FM Radio 96.2 MHZ ເມືອງຊະນະສົມບູນ

  • Home
  • FM Radio 96.2 MHZ ເມືອງຊະນະສົມບູນ

FM Radio 96.2 MHZ ເມືອງຊະນະສົມບູນ FM Radio Station 96.2MHz 5:00 AM 21:00 PM , Open everyday
(1)

21/08/2023

ລາຍການສະບາຍດີຊະນະສົມບູນ..ໂດຍ ບ່າວໄພວອນ

ຝຝາກກົດຕິດຕາມແນ່ເດີ.....​ฝากกดติดตามแน่เดีทุกคน
19/08/2023

ຝຝາກກົດຕິດຕາມແນ່ເດີ.....​ฝากกดติดตามแน่เดีทุกคน

 #ສຳເລັດການຝືກອົບຮົມພື້ນຖານໃນການຂຽນຂ່າວ ແລະ ເຕັກນິກການຖ່າຍພາບໃຫ້ພະນັກງານນັກຂ່າວເມືອງ ແລະ ກົມກອງ,ຫ້ອງການອ້ອມຂ້າງເມືອງຊະນະ...
19/08/2023

#ສຳເລັດການຝືກອົບຮົມພື້ນຖານໃນການຂຽນຂ່າວ ແລະ ເຕັກນິກການຖ່າຍພາບໃຫ້ພະນັກງານນັກຂ່າວເມືອງ ແລະ ກົມກອງ,ຫ້ອງການອ້ອມຂ້າງເມືອງຊະນະສົມບູນ.........................0000000.......................
#ວັນທີ 18 ສິງຫາ 2023 ນີ້: ຫ້ອງການຖະແຫຼງຂ່າວ , ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນ ຮ່ວມກັບ ສະຖານີວິທະຍຸກະຈາຍສຽງເມືອງຊະນະສົມບູນ ໄດ້ຈັດຊຸດຝຶກອົບຮົມພື້ນຖານໃນການຂຽນຂ່າວ ແລະ ຕັກນິກການຖ່າຍພາບ ໃຫ້ກັບອ້າຍ-ນ້ອງພະນັກງານນັກຂ່າວເມືອງ ແລະ ກົມກອງ,ຫ້ອງການອ້ອມຂ້າງເມືອງຊະນະສົມບູນ ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມນ້ອຍຂອງສະໂມສອນເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຂັນໄຊ ທິບພະກຸນ ຫົວໜ້າຫ້ອງການຖະແຫຼງຂ່າວ ,ວັດທະນະທຳ ລະ ທ່ອງທ່ຽວເມືອງ ພ້ອມດ້ວຍ ທ່ານ ພູໄທ ຄຳພາຫານ ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງເມືອງ,ມີອ້າຍ-ນ້ອງພະນັກນັກຂ່າວຂອງເມືອງ ແລະ ມາຈາກກົມກອງ-ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
#ທ່ານ ຂັນໄຊ ທິບພະກຸນ ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງໃຫ້ສຳພາດວ່າ:ຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ກໍ່ເພື່ອເປັນການທົບທວນຕີລາຄາຄືນ ແລະ ແລກປ່ຽນຖອດຖອນບົດຮຽນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສື່ມວນຊົນ ໂດຍສະເພາະກໍ່ແມ່ນວຽກງານຂ່າວສານຂອງເມືອງໃນໄລຍະຜ່ານມາ ນອກນັ້ນຍັງເປັນການບຳລຸງກໍ່ສ້າງໃຫ້ມີຕາໜ່າງຂ່າວກັບທີ່ແຕ່ລະກົມກອງ,ຫ້ອງການອ້ອມຂ້າງເມືອງ ເພື່ອເປັນເສນາທິການ ຂຽນຂ່າວ ແລະ ສົ່ງຂ່າວ ໃຫ້ກັບໜ່ວຍງານຖະແຫຼງຂ່າວຂອງເມືອງ ເພື່ອນຳໄປອອກຂ່າວທາງສື່ມວນຊົນຂອງແຂວງ ແລະ ເມືອງໃຫ້ໄດ້ຕາມແຜນການທີ່ກຳນົດໄວ້.
#ສໍາລັບບັ້ນຝຶກອົບຮົມເທື່ອນີ້ໄດ້ດຳເນີນໄປເປັນເວລາໜຶ່ງຄາບຈຶ່ງອັດລົງດ້ວຍຜົນສຳເລັດອັນຈົບງາມ ເຊີ່ງນັກສຳມະນາກອນທີ່ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈກ່ຽວກັບຫຼັກການພື້ນຖານໃນການຂຽນຂ່າວ,ເຕັກນິກການຖ່າຍພາບວິດີໂອ,ຕັກນິກການຖ່າຍພາບນີ້ງ ແລະ ວິທີການສົ່ງຂ່າວໂດຍຜ່ານຊ່ອງທາງທີ່ທັນສະໄໝ.
( ຂ່າວ - ພາບ : ຫ້ອງການ ຖວທ ເມືອງຊະນະສົມບູນ )

17/08/2023

ລາຍການ..ສະບາຍດີຊະນະສົມບູນ..ໂດຍ:ບ່າວໄພວອນ..

16/08/2023

16/08/2023 ລາຍການສະບາຍດີຊະນະສົມບູນ...ໂດຍ ບ່າວ ໄພວອນ...

ຊົມເຊີນວັນສ້າງຕັ້ງສື່ມວນຊົນ ແລະ ການພີມຈຳໜ່າຍ ( ວັນທີ  13 ສິງຫາ 1950 – ວັນທີ 13 ສິງຫາ 2023 ຄົບຮອບ 73 ປີ )
13/08/2023

ຊົມເຊີນວັນສ້າງຕັ້ງສື່ມວນຊົນ ແລະ ການພີມຈຳໜ່າຍ ( ວັນທີ 13 ສິງຫາ 1950 – ວັນທີ 13 ສິງຫາ 2023 ຄົບຮອບ 73 ປີ )

13/08/2023

ສະບາຍດີ ວັນອາທິດ 13/8/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

11/08/2023

ວັນ ສຸກ 11/8/2023
ລາຍການວັດທະນະທຳແລະສຽງເພງ ໂດຍ ສາວຊູຊານ.......

10/08/2023

ສະບາຍດີ ວັນພະຫັດ 10/8/2023
ລາຍການ: ເພີນເພງບ້ານນາ
ໂຄສົກສາວ: ຊູຊ່ານ

ฝากกดติดตามแน่เดี
09/08/2023

ฝากกดติดตามแน่เดี

09/08/2023

ສະບາຍດີ ວັນພຸດ 9/8/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

ຝາກກົດຕິດຕາມແນ່ເດີ...​ฝากกดติดตามแน่เดี
09/08/2023

ຝາກກົດຕິດຕາມແນ່ເດີ...​ฝากกดติดตามแน่เดี

08/08/2023

ສະບາຍດີ ວັນອັງຄານ 8/8/2023
ລາຍການ: ເພີນເພງບ້ານນາ
ໂຄສົກສາວ: ຊູຊ່ານ

01/08/2023

ມື້ສັນວັນດີ.ວັນເຂົ້າພັນສາ
ວັນທີ1.8.2023
ລາຍການ:ເພີນເພງບ້ານນາ
ໂຄສົກ:ສາວດາວທີບ
ເວລາ:14:00-15:00ໂມງ

 #ຊາວພຸດທົ່ວເມືອງຊະນະສົມບູນຮ່ວມກັນທຳບຸນຕັກບາດເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈຳປີ 2023 ຢ່າງມີບັນຍາກາດຄຶກຄື້ນ ...............
01/08/2023

#ຊາວພຸດທົ່ວເມືອງຊະນະສົມບູນຮ່ວມກັນທຳບຸນຕັກບາດເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈຳປີ 2023 ຢ່າງມີບັນຍາກາດຄຶກຄື້ນ
................000.........
#ໃນຕອນເຊົ້າມື້ນີ້ຊາວພຸດທະສາຊະນິກະຊົນໃນທົ່ວເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ມີຄວາມສາມັກຄີພ້ອມພຽງກັນເຂົ້າຮ່ວມທຳບຸນຕັກບາດ ເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈຳປີ 2023 ຢູ່ຕາມວັດແຫ່ງຕ່າງໆພາຍໃນເມືອງຢ່າງມີບັນຍາກາດຄຶກຄື້ນ ໂດຍສະເພາະບັນຍາກາດຢູ່ທີ່ວັດຫຼວງຫຼັກ 24 ຂອງເມືອງ ກໍ່ໄດ້ມີການນຳພັກ - ລັດຂອງເມືອງຊະນະສົມບູນ ນຳໂດຍທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງຊະນະສົມບູນ ພ້ອມດ້ວຍ ຊາວພຸດທະສາສະນິກະຊົນທັງພາຍໃນເມືອງ ແລະ ເມືອງອ້ອມຂ້າງ ກໍ່ໄດ້ເຂົ້າຮ່ວມທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆແດ່ພຣະສົງ ເນື່ອງໃນໂອກາດວັນສຳຄັນທາງພຣະພຸດທະສາດສະໜາດັ່ງກ່າວຢ່າງເປັນຈຳນວນຫຼວງຫຼາຍ ທັງນີ້ກໍ່ເພື່ອເປັນການສຶບສານອະນຸລັກຮັກສາວັດທະນະທຳ,ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖີ່ນໃຫ້ຄຽງຄູ່ຢູ່ກັບຄົນລາວ ຊາດລາວຊາວພຸດພຸດຕະຫຼອດໄປ ແລະ ອິກຄວາມເຊື່ອຖືໜຶ່ງກໍ່ເພື່ອທຳບຸນອຸທິດສ່ວນບຸນກຸສົນໃຫ້ກັບຍາດຕິພີນ້ອງ ແລະ ເຈົ້າກຳນາຍເວນ ຜູ້ທີ່ໄດ້ລ່ວງລັບໄປແລ້ວ.ໂດຍມີພຣະອາຈານໃຫຍ່ ຄຳພັກ ພົມມະໄຊ ກຳມະການອົງການພຣະພຸດທະສາດສະໜາສຳພັນລາວແຂວງຈຳປາສັກ ປະທານອົງການພຣະພຸດທະສາດສະໜາສຳພັນລາວເມືອງຊະນະສົມບູນ ເປັນຜູ້ນຳພາພິທີການທາງສາດສະໜາ.
#ໂອກາດດຽວກັນນີ້ ພຣະອາຈານໃຫຍ່ ຄຳພັກ ພົມມະໄຊ ປະທານອົງການພຣະພຸດທະສາດສະໜາສຳພັນລາວເມືອງ ໃຫ້ຮູ້ເຖີງປະຫວັດຄວາມເປັນມາຂອງວັນບູນເຂົ້າພັນສາ ກໍ່ຄືນັບວ່າເປັນໜຶ່ງໃນຮີດ 12 ຄອງ 14 ເປັນວັນທີ່ມີຄວາມໝາຍສຳຄັນ ທາງພຣະພຸດທະສາສະໜາ ທີ່ຄົນລາວຊາວພຸດໄດ້ປະຕິບັດສຶບຕໍ່ກັນມາແຕ່ບູຮານນະການ ໂດຍວັນດັ່ງກ່າວ ຊາວພຸດທະສາສະໜາກະນິກະຊົນ ໄດ້ພ້ອມກັນນຳເອົາຜ້າຈຳພັນສາ,ທຽນຈຳພັນສາ ມາຖວາຍໃຫ້ແດ່ພຣະສົງຜູ້ທີ່ຈຳພັນສາ ພ້ອມນັ້ນຍັງມີພີທີຕັກບາດ ແລະ ວຽນທຽນໃນຕອນກາງຄຶນ. ພ້ອມນີ້ພຣະອາຈານໃຫຍ່ ຄຳພັກ ພົມມະໄຊ ຍັງໄດ້ໃຫ້ຄຳໂອວາດແດ່ຊາວພຸດທະສາສະນິກະຊົນທີ່ເຂົ້າຮ່ວມ ເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈຳປີ 2023 ໃນໄລຍະ 3 ເດືອນທີ່ພຣະສົງເຂົ້າຈຳພັນສາ ຂໍ້ໃຫ້ອອກຕົນຍາດໂຍມເອົາໃຈໃສ່ປະຕິບັດສີນ 5 ຂໍ້ຢ່າງເຂັ້ມງວດ ໂດຍຕິດພັນກັບການໂຄສະນາເຜີຍແຜ່ວຽກງານສຸຂະສຶກສາເພື່ອໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໄຂຍຸງລາຍທີ່ກຳລັງລະບາດໃນປະຈຸບັດ ໂດຍຖືເອົາຫຼັກການປະຕິບັດຄຳຂວັນ 5 ປໍທີ່ທາງກະຊວງສາທາລະນະສຸກກຳນົດໄວ້.
( ຂ່າວ-ພາບ: ຫ້ອງການ ຖວທ ເມືອງຊະນະສົມບູນ )

 #ຈັດພິທີເປີດບັ້ນດໍາເນີນການກວດທຽບໝໍ້ແທກນໍ້າປະປາຢູ່ເມືອງຊະນະສົມບູນ ປະຈຳປີ 2023.............000...........    ຕອນເຊົ້າວັນທ...
28/07/2023

#ຈັດພິທີເປີດບັ້ນດໍາເນີນການກວດທຽບໝໍ້ແທກນໍ້າປະປາຢູ່ເມືອງຊະນະສົມບູນ ປະຈຳປີ 2023.............000...........
ຕອນເຊົ້າວັນທີ 27 ກໍລະກົດ 2023 ທີ່ຫ້ອງການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ສາຂາເມືອງຊະນະສົມບູນ ໄດ້ຈັດພິທີເປີດບັ້ນດໍາເນີນການກວດທຽບໝໍ້ແທກນໍ້າປະປາຢູ່ເມືອງຊະນະສົມບູນ ປະຈໍາປີ 2023 ເຊິ່ງແມ່ນລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ຮ່ວມກັບ ພະແນກອຸດສາຫະກໍາການຄ້າແຂວງຈໍາປາສັກ ລົງກວດກາທຽບໝໍ້ແທກນໍ້າປະປາທີ່ໄດ້ຕິດຕັ້ງແລ້ວ ໂດຍໃຫ້ກຽດເປັນປະທານຂອງທ່ານ ພັທ ສຸລິວັນ ບຸນສະຫງ່າ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຊະນະສົມບູນ , ທ່ານ ຄໍາພູສາ ເທບທອງຂັນ ຮອງຫົວໜ້າຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ, ທ່ານ ອະລິຍະ ພິມພອນສະຫວັດ ຫົວໜ້າສາຂານໍ້າປະປາເມືອງຊະນະສົມບູນ, ຫົວໜ້າກຸ່ມ V, ຄະນະບ້ານໃຫຍ່ສະຜ່າຍຕົວເມືອງໃນຊົນນະບົດສະຜ່າຍ,ຄະນະຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫ້ອງການອຸດສາຫະກໍາ ແລະການຄ້າເມືອງ, ຄະນະວິຊາການຈາກພະແນກອຸດສາຫະກໍາການຄ້າແຂວງ ແລະ ລັດວິສາຫະກິດນໍ້າປະປາສາຂາເມືອງຊະນະສົມບູນເຂົ້າຮ່ວມ.
ສຳລັບນໍ້າປະປາສາຂາເມືອງຊະນະສົມບູນ ໃນເມື່ອກ່ອນມີຊື່ວ່າ ໜ່ວຍບໍລິການສະຜ່າຍ ເລີ້ມຕົ້ນຂະຫຍາຍພື້ນທີ່ບໍລິການ ຈາກນະຄອນປາກເຊ ມາບໍລິການນໍ້າປະປາຢູ່ຂອບເຂດເມືອງຊະນະສົມບູນໃນໄລຍະທ້າຍປີ 2016 ໂດຍການດຶງຂະຫຍາຍສາຍທໍ່ ຈາກບ້ານດອນເຂາະ ນະຄອນປາກເຊ ຂ້າມຫ້ວຍບ້ານໜອງຫອຍ ເພື່ອມາບໍລິການໃນເຂດເມືອງຊະນະສົມບູນ, ຊຶ່ງນໍ້າປະປາທີ່ນໍາມາບໍລິການແມ່ນນໍ້າທີ່ຜະລິດຈາກໂຮງງານຜະລິດນໍ້າປະປາໂພນສະຫວັນ (ຫຼັກ2) ຜ່ານສາຍທໍ່ແມ່ລຽບຕາມເສັ້ນ ທາງ 13 ໃຕ້ ເຂົ້າສູ່ສະຖານີສູບສົ່ງຫຼັກ 8 ເໜືອ ເພື່ອສູບສົ່ງເພີ້ມແຮງດັນນໍ້າມາບໍລິການເຂດເມືອງຊະນະສົມບູນ, ປະຈຸບັນແມ່ນສາມາດບໍລິການນໍ້າປະປາກວມເອົາ 10 ບ້ານ ຂອງເມືອງຊະນະສົມບູນຄື: ບ້ານໜອງຫອຍ, ນາຂວ້າງ,ບ້ານສະຜ່າຍ,ບ້ານໂຢງ,ກະຕິນ, ສີວິໄລ,ດອນເພັກ,ປາກຊອນ,ງົວແດງ, ແກ້ງແກວ,ນອກຈາກ 10 ບ້ານທີ່ໄດ້ກ່າວມານັ້ນ ສາຂາຊະນະສົມບູນ ຍັງຮັບຜິດຊອບຄຸ້ມຄອງ ແລະ ສະໜອງນໍ້າປະປາອີກ 1 ບ້ານຂອງນະຄອນປາກເຊ ທີ່ມີຊາຍແດນຕິດຈອດກັບເມືອງ ຊະນະສົມບູນ ກໍ່ຄືບ້ານ ແກ້ງຊັນ, ປະຈຸບັນ ສາຂາຊະນະສົມບູນ ມີຈຳນວນໝໍ້ແທກນໍ້າທັງໝົດ 1.564 ໜ່ວຍ, ບໍລິມາດນ້ຳຂາຍອອກ 12 ຫາ13 ພັນເມັດກ້ອນຕໍ່ເດືອນຊຶ່ງນັບແຕ່ເດືອນ1ປີ2023ເປັນຕົ້ນມາຮອດປະຈຸບັນ ສາຂາເມືອງຊະນະສົມບູນ ສາມາດປະຊາສຳພັນ ແລະ ຕິດຕັ້ງນ້ຳເຂົ້າໃໝ່ໄດ້ທັງຫມົດ 88 ໜ່ວຍ ຄິດເປັນ 69%ຂອງແຜນການຂະຫຍາຍລູກຄ້າປະຈຳປີ2023.
#ຜ່ານການເຄື່ອນໄຫວດໍາເນີນການຂຶ້ນທະບຽນ ແລະ ກວດທຽບໝໍ້ແທກນໍ້າປະປາທີ່ໄດ້ຕິດຕັ້ງແລ້ວຂອງທີມງານລັດວິສາຫະກິດນໍ້າປະປາແຂວງ ແລະ ພະແນກອຸດສາຫະກໍາ ແລະ ການຄ້າແຂວງພາຍໃນນະຄອນປາກເຊ ແລະ 4 ຕົວເມືອງຄື: ເມືອງໂຂງ,ເມືອງຈໍາປາສັກ, ເມືອງໂພນທອງ ແລະ ເມືອງຊະນະສົມບູນ ນັບແຕ່ວັນທີ10 ກໍລະກົດ ມາຮອດປັດຈຸບັນສາມາດຂຶ້ນທະບຽນ ແລະ ກວດທຽບໝໍ້ແທກນໍ້າປະປາໄດ້ທັງໝົດ 20.422 ໜ່ວຍ ໃນນັ້ນກວດຊຸ່ມ 3% 613 ໜ່ວຍ, ກວດຊຸ່ມ 10% 102 ໜ່ວຍ. ເຊິ່ງນັບແຕ່ 6 ເດືອນທ້າຍປີ 2022 ຫາ6 ເດືອນຕົ້ນປີ 2023 ທົ່ວແຂວງໄດ້ນໍາເຂົ້າ ແລະ ຂຶ້ນທະບຽນໝໍ້ແທກນໍ້າປະປາໄດ້ທັງໝົດ 1.024 ໜ່ວຍ. ສໍາລັບສາຂາເມືອງຊະນະສົມບູນແມ່ນໄດ້ຂຶ້ນທະບງນແລະຊຸ່ມກວດ 10% ຂອງຈໍານວນໝໍ້ແທກນ້ຳທີ່ຕິດຕັ້ງໃໝ່ແຕ່ເດືອນ6ປີ2022ຫາເດືອນ5ປີ2023 ຈຳນວນ 20 ໜ່ວຍ ແລະ ສຸ່ມກວດ3% ໝໍ້ແທກນ້ຳທີ່ຕິດຕັ້ງແຕ່ ເດືອນ6ປີ 2022 ຄືນຫລັງ ຈຳນວນ 42 ໜ່ວຍ. ລວມທັງໝົດ 62 ໜ່ວຍ ທີ່ຈະຕ້ອງໄດ້ຂື້ນທະບຽນ ແລະ ກວດສອບໝໍ້ແທກນ້ຳ ປະຈຳປີ 2023
( ຂ່າວ-ພາບ:ຄະນະຫັນລົງກໍ່ສ້າງຮາກຖານການເມືອງຈາກແຂວງ ປະຈຳຢູ່ເມືອງຊະນະສົມບູນ )

 #ພຣະອາຈານ ຣິດຈະດາ ຈັນສາພອນ ມອບໂທລະໂຄ່ງໃຫ້ບ້ານພັດທະນາຊອນພາກ ( ຄຸ້ມໂສກກຸງ ) ເພື່ອນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສາ...
28/07/2023

#ພຣະອາຈານ ຣິດຈະດາ ຈັນສາພອນ ມອບໂທລະໂຄ່ງໃຫ້ບ້ານພັດທະນາຊອນພາກ ( ຄຸ້ມໂສກກຸງ ) ເພື່ອນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ..............00000..............
ໃນວັນທີ 25 ກໍລະກົດ 2023 ນີ້: ພຣະອາຈານ ຣິດຈະດາ ຈັນສາພອນ ກຳມະການອົງການພຣະພຸດທະສາດສະໜາສຳພັນລາວເມືອງຊະນະສົມບູນ ທັງເປັນຄະນະກຳມາທິການສຶກສາສົງຂັ້ນເມືອງ ສົມທົບກັບ ພຣະອາຈານ ສີບຸນເຮືອງ ລ້ວນອຳພອນ ຮອງຫົວໜ້າຫ້ອງການອົງການພຣະພຸດທະສາດສະໜາສຳພັນລາວເມືອງ ພ້ອມດ້ວຍ ຄະນະສົງວັດຫຼວງຫຼັກ 24 ເມືອງຊະນະສົມບູນ ໄດ້ລົງມອບໂທລະໂຄ່ງໃຫ້ແກ່ອົງການປົກຄອງບ້ານພັດທະນາຊອນພາກ ( ຄຸ້ມໂສກກຸງ ) ທີ່ຂື້ນກັບກຸ່ມ III ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍການກ່າວຮັບຂອງທ່ານ ອິນແປງ ກຽດປັນຍາ ຮອງນາຍບ້ານພັດທະນາຊອນພາກ ( ຮັບຜິດຊອບຄຸ້ມໂສກກຸງ ) ໂດຍມີທ່ານ ຄຳໄພ ແກ້ວຄູນມະນີ ນາຍບ້ານພັດທະນາຊອນພາກ,ເຈົ້າອະທິການວັດ,ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນນພາຍໃນຄຸ້ມບ້ານດັ່ງກ່າວເຂົ້າຮ່ວມ.
ພຣະອາຈານ ຣິດຈະດາ ຈັນສາພອນ ໃຫ້ຮູ້ວ່າ: ການມອບໂທລະໂຄງໃຫ້ອົງການປົກຄອງບ້ານພັດທະນາຊອນພາກ ( ຄຸ້ມໂສກກຸງ ) ກໍ່ເພື່ອແນ່ໃສ່ໃຫ້ອົງການປົກຄອງບ້ານດັ່ງກ່າວນຳໃຊ້ເຂົ້າໃນການເຄື່ອນໄຫວໂຄສະນາປະຊາສຳພັນເຜີຍແຜ່ແນວທາງນະໂຍບາຍຂອງພັກ - ລະບຽບກົດໝາຍຂອງລັດ ເວົ້າສະເພາະກໍ່ຄືຂໍ້ມູນຂ່າວສານເຫດການຕ່າງໆທີ່ເກີດຂື້ນພາຍໃນເມືອງ ແລະ ບ້ານ ເປັນຕົ້ນພາບການເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ,ໄພພິບັດຕ່າງໆທາງທຳມະຊາດ,ການເຄື່ອນໄຫວວວຽກງານທາງສາດສະໜາ ແລະ ອື່ນໆ ເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນມີຄວາມຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງທ່ວງທັນຕໍ່ກັບສະພາບການ.
ສຳລັບໂທລະໂຄ່ງທີ່ນຳໄປມອບໃນຄັ້ງນີ້ປະກອບມີປາກໂທລະໂຄ່ງຈຳນວນ 4 ໜ່ວຍ,ສາຍໂທລະໂຄ່ງ 1 ກໍຄວາມຍາວ 200 ແມັດ ພ້ອມດ້ວຍ ໄມໂຄໂຟນ 1 ຊຸດ ລວມມູນຄ່າທັງໝົດ 7 ລ້ານກວ່າກີບ ໂດຍທາງພຣະອາຈານ ຣິດຈະດາ ຈັນສາພອນ ເປັນຜູ້ລະດົມນຳບັນດາສິດ,ສານຸສິດ ແລະ ອອກຕົນຍາດໂຍມພາຍໃນຄຸ້ມບ້ານໂສກກຸງທີ່ໃຫ້ການອຸປະຖຳ.
( ຂ່າວ - ພາບ: ຫ້ອງການ ຖວທ ເມືອງຊະນະສົມບູນ )

 #ຄະນະໂຄສະນາອົບຮົມເມືອງຊະນະສົມບູນ ສຳເລັດບັ້ນຝຶກອົບຮົມຮໍ່າຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າພັ...
28/07/2023

#ຄະນະໂຄສະນາອົບຮົມເມືອງຊະນະສົມບູນ ສຳເລັດບັ້ນຝຶກອົບຮົມຮໍ່າຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ງວດທີ I ປະຈຳປີ 2023
--------------0000------------
ຄະນະໂຄສະນາອົບຮົມເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດພິທີເປີດບັ້ນຝຶກອົບຮົມຮໍ່າຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ກຽມຈະຂະຫຍາຍເຂົ້າພັກປະຊາຊົນປະຕິບັດລາວງວດທີ I ປະຈຳປີ 2023 ຂື້ນໃນວັນທີ 27 ກໍລະກົດ 2023 ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຂາວພອນ ສີຍາທະຈັນຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ,ພັກ - ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືຶອງ,ມີຄະນະຮັບຜິດຊອບບັ້ນຝຶກອົບຮົມ ແລະ ມະຫາຊົນຜູ້ກ້າວໜ້າເປົ້າໝາຍເຂົ້າຮ່ວມ.
ສະຫາຍ ນາງ ກຸຫຼາບ ວັນນະລາດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກເມືອງຊະນະສົມບູນ,ສະບັບເລກທີ 207/ຄຈພມ.ຊບ,ລົງວັນທີ 25 ກໍລະກົດ 2023 ວ່າດ້ວຍການອະນຸມັດເປີດຮຽນເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຈະຂະຫຍາຍເຂົ້າພັກງວດທີ I ປະຈຳປີ 2023 ຂອງເມືອງຊະນະສົມບູນ ໂດຍມີມະຫາຊົນຜູ້ກ່າວໜ້າເປົ້າໝາຍທີ່ກ່ຽວຈະຂະຫຍາຍເຂົ້າພັກມາຈາກແຕ່ລະກົມກອງ,ຫ້ອງການ ແລະ ພື້ນຖານ,ກຸ່ມ - ບ້ານທົ່ວເມືອງເຂົ້າຮ່ວມຮໍ່າຮຽນທັງໝົດ 119 ສະຫາຍ.ຍິງ 35 ສະຫາຍເຂົ້າຮ່ວມ ທັງນີ້ກໍ່ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສາມະຊີກພັກຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ,ອຸດົມການ ແລະ ທາດແທ້ມູນເຊື້ອອັນດີງາມຂອງພັກປະຊາຊົນປະຕິວັດລາວ ແລະ ມາດຕະຖານ,ເງື່ອນໄຂຂອງຜູ້ທີ່ຈະເຂົ້າເປັນສະມະຊີກພັກ ແລະ ອຜົນປະໂຫຍດທີ່ສາມະຊີກພັກຈະໄດ້ຮັບ ໃນເມືອໄດ້ເປັນສາມະຊີກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ,ກຽດສັກສີຂອງພັກ,ບົນພື້ນຖານຄວາມຮັບຮູ້ເຂົ້າໃຈເຮັດໃຫ້ມະຫາຊົນ ເຊີ່ງຜູ້ທີ່ຈະເຂົ້າເປັນສາມະຊີກພັກຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕາຖານ,ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນສາມະຊີກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ພັກມີຄວາມເຂັ້ມໜັກແໜ້ນຍີ່ງຂື້ນ.
( ຂ່າວ - ພາບ: ທ.ໄພວອນຈັນທະວົງ ຫ້ອງການ ຖວທ ເມືອງຊະນະສົມບູນ )

 #ຮອງຫົວໜ້າພະແນກ ຖວທ ແຂວງຈຳປາສັກ ເຄື່ອນໄຫວຕິດຕາມ,ກວດກາ,ຊູກຍູ້ວຽກງານຮອບດ້ານຕາມສາຍຕັ້ງຢູ່ຫ້ອງການ ຖວທ ເມືອງຊະນະສົມບູນ………………...
28/07/2023

#ຮອງຫົວໜ້າພະແນກ ຖວທ ແຂວງຈຳປາສັກ ເຄື່ອນໄຫວຕິດຕາມ,ກວດກາ,ຊູກຍູ້ວຽກງານຮອບດ້ານຕາມສາຍຕັ້ງຢູ່ຫ້ອງການ ຖວທ ເມືອງຊະນະສົມບູນ
…………………..000000………………..
ບ່າຍວັນທີ 25 ກໍລະກົດ 2023 ນີ້ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອຽທ່ຽວແຂວງຈຳປາສັກ ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງພະແນກ ໄດ້ເຄື່ອນໄຫວລົງຕິດຕາມ,ກວດກາ,ຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຕາມສາຍຕັ້ງຢູ່ທີ່ຫ້ອງການຖະແຫຼ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນ ໂດຍເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຂັນໄຊ ທິບພະກຸນ ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງ,ມີຄະນະຫ້ອງການ,ຜູ້ອຳນວຍການສະຖານີວິທະຍຸເມືອງ,ຫົວໜ້າໜ່ວຍງານ,ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂັນໄຊ ທິບພະກຸນ ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ລາຍງານໃຫ້ຮູ້ເຖີງສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຖະແຫຼງຂ່າວ,ວັດທະທຳ ແລະ ທ່ອງທ່ຽວເມືອງ ໃນໄລຍະ 6 ເດືອນຕົ້ນປີ 2023 ຍົກໃຫ້ເຫັນຈຸດດີ,ຈຸດອ່ອນ,ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ສິງທະທາຍຫຼາຍປະການທີ່ຄະນະໜ່ວຍພັກຫ້ອງການ ຖວທ ເມືອງຈະໄດ້ເພີ່ມທະວີຄວາມຮັບຜິດຊອບພ້ອມກັນປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ຕໍ່ຈາກນັ້ນກອງປະຊຸມຍັງໄດ້ແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການເປັນຕົ້ນການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ,ວຽກງານວັດທະນະທຳ,ວຽກງານທ່ອງທ່ຽວ ແລະ ວຽກງານສະຖານີວິທະເມືອງ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລືຊອກຫາວິທີການປັບປຸງແກ້ໄຂໃຫ້ຖຶກຕ້ອງສອດຄອງກັບສະພາບຄວາມເປັນຈິງໃນປະຈຸບັນ.
ໂອກາດດຽວກັນນີ້ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ກໍ່ໄດ້ມີຄຳເຫັນກອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜົນງານຫຼາຍດ້ານທີ່ຄະນະໜ່ວຍພັກຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ສຶບຕໍ່ສູ້ຊົນໃນການນຳພາ-ຊີ້ນຳ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໂດຍຕິດພັນກັບການຜັນຂະຫຍາຍວ່າລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ໂດຍສະເພາະວາລະທີ່ຫັນມາເປັນຂອງຫ້ອງການຖະແຫຼງຂ່າວ,ວັດທະທຳ ແລະ ທ່ອງທ່ຽວເມືອງກຳນົດໄວ້ ເພື່ອເຮັດໃຫ້ບັນດາຕົວເລກແຜນການສູ້ຊົນຕ່າງໆທີ່ພະແນກຖະແຫຼງຂ່າວ,ວັດທຳ ແລະ ທ່ອງທ່ຽວຈຳປາສັກ ກໍ່ຄື ຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງວາງອອກໃນປີ 2023 ໃຫ້ບັນລຸຕາມຄາດໝາຍ.
( ຂ່າວ-ພາບ:ຫ້ອງການ ຖວທ ເມືອງຊະນະສົມບູນ )

 #ຄົ້ນຄວ້າປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານຮອບດ້ານຢູ່ທີ່ຫ້ອງການຍຸຕິທຳເມືອງຊະນະສົມບູນ...............
28/07/2023

#ຄົ້ນຄວ້າປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານຮອບດ້ານຢູ່ທີ່ຫ້ອງການຍຸຕິທຳເມືອງຊະນະສົມບູນ....................00000.................
ກອງປະຊຸມຄົ້ນຄວ້າປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານຮອບດ້ານຢູ່ທີ່ຫ້ອງການຍຸຕິທຳເມືອງຊະນະສົມບູນ ແຂວງຈຳປາສັກ. ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ.ໂດຍການເປັນປະທານຂອງທ່ານ ນະລົງລິດ ນໍລະສິງ ກຳມະການພັກກະຊວງ,ຫົວໜ້າຫ້ອງການຍຸຕິທຳກະຊວງ,ພະນັກງານຫັນລົງກໍ່ສ້າງຮາກຖານການເມືອງຮອບດ້ານປະຈຳພະແນກຍຸຕິທຳແຂວງຈຳປາສັກ ພ້ອມດ້ວຍ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ,ມີທ່ານ ບົວວັນ ມະນີວົງ ຫົວໜ້າຫ້ອງການຍຸຕິທຳເມືອງຊະນະສົມບູນ,ມີພະນັກງານຫຼັກແຫຼ່ງ, ວິຊາ ການທີ່ກ່ຽວຂ້ອງຂອງ ແລະ ເມືອງເຂົ້າຮ່ວມ.
ທ່ານ ບົວວັນ ມະນີວົງ ຫົວໜ້າຫ້ອງການຍຸຕິທໍາເມືອງລາຍງານໃຫ້ຮູ້ວ່າ:ໂດຍພາຍໃຕ້ການນຳພາ - ຊີ້ນຳຂອງຄະນະໜ່ວຍພັກຫ້ອງການຍຸຕິທຳເມືອງຊະນະສົມບູນໃນໄລຍະ 6 ເດືອນຕົ້ນປີ 2023 ໂດຍລວມແມ່ນໄດ້ຖືເອົາວຽກງານການສຶກສາອົບຮົມທາງດ້ານການເມືອງແນວຄິດ ເພື່ອເຮັດໃຫ້ພະນັກງານສະມາຊິກພັກ,ພະນັກງານລັດຖະກອນທີ່ຂື້ນກັບຄວາມຮັບຜິດຊອບເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ - ລະບຽບກົດໝາຍຂອງລັດວາງອອກແຕ່ລະໄລຍະຢ່າງຕໍ່ເນື່ອງ ອັນທີ່ພົ້ນເດັ່ນແມ່ນໄດ້ຮ່ວມກັບກອງບັນຊາການປ້ອງກັນຄວາມສະຫງົບເມືອງເຄື່ອນໄຫວໂຄສະນາເຜີຍແຜ່ລະບຽບກົດໝາຍຢູ່ຕາມໂຮງຮຽນພາຍໃນເມືອງໄດ້ 5 ຄັ້ງ ເຊີ່ງມີຄະນະຄູ - ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເຊື່ອມຊືມທັງໝົດ 2.171 ຄົນ.ຍິງ 1.214 ຄົນຄຽງຄູ່ກັນນັ້ນຍັງໄດ້ເຄື່ອນໄຫວໂຄສະນາດຳເນີນການອອກອາກາດຈັດລາຍການກົດໝາຍເພື່ອປະຊາຊົນຢູ່ທີ່ສະຖານີວິທະຍຸກະຈາຍສຽງ FM ຄື່ນຄວາມຖີ່ 96,2 MHz ຂອງເມືອງຊະນະສົມບູນ,ສຳເລັດການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ II ປະຈຳປີ 2023 ໂດຍມີບຸກຄະລາກອນທີ່ມາຈາກກົມກອງ,ຫ້ອງການ ແລະ ພື້ນຖານກຸ່ມ - ບ້ານທົ່ວເມືອງເຂົ້າຮ່ວມ 35 ທ່ານ.ຍິງ 10 ທ່ານ,ສົມທົບກັບພະແນກຍຸຕິທໍາແຂວງຈຳປາສັກ ສໍາເລັດການເປີດຊຸດຝຶກອົບຮົມໃຫ້ຄະນະແກ້ໄຂຂໍ້ຂັນແຍ່ງຂັ້ນບ້ານທົ່ວເມືອງມີ 47 ບ້ານໂດຍມີນັກສຳມະນາກອນຂັ້ນບ້ານເຂົ້າຮ່ວມເຊື່ອມຊືມ 63 ຄົນ.ຍິງ 10 ຄົນ ແລະ ວຽກງານພົ້ນເດັ່ນອື່ນໆອິກ ຕໍ່ກັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ທ່ານ ບົວວັນ ມະນີວົງ ຫົວໜ້າຫ້ອງການຍຸຕິທຳເມືອງໃຫ້ຮູ້ຕື່ມອິກວ່າຈະໄດ້ສຶບຕໍ່ສຸມໃສ່ບັນດາວຽກງານຈຸດສຸມຕ່າງໆທີ່ທາງຫ້ອງການຍຸຕິທຳເມືອງກຳນົດໄວ້ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.
ຕໍ່ຈາກນັ້ນທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ ໄດ້ມີຄຳເຫັນກ່າວຈຸດປະສົງໃນການເຄື່ອນລົງມາເຮັດວຽກໃນຄັ້ງນີ້:ກໍ່ເພື່ອເປັນການລົງພົບປະຢ້ຽມຢຽມຖາມຂ່າວມາຍັງຄະນພັກ,ພະນັກງານສະມາຊິກພັກ ແລະ ພະນັກງານລັດຖະກອນຂອງຫ້ອງການຍຸຕິທຳເມືອງ ໂດຍຕິດພັນກັບການຕິດຕາມຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຍຸຕິທຳເມືອງໃຫ້ຖຶກຕ້ອງຕາມລະບຽບກົດໝາຍ ຈາກນັ້ນ ທ່ານ ທ່ານ ນະລົງລິດ ນໍລະສິງ ກຳມະການພັກກະຊວງ ຫົວໜ້າຫ້ອງການຍຸຕິທຳກະຊວງ ກໍ່ໄດ້ມີຄໍາເຫັນແນະນໍາຂອງກະຊວງຍຸຕິທຳ,ສະບັບເລກທີ 204 /ກຍ,ນະຄອນຫຼວງວຽກຈັນ,ລົງວັນທີ 21 ກຸມພາ 2023 ກ່ຽວກັບການຈັດຕັ້ງປະຕິບັດຂອງກອງປະຊຸມສະພາແຫ່ງຊາດ, ສະບັບເລກທີ 080/ສພຊ,ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຮັບຮອງເອົາບົດລາຍງານ ແລະ ທິດທາງແຜນການກ່ຽວກັບວຽກງານປະຕິບັດຄຳຕັດສີນຂອງສານ.ຈາກນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນລົງເລີກແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການຢ່າງກົງໄປກົງມາ ເພື່ອຄົ້ນຄວ້າປຶກສາຫາລືໂດຍສະເພາະເລັງໃສ່ປັບປຸງແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂື້ນ ແລະ ສົ່ງເສີ່ມພັດທະນາດ້ານດີໃຫ້ສູງຂື້ນອິກດ້ວຍ.
( ຂ່າວ-ພາບ: ຫ້ອງການ ຖວທ ເມືອງຊະນະສົມບູນ )

 #ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຂັ້ນເມືອງຊະນະສົມບູນປະຈຳປີ 2022 ແລະ ວາງແຜນການຕອບໂຕ້ປີ 2023.....................
28/07/2023

#ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຂັ້ນເມືອງຊະນະສົມບູນປະຈຳປີ 2022 ແລະ ວາງແຜນການຕອບໂຕ້ປີ 2023...................0000................
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຂັ້ນເມືອງປະຈຳປີ 2022 ແລະ ວາງທິດທາງແຜນການຕອບໂຕ້ປີ 2023 ຂອງຫ້ອງການແຮງງານ ແລະ ສະຫວັດດີການ - ສັງຄົມເມືອງເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ໄຊຍາ ສິງມີໄຊ ຮອງເຈົ້າເມືອງຊະນະສົມບູນ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ - ສັງຄົມຂັ້ນເມືອງ,ມີຄະນະກຳມະການຄຸ້ມຄອງໄພພິບັດທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
#ທ່ານ ຍຸງທອງ ຈັນທະລ້ອມ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ - ສັງຄົມເມືອງລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາຫ້ອງການແຮງງານ ແລະ ສະຫວັດດີການ - ສັງຄົມເມືອງ ໄດ້ເອົາໃຈໃສ່ປະສານສົມທົບກັບຄະນະກຳມະການທີ່ກ່ຽວຂ້ອງ ຕິດຕາມສະພາບເຫດການໄພພິບັດທີ່ເກີດຂື້ນພາຍໃນເມືອງ ເຊີ່ງໃນປີ 2022 ມີເຫດການລົມພາຍຸພັດເຮືອນຂອງພໍ່ແມ່ປະຊາຊົນຈໍານວນ 8 ບ້ານ,ມີຫຼັງຄາເຮືອນປະຊາຊົນເປ້ເພ,ເສຍຫາຍທັງໝົດ 21 ຫຼັງ,ມີ 21 ຄອບຄົວ, 165 ຄົນ.ຍິງ 71 ຄົນໄດ້ຮັບຜົນ ລວມມູນຄ່າເສຍຫາຍທັງໝົດ 129.180.000 ກີບ,ເກີດອັກຄີໄພໄຟໄໝ້ເຮືອນປະຊາຊົນ 1 ຫຼັງ ເສຍຫາຍ 100%,ມີ 5 ຄົນໄດ້ຮັບຜົນກະທົບກະທົບ ລວມມູນຄ່າເສຍຫາຍທັງໝົດ 183.612.000 ກີບ ຕໍ່ກັບຜົນເສຍຫາຍດັ່ງກ່າວທາງຄະນະກຳມະການທີ່ກ່ຽວຂ້ອງຂອງເມືອງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໄປມອບໃຫ້ຄອບຄົວປະຊາຊົນທີ່ຖຶກກະທົບເພື່ອຊ່ວຍເຫຼືອໃນຂັ້ນເບື້ອງຕົ້ນ ພ້ອມທັງ ລາຍງານໃຫ້ຄະນະກຳມະການທີ່ກ່ຽວຂ້ອງຂັ້ນແຂວງຮັບຮູ້ ເພື່ອສະເໜີຂໍການຊ່ວຍເຫຼືອ.
ທ່ານ ຫົວໜ້າຫ້ອງການແຮງງານ ແລະ ສັນຫວັດດີການ - ສັງຄົມເມືອງຍັງໃຫ້ຮູ້ຕື່ມວ່າ: ເພື່ອຮັບມືກັບເຫດການໄພພິບັດທີ່ອາດຈະເກີດຂື້ນໃນຕໍ່ໜ້າ ປະຈຸບັນອົງການປົກຄອງເມືອງຊະນະສົມບູນ ໄດ້ອອກຂໍ້ຕົກລົງຂອງທ່ານເຈົ້າເມືອງຊະນະສົມບູນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງປະຈຳປີ 2023,ກຳນົດຈຸດເຝົ້າລະວັງເພື່ອໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ໂດຍສະເພາະບ້ານທີ່ມີຄວາມສ່ຽງທັງໝົດ 15 ຈຸດໃນທົ່ວເມືອງ ນອກນັ້ນຍັງໄດ້ກຳນົດຈຸດເຄື່ອນຍ້າຍໃນກໍ່ລະນີເກີດໄພພິບັດ 37 ຈຸດ ແລະ ກຳນົດເຂດທີ່ມີຄວາມສ່ຽງຕໍ່ກັບໄພພິບັດນ້ຳຖ້ວມຂອງເມືອງອອກຢ່າງລະອຽດ ລວມທັງມາດຕະການຕອບໂຕ້ອື່ນໆອິກ.
#ພິເສດໃນກອງປະຊຸມເທື່ອນີ້ບັນດາທ່ານຄະນະມະການຄຸ້ມຄອງໄພພິບັດຂັ້ນເມືອງທີ່ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນຂື້ນປະກອບຄຳເຫັນ ເພື່ອປັບປຸ່ງແກ້ໄຂບັນຫາຂໍ້ຫຍຸ້ງຍາກ ໂດຍອິງໃສ່ເຫດການໄພພິບັດຕ່າງໆທີ່ເກິດຂື້ນຕົວຈິງໃນໄລຍະຜ່ານມາ ເພື່ອເປັນບ່ອນອິງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວຕໍ່ໜ້າ ໃຫ້ມີປະສິດທິຜົນ ແລະ ທ່ວງທັນກັບສະພາບການ ເຊີ່ງກອງປະຊຸມຄັ້ງນີ້ແມ່ນໄດ້ຈັດຂື້ນໃນວັນທີ 28 ກໍລະກົດ 2023 ທີ່ສະໂມສອນຂອງເມືອງນັ້ນເອງ.
( ຂ່າວ - ພາບ: ຫ້ອງການ ຖວທ ເມືອງຊະນະສົມບູນ )

28/07/2023

ລາຍສຶກສາແລະກິລາວັນທີ28/7/2023ດຳເນີນລາຍການ7:30-8ມເຊົ້າ

ຝາກຕິດຕາມຮັບຜ່ານຊ້ອງຢູທູບແນ່ເດີທຸກທ່ານ
27/07/2023

ຝາກຕິດຕາມຮັບຜ່ານຊ້ອງຢູທູບແນ່ເດີທຸກທ່ານ

26/07/2023

ລາຍການສະບາຍດີຊະນະສົມບູນ.ໂດຍບ່າວໄພວອນ ຈັນທະວົງ

23/07/2023

ສະບາຍດີວັນອາທິດ 23/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

21/07/2023

ສະບາຍດີ ວັນສຸດ 21/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

20/07/2023

ສະບາຍດີ ວັນທີ 20/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ
ເວລາ:9:00-10:00ໂມງ

14/07/2023

ວັນທີ14.7.2023
ລາຍການ:ສະບາຍດີຊະນະສົມບູນ
ຮັບໜ້າທີດໍາເນີນລາຍການແທນບ່າວໄພວອນ
ເວລາ:8:00-9:00ໂມງ

12/07/2023

ສະບາຍດີ ວັນພຸດ 12/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

12/07/2023

ລາຍການສຶກສາແລະກິລາວັນທີ12/7/2023ເວລາ7:30-8ມ

10/07/2023

ສະບາຍດີວັນເລີ່ມຕົ້ນການເຮັດວຽກ
ວັນຈັນ 10/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ ຄົນເກົ່າເຈົ້າເດີມ

08/07/2023

ລາຍການສຶກສາແລະກິລາວັນທີ8/7/2023ເວລາ7:30-8ມ

07/07/2023

ວັນທີ 7.7.2023
ສະບາຍດີຮອບບ່າຍ
ລາຍການ:ເພີນເພງບ້ານນາ
ໂຄສົກ:ສາວດາວທິບ
ເວລາ:14:00-15:00ໂມງ

07/07/2023

ສະບາຍດີວັນສຸກ
ວັນທີ7.7.2023
ລາຍການ:ວັດທະນະທໍາ ແລະ ສຽງເພງ
ໂຄສົກ:ສາວດາວທີບ
ເວລາ:9:00-10:00ໂມງ

05/07/2023

ວັນທີ5.7.2023
ລາຍການ:ເພີນເພງບ້ານນາ
ໂຄສົກ:ສາວດາວທິບ
ເວລາ:14:00-15:00ໂມງ

05/07/2023

ສະບາຍດີວັນພຸດ 5/7/202
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

03/07/2023

ສະບາຍດີ ວັນຈັນ 3/7/2023
ລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກ: ສາວຊູຊ່ານ

02/07/2023

ສະບາຍດີວັນອາທິດ 2/7/2023
ກັບລາຍການ: ວັດທະນະທຳ ແລະ ສຽງເພງ
ໂຄສົກສາວ: ຊູຊ່ານ

Address


Telephone

+8562058065111

Website

Alerts

Be the first to know and let us send you an email when FM Radio 96.2 MHZ ເມືອງຊະນະສົມບູນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Shortcuts

  • Address
  • Telephone
  • Alerts
  • Videos
  • Claim ownership or report listing
  • Want your business to be the top-listed Media Company?

Share