ຫີນບູນ ອັບເດດ Hinboun Update

ຫີນບູນ ອັບເດດ Hinboun Update ຂ່າວສານເມືອງຫີນບູນ

31/12/2024

Happy New Year 2025

ວັນພັກນີ້ໄປທ່ຽວໃສ.......
31/12/2024

ວັນພັກນີ້ໄປທ່ຽວໃສ.......

29/12/2024
ພັດຂີ້ເມົາບໍມີ ມີແຕ່ນ້ຳຕົ້ມລວກໃຈຮ້ານທົ່ງວິວປີເຕີ້ ຫີນບູນ ເມືອງຫີນບູນ ແຂວງຄຳມ່ວນ 24 ຊົວໂມງ ຕ້ອນຮັບສະເຫມິ
29/12/2024

ພັດຂີ້ເມົາບໍມີ ມີແຕ່ນ້ຳຕົ້ມລວກໃຈ
ຮ້ານທົ່ງວິວປີເຕີ້ ຫີນບູນ ເມືອງຫີນບູນ ແຂວງຄຳມ່ວນ 24 ຊົວໂມງ ຕ້ອນຮັບສະເຫມິ

ກຸ່ມຊາວນາ, ບ້ານຫີນຄັນ ເມືອງຫີນບູນ ກຽມພ້ອມເປີດລະດູການປັກດຳເຂົ້ານາແຊງ ປີ 2024 - 2025
16/12/2024

ກຸ່ມຊາວນາ, ບ້ານຫີນຄັນ ເມືອງຫີນບູນ ກຽມພ້ອມເປີດລະດູການປັກດຳເຂົ້ານາແຊງ ປີ 2024 - 2025

ເຊີນຊວນພີ່ນ້ອງເຂົ້າຮ່ວມງານແຂ່ງຂັນເຮືອຊ່ວງປະຈຳປີຂອງເມືອງຫີນບູນ 2024
08/10/2024

ເຊີນຊວນພີ່ນ້ອງເຂົ້າຮ່ວມງານແຂ່ງຂັນເຮືອຊ່ວງປະຈຳປີຂອງເມືອງຫີນບູນ 2024

ຂອງແກ້ມມື້ນີ້
02/10/2024

ຂອງແກ້ມມື້ນີ້

ຜົນການແຂ່ງຂັນເຮືອຊ່ວງບ້ານສອງຫ້ອງ ເມືອງຫີນບູນ ຄັ້ງວັນທີ 20/9/2024 #ທີມຊາຍ:+ຊະນະເລີດແມ່ນເຮືອເທບນົນໄຊ ບ້ານຫ້ວຍກະຫວະ+ ຮອງຊະນ...
21/09/2024

ຜົນການແຂ່ງຂັນເຮືອຊ່ວງບ້ານສອງຫ້ອງ ເມືອງຫີນບູນ ຄັ້ງວັນທີ 20/9/2024
#ທີມຊາຍ:
+ຊະນະເລີດແມ່ນເຮືອເທບນົນໄຊ ບ້ານຫ້ວຍກະຫວະ
+ ຮອງຊະນະເລີດເຮືອເຈົ້າພໍ່ນາຄາ ບ້ານສອງຫ້ອງ
+ ທີສາມເຮືອນາສາພາໂສກ888 ບ້ານດານຮີ
+ ທີສີ່ເຮືອ ສສ ໂສກໄຊ ບ້ານໂພນຄໍ້
#ທີມຍິງ:
+ ທີໜຶ່ງເຮືອບ້ານຫາດນາງກ້ອມ
+ ທີສອງເຮືອບ້ານວັງຫົວປາ
+ ທີສາມເຮືອບ້ານສອງຫ້ອງ
+ ທີສີ່ເຮືອບ້ານຜາວັງ

ເຊີນທ່ຽວງານບຸນຊ່ວງເຮືອບ້ານສອງຫ້ອງ ເມືອງຫີນບູນ ແຂວງຄຳມ່ວນ  ຄັ້ງວັນທີ 20 ກັນຍາ 2024
20/09/2024

ເຊີນທ່ຽວງານບຸນຊ່ວງເຮືອບ້ານສອງຫ້ອງ ເມືອງຫີນບູນ ແຂວງຄຳມ່ວນ ຄັ້ງວັນທີ 20 ກັນຍາ 2024

ໄປເຮັດວຽກຢູ່ ສ ເກົາຫຼີ ເດີ້ພີ່ນ້ອງດ່ວນໆ
02/09/2024

ໄປເຮັດວຽກຢູ່ ສ ເກົາຫຼີ ເດີ້ພີ່ນ້ອງດ່ວນໆ

5 ໜ່ວຍຊາວໜຸ່ມອ້ອມຂ້າງເມືອງຫີນບູນຈັດກອງປະຊຸມໃຫຍ່ ສະໄໝທີ 2.............................................. ໃນວັນທີ 13 ມິຖຸນາ...
14/06/2024

5 ໜ່ວຍຊາວໜຸ່ມອ້ອມຂ້າງເມືອງຫີນບູນຈັດກອງປະຊຸມໃຫຍ່ ສະໄໝທີ 2..............................................
ໃນວັນທີ 13 ມິຖຸນາ 2024 ຢູ່ທີ່ສະໂມສອນເມືອງຫີນບູນໄດ້ຈັດກອງປະຊຸມໃຫຍ່ ສະໄໝທີ 2 ຂອງໜ່ວຍຊາວໜຸ່ມການຄ້າ, ໜ່ວຍຊາວໜຸ່ມຫ້ອງການໂຍທາ, ໜ່ວຍຊາວໜຸ່ມຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ, ໜ່ວຍຊາວໜຸ່ມກະສິກໍາເມືອງ ແລະ ໜ່ວຍຊາວໜຸ່ມຍຸຕິທຳ - ວັດທະນະທຳ. ເປັນກຽດເຂົ້າຮ່ວມມີທ່ານ ກອນແກ້ວ ເພັດບົວພາ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ອິນທະສອນ ຊຽງຄຳ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງຫີນບູນ, ມີບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາ - ຮອງເລຂາໜ່ວຍຊາວໜຸ່ມພ້ອມດ້ວຍສະມະຊິກໃນ 5 ໜ່ວຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນຄັ້ງນີ້ແມ່ນໄດ້ຮັບຟັງການຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການ, ຈາກນັ້ນຄະນະໜ່ວຍຊາວໜຸ່ມຊຸດເກົ່າກ່າວລາໜ້າທີ່ ແລະ ດໍາເນິນການປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່. ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປດ້ວຍຄວາມສຳເລັດ ແລະ ເປັນເອກະສັນເລືອກເອົາເລຂາ, ຮອງເລຂາ, ຄະນະໜ່ວຍຊາວໜຸ່ມມີ: ໜ່ວຍຊາວໜຸ່ມການຄ້າ ເລືອກເອົາ ສະຫາຍ ສິດທິເດດ ອິນທິລາດ ເປັນເລຂາຄະນະໜ່ວຍຊາວໜຸ່ມການຄ້າ, ສະຫາຍ ນາງ ໝອນ ຈັນທະສາ ເປັນຮອງເລຂາ, ສະຫາຍ ແອນ້ອຍ ນະໂພໄຊສາຍສະຫວັດ ເປັນຄະນະ, ໜ່ວຍຊາວໜຸ່ມຫ້ອງການໂຍທາ ເລືອກເອົາ ສະຫາຍ ອຳຄາ ແສງພະຈັນ ເປັນເລຂາຄະນະໜ່ວຍຊາວໜຸ່ມຫ້ອງການໂຍທາ, ສະຫາຍ ນາງປານີ ແກ້ວມະນີ ເປັນຮອງເລຂາ, ສະຫາຍ ສົມພາສຸກ ໄຕລິຍະ ເປັນຄະນະ, ໜ່ວຍຊາວໜຸ່ມຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ ເລືອກເອົາ ສະຫາຍ ເອກະພົດ ຄຸນພັກດີ ເປັນເລຂາຄະນະໜ່ວຍຊາວໜຸ່ມຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ, ສະຫາຍ ພົນນິກອນ ຄຳພິທັກ ເປັນຮອງເລຂາ, ສະຫາຍ ທິດສະພອນ ກັດຕິຍະລາດ ເປັນຄະນະ, ໜ່ວຍຊາວໜຸ່ມກະສິກໍາເມືອງ ເລືອກເອົາ ສະຫາຍ ທະນູສອນ ໝື່ນລາດ ເປັນເລຂາຄະນະໜ່ວຍຊາວໜຸ່ມກະສິກໍາເມືອງ, ສະຫາຍ ສົມພອນ ວຽງສຸວັນ ເປັນຮອງເລຂາ, ສະຫາຍ ນາງ ຄໍາບູ່ ອິນທະວົງສີ ເປັນຄະນະ ແລະ ໜ່ວຍຊາວໜຸ່ມຍຸຕິທຳ - ວັດທະນະທໍາ ເລືອກເອົາ ສະຫາຍ ບຸນຖະໜອມ ລະວົງສີ ເປັນເລຂາຄະນະໜ່ວຍຊາວໜຸ່ມຍຸຕິທຳ - ວັດທະນະທໍາ, ສະຫາຍ ນາງ ສຸພາລັກ ປະຊາໄຊ ເປັນຮອງເລຂາ, ສະຫາຍ ພຸດປະເສີດ ບຸດຈະເລີນ ເປັນຄະນະ. ກອງປະຊຸມຍັງໄດ້ເລືອກເອົາປະທານ, ຮອງປະທານກວດກາ, ກຳມະການກວດ ຂອງແຕ່ລະໜ່ວຍ ແລະ ໄດ້ຕົກລົງຮັບຮອງເອົາຜູ້ແທນສົມບູນ ຈໍານວນ 15 ສະຫາຍ, ຜູ້ແທນສໍາຮອງ ຈໍານວນ 10 ສະຫາຍໃນ 5 ໜ່ວຍຊາວໜຸ່ມຄັ້ງນີ້ ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວເມືອງຫີນບູນ ຄັ້ງທີ 8.

ເມືອງຫີນບູນນໍາເອົາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າຮ່ວມໃນງານຕະຫຼາດກາງຄືນຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ທີ່ ແຂວງຄໍາມ່ວນ…...
05/02/2024

ເມືອງຫີນບູນນໍາເອົາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າຮ່ວມໃນງານຕະຫຼາດ
ກາງຄືນຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ທີ່ ແຂວງຄໍາມ່ວນ
…………………
ໃນລະຫວ່າງ ວັນທີ່ 28 ມັງກອນ ຫາ 5 ກຸມພາ 2024 ເມືອງຫີນບູນ ໄດ້ນໍາເອົາ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນມາວາງສະແດງໃນງານເປີດຕະຫຼາດກາງຄືນເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ຢູ່ທີ່ ເມືອງທ່າແຂກ ແຂວງຄໍາມ່ວນ ພາຍໃນງານ ໄດ້ມີຫຼາກຫຼາຍກິດຈະກໍາ ເປັນຕົ້ນແມ່ນງານວາງສະແດງສິນຄ້າຕ່າງໆ ທີ່ມີບັນດາ 10 ຕົວເມືອງ, ພ້ອມດ້ວຍປະຊາຊົນ, ພໍ່ຄ້າຊາວຂາຍເຂົ້າຮວ່ມ. ໂດຍສະເພາະເມືອງຫີນບູນກໍ່ໄດ້ນໍາເອົາສິນຄ້າທີ່ໄດ້ຮັບກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າມາວາງສະແດງ ແລະ ຈໍາໜ່າຍ ໃນຄັ້ງນີ້ແມ່ນມີທັງເຄື່ອງຫັດຖະກໍາ ແລະ ສິນຄ້າກະສິກຳ ໃນນັ້ນມີ: ຟອຍ, ກະຕ່າ, ກະບຸງ, ຂ້ອງ, ໝາກສາລີ, ຖົ່ວດິນ, ມັນດ້າງ, ໝາກແຕງ, ຜັກກະລໍ່າ ແລະ ອື່ນໆ. ໃນຄັ້ງນີ້ນອກຈາກເປັນການວາງສະແດງ ແລະ ຈຳໜ່າຍສິ້ນຄ້າແລ້ວ ຍັງເປັນເວທີໜຶ່ງທີ່ສາມາດ ຕອບສະໜອງໃຫ້ແກ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແລກປ່ຽນຂໍ້ມູນຂ່າວສານ, ການພົວພັນ, ການຜະລິດ, ການພົວພັນລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນພ້ອມທັງເປັນການ ສ້າງເງື່ອນໄຂໃນການເກັບກໍາຂໍ້ມູນ ຄວາມຕ້ອງການ ຂອງຜູ້ຊົມໃຊ້ເພື່ອນໍາໄປປັບປຸງຜະລິດຕະພັນ ແລະ ການບໍລິການຂອງຕົນໃຫ້ມີຄຸນນະພາບ ນັບມື້ນັບດີ ຂຶ້ນໄປເລື້ອຍໆ.
ຂ່າວໂດຍ: ທ່ານ ນາງ ລຳພູນ ສຸລິວົງ

ที่อยู่

Tha-Uthen
12050

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ຫີນບູນ ອັບເດດ Hinboun Updateผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

วิดีโอทั้งหมด

แชร์