27/12/2024
10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ໃນທົ່ວປະເທດ ປີ 2024
---------------- +++ ---------------
ຕະຫຼອດໄລຍະ 11 ເດືອນ ນັບແຕ່ເດືອນມັງກອນ-ພະ ຈິກ 2024 ນີ້,ເຈົ້າໜ້ທີ່ ປກສ ໃນທົ່ວປະເທດ ສາມາດມ້າງຄະດີຢາເສບຕິດໄດ້ ຈຳນວນ 3.395 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.168 ຄົນ ຍິງ 505 ຄົນ.ໃນນີ້,ມີຄົນຕ່າງປະເທດ 199 ຄົນ ຍິງ 19 ຄົນ ແລະ ຢຶດຂອງກາງ ຢາເສບຕິດ ປະເພດຕ່າງໆ ລວມມີ ເຮໂຣອິນ 380,96 ກິໂລກຼາມ, ຢາບ້າ ຈຳ ນວນ 81.030.733 ເມັດ ນໍ້າໜັກ 8.103,07 ກິໂລ, ຢາໄອສ໌ 4.816,17 ກິໂລ, ຝິ່ນ 84,86 ກິໂລ, ຄັນຊາ ຈຳນວນ 3.583,24 ກິໂລ, ເຄຕາມິນ 33,14 ກິໂລ, ຢາອີ 2.584 ເມັດ ກັບ 61,44 ກິໂລ, ແປ້ງຝຸ່ນ ປະສົມສານເສບຕິດ ຈຳ ນວນ 10.092,84 ກິໂລ, ສານເຄມີ 101 ຖັງ,ລົດໃຫຍ່ 77 ຄັນ, ລົດຈັກ 480 ຄັນ,ປືນ 10 ກະບອກ ພ້ອມລູກປືນ ຈຳ ນວນ 1.677 ລູກ ແລະ ເຄື່ອງຂອງກາງອື່ນໆ ທີ່ພົວພັນກັບຄະດີອີກຫຼາຍລາຍການ.ເຊິ່ງໃນປີ 2024 ນີ້, ກໍໄດ້ຈັດ 10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ປະຈຳປີ ມີດັ່ງນີ້:
ອັນດັບ 10. ຄະດີຢາບ້າ 1.222.400 ເມັດ.ຄະດີນີ້,ເຈົ້າ ໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມ້າງໄດ້ໃນວັນທີ 27 ມີນາ 2024 ສາມາດຈັບຜູ້ຖືກຫາ ໄດ້ 2 ຄົນ.ໃນເບື້ອງຕົ້ນ ແມ່ນຈັບຜູ້ຖືກຫາໄດ້ 1 ຄົນ ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ຊື່ ທ້າວ ຮົ່ວເຮີ່ ອາຍຸ 23 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຢາບ້າ 6.000 ເມັດ ແລະ ສອບສວນຂະຫຍາຍຜົນ ຈົນຕິດຕາມຈັບຜູ້ຖືກຫາ ໄດ້ອີກ 1 ຄົນ ຊື່ ທ້າວ ຕົ່ງຊົ່ງ ອາ ຍຸ 24 ປີ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ພ້ອມຂອງກາງ ຢາບ້າ 711 ມັດ ກັບອີກ 2 ຖົງ ເທົ່າກັບ 1.422.400 ເມັດ ແລະ ເຄື່ອງຂອງກາງ ວັດຖຸມີຄ່າ ທີ່ພົວພັນກັບຄະດີ ອີກຈຳນວນໜຶ່ງ.
ອັນດັບ 9. ຄະດີຢາໄອສ໌ 165 ຖົງ ນ້ຳໜັກ 165 ກິໂລກຼາມ. ຄະດີນີ້,ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນວັນທີ 12 ທັນວາ 2024,ຈັບຜູ້ຖືກຫາໄດ້ຢູ່ຈຸດກວດການ້ຳເກີ່ງ ເມືຶອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຜູ້ຖືກຫາ ຊື່ ທ້າວ ເກຍມົວ ອາຍຸ 30 ປີ ເກີດຢູ່ບ້ານປ່າຊາງ ເມືອງຄອບ ແຂວງ ໄຊຍະບູລີ, ແຕ່ມາພັກເຊົາ ຢູ່ບ້ານດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ອັນດັບ 8 . ຄະດີໄອສ໌ 166 ຖົງ ນ້ຳໜັກ 166 ກິໂລ ແລະ ຢາບ້າ 775 ມັດ ເທົ່າກັບ 1.550.000 ເມັດ.ຄະດີນີ້,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນຄັ້ງວັນທີ 20 ມີນາ 2024,ຕິດຕາມຈັບຜູ້ຖືກຫາ ໄດ້ 2 ຄົນ ຊື່: ທ້າວ ຄົວປໍເລົາ ອາຍຸ 34 ປີ ຢູ່ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ກາວຢ່າງ ອາຍຸ 28 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ສ່ວນຜູ້ທີ່ຖືກຊັດທອດໃນການພົວພັນ ຊື້ຂາຍຢາເສບຕິດນຳກັນ ຊື່ ທ້າວ ຫວັນ ອາຍຸ 45 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແມ່ນໄດ້ເອົາຕົວລົບໜີກ່ອນ ເຈົ້າໜ້າທີ່ ເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຢາບ້າ ຈຳນວນ 775 ມັດ ເທົ່າກັບ 1.550.000 ເມັດ ນ້ຳໜັກ 200 ກ່ວາກິໂລກຼາມ, ຢາໄອສ໌ 3 ຖົງ ແລະ ໄດ້ຢຶດລົດກະບະຣີໂວ້ ຈຳນວນ 2 ຄັນ ທີ່ພົວພັນກັບການເຄື່ອນໄຫວຄ້າຂາຍຢາເສບຕິດ.
ອັນດັບ 7.ຄະດີນີ້,ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ແກ້ໄຂໄດ້ໃນວັນທີ 21 ກໍລະກົດ 2024 ມີຂອງກາງຢາໄອສ໌ ຈໍານວນ 106 ຖົງ ນໍ້າໜັກ 110 ກິໂລກຼາມ, ເຮໂຣອິນ 99 ແຫ່ງ ນໍ້າໜັກ 37,5 ກິໂລກຼາມ ແລະ ຢາອີ ຈໍານວນ 47 ຫໍ່ ນໍ້າໜັກ 61 ກິໂລກຼາມ ທີ່ບັນທຸກມານຳລົດເກັງເກຍ ສີຂາວ ໝາຍເລກທະບຽນ ກຮ 1606 ກຳແພງນະຄອນ ແລະ ຈັບຜູ້ຖືກຫາໄດ້ ຊື່ ທ້າວ ວື່ມົວວື່ ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ ເມືອງຄຳເກີດ ແຂວງບໍລິຄຳໄຊ.
ອັນດັບ 6. ຄະດີຢາບ້າ 4.000 ມັດ ເທົ່າກັບ 8.000.000 ເມັດ ນ້ຳໜັກ 800 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຢຶດຢາບ້າຈຳ ນວນດັ່ງກ່າວໄດ້ຢູ່ນຳລົດກະບະ ທີ່ຈອດຖີ້ມປະໄວ້ຢູ່ແຄມ ທາງ ເຂດບ້ານດອນທາດ ເມືອງຕົ້ນເຜີ້ງ ໃນຄັ້ງວັນທີ 31 ມັງກອນ 2024.ເຊິ່ງໃນມື້ເກີດເຫດ,ເຈົ້າໜ້າທີ່ ໄດ້ກວດກາລາດຕະເວນ ພົບເຫັນລົດກະບະ ທີ່ສົງໄສຂົນສິ່ງຂອງທີ່ຜິດກົດໝາຍ ຂັບຂີ່ດ້ວຍຄວາມໄວສູງ ມາແຕ່ເສັ້ນທາງບ້ານດອນທາດ ເມືອງຕົ້ນເຜິ້ງ ຈຶ່ງໄດ້ສະກັດລັດຄັນດັ່ງກ່າວ, ແຕ່ຜູ້ຂັບຂີ່ ໄດ້ຈອດລົດ ແລ້ວຍົກປືນສັ້ນໃສ່ເຈົ້າໜ້າທີ່. ຫຼັງຈາກນັ້ນ,ຜູ້ຂັບຂີ່ລົດ ກໍໄດ້ແລ່ນລົບໜີເຂົ້າປ່າ.
ອັນອັບ 5. ຄະດີຢາບ້າ 14.106.000 ເມັດ ນ້ຳໜັກ 1.410 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນຄັ້ງວັນທີ 12 ພຶດສະພາ 2024, ສາມາດຈັບຜູ້ຖືກຫາ ໄດ້ 2 ຄົນ ຊື່ ທ້າວ ໜໍຄົວຊົງ ອາຍຸ 29 ປີ ມີຂອງກາງ ຢາບ້າ 6.055.800 ເມັດ ນ້ຳໜັກ 605 ກິໂລກຼາມ, ລູກປືນອາກາ ຈຳນວນ 180 ລູກ, ປືນສັ້ນ 1 ກະ ບອກ,ເງິນບາດ 1 ລ້ານບາດ ແລະ ທ້າວ ເຢັງກົງ ອາຍຸ 38 ປີ ມີຂອງກາງ ຢາບ້າ 8.050.200 ເມັດ ນໍ້າໜັກ 805 ກິໂລກຼາມ,ປືນລູກຊອງ ຈຳນວນ 1 ກະບອກ ພ້ອມລູກປືນ 8 ລູກ ແລະ ລົດກະບະວີໂກ້ສະມາດແຄັບ,ທັງສອງຄົນ ຢູ່ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ.
ອັນດັບ 4 . ຄະດີຢາໄອສ໌ 960 ຖົງ ນ້ຳໜັກ 960 ກິໂລກຼາມ ແລະ ຢາບ້າ 2.042.000 ເມັດ ນ້ຳໜັກ 200 ກວ່າກິ ໂລກຼາມ. ຄະດີນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງໄດ້ໃນວັນທີ 12 ກໍລະກົດ 2024 ສາມາດຈັບຜູ້ຖືກຫາ ທີ່ຂັບລົດບັນທຸກ 22 ລໍ້ ໝາຍເລກທະບຽນ ຫົວລາກ ບທ 0429 ກຳແພງນະຄອນ ແລະ ເລກທະບຽນ ຫ້າງລາກ ບອ 1701 ກຳແພງນະຄອນ ທີ່ນຳໃຊ້ໃນການຂົນຢາເສບຕິດໃນຄັ້ງນີ້ ໄດ້ 1 ຄົນ ຊື່ ທ້າວ ຕູ່ທໍ່ ອາຍຸ 43 ປີ ຢູ່ບ້ານນາລະແວກ ເມືອງຮົມ ແຂວງໄຊສົມບູນ.ສ່ວນພັກພວກ ທີ່ມານຳກັນ 1 ຄົນ ຊື່ ທ້າວ ຈາງຢ່າງ ໄດ້ເອົາຕົວລົບໜີ.
ອັນດັບ 3. ຄະດີເຮໂຣອິນ 600 ແທ່ງ ນໍ້າໜັກ 225 ກິໂລກຼາມ ແລະ ຢາບ້າ 2.900 ມັດ ເທົ່າກັບ 5.800.000 ເມັດ ນໍ້າໜັກເກືອບ 700 ກິໂລກຼາມ. ຄະດີນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສະກັດຢຶດຂອງກາງຈຳນວນດັ່ງກ່າວໄດ້ຢູ່ນຳລົດຂອງເປົ້າໝາຍ 2 ຄັນ ລວມມີ ປຣາໂດ ແລະ ລົດກະບະຣີໂວ້ ຢູ່ເສັ້ນທາງ ເຂດບ້ານໂພນໄພ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 21 ມິຖຸນາ 2024, ສ່ວນຜູ້ຂັບຂີ່ລົດ 2 ຄັນ ໄດ້ໃຊ້ອາວຸດປືນຍິງຕໍ່ສູ້ກັບເຈົ້າໜ້າທີ່ ກ່ອນຈະລົບໜີເຂົ້າປ່າ.
ອັນດັບ 2. ຄະດີຢາໄອສ໌ ຫຼາຍກວ່າ 1.000 ຖົງ ນໍ້າໜັກ 1.033 ກິໂລກຼາມ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ມ້າງໄດ້ໃນຄັ້ງວັນທີ 10 ກຸມພາ 2024, ສາມາດຈັບຜູ້ຖືກຫາໄດ້ ຊື່ ທ້າວ ເນັງຢາງ ອາຍຸ 36 ປີ ຢູ່ບ້ານເລົາຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຄາລົດຈິບ ອີຊູຊູ ໝາຍເລກທະບຽນ 4490 ບໍ່ແກ້ວ.ນອກ ຈາກນີ້, ຍັງກວດຄົ້ນລົດຄັນດັ່ງກ່າວ ພົບປືນສັ້ນ 1 ກະ ບອກ ພ້ອມລູກປືນ 19 ລູກ,ໂຟນນີ 1 ເຄື່ອງ,ມິດ 1 ດວງ ແລະ ເຄື່ອງຂອງກາງອື່ນໆ ອີກຈຳນວນໜຶ່ງ.
ອັນດັບ 1. ຄະດີຢາໄອສ໌ 1.449 ຖົງ ນໍ້າໜັກ 1.449 ກິໂລກຼາມ ຊຸກເຊື່ອງມານຳລົດບັນທຸກ 22 ລໍ້ ສີແດງ ໝາຍເລກທະບຽນ ບຄ 2577 ກໍາແພງນະຄອນ. ຄະດີນີ້, ເຈົ້າ ໜ້າທີ່ ປກສ ແຂວງບໍລິຄຳໄຊ ແກ້ໄຂໄດ້ໃນຄັ້ງວັນທີ 29 ກໍລະກົດ 2024 ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ທັງສອງ ຢູ່ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ ຢູ່ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ.