PhaHu PhaPai

PhaHu PhaPai .
(1)

12/04/2024
❗ອຸບັດຕິເຫດຮ້ານ ອັດສີດລ້າງລົດ❗ຄົນຂັບລົດກະບະກະແຮງລົດບໍ່ຖືກ ເລີຍບ່ອນຈອດເຮັດໃຫ້ຕຳພະນັກງານລ້າງອັດສີດເສຍຊີວິດ__ ວັນທີ12/04/20...
12/04/2024

❗ອຸບັດຕິເຫດຮ້ານ ອັດສີດລ້າງລົດ❗
ຄົນຂັບລົດກະບະກະແຮງລົດບໍ່ຖືກ ເລີຍບ່ອນຈອດເຮັດໃຫ້ຕຳພະນັກງານລ້າງອັດສີດເສຍຊີວິດ
__ ວັນທີ12/04/2024 ເວລາ 13:38 ໂມງ
__ ມີເຫດລົດໃຫຍ່ຕຳຄົນຢູ່ຮ້ານລ້າງອັດສີດເຂດບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
__ ໜ່ວຍກູ້ໄພອອກກວດສອບເຫດ ພົບຜູ້ເສຍຊີວີດ 1 ຄົນ ເປັນເພດຊາຍ ອາຍຸ35ປີ ອາຊີບປະຊາຊົນ ບ້ານວຽງຄຳ ເມືອງສີໂຄດ ແຂວງນະຄອນຫຼວງວຽງຈັນ
__ ອາການກະທົບໜ້າເອິກເລືອດອອກປາກ
__ ຜູ້ເສຍຊີວິດແມ່ນທາງໜ່ວຍກູ້ໄພນຳສົ່ງກັບ ວັດຖ້ຳນ້ຳຍ້ອຍເພື່ອໃຫ້ຍາດຕິພີ່ນ້ອງເພື່ອເຮັດພິທີທາງສາດສະໜາ.
Cr: 1623

❗ໂຕໝູ🐖ທຳຮ້າຍເດັກນ້ອຍ ອາການສາຫັດ❗__ ໜ່ວຍກູ້ໄພມູນນິທິວັດບາແກ້ວສີລິມຸງຄຸນເລົ່າວ່າໃນວັນ 10 ມີນາ 2024 ໄດ້ມີປະຊາຊົນໃດ້ອຸ້ມເດັກ...
10/03/2024

❗ໂຕໝູ🐖ທຳຮ້າຍເດັກນ້ອຍ ອາການສາຫັດ❗

__ ໜ່ວຍກູ້ໄພມູນນິທິວັດບາແກ້ວສີລິມຸງຄຸນ
ເລົ່າວ່າໃນວັນ 10 ມີນາ 2024 ໄດ້ມີປະຊາຊົນໃດ້ອຸ້ມເດັກນ້ອຍເຂົາມາເພື່ອຂໍຄວາມຊ່ວຍເຫຼືອວ່າ: ມີເດັກນ້ອຍຖືກໝູກັດອາການສາຫັດ ຫົວຈີກ ມີບາດແຜໃຫຍ່ ແລະ ຜິວຫນັງຖະລອກ ຫລາຍບ່ອນ ທາງທີມງານມູນນິທິ ໄດ້ທຳການພະຍາບານຂັ້ນພື້ນຖານ ແລ້ວ ນຳສົ່ງເດັກໄປຮັກສາຕໍ່ທີ່ໂຮງຫມໍແຂວງ ສະຫວັນນະເຂດ

__ ຄົນເຈັບເປັນເດັກນ້ອຍ ເພດຍິງອາຍຸ 3ປີປາຍ ບ້ານຄຳຊັນ , ເມືອງໄຊພູທອງ ແຂວງສະຫວັນນະເຂດ.

__ ຕໍ່ເຫດການນີ້ ໃຫ້ເປັນຄະຕິເຕືອນໃຈ ເພາະເຄີຍມີ ຄົນເລົ່າວ່າ ຫມູພັນ ຫມູ່ໃຫຍ່ ສາມາດ ທຳຮ້າຍຄົນໃຫ້ເສຍຊີວິດໄດ້.

ຍາມຮ້ອນ ພາກັນໃຈເຍັນໆມີສະຕິໃນການຂັບລົດເດີພີ່ນ້ອງເຫດເກີດຢູ່ໜ້າວັດນາງາມ ເມືອງຊະນະສົມບູນ ແຂວງຈຳປາສັກ  ວັນທີ 7 ມີນາ 2024.ລາຍງ...
07/03/2024

ຍາມຮ້ອນ ພາກັນໃຈເຍັນໆ
ມີສະຕິໃນການຂັບລົດເດີພີ່ນ້ອງ

ເຫດເກີດຢູ່ໜ້າວັດນາງາມ ເມືອງຊະນະສົມບູນ ແຂວງຈຳປາສັກ ວັນທີ 7 ມີນາ 2024.

ລາຍງານເບື້ອງຕົ້ນຄົນເຈັບ 3 ຄົນ ບໍ່ມີຜູ້ເສຍຊີວິດ.

02/03/2024

ເດັກນັກຮຽນມໍຕົ້ນໂຕນຮຽນຕັ້ງວົງຕົ້ມນ້ຳກະທ້ອມ
ແອັດຂໍຊົມເຊີຍ ແລະ ເປັນກຳລັງໃຈໃຫ້ ອາຈານ

❗ອຸບັດຕິເຫດລົດຕຳກັນ 3 ຄັນ ເສຍຊີວິດ 1 ຄົນ❗ __ ມື້ນີ້ວັນທີ່ 15.02.2024 ເຫດເກີດຢູ່ຫລັກ 9 ນະຄອນໄກສອນ ແຂວງສະຫວັນນະເຂດ ມີລົດເກ...
15/02/2024

❗ອຸບັດຕິເຫດລົດຕຳກັນ 3 ຄັນ ເສຍຊີວິດ 1 ຄົນ❗ __ ມື້ນີ້ວັນທີ່ 15.02.2024 ເຫດເກີດຢູ່ຫລັກ 9 ນະຄອນໄກສອນ ແຂວງສະຫວັນນະເຂດ ມີລົດເກີດອຸບັດຕິເຫດຕຳກັນ 3 ຄັນ ລົດກະບະ 1 , ລົດເກັ່ງ 1 , ລົດຈັກໜື່ງຄັນ ເປັນເຫດໃຫ້ຜູ້ຂັບລົດຈັກເສຍຊີວິດຄາທີ
__ ຂໍສະແດງຄວາມເສຍໃຈກັບພີ່ນ້ອງຜູ້ເສຍຊີວິດດ້ວຍ.

ຟ້າວໄປຫາຜູ້ສາວໂພ້ດ ບໍ່ໄດ້ເຊີໄພ້ເຂົາຊຳໂອຍອີ່ຕົນ ເຫດເກີດທີ່ປະເທດໄທ.
14/02/2024

ຟ້າວໄປຫາຜູ້ສາວໂພ້ດ ບໍ່ໄດ້ເຊີໄພ້ເຂົາຊຳ
ໂອຍອີ່ຕົນ ເຫດເກີດທີ່ປະເທດໄທ.

ວາດສະໜາສາວຄົນໃດນໍຊິເປັນໄດ້ເປັນເຈົ້າຂອງຊໍ່ດອກໄມ້ເງີນນີ້ຂໍໃຫ້ທຸກຄົນມີຄວາມສຸກກັບວັນ Valentine
14/02/2024

ວາດສະໜາສາວຄົນໃດນໍ
ຊິເປັນໄດ້ເປັນເຈົ້າຂອງຊໍ່ດອກໄມ້ເງີນນີ້
ຂໍໃຫ້ທຸກຄົນມີຄວາມສຸກກັບວັນ Valentine

ແຈ້ງປັບລາຄານ້ຳມັນຂຶ້ນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 30/01/2024  ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0098/ກຄພນ  ລົ...
29/01/2024

ແຈ້ງປັບລາຄານ້ຳມັນຂຶ້ນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 30/01/2024 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0098/ກຄພນ ລົງວັນທີ 29 ມກ 2024.

29/01/2024

ປໍ້າສີວິໄລ ນະຄອນຫຼວງວຽງຈັນ
ຕອນເຊົ້າມື້ນີ້ 29/01/2024
ຄລິບ : Lucky Juju

❗ຂ່າວດ່ວນ ລົດລະເບີດ ເສຍຊີວິດ 1 ຄົນ❗__ ໃນເວລາ 19:30 ໂມງ ຂອງວັນທີ 24/01/2024 ປະຊາຊົນເຂດໃກ້ຄຽງ ແຕກຕື່ນຕົກໃຈເພາະໄດ້ຍິນສຽງລະເ...
24/01/2024

❗ຂ່າວດ່ວນ ລົດລະເບີດ ເສຍຊີວິດ 1 ຄົນ❗
__ ໃນເວລາ 19:30 ໂມງ ຂອງວັນທີ 24/01/2024 ປະຊາຊົນເຂດໃກ້ຄຽງ ແຕກຕື່ນຕົກໃຈເພາະໄດ້ຍິນສຽງລະເບີດຢ່າງຮຸນແຮງຈາກລົດຄັນດັ່ງກ່າວ.

ເຫດເກີດຢູ່ ບ້ານວັງໝ້ຽງ ເມືອງວັງວຽງ ຂວງວຽງຈັນ ເຮັດໃຫ້ມີຜູ້ ເສຍຊີວິດຄ່າທີ່ 1 ຄົນ ເຈັບ 1 ຄົນ.

23/01/2024

❗ດ່ວນເກີດເຫດໄຟໄໝ້ ຢູ່ເຂດບ້ານຮ່ອງຄ້າ❗ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ເວລາປະມານ 15:00 ຂອງວັນທີ 23 ມັງກອນ 2024 ນີ້ໄດ້ເກີດເຫດໄຟໄໝ້ສ່າງເຄື່ອງ ຍັງບໍ່ສາມາດດັບມອດໄຟໄດ້ ປັດຈຸບັນໜ່ວຍງານກ່ຽວຂ້ອງກຳລັງເລັ່ງມືຊ່ວຍກັນດັບໄຟ.
ວີດິໂອຈາກຜູ້ໃຊ້ເຟສບຸກ : M'Milk Happyland

23/01/2024

❗❗❗ຄຳຍັດໄສ້❗❗❗

__ ເຈົ້າຂອງຮ້ານຄຳແຫ່ງໜຶ່ງໄດ້ອອກມາໂພສຄິບວິດີໂອສາຍຄຳລາຍມັງກອນຍັດໄສ້ ບໍ່ຄິດຊິຖືກກັບໂຕເອງ ເອົາເຂົ້າຄອມກະບໍ່ສາມາດຮູ້ໄດ້ ເອົາໄປຈູດແລ້ວເປັນສີຕາມຮູບເລີຍຄາໃຈ
__ ບໍ່ຮູ້ວ່າເປັນຍ້ອນຫຍັງ ເລີຍຕັດຄຳບ່ອນດ່າງໆອອກເປັນແບບທີ່ເຫັນເລີຍບ່ອນເປັນດ່າງໆມັນຈະແຂງ ຖ້າເປັນຄຳມັນຈະອ່ອນ ( ທາງຮ້ານບອກວ່າ : ຊ່າງຫວຽດເປັນຄົນຕີສາຍຄໍເສັ້ນນີ້ )

#ລະວັງຄຳຍັດໄສ້.

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 23/01/2024  ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0076/ກຄພນ  ລົງວັນ...
22/01/2024

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 23/01/2024 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0076/ກຄພນ ລົງວັນທີ 22 ມກ 2024.

22/01/2024

ແຈ້ງປັບຂຶ້ນລາຄານໍ້າມັນ, ອຊ ພິເສດ +710, ອຊ ທຳມະດາ +840, ກາຊວນ +600
ເລີ່ມ 23/01/2024

❗ໄຟໄໝ້ເຮືອນປະຊາຊົນຢູ່ບ້ານໂພນປາເປົ້າ❗__ ເວລາປະມານ 14:30 ໂມງຂອງວັນທີ 20 ມັງກອນ 2024 ນີ້, ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານໂ...
20/01/2024

❗ໄຟໄໝ້ເຮືອນປະຊາຊົນຢູ່ບ້ານໂພນປາເປົ້າ❗

__ ເວລາປະມານ 14:30 ໂມງຂອງວັນທີ 20 ມັງກອນ 2024 ນີ້, ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານໂພນປາເປົ້າ ຮ່ອມ 42 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍໄຟໄດ້ໄໝ້ລຸກລາມໄປຢ່າງໄວວາ.

ປັດຈຸບັນທາງໜ່ວຍງານກູ້ໄພ 1628 ແລະ ລົດດັບເພີງເຈົ້າໜ້າທີ່ ປກສ ສາມາດຄວບຄຸມໄຟບໍ່ໃຫ້ລຸກລາມໄປເຮືອນຫລັງອື່ນໄດ້ແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ.

 #ເຫດນັກທ່ອງທ່ຽວ ຂີ່ຫຼັງຄາລົດຕຳຄານກັ້ນຄວາມສູງ ທີ່ເມືອງວັງວຽງ.ໃນວັນທີ 19/1/2024 ເວລາ17:49ໂມງ  ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົ...
20/01/2024

#ເຫດນັກທ່ອງທ່ຽວ ຂີ່ຫຼັງຄາລົດຕຳຄານກັ້ນຄວາມສູງ ທີ່ເມືອງວັງວຽງ.

ໃນວັນທີ 19/1/2024 ເວລາ17:49ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ.ລາວ ໄດ້ຮັບແຈ້ງເຫດຜ່ານເບີ 0305551623 ວ່າມີເຫດນັກທ່ອງທ່ຽວຂີ່ຫຼັງຄາລົດ ແລ້ວຕຳຄານກັ້ນຄວາມສູງ ມີຜູ້ບາດເຈັບ 8ຄົນ ເຊິ່ງຈຸດເກີດເຫດແມ່ນ ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ.

+ຂໍ້ມູນຜູ້ບາດເຈັບເປັນຍິງ 4 ຄົນ ຊາຍ4 ຄົນ

ໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງໄປໂຮງຫມໍເມືອງວັງວຽງ.

(ຂໍ້ມູນຈາກ ໜ່ວຍກູ້ໄພ ແຂວງວຽງຈັນ ເມືອງວັງວຽງ)

❗ຕໍານັກຮຽນແລ້ວຫນີ❗ລົດໃຫຍ່ຕຳແລ້ວຫນີ ໃນວັນທີ 18 ມັງກອນ 2024 ແຂວງສະຫວັນນະເຂດ ທີ່ຕະຫລາດຂາຍຂອງກິນສຸກ ມີລົດໃຫຍ່ມາຕຳນັກຮຽນແລ້ວບ...
18/01/2024

❗ຕໍານັກຮຽນແລ້ວຫນີ❗

ລົດໃຫຍ່ຕຳແລ້ວຫນີ ໃນວັນທີ 18 ມັງກອນ 2024 ແຂວງສະຫວັນນະເຂດ ທີ່ຕະຫລາດຂາຍຂອງກິນສຸກ ມີລົດໃຫຍ່ມາຕຳນັກຮຽນແລ້ວບອກວ່າຟ້າວໄປຮັບລູກ ລະບໍ່ກັບມາຮັບຜິດຊອບເລີຍ.

18/01/2024

❗ໄຫມ້ລົດ ໃນປໍ້ານໍ້າມັນ❗
__ ໄຟໄຫມ້ຕຸກນໍ້າມັນຫຼັງລົດກະບະ ທີ່ປໍ້ານໍ້າມັນ ບ້ານນາດອນຂວາງ ເມືອງ ແລະ ແຂວງສາລະວັນ ສ່ວນຄົນປອດໄພ.
__ ຜູ້ເຫັນເຫດການເລົ່າວ່າ: ລົດກະບະໄດ້ເອົາກະຕຸກມາໃສ່ນໍ້າມັນພາຍຫລັງເຕີມນໍ້າມັນບໍ່ທັນແລ້ວ ໄດ້ເກີດໄຟໄຫມ້ຂື້ນເອງ.

❗ລົດໄຟໄຫມ້ຢູ່ປໍ້ານໍ້າມັນ ແຂວງສາລະວັນ❗ ເວລາປະມານ 17:12 ໂມງ , ຂອງວັນທີ 18 ມັງກອນ 2024 ທີ່ບ້ານນາດອນຂວາງ, ເມືອງສາລະວັນ, ແຂວງ...
18/01/2024

❗ລົດໄຟໄຫມ້ຢູ່ປໍ້ານໍ້າມັນ ແຂວງສາລະວັນ❗

ເວລາປະມານ 17:12 ໂມງ , ຂອງວັນທີ 18 ມັງກອນ 2024 ທີ່ບ້ານນາດອນຂວາງ, ເມືອງສາລະວັນ, ແຂວງ ສາລະວັນ, ອ້າຍນ້ອງທະຫານ ໄດ້ຊ່ວຍກັັນດັບໄຟໄດ້ສຳເລັດ ແຕ່ລົດໄດ້ຮັບຄວາມເສຍຫາຍໝົດຄັນ.

ຕອນນີ້ຍັງບໍ່ຮູ້ເຖີງສາເຫດຂອງການເກີດໄຟໄຫມ້ຄັ້ງນີ້ ຖ້າໄດ້ຂໍ້ມູນເພີ່ມຕື່ມຈະແຈ້ງຕື່ມພາຍຫຼັງ.

ພາບ: ທ້າວໄຈ ແກ້ວວີຈິດ.

❗ວັນທີ 18 ມັງກອນ 2024 ນີ້❗ຊາວນະຄອນຫຼວງວຽງຈັນ ກຽມພົບກັບການບິນສະແດງໂຊທີ່ ບຶງທາດຫຼວງ, ຈາກກອງທັບອາກາດປະຊາຊົນລາວ ແລະ ກອງທັບອາ...
17/01/2024

❗ວັນທີ 18 ມັງກອນ 2024 ນີ້❗
ຊາວນະຄອນຫຼວງວຽງຈັນ ກຽມພົບກັບການບິນສະແດງໂຊທີ່ ບຶງທາດຫຼວງ, ຈາກກອງທັບອາກາດປະຊາຊົນລາວ ແລະ ກອງທັບອາກາດປະຊາຊົນຈີນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ
🛩️ເວລາບິນໂຊເລີ່ມເຊົ້າ 8:00 ໂມງເຊົ້າເປັນຕົ້ນໄປ 🛩

ເກີດອຸບັດຕິເຫດ ລົດປຣາໂດ້ ຕົກເຫວເຂດພູເກົ້າຫລັກ.     ວັນທີ 15 ມັງກອນ 2024 ໄດ້ມີລາຍງານວ່າ: ພົບລົດຕົກເຫວຢູ່ເຂດພູເກົ້າຫລັກ ເສ...
15/01/2024

ເກີດອຸບັດຕິເຫດ ລົດປຣາໂດ້ ຕົກເຫວເຂດພູເກົ້າຫລັກ.

ວັນທີ 15 ມັງກອນ 2024 ໄດ້ມີລາຍງານວ່າ: ພົບລົດຕົກເຫວຢູ່ເຂດພູເກົ້າຫລັກ ເສັ້ນທາງ ເມືອງກາສີ-ເມືອງນານ ຕາມການລາຍງານເບື້ອງຕົ້ນລົດຄັນດັ່ງກ່າວໄດ້ເກີດອຸບັດຕິເຫດໃນຕອນແລ້ງຂອງວັນທີ 14 ມັງກອນ 2024, ພາຍໃນລົດມານຳກັນ 3 ຄົນ. ເຮັດໃຫ້ມີຜູ້ເສຍຊີວິດຈາກເຫດການນີ້ 2 ຄົນ. ຍິງ 1 ຄົນ, ຊາຍ 1 ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ.
ໜ່ວຍກູ້ໄພໄດ້ນຳຕົວຄົນເຈັບສົ່ງໄປຮັກສາຕົວຢູ່ໂຮງໝໍແຂວງວຽງຈັນ.
ຂໍ້ມູນຈາກ: ເພຈ ໜັງສືພິມລາວພັດທະນາ.

ໄລ່ນຳໂຈນລັກລົດຈົນໄດ້ຄືນ  ສ່ວນໂຈນໜີເຂົ້າປ່າໃນວັນທີ 09/01/2024 ເວລາປະມານ 13:00 ໂມງ, ເກີດເຫດປະຊາຊົນໄລ່ຈັບໂຈນລັກເອົາລົດຈັກ ຢ...
09/01/2024

ໄລ່ນຳໂຈນລັກລົດຈົນໄດ້ຄືນ ສ່ວນໂຈນໜີເຂົ້າປ່າ

ໃນວັນທີ 09/01/2024 ເວລາປະມານ 13:00 ໂມງ, ເກີດເຫດປະຊາຊົນໄລ່ຈັບໂຈນລັກເອົາລົດຈັກ ຢູ່ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈຳປາສັກ ຈົນສາມາດນຳໄດ້ຢູ່ ບ້ານຫຼັກ43 ເມືອງປາກຊ່ອງ ແຂວງຈຳປາສັກ, ສ່ວນຄົນຮ້າຍແມ່ນໄດ້ແລ່ນໜີເຂົ້າປ່າ ແຕ່ກະເປົາເຄື່ອງ ແລະ ໂທລະສັບແມ່ນຢູ່ຄາລົດ ໄວໆນີ້ກໍອາດຈະຮູ້ໜ້າຄົນຮ້າຍແລ້ວ.

ຊົມເຊີຍພົນລະເມືອງດີທີ່ຊ່ວຍກັນນຳລົດໄດ້ຄືນ, ຂໍໃຫ້ທຸກຄົນມີສະຕິລະວັງຊ່ວຍກັນເດີ.
-----
Cr.Bery

ในนี้มืดจังเลยนะครับ.
06/01/2024

ในนี้มืดจังเลยนะครับ.

ຖືກເລກ 400ລ້ານກີບ ຕື່ນເຕັ້ນຈົນໜົດສະຕິບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຜົນຫວຍເລກ 6ໂຕລ່າງວັນທີ່ 1 ປະຈຳວັນທີ່ 05/...
06/01/2024

ຖືກເລກ 400ລ້ານກີບ ຕື່ນເຕັ້ນຈົນໜົດສະຕິ
ບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
ຜົນຫວຍເລກ 6ໂຕລ່າງວັນທີ່ 1 ປະຈຳວັນທີ່ 05/01/2024 ແມ່ນ 593675

ມື້ນີ້ເບີ່ງແຍ້ງສັດລ້ຽງຂອງທ່ານໃຫ້ດີ ເອົານ້ອງໄວ້ໃນເຮືອນປິດປະຕູໄວ້  ຖ້າໜາແມວໃຜຂີ້ຕົກໃຈສຽງດັງ ແນະນຳໃຫ້ເບີ່ງເພັງດັງໆໄວ້ ໃຫ້ນ້...
31/12/2023

ມື້ນີ້ເບີ່ງແຍ້ງສັດລ້ຽງຂອງທ່ານໃຫ້ດີ ເອົານ້ອງໄວ້ໃນເຮືອນປິດປະຕູໄວ້ ຖ້າໜາແມວໃຜຂີ້ຕົກໃຈສຽງດັງ ແນະນຳໃຫ້ເບີ່ງເພັງດັງໆໄວ້ ໃຫ້ນ້ອງໆໄດ້ປັບໂຕກັບສຽງດັງເວລາມີຄົນຈູດພຸ ຈູດກະໂພກນ້ອງໆຈະໄດ້ບໍ່ຕົກໃຈ

ຖ້າມາຊົງນີ້ຖືກໃຈຫຼືບໍ່ ຟໍຈູນເນີ້ 20242024 Toyota fortuner concept.
21/12/2023

ຖ້າມາຊົງນີ້ຖືກໃຈຫຼືບໍ່ ຟໍຈູນເນີ້ 2024
2024 Toyota fortuner concept.

❗ຕັ້ງລາງວັນນຳຈັບໂຈນລັກຊັບ 200 ລ້ານກີບ❗  ໃນວັນທີ 8 ທັນວາ 2023 ເວລາປະມານ 12:00 ໂມງ ເກີດເຫດໂຈນງັດເຮືອນ ທີ່ບ້ານໄຊ ເມືອງໄຊທານ...
10/12/2023

❗ຕັ້ງລາງວັນນຳຈັບໂຈນລັກຊັບ 200 ລ້ານກີບ❗

ໃນວັນທີ 8 ທັນວາ 2023 ເວລາປະມານ 12:00 ໂມງ ເກີດເຫດໂຈນງັດເຮືອນ ທີ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊັບສິນເສຍຫາຍມີ ຄຳ 60ບາດ ແລະເງິນອີກຈຳນວນຫຼາຍ.

ທັ້ງນີ້ ໂຈນກໍໄດ້ງັດເອົາກາດເກັບຄວາມຈຳກ້ອງວົງຈອນປິດ ເຮັດໃຫ້ບໍ່ມີພາບລັກຖານຂອງໂຈນເລີຍ ສ່ວນຜູ້ເສຍຫາຍຕັ້ງລາງວັນນຳຈັບຫຼາຍເຖິງ 200 ລ້ານກີບ.

Address

Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00
Sunday 09:00 - 17:00

Website

Alerts

Be the first to know and let us send you an email when PhaHu PhaPai posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Share


Other Vientiane media companies

Show All