17/12/2019
"ບົດຄວາມຊີວິດ" ຈາກArnold Schwarzenegger
Arnold Schwarzenegger (ອາຣໂນລ) ນັກສະແດງຜູ້ມີຊື່ສຽງຄົນໜຶ່ງ ໄດ້ໂພສຮູບຖ່າຍຂອງໂຕເອງທີ່ກຳລັງນອນຢູ່ແຄມທາງ ກ້ອງຮູບປັ້ນຕົວເອງ, ພ້ອມຂໍ້ຄວາມຂຽນວ່າ: "ເວລາໝູນວຽນປ່ຽນໄປ, ທຸກສິ່ງຍ່ອມມີການປ່ຽນແປງ". ເຫດຜົນທີ່ລາວຂຽນຄຳຄົມນັ້ນຂຶ້ນມາບໍ່ແມ່ນຍ້ອນລາວອາຍຸຫຼາຍແລ້ວ, ແຕ່ຍ້ອນເມື່ອກ່ອນຕອນລາວຍັງເປັນ ຜູ້ວ່າການ ລັດ California (ແຄລີໂຟເນຍ) ນັ້ນ, ລາວໄດ້ເປັນຜູ້ເປີດງານເປີດໂຕໂຮງແຮມແຫ່ງໜຶ່ງພ້ອມມີຮູບປັ້ນຂອງລາວຢູ່ດ້ານໜ້າ. ຕອນນັ້ນເອງພະນັກງານໄດ້ບອກກັບລາວວ່າ "ເມື່ອໃດກໍຕາມທີ່ທ່ານມາ, ເຮົາຈະມີຫ້ອງໄວ້ສຳຫຼັບທ່ານສະເໝີ", ແຕ່ເມື່ອລາວບໍ່ໄດ້ຢູ່ໃນຕຳແໜ່ງຜູ້ວ່າອີກ, ລາວໄດ້ມີໂອກາດກັບໄປໂຮງແຮມຫຼັງດັ່ງກ່າວ, ທຸກຢ່າງບໍ່ເປັນໄປຕາມທີ່ພວກເຂົາເຄີຍໃຫ້ສັນຍາ ແລະ ເວົ້າກັບລາວໄວ້ເລີຍ.
Arnold ກ່າວວ່າ: “ເມື່ອຂ້ອຍຢູ່ໃນຕຳແໜ່ງທີ່ສຳຄັນ, ຂ້ອຍມັກຈະໄດ້ຄຳຊື່ນຊົມ ແລະ ໃຫ້ຄວາມສຳຄັນ, ແຕ່ເມື່ອຂ້ອຍສູນເສຍຕຳແຫນ່ງໄປ, ພວກເຂົາກໍລືມຂ້ອຍ ແລະ ບໍ່ຮັກສາຄຳໝັ້ນສັນຍາທີ່ມີຕໍ່ຂ້ອຍເລີຍ.“ ແລະ Arnold ຍັງກ່າວໄວ້ອີກວ່າ: “ຢ່າໝັ້ນໃຈໃນໜ້າທີ່ຕຳແໜ່ງ, ອຳນາດ ແລະ ການເງິນທີ່ທຸກທ່ານກຳລັງມີ ເພາະບໍ່ມີຫຍັງຢັ້ງຢືນ"
ບົດຮຽນຄັ້ງນີ້ Arnold ຈຶ່ງໄດ້ພະຍາຍາມສອນໃຫ້ທຸກຄົນໄດ້ຮັບຮູ້ວ່າ “ເມື່ອເຈົ້າມີຄວາມ “ສຳຄັນ”ໃນສາຍຕາຂອງທຸກຄົນ ແລະ ທຸກຄົນເອງ ເປັນຄື “ເພື່ອນມິດ-ສະຫາຍ" ແຕ່ເມື່ອໃດພວກເຂົາບໍ່ໄດ້ຮັບຜົນປະໂຫຍດຫຍັງຈາກເຈົ້າ, ເຈົ້າຈະບໍ່ແມ່ນຄົນເກົ່າທີ່ເຈົ້າຄິດຫວ່າເຈົ້າເປັນອີກຕໍ່ໄປ”
“ບໍ່ມີຫຍັງຢັ້ງຢືນ“ ຄຳເວົ້າຈາກຜູ້ທີ່ມີຊື່ຫວ່າ Arnold Schwarzenegger
___________________________________________
ຂໍ້ມູນຈາກ : https://www.facebook.com/elitentrepreneurs/photos/rpp.115497216574149/119160932874444/?type=3&theater