່ວາງໄວ້.

ວິທະຍາຄານ ນາຍທະຫານບົກ ກົມມະດຳ ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ ສະໄໝທີ XI. #ແຂວງວຽງຈັນໂພສ໌  #ຂ່າວ  #ທ...
20/11/2023

ວິທະຍາຄານ ນາຍທະຫານບົກ ກົມມະດຳ ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ ສະໄໝທີ XI.
#ແຂວງວຽງຈັນໂພສ໌
#ຂ່າວ #ທະຫານກົມມະດຳ
ວັນທີ 17 ພະຈິກ 2023 ນີ້ ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ເປີດກອງປະຊຸມເຊື່ອມຊຶມຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວນກ, ມີຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ໜ່ວຍພັກ ແລະ ຄະນະພັກຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີສະຫາຍປະທານໄດ້ໃຫ້ກຽດຂຶ້ນເຜີຍແຜ່ຄຳສັ່ງແນະນຳ ວ່າດ້ວຍການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຈາກນັ້ນກໍໄດ້ຜັດປ່ຽນໃຫ້ຄະນະພັກ-ຄະນະອຳນວຍ ຂຶ້ນເຜີຍແຜ່ເອກະສານ ໃນການຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XI ໃນໄລຍະຜ່ານມາ,ເອກະສານມະຕິວ່າດ້ວຍການສຶບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ,ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ,ເອກະສານບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດທະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX,ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດ ປີ 2025, ເອກະສານບົດສຳຫຼວດການນຳພາລວມໃນໄລຍະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI,ເອກະສານແຜນດຳເນີນງານວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ, ທັ່ງນີ້ກໍເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ,ສະມາຊິກພັກຫຼັກແຫຼ່ງ ໄດ້ຮັບຮູ້,ເຈົ້າໃຈ,ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ຕໍ່ເອກະສານດັ່ງກ່າວເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກວຽກງານຕົວຈິງ,ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະຂັ້ນໃຫ້ໄດ້ຮັບໝາກຜົນສູງ.
ໃນຕອນທ້າຍພິທີສະຫາຍປະທານພິທີໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຫຼາຍບັນຫາເປັນຕົ້ນໄດ້ຮຽກຮ້ອງເຖິງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເອົາໃຈໃສ່ກຳແນ້ນໃນບັນດາເນື້ອໃນເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກວຽກຂອງກົມກອງໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ພ້ອມທັງນຳໄປເຜີຍແຜ່ໃຫ້ພະນັກງານ-ນັກຮົບຢູ່ບັນດາອົງການ,ກົມກອງໃຫ້ຮັບຮູ້,ເຊື້ອມຊຶມຢ່າງທົ່ວເຖິງ.
ຂ່າວ-ພາບ : ຕ່ວນບຸບຜາ ທິບທິດາ

ຄະນະກໍາມະການຄຸ້ມຄອງວັງສະຫງວນພັນປາເມືອງແກ້ວອຸດົມ ຄົ້ນຄວ້າປຶກສາຫາລືສ້າງຄວາມເປັນເອກະພາບໃນການຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມຂອ...
20/11/2023

ຄະນະກໍາມະການຄຸ້ມຄອງວັງສະຫງວນພັນປາເມືອງແກ້ວອຸດົມ ຄົ້ນຄວ້າປຶກສາຫາລືສ້າງຄວາມເປັນເອກະພາບໃນການຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມຂອງຊຸມຊົນ.
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງແກ້ວອຸດົມ
ໃນຕອນເຊົ້າຂອງວັນທີ 16 ພະຈິກ 2023 ຜ່ານມານີ້ ຫ້ອງການກະສິກໍາ-ປ່າໄມ້ເມືອງແກ້ວອຸດົມໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືສ້າງຄວາມເປັນເອກະພາບໃນການຄຸ້ມຄອງວັງສະຫງວນພັນປາ ໃນເຂດຫວງຫ້າມ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງເຂື່ອນໄຟຟ້ານໍ້າງື່ມ1, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວທອນ ດາລາວົງ ຫົວໜ້າຫ້ອງວ່າການປົກຄອງເມືອງໆແກ້ວອຸດົມ,ຫົວໜ້າ,ຮອງຫົວໜ້າຫ້ອງການ,ກົມກອງ,ນາຍບ້ານ ພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ນຳເອົາເນື້ອເອກະສານມາປຶກສາຫາລືໃນຄວາມເປັນເອກະພາບທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດເຊີ່ງປະກອບມີ: ຂໍ້ຕົກລົງເລກທີ 213/ຈມ.ກດ ລົງວັນທີ 16 ສີງຫາ 2023 ວ່າດ້ວຍ: ການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງວັງສະຫງວນພັນປາຂອງເມືອງແກ້ວອຸດົມ ແລະ ກົດລະບຽບວ່າດ້ວຍ: ການຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມຂອງຊຸມຊົນຢູ່ພາຍໃນເມືອງແກ້ວອຸດົມ.
ທ່ານ ນາງ ດວງຈັນ ຊາມູນຕີ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງແກ້ວອຸດົມ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ການສ້າງວັງສະຫງວນແບບມີສ່ວນຮ່ວມຂອງຊຸມຊົນກໍ່ເພື່ອກໍານົດຫລັກການ,ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ການກວດກາ ເພື່ອສົ່ງເສີມການລ້ຽງ,ການອານຸລັກ ແລະ ການປົກປັກຮັກສາ,ການພັດທະນາ ແລະ ນໍາໃຊ້ສັດນໍ້າແບບຍື່ນຍົງ,ແນໃສ່ຮັບປະກັນການຕອບສະໜອງປາ ແລະ ສັດນໍ້າອື່ນໆເພື່ອເປັນອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ການປົກປັກຮັກສາສິ່ງແວດລ້ອມ,ການຫ້າມ ແລະ ອຸປະກອນຫາປາທຸກຊະນິດເຂົ້າໃນແມ່ນໍ້າເຂດວັງສະຫງວນແລະມີສ່ວນຮ່ວມຂອງຊຸມຊົນໃນຂອບເຂດເມືອງແກ້ວອຸດົມປະກອບມີ: ເບັດ,ແຫ,ມອງ,ຕຸ້ມ,ລອບ,ຈັ່ນ,ຊ້ອນ,ໄຊ,ກະດຸ້ງ,ດາງກວດ,ດາງຕັກປາທຸກຊະນິດ,ປືນຍິງ,ປືນແຫຼມທຸກຊະນິດ,ໂຕ່ງ,ຕ້ອນ, ແລະ ຕັນປາກຫ້ວຍນໍ້າທີ່ໄຫຼຕົກໃສ່ເຂດວັງສະຫງວນ,ເຄື່ອງມືຫາປາແບບວິທະຍາສາດ ແລະ ທາດເຄມີອື່ນໆທຸກຊະນິດ,ການລະເມີດດັ່ງກ່າວແມ່ນຈະຖືກປັບໄໝໃນການກະທໍາໜັກຫຼືເບົາ,ເປັນຕົ້ນ: ໃຊ້ເຄື່ອງມືແບບພື້ນບ້ານແມ່ນຈະຖືກປັບໄໝ 1.000.000 ກີບຫາ 3.000.000 ກີບຕໍ່ຄົນຕໍ່ຄັ້ງ,ເຄື່ອງມືແບບວິທະຍາສາດ ແມ່ນຈະຖືກປັບໄໝ 5.000.000 ຫາ 10.000.000 ກີບຕໍ່ຄົນຕໍ່ຄັ້ງ,ເຄື່ອງມືແບບທາດເຄມີ ແມ່ນຈະຖືກປັບໄໝແຕ່ 5.000.000 ຫາ 10.000.000 ກີບຕໍ່ຄົນຕໍ່ຄັ້ງພ້ອມທັງຢຶດຂອງກາງທັງໝົດ ແລະ ສົ່ງຕົວຜູ້ກ່ຽວໃຫ້ເຈົ້າໜ້າທີ່ດໍາເນີນຄະດີຕາມລະບຽບກົດໜາຍ.ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ຜັດປ່ຽນກັນມີຄໍາເຫັນຢ່າງກົງໄປກົງມາເຂົ້າໃນວຽກງານໃຫ້ປະກົດຜົນສຳເລັດຢ່າງຈົບງາມ.
ພາບ-ຂ່າວ: ດາວເພັດ ແກ້ວປະເສິດ

ບ້ານຫລິ່ງຊັນ ເມືອງທຸລະຄົມ ໄດ້ຮັບການຝຶກອົບຮົມວຽກງານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ #ແຂວງວຽງຈັນໂພສ໌  #ຂ່າວ  #ເມືອງທຸລະຄົມ  ໃນ...
20/11/2023

ບ້ານຫລິ່ງຊັນ ເມືອງທຸລະຄົມ ໄດ້ຮັບການຝຶກອົບຮົມວຽກງານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງທຸລະຄົມ

ໃນວັນທີ 17 ພະຈິກ 2023 ນີ້ ຂະແໜງທ່ອງທ່ຽວ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງທຸລະຄົມ ລົງໄປຝຶກອົບຮົມວຽກງານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃຫ້ອົງການປົກຄອງບ້ານຫລິ່ງຊັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສໍາພັນ ມະນີຈັນ ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ, ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການ ຖວທ ເມືອງທຸລະຄົມ, ທ່ານ ພອນສະຫວັນ ຫລວງອາໄພ ນາຍບ້ານ ຫລິ່ງຊັນ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງທ່ອງທ່ຽວ, ວິຊາການກ່ຽວຂ້ອງ, ພາກສ່ວນກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງບ້ານ ແລະ ສະມາຊິກເປົ້າໝາຍໂຄງການເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາມີ ພຸດທະວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ ໄດ້ລາຍງນສະພາບລວມຂອງການຈັດ ຕັ້ງປະຕິບັດໂຄງການທ່ອງທ່ຽວຢູ່ບ້ານຫລິ່ງຊັນໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ປັນຍາສິດ ບຸນສົງຄາມ ຫົວໜ້າຂະ
ແໜງທ່ອງທ່ຽວ ໄດ້ນໍາສະເໜີເອກະສານຄວາມຮູ້ພື້ນຖານຂອງພະນັກງານນໍາທ່ຽວ ແລະ ການບໍລິການ, ເຜີຍແຜ່ເອກະສານຄວາມສະເໝີພາບບົດບາດຍິງ-ຊາຍ ໃນຂົງເຂດວຽກງານທ່ອງທ່ຽວ ສະເໜີໂດຍ ທ່ານ ນາງ ຈັນດາວອນ ທໍາມະໂຄດ ຮອງປະທານສະຫະພັນແມ່ຍິງເມືອງ.
ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານເອກະສານກ່ຽວກັບການພົວພັນ, ການຮັບຕ້ອນ ແລະ ການບໍລິການ (ມະນຸດສໍາພັນ ແລະ ຈິດຕະວິທະຍາໃນການບໍລິການ), ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບໂຄງການຂອງຂັ້ນເມືອງ ແລະ ຂັ້ນບ້ານ. ພ້ອມນີ້ຍັງໄດ້ມີການສົນທະນາປະກອບຄໍາເຫັນເຊິ່ງກັນ ແລະ ກັນ.
ຂ່າວ: ເມືອງທຸລະຄົມ.

ພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະວັນຜູ້ອາຍຸສູງ ປະຈຳປີ 2023 #ແຂວງວຽງຈັນໂພສ໌  #ຂ່າວ  #ເມືອງເຟືອງ      ວັນທີ 16 ພະຈິກ...
20/11/2023

ພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະວັນຜູ້ອາຍຸສູງ ປະຈຳປີ 2023
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງເຟືອງ
ວັນທີ 16 ພະຈິກ 2023 ຢູ່ທີ່ສະໂມສອນ ເມືອງເຟືອງ ແຂວງວຽງວຽງຈັນ ຈັດພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດລາວ ແລະວັນຜູ້ອາຍຸສູງແຫ່ງຊາດ ປະຈຳປີ 2023 , ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ຜູ້ຊີ້ນຳເມືອງເຟືອງ, ທ່ານ ຄຳເພັດ ຈັນສົມພູ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້້າເມືອງໆເຟືອງ, ທ່ານ ເຂົາແກ້ວ ສົມຈັນມະວົງ ປະທານ ສະມາຄົມບຳນານ ແລະ ຜູ້ອາຍຸສູງແຂວງວຽງຈັນ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ , ຜູ້ອາຍຸສູງ, ຜູ້ພິການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ໄດ້ກ່າວວ່າ ພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ ໄດ້ກໍານົດເອົາວັນທີ 3 ທັນວາເປັນວັນຄົນພິການແຫ່ງຊາດ ແລະ ຜູ້ອາຍຸສູງທີ່ໄດ້ກຳນົດວັນທີ 1 ຕຸລາ ເປັນວັນຜູ້ອາຍຸສູງ, ໃນແຕ່ລະປີລັດຖະບານໄດ້ກຳນົດໃຫ້ມີການສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ , ຄົນພິການແມ່ນຜູ້ທີ່ມີ ຄວາມບົກຜ່ອງ ຫຼື ສູນເສຍໜ້າທີ່ການຂອງອະໄວຍະວະ ແລະ ເສຍອົງຄະສ່ວນໃດສ່ວນໜຶ່ງຂອງ ຮ່າງກາຍ, ຈິດໃຈ, ມັນສະໝອງ ແລະ ສະຕິປັນຍາລວມທັງການເບິ່ງເຫັນ, ການໄດ້ຍິນ ແລະ ການປາກເວົ້າ ໂດຍບໍ່ຈໍາແນກສາເຫດ ຂອງຄວາມພິການ, ເຊິ່ງຄວາມພິການນັ້ນໄດ້ເປັນອຸປະສັກ ໃນການເຄື່ອນໄຫວກິດຈະກໍາປະຈໍາວັນ ແລະ ການເຂົ້າຮ່ວມກິດຈະກໍາທາງສັງຄົມຢ່າງເຕັມສ່ວນ ຈາກເຫດຜົນນັ້ນ, ພັກ ແລະລັດຖະບານໄດ້ມີນະໂຍບາຍໃຫ້ຄວາມສໍາຄັນຕໍ່ຄົນພິການເຫຼົ່ານີ້. ຈຸດປະ ສົງໃນການສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ ເປັນການຍົກສູງພາລະບົດບາດຄົນພິການ ແລະ ຜູ້ອາຍຸສູງ ເປັນການປະຕິບັດຕາມແຜນ ການປະຈຳປີກ່ຽວກັບວຽກງານຜູ້ອາຍຸສູງຂອງແຂວງກໍ່ຄືຂອງເມືອງ ໂດຍສະເພາະແມ່ນແຜນການຂະຫຍາຍສະມາຊິກສະມາຄົມຢູ່ເມືອງເຟືອງປີໜຶ່ງໃຫ້ໄດ້ 20 ທ່ານ ເປັນການສ້າງໃຫ້ສັງຄົມຮັບຮູ້ພາລະບົດບາດຂອງຄົນ ພິການ ແລະ ບົດບາດຂອງພະນັກງານບໍານານ ແລະ ຜູ້ອາຍຸສູງໃຫ້ດີຂຶ້ນເປັນການສ້າງໂອກາດໃຫ້ຄົນພິການ, ພະນັກງານບຳນານ ແລະ ຜູ້ອາຍຸສູງໄດ້ພົບປະໂອ້ລົມແລກປ່ຽນບົດຮຽນນໍາກັນ ເປັນການໂຄສະນາພະນັກ ງານບຳນານ ແລະ ຜູ້ອາຍຸສູງ ເຂົ້າເປັນສະມາຊິກສະມາ ຄົມ ເປັນການລະດົມທຶນເພື່ອສ້າງລາຍຮັບໃຫ້ແກ່ສະມາຄົມ ຢູ່ພາຍໃນເມືອງ.
ໃນໂອກາດນີ້ ທ່ານ ສຸລິສັກ ອາສາກິດຕິກຸນ ຮອງປະທານສະມາຄົມບຳນານ ຜູ້ອາຍຸສູງ ແຂວງວຽງຈັນ ໄດ້ຂຶ້ນອ່ານສານອວຍພອນນ້ຳໃຈ 1 ຕຸລາ ວັນຜູ້ອາຍຸສູງສາກົນ ແລະ ທ່ານ ຄຳຮັກ ເລືອງລອງ ປະທານ ສະມາຄົມ ຄົນພິການແຂວງວຽງຈັນ ຕາງໜ້າຄົນພີການ ແລະ ຜູ້ອາຍຸສູງ ມີຄຳເຫັນກ່າວສະແດງຄວາມຮູ້ບຸນຄຸນ ຕໍ່ການນຳພັກ-ລັດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວ ເພື່ອເປັນການຍົກສູງພາລະບົດບາດໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນການປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ດີຂຶ້ນເປັນກ້າວໆ.

ພິທີປະກາດການຈັດຕັ້ງຫ້ອງການຈໍານວນໜຶ່ງຂອງເມືອງທຸລະຄົມ #ແຂວງວຽງຈັນໂພສ໌  #ຂ່າວ  #ເມືອງທຸລະຄົມ  ພິທີປະກາດການຈັດຕັ້ງຫ້ອງການຈໍາ...
20/11/2023

ພິທີປະກາດການຈັດຕັ້ງຫ້ອງການຈໍານວນໜຶ່ງຂອງເມືອງທຸລະຄົມ
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງທຸລະຄົມ

ພິທີປະກາດການຈັດຕັ້ງຫ້ອງການຈໍານວນໜຶ່ງຢູ່ ເມືອງທຸລະຄົມ ໄຂຂຶ້ນໃນວັນທີ 16 ພະ ຈິກ 2023 ຜ່ານມານີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງທຸລະຄົມ ແລະ ທ່ານ ດຣ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງປະຈໍາແຂວງວຽງຈັນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ່ວຍງານ, ພະນັກງານລັດຖະກອນ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ວຽງຄົມ ວົງພິລາ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງ ວ່າດ້ວຍການແຍກໜ່ວຍງານກາແດງຈາກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ມາເປັນຫ້ອງການເອກະລາດ, ພ້ອມທັງຜ່ານຂໍ້ຕົກລົງແຕ່ງຕັ້ງ ທ່ານ ແສງສຸລີ ນິດສະຫວາດວົງໄຊ ເປັນຫົວໜ້າຫ້ອງການ, ທ່ານ ແສງດີ ສຸດທິວົງ ເປັນຮອງຫົວໜ້ຫ້ອງການ; ຜ່ານຂໍ້ຕົກລົງແຕ່ງຕັ້ງ ທ່ານ ນາງ ພຸດເພັງ ຊາມຸນຕີ ເປັນຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ປະກາດແຕ່ງຕັ້ງ ຫົວໜ້າໜ່ວຍງານ, ຫົວໜ້າໂຮງໝໍນ້ອຍ, ຫົວໜ້າ, ຮອງຫົວໜ້າຈຸງານຂອງຫ້ອງການສາທາລະນະສຸກເມືອງ; ປະກາດ ແຕ່ງຕັ້ງ ທ່ານ ສີແພງ ຈິດຕະວົງ ເປັນຜູ້ຮັກສາການເລຂາຄະນະພັກຮາກຖານ ແລະ ຮັກສາການຫົວໜ້າກຸ່ມບ້ານນາແພງ, ແຕ່ງຕັ້ງ ທ່ານ ນາງ ສະຫວັນວຽງ ຊາມຸນຕີ ເປັນຫົວໜ້າໜ່ວຍງານຂອງຫ້ອງວ່າການເມືອງ, ແຕ່ງຕັ້ງ ທ່ານ ນາງ ວິວັນດາ ສຸທໍາມະວົງ ແລະ ທ່ານ ສັກປະເສີດ ໄຊຍະສານ ເປັນຫົວໜ້າໜ່ວຍງານຂອງຄະນະຈັດຕັ້ງເມືອງ.
ໂອກາດນີ້ ຄະນະປະທານໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມຕໍ່ພິທີປະກາດການຈັດຕັ້ງຄັ້ງນີ້, ເຊິ່ງໄດ້ຍ້ອງຍໍຊົມເຊີຍຄະນະປັບປຸງກົງຈັກການຈັດຕັ້ງຂອງເມືອງ ທີ່ໄດ້ສົມທົບກັບຫ້ອງການກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ຢ່າງມີຜົນສໍາເລັດ, ຕັ້ງໜ້າຄົ້ນຄວ້າຄັດເລືອກ ແລະ ຊັບຊ້ອນບຸກຄະລາກອນໃຫ້ແທດເໝາະກັບບັນດາຫ້ອງການ, ກັບໜ້າວຽກ; ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານກາແດງ, ຄວາມຈໍາເປັນໃນການປະກາດສ້າງຕັ້ງເປັນຫ້ອງການ, ຍ້ອງຍໍຊົມເຊີຍຕໍ່ກັບຜູ້ໄດ້ຮັບການແຕ່ງຕັ້ງໃໝ່, ຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງການ ກໍ່ຄືໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ອອກແຮງຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບ, ຈັນຍາບັນ,ຈັນຍາທໍາຂອງພະນັກງານ ຝຶກຝົນກໍ່ສ້າງພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ ສາມາດເປັນເສນາທິການໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ.

ຂ່າວ: ເມືອງທຸລະຄົມ.

ໜ່ວຍພັກສະພັນນັກຮົບເກົ່າ ແຂວງວຽງຈັນ ເປີດກອງປະຊຸມ ບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2023. #ແຂວງວຽງຈັນໂພສ໌  #ຂ່າວ  #ສະຫະພັນນ...
20/11/2023

ໜ່ວຍພັກສະພັນນັກຮົບເກົ່າ ແຂວງວຽງຈັນ ເປີດກອງປະຊຸມ ບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2023.
#ແຂວງວຽງຈັນໂພສ໌
#ຂ່າວ #ສະຫະພັນນັກຮົບເກົ່າແຂວງວຽງຈັນ
ວັນທີ 16 ພະຈິກ 2023 ນີ້, ຢູ່ທີ່ຫ້ອງປະຊຸມຂອງ ສະຫະພັນນັກຮົບເກົ່າແຂວງ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງ ຕີລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ, ຂອງໜ່ວຍພັກ ປະຈໍາປີ 2023 ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພັອ ບຸນຍົງ ວົງສີຈັນ ເລຂາໜ່ວຍພັກ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະໜວ່ຍພັກ ພ້ອມດວ້ຍສະມາຊິກພັກສົມບູນ, ສະມາຊິກພັກສໍາຮອງ ເຂົ້າຮ່ວມທັງໝົດ 15 ສະຫາຍຍິງ 05 ສະຫາຍ.
ໃນກອງປະຊຸມ ສະຫາຍ ພັທ ພົມມີ ຈັນປະສົງ ຮອງເລຂາໜ່ວຍພັກ ຍັງໄດ້ຂຶ້ນຜ່ານຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກວ່າດວ້ຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ອີງຕາມ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ເພື່ອຕີລາຄາຄຸນນະພາບ ຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈໍາປີ 2023, ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕີຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບຟັງມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເປີດບັ້ນດຳເນີນຊີວິດການເມືອງ, ຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈຳປີ 2023 ຂອງໜ່ວຍພັກສະຫະພັນນັກຮົບເກົ່າແຂວງ. ການເປີດບັ້ນດຳເນີນຊີວິດການເມືອງ ໃນຄັ້ງນີ້ກໍ່ເພື່ອເປັນການກວດກາ, ຕີລາຄາຈັດແບ່ງປະເພດ ສະມາຊິກພັກ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເຮັດໃຫ້ສະມາຊິກພັກແຕ່ລະສະຫາຍ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຂອງພັກ, ມີແບບແຜນວິທີເຮັດວຽກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ເຮັດສຳເຮັດໜ້າທີ່, ແກ້ໄຂຈຸດອອ່ນ, ຂໍ້ຄົງຄ້າງໃນຕໍ່ໜ້າກໍ່ຄືປະຈຸບັນ ທັງເປັນການກວດກາ-ຕີລາຄາຄືນ, ການນຳພາ-ຊີ້ນຳຂອງຄະນະໜ່ວຍພັກ, ໃນໄລຍະ 1 ປີ ໃນບັ້ນການດໍາເນີນຊີວິດການເມືອງໃນຊຸດນີ້ ແຕ່ລະສະຫາຍສະມາຊິກພັກກໍ່ໄດ້ພາກັນຜ່ານບົດສຳຫຼວດຕົນເອງພ້ອມທັງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ມີທາງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ,ເພື່ອເປັນການແກ້ໄຂຈຸດບົກຜ່ອງ ຖອດຖອນບົດຮຽນ, ໃນໄລຍະຜ່ານມາໃຫ້ພ້ອມກັນປະຕິບັດເພີ່ມທະວີຄວາມເຂັ້ມແຂງໃຫ້ໜັກແໜ້ນໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການແນະນຳແລະໂອ້ລົມຈາກ ສະຫາຍເລຂາ ໜ່ວຍພັກ ສນຂ ກໍ່ໄດ້ຍ້ອງຍໍຊົມເຊີຍທີ່ສະມາຊິກພັກແຕ່ລະສະຫາຍໄດ້ມີຄວາມກ້າວໜ້າເອົາໃຈໃສ່ຕໍ່ໜ້າທີ່ການເມືອງ-ນຳພາແນວຄິດ ປອດໃສ, ໜັກແໜ້ນ, ເຂັ້ມແຂງ ຈາກການຂັດເລືອກຕາມການປະເມີນໃຫ້ຄະແນນທີ່ໄດ້ຕາມມາດຕະຖານໄດ້ດີພໍສົມຄວນ ຕາມທີ່ຄະນະຈັດຕັ້ງສູນກາງພັກ ໄດ້ວາງອອກໃຫ້ສະມາຊິກພັກແຕ່ລະສະຫາຍຢູ່ພາຍໃນໜ່ວຍພັກຂອງ ສນຂ ໄດ້ຕາມຈຸດປະສົງຄາດໝາຍເປັນຢ່າງດີ.

ພາບ: ຂ່າວ: ບຸນຖະໜອມ ຫຼວງສີສົງຄາມ.

ຄັດເລືອກນາງສາວຕົວແທນຂອງແຂວງວຽງຈັນ ເພື່ອສົ່ງເຂົ້າປະກວດ ນາງສາວທ່ອງທ່ຽວລາວ ປີ 2024. #ແຂວງວຽງຈັນໂພສ໌  #ຂ່າວ  #ຄະນະຊາວໜຸ່ມແຂວ...
18/11/2023

ຄັດເລືອກນາງສາວຕົວແທນຂອງແຂວງວຽງຈັນ ເພື່ອສົ່ງເຂົ້າປະກວດ ນາງສາວທ່ອງທ່ຽວລາວ ປີ 2024.
#ແຂວງວຽງຈັນໂພສ໌
#ຂ່າວ #ຄະນະຊາວໜຸ່ມແຂວງ
ໃນວັນທີ 17 ພະຈິກ 2023ນີ້ ຢູ່ທີ່ສູນພັດທະນາຊາວໜຸ່ມ-ເຍົາວະຊົນ ແຂວງວຽງຈັນ ໄດ້ຈັດໃຫ້ມີການຄັດເລືອກຕົວແທນຂອງແຂວງວຽງຈັນ ເພື່ອສົ່ງເຂົ້າປະກວດນາງສາວທ່ອງທ່ຽວລາວ ປະຈຳປີ 2024 ໂດຍມີນາງສາວເຂົ້າຮ່ວມຄັດເລືອກໃນຄັ້ງນີ້ ທັງໝົດ 15 ນ້ອງນາງສາວ ທີ່ມາຈາກບັນດາ ໂຮງຮຽນ, ສະຖາບັນການສຶກສາ ຈາກ 11 ເມືອງທົ່ວແຂວງວຽງຈັນ ເຊິ່ງຈະໄດ້ຄັດເລືອກເອົາເປັນຕົວແທນຂອງແຂວງສອງນາງສາວ.
ທ່ານ ວິລະຍາ ພົມມະຈັນ ຜູ້ຈັດການໂຄງການປະກວດນາງສາວທ່ອງທ່ຽວລາວ ໄດ້ກ່າວວ່າ : ຈຸດປະສົງຂອງການປະກວດນາງສາວທ່ອງທ່ຽວລາວນີ້ ກໍເພື່ອເປັນການຕາມຫາທູດ ໃນການທ່ອງທ່ຽວປະເທດລາວເພາະວ່າປີໜ້ານີ້ ປະເທດລາວຈະເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ຖ້າຫາກວ່າຜູ້ໃດໄດ້ເປັນຕົວແທນຂອງແຂວງ ຈະໄດ້ຄັດເລືອກເຂົ້າໄປແຂ່ງຂັນລະດັບປະເທດ ເພາະວ່າຈະມີທຸກແຂວງທົ່ວປະເທດທີ່ຈະໄດ້ແຂ່ງຂັນກັນ ແລະ ໃນການປະກວດກໍຈະມີຫຼາຍກິດຈະກຳຕ່າງໆ ຢູ່ທີ່ນະຄອນຫຼວງວຽງຈັນ, ສຳລັບມື້ຕັດສິນຈະໄດ້ໄປຈັດງານປະກວດຢູ່ທີ່ແຂວງບໍ່ແກ້ວ ຖ້າຫາກວ່າຜູ້ໃດໄດ້ເຂົ້າຮອບ 36 ຄົນກໍຄືຕົວແທນແຂວງລະ 2 ຄົນ ແມ່ນຈະໄດ້ຮັບການດູແລຈາກ ຄະນະກອງປະກວດ ແລະ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຈົນກວ່າຈະສຳເລັດການແຂ່ງຂັນ.

ພາບ/ຂ່າວ: ນັກຂ່າວຊາວໜຸ່ມແຂວງ

ແຂວງວຽງຈັນ ເປີດຂະບວນການຜະລິດລະດູແລ້ງ ສົກປີ 2023-2024 #ແຂວງວຽງຈັນໂພສ໌ #ຂ່າວວຽກງານກະສິກຳ      ວັນທີ 17 ພະຈິກ 2020 ນີ້ແຂວງວ...
17/11/2023

ແຂວງວຽງຈັນ ເປີດຂະບວນການຜະລິດລະດູແລ້ງ ສົກປີ 2023-2024
#ແຂວງວຽງຈັນໂພສ໌
#ຂ່າວວຽກງານກະສິກຳ
ວັນທີ 17 ພະຈິກ 2020 ນີ້ແຂວງວຽງຈັນ ໄດ້ຈັດພິທີສະເຫລີມສະຫລອງວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ເປີດຂະບວນການຜະລິດລະດູແລ້ງ ປະຈຳສົກປີ 2023-2024 ຂຶ້ນ ທີ່ຄອງຊົນລະປະທານ ບ້ານຈຸ້ມ ເມືອງທຸລະຄົມ ໂດຍການເປັນກຽດເຂົ້າ ຮ່ວມຂອງທ່ານ ທອງສະຫວັນ ວົງສະພັນ ຮອງເລຂາພັກແຂວງວຽງຈັນ, ທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກ ກະສິກຳແລະປ່າໄມ້ແຂວງວຽງຈັນ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ພ້ອມດ້ວຍ ອົງການປົກຄອງບ້ານຈຸ້ມ, ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນທະລາ ວົງສາ ຫົວໜ້າຫ້ອງການບໍລິຫານ ພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ກ່າວວ່າ: ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ພາຍໃນແຂວງ, ແຂວງວຽງຈັນ ກໍ່ຄືພະແນກກະສິກຳແລະປ່າໄມ້ແຂວງ ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນຜະລິດເປັນສິນຄ້າກະສິກຳໃຫ້ຫລາຍຂຶ້ນ ໄດ້ສຸມໃສ່ໃນການພັດທະນາພື້ນຖານໂຄງລ່າງ ລະບົບຄອງຊົນລະປະທານທີ່ເກົ່າແລະແປງເພໃຫ້ໃຊ້ງານໄດ້, ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ, ເຊິ່ງຮອດປະຈຸບັນລະບົບຄອງຊົນລະປະທານ ໃນທົ່ວແຂວງມີທັງໝົດ 1.343 ໂຄງການ, ສາມາດສະໜອງນໍ້າໄດ້ທັງໝົດ 54.593 ເຮັກຕາ ໃນນັ້ນລະດູຝົນໄດ້ 40.153ເຮັກຕາ ແລະ ລະດູແລ້ງໄດ້ 14.540 ເຮັກຕາ. ໃນລະດູແລ້ງສົກປີທີ່ຜ່ານມາ ສາມາດສະໜອງນໍ້າໄດ້ທັງໝົດ 14.010 ເຮັກຕາ, ໃນນັ້ນປູກເຂົ້າ 9 ພັນກວ່າເຮັກຕາ, ປູກພືດ 4.671 ເຮັກຕາເທົ່າກັບ 96% ຂອງແຜນການ, ສຳລັບລະດູຝົນປີ 2023 ສາມາດສະໜອງນໍ້າໃສ່ເນື້ອທີ່ນາໄດ້ທັງໝົດ 39.381 ເຮັກຕາ, ໃນນັ້ນ ປູກເຂົ້າ 36.080 ເຮັກຕາ , ປູກພືດໄດ້ 3.301 ເຮັກຕາ ເທົ່າກັບ 100.3% ຂອງແຜນ. ທົ່ວແຂວງມີສັດລ້ຽງປະເພດງົວ 232.292 ໂຕ, ຄວາຍ 57.000 ກວ່າໂຕ, ໝູ 155.430 ໂຕ, ແບ້ 27.000ກວ່າ ໂຕ ແລະ ສັດປີກ 3 ລ້ານກວ່າໂຕ, ໄຂ່ 36 ລ້ານກວ່າໜ່ວຍ, ປາ 11 ພັນກວ່າໂຕນ, ໃນນັ້ນລວມມີປາລ້ຽງ, ປາກະຊັງ ແລະ ປາທຳມະຊາດ, ຜະລິດຊິ້ນ ປາ ໄຂ່ ໄດ້ 24 ພັນກວ່າໂຕນ. ມີການລ້ຽງສັດແບບເປັນຟາມ 128 ຟາມ, ໃນນັ້ນມີ ຟາມງົວ, ຟາມໝູພໍ່ແມ່ພັນ- ໝູຊີ້ນ, ໄກ່ຊີ້ນ- ໄກ່ໄຂ່, ຟາມເປັດ ແລະ ຟາມປາກະຊັງ. ນອກນນີ້ຍັງໄດ້ຜະລິດວັດຖຸດິບປ້ອນໂຮງງານ ໄດ້ 78.837,15 ໂຕນ ມູນຄ່າ 294.366,07 ລ້ານກີບ, ໃນນັ້ນມີ: ສາລີຫວານ-ແຂງ, ຫົວຜັກທຽມ, ມັນຕົ້ນດິບ-ແຫ້ງ, ຫມາກເດືອຍ ແລະ ປາມ. ເນື້ອທີ່ປູກຢາງພາລາ ມີ 23 ພັນກວ່າເຮັກຕາ, ໃນນັ້ນເນື້ອທີ່ກີດຢາງ 17 ພັນກວ່າເຮັກຕາ ຜົນຜະລິດ 30 ພັນກວ່າໂຕນ ລວມມູນຄ່າ 197.000 ລ້ານກວ່າກີບ.
ໃນພິທີໄດ້ມີການມອບອຸປະກອນ ແລະ ຢາສັກສັດ ມູນຄ່າ 3 ລ້ານກີບ, ຈາກນັ້ນ, ທ່ານ ທອງສະຫວັນ ວົງສຳພັນ ໃຫ້ກຽດຂຶ້ນລັ່ນຄອງ 9 ບາດ ພ້ອມເປີດນໍ້າເຂົ້າສູ່ພື້ນທີ່ການຜະລິດ ຖືເປັນການເປີດລະດູການຜະລິດລະດູແລ້ງຢ່າງເປັນທາງການ.
#ພາບ-ຂ່າວ: ບຸນທະວີ ພົມມະສິດ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ບໍລິສັດ ລາວໂທລະ​ຄົມ ຄົບຮອບ 27 ປີ (11/11/1996-11/11/2023) #...
17/11/2023

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ
ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ບໍລິສັດ ລາວໂທລະ​ຄົມ ຄົບຮອບ 27 ປີ (11/11/1996-11/11/2023)
#ແຂວງວຽງຈັນໂພສ໌
#ຂ່າວ #ບໍລິສັດລາວໂທລະຄົມ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ລາວ ​ໂທລະ​ຄົມ ຄົບຮອບ 27 ປີ (11 ພະຈິກ 1996-11 ພະຈິກ 2023)​ ຂຶ້ນໃນມື້ວັນທີ 15 ພະຈິກ 2023 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ, ບັນດາຄະນະພັກ ຄະນະອຳນວຍການ, ອ້າຍ, ​ເອື້ອຍ, ນ້ອງ​ພະນັກງານ ລາວ​ ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 285 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວ​ໂທລະ​ຄົມມະນາຄົມ ມະຫາຊົນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 11 ພະຈິກ 1996 ຊື່ງ​ເປັນບໍລິສັດຮ່ວມທຶນ ໂດຍ​ລັດຖະບານ​ລາວ ຖື​ຮຸ້ນ 51% ​ແລະ ບໍລິສັດ ​ເຊັນ​ນິງຕັນ ອິນ​ເວດສະເມັນ ສິງກະ​ໂປ ຖື​ຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວຈຸດປະສົງໃນການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ລາວ ໂທລະຄົມ ໃນ 27 ປີທີ່ຜ່ານມາ ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາ ລາວ ໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ​-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນ​ໄລ​ຍະ 27 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາມາດຮັກສາຖານລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່. ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB (Mobile broadband) ຫຼາຍກວ່າ 3,6 ລ້ານລູກຄ້າ ແລະ FBB (Fixed Broadband) ຫຼາຍກວ່າ 137 ພັນລູກຄ້າ, ສະຖານີໂທລະສັບມືຖື (BTS) ທັງໝົດ 11.514 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 1.983 ສະຖານີ 3G ຈໍານວນຫຼາຍກວ່າ 3.461 ສະຖານີ, 4G ຈໍານວນຫຼາຍກວ່າ 5.236 ສະຖານີ, 4,5G ຈໍານວນຫຼາຍກວ່າ 801 ສະຖານີ, 5G ຈໍານວນຫຼາຍກວ່າ 33 ສະຖານີ ແລະ FTTH PORT ຫຼາຍກວ່າ 149.000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 33.340 ກິໂລແມັດ.
ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ​ ໂທລະ​ຄົມ ສາມາດສ້າງລາຍຮັບໄດ້ຫລາຍ​ກວ່າ 23 ພັນຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍ​ກວ່າ 4,7 ພັນຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫລາຍ​ກວ່າ 20,6% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານ​ແລ້ວ​ມີ​ມູນ​ຄ່າຫລາຍ​ກວ່າ 5,14 ພັນຕື້ກີບ, ມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ ​ແລະ ຝ່າຍ​ຂາ​ຮຸ້ນ​ໄດ້ 371 ລ້ານ​ໂດ​ລາ​ສະ​ຫາ​ລັດ. ພ້ອມ​ດຽວ​ກັນ​ນັ້ນ, ລາວ ​ໂທລະ​ຄົມ​ ຍັງ​ໄດ້​ເອົາ​ໃຈ​ໃສ່​ປະກອບສ່ວນ​ດ້ານ​ພັນທະ​ຂອງ​ຕົນ​ຕໍ່​ສັງຄົມ​, ອົງກາ​ນຈັດຕັ້ງ​ພັກ-ລັດຢ່າງ​ຕັ້ງໜ້າ ຊື່ງ​ມັນສະ​ແດງ​ອອກ​ໃຫ້​ເຫັນ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​​ສັງຄົມ ຕະຫຼອດ​ໄລຍະ 27 ປີ​ ຜ່ານ​ມາ​ມີມູນຄ່າຫຼາຍກວ່າ 130 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 58 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 03 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ 30 ຕື້ກີບ, ກອງປະຊຸມ ASEAN SUMMIT, ກອງປະຊຸມ ASEM SUMMIT, ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ກອງປະຊຸມອື່ນໆທີ່ສຳຄັນຂອງຊາດຫຼາຍກວ່າ 02 ຕື້ກີບ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19 ເປັນເງິນສົດຈຳນວນຫຼາຍກວ່າ 4,5 ຕື້ກີບ, ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 72 ຕື້ກີບ, ສົມທົບກະຊວງ ຕສ ຊ່ວຍລັດຖະບານ ສສ ຫວຽດນາມ ຈຳນວນ 10.000 ໂດລາສະຫະລັດ.
ນອກຈາກ​ນີ້ ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ​ໃຫ້​ສູງ​ຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.
ຕະລອດໄລຍະເວລາ 27 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫລຽນໄຊ ແຮງງານຊັ້ນ I ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ II ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III ຈຳນວນ 2 ໜ່ວຍ, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ, ລາງວັນລະດັບສາກົນຫຼາຍລາງວັນ ເຊັ່ນ: ລາງວັນ International Finance Awards, ລາງວັນຜູ້ໃຫ້ບໍລິການອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award), ລາງວັນ ເອັມມັນນີ ແອັບກະເປົ໋າເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ ACES Industry Leader, ລາງວັນ Best Telecommunication Provider in Laos ຈາກ Global Economics Magazine, ລາງວັນ Most Innovative mobile e-wallet provider for M-Money ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​ທາງ​ດ້ານການ​ດຳ​ເນີນ​ທຸລະ​ກິດ​ຂອງ ລາວ ​ໂທລະ​ຄົມ ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ເປັນ​ກ້າວໆ​ມາ.
ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ ລາວ ​ໂທລະ​ຄົມ ຍາດ​ມາ​ໄດ້ ​ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງ​ສັງຄົມ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂທລະ​ຄົມ ​ແລະ ຕອບສະໜອງນະໂຍບາຍການຫັນເປັນດິຈິຕອນ ​ໄດ້​ຮັບ​ການ​ພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ ​ໃນ​ຊຸມ​ປີ​ຕໍ່ໜ້າ ພວກ​ເຮົາຕ້ອງ​ໄດ້​ກຽມພ້ອມ​ຮອບດ້ານ​​​ ແລະ ຈໍາ​ເປັນ​ຕ້ອງ​ໄດ້ພັດທະ​ນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອ​ໃຫ້​ກາຍ​ເປັນເບີ​ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ດ້ານໂທລະຄົມມະນາຄົມ ແລະ ການ​ສື່ສານ ​ຄົບ​ວົງ​ຈອນ​ໃນ ​ສປປ ລາວ.
ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກ​ໃຫ້ ລາວໂທລະຄົມ ເອົາໃຈໃສ່ໃນການ​ຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ຕ້ອງໄດ້ສຸມໃສ່ ການພັດທະນາຄຸນ​ນະພາ​ບການ​ບໍລິການ​ ​ແລະ ການພັດທະນາ​ບຸກຄະລາ​ກອນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະແມ່ນເລັ່ງສ້າງ​ວິຊາ​ການ​ໃຫ້ມີ​ຄວາມ​ຮູ້​, ຄວາມ​ສາມາດ, ​ສ້າງ​ໃຫ້​ໄດ້​ຖັນ​ແຖວ​ພະນັກງານ​ທີ່​ເປັນ​ຊ່ຽວຊານ ແລະ ​ມື​ອາຊີບ ທີ່​ແທ້​ຈິງ ເພື່ອ​ຕອບ​ສະໜອງ​​ໄດ້ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ການ​ພັດທະນາ ​ແລະ ​ຂະຫຍາຍຕົວ​ໄວ ໃນ​ແຕ່ລະ​ໄລຍະ. ສະນັ້ນ, ມັນ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະ​ຄົມ​ ທຸກ​ທົ່ວ​ໜ້າ​ຈົ່ງ​ເຊີດ​ຊູ​ສະຕິ ​ແລະ ​ເພີ່​ມທະວີບົດບາດ ໜ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ກ່ວາ​ເກົ່າ ​ເພື່ອ​ເຮັດ​ໃຫ້​ ລາວ ໂທລະ​ຄົມ ກ້າວ​ໄປ​ຂ້າງ​ໜ້າ ​ແລະ ສາມາດ​ຕອບ​ສະໜອງ​ໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນຍຸກເສດຖະກິດ 4.0 ແລະ ເພື່ອ​ການ​ພັດທະນາປະ​ເທດ​ຊາດ ໃຫ້ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້ ພ້ອມທັງເອົາໃຈໃສ່ເບິ່ງແຍງດູແລລູກຄ້າດັ່ງຄອບຄົວຂອງ ລາວ ໂທລະຄົມ ຕະຫຼອດ 24/7 ຊົ່ວໂມງ ດັ່ງຄຳຂວັນທີ່ວ່າ ລາວ ໂທລະຄົມ, ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.

ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ 5 ປີຜ່ານມາ ແລະ ປະກາດການຈັດຕັ້ງ ຂອງໜ່ວຍກໍາມະບານ ໂຮງຮຽນປະຖົມໂພນຊູ ເມືອງວັງວຽງ #ແຂວງວຽງຈັນ...
17/11/2023

ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ 5 ປີຜ່ານມາ ແລະ ປະກາດການຈັດຕັ້ງ ຂອງໜ່ວຍກໍາມະບານ ໂຮງຮຽນປະຖົມໂພນຊູ ເມືອງວັງວຽງ
#ແຂວງວຽງຈັນໂພສ໌
#ຂ່າວ #ເມືອງວັງວຽງ
ໃນຕອນແລງຂອງວັນທີ 10 ພະຈິກ 2023 ທີ່ຜ່ານມາ ໜ່ວຍກໍາມະບານຮາກຖານໂຮງຮຽນປະຖົມ ໂພນຊູ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ແລະ ປະກາດການຈັດຕັ້ງໜ່ວຍກໍາມະບານ ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນ ໂດຍການເປັນປະທານຂອງ ທ່ານ ນ. ວັນສີ ນາທີທອງ ຄະນະໜ່ວຍກໍາມະບານ ໂຮງຮຽນ ໂພນຊູ, ທ່ານ ນ. ຄອນສະຫັວນ ແກ້ວມະຫາວົງ ຄະນະບໍລິຫານງານສະຫະພັນກໍາມະບານເມືອງວັງວຽງ ຮອງປະທານສະຫະພັນກໍາມະບານເມືອງ, ທ່ານ ນ. ສຸກ ສີດາວົງ ຄະນະໜ່ວຍພັກ ໂຮງຮຽນປະຖົມໂພນຊູ, ມີແຂກຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກກໍາມະບານເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນ. ວັນສີ ນາທີທອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວກໍາມະບານໃນໄລຍະ 5 ປີຜ່ານມາວ່າ: ໜ່ວຍກໍາມະບານໂຮງຮຽນໂພນຊູ ສ້າງຕັ້ງຂື້ນໃນວັນທີ 27/12/2015 ປະກອບມີຄະນະກໍາມະບານ 1 ສະຫາຍ, ຍິງ 01 ສະຫາຍ, ມີສະມາຊິກກໍາມະບານທັງໝົດ 07ສະຫາຍ, ຍິງ 06 ສະຫາຍ, ເປັນສະມາຊິກພັກ 05 ສະຫາຍ, ຍິງ 05 ສະຫາຍ, ເປັນສະມາຊິກພັກສໍາຮອງ 02 ສະຫາຍ, ຍິງ 02 ສະຫາຍ, ເປັນສະມາຊິກຊາວໜຸ່ມ 04 ສະຫາຍ, ຍິງ 04 ສະຫາຍ, ເປັນສະມາຊິກແມ່ຍິງ 07 ສະຫາຍ. ເຊີ່ງແຍກຕົວອອກມາຈາກກໍາມະບານຮາກຖານໂຮງຮຽນປະຖົມຂັນໝາກມາເປັນໜ່ວຍກໍາມະບານໂຮງຮຽນປະຖົມສົມບູນໂພນຊູ. ຕະຫຼອດໄລຍະ 5 ປີ ການຈັດຕັ້ງປະຕິບັດວຽກງານກໍາມະບານໃນໄລຍະຜ່ານມາຂອງໜ່ວຍກໍາມະບານໂຮງຮຽນປະຖົມໂພນຊູ ກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງສະຫະພັນກໍາມະບານເມືອງວັງວຽງ, ເຊີ່ງມີດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ບາງດ້ານ. ພາຍໃຕ້ການອໍານວຍຄວາມສະດວກ, ການຊີ້ນໍາ-ນໍາພາຢ່າງໃກ້ສິດຂອງຄະນະພັກ, ຄະນະອໍານວຍການໂຮງຮຽນກໍ່ຄືການຊີ້ນໍາຂອງສະຫະພັນກໍາມະບານເມືອງວັງວຽງ ເຮັດໃຫ້ໜ່ວຍກໍາມະບານໂຮງຮຽນປະຖົມໂພນຊູປະສົບຜົນສໍາເລັດໃນການເຄື່ອນໄຫວໜ້າທີ່ວຽກງານໃນຫຼາຍດ້ານ. ໃນກອງປະຊຸມບັນດາສະມາຊິກກໍາມະບານກໍ່ຍັງໄດ້ມີການປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ. ນອກຈາກນັ້ນກໍ່ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍ ການຍຸບເລີກກໍາມະບານຮາກຖານ ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງບົ້ງຕົວ ປະທານ ຮອງປະທານຄື: ສະຫາຍ ນ. ບົວສອນ ອິນຖາວົງ ເປັນປະທານ, ສະຫາຍ ນ. ຄໍາເໝາະ ກົງສະຫັວດ ເປັນຄະນະ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ນ. ຄອນສະຫັວນ ແກ້ວມະຫາວົງ ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຊຸດເກົ່າ ທີ່ສາມາດຍາດໄດ້ຜົນງານຫຼາຍດ້ານໃນໄລຍະ 5 ປີຜ່ານມາ ເປັນຕົ້ນແມ່ນວຽກງານ 5 ເປັນເຈົ້າ, ວຽກງານຂະບວນການ ແລະ ວຽກງານກອງທຶນ ຈາກນັ້ນທ່ານຍັງໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳໃຫ້ແກ່ຄະນະຊຸດໃໝ່, ສະມາຊິກກຳມະບານທຸກສະຫາຍ ຈົ່ງຮັກສາມູນເຊື້ອສິ່ງທີ່ຍາດມາໄດ້, ເພີ່ມພູນເອົາໃຈໃສ່ຕໍ່ໜ້າທີ່ວຽກງານທາງດ້ານວິຊາສະເພາະ ແລະ ວຽກງານກຳມະບານໃນຕໍ່ໜ້າ ແລະ ໃຫ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດໜ້າທີ່ວຽກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນທີ່ຂັ້ນເທີງມອບໝາຍໃຫ້, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ 5 ເປັນເຈົ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອເຮັດໃຫ້ກຳມະບານຮາກຖານໂຮງຮຽນ ປະຖົມໂພນຊູ ມີບາດກ້າວໃໝ່ ແລະ ສຳເລັດຕາມຄາດໝາຍທີາວາງໄວ້.

Address


Website

Alerts

Be the first to know and let us send you an email when ແຂວງວຽງຈັນໂພສ໌ Vieng Chanh Posted posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Shortcuts

  • Address
  • Alerts
  • Videos
  • Claim ownership or report listing
  • Want your business to be the top-listed Media Company?

Share