![ງານການຕະຫຼາດຄັ້ງທຳອິດແຫ່ງປີ 2023 ມາແລ້ວ~ 📌 Katalyst Marketing Mastery 2023 ຫຼື KMM 2023 ແມ່ນງານຫຍັງ? ເປັນງານການຕະຫຼາດແບບ...](https://img5.medioq.com/406/742/647244284067422.jpg)
07/02/2023
ງານການຕະຫຼາດຄັ້ງທຳອິດແຫ່ງປີ 2023 ມາແລ້ວ~
📌 Katalyst Marketing Mastery 2023 ຫຼື KMM 2023 ແມ່ນງານຫຍັງ?
ເປັນງານການຕະຫຼາດແບບເຈາະເລິກທີ່ລວມເອົາຜູ້ຊ່ຽວຊານດ້ານການຕະຫຼາດ ແລະ ຜູ້ປະກອບການຊັ້ນນຳຂອງ ສປປ ລາວມາຖ່າຍທອດປະສົບການຕົວຈິງໂດຍການໃຫ້ຄວາມຮູ້ ແລະ ເຮັດບົດຝຶກຫັດຕົວຈິງທີ່ເນັ້ນການມີສ່ວນຮ່ວມແບບສົດໆໃຫ້ SMEs ໄດ້ຮັບທັກສະຈຳເປັນເພື່ອເອົາຊະນະການຕະຫຼາດໃນປີ 2023 ໃນຮູບແບບທີ່ບໍ່ເຄີຍເຮັດຢູ່ໃສມາກ່ອນ.
📌 ເປັນຫຍັງທ່ານຕ້ອງເຂົ້າຮ່ວມງານ Katalyst Marketing Mastery 2023?
ຈາກຄຳຂໍກວ່າ 120 ທ່ານທີ່ເຂົ້າຮ່ວມງານທຸລະກິດ KBM ບອກເປັນສຽງດຽວກັນວ່າການຕະຫຼາດແມ່ນຂະແໜງການໜຶ່ງທີ່ທຸກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ຄວາມສຳຄັນຫຼາຍທີ່ສຸດ ສະນັ້ນ, ຈຶ່ງເກີດມີງານ KMM ທີ່ທ່ານຈະໄດ້ຮຽນຮູ້ Trends, ເຄື່ອງມື, ວິທີການ, ທັກສະ ແລະ ຄວາມຮູ້ການຕະຫຼາດທີ່ຈະຊ່ວຍທ່ານໄດ້ຜົນຮັບການຕະຫຼາດທີ່ດີກວ່າເຊັ່ນ:
- ແນວໂນ້ມດ້ານການຕະຫຼາດທີ່ເຈົ້າຂອງທຸລະກິດຕ້ອງຮູ້ໃນປີ 2023
- ເທັກນິກການເລົ່າເລື່ອງສຳລັບທຸລະກິດຂອງທ່ານ
- ການແບ່ງສ່ວນສື່ ແລະ ແບ່ງກຸ່ມລູກຄ້າມີຄວາມສຳຄັນແນວໃດ ແລະ ທ່ານຈະເຂົ້າເຖິງລູກຄ້າໃນອຸດົມຄະຕິໄດ້ແນວໃດ
- ກົນລະຍຸດການເຮັດໂປຣໂມຊັ້ນ ແລະ ການຂາຍເພື່ອກະຕຸ້ນຍອດຂາຍໃຫ້ທຸລະກິດ
- ວິທີການວາງແຜນແຄມເປນເພື່ອໃຫ້ໄດ້ຜົນລັບທີ່ດີກວ່າ
- ວິທີການສ້າງຍຸດທະສາດການຕະຫຼາດສຳລັບທຸລະກິດຂອງທ່ານ
.
📌 ງານ Katalyst Marketing Mastery ເໝາະກັບໃຜ?
👉🏻 ເຈົ້າຂອງທຸລະກິດ(SMEs) ຂະໜາດນ້ອຍ ແລະ ຂະໜາດກາງທີ່ຢາກລົງເລິກດ້ານການຕະຫຼາດເພື່ອສ້າງຜົນລັບຈາກແຜນການຕະຫຼາດປີ 2023 ຫຼື ໃນອະນາຄົດ
👉🏻 ນັກການຕະຫຼາດທີ່ຢາກຮຽນຮູ້ເທັກນິກ, ກົນລະຍຸດ ແລະ ເຄື່ອງມືຕ່າງໆເພື່ອຕໍ່ຍອດທັກສະດ້ານການຕະຫຼາດໃຫ້ເຂັ້ມແຂງ ແລະ ສ້າງຜົນລັບໄດ້ດີຂຶ້ນ
👉🏻 ເຈົ້າຂອງທຸລະກິດ ແລະ ນັກການຕະຫຼາດທີ່ຢາກສ້າງ Connection (ສາຍສຳພັນ) ກັບຜູ້ເຂົ້າຮ່ວມອື່ນໆໃນໂອກາດທີ່ຫາພົບໄດ້ຍາກ
📌 ເວລາ ແລະ ສະຖານທີ່
⏰ ວັນເສົາ ທີ 25 ມີນາ 2023 (ງານ 1 ມື້ເຕັມ)
ເວລາ: 8:00 - 17:45
ສະຖານທີ່: Crowne Plaza Vientiane
📌 ສິດທີພິເສດທີ່ທ່ານຈະໄດ້ຮັບ:
ທ່ານສາມາດເລືອກປີ້ໄດ້ 2 ທາງເລືອກຄື:
👉🏻 1. ປີ້ Gold
✅ ເຂົ້າຮ່ວມງານ 1 ມື້ເຕັມ
✅ ໄດ້ຮັບປຶ້ມຄູ່ມືກ່ຽວກັບງານ
✅ ບ່ອນນັ່ງແຖວກາງ/ແຖວໜ້າ
ລາຄາ 900,000 ກີບ
👉🏻 2. ປີ້ Diamond
✅ ເຂົ້າຮ່ວມງານ 1 ມື້ເຕັມ
✅ ໄດ້ຮັບປຶ້ມຄູ່ມືກ່ຽວກັບງານ
✅ ບ່ອນນັ່ງແຖວກາງ/ແຖວໜ້າ
✅ ສາມາດເລືອກບ່ອນນັ່ງແຖວໜ້າໄດ້
✅ ຮ່ວມຮັບປະທານບຸບເຟ້ອາຫານທ່ຽວທີ່ Crowne Plaza
✅ ເຂົ້າຮ່ວມງານສ້າງສຳພັນທຸລະກິດ Networking Event ຫຼັງຈົບງານ
✅ ເຂົ້າຮ່ວມ Exclusive Session ຕິດຕາມຜົນຮັບຈາກແຜນການຕະຫຼາດພ້ອມຄຳແນະນຳຈາກຜູ້ຊ່ຽວຊານພາຍຫຼັງຈົບງານແລ້ວ 1 ເດືອນ
ລາຄາປົກກະຕິ 1,500,000 ກີບ
✅ ພິເສດ! ສຳລັບ 20 ທ່ານທຳອິດຈະໄດ້ລາຄາພິເສດ 1.200.000 ກີບ
(ດ່ວນ 🔥 ໝົດເຂດວັນທີ່ 17/2/2023 ນີ້ເທົ່ານັ້ນ)
ສະໝັກເລີຍ: bit.ly/KMM2023
ສອບຖາມຂໍ້ມູນເພີ່ມເຕີມ:
📞 020 56463959, 020 58944486
📩 [email protected]