ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ສ້າງເພື່ອເປັນບ່ອນເຜີຍແຜ່ຂໍ້ມູນຂ່າ?

14/06/2024
13/06/2024
ກອງປະຊຸມເຜີຍແຜ່ວຽກງານບໍລິຫານແລະການບໍລິການລັດດິຈີຕອນ digital ແລະ ຝຶກອົບຮົມການຄຸ້ມຄອງ ນຳໃຊ້ບັນດາລະບົບບໍລິຫານລັດ ດິຈີຕອນ ໃຫ...
13/06/2024

ກອງປະຊຸມເຜີຍແຜ່ວຽກງານບໍລິຫານແລະການບໍລິການລັດດິຈີຕອນ digital ແລະ ຝຶກອົບຮົມການຄຸ້ມຄອງ ນຳໃຊ້ບັນດາລະບົບບໍລິຫານລັດ ດິຈີຕອນ ໃຫ້ 5 ແຂວງພາກກາງ ທີ່ແຂວງວຽງຈັນ.
ວັນທີ 12 ມິຖຸນາ 2024 ນີ້ຢູ່ທີ່ຫ້ອງປະຊຸມເບີ 2 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານບໍລິຫານ-ບໍລິການລັດດິຈີຕອນແລະຝຶກອົບຮົມການຄຸ້ມຄອງແລະນຳໃຊ້ລະບົບບໍລິຫານລັດດິຈີຕອນ ໂດຍການເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທຳ ຫົວຫນ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພົມມະລາ ນັນທະວົງ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ມີບັນດານັກສຳມະນາກອນຂອງພະແນກເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງ, ບັນດາພະແນກການອ້ອມຂ້າງຂອງແຂວງເຂົ້າຮ່ວມ.
ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດິຈີຕອນ ໄດ້ຂຶ້ນກ່າວເປີດກອງປະຊຸມແລະຈຸດປະສົງໃນວ່າ: ເພື່ອກ້າວເຂົ້າສູ່ການຫັນເປັນດິຈິຕອນ,ລັດຖະບານ ໄດ້ມີການລິເລີ່ມນຳເອົາເຕັກໂລໂລຊີ ດິຈີຕອນ ເຂົ້າມາປະຍຸກໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄືການພັດທະນາປະເທດຊາດ ໃນໄລຍະໃໝ່. ສະນັ້ນ, ຈຸດປະສົງຂອງການຈັດກອງປະຊຸມສຳມະນາວຽກງານດັ່ງກ່າວ ໃຫ້ແກ່ 5 ແຂວງພາກກາງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງຄຳມ່ວນ ແມ່ນເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບພະນັກງານການນຳ ແລະ ພະນັກງານເຕັກນິກຂອງພະແນກເຕັກໂນໂລຊີ ແລະການສື່ສານ ໃຫ້ເຂົາເຈົ້າຮັບຮູ້ແລະເຂົ້າໃຈເຖິງຄວາມສຳຄັນຂອງວຽກງານບໍລິຫານ ແລະ ບໍລິການລັດດິຈີຕອນ, ນິຕິກຳ, ດຳລັດ ການບໍລິຫານ ແລະ ການບໍລິການດີຈີຕອນ ແລະ ຮ່າງຍຸດທະສາດຫັນເປັນລັດດິຈີຕອນ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານລັດຖະກອນເພື່ອເພີ່ມຂີດຄວາມສາມາດໃຫ້ຫັນເປັນດີຈີຕອນແລະທັນສະໄໝເທື່ອລະກ້າວ. ພ້ອມນີ້ຍັງໄດ້ຝຶກອົບຮົມການນຳໃຊ້ບັນດາລະບົບການບໍລິຫານແລະການບໍລິການລັດເປັນພື້ນຖານເປັນຕົ້ນ ລະບົບຫ້ອງການທັນສະໄໝ (e-office),ລະບົບກອງປະຊຸມທາງໄກ(Video Conference), ລະບົບສື່ສານພາກລັດ (G-Chat), ລະບົບການຈັດເກັບ ແລະ ນຳໃຊ້ເອກະສານກັນ(G-Share/G-Drive),ລະບົບເຄື່ອຂ່າຍພາກລັດ(G-Net),ລະບົບການຮຽນການສອນອອນລາຍ(L-MOOCs),ກະດານຊຸມຊົນພາກລັດ (Laopedia), ປະຕູຂໍ້ມູນພາກລັດ ແລະ ລະບົບອຶ່ນໆ,ເຊິ່ງເປົ້າໝາຍໃນການນຳໃຊ້ລະບົບເຕັກໂນໂລຊີດີຈີຕອນ ເຂົ້າໃນວຽກງານ ແມ່ນເພື່ອຫັນວຽກງານການບໍລິຫານ ແລະ ບໍລິການລັດ ທີ່ທັນສະໄຫມ ມາຮັບໃຊ້ສັງຄົມກໍ່ຄືປະຊາຊົນ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິດພາບ.
ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 2 ວັນເຕັມ 12-13/6/2024ນີ້.

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2024 ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານ...
10/06/2024

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2024 ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ, ໄດ້ລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນການນຳໃຊ້ຄື້ນຄວາມຖີ່ໂຟນີ່ຢູ່ແດນສະຫວັນ ນ້ຳງື່ມຣີສອດ ພ້ອມທັງມອບໃບອະນຸຍາດສືບຕໍ່ນຳໃຊ້ຄື່ນວິທະຍຸສື່ສານໂຟນີ່ປະຈຳປີ 2024.

ໃນຕອນເຊົ້າຂອງວັນທີ​ 04 ມິຖຸນາ 2024,​ ຢູ່ທີ່​ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ.ໄດ້ຈັດກອງປະຊຸມເຜີຍແຜ່ເອກະສ...
06/06/2024

ໃນຕອນເຊົ້າຂອງວັນທີ​ 04 ມິຖຸນາ 2024,​ ຢູ່ທີ່​ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ.
ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ 1959-18 ພຶດສະພາ 2024) ແລະ ກອງປະຊຸມສ່ອງແສງການເຄື່ອນໄຫວວຽກງານປະຈຳເດືອນ 5/2024 ແລະ ວາງທິດທາງ ແຜນການປະຈຳເດືອນ 6/2024 ໂດຍການເປັນປະທານຂອງ ທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ, ຫົວຫນ້າພະແນກ​ ເຕັກໂນໂລຊີ ແລະ ການສຶ່ສານ ແຂວງວຽງຈັນ, ມີຄະນະພະແນກ,​ ຫົວຫນ້າ​ຂະແຫນງ,​ ຮອງຫົວຫນ້າຂະແຫນງ ແລະ ວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງທັງໝົດ 22 ທ່ານ, ຍິງ 09 ທ່ານ.
ໃນກອງປະຊຸມໄດ້ມີການຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍ: ການມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງໆວຽງຈັນ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ສະບັບເລກທີ 589/ຈຂ.ວຈ, ລົງວັນທີ 10 ເມສາ 2024.
ແລະ ໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານພະແນກ ຕສ ໂດຍໃຫ້ກຽດມອບ ທ່ານ ພົມມະລາ ນັນທະວົງ
ໃນຕອນທ້າຍປະທານໄດ້ມີຄຳເຫັນກ່ຽວກັບກອງປະຊຸມດັ່ງກ່າວໃຫ້ແຕ່ລະຂະແໜງເອົາໃຈສຸ່ມໃສ່ການສ້າງເກັບລາຍຮັບວິຊານໃຫ້ໄດ້ຕາມແຜນການທີ່ວາງໄວ້.
ກອງປະຊຸມໄດ້ປິດລົງຂອງຕອນດຽວກັນ ເວລາ 12:00 ໂມງ.

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2024 ພະແນກ ເຕັກໂນໂລຊີ ແລະ ການ ສື່ສານ ແຂວງວຽງຈັນ ໄດ້ສ້າງຂະບວນການອານາໄມຕາມເສັ້ນທາງເທດສະບານ ຂອງ...
03/06/2024

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2024 ພະແນກ ເຕັກໂນໂລຊີ ແລະ ການ ສື່ສານ ແຂວງວຽງຈັນ ໄດ້ສ້າງຂະບວນການອານາໄມຕາມເສັ້ນທາງເທດສະບານ ຂອງແຂວງ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ແລະ ເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງວຽງຈັນ.

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2024, ຢູ່ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ, ພະນັກງານ ພະແນກສຶກສຶກສາທິການ ແລະ ກິລາ ...
31/05/2024

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2024, ຢູ່ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ, ພະນັກງານ ພະແນກສຶກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມ ໂປຣແກຣມຄຸ້ມຄອງພະນັກງານ ແລະ ໂປຣແກຣມນັບຄະແນນສຽງ ໃຫ້ແກ່ພະນັກງານວິຊາການ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ.

ໃນຕອນເຊົ້າຂອງ ວັນທີ 23 ພຶດສະພາ 2024 ກຳມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ lll ...
28/05/2024

ໃນຕອນເຊົ້າຂອງ ວັນທີ 23 ພຶດສະພາ 2024 ກຳມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ lll ຂຶ້ນຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ແພງສິງ ຊົມພູ ປະທານກຳມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດາວສະຫວັນ ລາຊະວົງ ຮອງປະທານສະຫະພັນກຳມະບານ ແຂວງວຽງຈັນ, ມີສະຫາຍ ພູທອງ ພັນທະວົງ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ, ມີແຂກຖືກເຊີນ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມທັງໝົດ 21 ສະຫາຍ ຍິງ 9 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກເປັນເອກະພາບເລືອກເອົາ
ສະຫາຍ ນາງ ລາວະດີ ແກ້ວຈອມສີ ເປັນປະທານກຳມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຊຸດໃຫມ່.
ສະຫາຍ ສຸພິນ ໄຊຍະເພັດ ເປັນຮອງ.
ສະຫາຍ ນິນນະຄອນ ແກ້ວລາດຊະວົງ ເປັນຄະນະ.
ກອງປະຊຸມໄດ້ປິດລົງເວລາ 11:30 ໂມງ ຂອງຕອນດຽວກັນ.

ໃນວັນທີ 17 ພຶດສະພາ 2024 ທີ່ຜ່ານມາ ພະແນກ ເຕັກໂນໂລຊີແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສາ...
21/05/2024

ໃນວັນທີ 17 ພຶດສະພາ 2024 ທີ່ຜ່ານມາ ພະແນກ ເຕັກໂນໂລຊີແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 159 ປີ (17 ພຶດສະພາ 1865-17 ພຶດສະພາ 2024) ພາຍໃຕ້ຄໍາຂວັນ "ນະວັດຕະກໍາດິຈິຕອນ ເພື່ອການພັດທະນາແບບຍືນຍົງ (Digital Innovation for Sustainable Development)" ຢ່າງສຸດໃຈ!
ໃນພິທີ ທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ເຜີຍແຜ່ບົດຖະແຫຼ່ງການຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນວັນສະເຫລີມສະຫຼອງວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ຄົບຮອບ 159 ປີ (17 ພຶດສະພາ 1865-17 ພຶດສະພາ 2024) ພາຍໃຕ້ຄໍາຂວັນ "ນະວັດຕະກໍາດິຈິຕອນ ເພື່ອການພັດທະນາແບບຍືນຍົງ (Digital Innovation for Sustainable Development)” ຜ່ານສື່ທາງການ ແລະ ສື່ສັງຄົມອອນລາຍ ທີ່ຜູ້ຮັບຊົມສາມາດເຂົ້າເຖິງໄດ້ຢ່າງທົ່ວເຖິງ ມີບັນດາ ຫົວໜ້າແລະ ຮອງພະແນກການອ້ອມຂ້າງ, ຫົວໜ້າທະນາຄານພັດທະນາລາວ ສາຂາແຂວງວຽງຈັນ, ຫົວໜ້າບໍລິສັດ LTC, ຫົວໜ້າບໍລິສັດ ETL, ຫົວໜ້າ ບໍລິສັດໄປສະນີ ສາຂາແຂວງວຽງຈັນ ແລະ ພະນັກງານເຂົ້າຮ່ວມ ນອກນັ້ນຍັງມີການສ້າງຂະບວນການກິລາຕີບູນ ເພື່ອຮັດແໜ້ນຄວາມສາມັກຄີ.

ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ...........
16/05/2024

ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ...........................................................
ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2024, ເວລາ 8:00 ໂມງຢູ່ທີ່ຫ້ອງປະຊຸມກວດກາພັກ-ລັດ ແຂວງວຽງຈັນ, ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນ ສະມາຊິກພັກສົມບູນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພູທອງ ພັນທະວົງ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເຕັກໂນໂລຊີ ແລະ ການສື່ສານ.

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ຄະນະໜ່ວຍພັກບໍລິສັດ ETL, LTC, ລັດວິສາຫະກິດໄປສະນີ ສາຂາແຂວງ ,ຕາງໜ້າໜ່ວຍພັກພະແນກອ້ອມຂ້າງ, ພ້ອມນີ້ຍັງມີບັນດາສະຫາຍ ສະມາຊິກພັກພາຍໃນໜ່ວຍພັກ ຕສ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ສີສຸວັນ ແສງກົງດາລາ ຮອງເລຂາໜ່ວຍພັກ ຕສ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ແຂວງວຽງຈັນ ວ່າດ້ວຍ: ການເລື່ອນສະມາຊິກພັກສໍາຮອງຂຶ້ນ ເປັນສະມາຊິກພັກສົມບູນ. ຈໍານວນ 02 ສະຫາຍ. ພ້ອມນີ້, ສະຫາຍຮອງເລຂາຄະນະພັກຮາກຖານ ໄດ້ຂື້ນມອບມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນ ໃຫ້ແກ່ສະມາຊິກພັກສົມບູນໃໝ່ ເພື່ອເປັນການຮັບຮອງ ແລະ ຢັ້ງຢືນຜົນງານຂອງຜູ້ກ່ຽວທີ່ປະຕິບັດໄດ້ໃນລະຍະຜ່ານມາ.
ໃນໂອກາດນີ້, ສະຫາຍ ພູທອງ ພັນທະວົງ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄໍາໂອວາດຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກ, ສະມາຊິກພັກຂອງໜ່ວຍພັກ ເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ເອົາໃຈໃສ່ຕໍ່ກັບວຽກງານຂະຫຍາຍພັກທີ່ໄດ້ມີກຳລັງແຮງເພີ່ມຂຶ້ນຕື່ມຂອງໜ່ວຍພັກ ເພື່ອຈະໄດ້ພ້ອມກັນຈັດຕັ້ງ ແລະ ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກເຮົາໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ພັກພວກເຮົາໄດ້ວາງໄວ້ໃນແຕ່ລະໄລຍະ ເປັນຕົ້ນແມ່ນສະມາຊິກພັກສົມບູນໃໝ່ ທີ່ໄດ້ມີຄວາມຫ້າວຫັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ແລະ ຜ່ານຜ່າບັນດາອຸປະສັກຕ່າງໆຈົນໄດ້ເຂົ້າເປັນສະມາຊິກພັກໃນຄັ້ງນີ້.

ນອກນັ້ນ ສະຫາຍຍັງໄດ້ໃຫ້ທິດຊີ້ນໍາຕໍ່ສະມາຊິກພັກໃຫ້ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກ້າວໜ້າ, ຫ້າວຫັນປະຕິບັດໜ້າທີ່ວຽກງານ, ສຶກສາຄົ້ນຄວ້າດ້ານວິຊາສະເພາະ, ຊອກຮູ້ຮໍ່າຮຽນ ແລະ ນຳເອົາບົດຮຽນມາໝູນໃຊ້ເຂົ້າໃນວຽກງານຕົວຈິງ, ຕັ້ງໜ້າເຕົ້າໂຮມຄວາມສາມັກຄີ ໃຫ້ເຂັ້ມແຂງໜັກ ແໜ້ນ, ເອົາໃຈໃສ່ເຊີດຊູເຄົາລົບສິດເປັນເຈົ້າຕົນເອງ ພ້ອມທັງເປັນແບບຢ່າງໃຫ້ແກ່ສະມາຊິກພັກສໍາຮອງ ແລະ ມະຫາຊົນກ້າວໜ້າຜູ້ທີ່ມີເປົ້າໝາຍ.

ໃນຕອນທ້າຍ, ສະຫາຍຮອງເລຂາຄະນະພັກຮາກຖານ ຍັງໄດ້ເນັ້ນໜັກຕື່ມ ໃຫ້ບັນດາສະມາຊິກພັກ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກ້າວໜ້າ, ໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ເອົາໃຈໃສ່ວຽກງານກໍ່ສ້າງໜ່ວຍພັກເຕັກໂນໂລຊີ ແລະ ການສື່ສານ ໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.
ກອງປະຊຸມໄດ້ປິດລົງໃນຕອນດຽວກັນເວລາ 11:30 ໂມງ.

ພິທີມອບ-ຮັບອຸປະກອນຮັບໃຊ້ໃຫ້ແກ່ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງວຽງຈັນ.- - - - - - - - - - - - - - - - - - - -  ຕອນເຊົ້າຂ...
13/05/2024

ພິທີມອບ-ຮັບອຸປະກອນຮັບໃຊ້ໃຫ້ແກ່ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງວຽງຈັນ.
- - - - - - - - - - - - - - - - - - - -
ຕອນເຊົ້າຂອງ ວັນທີ 13 ພຶດສະພາ 2024 ເວລາ 09:00 ໂມງ ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ໄດ້ຈັດພິທີມອບ-ຮັບອຸປະກອນຮັບໃຊ້ວຽກງານ ຕິດຕາມ,ກວດກາ ແລະ ຕອບໂຕ້ ຫາງສຽງບໍ່ດີໃນສັງຄົມ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ມີ ທ່ານ ສີສະຫວາດ ແສງພະຈັນ ກຳມະ ການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະ ທຳ ແລະ ທ່ອງທ່ຽວແຂວງວຽງຈັນ, ທ່ານ ສຸລະພົນ ພົດມີໄຊ ຮອງຄະນະໂຄສະນາຮົບຮົມແຂວງ, ທ່ານ ດວງໃຈ ມະນີວັນ ຕາງຫນ້າຈາກກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ທັງເປັນຫົວໜ້າ ກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ ໄດ້ກ່າວຕໍ່ກອງປະຊຸມວ່າ: ເພື່ອຕອບສະໜອງດ້ານອຸປະກອນຮັບໃຊ້ວຽກງານການຕິດຕາມ ກວດກາ ແລະ ໂຕ້ຕອບຫາງສຽງທີ່ບໍ່ດີຈາກສັງຄົມ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງ, ໂດຍສະເພາະແມ່ນວຽກງານຕອບໂຕ້, ຕອບຕ້ານຫາງສຽງບໍ່ດີຂອງສັງຄົມ ໂດຍຜ່ານສື່ສັງຄົມອອນລາຍ, ການຈັດເກັບຂໍ້ມູນ ເອກະສານຕ່າງໆໃຫ້ສະດວກວ່ອງໄວ ແລະ ທັນກັບເວລາ.
ສະນັ້ນຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີແລະການສື່ສານ ໄດ້ສະໜອງງົບປະມານຈັດຊື້ອຸປະກອນປະເພດ ຄອມພີວເຕີໂນດບຸກ ຈຳນວນ 07 ໜ່ວຍ, ມອບໃຫ້ແກ່ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ເຊິ່ງປະກອບມີ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກ ຖວທ ແຂວງ, ຄະນະໂຄສະນາອົບຮົມແຂວງ, ປກສ ແຂວງວຽງຈັນ.
ໃຫ້ກຽດຕາງຫນ້າມອບອຸປະກອນໃນຄັ້ງນີ້ໂດຍ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດ ແຂວງວຽງຈັນ.

ໃນວັນທີ 09 ພຶດສະພາ 2024 ທີ່ຜ່ານມາ ທ່ານ ພົມມະລາ ນັນທະວົງກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ກາ...
13/05/2024

ໃນວັນທີ 09 ພຶດສະພາ 2024 ທີ່ຜ່ານມາ ທ່ານ ພົມມະລາ ນັນທະວົງກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ພ້ອມດ້ວຍ ກອງເລຂາຄະນະພັກຮາກຖານ ໄດ້ລົງຊຸກຍູ້ ໜ່ວຍພັກ ບໍລິສັດ ETL, ໜ່ວຍພັກບໍລິສັດLTC, ໜ່ວຍພັກບໍລິສັດ ໄປສະນີລາວ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ຕສ ແຂວງວຽງຈັນ, ເພື່ອກະກຽມ ຄວາມພ້ອມ ເປີດກອງປະຊຸມໃຫຍ່ ຂອງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຕສ ແຂວງວຽງຈັນ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

ໃນເວລາ 13:30 ໂມງ ຂອງວັນທີ 07 ພຶດສະພາ 2024, ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ຫົວໜ້າ...
07/05/2024

ໃນເວລາ 13:30 ໂມງ ຂອງວັນທີ 07 ພຶດສະພາ 2024, ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ຫົວໜ້າຂະແໜງ ດີຈີຕ໋ອນ ແລະ ຄວາມປອດໄພທາງໄຊເບີ, ຮອງຫົວໜ້າຂະແໜງ ແລະ ວິຊາການ ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບກອງປະຊຸມທາງໄກ Video Conference ຂອງສູນອິນເຕີເນັດແຫ່ງຊາດ ເພື່ອປຶກສາຫາລືໃນການແບ່ງຂັ້ນລະຫັດຊື່ອິນເຕີເນັດ .LA ແລະ .ລາວ ໃຫ້ກັບພະແນກ ຕສ ແຂວງ ນຳໄປການຄຸ້ມຄອງ ແລະ ໃຫ້ບໍລິການ.

ໃນວັນທີ 06-07 ພຶດສະພາ 2024, ຫົວໜ້າຂະແໜງໄປສະນີ ແລະ ການສື່ສານ, ຮອງຫົວໜ້າຂະແໜງ, ພະນັກງານ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເ...
06/05/2024

ໃນວັນທີ 06-07 ພຶດສະພາ 2024, ຫົວໜ້າຂະແໜງໄປສະນີ ແລະ ການສື່ສານ, ຮອງຫົວໜ້າຂະແໜງ, ພະນັກງານ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງແກ້ວອຸດົມ, ເມືອງໂພນໂຮງ, ເມືອງວຽງຄໍາ ແລະ ເມືອງທຸລະຄົມພ້ອມດ້ວຍວິຊາການ ໄດ້ລົງເຄື່ອນໄຫວກວດກາດ້ານມາດຕະຖານຂອງສະຖານທີ່ຕັ້ງບັນດາປ່ອງບໍລິການ ຂົນສົ່ງໄປສະນີ ບໍລິສັດ DHL, ບໍລິສັດ ຮຸ່ງອາລຸນ, ບໍລິສັດ ອານຸສິດ, ບໍລິສັດກັບຕັນຂົນສົ່ງ, ບໍລິສັດມີໄຊ ແລະ ບໍລິສັດຂົນສົ່ງໂຊກໄຊ ຢູ່ເມືອງໂພນໂຮງ, ເມືອງແກ້ວອຸດົມ,ເມືອງວຽງຄໍາ ແລະ ເມືອງທຸລະຄົມ.

ໃນວັນທີ 02 ພຶດສະພາ 2024, ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານ ວິຊາການ,...
03/05/2024

ໃນວັນທີ 02 ພຶດສະພາ 2024, ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານ ວິຊາການ, ໄດ້ລົງຕິດຕາມກວດກາສະຖານທີ່ຕັ້ງຜູ້ປະກອບການໄປສະນີທີ່ເຄື່ອນໄຫວຢູ່ ແຂວງວຽງຈັນ ແລະ ມອບໃບອອກອະນຸຍາດ ການນຳໃຊ້​ວິທະຍຸສື່ສານ (ໂຟນີ) ໃຫ້ແກ່ບໍລິສັດ ວຽງຈັນຫົງຊື ເມືອງຫີນເຫີບ ປະຈຳປີ 2024.

ໃນລະຫວ່າງວັນທີ 3-5 ເມສາ 2024 ຜ່ານມາ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານ ໄດ້ລົງໄປເຄື່ອນໄຫວຊ...
25/04/2024

ໃນລະຫວ່າງວັນທີ 3-5 ເມສາ 2024 ຜ່ານມາ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ພ້ອມດ້ວຍພະນັກງານ ໄດ້ລົງໄປເຄື່ອນໄຫວຊຸກຍູ້ວຽກງານ ວິຊາສະເພາະໃຫ້ແກ່ ຫ້ອງການ ເຕັກໂນໂລຊີ ແລະການສື່ສານ ຂັ້ນ ເມືອງເຟືອງ, ໝື່ນ ແລະ ເມືອງຊະນະຄາມ ປະຈຳປີ 2024.

ໃນຕອນເຊົ້າຂອງວັນທີ 24 ເມສາ 2024 ເວລາ 8:30 ໂມງ ຢູ່ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານ...
25/04/2024

ໃນຕອນເຊົ້າຂອງວັນທີ 24 ເມສາ 2024 ເວລາ 8:30 ໂມງ ຢູ່ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານປະຈຳເດືອນ ເມສາ 2024 ແລະ ທິດທາງແຜນການປະຈຳເດືອນ ພຶດສະພາ 2024, ໂດຍເປັນປະທານຂອງ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການ ສື່ສານ ແຂວງວຽງຈັນ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນພະແນກ ຕສ ເຂົ້າຮ່ວມຢ່າງພ້ອມພຽງກັນ.

ວັນທີ 27 ມີນາ 2024 ເວລາ 8:00 ໂມງ, ໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກສະ...
28/03/2024

ວັນທີ 27 ມີນາ 2024 ເວລາ 8:00 ໂມງ, ໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ຄັ້ງທີ II. ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ. ໂດຍການເປັນປະທານຂອງ ທ່ານ ນາງ ສຸມາໄລ ພັນມະລີ ຫົວໜ້າໜ່ວຍສະຫະ ພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງເລຂາໜ່ວຍພັກ ຮອງປະທານຄະນະບໍລິ ຫານງານສະຫະພັນແມ່ຍິງແຂວງວຽງຈັນ, ທ່ານ ພູທອງ ພັນທະວົງ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ, ຕາງໜ້າໜ່ວຍອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ຕາງໜ້າໜ່ວຍສະຫະພັນແມ່ຍິງບໍລິ ສັດໄປສະນີ, ບໍລິສັດລາວໂທລະຄົມ, ບໍລິສັດອິທີແອລ ແລະ ສະມະຊິກສະຫະພັນແມ່ຍິງພາຍ ໃນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 18 ທ່ານ, ຊາຍ 4 ທ່ານ.
ໃນກອງປະຊຸມ ທ່ານ ນາງ ສຸມາໄລ ພັນມະລີ ຫົວໜ້າໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຂຶ້ນຜ່ານບົດສະຫຼຸບລາຍງານການເມືອງທັງ ສອງພາກເຊິ່ງຍົກໃຫ້ເຫັນຜົນງານທີ່ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍທີ່ຍາດມາໄດ້ ພ້ອມທັງໄດ້ກຳນົດທິດທາງໃນຊຸມປີຕໍ່ໜ້າ ແລະ ຜ່ານບົດສຳຫຼວດການນຳພາລວມຂອງສະຫະພັນແມ່ຍິງພາຍໃນໜ່ວຍໃນໄລຍະຜ່ານມາ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໜ່ ຈຳນວນ 3 ທ່ານ .
1. ທ່ານ ນາງ ສຸມາໄລ ພັນມະລີ ເປັນຫົວໜ້າໜ່ວຍ.
2. ທ່ານ ນາງ ທອງແສນ ຫຼວງດາລາ ເປັນຮອງ.
3. ທ່ານ ນາງ ສີປະໄພ ແກ້ວມີນາວົງ ເປັນຄະນະ.
4. ທ່ານ ນາງ ກົງຄຳ ພຸດທະວົງ ເປັນຜູ້ຊ່ວຍວຽກກວດກາ.
ກອງປະຊຸມໄດ້ສິ້ນສຸດລົງຂອງວັນດຽວກັນ ເວລາ 12:00 ໂມງ.

ວັນທີ 27 ມີນາ 2024 ໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ ...
28/03/2024

ວັນທີ 27 ມີນາ 2024 ໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 3 ສະໄໝທີ VIII, ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ. ໂດຍການເປັນປະທານຂອງ ທ່ານ ນາງ ສຸມາໄລ ພັນມະລີ ຫົວໜ້າໜ່ວຍສະຫະພັນແມ່ຍິງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງເລຂາໜ່ວຍພັກ, ຮອງປະທານຄະ ນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ, ທ່ານ ພູທອງ ພັນທະວົງ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ ຕາງໜ້າໜ່ວຍອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ຕາງໜ້າໜ່ວຍສະຫະພັນແມ່ຍິງບໍລິສັດໄປສະນີ, ບໍລິສັດລາວໂທລະຄົມ, ບໍລິສັດອິທີແອລ ແລະ ສະມະຊິກສະຫະພັນແມ່ຍິງພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 18 ທ່ານ, ຊາຍ 4 ທ່ານ.

ໃນຕອນເຊົ້າຂອງວັນທີ 15 ມີນາ 2024 ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫລຸບຜົນປະກອບການດຳເນີນທຸລ...
18/03/2024

ໃນຕອນເຊົ້າຂອງວັນທີ 15 ມີນາ 2024 ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫລຸບຜົນປະກອບການດຳເນີນທຸລະກິດ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 , ໂດຍໃຫ້ກຽດເປັນປະທານ ຮ່ວມ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ແລະ ທ່ານ ນາງ ແສງສະເດັດ ແສງມະນີ ຜູ້ອໍານວຍການບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ສາຂາ ແຂວງວຽງຈັນ..

13/03/2024

ຊົມເຊີຍ ວັນໄປສະນີແຫ່ງຊາດ ແລະ ວັນໂທະຄົມມະນາຄົມແຫ່ງຊາດ 13 ມີນາ ຢ່າງສຸດໃຈ!

--------------------------------
ຕິດຕາມຂໍ້ມູນຂ່າວສານ ແລະ ຄົ້ນຫາຂໍ້ມູນກ່ຽວກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ທີ່:
https://mtc.gov.la
https://mtccabinet.gov.la
https://youtube.com/
https://t.me/MTCofLaos
https://whatsapp.com/channel/0029VaUIR3n9Gv7Wf5EBF40Z

08/03/2024
ໃນຕອນເຊົ້າຂອງ ວັນທີ 01 ມີນາ 2024 ສະຫະພັນແມ່ຍິງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ແລະ ສະຫະພັນແມ່ຍິງພະແນກການອ້ອມຂ...
04/03/2024

ໃນຕອນເຊົ້າຂອງ ວັນທີ 01 ມີນາ 2024 ສະຫະພັນແມ່ຍິງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ແລະ ສະຫະພັນແມ່ຍິງພະແນກການອ້ອມຂ້າງ, ໄດ້ສ້າງຂະບວນການອອກ ແຮງງານຕາມສໍານັກງານ ແລະ ເສັ້ນທາງໃຫຍ່ ໃຫ້ສະອາດງາມຕາ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກເວົ້າລວມເວົ້າສະເພາະກອງປະຊຸມໃຫຍ່ແມ່ຍິງແຕ່ລະຂັ້ນ ແລະ ຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງເປັນຂະ ບວນຟົດຟື້ນ.

ກອງປະຊຸມສະຫລຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ. - - - - - - - - - - -...
27/02/2024

ກອງປະຊຸມສະຫລຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ.
- - - - - - - - - - - - - - - - - - - -
ໃນຕອນເຊົ້າຂອງວັນທີ 20 ກຸມພາ 2024 ເວລາ 08:30 ໂມງ ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫລຸບ ລາຍງານຜົນການ ຈັດຕັ້ງປະບັດ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈຳປີ 2023 ແລະ ການກຳທິດທາງແຜນການປະຈຳປີ 2024, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ຕສ ແຂວງວຽງຈັນ ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 08 ທ່ານ.
ໃນກອງປະຊຸມບັນດາຂະແໜງການໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານວິຊາການ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ແລະ ໄດ້ເຫັນດີເປັນເອກະພາບກັນ.
ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ຕສ ແຂວງ ໄດ້ມີຄຳເຫັນໂອ້ລົມຍ້ອງຍໍຊົມເຊີຍພະນັກງານ ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາພ້ອມທັງໃຫ້ ຊີ້ທິດເຢືອງທາງໃຫ້ ພະນັກງານທັງໝົດພະແນກເອົາໃຈໃສ່ສຶກສາອົບຮົມດ້ານແນວຄິດ ການເມືອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກະຕືລືລົ້ນຫ້າວຫັນຕໍ່ໜ້າທີ່ວຽກງານຊອກຫາວິທີແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ໃຫ້ແຕ່ລະຂະແໜງເອົາໃຈໃສ່ສ້າງແຜນປະຈຳອາທິດ, ປະຈຳເດືອນ, ປະຈຳງວດ, ປະຈຳປີເປັນປົກກະຕິ.
ກອງປະຊຸມໄດ້ປິດລົງຂອງຕອນດຽວກັນໃນເວລາ 11:30 ໂມງ

29/01/2024

ຂໍແຈ້ງການ ມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃຫ້ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງບຸກຄົນ ທີ່ເຄື່ອນໄຫວໂຄສະນາ ລົງທຶນ, ແລກປ່ຽນ ແລະ ຊື້-ຂາຍ ເງິນຄຣິບໂຕ ຜ່ານສື່ສັງຄົມອອນລາຍ ໂດຍບໍ່ໄດ້ຮັບອານຸຍາດ.
ລາຍລະອຽດຕາມແຈ້ງການນີ້:

ພິທີປະກາດສ້າງຕັ້ງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງເຟືອງ ໃນວັນທີ 19 ມັງກອນ 2024.
19/01/2024

ພິທີປະກາດສ້າງຕັ້ງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງເຟືອງ ໃນວັນທີ 19 ມັງກອນ 2024.

11/01/2024

ປະກາດວັນດິຈິຕອນແຫ່ງຊາດ 10 ມັງກອນ (10.01) ຢ່າງເປັນທາງການ
-----------------------
ພິທີປະກາດ ວັນດິຈິຕອນແຫ່ງຊາດ 10 ມັງກອນ (10.01) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 10 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ ເນື່ອງໃນໂອກາດດໍາເນີນງານສັບປະດາດິຈິຕອນລາວ ປີ 2024 ໂດຍໃຫ້ກຽດກ່າວຄຳປາໄສ ແລະ ປະກາດວັນດິຈິຕອນແຫ່ງຊາດ ຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
:
ໃນພິທີອັນສະຫງ່າລາສີນີ້, ພະນະທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ປັດຈຸບັນນີ້, ການຫັນເປັນດິຈິຕອນ ກຳລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ບັນດາປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນ ເປັນແຜນບູລິມະສິດ, ເພື່ອນຳເອົາເຕັກໂນໂລຊີດິຈິຕອນເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ສຳລັບ ສປປ ລາວ ເພື່ອສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ສຸມໃສ່ການຈັດຕັ້ງປະຕິບັດ ວິໄສທັດການພັດທະນາດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃຫ້ບັນລຸຜົນສຳເລັດນັ້ນ, ພັກ-ລັດ ເຮົາໄດ້ເອົາໃຈໃສ່ປັບປຸງກົນໄກການຄຸ້ມຄອງມະຫາພາກ ເພື່ອສຸມໃສ່ແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ໂດຍຖືເອົາການຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີ ດິຈິຕອນ ເພື່ອຍົກສູງປະສິດທິພາບຂອງການຄຸ້ມຄອງ, ບໍລິຫານ ແລະ ການບໍລິການໃນທຸກຂົງເຂດວຽກງານ. ສະນັ້ນ, ໃນຊຸມປີຜ່ານມາ ຂະບວນການຫັນເປັນດິຈິຕອນຂອງປະເທດເຮົາໄດ້ປາກົດເປັນຮູບເປັນຮ່າງ ແລະ ມີໜໍ່ແໜງທີ່ເຂົ້ມແຂງເກີດຂຶ້ນແລ້ວ.

ເພື່ອເສີມຂະຫຍາຍຜົນສຳເລັດ ຂອງການຫັນເປັນດິຈິຕອນ ໃນເບື້ອງຕົ້ນນີ້ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດິຈິຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສນັ້ນ ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດມີທາງອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການຜະລິດ ແລະ ການບໍລິການເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ. ສະນັ້ນ, ເພື່ອເນັ້ນໜັກ ເຖິງຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ, ເສດຖະກິດ ແລະ ສັງຄົມໃຫ້ເປັນດິຈິຕອນ; ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ຮັບຮອງເອົາ ວັນທີ 10 ມັງກອນ (ຊຶ່ງເປັນເລກລະຫັດດິຈິຕອນ ແມ່ນ 10.01 ໜຶ່ງສູນ-ສູນໜຶ່ງ) ເປັນວັນດິຈິຕອນແຫ່ງຊາດ ເພື່ອສ້າງບາດກ້າວໃໝ່ ແຫ່ງການຫັນເປັນດິຈິຕອນ ຂອງປະເທດເຮົາ.

ໃນຕອນເຊົ້າ ເວລາ 09:00 ໂມງ ຂອງວັນທີ 11ທັນວາ 2023, ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດປະຊຸມການລ...
12/12/2023

ໃນຕອນເຊົ້າ ເວລາ 09:00 ໂມງ ຂອງວັນທີ 11ທັນວາ 2023, ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດປະຊຸມການລົງໄຫວຕິດຕາມ,ກວດກາ ແລະ ຊຸກຍູ້ວຽກງານຈັດຕັ້ງ ປະຈຳປີ 2023 ໂດຍພາຍໃຕການເປັນປະທານຮ່ວມຂອງທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ແລະ ທ່ານ ນາງ ສຸພາລັກ ສີລາເພັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຄະນະພະແນກ, ຫົວໜ້າຂະແໜງ ແລະ ກົມຈັດຕັ້ງ ພະນັກງານ ກະຊວງ ຕສ ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 12 ທ່ານ.
ໃນກອງປະຊຸມ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບວຽກງານຈັດຕັ້ງ ແລະ ພະນັກງານ ພາຍໃນພະແນກ ຕສ ແຂວງວຽງຈັນ
ຈາກນັ້ນ ທ່ານ ນາງ ສຸພາລັກ ສີລາເພັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຜີຍແຜ່ ຂໍ້ຕົກລົງ ມາດຖານຕໍາແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ຂັ້ນທ້ອງຖິ່ນ ສະບັບ ເລກທີ 4581/ກຕສ, ລົງວັນທີ 22 ພະຈິກ 2023. ແລະ ມອບໃຫ້ ພະແນກ ຕສ ແຂວງວຽງຈັນ ແລະ ເຜີຍແຜ່ ໃຫ້ຄະນະຈັດຕັ້ງແຂວງ ແລະ ຫ້ອງການເຕັກໂນໂລຊີ ແລະ ການສື່ສານປະຈຳເມືອງ.
ໃນກອງປະຊຸມໄດ້ປຶກສາຫາລືວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານນະໂຍບາຍ ສະເໜີ ເລື່ອນຊັ້ນ-ຂັ້ນ ຕາມການປະເມີນ 5 ປີລຽນຕິດ, ວຽກງານການພັດທະນາບຸກຄະລາກອນ
ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ສິ້ນສຸດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

Address

Vientiane
Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85623212153

Alerts

Be the first to know and let us send you an email when ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ:

Videos

Share

Category



You may also like